ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (7) ສ່ວນທີ ສອງ

ຂໍ້ທີແປດ: ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ປະເຊີນໃນວຽກງານໂດຍທັນເວລາ (ພາກທີໜຶ່ງ)

ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກວດພົບ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ທັນເວລາ

ມື້ນີ້, ພວກເຮົາຈະໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ປະເຊີນໃນວຽກງານໂດຍທັນເວລາ”. ພວກເຮົາຈະເປີດໂປງການສະແດງອອກຕ່າງໆ ຂອງຜູ້ນໍາປອມທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບໃນຂໍ້ນີ້. ການລາຍງານ ແລະ ການສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ, ເຊິ່ງນີ້ບໍ່ແມ່ນສ່ວນໜຶ່ງຂອງວຽກງານ ແລະ ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ແມ່ນແລ້ວ). ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງໄດ້ປະເຊີນກັບບັນຫາທີ່ຫຍຸ້ງຍາກຊັບຊ້ອນບາງຢ່າງໃນວຽກງານຂອງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້ ຫຼື ພົບພໍ້ກັບຄວາມຫຍຸ້ງຍາກທີ່ຢູ່ນອກເໜືອຂອບເຂດຂອງວຽກງານຄຣິສຕະຈັກ ຫຼື ພົບພໍ້ກັບກໍລະນີພິເສດທີ່ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ບໍ່ຮູ້ວິທີຈັດການກັບສະຖານະການເຫຼົ່ານີ້. ຫຼື ເນື່ອງຈາກພວກເຂົາມີຂີດຄວາມສາມາດທີ່ຕໍ່າ ດັ່ງນັ້ນຈຶ່ງບໍ່ສາມາດກຳແໜ້ນຫຼັກການໄດ້ຢ່າງຖືກຕ້ອງ, ພວກເຂົາຈຶ່ງພົບພໍ້ກັບຄວາມສັບສົນ ແລະ ຄວາມຫຍຸ້ງຍາກບາງຢ່າງທີ່ແກ້ໄຂໄດ້ຍາກຢ່າງຫຼີກລ່ຽງບໍ່ໄດ້. ຄວາມສັບສົນ ແລະ ຄວາມຫຍຸ້ງຍາກເຫຼົ່ານີ້ອາດກ່ຽວຂ້ອງກັບບັນຫາການໃຊ້ງານບຸກຄະລາກອນ, ບັນຫາທີ່ກ່ຽວຂ້ອງກັບວຽກງານ, ບັນຫາທີ່ເກີດຈາກສະພາບແວດລ້ອມພາຍນອກ, ບັນຫາທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງຜູ້ຄົນ, ການຂັດຂວາງ ແລະ ການລົບກວນທີ່ເກີດຈາກຄົນຊົ່ວຮ້າຍ, ພ້ອມທັງບັນຫາການຄັດຄົນອອກ ຫຼື ການຂັບໄລ່ຄົນ ແລະ ອື່ນໆ. ສຳລັບບັນຫາທັງໝົດເຫຼົ່ານີ້, ເຮືອນຂອງພຣະເຈົ້າມີຂໍ້ກຳນົດ ແລະ ລະບຽບແບບສະເພາະ ຫຼື ມີຄຳແນະນໍາທາງວາຈາບາງຢ່າງ. ນອກເໜືອຈາກກົດລະບຽບແບບສະເພາະເຫຼົ່ານີ້, ຍັງມີກໍລະນີພິເສດບາງຢ່າງທີ່ບໍ່ໄດ້ກ່າວເຖິງຢ່າງຫຼີກລ່ຽງບໍ່ໄດ້. ກ່ຽວກັບກໍລະນີພິເສດເຫຼົ່ານີ້, ຜູ້ນໍາບາງຄົນສາມາດຈັດການພວກມັນໄດ້ໂດຍການຍຶດໝັ້ນກັບຫຼັກການທີ່ເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ ເຊັ່ນ: ການປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ການຮັບປະກັນຄວາມປອດໄພຂອງອ້າຍເອື້ອຍນ້ອງ ແລະ ການຮັກສາການດຳເນີນງານທີ່ລ່ຽນໄຫຼຂອງວຽກງານຄຣິສຕະຈັກ ແລະ ພວກເຂົາຍັງເຮັດໄດ້ດີຫຼາຍອີກດ້ວຍ, ໃນຂະນະທີ່ຜູ້ນໍາບາງຄົນເຮັດບໍ່ໄດ້. ຄວນເຮັດແນວໃດກ່ຽວກັບບັນຫາທີ່ບໍ່ສາມາດຈັດການໄດ້? ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເຮັດວຽກແບບຊະຊາຍ, ບໍ່ສາມາດລະບຸບັນຫາໄດ້ ແລະ ເຖິງແມ່ນວ່າພວກເຂົາຈະລະບຸໄດ້, ພວກເຂົາກໍບໍ່ສາມາດແກ້ໄຂບັນຫາໄດ້. ພວກເຂົາພຽງແຕ່ເຮັດແບບພໍໃຫ້ຜ່ານໄປໂດຍບໍ່ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ພຽງແຕ່ບອກອ້າຍເອື້ອຍນ້ອງຢ່າງງ່າຍໆວ່າ “ຈົ່ງແກ້ໄຂມັນດ້ວຍຕົນເອງ; ຈົ່ງເພິ່ງພາພຣະເຈົ້າ ແລະ ເບິ່ງໄປທີ່ພຣະເຈົ້າເພື່ອຫາທາງອອກ” ແລະ ຈາກນັ້ນພວກເຂົາກໍຈະຖືວ່າເລື່ອງທັງໝົດໄດ້ຈົບສິ້ນລົງແລ້ວ. ບໍ່ວ່າຈະມີບັນຫາກອງຢູ່ຫຼາຍສໍ່າໃດ, ພວກເຂົາກໍບໍ່ສາມາດແກ້ໄຂມັນດ້ວຍຕົນເອງໄດ້, ແຕ່ພວກເຂົາກໍບໍ່ລາຍງານຂຶ້ນໄປເບື້ອງເທິງ ຫຼື ສະແຫວງຫາວິທີແກ້ໄຂ, ອາດຈະເປັນຍ້ອນພວກເຂົາຢ້ານວ່າເບື້ອງເທິງຈະເບິ່ງທະລຸພວກເຂົາໄດ້ ແລະ ພວກເຂົາຈະເສຍໜ້າ. ຍັງມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ບໍ່ເຄີຍລາຍງານບັນຫາຕໍ່ເບື້ອງເທິງ ແລະ ເຮົາກໍບໍ່ຮູ້ວ່າເປັນຍ້ອນຫຍັງ. ການລາຍງານຂຶ້ນໄປຫາເບື້ອງເທິງບໍ່ຈຳເປັນຕ້ອງໝາຍເຖິງການລາຍງານໂດຍກົງຕໍ່ເບື້ອງເທິງ; ຄົນເຮົາສາມາດລາຍງານຕໍ່ຜູ້ນໍາຂອງເຂດ ຫຼື ພາກພື້ນນັ້ນໆກ່ອນກໍໄດ້. ແລະ ຖ້າພວກເຂົາບໍ່ສາມາດແກ້ໄຂມັນໄດ້, ເຈົ້າກໍສາມາດຂໍໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກລາຍງານມັນໂດຍກົງຕໍ່ເບື້ອງເທິງໄດ້. ຖ້າເຈົ້າຂໍໃຫ້ຜູ້ນໍາ ຫຼື ຜູ້ເຮັດວຽກລາຍງານເລື່ອງໃດໜຶ່ງຕໍ່ເບື້ອງເທິງ, ໂດຍການອະທິບາຍສະຖານະການໃຫ້ຊັດເຈນ, ພວກເຂົາຈະສາມາດກັກມັນໄວ້ ແລະ ເຮັດເປັນບໍ່ສົນໃຈເລື່ອງນັ້ນໄດ້ບໍ? ຄົນເຊັ່ນນີ້ຈະຫາໄດ້ຍາກ. ເຖິງແມ່ນວ່າຈະມີຜູ້ນໍາເຊັ່ນນີ້ຢູ່ແທ້, ເຈົ້າກໍຍັງສາມາດອະທິບາຍເລື່ອງນັ້ນໃຫ້ຊັດເຈນກັບຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນ ເພື່ອເປີດໂປງຜູ້ທີ່ກັກບັນຫາໄວ້ ແລະ ບໍ່ລາຍງານມັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໃນນີ້ຍັງບໍ່ລາຍງານເລື່ອງນັ້ນ, ກໍຍັງມີທາງອອກສຸດທ້າຍອີກທາງໜຶ່ງ: ເຈົ້າສາມາດຂຽນລາຍງານໂດຍກົງໄປທີ່ເວັບໄຊຂອງເຮືອນຂອງພຣະເຈົ້າ ເພື່ອໃຫ້ມັນຖືກສົ່ງຕໍ່ໄປຍັງເບື້ອງເທິງ, ຈຶ່ງສາມາດຮັບປະກັນໄດ້ວ່າບັນຫາຈະຖືກລາຍງານຕໍ່ເບື້ອງເທິງ. ນີ້ກໍຍ້ອນວ່າເບື້ອງເທິງໄດ້ຈັດການກັບຈົດໝາຍດັ່ງກ່າວມາຫຼາຍຄັ້ງແລ້ວກ່ອນໜ້ານີ້ ແລະ ຕໍ່ມາພວກເຂົາກໍໄດ້ມອບໝາຍຄວາມຮັບຜິດຊອບນີ້ໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເລື່ອງນັ້ນໂດຍກົງ. ຕາມຄວາມຈິງແລ້ວ, ມີຫຼາຍຊ່ອງທາງສຳລັບການລາຍງານບັນຫາຂຶ້ນໄປຫາເບື້ອງເທິງ; ມັນເປັນເລື່ອງງ່າຍທີ່ຈະປະຕິບັດ, ມັນຂຶ້ນຢູ່ກັບວ່າຄົນຜູ້ນັ້ນຕ້ອງການແກ້ໄຂບັນຫາຢ່າງແທ້ຈິງ ຫຼື ບໍ່. ເຖິງແມ່ນວ່າເຈົ້າຈະບໍ່ໄວ້ວາງໃຈຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນ, ເຈົ້າກໍຄວນເຊື່ອວ່າພຣະເຈົ້າຊົງຊອບທຳ ແລະ ເບື້ອງເທິງຈະດຳເນີນການຕາມຫຼັກການຄວາມຈິງ. ຖ້າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ເຈົ້າບໍ່ເຊື່ອວ່າຄວາມຈິງມີອຳນາດສູງສຸດຢູ່ໃນເຮືອນຂອງພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດສິ່ງໃດໃຫ້ສຳເລັດໄດ້. ຫຼາຍຄົນບໍ່ເຂົ້າໃຈຄວາມຈິງ; ພວກເຂົາບໍ່ເຊື່ອວ່າຄວາມຈິງມີອຳນາດສູງສຸດຢູ່ໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາຄິດຢູ່ສະເໝີວ່າເຈົ້າໜ້າທີ່ຂອງໂລກຕ່າງກໍປົກປິດໃຫ້ກັນເອງ ແລະ ເຮືອນຂອງພຣະເຈົ້າກໍຕ້ອງເປັນແບບດຽວກັນ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າຄືຄວາມຈິງ ແລະ ຄວາມຊອບທຳ. ສະນັ້ນ, ຄົນແບບນີ້ຈຶ່ງສາມາດຖືກເອີ້ນວ່າເປັນຜູ້ບໍ່ເຊື່ອໄດ້. ແນວໃດກໍຕາມ, ຄົນສ່ວນໜ້ອຍກໍສາມາດລາຍງານບັນຫາຕົວຈິງໄດ້. ຄົນເຊັ່ນນີ້ອາດຖືກເອີ້ນວ່າເປັນຄົນທີ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ; ພວກເຂົາເປັນຄົນທີ່ມີຄວາມຮັບຜິດຊອບ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາທີ່ຮ້າຍແຮງເມື່ອພວກເຂົາພົບເຫັນໄດ້; ພວກເຂົາຍັງບໍ່ລາຍງານມັນຂຶ້ນໄປຫາເບື້ອງເທິງນຳອີກ. ພວກເຂົາຈະເລີ່ມຮູ້ສຶກເຖິງຄວາມຮ້າຍແຮງຂອງບັນຫາ ກໍຕໍ່ເມື່ອເບື້ອງເທິງໄດ້ສືບສວນບັນຫາແລ້ວ. ສິ່ງນີ້ເຮັດໃຫ້ເກີດຄວາມຊັກຊ້າ. ສະນັ້ນ, ບໍ່ວ່າເຈົ້າຈະເປັນອ້າຍເອື້ອຍນ້ອງທຳມະດາ ຫຼື ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເມື່ອໃດກໍຕາມທີ່ເຈົ້າພົບພໍ້ກັບບັນຫາທີ່ເຈົ້າບໍ່ສາມາດແກ້ໄຂໄດ້ ແລະ ທີ່ກ່ຽວຂ້ອງກັບຫຼັກການທີ່ໃຫຍ່ກວ່າຂອງວຽກງານ, ເຈົ້າຄວນລາຍງານມັນຂຶ້ນໄປຫາເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂໃຫ້ທັນການ. ຖ້າເຈົ້າພົບພໍ້ກັບຄວາມສັບສົນ ຫຼື ຄວາມຍາກລຳບາກ ແຕ່ບໍ່ແກ້ໄຂມັນ, ວຽກງານບາງຢ່າງກໍຈະບໍ່ສາມາດມີຄວາມຄືບໜ້າຕໍ່ໄປໄດ້; ມັນຈະຕ້ອງໄດ້ຖືກປະໄວ້ ແລະ ຢຸດຊະງັກ. ສິ່ງນີ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງວຽກງານຄຣິສຕະຈັກ. ສະນັ້ນ, ເມື່ອມີບັນຫາເຊັ່ນນີ້ເກີດຂຶ້ນ ເຊິ່ງເປັນບັນຫາທີ່ສາມາດສົ່ງຜົນກະທົບໂດຍກົງຕໍ່ຄວາມຄືບໜ້າຂອງວຽກງານ, ພວກມັນຕ້ອງໄດ້ຖືກກວດພົບ ແລະ ແກ້ໄຂໃຫ້ທັນການ. ຖ້າບັນຫາໃດໜຶ່ງແກ້ໄຂບໍ່ໄດ້ງ່າຍໆ, ເຈົ້າຕ້ອງຊອກຫາຄົນທີ່ເຂົ້າໃຈຄວາມຈິງ ແລະ ຄົນທີ່ມີຄວາມຊ່ຽວຊານໃນຂົງເຂດນັ້ນ, ແລ້ວລົມບັນຫາກັບພວກເຂົາ ແລະ ສືບຄົ້ນ ແລະ ແກ້ໄຂບັນຫານັ້ນຮ່ວມກັນ. ບັນຫາປະເພດນີ້ບໍ່ສາມາດຊັກຊ້າໄດ້! ທຸກໆມື້ທີ່ເຈົ້າຊັກຊ້າໃນການແກ້ໄຂບັນຫາ ກໍຄືໜຶ່ງມື້ທີ່ເຈົ້າໄດ້ຊັກຊ້າໃນຄວາມຄືບໜ້າຂອງວຽກງານ. ມັນບໍ່ໄດ້ກີດຂວາງວຽກງານຂອງຄົນພຽງຄົນດຽວ; ແຕ່ມັນສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ພ້ອມທັງສົ່ງຜົນກະທົບຕໍ່ວິທີທີ່ປະຊາກອນທີ່ພຣະເຈົ້າເລືອກປະຕິບັດໜ້າທີ່ຂອງພວກເຂົາ. ສະນັ້ນ, ເມື່ອເຈົ້າພົບພໍ້ກັບຄວາມສັບສົນ ຫຼື ຄວາມຫຍຸ້ງຍາກປະເພດນີ້, ມັນຕ້ອງໄດ້ຖືກແກ້ໄຂໂດຍທັນເວລາ, ມັນບໍ່ສາມາດຊັກຊ້າໄດ້. ຖ້າເຈົ້າບໍ່ສາມາດແກ້ໄຂມັນໄດ້ແທ້ໆ, ກໍຈົ່ງລາຍງານມັນຕໍ່ເບື້ອງເທິງໂດຍດ່ວນ. ພວກເຂົາຈະອອກໜ້າໂດຍກົງເພື່ອແກ້ໄຂບັນຫາ ຫຼື ບອກເສັ້ນທາງການແກ້ໄຂໃຫ້ເຈົ້າ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ສາມາດຈັດການກັບບັນຫາປະເພດນີ້ໄດ້ ແລະ ກົດທັບມັນໄວ້ ແທນທີ່ຈະລາຍງານມັນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກພວກເຂົາ, ຜູ້ນໍາເຊັ່ນນີ້ເປັນຄົນຕາມືດບອດ; ພວກເຂົາເປັນຄົນສະໝອງຕາຍ ແລະ ໄຮ້ປະໂຫຍດ. ພວກເຂົາຄວນຖືກປົດອອກ ແລະ ຍ້າຍອອກຈາກຕຳແໜ່ງຂອງພວກເຂົາ. ຖ້າພວກເຂົາບໍ່ຖືກຍ້າຍອອກຈາກຕຳແໜ່ງຂອງພວກເຂົາ, ວຽກງານຂອງຄຣິສຕະຈັກກໍຈະບໍ່ສາມາດກ້າວໜ້າໄດ້; ມັນຈະຖືກທຳລາຍດ້ວຍມືຂອງພວກເຂົາ. ສະນັ້ນ, ເລື່ອງນີ້ຕ້ອງໄດ້ຮັບການຈັດການໃນທັນທີ.

ວຽກງານການຜະລິດຮູບເງົາກໍເປັນລາຍການວຽກງານທີ່ສຳຄັນຢ່າງໜຶ່ງຂອງເຮືອນຂອງພຣະເຈົ້າ. ທີມງານຜະລິດຮູບເງົາມັກຈະພົບພໍ້ກັບບັນຫາທີ່ທຸກຄົນຕ່າງກໍມີຂໍ້ຂັດແຍ້ງກັນກ່ຽວກັບບົດລະຄອນ. ຕົວຢ່າງ: ຜູ້ກຳກັບເຊື່ອວ່າບົດລະຄອນແຕກຕ່າງ ຫຼື ບ່ຽງເບນໄປຈາກຊີວິດຈິງ ແລະ ຈະຮູ້ສຶກວ່າມັນບໍ່ສົມຈິງເມື່ອຖ່າຍທຳ ແລະ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງການປ່ຽນແປງບົດລະຄອນ. ແນວໃດກໍຕາມ, ຜູ້ຂຽນບົດລະຄອນບໍ່ເຫັນດີນຳຢ່າງເດັດຂາດ, ໂດຍເຊື່ອວ່າບົດລະຄອນຖືກຂຽນຂຶ້ນມາຢ່າງສົມເຫດສົມຜົນ ແລະ ຮຽກຮ້ອງໃຫ້ຜູ້ກຳກັບຖ່າຍທຳຕາມບົດລະຄອນ. ນັກສະແດງກໍມີຂໍ້ຄັດຄ້ານຂອງຕົນເອງ, ໂດຍບໍ່ເຫັນດີກັບທັງຜູ້ຂຽນບົດ ແລະ ຜູ້ກຳກັບ. ນັກສະແດງຄົນໜຶ່ງເວົ້າວ່າ “ຖ້າຜູ້ກຳກັບຢືນຢັນທີ່ຈະຖ່າຍທຳແບບນັ້ນ, ຂ້ອຍຈະບໍ່ສະແດງ!” ຜູ້ຂຽນບົດລະຄອນເວົ້າວ່າ “ຖ້າຜູ້ກຳກັບປ່ຽນບົດລະຄອນ, ພວກເຈົ້າທຸກຄົນຈະຕ້ອງໄດ້ຮັບຜິດຊອບເມື່ອມີບັນຫາໃດກໍຕາມເກີດຂຶ້ນ!” ຜູ້ກຳກັບເວົ້າວ່າ “ຖ້າໃຫ້ຂ້ອຍຖ່າຍທຳຕາມທີ່ຂຽນໄວ້ໃນບົດລະຄອນ ແລະ ມີຂໍ້ຜິດພາດເກີດຂຶ້ນ, ເຮືອນຂອງພຣະເຈົ້າຈະໃຫ້ຂ້ອຍຮັບຜິດຊອບ. ຖ້າເຈົ້າຢາກໃຫ້ຂ້ອຍຖ່າຍທຳ, ມັນຕ້ອງໄດ້ເຮັດຕາມຄວາມຄິດຂອງຂ້ອຍເອງ; ຖ້າບໍ່ເຮັດຕາມນັ້ນ ຂ້ອຍກໍຈະບໍ່ຖ່າຍທຳ”. ຕອນນີ້, ທັງສາມຝ່າຍຕ່າງກໍຕົກຢູ່ໃນທາງຕັນ, ແມ່ນບໍ່? ເຫັນໄດ້ຢ່າງຊັດເຈນວ່າວຽກງານບໍ່ສາມາດດຳເນີນການຕໍ່ໄປໄດ້. ນີ້ບໍ່ແມ່ນຄວາມສັບສົນທີ່ເກີດຂຶ້ນແລ້ວບໍ? ແລ້ວໃຜກັນແທ້ທີ່ເປັນຄົນຖືກ? ທຸກຄົນມີທິດສະດີຂອງຕົນເອງ, ມີຂໍ້ໂຕ້ແຍ້ງຂອງຕົນເອງ ແລະ ບໍ່ມີໃຜເຕັມໃຈທີ່ຈະປະນີປະນອມ. ເມື່ອທັງສາມຝ່າຍຕົກຢູ່ໃນທາງຕັນແບບນີ້, ແມ່ນຫຍັງທີ່ຈະໄດ້ຮັບຄວາມເສຍຫາຍ? (ວຽກງານຂອງເຮືອນຂອງພຣະເຈົ້າ). ວຽກງານຂອງເຮືອນຂອງພຣະເຈົ້າຖືກກີດຂວາງ ແລະ ໄດ້ຮັບຄວາມເສຍຫາຍ. ພວກເຈົ້າເຄີຍຮູ້ສຶກກະວົນກະວາຍ ແລະ ເປັນກັງວົນຢູ່ບໍ ເມື່ອປະເຊີນກັບສະຖານະການເຊັ່ນນີ້? ຖ້າບໍ່, ນັ້ນກໍພິສູດວ່າພວກເຈົ້າບໍ່ໄດ້ໃສ່ໃຈກັບມັນຢ່າງແທ້ຈິງ. ເມື່ອຄວາມສັບສົນ ແລະ ທາງຕັນເຊັ່ນນີ້ເກີດຂຶ້ນ, ບາງຄົນກໍກະວົນກະວາຍຈົນກິນບໍ່ໄດ້ນອນບໍ່ຫຼັບ, ໂດຍຄິດວ່າ “ຄວນເຮັດແນວໃດ? ການໂຕ້ຖຽງກັນ ແລະ ບໍ່ຍອມລົງໃຫ້ກັນແບບນີ້ບໍ່ໄດ້ນໍາໄປສູ່ຫຍັງເລີຍ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມຄືບໜ້າຂອງການຖ່າຍທຳບໍ? ມັນເຮັດໃຫ້ເກີດການຊັກຊ້າຫຼາຍມື້ແລ້ວ ແລະ ບໍ່ສາມາດເລື່ອນອອກໄປໄດ້ອີກ. ພວກເຮົາຈະແກ້ໄຂບັນຫາແບບນີ້ແນວໃດ ເພື່ອຮັບປະກັນວ່າການຖ່າຍທຳຈະດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ວຽກງານຈະບໍ່ຊັກຊ້າ? ພວກເຮົາຄວນຫັນໄປເພິ່ງພາໃຜເພື່ອແກ້ໄຂບັນຫານີ້?” ຖ້າເຈົ້າມີຫົວໃຈ, ເຈົ້າຄວນສະແຫວງຫາວິທີແກ້ໄຂຈາກຜູ້ນໍາ ແລະ ຖ້າຜູ້ນໍາບໍ່ສາມາດແກ້ໄຂມັນໄດ້, ເຈົ້າກໍຄວນລາຍງານມັນຕໍ່ເບື້ອງເທິງໂດຍດ່ວນ. ຖ້າເຈົ້າໄດ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຄວນເຮັດທຸກຢ່າງທີ່ເຈົ້າສາມາດເຮັດໄດ້ເພື່ອແກ້ໄຂບັນຫາໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້; ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ແລະ ຖ້າເຈົ້າບໍ່ໄດ້ເປັນກັງວົນເດ? ເຈົ້າອາດຈະໄຕ່ຕອງກ່ຽວກັບມັນ, ໂດຍຄິດວ່າ “ພວກເຂົາເປັນຝ່າຍຜິດ. ຂ້ອຍຈະຍຶດໝັ້ນໃນທັດສະນະຂອງຂ້ອຍ, ຂ້ອຍບໍ່ເຊື່ອ ວ່າພວກເຂົາຈະເຮັດຫຍັງຂ້ອຍໄດ້. ຂ້ອຍຈະກິນເຂົ້າແລ້ວນອນໜ້ອຍໜຶ່ງ, ເຖິງຢ່າງໃດຕອນບ່າຍກໍບໍ່ມີຫຍັງເຮັດຢູ່ແລ້ວ”. ຂາຂອງເຈົ້າກໍເລີ່ມໜັກ, ຫົວຂອງເຈົ້າກໍເລີ່ມວິນວຽນ, ຫົວໃຈຂອງເຈົ້າກໍຂາດພະລັງ ແລະ ເຈົ້າກໍເລີ່ມບໍ່ກະຕືລືລົ້ນ. ມີຄວາມຫຍຸ້ງຍາກກອງຢູ່, ແຕ່ເຈົ້າບໍ່ໄດ້ໃສ່ໃຈ ແລະ ບໍ່ກະຕືລືລົ້ນ, ສະນັ້ນຈຶ່ງບໍ່ມີທາງທີ່ຈະແກ້ໄຂບັນຫາໄດ້ເລີຍ. ເປັນຫຍັງຈຶ່ງບໍ່ມີທາງ? ເພາະວ່າເຈົ້າຂາດແຮງຈູງໃຈ ແລະ ຄວາມປາຖະໜາທີ່ຈະແກ້ໄຂມັນ, ສະນັ້ນເຈົ້າຈຶ່ງຄິດຫາທາງແກ້ໄຂບໍ່ໄດ້. ເຈົ້າຄິດກັບຕົນເອງວ່າ: “ບໍ່ຄ່ອຍພົບເຫັນໄດ້ຫຼາຍທີ່ຄວາມລຳບາກຈະເກີດຂຶ້ນ ແລະ ວຽກງານຢຸດສະງັກ. ຂ້ອຍຈະໃຊ້ໂອກາດນີ້ເພື່ອພັກຜ່ອນຈັກສອງສາມມື້ ແລະ ຜ່ອນຄາຍໜ້ອຍໜຶ່ງ. ເປັນຫຍັງຈຶ່ງໄດ້ອິດເມື່ອຍຢູ່ຕະຫຼອດເວລາ? ຖ້າຂ້ອຍພັກຜ່ອນຕອນນີ້, ກໍບໍ່ມີໃຜເວົ້າຫຍັງໄດ້. ເພາະເຖິງຢ່າງໃດ, ຂ້ອຍກໍບໍ່ໄດ້ຂີ້ຄ້ານ ຫຼື ບໍ່ຮັບຜິດຊອບຕໍ່ວຽກງານຂອງຂ້ອຍ. ຂ້ອຍຕ້ອງການຮັບຜິດຊອບ, ແຕ່ມີຄວາມຫຍຸ້ງຍາກນີ້ຂວາງທາງພວກເຮົາຢູ່, ແລ້ວໃຜຈະແກ້ໄຂມັນ? ພວກເຮົາຈະຖ່າຍທຳໄດ້ແນວໃດຖ້າບໍ່ໄດ້ແກ້ໄຂມັນ? ຖ້າມີຄວາມຫຍຸ້ງຍາກທີ່ຂັດຂວາງພວກເຮົາຈາກການຖ່າຍທຳ, ພວກເຮົາກໍຄວນພັກຜ່ອນບໍ່ແມ່ນບໍ?” ເມື່ອມີບັນຫາໃຫຍ່ຫຼວງຢູ່ຕໍ່ໜ້າເຈົ້າ, ຜົນທີ່ຕາມມາຈະເປັນແນວໃດ ຖ້າມັນບໍ່ໄດ້ຮັບການແກ້ໄຂໂດຍທັນເວລາ? ຖ້າບັນຫາຍັງຄົງເກີດຂຶ້ນຢູ່ເລື້ອຍໆ ແລະ ບໍ່ມີບັນຫາໃດເລີຍທີ່ສາມາດແກ້ໄຂໄດ້, ວຽກງານຈະຍັງສາມາດກ້າວໜ້າຕໍ່ໄປໄດ້ບໍ? ສິ່ງນີ້ຈະເຮັດໃຫ້ເກີດຄວາມຊັກຊ້າຢ່າງຫຼວງຫຼາຍ. ຄວາມຄືບໜ້າຂອງວຽກງານສາມາດກ້າວໄປພຽງຂ້າງໜ້າໄດ້ເທົ່ານັ້ນ, ບໍ່ແມ່ນກ້າວຖອຍຫຼັງ, ສະນັ້ນ ເມື່ອຮູ້ວ່າບັນຫານີ້ມີຄວາມຫຍຸ້ງຍາກ, ເຈົ້າບໍ່ຄວນຊັກຊ້າອີກຕໍ່ໄປ; ເຈົ້າຕ້ອງໄດ້ແກ້ໄຂມັນໂດຍດ່ວນ. ເມື່ອບັນຫານີ້ໄດ້ຮັບການແກ້ໄຂແລ້ວ, ໃຫ້ຮີບແກ້ໄຂບັນຫາຕໍ່ໄປເມື່ອມັນເກີດຂຶ້ນ, ໂດຍພະຍາຍາມບໍ່ໃຫ້ເສຍເວລາ ເພື່ອໃຫ້ວຽກງານສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ສຳເລັດທັນຕາມກຳນົດການ. ຟັງເບິ່ງແລ້ວເປັນແນວໃດ? (ກໍດີ). ຜູ້ທີ່ມີຫົວໃຈຈະປະເຊີນກັບຄວາມສັບສົນ ແລະ ຄວາມຫຍຸ້ງຍາກດ້ວຍທັດສະນະຄະຕິແບບນີ້. ພວກເຂົາຈະບໍ່ເສຍເວລາ, ບໍ່ຫາຂໍ້ອ້າງໃຫ້ຕົນເອງ ແລະ ບໍ່ໂລບໃນຄວາມສະບາຍທາງເນື້ອໜັງ. ໃນທາງກົງກັນຂ້າມ, ຜູ້ທີ່ບໍ່ມີຫົວໃຈຈະສວຍໃຊ້ຊ່ອງຫວ່າງ; ພວກເຂົາຈະຫາຂໍ້ອ້າງ ແລະ ຊອກຫາໂອກາດທີ່ຈະພັກຜ່ອນ, ເຮັດທຸກຢ່າງແບບສະບາຍໆ ໂດຍບໍ່ມີຄວາມຮູ້ສຶກຮີບດ່ວນ ຫຼື ວິຕົກກັງວົນ, ຂາດຄວາມຕັ້ງໃຈທີ່ຈະອົດທົນຕໍ່ຄວາມລຳບາກ ຫຼື ເສຍສະລະ. ແລະ ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ເມື່ອປະເຊີນກັບຄວາມສັບສົນ ຫຼື ຄວາມຫຍຸ້ງຍາກ, ທຸກຄົນກໍຈະຕົກຢູ່ໃນທາງຕັນເປັນເວລາຫຼາຍມື້. ທັງຜູ້ກຳກັບ, ນັກສະແດງ ແລະ ຜູ້ຂຽນບົດຕ່າງກໍບໍ່ລາຍງານບັນຫາ. ໃນຂະນະດຽວກັນ, ຜູ້ນໍາກໍຕາມືດບອດ ແລະ ບໍ່ສາມາດຮັບຮູ້ວ່າມັນເປັນບັນຫາ; ເຖິງແມ່ນວ່າພວກເຂົາຈະຮັບຮູ້ວ່າມັນເປັນບັນຫາ ແຕ່ບໍ່ສາມາດແກ້ໄຂມັນໄດ້ດ້ວຍຕົນເອງ, ພວກເຂົາກໍຈະບໍ່ລາຍງານມັນຂຶ້ນໄປຫາເບື້ອງເທິງ. ເມື່ອມັນຖືກລາຍງານຕາມລຳດັບຂັ້ນໄປຮອດເບື້ອງເທິງ, ສິບມື້ ຫຼື ເຄິ່ງເດືອນກໍໄດ້ຜ່ານໄປ. ໄດ້ເຮັດຫຍັງແດ່ໃນລະຫວ່າງສິບມື້ຫາເຄິ່ງເດືອນນີ້? ມີໃຜປະຕິບັດໜ້າທີ່ຂອງຕົນເອງບໍ? ບໍ່ມີ, ພວກເຂົາກຳລັງເສຍເວລາໄປກັບການກິນ, ການດື່ມ ແລະ ການມ່ວນຊື່ນ! ນີ້ບໍ່ແມ່ນການເອົາປຽບຄົນອື່ນບໍ? ຜູ້ກຳກັບດູແລທີ່ກ່ຽວຂ້ອງທັງໝົດທີ່ບໍ່ສາມາດສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານຂອງພວກເຂົາໄດ້ທັນເວລານັ້ນ ລ້ວນແຕ່ແມ່ນກິນແຮງຄົນອື່ນ, ຜ່ານວັນເວລາໄປໂດຍໄຮ້ເປົ້າໝາຍ. ຄົນເຊັ່ນນີ້ເອີ້ນສັ້ນໆວ່າ “ພວກຂີ້ຄ້ານ”. ເປັນຫຍັງຈຶ່ງເອີ້ນວ່າ “ພວກຂີ້ຄ້ານ”? ເພາະວ່າຄົນເຫຼົ່ານີ້ບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາດ້ວຍທັດສະນະຄະຕິທີ່ຈິງຈັງ, ມີຄວາມຮັບຜິດຊອບ, ເຂັ້ມງວດ ຫຼື ເປັນບວກ, ແຕ່ກົງກັນຂ້າມ ພວກເຂົາເຮັດພໍແລ້ວມືແລ້ວຕີນ, ເປັນລົບ ແລະ ຂີ້ຄ້ານ, ພຽງແຕ່ຫວັງວ່າຈະມີຄວາມຫຍຸ້ງຍາກ ຫຼື ທາງຕັນບາງຢ່າງເກີດຂຶ້ນ ເພື່ອໃຫ້ພວກເຂົາມີຂໍ້ອ້າງທີ່ຈະຢຸດວຽກ.

ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຄວນແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາເທົ່ານັ້ນ ແຕ່ຍັງຄວນກວດສອບ ແລະ ລະບຸບັນຫາເຫຼົ່ານີ້ໂດຍທັນເວລາອີກດ້ວຍ. ເປັນຫຍັງຈຶ່ງຄວນເຮັດແບບນີ້? ມີເປົ້າໝາຍພຽງຢ່າງດຽວໃນການເຮັດແບບນັ້ນ: ກໍເພື່ອປົກປ້ອງວຽກງານຂອງພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ, ຮັບປະກັນວ່າວຽກງານທຸກລາຍການຈະດຳເນີນໄປຢ່າງລ່ຽນໄຫຼ ແລະ ສຳເລັດພາຍໃນກຳນົດການເວລາທີ່ເຮັດວຽກແບບປົກກະຕິ. ເພື່ອຮັບປະກັນວ່າວຽກງານຈະດຳເນີນໄປຢ່າງລ່ຽນໄຫຼ, ບັນຫາໃດແດ່ທີ່ຕ້ອງໄດ້ຮັບການແກ້ໄຂ? ກ່ອນອື່ນ, ມັນຈຳເປັນທີ່ຈະຕ້ອງຄັດໂຕຖ່ວງ ຫຼື ອຸປະສັກໃດກໍຕາມ ທີ່ລົບກວນວຽກງານຂອງຄຣິສຕະຈັກອອກໃຫ້ໝົດສິ້ນ, ເພື່ອຈຳກັດຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍ ເພື່ອປ້ອງກັນບໍ່ໃຫ້ພວກເຂົາກໍ່ບັນຫາ. ນອກຈາກນີ້, ຜູ້ກຳກັບດູແລຂອງວຽກງານແຕ່ລະລາຍການ ແລະ ອ້າຍເອື້ອຍນ້ອງຕ້ອງໄດ້ຮັບການຊີ້ແນະໃຫ້ເຂົ້າໃຈຄວາມຈິງ ແລະ ຊອກຫາເສັ້ນທາງແຫ່ງການປະຕິບັດ, ຮຽນຮູ້ທີ່ຈະຮ່ວມມືກັນຢ່າງປອງດອງ ແລະ ກຳກັບດູແລກັນເອງໄດ້. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດຮັບປະກັນການເຮັດວຽກງານໃຫ້ສຳເລັດໄດ້. ບໍ່ວ່າຈະປະເຊີນກັບຄວາມຫຍຸ້ງຍາກ ຫຼື ຄວາມສັບສົນໃດກໍຕາມ, ຖ້າຜູ້ນໍາ ແລະ ຜູ້ກຳກັບດູແລບໍ່ສາມາດແກ້ໄຂມັນໄດ້, ພວກເຂົາກໍຄວນລາຍງານບັນຫາຕໍ່ເບື້ອງເທິງໂດຍດ່ວນ ແລະ ສະແຫວງຫາວິທີແກ້ໄຂ. ຜູ້ນໍາ ແລະ ຜູ້ກຳກັບດູແລຄວນໃຫ້ບູລິມະສິດໃນການແກ້ໄຂບັນຫາ, ບໍ່ວ່າພວກເຂົາຈະເຮັດວຽກງານໃດກໍຕາມ, ໂດຍການແກ້ໄຂທັງບັນຫາທາງດ້ານເຕັກນິກ ແລະ ບັນຫາດ້ານຫຼັກການທີ່ກ່ຽວຂ້ອງກັບວຽກງານ, ພ້ອມທັງຄວາມຫຍຸ້ງຍາກຕ່າງໆ ທີ່ຜູ້ຄົນພົບພໍ້ໃນດ້ານການເຂົ້າສູ່ຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ສາມາດແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກໄດ້, ເຈົ້າກໍຈະບໍ່ສາມາດເຮັດວຽກງານຂອງເຈົ້າໄດ້ດີ. ສະນັ້ນ, ເມື່ອເຈົ້າພົບພໍ້ກັບຄວາມຫຍຸ້ງຍາກ ຫຼື ຄວາມສັບສົນທີ່ຜິດປົກກະຕິທີ່ເຈົ້າບໍ່ສາມາດແກ້ໄຂໄດ້, ເຈົ້າກໍຄວນລາຍງານມັນຕໍ່ເບື້ອງເທິງໂດຍທັນເວລາ. ຢ່າເສຍເວລາ, ເພາະການຊັກຊ້າສາມຫາຫ້າມື້ກໍສາມາດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານ ແລະ ຖ້າມັນຊັກຊ້າໄປເຄິ່ງເດືອນ ຫຼື ໜຶ່ງເດືອນ, ຄວາມເສຍຫາຍກໍຈະໃຫຍ່ຫຼວງຫຼາຍເກີນໄປ. ຍິ່ງໄປກວ່ານັ້ນ, ບໍ່ວ່າຈະເປັນບັນຫາໃດກໍຕາມ, ມັນຕ້ອງໄດ້ຮັບການຈັດການໂດຍອີງໃສ່ຫຼັກການຄວາມຈິງ. ບໍ່ວ່າຈະເປັນແນວໃດກໍຕາມ, ຢ່າໃຊ້ປັດຊະຍາການດຳລົງຊີວິດທາງໂລກຂອງມະນຸດເພື່ອແກ້ໄຂບັນຫາ. ຢ່າປ່ຽນບັນຫາຮ້າຍແຮງໃຫ້ເປັນເລື່ອງເລັກນ້ອຍ ແລະ ແລ້ວກໍປ່ຽນເລື່ອງເລັກນ້ອຍໃຫ້ກາຍເປັນວ່າບໍ່ມີຫຍັງເກີດຂຶ້ນເລີຍ ຫຼື ພຽງແຕ່ຕຳໜິທັງສອງຝ່າຍທີ່ກ່ຽວຂ້ອງໃນບັນຫາ ແລ້ວກໍປອບໃຈພວກເຂົາດ້ວຍຄຳເວົ້າທີ່ຫວານໆ, ໂດຍອາໄສການເຈລະຈາ ແລະ ການຫວ່ານລ້ອມພວກເຂົາຢູ່ສະເໝີ, ຍ້ອນຢ້ານວ່າບັນຫາຈະລຸກລາມບານປາຍ. ສິ່ງນີ້ເຮັດໃຫ້ບັນຫາບໍ່ໄດ້ຮັບການແກ້ໄຂໃນລະດັບພື້ນຖານ, ເຊິ່ງປະຖິ້ມໃຫ້ມີບັນຫາຄ້າງຄາຢູ່. ນີ້ບໍ່ແມ່ນວິທີການແບບຜັກຊີໂຮຍໜ້າບໍ? ຖ້າເຈົ້າຮູ້ສຶກວ່າເຈົ້າໄດ້ໃຊ້ທຸກວິທີທີ່ມະນຸດຄິດໄດ້ແລ້ວສຳລັບບັນຫາໃດໜຶ່ງ ແລະ ມັນກໍບໍ່ສາມາດແກ້ໄຂໄດ້ແທ້ໆ ແລະ ເຈົ້າບໍ່ສາມາດຊອກຫາຫຼັກການສຳລັບບັນຫາທາງດ້ານເຕັກນິກພາຍໃນວຽກງານໄດ້ເລີຍ, ເຈົ້າກໍຄວນລາຍງານບັນຫາເຫຼົ່ານີ້ຕໍ່ເບື້ອງເທິງໂດຍດ່ວນ ແລະ ສະແຫວງຫາວິທີແກ້ໄຂໂດຍບໍ່ຕ້ອງລໍຖ້າ ຫຼື ຊັກຊ້າ. ບັນຫາໃດກໍຕາມທີ່ບໍ່ສາມາດແກ້ໄຂໄດ້ກໍຄວນຖືກລາຍງານຕໍ່ເບື້ອງເທິງໂດຍທັນເວລາເພື່ອສະແຫວງຫາວິທີແກ້ໄຂ. ຫຼັກການນີ້ຟັງເບິ່ງເປັນແນວໃດ? (ກໍດີ).

ທີມງານຜະລິດຮູບເງົາ ແລະ ທີມງານຂຽນບົດມັກຈະຕົກຢູ່ໃນທາງຕັນຍ້ອນບັນຫາການຖ່າຍທຳແມ່ນບໍ? ແຕ່ລະຝ່າຍມີເຫດຜົນຂອງຕົນເອງ ແລະ ພວກເຂົາກໍບໍ່ສາມາດບັນລຸຂໍ້ຕົກລົງຮ່ວມກັນໄດ້, ໂດຍມັກຈະຜິດຖຽງກັນຢູ່ສະເໝີ. ຜູ້ນໍາສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ບໍເມື່ອມັນເກີດຂຶ້ນ? (ບາງຄັ້ງພວກເຂົາກໍສາມາດແກ້ໄຂໄດ້). ພວກເຈົ້າເຄີຍພົບພໍ້ກັບສະຖານະການທີ່ຜູ້ນໍາແກ້ໄຂບັນຫາບາງຢ່າງຜ່ານການໂອ້ລົມ ແລະ ມັນຟັງເບິ່ງສົມເຫດສົມຜົນຢ່າງສົມບູນແບບ ແລະ ໜັກແໜ້ນທາງທິດສະດີ, ແຕ່ພວກເຈົ້າຍັງບໍ່ແນ່ໃຈວ່າມັນສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງ ຫຼື ບໍ່? (ແມ່ນ). ພວກເຈົ້າຈັດການກັບສະຖານະການເຊັ່ນນີ້ແນວໃດ? (ບາງຄັ້ງພວກເຮົາກໍຈະສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ). ນັ້ນເປັນວິທີທີ່ຖືກຕ້ອງແລ້ວ. ພວກເຈົ້າເຄີຍຢູ່ໃນສະຖານະການທີ່ພວກເຈົ້າຕັດສິນໃຈບໍ່ສອບຖາມກ່ຽວກັບບັນຫາໃດໜຶ່ງ ເພາະພວກເຈົ້າເຫັນວ່າອ້າຍນ້ອງທີ່ຢູ່ເບື້ອງເທິງຂ້ອນຂ້າງຫຍຸ້ງວຽກ ແລະ ພວກເຈົ້າຄິດວ່າມັນບໍ່ເປັນຫຍັງ ຕາບໃດທີ່ເລື່ອງນັ້ນຍັງຖືກຕ້ອງຕາມທິດສະດີ ແລະ ຈາກນັ້ນກໍຕັດສິນໃຈດຳເນີນການຖ່າຍທຳກ່ອນ ໂດຍບໍ່ຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່? (ພວກເຮົາເຄີຍມີບັນຫາທີ່ຮ້າຍແຮງກ່ຽວກັບເລື່ອງນີ້ໃນອະດີດ. ມັນເຮັດໃຫ້ພວກເຮົາຕ້ອງໄດ້ເຮັດວຽກຄືນໃໝ່ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານ). ສະຖານະການນັ້ນຮ້າຍແຮງຫຼາຍ! ບັນຫາຫຼາຍຢ່າງທີ່ທີມງານຜະລິດຮູບເງົາພົບພໍ້ ໃນທີ່ສຸດແລ້ວກໍແມ່ນຄວາມຮັບຜິດຊອບຂອງທີມງານຂຽນບົດລະຄອນ. ຕົວຢ່າງເຊັ່ນ: ຖ້າຮູບເງົາເລື່ອງໜຶ່ງກາຍເປັນການເລົ່າເລື່ອງທີ່ຢືດຍາວ ເປັນເວລາສອງຊົ່ວໂມງເຄິ່ງ, ຜູ້ຂຽນບົດລະຄອນຕ້ອງເປັນຜູ້ຮັບຜິດຊອບຫຼັກ. ແຕ່ຄວາມຮັບຜິດຊອບຂອງຜູ້ກຳກັບເດ? ຖ້າບົດລະຄອນເປັນການເລົ່າເລື່ອງທີ່ບໍ່ມີຈຸດໝາຍ, ຜູ້ກຳກັບຄວນຈະເບິ່ງອອກບໍ? ທາງທິດສະດີແລ້ວ, ພວກເຂົາຄວນຈະເບິ່ງອອກ. ແນວໃດກໍຕາມ, ຜູ້ກຳກັບຍັງສາມາດໃຊ້ເວລາຫຼາຍເດືອນ ແລະ ໃຊ້ກຳລັງຄົນ, ຊັບພະຍາກອນວັດຖຸ ແລະ ການເງິນຢ່າງຫຼວງຫຼາຍເພື່ອເຮັດໃຫ້ການຖ່າຍທຳສຳເລັດພາຍໃຕ້ສະຖານະການດັ່ງກ່າວ. ນີ້ແມ່ນບັນຫາປະເພດໃດ? ໃນຖານະຜູ້ກຳກັບ, ຄວາມຮັບຜິດຊອບຂອງພວກເຈົ້າແມ່ນຫຍັງ? ເມື່ອໄດ້ຮັບບົດລະຄອນມາແລ້ວ, ເຈົ້າຄວນຄິດວ່າ “ບົດນີ້ຢືດຍາວ ແລະ ມີເນື້ອໃນທີ່ຫຼາກຫຼາຍ, ແຕ່ມັນກັບຂາດແກນຫຼັກ, ຂາດຫົວຂໍ້; ໂຄງສ້າງທັງໝົດຂາດຈິດວິນຍານ. ບົດນີ້ບໍ່ສາມາດຖ່າຍທຳໄດ້; ມັນຕ້ອງຖືກສົ່ງຄືນໄປໃຫ້ຜູ້ຂຽນບົດລະຄອນເພື່ອໃຫ້ພວກເຂົາປັບປຸງໃໝ່”. ພວກເຈົ້າສາມາດເຮັດສິ່ງນີ້ໄດ້ບໍ? ພວກເຈົ້າເຄີຍສົ່ງບົດລະຄອນຄືນບໍ? (ບໍ່ເຄີຍ). ມັນເປັນຍ້ອນວ່າພວກເຈົ້າເບິ່ງບໍ່ເຫັນບັນຫາ ຫຼື ຍ້ອນວ່າພວກເຈົ້າຢ້ານທີ່ຈະສົ່ງມັນກັບຄືນ? ຫຼື ພວກເຈົ້າຢ້ານວ່າຄົນອື່ນຈະຕັດສິນເຈົ້າ, ໂດຍເວົ້າວ່າ “ພວກເຂົາໃຫ້ບົດລະຄອນທີ່ຂຽນຈົບແລ້ວນີ້ແກ່ເຈົ້າ ແລະ ເຈົ້າກໍປະຕິເສດມັນດ້ວຍຄຳເວົ້າພຽງຄຳດຽວ, ແລ້ວກໍສົ່ງມັນກັບຄືນ, ເຈົ້າອວດດີເກີນໄປແລ້ວ, ບໍ່ແມ່ນບໍ?” ພວກເຈົ້າຢ້ານຫຍັງກັນແທ້? ເມື່ອພວກເຈົ້າເຫັນບັນຫາ, ເປັນຫຍັງຈຶ່ງບໍ່ສົ່ງບົດລະຄອນກັບຄືນໃຫ້ຜູ້ຂຽນ? (ພວກເຮົາບໍ່ໄດ້ຮັບຜິດຊອບຕໍ່ວຽກງານການຜະລິດຮູບເງົາຂອງພວກເຮົາ). ສຳລັບທີມງານຜະລິດຮູບເງົາ, ນອກຈາກຜູ້ນໍາຄຣິສຕະຈັກແລ້ວ, ຜູ້ກຳກັບຄວນທຳໜ້າທີ່ເປັນຜູ້ກຳກັບດູແລ, ເປັນຜູ້ຕັດສິນໃຈ ແລະ ເປັນຜູ້ມີອຳນາດຕັດສິນໃຈໃນຂັ້ນສຸດທ້າຍ. ເມື່ອເຈົ້າເປັນຜູ້ກຳກັບ, ເຈົ້າຄວນຮັບຜິດຊອບຢ່າງເຕັມທີ່ຕໍ່ເລື່ອງນີ້, ໂດຍດຳເນີນການກວດສອບບົດລະຄອນຢ່າງເໝາະສົມຕັ້ງແຕ່ເວລາທີ່ເຈົ້າໄດ້ຮັບມັນມາ. ສົມມຸດວ່າເຈົ້າໄດ້ຮັບບົດລະຄອນ ແລະ ກວດກາມັນຕັ້ງແຕ່ຕົ້ນຈົນຈົບ, ໂດຍພົບວ່າເນື້ອໃນຂ້ອນຂ້າງຂຽນໄດ້ດີ. ມັນມີແກນຫຼັກ ແລະ ຫົວຂໍ້ຫຼັກ, ເນື້ອເລື່ອງດຳເນີນໄປຕາມແກນເລື່ອງຫຼັກ ແລະ ບົດລະຄອນໂດຍລວມເບິ່ງຄືວ່າບໍ່ມີບັນຫາໃຫຍ່ຫຍັງ, ມັນເບິ່ງເປັນບົດລະຄອນທີ່ດີ, ຄຸ້ມຄ່າທີ່ຈະຖ່າຍທຳ ດັ່ງນັ້ນ, ບົດລະຄອນຈຶ່ງສາມາດເປັນທີ່ຍອມຮັບໄດ້. ແນວໃດກໍຕາມ, ຖ້າບົດລະຄອນຍາວ, ບັນຍາຍເລື່ອງລາວຂອງຄົນຜູ້ໜຶ່ງຕັ້ງແຕ່ຕົ້ນຈົນຈົບໂດຍບໍ່ມີຈຸດສຸມ ຫຼື ຫົວຂໍ້ທີ່ໂດດເດັ່ນ, ເຮັດໃຫ້ບໍ່ຊັດເຈນວ່າບົດຕ້ອງການສະແດງອອກເຖິງຫຍັງ, ຕ້ອງການບັນລຸຫຍັງໃນຕົວຜູ້ຊົມ ຫຼື ແນວຄິດຫຼັກ ແລະ ຄວາມໝາຍທາງຈິດວິນຍານຂອງມັນແມ່ນຫຍັງ, ມັນເປັນພຽງແຕ່ຄຳບັນຍາຍທີ່ບໍ່ມີຈຸດໝາຍ, ເປັນບົດທີ່ສັບສົນ, ບົດລະຄອນແບບນີ້ສາມາດຍອມຮັບໄດ້ບໍ? ຜູ້ກຳກັບຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ພວກເຂົາຕ້ອງສົ່ງບົດລະຄອນຄືນ ແລະ ໃຫ້ຄຳແນະນໍາສຳລັບການປັບປຸງແກ່ຜູ້ຂຽນບົດ. ຄົນຈາກທີມງານຂຽນບົດອາດຈະຄັດຄ້ານ, ໂດຍເວົ້າວ່າ “ນີ້ບໍ່ຍຸຕິທຳເລີຍ! ພວກເຂົາແມ່ນໃຜຈຶ່ງມາກວດສອບບົດລະຄອນທີ່ພວກເຮົາຂຽນໄດ້? ເປັນຫຍັງພວກເຂົາຈຶ່ງມີສິດໃນການຕັດສິນໄດ້? ເຮືອນຂອງພຣະເຈົ້າຄວນປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ແລະ ສົມເຫດສົມຜົນ!” ແລ້ວຄວນເຮັດແນວໃດ? ຖ້າຜູ້ກຳກັບສາມາດລະບຸບັນຫາໃນບົດລະຄອນໄດ້, ພວກເຂົາບໍ່ຄວນຮີບຮ້ອນຕັດສິນໃຈ ແຕ່ຄວນໂອ້ລົມເລື່ອງນີ້ກັບຜູ້ນໍາຄຣິສຕະຈັກ ແລະ ສະມາຊິກຂອງທີມງານຜະລິດຮູບເງົາກ່ອນ. ຖ້າທຸກຄົນເຫັນດີນຳກັນ ໂດຍອີງໃສ່ປະສົບການການຖ່າຍທຳໃນຫຼາຍປີທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບບົດລະຄອນ, ວ່າບົດລະຄອນນີ້ບໍ່ໄດ້ມາດຕະຖານ ແລະ ເຊື່ອວ່າການຖ່າຍທຳມັນບໍ່ພຽງແຕ່ຈະເຮັດໃຫ້ວຽກການຜະລິດຮູບເງົາຊັກຊ້າ ແຕ່ຍັງຈະສິ້ນເປືອງຊັບພະຍາກອນມະນຸດ, ວັດຖຸ ແລະ ການເງິນທັງໝົດທີ່ກ່ຽວຂ້ອງ ແລະ ບໍ່ມີໃຜສາມາດແບກຮັບຄວາມຮັບຜິດຊອບເຊັ່ນນີ້ໄດ້, ບົດລະຄອນນີ້ກໍຄວນຖືກສົ່ງກັບຄືນ. ບົດລະຄອນທີ່ເປັນການເລົ່າເລື່ອງແບບບໍ່ມີຈຸດໝາຍຈະຕ້ອງບໍ່ໄດ້ຮັບການຖ່າຍທຳຢ່າງເດັດຂາດ; ນີ້ຄືຫຼັກການ. ຖ້າທຸກຄົນຮູ້ສຶກແບບດຽວກັນກ່ຽວກັບບົດລະຄອນນີ້, ຜູ້ຂຽນບົດລະຄອນກໍຄວນຍອມຮັບມັນໂດຍບໍ່ມີເງື່ອນໄຂ ແລະ ປັບປຸງບົດລະຄອນຕາມຄຳແນະນໍາຈາກທີມງານຜະລິດຮູບເງົາ. ຖ້າຍັງມີຄວາມເຫັນທີ່ບໍ່ກົງກັນ, ສະມາຊິກ ແລະ ຜູ້ນໍາຈາກທັງສອງຝ່າຍກໍສາມາດຖົກຖຽງກັນໄດ້ ເພື່ອເບິ່ງວ່າຂໍ້ໂຕ້ແຍ້ງຂອງໃຜສອດຄ່ອງກັບຫຼັກການຄວາມຈິງ. ຖ້າສະພາວະທີ່ແກ້ບໍ່ໄດ້ຍັງຄົງຢູ່ໂດຍບໍ່ສາມາດຫາຂໍ້ສະຫຼຸບໄດ້, ກໍຄວນໃຊ້ທາງອອກສຸດທ້າຍ, ເຊິ່ງກໍຄືຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ໂອ້ລົມກັນໃນມື້ນີ້: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ”. ບັນຫາທີ່ມາຮອດທາງຕັນ ແລະ ບໍ່ສາມາດແກ້ໄຂໄດ້ຈະຖືກເອີ້ນວ່າຄວາມສັບສົນ ແລະ ຄວາມຫຍຸ້ງຍາກ. ແຕ່ລະຝ່າຍຄິດວ່າເຫດຜົນຂອງຕົນຖືກຕ້ອງ ແລະ ບໍ່ມີໃຜສາມາດຕັດສິນໃຈໄດ້. ການໂຕ້ຖຽງກັນໄປມາແບບນີ້ຍິ່ງເຮັດໃຫ້ບັນຫາສັບສົນ, ຈົນທຸກຄົນເຂົ້າໃຈຕົ້ນສາຍປາຍເຫດ ແລະ ທິດທາງທີ່ຈະໄປຕໍ່ໄດ້ບໍ່ຊັດເຈນ. ໃນຈຸດນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮັບຜິດຊອບໜ້າທີ່ຂອງຕົນໃນການລາຍງານ ແລະ ສະແຫວງຫາວິທີແກ້ໄຂບັນຫາ ແລະ ຄວາມສັບສົນເຫຼົ່ານີ້ທີ່ເກີດຂຶ້ນໃນວຽກງານໂດຍທັນເວລາ, ໂດຍພະຍາຍາມແກ້ໄຂມັນໂດຍທັນເວລາ ເພື່ອປ້ອງກັນບໍ່ໃຫ້ມັນກີດຂວາງຄວາມຄືບໜ້າຂອງວຽກງານ ແລະ ຍິ່ງໄປກວ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ມັນສະສົມຕື່ມອີກ. ການລາຍງານ ແລະ ການສະແຫວງຫາວິທີແກ້ໄຂບັນຫາເຫຼົ່ານີ້ໂດຍທັນເວລາ, ນີ້ບໍ່ແມ່ນການປະຕິບັດວຽກງານບໍ? ນີ້ບໍ່ແມ່ນການສະແດງທັດສະນະຄະຕິທີ່ຈິງຈັງ ແລະ ຄວາມຮັບຜິດຊອບຕໍ່ວຽກງານບໍ? ນີ້ບໍ່ແມ່ນການໃສ່ໃຈໃນການປະຕິບັດໜ້າທີ່ຂອງຕົນບໍ? ນີ້ບໍ່ແມ່ນການຈົງຮັກພັກດີບໍ? (ແມ່ນແລ້ວ). ນີ້ຄືການມີຄວາມຈົງຮັກພັກດີຕໍ່ໜ້າທີ່ຂອງຕົນ.

ຜູ້ນໍາ ແລະ ຜູ້ເຮັດວຽກທີ່ຮັບຜິດຊອບວຽກງານຕ້ອງສັງເກດ ແລະ ແກ້ໄຂບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານໂດຍທັນເວລາ, ເພາະມີພຽງການເຮັດເຊັ່ນນີ້ເທົ່ານັ້ນທີ່ຈະສາມາດຮັບປະກັນຄວາມຄືບໜ້າທີ່ລ່ຽນໄຫຼຂອງວຽກງານໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນທີ່ບໍ່ສາມາດແກ້ໄຂບັນຫາໄດ້ນັ້ນລ້ວນຂາດຄວາມເປັນຈິງຄວາມຈິງ ແລະ ເປັນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ. ຜູ້ໃດກໍຕາມທີ່ກວດພົບເຫັນບັນຫາ ແຕ່ບໍ່ສາມາດແກ້ໄຂມັນໄດ້, ພັດໄປຫຼີກລ່ຽງ ຫຼື ປົກປິດມັນໄວ້, ກໍເປັນຄົນໄຮ້ຄ່າໄຮ້ປະໂຫຍດທີ່ພຽງແຕ່ທຳລາຍວຽກງານເທົ່ານັ້ນ. ບັນຫາທີ່ເປັນຂໍ້ຂັດແຍ້ງຕ້ອງໄດ້ຮັບການແກ້ໄຂຜ່ານການໂອ້ລົມ ແລະ ການຖົກຖຽງກັນ. ຖ້າສິ່ງເຫຼົ່ານີ້ບໍ່ໄດ້ໃຫ້ຜົນໄດ້ຮັບທີ່ຖືກຕ້ອງ ແຕ່ກົງກັນຂ້າມກໍຄືເຮັດໃຫ້ສະຖານະການສັບສົນຫຼາຍຍິ່ງຂຶ້ນ, ຜູ້ນໍາຫຼັກກໍຄວນຮັບຜິດຊອບຈັດການເລື່ອງນັ້ນດ້ວຍຕົນເອງ, ສະເໜີວິທີແກ້ໄຂ ແລະ ແນວທາງໂດຍທັນເວລາ ໃນຂະນະທີ່ສັງເກດ, ທຳຄວາມເຂົ້າໃຈ ແລະ ເຮັດການຕັດສິນໂດຍທັນເວລາ ເພື່ອເບິ່ງວ່າຜົນໄດ້ຮັບຂອງສະຖານະການຈະເປັນແນວໃດ. ເມື່ອຂໍ້ຂັດແຍ້ງກ່ຽວກັບບັນຫາໃດໜຶ່ງຍັງຄົງຢູ່ ແລະ ບໍ່ສາມາດໄດ້ຮັບຄຳຕັດສິນຊີ້ຂາດໄດ້, ບັນຫານັ້ນກໍຕ້ອງຖືກລາຍງານຕໍ່ເບື້ອງເທິງໂດຍດ່ວນເພື່ອສະແຫວງຫາວິທີແກ້ໄຂ, ແທນທີ່ຈະພຽງແຕ່ພະຍາຍາມໄກ່ເກ່ຍຢ່າງປະນີປະນອມໄປກ່ອນ, ລໍຖ້າ ຫຼື ຜັດເວລາ ແລະ ໂດຍສະເພາະແມ່ນແທນທີ່ຈະພຽງແຕ່ບໍ່ສົນໃຈບັນຫາ. ຜູ້ນໍາ ແລະ ຜູ້ເຮັດວຽກໃນປັດຈຸບັນຂອງພວກເຈົ້າໄດ້ເຮັດວຽກແບບນີ້ບໍ? ພວກເຂົາຄວນຕິດຕາມ ແລະ ຊຸກຍູ້ຄວາມຄືບໜ້າຂອງວຽກງານໂດຍທັນເວລາ ແລະ ໃນເວລາດຽວກັນກໍໃຫ້ລະບຸຂໍ້ຂັດແຍ້ງຕ່າງໆ ທີ່ເກີດຂຶ້ນໃນວຽກງານ ໃນຂະນະດຽວກັນກໍບໍ່ເມີນເສີຍຕໍ່ບັນຫາເລັກນ້ອຍຕ່າງໆ. ເມື່ອລະບຸບັນຫາທີ່ສຳຄັນໄດ້, ຜູ້ນໍາຫຼັກ ແລະ ຜູ້ເຮັດວຽກຄວນມີໜ້າເພື່ອເຂົ້າຮ່ວມໃນການແກ້ໄຂບັນຫາ, ທຳຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບລາຍລະອຽດທັງໝົດ, ເຫດຜົນທີ່ເຮັດໃຫ້ບັນຫາເກີດຂຶ້ນ ແລະ ທັດສະນະຂອງຜູ້ທີ່ກ່ຽວຂ້ອງ, ເພື່ອທີ່ຈະກຳແໜ້ນສິ່ງທີ່ເກີດຂຶ້ນແທ້ຢ່າງຖືກຕ້ອງ. ໃນເວລາດຽວກັນ, ພວກເຂົາກໍຄວນເຂົ້າຮ່ວມໃນການໂອ້ລົມ, ການຖົກຖຽງ ແລະ ແມ່ນແຕ່ການໂຕ້ແຍ້ງກັນກ່ຽວກັບບັນຫາເຫຼົ່ານີ້. ນີ້ເປັນສິ່ງທີ່ຈຳເປັນ; ການມີສ່ວນຮ່ວມເປັນສິ່ງສຳຄັນ, ເພາະມັນຊ່ວຍໃຫ້ເຈົ້າຕັດສິນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນວຽກງານ. ຖ້າເຈົ້າພຽງແຕ່ຟັງໂດຍບໍ່ມີສ່ວນຮ່ວມ, ຢືນຢູ່ຂ້າງໆ ແລ້ວກອດເອິກໄວ້ຢູ່ສະເໝີ ແລະ ເຮັດຄືກັບຄົນທີ່ນັ່ງຟັງບັນຍາຍ, ໂດຍຄິດວ່າບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານບໍ່ແມ່ນເລື່ອງຂອງເຈົ້າ ແລະ ບໍ່ມີທັດສະນະ ຫຼື ທ່າທີໃດຕໍ່ເລື່ອງນັ້ນ, ສະແດງວ່າເຈົ້າເປັນຜູ້ນໍາປອມຢ່າງຊັດເຈນ. ເມື່ອເຈົ້າມີສ່ວນຮ່ວມ, ເຈົ້າຈະຮູ້ລາຍລະອຽດວ່າບັນຫາຫຍັງກັນແທ້ທີ່ເກີດຂຶ້ນໃນວຽກງານ, ແມ່ນຫຍັງເປັນສາເຫດ, ໃຜເປັນຜູ້ຮັບຜິດຊອບ, ບັນຫາຫຼັກຢູ່ບ່ອນໃດ ແລະ ມັນເປັນຍ້ອນຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ຄວາມບົກພ່ອງທາງດ້ານເຕັກນິກ ແລະ ວິຊາຊີບ, ເຊິ່ງທັງໝົດນີ້ຕ້ອງໄດ້ຮັບການຊີ້ແຈງ ເພື່ອໃຫ້ບັນຫາໄດ້ຮັບການຈັດການ ແລະ ແກ້ໄຂຢ່າງຍຸຕິທຳ. ເມື່ອເຈົ້າເຂົ້າຮ່ວມໃນວຽກງານນີ້ ແລະ ກວດພົບວ່າບັນຫາບໍ່ໄດ້ເກີດຈາກຄົນ ຫຼື ບໍ່ໄດ້ເກີດຈາກເຈດຕະນາຂອງໃຜ, ແຕ່ເຈົ້າກໍພົບວ່າມັນຍາກທີ່ຈະຊີ້ບອກຢ່າງຊັດເຈນເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ຮູ້ວິທີແກ້ໄຂ, ເຊິ່ງທັງສອງຝ່າຍໄດ້ຂັດແຍ້ງກັນມາເປັນເວລາດົນແລ້ວ ຫຼື ເມື່ອທຸກຄົນໄດ້ທຸ່ມເທທັງໃຈ ແລະ ຄວາມພະຍາຍາມໃຫ້ກັບບັນຫາ ແຕ່ກໍຍັງບໍ່ສາມາດແກ້ໄຂມັນໄດ້ ແລະ ບໍ່ສາມາດຊອກຫາຫຼັກການ ຫຼື ຊອກຫາທິດທາງໄດ້, ເຮັດໃຫ້ວຽກງານຢຸດສະງັກ ແລະ ຍັງຢ້ານວ່າການດຳເນີນການຕໍ່ໄປຈະກໍ່ໃຫ້ເກີດຂໍ້ຜິດພາດ, ການຂັດຂວາງ ແລະ ຜົນສະທ້ອນທາງລົບຕື່ມອີກ, ເຈົ້າຄວນເຮັດແນວໃດ? ສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດທີ່ສຸດບໍ່ແມ່ນການປຶກສາຫາລືກ່ຽວກັບມາດຕະການຕອບໂຕ້ ຫຼື ວິທີແກ້ໄຂກັບທຸກຄົນ, ແຕ່ເປັນການລາຍງານບັນຫາຕໍ່ເບື້ອງເທິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສະຫຼຸບ ແລະ ບັນທຶກບັນຫາຂອງວຽກງານ ແລະ ລາຍງານຕໍ່ເບື້ອງເທິງໂດຍທັນເວລາ ໂດຍບໍ່ຜັດເວລາ, ລໍຖ້າ ຫຼື ມີແນວຄິດເພິ່ງພາໂຊກຊະຕາ, ໂດຍຄິດວ່າການນອນຫຼັບຄືນໜຶ່ງອາດຈະນຳມາໃຫ້ມີແຮງບັນດານໃຈ ຫຼື ຄວາມຊັດເຈນຢ່າງກະທັນຫັນ, ເຊິ່ງເປັນເຫດການທີ່ເກີດຂຶ້ນໄດ້ຍາກ ແລະ ບໍ່ໜ້າຈະເກີດຂຶ້ນໄດ້. ສະນັ້ນ, ວິທີແກ້ໄຂທີ່ດີທີ່ສຸດຄືການລາຍງານບັນຫາຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອຮັບປະກັນວ່າບັນຫາຈະໄດ້ຮັບການແກ້ໄຂໂດຍທັນເວລາ ແລະ ໄວທີ່ສຸດເທົ່າທີ່ຈະໄວໄດ້; ນີ້ຄືການປະຕິບັດວຽກງານຢ່າງແທ້ຈິງ.

ຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກມັກປະເຊີນໃນວຽກງານ

I. ຄວາມສັບສົນ

ໂດຍອີງໃສ່ເນື້ອໃນທີ່ພວກເຮົາຫາກໍສົນທະນາກັນ, ໃຫ້ພວກເຮົາສະຫຼຸບວ່າ “ຄວາມສັບສົນ” ແລະ “ຄວາມຫຍຸ້ງຍາກ” ໝາຍເຖິງຫຍັງກັນແທ້. ສອງຢ່າງນີ້ບໍ່ແມ່ນສິ່ງດຽວກັນ. ກ່ອນອື່ນ, ເຮົາຈະອະທິບາຍຄຳວ່າ “ຄວາມສັບສົນ”. ຄວາມສັບສົນແມ່ນເມື່ອເຈົ້າບໍ່ສາມາດເບິ່ງທະລຸບັນຫາໃດໜຶ່ງໄດ້; ເຈົ້າບໍ່ຮູ້ວິທີຕັດສິນ ຫຼື ແຍກແຍະໃນທາງທີ່ສອດຄ່ອງກັບຫຼັກການ ຫຼື ຄວາມຖືກຕ້ອງ. ເຖິງແມ່ນວ່າເຈົ້າຈະສາມາດເບິ່ງທະລຸມັນໄດ້ໃນລະດັບໜຶ່ງ, ເຈົ້າກໍບໍ່ແນ່ໃຈວ່າທັດສະນະຂອງເຈົ້າຖືກຕ້ອງ ຫຼື ບໍ່, ເຈົ້າບໍ່ຮູ້ວິທີຈັດການ ຫຼື ວິທີແກ້ໄຂບັນຫານັ້ນ ແລະ ມັນກໍເປັນສິ່ງທີ່ຍາກສຳລັບເຈົ້າທີ່ຈະບັນລຸຂໍ້ສະຫຼຸບກ່ຽວກັບມັນໄດ້. ສະຫຼຸບກໍຄື, ເຈົ້າບໍ່ແນ່ໃຈກ່ຽວກັບມັນ ແລະ ບໍ່ສາມາດຕັດສິນໃຈໄດ້. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີໃຜແກ້ໄຂບັນຫານັ້ນໄດ້, ມັນກໍຈະກາຍເປັນບັນຫາທີ່ແກ້ໄຂບໍ່ໄດ້. ນີ້ບໍ່ແມ່ນການປະເຊີນກັບສິ່ງທ້າທາຍທີ່ຫຍຸ້ງຍາກບໍ? ເມື່ອປະເຊີນກັບບັນຫາເຊັ່ນນີ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານມັນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ ເພື່ອທີ່ຈະແກ້ໄຂບັນຫາໄດ້ໄວຂຶ້ນ. ພວກເຈົ້າປະເຊີນກັບຄວາມສັບສົນຢູ່ເລື້ອຍໆບໍ? (ແມ່ນ). ການປະເຊີນກັບຄວາມສັບສົນເປັນປະຈຳກໍເປັນບັນຫາໃນຕົວມັນເອງ. ສົມມຸດວ່າເຈົ້າກຳລັງປະເຊີນກັບບັນຫາໃດໜຶ່ງ ແລະ ເຈົ້າບໍ່ຮູ້ວິທີທີ່ເໝາະສົມໃນການຈັດການກັບມັນ. ມີບາງຄົນສະເໜີວິທີແກ້ໄຂທີ່ເຈົ້າຄິດວ່າມັນສົມເຫດສົມຜົນແລ້ວ ໃນຂະນະທີ່ອີກຄົນໜຶ່ງສະເໜີວິທີທີ່ແຕກຕ່າງອອກໄປເຊິ່ງເຈົ້າກໍຄິດວ່າມັນສົມເຫດສົມຜົນເຊັ່ນກັນ ແລະ ຖ້າເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າວິທີແກ້ໄຂໃດເໝາະສົມກວ່າກັນ, ໂດຍທີ່ຄວາມຄິດເຫັນຂອງທຸກຄົນແຕກຕ່າງກັນ ແລະ ບໍ່ມີໃຜສາມາດເຂົ້າໃຈເຖິງສາເຫດທີ່ແທ້ຈິງ ຫຼື ແກ່ນແທ້ຂອງບັນຫາໄດ້, ຂໍ້ຜິດພາດກໍຈະຍ່ອມເກີດຂຶ້ນໃນການແກ້ໄຂບັນຫາໄດ້ຢ່າງແນ່ນອນ. ດັ່ງນັ້ນ, ເພື່ອແກ້ໄຂບັນຫາ, ມັນຈຶ່ງເປັນສິ່ງສຳຄັນ ແລະ ຈຳເປັນທີ່ຈະຕ້ອງກຳນົດສາເຫດທີ່ແທ້ຈິງ ແລະ ແກ່ນແທ້ຂອງມັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີການແຍກແຍະ, ບໍ່ສາມາດກຳແໜ້ນເຖິງແກ່ນແທ້ຂອງບັນຫາ ແລະ ບໍ່ສາມາດບັນລຸຂໍ້ສະຫຼຸບທີ່ຖືກຕ້ອງໄດ້, ພວກເຂົາຕ້ອງໄດ້ລາຍງານບັນຫານັ້ນຕໍ່ເບື້ອງເທິງໂດຍທັນເວລາ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງເຫຼົ່ານັ້ນ; ນີ້ເປັນສິ່ງທີ່ຈຳເປັນ ແລະ ບໍ່ແມ່ນການຕອບໂຕ້ທີ່ເກີນເຫດ. ບັນຫາທີ່ບໍ່ໄດ້ຮັບການແກ້ໄຂສາມາດນໍາໄປສູ່ຜົນສະທ້ອນທີ່ຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ, ເຊິ່ງເລື່ອງນີ້ຕ້ອງໄດ້ຮັບການທຳຄວາມເຂົ້າໃຈຢ່າງເລິກເຊິ່ງ. ຖ້າເຈົ້າເຕັມໄປດ້ວຍຄວາມວິຕົກກັງວົນ, ຢ້ານຢູ່ສະເໝີວ່າເບື້ອງເທິງອາດຈະເບິ່ງທະລຸຄວາມຈິງກ່ຽວກັບເຈົ້າ ຫຼື ວ່າເບື້ອງເທິງເຫຼົ່ານັ້ນອາດຈະປັບການມອບໝາຍໜ້າທີ່ຂອງເຈົ້າ ຫຼື ໄລ່ເຈົ້າອອກ ເມື່ອພວກເຂົາເບິ່ງທະລຸວ່າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ດັ່ງນັ້ນ, ເຈົ້າຈຶ່ງບໍ່ກ້າລາຍງານບັນຫາ, ສິ່ງນີ້ກໍສາມາດເຮັດໃຫ້ເກີດຄວາມຊັກຊ້າໄດ້ໂດຍງ່າຍ. ຖ້າເຈົ້າພົບພໍ້ກັບຄວາມສັບສົນທີ່ເຈົ້າບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ແຕ່ກໍບໍ່ລາຍງານຕໍ່ເບື້ອງເທິງ, ເມື່ອສິ່ງນີ້ກໍ່ໃຫ້ເກີດຜົນສະທ້ອນທີ່ຮ້າຍແຮງ ແລະ ເບື້ອງເທິງໃຫ້ເຈົ້າເປັນຄົນຮັບຜິດຊອບ, ເຈົ້າກໍຈະພົບກັບບັນຫາໃຫຍ່. ນີ້ບໍ່ແມ່ນວ່າເຈົ້າຕ້ອງໂທດຕົນເອງແລ້ວບໍ? ເມື່ອປະເຊີນກັບຄວາມສັບສົນເຊັ່ນນີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເປັນຜູ້ຮັບຜິດຊອບ ແລະ ພຽງແຕ່ເວົ້າຫຼັກຄຳສອນບາງຢ່າງ ແລະ ນໍາໃຊ້ກົດລະບຽບບາງປະການເພື່ອແກ້ໄຂບັນຫາແບບເຮັດພໍແລ້ວມືແລ້ວຕີນ, ບັນຫານັ້ນກໍຍັງຄົງບໍ່ໄດ້ຮັບການແກ້ໄຂ ແລະ ທຸກຢ່າງກໍຍັງຄົງຢູ່ແບບເກົ່າ, ວຽກງານກໍບໍ່ສາມາດກ້າວໄປຂ້າງໜ້າໄດ້. ນີ້ຄືສິ່ງທີ່ເກີດຂຶ້ນແທ້ໆ ເມື່ອຄວາມສັບສົນບໍ່ໄດ້ຮັບການແກ້ໄຂ; ມັນກໍ່ໃຫ້ເກີດຄວາມຊັກຊ້າໄດ້ຢ່າງງ່າຍຫຼາຍ.

ເມື່ອເກີດຄວາມສັບສົນຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນສາມາດຮູ້ສຶກໄດ້ວ່າມີບັນຫາເກີດຂຶ້ນ, ໃນຂະນະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນບໍ່ສາມາດກວດພົບບັນຫາໄດ້ ເຊິ່ງຄົນກຸ່ມຫຼັງນັ້ນມີຂີດຄວາມສາມາດທີ່ຕໍ່າຫຼາຍ ແລະ ດ້ານຊາ ແລະ ເບົາປັນຍາ; ພວກເຂົາຂາດຄວາມອ່ອນໄຫວຕໍ່ບັນຫາໃດກໍຕາມ. ບໍ່ວ່າຄວາມສັບສົນທີ່ປາກົດຕໍ່ໜ້າຈະໃຫຍ່ຫຼວງສໍ່າໃດກໍຕາມ, ສິ່ງທີ່ພວກເຂົາສະແດງອອກກໍຄືຄວາມດ້ານຊາ ແລະ ເບົາປັນຍາ; ພວກເຂົາບໍ່ໄດ້ສົນໃຈບັນຫາ ແລະ ພະຍາຍາມຫຼີກລ່ຽງບັນຫາ ເຊິ່ງນີ້ຄືຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານັ້ນທີ່ມີຂີດຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກໃນລະດັບໃດໜຶ່ງ ກໍສາມາດຮັບຮູ້ໄດ້ເມື່ອສະຖານະການເຊັ່ນນີ້ເກີດຂຶ້ນ: “ນີ້ແມ່ນບັນຫາ. ຂ້ອຍຕ້ອງຈົດບັນທຶກມັນໄວ້. ເບື້ອງເທິງບໍ່ເຄີຍກ່າວເຖິງບັນຫາປະເພດນີ້ມາກ່ອນ ແລະ ມັນກໍເປັນຄັ້ງທຳອິດທີ່ພວກເຮົາພົບພໍ້ກັບມັນ, ສະນັ້ນ ຫຼັກການໃນການຈັດການກັບສະຖານະການປະເພດນີ້ແມ່ນຫຍັງກັນແທ້? ບັນຫາສະເພາະເຈາະຈົງນີ້ຄວນຈະໄດ້ຮັບການແກ້ໄຂແນວໃດ? ເບິ່ງຄືກັບວ່າຂ້ອຍມີຄວາມຄິດໂດຍສັນຊາດຕະຍານບາງຢ່າງ ແຕ່ມັນບໍ່ໄດ້ຊັດເຈນ ແລະ ຂ້ອຍມີທັດສະນະຄະຕິບາງຢ່າງຕໍ່ເລື່ອງດັ່ງກ່າວ, ແຕ່ການມີພຽງທັດສະນະຄະຕິຢ່າງດຽວແມ່ນບໍ່ພຽງພໍ; ສິ່ງສຳຄັນແມ່ນຕ້ອງສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ພວກເຮົາຈຳເປັນຕ້ອງນຳເອົາເລື່ອງນີ້ອອກມາ ເພື່ອໃຫ້ທຸກຄົນໄດ້ໂອ້ລົມ ແລະ ປຶກສາຫາລືຮ່ວມກັນ”. ຫຼັງຈາກການໂອ້ລົມ ແລະ ປຶກສາຫາລືກັນຮອບໜຶ່ງ, ຖ້າພວກເຂົາຍັງບໍ່ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ, ໂດຍບໍ່ມີແຜນການປະຕິບັດທີ່ຊັດເຈນ ເພື່ອແກ້ໄຂບັນຫາ ແລະ ຄວາມສັບສົນທີ່ຍັງຄົງຢູ່, ພວກເຂົາກໍຈຳເປັນຕ້ອງສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ. ໃນຈຸດນີ້, ມັນເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງໄດ້ຈົດບັນທຶກຈຸດທີ່ມີຄວາມສັບສົນກ່ຽວກັບບັນຫາໄວ້, ເພື່ອວ່າເມື່ອເຖິງເວລາ ພວກເຂົາຈະສາມາດອະທິບາຍໄດ້ຢ່າງຊັດເຈນວ່າ ບັນຫາຂອງຄວາມສັບສົນນັ້ນແທ້ຈິງແລ້ວແມ່ນຫຍັງ ແລະ ສິ່ງທີ່ກຳລັງສະແຫວງຫານັ້ນແມ່ນຫຍັງກັນແທ້. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ.

II. ຄວາມຫຍຸ້ງຍາກ

1. ຄວາມຫຍຸ້ງຍາກແມ່ນຫຍັງ

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງຄຳວ່າ “ຄວາມຫຍຸ້ງຍາກ”. ຈາກຄວາມໝາຍຕາມຕົວອັກສອນແລ້ວ, ຄວາມຫຍຸ້ງຍາກແມ່ນຮ້າຍແຮງກວ່າຄວາມສັບສົນ. ດັ່ງນັ້ນ, ຄວາມຫຍຸ້ງຍາກໝາຍເຖິງຫຍັງກັນແທ້? ມີໃຜອະທິບາຍໄດ້ແດ່. (ພຣະເຈົ້າ, ຄວາມເຂົ້າໃຈຂອງພວກເຮົາກໍຄື ຄວາມຫຍຸ້ງຍາກແມ່ນບັນຫາຕົວຈິງທີ່ໄດ້ພົບພໍ້, ເຊິ່ງພວກເຮົາເອງໄດ້ພະຍາຍາມແກ້ໄຂແລ້ວ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້; ສິ່ງເຫຼົ່ານີ້ຖືໄດ້ວ່າເປັນຄວາມຫຍຸ້ງຍາກ). (ຂໍເພີ່ມອີກປະເດັນໜຶ່ງ, ບາງຄັ້ງຄົນເຮົາອາດຈະພົບພໍ້ກັບບັນຫາທີ່ຫຍຸ້ງຍາກສັບສົນຫຼາຍ ໂດຍທີ່ບໍ່ເຄີຍພົບພໍ້ມາກ່ອນ, ເຊິ່ງທຸກຄົນຂາດປະສົບການ, ສັບສົນຢ່າງເຖິງທີ່ສຸດ ແລະ ບໍ່ມີຄວາມຄິດເຫັນ ຫຼື ແນວຄິດໃດເລີຍ; ສິ່ງເຫຼົ່ານີ້ຖືເປັນບັນຫາປະເພດທີ່ທ້າທາຍຫຼາຍ). ບັນຫາທີ່ທ້າທາຍຫຼາຍເອີ້ນວ່າຄວາມຫຍຸ້ງຍາກ, ແມ່ນບໍ່? ຄຳອະທິບາຍທີ່ງ່າຍດາຍ ແລະ ກົງໄປກົງມາທີ່ສຸດຂອງຄວາມຫຍຸ້ງຍາກກໍຄື ພວກມັນເປັນບັນຫາທີ່ມີຢູ່ຈິງ. ຕົວຢ່າງເຊັ່ນ: ຂີດຄວາມສາມາດຂອງບຸກຄົນ, ທັກສະທາງວິຊາຊີບ, ຄວາມເຈັບປ່ວຍທາງຮ່າງກາຍ, ພ້ອມທັງບັນຫາດ້ານສິ່ງແວດລ້ອມ ແລະ ເວລາ ແລະ ອື່ນໆ, ບັນຫາທີ່ມີຢູ່ຈິງເຫຼົ່ານີ້ເອີ້ນວ່າຄວາມຫຍຸ້ງຍາກ. ແຕ່ຢ່າງໃດກໍຕາມ, ຄວາມຮັບຜິດຊອບຂໍ້ທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ພວກເຮົາກຳລັງໂອ້ລົມກັນຢູ່ຕອນນີ້ກໍຄື ພວກເຂົາຕ້ອງລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ. ໃນທີ່ນີ້, ຄວາມຫຍຸ້ງຍາກທີ່ກ່າວເຖິງບໍ່ແມ່ນບັນຫາທີ່ມີຢູ່ຈິງໂດຍທົ່ວໄປເຫຼົ່ານັ້ນ, ແຕ່ແມ່ນບັນຫາທີ່ຫຍຸ້ງຍາກເປັນພິເສດທີ່ພົບພໍ້ໃນວຽກງານ ເຊິ່ງບໍ່ສາມາດຈັດການໄດ້. ບັນຫາເຫຼົ່ານີ້ແມ່ນບັນຫາປະເພດໃດ? ພວກມັນແມ່ນວຽກງານພົວພັນພາຍນອກທີ່ບໍ່ໄດ້ກ່ຽວຂ້ອງແບບສະເພາະເຈາະຈົງກັບຫຼັກການຄວາມຈິງ. ເຖິງແມ່ນວ່າບັນຫາເຫຼົ່ານີ້ຈະບໍ່ໄດ້ພົວພັນກັບຫຼັກການຄວາມຈິງ, ພວກມັນກໍມີຄວາມຫຍຸ້ງຍາກກວ່າບັນຫາທົ່ວໄປ. ພວກມັນຫຍຸ້ງຍາກກວ່າແນວໃດ? ຕົວຢ່າງເຊັ່ນ: ພວກມັນພົວພັນກັບກົດໝາຍ ແລະ ລະບຽບການຂອງລັດຖະບານ ຫຼື ກ່ຽວຂ້ອງກັບຄວາມປອດໄພຂອງບາງຄົນພາຍໃນຄຣິສຕະຈັກ ແລະ ອື່ນໆ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄວາມຫຍຸ້ງຍາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ພົບພໍ້ໃນວຽກງານຂອງພວກເຂົາ. ຕົວຢ່າງເຊັ່ນ: ໃນການເຊື່ອໃນພຣະເຈົ້າຢູ່ຕ່າງປະເທດ, ບໍ່ວ່າພວກເຮົາຈະອາໄສຢູ່ໃນປະເທດໃດກໍຕາມ, ວຽກງານທັງໝົດຂອງຄຣິສຕະຈັກ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງອ້າຍເອື້ອຍນ້ອງກໍຕ້ອງປະຕິບັດຕາມລະບຽບການຂອງລັດຖະບານທ້ອງຖິ່ນ ແລະ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບກົດໝາຍ ແລະ ນະໂຍບາຍທ້ອງຖິ່ນ. ເລື່ອງເຫຼົ່ານີ້ພົວພັນກັບການເຊື່ອມຕໍ່ກັບໂລກພາຍນອກ ແລະ ການຈັດການກັບວຽກງານພາຍນອກ; ພວກມັນຂ້ອນຂ້າງຊັບຊ້ອນກວ່າ ເມື່ອທຽບໃສ່ກັບບັນຫາບຸກຄະລາກອນພາຍໃນຂອງຄຣິສຕະຈັກ. ຄວາມຊັບຊ້ອນນັ້ນຢູ່ບ່ອນໃດ? ມັນບໍ່ແມ່ນເລື່ອງງ່າຍ ທີ່ພຽງແຕ່ບອກຄົນໃນຄຣິສຕະຈັກໃຫ້ຍອມອ່ອນນ້ອມຕໍ່ພຣະເຈົ້າ, ໃຫ້ເຊື່ອຟັງ, ໃຫ້ປະຕິບັດຄວາມຈິງ, ໃຫ້ປະຕິບັດໜ້າທີ່ຢ່າງຈົງຮັກພັກດີ ແລະ ໃຫ້ເຂົ້າໃຈຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການ; ໂດຍການເວົ້າພຽງສິ່ງເຫຼົ່ານີ້ຢ່າງດຽວຈະບໍ່ສາມາດແກ້ໄຂບັນຫາໄດ້. ແຕ່ມັນຈຳເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບທຸກດ້ານຂອງກົດໝາຍ, ນະໂຍບາຍ ແລະ ລະບຽບການຂອງປະເທດ ລວມເຖິງຮີດຄອງປະເພນີ ແລະ ການປະຕິບັດໃນທ້ອງຖິ່ນ ແລະ ອື່ນໆ. ມີຫຼາຍປັດໄຈທີ່ກ່ຽວຂ້ອງກັບວຽກງານພາຍນອກເຫຼົ່ານີ້ ແລະ ມັນຈຶ່ງເປັນເລື່ອງທຳມະດາທີ່ຈະເກີດມີບັນຫາທີ່ບໍ່ຄາດຄິດ ຫຼື ບັນຫາທີ່ຍາກທີ່ຈະແກ້ໄຂ ໂດຍໃຊ້ຫຼັກການຂອງຄຣິສຕະຈັກ ແລະ ການເກີດຂຶ້ນຂອງບັນຫາເຫຼົ່ານີ້ກໍກາຍເປັນຄວາມຫຍຸ້ງຍາກ. ຕົວຢ່າງເຊັ່ນ: ພາຍໃນຄຣິສຕະຈັກ, ຖ້າໃຜບາງຄົນປະຕິບັດໜ້າທີ່ຂອງພວກເຂົາແບບເຮັດພໍແລ້ວມືແລ້ວຕີນ, ບັນຫາເຫຼົ່ານີ້ກໍສາມາດແກ້ໄຂໄດ້ໂດຍການໂອ້ລົມຄວາມຈິງ, ໂດຍການລິຮານ ຫຼື ໂດຍການໃຫ້ຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ. ແຕ່ທາງພາຍນອກ, ເຈົ້າສາມາດໃຊ້ຫຼັກການ ແລະ ວິທີການເຫຼົ່ານີ້ເພື່ອຈັດການເລື່ອງຕ່າງໆໄດ້ບໍ? ແນວທາງແບບນີ້ສາມາດແກ້ໄຂບັນຫາເຊັ່ນນີ້ໄດ້ບໍ? (ບໍ່). ແລ້ວຄວນເຮັດແນວໃດ? ຕ້ອງໄດ້ນຳໃຊ້ວິທີການທີ່ສະຫຼາດຫຼັກແຫຼມບາງວິທີເພື່ອຈັດການ ແລະ ຮັບມືກັບບັນຫາດັ່ງກ່າວ. ໃນຂະບວນການຈັດການກັບວຽກງານພາຍນອກເຫຼົ່ານີ້, ເຮືອນຂອງພຣະເຈົ້າກໍໄດ້ວາງຫຼັກການບາງຢ່າງໄວ້ເຊັ່ນກັນ, ແຕ່ບໍ່ວ່າຫຼັກການເຫຼົ່ານີ້ຈະໄດ້ຮັບການອະທິບາຍແນວໃດກໍຕາມ, ຄວາມຫຍຸ້ງຍາກທຸກປະເພດກໍຍັງເກີດຂຶ້ນຢູ່ເລື້ອຍໆ. ເພາະວ່າໂລກນີ້, ສັງຄົມນີ້ ແລະ ມະນຸດຊາດນີ້ມືດມົນ ແລະ ຊັບຊ້ອນເກີນໄປ ແລະ ຍ້ອນການລົບກວນຂອງອຳນາດທີ່ຊົ່ວຮ້າຍຂອງພະຍານາກໃຫຍ່ສີແດງ, ເມື່ອຈັດການກັບວຽກງານພາຍນອກເຫຼົ່ານີ້, ກໍຈະມີຄວາມຫຍຸ້ງຍາກທີ່ບໍ່ຄາດຄິດ ແລະ ເພີ່ມເຕີມເກີດຂຶ້ນມາ. ເມື່ອຄວາມຫຍຸ້ງຍາກເຫຼົ່ານີ້ເກີດຂຶ້ນແລ້ວ, ຖ້າພວກເຈົ້າໄດ້ຮັບພຽງແຕ່ຫຼັກການງ່າຍໆ ໂດຍກ່າວວ່າ “ພຽງແຕ່ຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ; ທຸກສິ່ງໄດ້ຮັບການຈັດວາງໂດຍພຣະເຈົ້າ, ພຽງແຕ່ບໍ່ຕ້ອງສົນໃຈບັນຫາ”, ສິ່ງນີ້ສາມາດແກ້ໄຂບັນຫາໄດ້ແລ້ວບໍ? (ບໍ່ໄດ້). ຖ້າບັນຫາບໍ່ສາມາດແກ້ໄຂໄດ້, ສິ່ງທີ່ເກີດຂຶ້ນກໍຄື ສະພາບແວດລ້ອມທີ່ອ້າຍເອື້ອຍນ້ອງໄດ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາກໍຈະຖືກລົບກວນ, ຄຸກຄາມ ແລະ ໄດ້ຮັບຄວາມເສຍຫາຍ. ສິ່ງນີ້ຈະບໍ່ໄດ້ນຳໄປສູ່ການເກີດຂຶ້ນຂອງຄວາມຫຍຸ້ງຍາກບໍ? ແລ້ວຄວນເຮັດແນວໃດ? ມັນສາມາດໄດ້ຮັບການແກ້ໄຂດ້ວຍຄວາມມຸທະລຸບໍ? ເຫັນໄດ້ຊັດວ່າບໍ່ໄດ້. ບາງຄົນເວົ້າວ່າ “ແລ້ວພວກເຮົາສາມາດແກ້ໄຂມັນໂດຍວິທີການທາງກົດໝາຍໄດ້ບໍ?” ຫຼາຍສິ່ງບໍ່ສາມາດໄດ້ຮັບການແກ້ໄຂໂດຍກົດໝາຍໄດ້. ຕົວຢ່າງເຊັ່ນ: ໃນສະຖານທີ່ທີ່ພະຍານາກໃຫຍ່ສີແດງເຂົ້າມາແຊກແຊງ ແລະ ຂັດຂວາງ, ກົດໝາຍສາມາດແກ້ໄຂບັນຫາໄດ້ບໍ? ກົດໝາຍບໍ່ໄດ້ມີຜົນບັງຄັບໃຊ້ໃດ ຢູ່ໃນທີ່ນີ້. ໃນຫຼາຍສະຖານທີ່, ອຳນາດຂອງມະນຸດມັກຈະເໜືອກວ່າກົດໝາຍ, ສະນັ້ນ ຢ່າຄາດຫວັງວ່າຈະແກ້ໄຂບັນຫາດ້ວຍການເພິ່ງພາອາໄສກົດໝາຍໄດ້. ການໃຊ້ວິທີການຂອງມະນຸດ ຫຼື ຄວາມມຸທະລຸເພື່ອແກ້ໄຂບັນຫາກໍບໍ່ເໝາະສົມເຊັ່ນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດແນວໃດໃນສະຖານະການເຊັ່ນນີ້? ຜູ້ທີ່ຮູ້ພຽງແຕ່ວິທີເວົ້າຄຳເວົ້າ ແລະ ຫຼັກຄຳສອນ ຈະສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ບໍ ເມື່ອພວກມັນເກີດຂຶ້ນແລ້ວ? ບັນຫາເຫຼົ່ານີ້ບໍ່ແມ່ນບັນຫາທີ່ຫຍຸ້ງຍາກເປັນພິເສດບໍ? ເຈົ້າຄິດວ່າການຈ້າງທະນາຍຄວາມ ແລະ ຂຶ້ນສານເພື່ອແກ້ໄຂບັນຫາເຫຼົ່ານັ້ນຈະໄດ້ຜົນບໍ? ຄົນເຫຼົ່ານັ້ນເຂົ້າໃຈຄວາມຈິງບໍ? ໃນໂລກນີ້ບໍ່ມີບ່ອນຢືນໃຫ້ກັບເຫດຜົນ; ແມ່ນແຕ່ຜູ້ພິພາກສາໃນປະເທດທີ່ປົກຄອງດ້ວຍກົດໝາຍກໍບໍ່ໄດ້ຕັດສິນຕາມກົດໝາຍສະເໝີໄປ, ແຕ່ພວກເຂົາຈະປັບຄຳຕັດສິນໂດຍຂຶ້ນກັບວ່າໄດ້ພົວພັນກັບໃຜຢູ່, ເຊິ່ງຂາດຄວາມຍຸຕິທຳ. ໃນໂລກນີ້, ບໍ່ວ່າຈະຢູ່ໃສກໍຕາມ, ຜູ້ຄົນອີງໃສ່ກຳລັງ, ອີງໃສ່ອຳນາດ ເພື່ອສະໜັບສະໜູນຄຳເວົ້າຂອງພວກເຂົາ. ສະນັ້ນ, ພວກເຮົາຜູ້ທີ່ເຊື່ອໃນພຣະເຈົ້າຄວນເພິ່ງພາອາໄສຫຍັງ? ພວກເຮົາຄວນປະຕິບັດຕໍ່ຜູ້ຄົນ ແລະ ຈັດການເລື່ອງຕ່າງໆ ຕາມພຣະທຳຂອງພຣະເຈົ້າ ແລະ ຕາມຄວາມຈິງ. ແຕ່ທຸກສິ່ງສາມາດດຳເນີນໄປຢ່າງລາບລື່ນສຳລັບພວກເຮົາໃນໂລກນີ້ໄດ້ບໍ ຖ້າພວກເຮົາເພິ່ງພາອາໄສພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ? ບໍ່, ມັນບໍ່ສາມາດເຮັດໄດ້; ສິ່ງນີ້ຈຳເປັນຕ້ອງອາໄສສະຕິປັນຍາ. ສະນັ້ນ, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກປະເຊີນກັບບັນຫາເຊັ່ນນີ້, ຖ້າພວກເຂົາຮູ້ສຶກວ່າເລື່ອງນັ້ນມີຄວາມສຳຄັນຢ່າງຍິ່ງ ແລະ ຢ້ານວ່າພວກເຂົາອາດຈະຈັດການມັນໄດ້ຢ່າງບໍ່ເໝາະສົມ ແລະ ດັ່ງນັ້ນຈຶ່ງນຳບັນຫາມາສູ່ເຮືອນຂອງພຣະເຈົ້າ, ເຊິ່ງກໍ່ໃຫ້ເກີດຜົນກະທົບ ຫຼື ຜົນສະທ້ອນທີ່ບໍ່ເພິ່ງປະສົງ, ບັນຫາດັ່ງກ່າວກໍຖືເປັນຄວາມຫຍຸ້ງຍາກສຳລັບພວກເຂົາ. ເມື່ອປະເຊີນກັບຄວາມຫຍຸ້ງຍາກທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາຕ້ອງໄດ້ລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງໂດຍທັນເວລາ ແລະ ສະແຫວງຫາວິທີການທີ່ເໝາະສົມເພື່ອແກ້ໄຂບັນຫາ; ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?