ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (7) ສ່ວນທີ ສາມ
2. ມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງທີ່ຄວນມີເມື່ອປະເຊີນກັບຄວາມຫຍຸ້ງຍາກ
ສິ່ງທີ່ເຮົາຈຳເປັນຕ້ອງຊີ້ແຈງໃຫ້ພວກເຈົ້າຮູ້ໃນທີ່ນີ້ ບໍ່ພຽງແຕ່ແນໃສ່ຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ, ແຕ່ຍັງແນໃສ່ທຸກຄົນທີ່ຢູ່ທີ່ນີ້, ເຊິ່ງມັນເປັນຫຼັກການທີ່ສຳຄັນທີ່ສຸດ. ບໍ່ວ່າພວກເຈົ້າຈະກຳລັງປະຕິບັດວຽກງານຂອງຄຣິສຕະຈັກ, ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ເທດສອນຂ່າວປະເສີດຢູ່ໃສກໍຕາມ, ມັນກໍຈະບໍ່ລາບລື່ນສະເໝີໄປ. ແມ່ນແຕ່ວຽກງານຂອງພຣະເຈົ້າເອງກໍເຕັມໄປດ້ວຍຄວາມຫຍຸ້ງຍາກ, ພວກເຈົ້າທຸກຄົນໄດ້ສັງເກດເຫັນຄວາມຈິງຂໍ້ນີ້ບໍ? ເຖິງແມ່ນວ່າພວກເຈົ້າອາດຈະບໍ່ຮູ້ ຫຼື ເຂົ້າໃຈລາຍລະອຽດຢ່າງຊັດເຈນ, ແຕ່ພວກເຈົ້າທຸກຄົນກໍໄດ້ຮັບຮູ້ສະຖານະການໂດຍລວມ. ການເຜີຍແຜ່ວຽກງານຂ່າວປະເສີດຂອງພຣະເຈົ້າບໍ່ໄດ້ເປັນໄປດ້ວຍດີຢູ່ສະເໝີໄປ ແລະ ພວກເຈົ້າທຸກຄົນກໍຄວນກຽມຄວາມພ້ອມທາງດ້ານຈິດໃຈ ແລະ ຮັບຮູ້ເລື່ອງນີ້. ຄວາມຈິງທີ່ໄດ້ຮັບການຍອມຮັບຖືກວາງໄວ້ຢູ່ທີ່ນີ້ແລ້ວ, ສະນັ້ນ ພວກເຮົາຄວນມີທັດສະນະຄະຕິແບບໃດຕໍ່ເລື່ອງເຫຼົ່ານີ້ ຈຶ່ງເໝາະສົມທີ່ສຸດ, ສົມເຫດສົມຜົນທີ່ສຸດ ແລະ ຖືກຕ້ອງທີ່ສຸດ? ການເປັນຄົນໃຈເສາະ ແລະ ຢ້ານກົວພາຍໃນໃຈນັ້ນຖືກຕ້ອງແລ້ວບໍ? (ບໍ່ຖືກຕ້ອງ). ເນື່ອງຈາກການເປັນຄົນໃຈເສາະ ແລະ ຢ້ານກົວບໍ່ແມ່ນສິ່ງທີ່ຖືກຕ້ອງ, ແລ້ວການມີທັດສະນະຄະຕິ ແລະ ມຸມມອງທີ່ບໍ່ຢ້ານທັງສະຫວັນ ຫຼື ໂລກ, ເປັນສັດຕູກັບໂລກທັງໃບ, ຕໍ່ຕ້ານໂລກທັງໃບຈົນເຖິງທີ່ສຸດ ແລະ ເດີນທວນກະແສນັ້ນຖືກຕ້ອງແລ້ວບໍ? (ບໍ່ຖືກຕ້ອງ). ນີ້ແມ່ນຄວາມມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ຫຼື ຄວາມມຸທະລຸ? ມຸມມອງທີ່ບໍ່ຖືກຕ້ອງເຫຼົ່ານີ້ລ້ວນແຕ່ເປັນການສະທ້ອນເຖິງຄວາມມຸທະລຸ, ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ. ແລ້ວມຸມມອງ ແລະ ທັດສະນະຄະຕິປະເພດໃດທີ່ຖືກຕ້ອງ? ເຮົາຈະລະບຸສອງສາມຂໍ້ໃຫ້ພວກເຈົ້າຟັງ. ນີ້ແມ່ນມຸມມອງທຳອິດທີ່ຜູ້ຄົນຄວນມີ: ບໍ່ວ່າຈະຢູ່ຕ່າງປະເທດ ຫຼື ໃນປະເທດຈີນ, ການສະລະຕົນເພື່ອພຣະເຈົ້າຢ່າງສຸດຫົວໃຈ ແລະ ເຮັດໜ້າທີ່ຂອງຕົນໃຫ້ດີທີ່ສຸດແມ່ນພາລະກິດທີ່ເປັນທຳທີ່ສຸດໃນບັນດາມະນຸດຊາດທັງໝົດຕັ້ງແຕ່ສະໄໝບູຮານຈົນເຖິງປັດຈຸບັນ. ການປະຕິບັດໜ້າທີ່ຂອງພວກເຮົາເປັນໄປຢ່າງເປີດເຜີຍ ແລະ ຊອບທຳ, ບໍ່ແມ່ນແບບລີ້ລັບ, ເພາະວ່າສິ່ງທີ່ພວກເຮົາກຳລັງເຮັດຢູ່ໃນຕອນນີ້ແມ່ນພາລະກິດທີ່ເປັນທຳທີ່ສຸດໃນບັນດາມະນຸດຊາດ. “ຄວາມເປັນທຳ” ນີ້ໝາຍເຖິງຫຍັງ? ມັນໝາຍເຖິງຄວາມຈິງ, ເຖິງຄວາມປະສົງຂອງພຣະເຈົ້າ, ເຖິງການຈັດແຈງ ແລະ ພຣະບັນຊາຂອງພຣະຜູ້ສ້າງ; ມັນຢູ່ເໜືອກວ່າສິນລະທຳ, ຈັນຍາບັນ ແລະ ກົດໝາຍຂອງມະນຸດຢ່າງສິ້ນເຊີງ ແລະ ເປັນພາລະກິດທີ່ດຳເນີນການພາຍໃຕ້ການນໍາພາ ແລະ ການດູແລຂອງພຣະຜູ້ສ້າງ. ນີ້ບໍ່ແມ່ນມຸມມອງທີ່ຖືກຕ້ອງທີ່ສຸດແລ້ວບໍ? ໃນດ້ານໜຶ່ງ, ມຸມມອງນີ້ແມ່ນຄວາມຈິງທີ່ມີຢູ່ຈິງ; ໃນອີກດ້ານໜຶ່ງ, ມັນຍັງເປັນການຍອມຮັບທີ່ຖືກຕ້ອງທີ່ສຸດກ່ຽວກັບໜ້າທີ່ທີ່ຕົນເອງໄດ້ປະຕິບັດ. ນີ້ແມ່ນມຸມມອງທີສອງທີ່ຜູ້ຄົນຄວນມີ: ພຣະເຈົ້າຊົງເປັນຜູ້ມີອຳນາດສູງສຸດເໜືອສັບພະທຸກສິ່ງ ແລະ ເຫດການທັງໝົດ. ທຸກສິ່ງ, ລວມທັງຜູ້ປົກຄອງຂອງໂລກ ແລະ ອຳນາດ, ສາສະໜາ, ອົງກອນ ແລະ ຊົນເຜົ່າໃດກໍຕາມໃນໂລກ ກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ ໂດຍບໍ່ມີຜູ້ໃດທີ່ຄວບຄຸມຊະຕາກຳຂອງຕົນເອງໄດ້. ພວກເຮົາກໍບໍ່ແມ່ນຂໍ້ຍົກເວັ້ນ; ຊະຕາກຳຂອງພວກເຮົາຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງທິດທາງທີ່ພວກເຮົາຈະໄປ ແລະ ບ່ອນທີ່ພວກເຮົາຈະຢູ່ໄດ້ ແລະ ທັງບໍ່ມີຜູ້ໃດສາມາດປ່ຽນແປງອະນາຄົດ ແລະ ຈຸດໝາຍປາຍທາງຂອງພວກເຮົາໄດ້. ດັ່ງທີ່ພຣະຄຳພີໄດ້ກ່າວໄວ້ວ່າ “ພຣະໄທຂອງກະສັດຢູ່ໃນພຣະຫັດຂອງພຣະເຢໂຮວາ, ດັ່ງແມ່ນ້ຳ: ພຣະອົງຊົງຫັນມັນໄປທາງໃດກໍໄດ້ຕາມຄວາມປະສົງຂອງພຣະອົງ” (ສຸພາສິດ 21:1). ຍິ່ງເປັນຊະຕາກຳຂອງພວກເຮົາເຊິ່ງເປັນມະນຸດທີ່ບໍ່ໄດ້ມີຄວາມສຳຄັນຫຼາຍກວ່ານັ້ນສໍ່າໃດ! ການປົກຄອງ ແລະ ລະບົບຂອງຜູ້ປົກຄອງປະເທດທີ່ພວກເຮົາອາໄສຢູ່, ພ້ອມທັງສະພາບແວດລ້ອມໃນການດຳລົງຊີວິດຂອງປະເທດນີ້, ບໍ່ວ່າພວກມັນຈະເປັນໄພຂົ່ມຂູ່, ເປັນປໍລະປັກ ຫຼື ເປັນມິດຕໍ່ພວກເຮົາ, ທັງໝົດນີ້ກໍຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາບໍ່ມີຫຍັງທີ່ຕ້ອງເປັນກັງວົນ ຫຼື ເປັນຫ່ວງເລີຍ. ນີ້ແມ່ນມຸມມອງທີ່ຜູ້ຄົນຄວນຍຶດຖື ແລະ ການຮັບຮູ້ທີ່ພວກເຂົາຄວນມີ, ພ້ອມທັງຄວາມຈິງທີ່ພວກເຂົາຄວນມີ ແລະ ຄວນເຂົ້າໃຈ. ແລະ ນີ້ແມ່ນມຸມມອງທີສາມ, ເຊິ່ງແນ່ນອນວ່າມີຄວາມສຳຄັນທີ່ສຸດເຊັ່ນກັນ: ບໍ່ວ່າພວກເຮົາຈະອາໄສຢູ່ໃສ, ໃນປະເທດໃດ ແລະ ບໍ່ວ່າສັກກະຍະພາບຂອງພວກເຮົາຈະຫຼາຍໜ້ອຍ ຫຼື ຂີດຄວາມສາມາດຈະສູງຕໍ່າສໍ່າໃດ, ພວກເຮົາກໍເປັນພຽງສ່ວນໜຶ່ງຂອງມວນຊົນຂອງສິ່ງທີ່ຖືກສ້າງທີ່ບໍ່ສຳຄັນ. ຄວາມຮັບຜິດຊອບ ແລະ ໜ້າທີ່ໜຶ່ງດຽວທີ່ພວກເຮົາຄວນເຮັດໃຫ້ສຳເລັດກໍຄື ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ການຈັດວາງຂອງພຣະຜູ້ສ້າງ; ບໍ່ມີສິ່ງອື່ນອີກແລ້ວ, ມັນກໍຮຽບງ່າຍພຽງເທົ່ານັ້ນ. ເຖິງແມ່ນວ່າພວກເຮົາກຳລັງຢູ່ໃນປະເທດທີ່ມີເສລີພາບ ແລະ ສະພາບແວດລ້ອມທີ່ມີເສລີພາບ, ຖ້າມື້ໜຶ່ງພຣະເຈົ້າຊົງຍົກກຳລັງທີ່ເປັນປໍລະປັກຂຶ້ນມາຂົ່ມເຫັງ ແລະ ທຳຮ້າຍພວກເຮົາ, ພວກເຮົາກໍບໍ່ຄວນມີຄຳຈົ່ມວ່າອັນໃດທັງສິ້ນ. ເປັນຫຍັງພວກເຮົາຈຶ່ງບໍ່ຄວນມີຄຳຈົ່ມວ່າ? ເພາະວ່າພວກເຮົາໄດ້ກຽມຄວາມພ້ອມມາດົນແລ້ວ; ພັນທະ, ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຮົາກໍຄື ການຍອມອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກະທຳ, ຕໍ່ທຸກສິ່ງທີ່ພຣະເຈົ້າຈັດວາງ. ການຍອມອ່ອນນ້ອມເຊັ່ນນີ້ແມ່ນຄວາມຈິງບໍ? ມັນເປັນທັດສະນະຄະຕິທີ່ຜູ້ຄົນຄວນມີແລ້ວແມ່ນບໍ? (ແມ່ນແລ້ວ). ຖ້າມື້ໜຶ່ງ, ມະນຸດຊາດທັງປວງ ແລະ ສະພາບແວດລ້ອມທັງປວງຫັນມາຕໍ່ຕ້ານພວກເຮົາ ແລະ ພວກເຮົາໄດ້ປະເຊີນໜ້າກັບຄວາມຕາຍ, ພວກເຮົາຄວນມີຄຳຈົ່ມວ່າ ຫຼື ບໍ່? (ພວກເຮົາບໍ່ຄວນ). ບາງຄົນເວົ້າວ່າ “ພຣະເຈົ້າບໍ່ໄດ້ນໍາພາພວກເຮົາໄປຕ່າງປະເທດ ເພື່ອວ່າພວກເຮົາຈະບໍ່ຕ້ອງໄດ້ທົນທຸກທໍລະມານກັບການຂົ່ມເຫັງອັນໂຫດຮ້າຍຂອງຊາຕານອີກຕໍ່ໄປບໍ? ມັນບໍ່ແມ່ນເພື່ອວ່າພວກເຮົາຈະສາມາດປະຕິບັດໜ້າທີ່ຂອງພວກເຮົາໄດ້ຢ່າງເສລີ ແລະ ຫາຍໃຈເອົາອາກາດແຫ່ງເສລີພາບນີ້ໄດ້ບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງຍັງຕັ້ງໃຈໃຫ້ພວກເຮົາໄດ້ປະເຊີນໜ້າກັບຄວາມຕາຍຢູ່?” ຄຳເວົ້າເຫຼົ່ານີ້ບໍ່ຖືກຕ້ອງ. ການຍອມອ່ອນນ້ອມຕໍ່ການຈັດວາງ ແລະ ການຈັດແຈງຂອງພຣະເຈົ້າຖືເປັນທັດສະນະຄະຕິ, ເປັນທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ພຣະເຈົ້າ, ຕໍ່ອຳນາດສູງສຸດຂອງພຣະເຈົ້າ. ມັນເປັນທັດສະນະຄະຕິຂອງສິ່ງທີ່ຖືກສ້າງຄວນມີ.
ຍັງມີອີກຈຸດໜຶ່ງທີ່ສຳຄັນທີ່ສຸດທີ່ຜູ້ຄົນຄວນຮັບຮູ້: ເຖິງແມ່ນວ່າຢູ່ຕ່າງປະເທດຈະຂ້ອນຂ້າງໝັ້ນຄົງ ແລະ ມີເສລີ, ແຕ່ກໍຍັງຍາກທີ່ຈະຫຼີກລ່ຽງການຖືກຄຸກຄາມຈາກພະຍານາກໃຫຍ່ສີແດງຢູ່ເລື້ອຍໆ. ເມື່ອໄດ້ປະເຊີນໜ້າກັບການກໍ່ກວນຂອງພະຍານາກໃຫຍ່ສີແດງ, ບາງຄົນກໍກັງວົນວ່າ: “ອຳນາດຂອງພະຍານາກໃຫຍ່ສີແດງແມ່ນເຂັ້ມແຂງເກີນໄປ. ມັນສາມາດໃຫ້ສິນບົນບຸກຄົນທີ່ສຳຄັນທົ່ວໂລກໃຫ້ມາຮັບໃຊ້ແທນມັນ, ເພື່ອເຮັດວຽກໃນນາມຂອງມັນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຮົາຈະຫຼົບໜີໄປຕ່າງປະເທດແລ້ວ, ພວກເຮົາກໍຍັງຕົກຢູ່ໃນອັນຕະລາຍ, ຍັງຕົກຢູ່ໃນພາວະສ່ຽງໄພທີ່ໃກ້ຈະມາເຖິງຕົວ! ພວກເຮົາຈະເຮັດແນວໃດ?” ແຕ່ລະຄັ້ງທີ່ໄດ້ຍິນຂ່າວເຫຼົ່ານີ້, ບາງຄົນກໍກາຍເປັນຄົນວິຕົກກັງວົນ ແລະ ຢ້ານກົວ, ຢາກຈະປະນີປະນອມ, ຢາກຈະຫຼົບໜີ, ໂດຍບໍ່ຮູ້ວ່າພວກເຂົາຄວນຈະໄປລີ້ຢູ່ໃສ. ເມື່ອໃດກໍຕາມທີ່ສິ່ງນີ້ເກີດຂຶ້ນ, ບາງຄົນກໍຄິດວ່າ “ໂລກໃບນີ້ກວ້າງໃຫຍ່ຫຼາຍ, ແຕ່ບໍ່ມີບ່ອນສຳລັບຂ້ອຍເລີຍ! ພາຍໃຕ້ອຳນາດຂອງພະຍານາກໃຫຍ່ສີແດງ, ຂ້ອຍໄດ້ທົນທຸກທໍລະມານກັບການຂົ່ມເຫັງຂອງມັນ ແລະ ແມ່ນແຕ່ຢູ່ນອກຂອບເຂດອຳນາດຂອງມັນ, ເປັນຫຍັງຂ້ອຍຈຶ່ງຍັງຖືກມັນລົບກວນຢູ່? ອຳນາດຂອງພະຍານາກໃຫຍ່ສີແດງນັ້ນເຂັ້ມແຂງເກີນໄປ; ເຖິງແມ່ນວ່າຂ້ອຍຈະຫຼົບໜີໄປຈົນສຸດຂອບໂລກ, ເປັນຫຍັງມັນຈຶ່ງຍັງສາມາດຊອກຫາຂ້ອຍພົບຢູ່?” ຜູ້ຄົນອົດບໍ່ໄດ້ທີ່ຈະຮູ້ສຶກຢ້ານກົວ ແລະ ບໍ່ແນ່ໃຈວ່າຈະເຮັດແນວໃດ. ນີ້ແມ່ນການສະແດງອອກຂອງການມີຄວາມເຊື່ອບໍ? ບັນຫາຢູ່ໃນທີ່ນີ້ແມ່ນຫຍັງ? (ຂາດຄວາມເຊື່ອໃນພຣະເຈົ້າ). ມັນເປັນພຽງການຂາດຄວາມເຊື່ອໃນພຣະເຈົ້າບໍ? ພວກເຈົ້າຮູ້ສຶກຢູ່ໃນສ່ວນເລິກແມ່ນບໍ ວ່າພວກເຈົ້ານັ້ນດ້ອຍກວ່າຄົນອື່ນ? ພວກເຈົ້າຮູ້ສຶກຄືກັບວ່າໄດ້ເຮັດຕົວແບບລັບໆລໍ່ໆເລັກນ້ອຍ, ຄືກັບໂຈນ, ໃນການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າໃນຄຣິສຕະຈັກບໍ? ພວກເຈົ້າຮູ້ສຶກວ່າຕົນເອງຕໍ່າຕ້ອຍກວ່າຄົນໃນໂລກສາສະໜາແມ່ນບໍ? “ເບິ່ງອຳນາດຂອງພວກເຂົາແມ; ພວກເຂົາມີສິດຍາພິບານທີ່ເປັນທາງການ ແລະ ໂບດໃຫຍ່ທີ່ລັດໄດ້ຮັບຮອງ, ມັນຊ່າງຫຼູຫຼາຫຼາຍ! ພວກເຂົາມີວົງດົນຕີປະສານສຽງ ແລະ ທຸລະກິດໃນປະເທດຕ່າງໆ. ແຕ່ເບິ່ງພວກເຮົາແມ, ຖືກຂົ່ມເຫັງຢູ່ສະເໝີ, ປະເຊີນກັບການຖືກກີດກັນບໍ່ວ່າພວກເຮົາຈະໄປໃສ, ເປັນຫຍັງພວກເຮົາຈຶ່ງແຕກຕ່າງຈາກພວກເຂົາ? ເປັນຫຍັງພວກເຮົາຈຶ່ງບໍ່ສາມາດເປີດເຜີຍຄວາມເຊື່ອຂອງພວກເຮົາໄດ້ ບໍ່ວ່າພວກເຮົາຈະໄປໃສກໍຕາມ? ເປັນຫຍັງພວກເຮົາຈຶ່ງຕ້ອງດຳລົງຊີວິດຢ່າງໜ້າເວດທະນາ? ໂດຍສະເພາະ, ມີການໂຄສະນາຊວນເຊື່ອໃນແງ່ລົບທັງໝົດນັ້ນໃນອອນລາຍ. ເປັນຫຍັງຄຣິສຕະຈັກອື່ນຈຶ່ງບໍ່ໄດ້ທົນທຸກກັບສິ່ງເຫຼົ່ານີ້, ເປັນຫຍັງພວກເຮົາຈຶ່ງຕ້ອງໄດ້ທົນທຸກກັບສິ່ງເຫຼົ່ານີ້ຢູ່ສະເໝີ? ຜູ້ເຊື່ອໃນພຣະເຈົ້າຄົນອື່ນໄດ້ປະກາດຄວາມເຊື່ອຂອງພວກເຂົາໃນສາສະໜາຄຣິສຢ່າງເປີດເຜີຍບໍ່ວ່າພວກເຂົາຈະໄປໃສ, ແຕ່ພວກເຮົາຜູ້ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ກ້າເວົ້າຢ່າງເປີດເຜີຍ, ຢ້ານວ່າຄົນຊົ່ວອາດຈະລາຍງານພວກເຮົາ ແລ້ວພວກເຮົາກໍຈະຖືກຈັບ”. ເມື່ອບໍ່ດົນມານີ້, ເຮົາໄດ້ຍິນວ່າມີຄົນໜຶ່ງທີ່ອ້າງວ່າເປັນເຈົ້າໜ້າທີ່ລັດຖະບານໄດ້ຖາມຄຳຖາມສອງສາມຂໍ້ກັບອ້າຍເອື້ອຍນ້ອງບາງຄົນ. ເມື່ອເຫັນວ່າເຈົ້າໜ້າທີ່ກຳລັງສອບຖາມພວກເຂົາ, ພວກເຂົາກໍເກີດຄວາມຢ້ານກົວ ແລະ ໄດ້ເປີດເຜີຍທຸກສິ່ງທີ່ພວກເຂົາຮູ້, ຕອບທຸກຢ່າງທີ່ພວກເຂົາໄດ້ຖືກຖາມ. ບັນຫາຂອງການກະທຳເຊັ່ນນີ້ຂອງພວກເຂົາແມ່ນຫຍັງ? ເຈົ້າເປັນຜູ້ເຊື່ອໃນພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງຕ້ອງຢ້ານເຈົ້າໜ້າທີ່? ຖ້າເຈົ້າບໍ່ໄດ້ເຮັດສິ່ງໃດທີ່ຜິດກົດໝາຍ, ກໍບໍ່ຈຳເປັນຕ້ອງຢ້ານ. ຖ້າເຈົ້າມີຄວາມຈິງ, ເປັນຫຍັງຈຶ່ງຢ້ານມານຮ້າຍ ແລະ ຊາຕານ? ເຈົ້າຄິດວ່າການເຊື່ອໃນພຣະເຈົ້າບໍ່ແມ່ນເສັ້ນທາງທີ່ຖືກຕ້ອງແມ່ນບໍ? ເຈົ້າຮູ້ສຶກວ່າເຈົ້າໄດ້ເຮັດສິ່ງທີ່ຜິດກົດໝາຍແມ່ນບໍ? ແລ້ວເປັນຫຍັງເຈົ້າຈຶ່ງຢ້ານເຈົ້າໜ້າທີ່? ຄົນເຊັ່ນນີ້ບໍ່ແມ່ນຄົນໂງ່ຈ້າ ແລະ ບໍ່ຮູ້ຄວາມບໍ? ບາງຄົນໄດ້ທົນທຸກທໍລະມານຈາກການຖືກໄລ່ລ່າ ແລະ ຖືກຂົ່ມເຫັງຢ່າງໜັກໜ່ວງໃນແຜ່ນດິນໃຫຍ່; ຫຼັງຈາກທີ່ມາຕ່າງປະເທດ, ພວກເຂົາກໍຮູ້ສຶກຜິດກ່ຽວກັບການເຊື່ອໃນພຣະເຈົ້າແມ່ນບໍ? ພວກເຂົາຮູ້ສຶກລະອາຍຈາກການຖືກຂົ່ມເຫັງຂອງພະຍານາກໃຫຍ່ສີແດງແມ່ນບໍ? ພວກເຂົາຮູ້ສຶກອັບອາຍທີ່ຈະປະເຊີນໜ້າກັບບັນພະບຸລຸດຂອງພວກເຂົາ ແລະ ຮູ້ສຶກເສື່ອມເສຍກຽດ ເພາະວ່າພວກເຂົາຖືກບັງຄັບໃຫ້ຫຼົບໜີໄປຕ່າງປະເທດເພື່ອເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາແມ່ນບໍ? ພວກເຂົາເບິ່ງເຫັນລະບອບຂອງຊາຕານ ແລະ ໂລກສາສະໜາທີ່ປະຕິບັດຕໍ່ພຣະເຈົ້າ ແລະ ຄຣິສຕະຈັກຢ່າງເປັນປໍລະປັກ ແລະ ຮູ້ສຶກດ້ອຍກວ່າ, ບາງທີອາດຈະເສື່ອມເສຍກຽດຍິ່ງກວ່າການກະທຳຜິດກົດໝາຍອີກແມ່ນບໍ? ພວກເຈົ້າມີຄວາມຮູ້ສຶກເຫຼົ່ານີ້ແມ່ນບໍ? (ບໍ່ແມ່ນ). ພາຍນອກພວກເຈົ້າອາດຈະສັ່ນຫົວ, ບໍ່ຢາກນຶກເຖິງຄວາມຄິດ ແລະ ຄວາມຮູ້ສຶກເຫຼົ່ານີ້, ແຕ່ເມື່ອປະເຊີນກັບສະຖານະການຕົວຈິງ, ແນວຄິດ, ການປະພຶດ ແລະ ການກະທຳໂດຍບໍ່ຮູ້ໂຕຂອງຄົນເຮົາ ກໍຍ່ອມເປີດໂປງໃນແງ່ມຸມທີ່ລີ້ລັບທີ່ສຸດ ແລະ ໃນສ່ວນເລິກຂອງຈິດໃຈຂອງພວກເຂົາອອກມາຢ່າງບໍ່ສາມາດຫຼີກລ່ຽງໄດ້. ເກີດເລື່ອງຫຍັງຂຶ້ນຢູ່ທີ່ນີ້? ຖ້າເຈົ້າບໍ່ໄດ້ມີສິ່ງເຫຼົ່ານີ້, ເປັນຫຍັງເຈົ້າຈຶ່ງຢ້ານກົວ? ຄົນທີ່ບໍ່ໄດ້ລະເມີດກົດໝາຍຢ້ານຕຳຫຼວດບໍ? ພວກເຂົາຢ້ານຜູ້ພິພາກສາບໍ? ບໍ່ຢ້ານ. ມີພຽງແຕ່ຜູ້ທີ່ລະເມີດກົດໝາຍເທົ່ານັ້ນທີ່ຢ້ານຕຳຫຼວດຫຼາຍທີ່ສຸດ ແລະ ມີພຽງແຕ່ຄົນຈີນ, ທີ່ຄຸ້ນເຄີຍກັບການຖືກກົດຂີ່ໂດຍຕຳຫຼວດເທົ່ານັ້ນທີ່ຢ້ານຕຳຫຼວດຫຼາຍທີ່ສຸດ ເພາະວ່າຕຳຫຼວດພັກກອມມູນິດນັ້ນບໍ່ໄດ້ເຮັດຫຍັງແບບຍຶດກົດໝາຍ ແລະ ເຮັດຕາມອຳເພີໃຈ. ສະນັ້ນ, ເມື່ອຄົນຈີນມາຮອດຕ່າງປະເທດເປັນຄັ້ງທຳອິດ, ພຽງແຕ່ເຫັນຕຳຫຼວດກໍເຮັດໃຫ້ພວກເຂົາຮູ້ສຶກຢ້ານແລ້ວ. ນີ້ແມ່ນຜົນມາຈາກການຖືກເຮັດໃຫ້ຢ້ານກົວ ໂດຍການປົກຄອງຂອງພະຍານາກໃຫຍ່ສີແດງ, ມັນເປັນສິ່ງທີ່ໄດ້ຮັບການເປີດເຜີຍໃນຈິດໃຕ້ສຳນຶກຂອງພວກເຂົາ. ໃນປະເທດຕາເວັນຕົກ, ສະຖານະຂອງເຈົ້າແມ່ນຖືກຕ້ອງຕາມກົດໝາຍ, ເຈົ້າມີສິດໃນການຢູ່ອາໄສ, ເຈົ້າບໍ່ໄດ້ລະເມີດກົດໝາຍອັນໃດ, ທັງບໍ່ໄດ້ໂຈມຕີລັດຖະບານ ແລະ ເຈົ້າກໍບໍ່ໄດ້ກະທຳຜິດອັນໃດ. ບໍ່ວ່າຄວາມເຊື່ອຂອງເຈົ້າຈະກໍ່ໃຫ້ເກີດຄວາມຂັດແຍ້ງຫຼາຍສໍ່າໃດໃນໂລກສາສະໜາ, ຄວາມຈິງຂໍ້ໜຶ່ງທີ່ຍັງຄົງແນ່ນອນຄື: ຄວາມເຊື່ອຂອງເຈົ້າໄດ້ຮັບການປົກປ້ອງທາງກົດໝາຍ, ມັນຖືກຕ້ອງຕາມກົດໝາຍ ແລະ ເສລີ ແລະ ນີ້ແມ່ນສິດທິມະນຸດທີ່ຖືກຕ້ອງຂອງເຈົ້າ. ເຈົ້າບໍ່ໄດ້ລະເມີດກົດໝາຍອັນໃດທັງສິ້ນ, ສະນັ້ນ ຖ້າມີໃຜອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດ ແລະ ສອບຖາມເຈົ້າວ່າ “ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນບໍ? ຂໍເບິ່ງບັດປະຈຳຕົວຂອງເຈົ້າແດ່! ເຈົ້າມາຈາກໃສ? ເຈົ້າອາຍຸເທົ່າໃດ? ເຈົ້າເປັນຜູ້ເຊື່ອມາຈັກປີແລ້ວ? ເຈົ້າອາໄສຢູ່ໃສ? ບອກທີ່ຢູ່ຂອງເຈົ້າມາ!” ເຈົ້າຈະຕອບກັບແນວໃດ? ຕໍ່ຄຳຖາມທຳອິດ “ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນບໍ?” ເຈົ້າຈະຕອບຄຳຖາມແນວໃດ? (ແມ່ນແລ້ວ). ເປັນຫຍັງພວກເຈົ້າຈຶ່ງຕອບວ່າ “ແມ່ນແລ້ວ”? ນີ້ແມ່ນອີງໃສ່ຄວາມຈິງບໍ? ຫຼື ນີ້ແມ່ນຄວາມຮັບຜິດຊອບຂອງເຈົ້າໃນຖານະພົນລະເມືອງ, ທີ່ເຈົ້າຕ້ອງຕອບວ່າ “ແມ່ນແລ້ວ” ຖ້າຖືກຖາມ? ຫຼື ພຣະເຈົ້າໄດ້ສັ່ງເຈົ້າໃຫ້ຕອບວ່າ “ແມ່ນແລ້ວ” ບໍ? ພື້ນຖານຂອງພວກເຈົ້າແມ່ນຫຍັງ? ສຳລັບສິ່ງທີສອງທີ່ພວກເຂົາຖາມ “ຂໍເບິ່ງບັດປະຈຳຕົວຂອງເຈົ້າແດ່!” ພວກເຈົ້າຈະໃຫ້ພວກເຂົາເບິ່ງບໍ? (ບໍ່). ແລະ ຄຳຖາມທີສາມ: “ເຈົ້າອາໄສຢູ່ໃສ? ຂຽນທີ່ຢູ່ຂອງເຈົ້າລົງມາ”. ເຈົ້າຈະຂຽນໃຫ້ພວກເຂົາບໍ? (ບໍ່). ຄຳຖາມທີສີ່: “ເຈົ້າເຊື່ອໃນພຣະເຈົ້າມາຈັກປີແລ້ວ? ໃຜເປັນຜູ້ແນະນຳເຈົ້າໃຫ້ຮູ້ຈັກຄວາມເຊື່ອ? ເປັນຫຍັງເຈົ້າຈຶ່ງເຊື່ອ? ເຈົ້າຢູ່ຕ່າງປະເທດມາໄດ້ຈັກປີແລ້ວ?” ເຈົ້າຈະຕອບຄຳຖາມເຫຼົ່ານີ້ບໍ? (ບໍ່). ຄຳຖາມທີຫ້າ: “ເຈົ້າກຳລັງປະຕິບັດໜ້າທີ່ຫຍັງຢູ່ທີ່ນີ້? ໃຜເປັນຜູ້ນໍາຂອງເຈົ້າ?” ເຈົ້າຈະຕອບຄຳຖາມນີ້ບໍ? (ບໍ່). ເປັນຫຍັງຈຶ່ງບໍ່ຕອບ? (ຂ້ານ້ອຍບໍ່ມີພັນທະທີ່ຕ້ອງບອກພວກເຂົາ). ແລ້ວກັບໄປທີ່ຄຳຖາມທຳອິດ: ຖ້າຖືກຖາມວ່າເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ, ພວກເຈົ້າທຸກຄົນກໍຕອບເປັນສຽງດຽວກັນວ່າ “ເຊື່ອ”. ການຕອບແບບນີ້ຖືກຕ້ອງແລ້ວບໍ? (ບໍ່). ເປັນຫຍັງຈຶ່ງບໍ່ຖືກຕ້ອງ? (ເພາະວ່າຄວາມເຊື່ອເປັນເສລີພາບສ່ວນບຸກຄົນ. ຕຳຫຼວດບໍ່ມີສິດອຳນາດໃນການແຊກແຊງ. ດັ່ງນັ້ນ, ຂ້ານ້ອຍມີສິດທີ່ຈະບໍ່ບອກພວກເຂົາ). ແລ້ວເປັນຫຍັງເຈົ້າຈຶ່ງບໍ່ບອກພວກເຂົາ? (ເພາະວ່າຂ້ານ້ອຍຈຳເປັນຕ້ອງໄດ້ຮັບການຊີ້ແຈງກ່ອນວ່າ ເປັນຫຍັງພວກເຂົາຈຶ່ງສອບຖາມຂ້ານ້ອຍ, ພວກເຂົາຖາມໃນຖານະຫຍັງ ແລະ ການສອບຖາມຂອງພວກເຂົາຖືກຕ້ອງຕາມກົດໝາຍ ຫຼື ບໍ່. ຖ້າຈຸດປະສົງ ແລະ ຕົວຕົນຂອງພວກເຂົາບໍ່ຊັດເຈນ, ຂ້ານ້ອຍກໍບໍ່ໄດ້ມີພັນທະທີ່ຈະຕອບຄຳຖາມຂອງພວກເຂົາ). ຄຳເວົ້ານີ້ຖືກຕ້ອງແລ້ວ. ໃນຕອນທຳອິດ, ພວກເຈົ້າທຸກຄົນບອກຈະຕອບວ່າ “ແມ່ນ”, ແຕ່ເມື່ອເຮົາຖາມຕໍ່ໄປ, ພວກເຈົ້າກໍເລີ່ມຮູ້ສຶກວ່າບາງຢ່າງມັນຜິດປົກກະຕິ, ຮູ້ສຶກວ່າຄຳຕອບຂອງພວກເຈົ້າບໍ່ຖືກຕ້ອງ. ພວກເຈົ້າລະບຸໄດ້ບໍວ່າບັນຫາມັນຢູ່ບ່ອນໃດ? ໃນເລື່ອງນີ້, ນີ້ຄືຄວາມເຂົ້າໃຈທີ່ພວກເຈົ້າຄວນມີ: ພວກເຮົາບໍ່ໄດ້ລະເມີດກົດໝາຍອັນໃດ ໂດຍການເຊື່ອໃນພຣະເຈົ້າ, ພວກເຮົາບໍ່ແມ່ນອາດຊະຍາກອນ, ພວກເຮົາມີສິດທິມະນຸດ ແລະ ເສລີພາບຂອງພວກເຮົາ. ບໍ່ແມ່ນວ່າໃຜຈະສາມາດມາສອບສວນ ຫຼື ສອບຖາມພວກເຮົາຕາມອຳເພີໃຈກໍໄດ້. ມັນບໍ່ແມ່ນຄວາມຈິງທີ່ວ່າ ໃຜກໍຕາມທີ່ຖາມຄຳຖາມພວກເຮົາ, ພວກເຮົາກໍຕ້ອງຕອບຄຳຖາມຕາມຄວາມຈິງ; ພວກເຮົາບໍ່ໄດ້ມີພັນທະທີ່ຈະເຮັດແນວນີ້. ຄຳເວົ້າເຫຼົ່ານີ້ຖືກຕ້ອງແລ້ວບໍ? (ແມ່ນ). ມັນເປັນສິ່ງທີ່ຜິດກົດໝາຍສຳລັບໃຜກໍຕາມ, ບໍ່ວ່າເປັນຜູ້ໃດ, ທີ່ຈະສອບສວນພວກເຮົາຕາມອຳເພີໃຈ; ພວກເຮົາຕ້ອງໄດ້ເຂົ້າໃຈກົດໝາຍ ແລະ ຮຽນຮູ້ວິທີໃຊ້ມັນເພື່ອປົກປ້ອງຕົນເອງ. ນີ້ຄືສະຕິປັນຍາທີ່ປະຊາກອນທີ່ພຣະເຈົ້າເລືອກຄວນມີ. ສະນັ້ນ, ເຈົ້າຄວນເຮັດແນວໃດຖ້າເຈົ້າປະເຊີນກັບສະຖານະການເຊັ່ນນີ້ໃນອະນາຄົດ? ຖ້າໃຜບາງຄົນຖາມເຈົ້າວ່າ ເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ, ເຈົ້າຈະຕອບແນວໃດ, ເຈົ້າຈະຈັດການມັນແນວໃດ? ສິ່ງທຳອິດທີ່ເຈົ້າຕ້ອງເວົ້າແມ່ນ “ເຈົ້າແມ່ນໃຜ? ເຈົ້າເອົາສິດຫຍັງມາຖາມຂ້ອຍແບບນີ້? ຂ້ອຍຮູ້ຈັກເຈົ້າບໍ?” ຖ້າພວກເຂົາເວົ້າວ່າພວກເຂົາເປັນພະນັກງານຂອງໜ່ວຍງານລັດຖະບານໃດໜຶ່ງ, ເຈົ້າກໍຄວນຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນຕົວຕົນ. ຖ້າພວກເຂົາບໍ່ສະແດງຫຼັກຖານຢັ້ງຢືນຕົວຕົນ, ເຈົ້າກໍເວົ້າວ່າ “ເຈົ້າບໍ່ມີຄຸນສົມບັດທີ່ຈະລົມກັບຂ້ອຍ ແລະ ຂ້ອຍກໍບໍ່ມີພັນທະອັນໃດທີ່ຈະຕອບເຈົ້າ. ມີພະນັກງານລັດຖະບານຫຼາຍຄົນ; ຂ້ອຍຕ້ອງໄດ້ຕອບພວກເຂົາທຸກຄົນບໍ? ລັດຖະບານໄດ້ກຳນົດຄົນເພື່ອຈັດການໜ້າວຽກບາງຢ່າງແລ້ວ, ເຈົ້າໄດ້ຮັບຜິດຊອບເລື່ອງນີ້ແທ້ບໍ? ເຖິງແມ່ນວ່າເຈົ້າຈະຮັບຜິດຊອບກໍຕາມ, ຂ້ອຍກໍບໍ່ໄດ້ລະເມີດກົດໝາຍ, ສະນັ້ນ ເປັນຫຍັງຂ້ອຍຕ້ອງຕອບເຈົ້າ? ເປັນຫຍັງຂ້ອຍຕ້ອງບອກເຈົ້າທຸກຢ່າງ? ຖ້າເຈົ້າຄິດວ່າຂ້ອຍເຮັດສິ່ງໃດຜິດ ແລະ ລະເມີດກົດໝາຍ, ເຈົ້າກໍສາມາດນຳສະແດງຫຼັກຖານໄດ້. ແຕ່ຖ້າເຈົ້າຢາກໃຫ້ຂ້ອຍຕອບຄຳຖາມໃດກໍຕາມຂອງເຈົ້າ, ໃຫ້ໄປລົມກັບທະນາຍຄວາມຂອງຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕອບເຈົ້າ ແລະ ເຈົ້າກໍບໍ່ມີສິດທີ່ຈະຖາມ!” ວິທີການຕອບກັບແບບນີ້ເປັນແນວໃດ? ມັນສະແດງໃຫ້ເຫັນເຖິງສັກສີແມ່ນບໍ? (ແມ່ນ). ແລ້ວການຕອບກັບຂອງພວກເຈົ້າສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນເຖິງສັກສີບໍ? (ບໍ່). ການຕອບກັບໃນແບບຂອງພວກເຈົ້າສະແດງໃຫ້ເຫັນເຖິງການບໍ່ຮູ້ໃນກົດໝາຍ. ເຈົ້າພຽງແຕ່ຕອບທຸກຢ່າງທີ່ຄົນອື່ນຖາມ ແລະ ໃນທີ່ສຸດແລ້ວຈະເກີດຫຍັງຂຶ້ນ? ເຈົ້າກໍຈະກາຍເປັນຢູດາ. ພວກເຈົ້າສາມາດຕອບແບບບໍ່ຄິດໜ້າຄິດຫຼັງໄດ້ ແລະ ມັນມີເຫດຜົນສຳລັບສິ່ງນັ້ນ: ຜູ້ຄົນໃນປະເທດຂອງພະຍານາກໃຫຍ່ສີແດງໄດ້ຖືກປູກຝັງຄວາມຄິດແບບຜິດໆ ແລະ ລ້າງສະໝອງໃຫ້ຄິດວ່າ ຜູ້ເຊື່ອໃນພຣະເຈົ້າແມ່ນຄົນໂງ່ຈ້າ, ເປັນຊົນຊັ້ນຕໍ່າ ແລະ ຖືກຂົ່ມເຫັງໂດຍລັດ, ວ່າໃນປະເທດນີ້ພວກເຂົາຄວນດຳລົງຊີວິດໂດຍບໍ່ມີສິດທິມະນຸດ ຫຼື ສັກສີ; ດັ່ງນັ້ນ, ຜູ້ເຊື່ອຈຶ່ງຫຼຸດຂັ້ນຕົນເອງໄປຢູ່ໃນສະຖານະທີ່ຕໍ່າກວ່າ. ຫຼັງຈາກທີ່ມາປະເທດຕາເວັນຕົກ, ພວກເຂົາບໍ່ເຂົ້າໃຈສິ່ງຕ່າງໆ ເຊັ່ນ: ສິດທິມະນຸດແມ່ນຫຍັງ, ສັກສີແມ່ນຫຍັງ ຫຼື ພັນທະຂອງພົນລະເມືອງແມ່ນຫຍັງ. ສະນັ້ນ, ເມື່ອໃຜບາງຄົນຖາມວ່າເຈົ້າເຊື່ອໃນພຣະເຈົ້າບໍ, ເຈົ້າກໍຮີບຮ້ອນຍອມຮັບຍ້ອນຄວາມຢ້ານ, ບອກພວກເຂົາທຸກຢ່າງທີ່ເຈົ້າຮູ້ ແລະ ບໍ່ສະແດງໃຫ້ເຫັນເຖິງວຸດທິພາວະອັນໃດເລີຍ. ໃຜເປັນຜູ້ກໍ່ໃຫ້ເກີດສິ່ງທັງໝົດນີ້? ມັນແມ່ນການປູກຝັງຄວາມຄິດ ແລະ ການປົກຄອງຂອງພະຍານາກໃຫຍ່ສີແດງທີ່ກໍ່ໃຫ້ເກີດສິ່ງເຫຼົ່ານີ້. ໃນສ່ວນເລິກຂອງຈິດໃຕ້ສຳນຶກຂອງທຸກຄົນໃນແຜ່ນດິນໃຫຍ່, ມີແນວຄິດທີ່ວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າແລ້ວ, ເຈົ້າກໍຢູ່ໃນສະຖານະທີ່ຕໍ່າທີ່ສຸດໃນສັງຄົມນີ້, ໃນບັນດາມະນຸດຊາດ; ເຈົ້າກາຍເປັນຄົນທີ່ແຍກອອກຈາກສັງຄົມ ແລະ ມະນຸດຊາດ. ດັ່ງນັ້ນ, ຄົນເຫຼົ່ານີ້ຈຶ່ງຂາດສັກສີ, ສິດທິມະນຸດ ແລະ ການຮັບຮູ້ທີ່ຈະປົກປ້ອງຕົນເອງ; ພວກເຂົາໂງ່ຈ້າ, ບໍ່ຮູ້ຄວາມ ແລະ ຂາດຄວາມຮູ້ເທົ່າທັນ, ປ່ອຍໃຫ້ຄົນອື່ນຂົ່ມເຫັງ ແລະ ບົ່ງການພວກເຂົາຕາມອຳເພີໃຈ. ນີ້ຄືແນວຄິດຂອງພວກເຈົ້າ. ຢ່າວ່າແຕ່ການຍຶດໝັ້ນໃນຄໍາພະຍານເພື່ອພຣະເຈົ້າເລີຍ, ແຕ່ເຈົ້າຍັງພ້ອມທໍລະຍົດຕໍ່ພຣະອົງໄດ້ຕະຫຼອດເວລາ, ກາຍເປັນຢູດາໄດ້ຕະຫຼອດເວລາ. ສະນັ້ນ, ເຈົ້າຈະກະທຳດ້ວຍສັກສີໄດ້ແນວໃດ? ເຈົ້າຄວນປະເຊີນໜ້າກັບຄົນແປກໜ້າທີ່ຖາມຄຳຖາມເຈົ້າແນວໃດ? ກ່ອນອື່ນ, ໃຫ້ຖາມວ່າພວກເຂົາແມ່ນໃຜ, ຈາກນັ້ນກໍຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນຕົວຕົນ. ນີ້ແມ່ນຂັ້ນຕອນທາງກົດໝາຍທີ່ເໝາະສົມ. ໃນປະເທດຕາເວັນຕົກ, ຕຳຫຼວດ ຫຼື ພະນັກງານລັດຖະບານອື່ນໆ, ເມື່ອພົວພັນກັບປະຊາຊົນໃນຖານະຕົວແທນທີ່ເຮັດວຽກໃຫ້ລັດຖະບານ, ຈະສະແດງຫຼັກຖານຢັ້ງຢືນຕົວຕົນຂອງພວກເຂົາກ່ອນສະເໝີ. ຫຼັງຈາກທີ່ກວດສອບຕົວຕົນຂອງພວກເຂົາໂດຍອີງໃສ່ຫຼັກຖານຢັ້ງຢືນຕົວຕົນຂອງພວກເຂົາແລ້ວ, ເຈົ້າຈຶ່ງຕັດສິນໃຈວ່າຈະຕອບກັບຄຳຖາມຂອງພວກເຂົາແນວໃດ ຫຼື ຈະຈັດການກັບຂໍ້ຮຽກຮ້ອງທີ່ພວກເຂົາມີຕໍ່ເຈົ້າແນວໃດ. ແນ່ນອນວ່າ ໃນເລື່ອງນີ້ເຈົ້າມີຊ່ອງທາງໃຫ້ເລືອກຢ່າງແນ່ນອນ, ເຈົ້າມີອຳນາດໃນການຕັດສິນໃຈດ້ວຍຕົນເອງຢ່າງແທ້ຈິງ, ເຈົ້າບໍ່ແມ່ນຫຸ່ນເຊີດ. ເຖິງແມ່ນວ່າເຈົ້າຈະເປັນຄົນຈີນ ແລະ ເປັນສະມາຊິກຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ເຈົ້າກໍຍັງເປັນສະມາຊິກທີ່ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບການຍອມຮັບຂອງປະເທດທີ່ເຈົ້າອາໄສຢູ່. ຢ່າລືມວ່າເຈົ້າມີອຳນາດໃນການຕັດສິນໃຈດ້ວຍຕົນເອງ; ເຈົ້າບໍ່ແມ່ນທາດ ຫຼື ນັກໂທດຂອງປະເທດໃດ, ເຈົ້າເປັນຄົນທີ່ສາມາດມີສິດນຳໃຊ້ກົດໝາຍ, ສິດທິມະນຸດ ແລະ ລະບົບຂອງປະເທດນີ້.
ໂດຍອີງໃສ່ເນື້ອໃນທີ່ເຮົາໄດ້ໂອ້ລົມກັນ, ພວກເຈົ້າຄວນປະເຊີນໜ້າກັບສະພາບແວດລ້ອມທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ເຫດການທີ່ບໍ່ຄາດຄິດແນວໃດ? ນີ້ຄືຈຸດທີສີ່ທີ່ພວກເຮົາຈະໂອ້ລົມກັນ, ນັ້ນກໍຄື ຢ່າເປັນຄົນໃຈເສາະ. ບາງຄົນຖາມວ່າ “ການເປັນຄົນບໍ່ໃຈເສາະໝາຍເຖິງການກະທຳຢ່າງກ້າຫານບ້າບິ່ນແມ່ນບໍ?” ບໍ່ແມ່ນ, ການບໍ່ເປັນຄົນໃຈເສາະໝາຍເຖິງການບໍ່ຢ້ານກົວອຳນາດໃດກໍຕາມ ເພາະພວກເຮົາບໍ່ແມ່ນອາດຊະຍາກອນ, ພວກເຮົາບໍ່ແມ່ນທາດ; ພວກເຮົາຄືປະຊາກອນທີ່ພຣະເຈົ້າເລືອກ ແລະ ມີກຽດສັກສີ, ເປັນມະນຸດທີ່ຖືກສ້າງຂຶ້ນມາຢ່າງມີກຽດສັກສີ ພາຍໃຕ້ອຳນາດສູງສຸດຂອງພຣະຜູ້ສ້າງ. ໃນການຮັບມືກັບເລື່ອງນີ້, ກ່ອນອື່ນໝົດຢ່າໃຈເສາະ; ນອກຈາກນັ້ນ, ໃຫ້ຮັກສາໜ້າທີ່ ແລະ ສະພາບແວດລ້ອມໃນການປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ ແລະ ພ້ອມທັງປະເຊີນໜ້າກັບສະພາບແວດລ້ອມຕ່າງໆ ລວມທັງຄຳເວົ້າ, ການກະທຳ ແລະ ສິ່ງອື່ນໆຂອງອຳນາດຕ່າງໆ ທີ່ແນໃສ່ພວກເຮົາ ດ້ວຍທັດສະນະຄະຕິທີ່ຫ້າວຫັນ. ການປະເຊີນໜ້າກັບພວກເຂົາຢ່າງຫ້າວຫັນ ແລະ ບໍ່ໃຈເສາະ, ພວກເຈົ້າຄິດແນວໃດກັບທັດສະນະຄະຕິແບບນີ້? (ເປັນສິ່ງທີ່ດີ). ການດຳລົງຊີວິດແບບນີ້ແມ່ນມີກຽດສັກສີ, ສົມກັບຄວາມເປັນຄົນ; ມັນບໍ່ແມ່ນການດຳລົງຊີວິດຢ່າງໜ້າອັບອາຍພຽງເພື່ອເອົາຕົວລອດໄປວັນໆ. ພວກເຮົາມາຕ່າງປະເທດເພື່ອປະຕິບັດໜ້າທີ່ຂອງພວກເຮົາ, ບໍ່ແມ່ນເພື່ອຫາລ້ຽງປາກທ້ອງ ຫຼື ເພື່ອຫາລ້ຽງຊີບ; ພວກເຮົາບໍ່ໄດ້ລະເມີດກົດໝາຍອັນໃດ, ບໍ່ໄດ້ສ້າງຄວາມເດືອດຮ້ອນໃຫ້ປະເທດໃດ ແລະ ພວກເຮົາກໍບໍ່ແມ່ນທາດຂອງປະເທດໃດຢ່າງແນ່ນອນ. ພວກເຮົາກຳລັງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງພາຍໃນເຮືອນຂອງພຣະເຈົ້າ; ພວກເຮົາຫາລ້ຽງຊີບຕົນເອງ, ບໍ່ໄດ້ເພິ່ງພາອາໄສຄົນອື່ນ; ນີ້ເປັນສິ່ງຖືກຕ້ອງຕາມກົດໝາຍໂດຍສົມບູນ.
ໃນສີ່ຈຸດທີ່ພວກເຮົາຫາກໍປຶກສາຫາລືກັນໄປ, ແຕ່ລະຈຸດລ້ວນແຕ່ມີຄວາມສຳຄັນຫຼາຍ. ຈຸດທີໜຶ່ງແມ່ນຫຍັງ? (ບໍ່ວ່າຈະຢູ່ຕ່າງປະເທດ ຫຼື ຢູ່ປະເທດຈີນ, ການສະລະຕົນເພື່ອພຣະເຈົ້າຢ່າງໝົດຫົວໃຈ ແລະ ການປະຕິບັດໜ້າທີ່ຂອງຕົນ ແມ່ນພາລະກິດທີ່ເປັນທຳທີ່ສຸດໃນບັນດາມວນມະນຸດຊາດທັງໝົດນັບແຕ່ສະໄໝບູຮານຈົນເຖິງປັດຈຸບັນ. ການປະຕິບັດໜ້າທີ່ຂອງພວກເຮົານັ້ນເປີດເຜີຍ ແລະ ກົງໄປກົງມາ, ບໍ່ແມ່ນເຮັດແບບລັບໆ, ເພາະສິ່ງທີ່ພວກເຮົາກຳລັງເຮັດໃນຕອນນີ້ແມ່ນພາລະກິດທີ່ເປັນທຳທີ່ສຸດໃນບັນດາມະນຸດຊາດ). ແລ້ວຂໍ້ທີສອງເດ? (ພຣະເຈົ້າຊົງອຳນາດສູງສຸດຢູ່ເໜືອທຸກສິ່ງ ແລະ ທຸກເຫດການ. ທຸກຢ່າງ, ລວມທັງຜູ້ປົກຄອງຂອງໂລກ ແລະ ອຳນາດໃດກໍຕາມໃນໂລກ ກໍຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມໃນພຣະຫັດຂອງພຣະເຈົ້າ, ບໍ່ມີຊະຕາກຳຂອງຜູ້ໃດທີ່ໄດ້ຮັບການຄວບຄຸມໂດຍຕົວພວກເຂົາເອງ. ພວກເຮົາກໍບໍ່ແມ່ນຂໍ້ຍົກເວັ້ນ; ຊະຕາກຳຂອງພວກເຮົາຢູ່ພາຍໃຕ້ອຳນາດສູງສຸດ ແລະ ການຄວບຄຸມຂອງພຣະຫັດຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງທິດທາງທີ່ພວກເຮົາຈະໄປ ແລະ ບ່ອນທີ່ພວກເຮົາຈະຢູ່ໄດ້. ການປົກຄອງ ແລະ ລະບົບຂອງຜູ້ປົກຄອງໃນປະເທດທີ່ພວກເຮົາອາໄສຢູ່ນັ້ນເປັນແນວໃດ, ສະພາບແວດລ້ອມໃນການດຳລົງຊີວິດຂອງປະເທດນີ້ເປັນແນວໃດ ແລະ ບໍ່ວ່າສິ່ງເຫຼົ່ານັ້ນຈະເປັນໄພຂົ່ມຂູ່, ເປັນປໍລະປັກ ຫຼື ເປັນມິດຕໍ່ພວກເຮົາ, ທັງໝົດນີ້ກໍໄດ້ຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ພວກເຮົາບໍ່ມີຫຍັງຕ້ອງເປັນກັງວົນ ຫຼື ເປັນຫ່ວງເລີຍ). ຈຸດທີສາມເດ? (ບໍ່ວ່າພວກເຮົາຈະຢູ່ໃສ ແລະ ບໍ່ວ່າສັກກະຍະພາບຂອງພວກເຮົາຈະຫຼາຍໜ້ອຍ ຫຼື ຂີດຄວາມສາມາດຂອງພວກເຮົາຈະສູງຕ່ຳພຽງໃດ, ພວກເຮົາກໍເປັນພຽງສ່ວນໜຶ່ງໃນບັນດາສິ່ງທີ່ຖືກສ້າງອັນຕ່ຳຕ້ອຍເທົ່ານັ້ນ. ຄວາມຮັບຜິດຊອບ ແລະ ໜ້າທີ່ພຽງຢ່າງດຽວທີ່ພວກເຮົາຄວນປະຕິບັດໃຫ້ສຳເລັດກໍຄື ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ, ການຈັດແຈງ ແລະ ການຈັດວາງຂອງພຣະຜູ້ສ້າງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຮົາຈະຢູ່ໃນປະເທດເສລີ, ຖ້າມື້ໜຶ່ງພຣະເຈົ້າຊົງຍົກກຳລັງທີ່ເປັນປໍລະປັກຂຶ້ນມາຂົ່ມເຫັງ ແລະ ທຳຮ້າຍພວກເຮົາ, ພວກເຮົາກໍບໍ່ຄວນມີຄຳຈົ່ມວ່າອັນໃດທັງສິ້ນ. ນີ້ກໍເພາະວ່າພັນທະ, ຄວາມຮັບຜິດຊອບ ແລະ ໜ້າທີ່ຂອງພວກເຮົາຄື ການຍອມອ່ອນນ້ອມຕໍ່ທຸກສິ່ງທີ່ພຣະເຈົ້າກະທຳ, ຕໍ່ທຸກຢ່າງທີ່ພຣະເຈົ້າຊົງຈັດວາງ). ຈຸດທີສີ່ກໍຄືການປະເຊີນໜ້າກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຢູ່ພາຍນອກທັງໝົດຢ່າງຫ້າວຫັນ ໂດຍບໍ່ມີຄວາມໃຈເສາະ. ສີ່ຈຸດນີ້ແມ່ນທັດສະນະຄະຕິ ແລະ ຄວາມເຂົ້າໃຈທີ່ທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນຄວນມີ ແລະ ມັນຍັງເປັນຄວາມຈິງທີ່ທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນຄວນເຂົ້າໃຈ. ເຖິງແມ່ນວ່າສີ່ຈຸດນີ້ຈະບໍ່ກ່ຽວຂ້ອງຫຍັງຫຼາຍກັບຄວາມຮັບຜິດຊອບທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ໂອ້ລົມກັນໃນມື້ນີ້, ແຕ່ເນື່ອງຈາກພວກເຮົາກຳລັງເວົ້າເຖິງຄວາມຫຍຸ້ງຍາກໃນວຽກງານ, ພວກເຮົາຈຶ່ງຍັງຈຳເປັນຕ້ອງກ່າວເຖິງເລື່ອງເຫຼົ່ານີ້; ສິ່ງເຫຼົ່ານີ້ບໍ່ໄດ້ພຽງເວົ້າໄປລ້າໆ.
3. ຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດເມື່ອປະເຊີນກັບຄວາມຫຍຸ້ງຍາກ
ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໄດ້ພົບພໍ້ກັບບັນຫາທີ່ຈັດການໄດ້ຍາກໃນວຽກງານພາຍນອກ ແລະ ໃນທີ່ສຸດກໍໝົດທ່າ, ບໍ່ສາມາດເບິ່ງທະລຸເຖິງຕົ້ນຕໍຂອງບັນຫາ ແລະ ທັງບໍ່ຮູ້ວ່າຈະຮັບມືກັບມັນແນວໃດ. ພວກເຂົາພຽງແຕ່ບໍ່ສົນໃຈມັນ, ເຊິ່ງສົ່ງຜົນໃຫ້ບັນຫານັ້ນຖືກປະຖິ້ມໃຫ້ຊັກຊ້າ. ນີ້ແມ່ນບັນຫາຫຍັງ? ມັນກໍຄືບັນຫາທີ່ຜູ້ນໍາປອມທີ່ບໍ່ສາມາດເຮັດວຽກໄດ້ ແລະ ກໍ່ໃຫ້ເກີດຄວາມຊັກຊ້າເທົ່ານັ້ນ. ຜູ້ນໍາປອມຂາດເຫດຜົນຂອງຄົນປົກກະຕິ; ໃນເມື່ອພວກເຂົາບໍ່ສາມາດຈັດການກັບບັນຫາໄດ້, ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ລາຍງານບັນຫາຕໍ່ເບື້ອງເທິງ? ຖ້າເຈົ້າລາຍງານບັນຫາຕໍ່ເບື້ອງເທິງ, ພວກເຮົາກໍສາມາດປະເຊີນໜ້າກັບມັນຮ່ວມກັນ ແລະ ໃນທີ່ສຸດບັນຫາກໍຈະຖືກແກ້ໄຂໄດ້. ມີບາງເລື່ອງທີ່ພວກເຈົ້າບໍ່ສາມາດເບິ່ງທະລຸໄດ້; ເຮົາຈະຊ່ວຍພວກເຈົ້າວິເຄາະພວກມັນເອງ. ຕາບໃດທີ່ພວກເຮົາບໍ່ລະເມີດກົດໝາຍ ຫຼື ລະບຽບຂອງລັດຖະບານ, ກໍບໍ່ມີບັນຫາໃດທີ່ໃຫຍ່ເກີນກວ່າທີ່ຈະຜ່ານຜ່າໄປໄດ້. ສຳລັບບັນຫາທີ່ມີສ່ວນພົວພັນກັບຫຼັກການຄວາມຈິງ, ພວກເຮົາກໍແກ້ໄຂດ້ວຍຕົວເຮົາເອງ; ສຳລັບບັນຫາທີ່ມີສ່ວນພົວພັນກັບກົດໝາຍ, ພວກເຮົາກໍສາມາດຂໍຄຳປຶກສາທາງກົດໝາຍເພື່ອຂໍຄວາມຊ່ວຍເຫຼືອ ແລະ ແກ້ໄຂຜ່ານວິທີການທາງກົດໝາຍ. ບໍ່ວ່າອຳນາດຊົ່ວຮ້າຍໃດຈະຕັ້ງໃຈລົບກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ, ຈົ່ງຈື່ໄວ້ຢ່າງໜຶ່ງວ່າ: ຕາບໃດທີ່ພວກເຮົາບໍ່ເຮັດຜິດກົດໝາຍ ຫຼື ລະເມີດລະບຽບຂອງລັດຖະບານ, ກໍບໍ່ມີໃຜຈະມາເຮັດຫຍັງເຮົາໄດ້. ນີ້ກໍເພາະວ່າຕ່າງປະເທດສ່ວນໃຫຍ່ເປັນປະເທດປະຊາທິປະໄຕ ແລະ ປົກຄອງດ້ວຍກົດໝາຍ; ເຖິງແມ່ນວ່າອຳນາດຊົ່ວຮ້າຍຈະກະທຳຜິດຕໍ່ກົດໝາຍກໍຕາມ, ພວກເຂົາກໍຢ້ານການຖືກເປີດໂປງ ແລະ ການລົງໂທດທາງກົດໝາຍ. ນີ້ຄືຄວາມຈິງ. ບໍ່ວ່າມືມືດຂອງພະຍານາກໃຫຍ່ສີແດງຈະກໍ່ກວນ ແລະ ທຳລາຍວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ໄດ້ລົບກວນການໃຊ້ຊີວິດແບບປົກກະຕິຂອງພວກເຮົາ ຫຼື ຕິດສິນບົນຄົນໃດຄົນໜຶ່ງໃຫ້ເຮັດສິ່ງທີ່ບໍ່ດີ, ພວກເຮົາຕ້ອງໄດ້ຖ່າຍຮູບ ແລະ ຖ່າຍວິດີໂອທີ່ເປັນຂອງແທ້ໄວ້, ເກັບການບັນທຶກທີ່ຖືກຕ້ອງຢ່າງຈິງຈັງ, ຂຽນເວລາ, ສະຖານທີ່ ແລະ ຜູ້ທີ່ກ່ຽວຂ້ອງໃຫ້ຊັດເຈນ. ເມື່ອເຖິງເວລາທີ່ເໝາະສົມ, ພວກເຮົາຈະແກ້ໄຂມັນຜ່ານວິທີການທາງກົດໝາຍ ແລະ ພວກເຮົາບໍ່ຈຳເປັນຕ້ອງຢ້ານມັນ. ເຖິງແມ່ນວ່າການກົດຂີ່ຂອງພະຍານາກໃຫຍ່ສີແດງຈະບ້າປ່ວງສໍ່າໃດ, ພວກເຮົາກໍບໍ່ຢ້ານມັນ ເພາະພຣະເຈົ້າຄືຜູ້ສະໜັບສະໜູນຂອງພວກເຮົາ ແລະ ມື້ໜຶ່ງພຣະເຈົ້າຈະສົ່ງໄພພິບັດໄປທຳລາຍມັນ, ພຣະເຈົ້າຈະດຳເນີນການລົງໂທດມັນໂດຍກົງ ແລະ ພວກເຮົາບໍ່ຈຳເປັນຕ້ອງເຮັດຫຍັງ. ບາງຄັ້ງພວກເຈົ້າກໍບໍ່ສາມາດເບິ່ງທະລຸບັນຫາບາງຢ່າງໄດ້; ໃນກໍລະນີດັ່ງກ່າວ, ພວກເຈົ້າຄວນລາຍງານຂຶ້ນໄປຫາເບື້ອງເທິງໂດຍດ່ວນ ແລະ ເບື້ອງເທິງຈະຊີ້ທາງໃຫ້ພວກເຈົ້າ, ເຮັດໃຫ້ບັນຫາໃຫຍ່ກາຍເປັນບັນຫານ້ອຍ ແລະ ບັນຫານ້ອຍກໍຈະໄດ້ຮັບການແກ້ໄຂ. ຕາມຄວາມຈິງແລ້ວ, ສຳລັບຫຼາຍໆບັນຫາພວກເຈົ້າບໍ່ຮູ້ວິທີການວິເຄາະ ແລະ ບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງມັນ ແລະ ຄິດວ່າສະຖານະການນັ້ນໃຫຍ່ ແລະ ຮ້າຍແຮງ, ແຕ່ຫຼັງຈາກໄດ້ການວິເຄາະຈາກເບື້ອງເທິງ, ພວກເຈົ້າກໍຈະຮັບຮູ້ວ່າມັນບໍ່ມີຫຍັງເລີຍ; ມັນບໍ່ມີຫຍັງຕ້ອງຢ້ານ ແລະ ບໍ່ມີຫຍັງໃຫຍ່, ພຽງແຕ່ໃຊ້ວິທີການແບບປ່ອຍວາງ ແລະ ມັນຈະແກ້ໄຂຕົວມັນເອງພາຍຫຼັງໃນໄລຍະເວລາໜຶ່ງ. ການລົບກວນຂອງອຳນາດຊົ່ວຮ້າຍບໍ່ສາມາດສ້າງຄື້ນລົມໃຫຍ່ໄດ້; ພວກເຂົາຢ້ານຖືກເປີດໂປງຕໍ່ສາທາລະນະທີ່ສຸດ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າກ້າວຂ້າມຂອບເຂດ. ຖ້າພວກຕົວຕະຫຼົກຈຳນວນໜຶ່ງກ້າກ້າວຂ້າມຂອບເຂດ, ພວກເຮົາກໍສາມາດແກ້ໄຂໄດ້ດ້ວຍການໃຊ້ມາດຕະການທາງກົດໝາຍຈັດການ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນຄວນເບິ່ງໃຫ້ທະລຸ. ບໍ່ວ່າເຈົ້າຈະປະເຊີນກັບສະຖານະການໃດຢູ່ກໍຕາມ, ເຈົ້າຕ້ອງບໍ່ປະພຶດຕົນແບບສັບສົນມຶນງົງ ຫຼື ໂງ່ຈ້າຢ່າງເດັດຂາດ. ຖ້າເຈົ້າບໍ່ສາມາດເບິ່ງທະລຸສະຖານະການ ຫຼື ຈັດການມັນໄດ້, ເຈົ້າກໍຄວນລາຍງານຂຶ້ນໄປຫາເບື້ອງເທິງໃນທັນທີ ແລະ ໃຫ້ເບື້ອງເທິງໃຫ້ຄຳແນະນຳ ແລະ ຍຸດທະສາດແກ່ເຈົ້າ. ຄວາມຢ້ານກົວທີ່ແທ້ຈິງພຽງຢ່າງດຽວກໍຄື ຜູ້ນໍາປອມບໍ່ສາມາດເບິ່ງທະລຸບັນຫາ ຫຼື ຈັດການກັບບັນຫາໄດ້ ແຕ່ກໍຍັງບໍ່ລາຍງານຕໍ່ເບື້ອງເທິງ ຫຼື ແຈ້ງໃຫ້ເບື້ອງເທິງຊາບ; ພວກເຂົາລໍຖ້າຈົນກວ່າສະຖານະການຈະບານປາຍ ແລະ ເຮັດໃຫ້ວຽກງານຊັກຊ້າ ກ່ອນທີ່ຈະລາຍງານຂຶ້ນໄປຫາເບື້ອງເທິງ, ເຊິ່ງອາດຈະສູນເສຍໂອກາດທີ່ດີທີ່ສຸດໃນການຈັດການກັບບັນຫາໄດ້. ມັນຄືກັບຄົນທີ່ເປັນມະເຮັງ ແຕ່ບໍ່ໄປກວດ ຫຼື ປິ່ນປົວໃຫ້ທັນເວລາ, ໄປໂຮງໝໍເພື່ອປິ່ນປົວສະເພາະຕອນທີ່ເປັນມະເຮັງໄລຍະສຸດທ້າຍເທົ່ານັ້ນ, ແຕ່ຕອນນັ້ນມັນກໍຊ້າເກີນໄປແລ້ວ ແລະ ເຮັດໄດ້ພຽງແຕ່ລໍຖ້າຄວາມຕາຍ. ດັ່ງນັ້ນ, ຜູ້ນໍາປອມຈຶ່ງເປັນຜູ້ທີ່ມັກທີ່ຈະເຮັດໃຫ້ວຽກງານຊັກຊ້າທີ່ສຸດ. ຜູ້ນໍາປອມຄືຄົນທີ່ມີສະຕິທີ່ບໍ່ສົມບູນ, ພວກເຂົາຄືຄົນເສເພ, ທັງບໍ່ມີຄວາມຮັບຜິດຊອບ ແລະ ທັງບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າຜູ້ນໍາປອມຄືເດນມະນຸດ, ເປັນຕົວນຳໂຊກຮ້າຍ, ເປັນຄົນໂງ່ຈ້າທີ່ໄຮ້ເຫດຜົນ? ນັ້ນແຫຼະຄືເຫດຜົນ. ຜູ້ນໍາປອມຄົນໃດກໍຕາມທີ່ມີຂີດຄວາມສາມາດທີ່ຕໍ່າຈົນບໍ່ສາມາດຈັດການແມ່ນແຕ່ວຽກງານພາຍນອກໄດ້ ເຊິ່ງກໍຄວນຖືກປົດອອກ ແລະ ກຳຈັດທັນທີ, ບໍ່ໃຫ້ພວກເຂົາຖືກໃຊ້ງານອີກເລີຍ, ເພື່ອປ້ອງກັນບໍ່ໃຫ້ວຽກງານຂອງເຮືອນຂອງພຣະເຈົ້າຊັກຊ້າໄປຕື່ມອີກ. ວຽກງານຂອງຜູ້ນໍາປອມຖືເປັນອຸປະສັກຫຼາຍທີ່ສຸດ. ຫຼາຍໆຄັ້ງເມື່ອມີບັນຫາເກີດຂຶ້ນ, ມັນສາມາດແກ້ໄຂໄດ້ຜ່ານການປຶກສາຫາລືກັບທຸກຄົນຢ່າງທັນທ່ວງທີ; ຄວາມກັງວົນພຽງຢ່າງດຽວກໍຄື ຜູ້ນໍາປອມທີ່ຮັບຜິດຊອບນັ້ນເປັນຄົນທີ່ມີສະຕິທີ່ບໍ່ສົມບູນ, ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ ແຕ່ກໍບໍ່ປຶກສາຫາລືກັບກຸ່ມຕັດສິນໃຈ ຫຼື ລາຍງານຕໍ່ເບື້ອງເທິງ ແລະ ພວກເຂົາມີທັດສະນະຄະຕິແບບບໍ່ໃສ່ໃຈ, ປົກປິດ ແລະ ກົດທັບບັນຫາໄວ້, ເຊິ່ງນີ້ກໍຄືສິ່ງທີ່ເຮັດໃຫ້ວຽກງານຊັກຊ້າທີ່ສຸດ. ຖ້າບັນຫາຖືກປະຖິ້ມໃຫ້ຊັກຊ້າ ແລະ ສະຖານະການກໍປ່ຽນແປງໄປ, ມັນອາດຈະນໍາໄປສູ່ການສູນເສຍການຄວບຄຸມໃນການຈັດການບັນຫາ, ໂດຍນໍາໄປສູ່ສະຖານະການທີ່ຕ້ອງຕັ້ງຮັບ. ສິ່ງນີ້ພິສູດຫຍັງໄດ້? ບາງເລື່ອງບໍ່ສາມາດຊັກຊ້າໄດ້ ແລະ ຕ້ອງໄດ້ຮັບການຈັດການຢ່າງທັນທ່ວງທີ ຕັ້ງແຕ່ໂອກາດທຳອິດທີ່ມີ. ແນວໃດກໍຕາມ, ຜູ້ນໍາປອມບໍ່ໄດ້ຮັບຮູ້ເລື່ອງນີ້, ສະນັ້ນ ບຸກຄົນທີ່ມີຂີດຄວາມສາມາດຕໍ່າທີ່ສຸດກໍບໍ່ຄວນໄດ້ເປັນຜູ້ນໍາຢ່າງເດັດຂາດ. ຜູ້ນໍາປອມຮູ້ພຽງແຕ່ກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໃດກໍຕາມໄດ້; ພວກເຂົາເຮັດໄດ້ພຽງແຕ່ທຳຮ້າຍຜູ້ຄົນ ຫຼື ເຮັດໃຫ້ວຽກງານຊັກຊ້າເທົ່ານັ້ນ. ມີພຽງແຕ່ການປົດຜູ້ນໍາປອມເຫຼົ່ານີ້ອອກ ແລະ ເລືອກບຸກຄົນທີ່ມີພາລະ ແລະ ມີຄວາມຮັບຜິດຊອບມາເປັນຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ ວຽກງານຂອງຄຣິສຕະຈັກຈຶ່ງຈະສາມາດດຳເນີນໄປໄດ້ຢ່າງເປັນປົກກະຕິ. ບໍ່ວ່າຈະປະເຊີນໜ້າກັບບັນຫາໃດກໍຕາມ, ຕາບໃດທີ່ເຈົ້າສາມາດສະແຫວງຫາຄວາມຈິງໄດ້, ກໍຍ່ອມມີທາງທີ່ຈະແກ້ໄຂມັນໄດ້. ວຽກງານພາຍນອກ ແລະ ການລົບກວນທີ່ເກີດຈາກພະຍານາກໃຫຍ່ສີແດງ ສາມາດແກ້ໄຂໄດ້ຜ່ານວິທີການທາງກົດໝາຍເມື່ອຈຳເປັນ, ນັ້ນບໍ່ຖືເປັນເລື່ອງໃຫຍ່. ຕາບໃດທີ່ພວກເຮົາບໍ່ເຮັດຜິດກົດໝາຍ ຫຼື ລະເມີດລະບຽບຂອງລັດຖະບານ, ກໍບໍ່ມີໃຜສາມາດເຮັດຫຍັງພວກເຮົາໄດ້ ແລະ ດ້ວຍຄວາມເຊື່ອໝັ້ນນີ້, ພວກເຮົາກໍບໍ່ຈຳເປັນຕ້ອງຢ້ານກົວການລົບກວນໃດກໍຕາມຈາກຊາຕານ ຫຼື ມານຮ້າຍ.
ຕອນນີ້, ບັນຫາຂອງຜູ້ນໍາປອມຕ້ອງໄດ້ຮັບການໄຈ້ແຍກ ແລະ ເຂົ້າໃຈ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບການດຳເນີນວຽກງານຂອງຄຣິສຕະຈັກໃຫ້ດີ! ຕອນນີ້ໃຫ້ພວກເຮົາໂອ້ລົມກັນວ່າ ເປັນຫຍັງຜູ້ນໍາປອມເມື່ອປະເຊີນໜ້າກັບບັນຫາທີ່ພວກເຂົາບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ ຈຶ່ງຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ. ພວກເຮົາຄວນເບິ່ງເລື່ອງນີ້ແນວໃດ? ພວກເຈົ້າທຸກຄົນສາມາດວິເຄາະເລື່ອງນີ້ ແລະ ໄດ້ຮັບປະໂຫຍດຈາກການເຮັດເຊັ່ນນັ້ນ. ບັນຫາຂອງຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງນັ້ນກໍຮ້າຍແຮງຢູ່ແລ້ວ, ແຕ່ຍັງມີບັນຫາທີ່ຮ້າຍແຮງກວ່ານັ້ນອີກ: ເມື່ອຄຣິສຕະຈັກພົບພໍ້ກັບການລົບກວນຈາກຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມບໍ່ພຽງແຕ່ບໍ່ຈັດການມັນ; ສິ່ງທີ່ຮ້າຍແຮງໄປກວ່ານັ້ນກໍຄື ພວກເຂົາຍັງບໍ່ໄດ້ລາຍງານຕໍ່ເບື້ອງເທິງ, ປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ, ພວກເຂົາພຽງແຕ່ນັ່ງເບິ່ງຢ່າງປອດໄພຢູ່ດ້ານນອກ, ໂດຍບໍ່ເຮັດໃຫ້ໃຜຜິດໃຈ. ບໍ່ວ່າວຽກງານຂອງຄຣິສຕະຈັກຈະຖືກລົບກວນໃນລະດັບໃດກໍຕາມ, ຜູ້ນໍາປອມກໍບໍ່ໄດ້ສົນໃຈ. ນີ້ແມ່ນບັນຫາຫຍັງ? ຜູ້ນໍາປອມເຊັ່ນນີ້ຂາດສິນທຳເກີນໄປ ຫຼື ບໍ່? ຄວາມຈິງຂໍ້ນີ້ພຽງຢ່າງດຽວກໍພຽງພໍທີ່ຈະຂັບໄລ່ຜູ້ນໍາປອມເຊັ່ນນີ້ອອກໄປແລ້ວ. ການທີ່ຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກຢ່າງເສລີເທົ່າກັບວ່າເປັນການມອບຄຣິສຕະຈັກ ແລະ ປະຊາກອນທີ່ພຣະເຈົ້າເລືອກໃຫ້ກັບຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້, ເປັນການກະທຳທີ່ເປັນໂລ້ກຳບັງໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສ. ສິ່ງນີ້ສ້າງຄວາມສູນເສຍອັນໃຫຍ່ຫຼວງໃຫ້ແກ່ວຽກງານຂອງຄຣິສຕະຈັກ! ພຽງແຕ່ຈຸດນີ້ຈຸດດຽວ, ຄຳຖາມຈຶ່ງບໍ່ແມ່ນວ່າຜູ້ນໍາປອມຄວນຖືກປົດອອກ ຫຼື ບໍ່, ແຕ່ມັນຕ້ອງແມ່ນວ່າພວກເຂົາຄວນຖືກຄັດອອກ ຫຼື ບໍ່. ແລ້ວອັນໃດມີລັກສະນະທີ່ຮ້າຍແຮງກວ່າກັນ: ຜູ້ນໍາປອມທີ່ບໍ່ເຮັດວຽກງານຕົວຈິງ ຫຼື ຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກ? ການບໍ່ເຮັດວຽກງານຕົວຈິງສາມາດສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຄວາມຄືບໜ້າຂອງວຽກງານຄຣິສຕະຈັກໄດ້; ນີ້ກໍໄດ້ເປັນການເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າຢູ່ແລ້ວ. ແນວໃດກໍຕາມ, ເມື່ອຜູ້ນໍາປອມປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສລົບກວນຄຣິສຕະຈັກຕາມອຳເພີໃຈ, ໂດຍບໍ່ໄດ້ສະແຫວງຫາທາງອອກ ຫຼື ລາຍງານຕໍ່ເບື້ອງເທິງ, ຜົນທີ່ຕາມມາກໍຈະຮ້າຍແຮງເກີນກວ່າທີ່ຈິນຕະນາການໄດ້. ຢ່າງໜ້ອຍທີ່ສຸດ, ຊີວິດໃນຄຣິສຕະຈັກກໍຈະຖືກຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດໃຫ້ປັ່ນປ່ວນ ແລະ ເລະເທະໄປໝົດ ແລະ ນອກຈາກນັ້ນ, ວຽກງານຂອງຄຣິສຕະຈັກກໍຈະຖືກທຳລາຍ ແລະ ກາຍເປັນອຳມະພາດ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ການເຜີຍແຜ່ວຽກງານຂ່າວປະເສີດບໍ? ຜົນທີ່ຕາມມານັ້ນຖືວ່າຮ້າຍແຮງຫຼາຍ! ສະນັ້ນ, ຖ້າຜູ້ນໍາປອມເຮັດຜິດພາດແບບນີ້, ພວກເຂົາຕ້ອງໄດ້ຖືກຂັບໄລ່ອອກໄປ. ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນມັກຈະມີຄວາມຄິດ ແລະ ຄວາມຄິດຫຼົງຜິດທີ່ແຕກຕ່າງກັນກ່ຽວກັບການລາຍງານບັນຫາຕໍ່ເບື້ອງເທິງ. ບາງຄົນເວົ້າວ່າ: “ເຖິງແມ່ນວ່າຈະລາຍງານບັນຫາຕໍ່ເບື້ອງເທິງ ກໍອາດຈະແກ້ໄຂບໍ່ໄດ້”. ນີ້ຄືຄຳເວົ້າທີ່ໄຮ້ສາລະ! ເຈົ້າໝາຍຄວາມວ່າແນວໃດ “ອາດຈະແກ້ໄຂບໍ່ໄດ້”? ພຽງແຕ່ຍ້ອນວ່າເຈົ້າແກ້ໄຂບໍ່ໄດ້ ບໍ່ໄດ້ໝາຍຄວາມວ່າເບື້ອງເທິງຈະແກ້ໄຂບໍ່ໄດ້. ຖ້າເບື້ອງເທິງໃຫ້ເສັ້ນທາງແກ່ເຈົ້າ, ຕາມຈິງແລ້ວບັນຫາກໍໄດ້ຮັບການແກ້ໄຂໂດຍພື້ນຖານແລ້ວ; ຖ້າເບື້ອງເທິງບໍ່ໃຫ້ເສັ້ນທາງ, ເຈົ້າກໍຈະບໍ່ມີເສັ້ນທາງໃດເລີຍ. ເຈົ້າບໍ່ສາມາດເບິ່ງທະລຸແມ່ນແຕ່ບັນຫາເລັກນ້ອຍນີ້ໄດ້; ເຈົ້າຊ່າງອວດດີ ແລະ ຖືຕົນວ່າຊອບທຳເກີນໄປແລ້ວ! ບາງຄົນກໍເວົ້າວ່າ “ເມື່ອພວກເຮົາປະເຊີນກັບຄວາມຫຍຸ້ງຍາກ ຫຼື ບັນຫາ, ພວກເຮົາຕ້ອງໄຕ່ຕອງສອງສາມມື້ກ່ອນ ແລະ ລາຍງານສະເພາະແຕ່ໃນຕອນທີ່ພວກເຮົາຫາທາງອອກບໍ່ໄດ້ແທ້ໆ”. ມັນອາດຈະຟັງຄືວ່າຜູ້ທີ່ເວົ້າແບບນີ້ມີເຫດຜົນ, ແຕ່ການໄຕ່ຕອງສອງສາມມື້ນີ້ບໍ່ໄດ້ເຮັດໃຫ້ເກີດຄວາມຊັກຊ້າບໍ? ເຈົ້າແນ່ໃຈໄດ້ບໍວ່າການໄຕ່ຕອງໃນເວລາສອງສາມມື້ຈະແກ້ໄຂບັນຫາໄດ້? ເຈົ້າຮັບປະກັນໄດ້ບໍວ່າມັນຈະບໍ່ເຮັດໃຫ້ເກີດຄວາມຊັກຊ້າຕື່ມອີກ? ຄົນອື່ນເວົ້າວ່າ “ຖ້າພວກເຮົາລາຍງານບັນຫາໃນທັນທີ, ເບື້ອງເທິງຈະບໍ່ຄິດວ່າພວກເຮົາບໍ່ສາມາດເບິ່ງທະລຸແມ່ນແຕ່ບັນຫາເລັກນ້ອຍນີ້ໄດ້ບໍ? ພວກເຂົາຈະບໍ່ເອີ້ນພວກເຮົາວ່າເປັນຄົນໂງ່ຈ້າ ແລະ ບໍ່ຮູ້ຄວາມຫຍັງ ແລະ ລິຮານພວກເຮົາບໍ?” ພວກເຂົາເວົ້າຜິດແລ້ວ, ບໍ່ວ່າເຈົ້າຈະລາຍງານບັນຫາ ຫຼື ບໍ່, ຄຸນນະພາບໃນຂີດຄວາມສາມາດຂອງເຈົ້າກໍໄດ້ປາກົດໃຫ້ເຫັນແລ້ວ; ເບື້ອງເທິງຮູ້ທຸກຢ່າງ. ເຈົ້າຄິດວ່າເບື້ອງເທິງຈະໃຫ້ຄ່າເຈົ້າສູງບໍ ຖ້າເຈົ້າບໍ່ລາຍງານບັນຫາໃດໜຶ່ງ? ຖ້າເຈົ້າລາຍງານບັນຫາ ແລະ ມັນບໍ່ໄດ້ເຮັດໃຫ້ເລື່ອງສຳຄັນເກີດຄວາມຊັກຊ້າ, ເຮືອນຂອງພຣະເຈົ້າກໍຈະບໍ່ຖືໂທດເຈົ້າ. ແນວໃດກໍຕາມ, ຖ້າເຈົ້າບໍ່ລາຍງານ ແລະ ມັນນໍາໄປສູ່ຄວາມຊັກຊ້າ, ເຈົ້າຈະຕ້ອງຮັບຜິດຊອບໂດຍກົງ ແລະ ເຈົ້າຈະຖືກປົດອອກໃນທັນທີ, ບໍ່ໃຫ້ເຈົ້າໄດ້ຖືກໃຊ້ງານອີກເລີຍ. ປະຊາກອນທີ່ພຣະເຈົ້າເລືອກກໍຈະເຫັນວ່າເຈົ້າບໍ່ຮູ້ຄວາມຫຍັງ, ໂງ່ຈ້າ, ເປັນຄົນປັນຍາອ່ອນ, ເປັນຄົນເສຍຈິດ ແລະ ພວກເຂົາຈະກຽດຊັງເຈົ້າ ແລະ ດູຖູກເຈົ້າຕະຫຼອດໄປ. ຜູ້ທີ່ມັກຈະຢ້ານການຖືກລິຮານ ຫຼື ຖືກເບິ່ງຂ້າມຈາກເບື້ອງເທິງຍ້ອນການລາຍງານບັນຫາ, ຖືເປັນຜູ້ທີ່ມີຂີດຄວາມສາມາດຕໍ່າ ແລະ ໂງ່ຈ້າທີ່ສຸດ; ພວກເຂົາຕ້ອງຖືກປົດອອກ, ບໍ່ໃຫ້ພວກເຂົາໄດ້ຖືກໃຊ້ງານອີກເລີຍ. ການມີຂີດຄວາມສາມາດທີ່ຕໍ່າຂະໜາດນີ້ແລ້ວຍັງຕ້ອງການຮັກສາໜ້າ, ນີ້ບໍ່ຖືວ່າໜ້າດ້ານທີ່ສຸດແລ້ວບໍ? ບອກເຮົາມາເບິ່ງ, ຜູ້ນໍາປອມທີ່ບໍ່ພຽງແຕ່ເຮັດວຽກບໍ່ດີ ແຕ່ຍັງເຮັດໃຫ້ເລື່ອງສຳຄັນຊັກຊ້າ, ເປັນຕາຊັງບໍ? ພວກເຂົາກໍຄວນຖືກປົດອອກບໍ? (ແມ່ນແລ້ວ). ຖ້າປະເຊີນໜ້າກັບບັນຫາໃຫຍ່ ແລະ ພວກເຂົາສາມາດລາຍງານໄດ້ທັນທ່ວງທີ ໂດຍບໍ່ເຮັດໃຫ້ເກີດຄວາມຊັກຊ້າ ຫຼື ຜົນສະທ້ອນທີ່ຮ້າຍແຮງ, ຜູ້ນໍາເຊັ່ນນີ້ຄວນຖືກເບິ່ງແນວໃດ? ຢ່າງໜ້ອຍພວກເຂົາກໍຖືໄດ້ວ່າມີເຫດຜົນ ແລະ ສາມາດປົກປ້ອງວຽກງານຂອງຄຣິສຕະຈັກໄດ້. ຜູ້ນໍາເຊັ່ນນີ້ຄວນຖືກໃຊ້ງານຕໍ່ໄປໄດ້ແມ່ນບໍ? (ແມ່ນແລ້ວ). ມີພຽງແຕ່ຜູ້ນໍາທີ່ປັນຍາອ່ອນທີ່ສຸດເທົ່ານັ້ນທີ່ຈະລະເວັ້ນຈາກການລາຍງານບັນຫາຍ້ອນຢ້ານການຖືກລິຮານ. ຜູ້ນໍາເຊັ່ນນີ້ຍັງສາມາດໃຊ້ງານໄດ້ໃນອະນາຄົດຢູ່ບໍ? ເຮົາຄິດວ່າພວກເຂົາບໍ່ສາມາດໃຊ້ງານໄດ້ອີກຕໍ່ໄປ ເພາະການໃຊ້ງານພວກເຂົາເຮັດໃຫ້ເກີດຄວາມຊັກຊ້າຫຼາຍເກີນໄປ. ມາຮອດຕອນນີ້, ພວກເຈົ້າທຸກຄົນຄວນຈະສາມາດເບິ່ງທະລຸບັນຫາປະເພດນີ້ໄດ້ແລ້ວ, ແມ່ນບໍ? ເມື່ອພວກເຈົ້າປະເຊີນກັບບັນຫາທີ່ບໍ່ສາມາດຈັດການໄດ້, ຈົ່ງລາຍງານ ແລະ ໂອ້ລົມເພື່ອຫາທາງອອກກັບກຸ່ມຕັດສິນໃຈໂດຍດ່ວນ. ຖ້າກຸ່ມຕັດສິນໃຈບໍ່ສາມາດຈັດການໄດ້, ຈົ່ງລາຍງານຕໍ່ເບື້ອງເທິງໃນທັນທີ; ຢ່າກັງວົນເລື່ອງນັ້ນເລື່ອງນີ້, ການທີ່ສາມາດແກ້ໄຂບັນຫາໄດ້ໃຫ້ທັນທ່ວງທີເປັນສິ່ງທີ່ສຳຄັນທີ່ສຸດ. ຕົວຢ່າງທີ່ຫາກໍກ່າວເຖິງນັ້ນເກີດຂຶ້ນໃນທຸກຄຣິສຕະຈັກ; ຄວາມຫຍຸ້ງຍາກ ແລະ ບັນຫາເຫຼົ່ານີ້ຈະເກີດຂຶ້ນ. ເມື່ອປຽບທຽບກັບຄວາມຫຍຸ້ງຍາກພາຍໃນບາງປະການຂອງຄຣິສຕະຈັກ, ບັນຫາພາຍນອກເຫຼົ່ານີ້ກໍກ່ຽວຂ້ອງກັບຜົນສະທ້ອນທີ່ຮ້າຍແຮງກວ່າ. ດັ່ງນັ້ນ, ຄວາມຫຍຸ້ງຍາກຂອງບັນຫາພາຍນອກຈຶ່ງໃຫຍ່ກວ່າເມື່ອປຽບທຽບກັບບັນຫາພາຍໃນຂອງຄຣິສຕະຈັກ. ຖ້າພວກເຈົ້າໄດ້ປະເຊີນໜ້າກັບບັນຫາພາຍນອກ, ພວກເຈົ້າຄວນແກ້ໄຂໂດຍດ່ວນຜ່ານການປຶກສາຫາລື ຫຼື ລາຍງານຕໍ່ເບື້ອງເທິງ; ນີ້ແມ່ນສິ່ງທີ່ຕ້ອງໄດ້ເຮັດ. ມີພຽງແຕ່ການປະຕິບັດດ້ວຍວິທີນີ້ເທົ່ານັ້ນຈຶ່ງສາມາດຮັບປະກັນຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ ແລະ ຮັບປະກັນວ່າການເຜີຍແຜ່ຂ່າວປະເສີດແຫ່ງອານາຈັກຈະບໍ່ຖືກຂັດຂວາງ. ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາກ່ຽວກັບຫຼັກການໃນການຈັດການບັນຫາພາຍນອກຂອງຄຣິສຕະຈັກ.
ໃນແຕ່ລະຄຣິສຕະຈັກ, ມີບາງຄົນທີ່ມີຂີດຄວາມສາມາດຕໍ່າ ແລະ ພວກເຂົາມັກຈະພົບພໍ້ກັບຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງຕົນ, ບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້ ບໍ່ວ່າຈະໂອ້ລົມຄວາມຈິງໃຫ້ພວກເຂົາຟັງສໍ່າໃດກໍຕາມ, ພຽງແຕ່ປະຕິບັດຕາມກົດລະບຽບຢ່າງຕາມືດບອດໂດຍບໍ່ມີປະສິດທິຜົນທີ່ແທ້ຈິງ. ໃນກໍລະນີເຊັ່ນນີ້, ການມອບໝາຍໜ້າທີ່ຂອງຄົນເຫຼົ່ານີ້ຈຳເປັນຕ້ອງໄດ້ຮັບການປັບປ່ຽນ. ການປັບປ່ຽນນີ້ຄືການຈັດສັນບຸກຄະລາກອນໃໝ່. ຕົວຢ່າງເຊັ່ນ: ມີຄົນໜຶ່ງຖືກມອບໝາຍໃຫ້ເຮັດວຽກທີ່ສຳຄັນ, ແຕ່ພວກເຂົາມີບັນຫາບາງຢ່າງໃນວຽກງານຂອງພວກເຂົາທີ່ບໍ່ສາມາດແກ້ໄຂໄດ້ ບໍ່ວ່າເຈົ້າຈະໂອ້ລົມກັບພວກເຂົາຫຼາຍສໍ່າໃດກໍຕາມ. ເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາ ຫຼື ວ່າຄົນຜູ້ນີ້ຍັງສາມາດໃຊ້ງານໄດ້ຢູ່ ຫຼື ບໍ່ ແລະ ການສັງເກດການ ຫຼື ການໂອ້ລົມຕື່ມອີກກໍບໍ່ໄດ້ຜົນຫຍັງ. ເຖິງແມ່ນວ່າຄົນຜູ້ນີ້ຈະບໍ່ໄດ້ເຮັດໃຫ້ວຽກງານຊັກຊ້າຫຼາຍເກີນໄປ, ແຕ່ບັນຫາທີ່ສຳຄັນກໍບໍ່ເຄີຍໄດ້ຮັບການແກ້ໄຂ, ເຊິ່ງເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຢູ່ສະເໝີ. ເຈົ້າຄວນເຮັດແນວໃດເມື່ອປະເຊີນໜ້າກັບເລື່ອງນີ້? ນີ້ຄືບັນຫາທີ່ສຳຄັນທີ່ສຸດ. ຖ້າເຈົ້າບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ເຈົ້າກໍຄວນນຳມັນໄປປະຊຸມກັບຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອໂອ້ລົມ, ໄຈ້ແຍກ ແລະ ວິເຄາະ. ຖ້າໃນທີ່ສຸດກໍສາມາດບັນລຸຄວາມເຫັນດີເຫັນພ້ອມກັນໄດ້, ບັນຫາກໍຈະໄດ້ຮັບການແກ້ໄຂ. ຖ້າການປະຕິບັດດ້ວຍວິທີນີ້ບໍ່ໄດ້ແກ້ໄຂບັນຫາ, ເມື່ອມັນແກ່ຍາວອອກໄປ, ມັນຈະສາມາດເຮັດໃຫ້ເລື່ອງທີ່ສຳຄັນຊັກຊ້າໄດ້ແມ່ນບໍ? ຖ້າໄດ້, ແລ້ວເຈົ້າກໍຄວນລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາທາງອອກໂດຍໄວເທົ່າທີ່ຈະໄວໄດ້. ສະຫຼຸບກໍຄື, ບໍ່ວ່າເຈົ້າຈະພົບພໍ້ກັບຄວາມສັບສົນ ຫຼື ຄວາມຫຍຸ້ງຍາກໃດໃນວຽກງານຂອງເຈົ້າ, ຕາບໃດທີ່ມັນສາມາດສົ່ງຜົນກະທົບຕໍ່ປະຊາກອນທີ່ພຣະເຈົ້າເລືອກໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ຂັດຂວາງຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ, ບັນຫາກໍຄວນໄດ້ຮັບການແກ້ໄຂໂດຍທັນເວລາ. ຖ້າເຈົ້າບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ, ເຈົ້າກໍຄວນຊອກຫາຄົນຈຳນວນໜຶ່ງທີ່ເຂົ້າໃຈຄວາມຈິງເພື່ອແກ້ໄຂຮ່ວມກັນ. ຖ້າແມ່ນແຕ່ວິທີນີ້ຍັງບໍ່ໄດ້ຜົນ, ເຈົ້າກໍຕ້ອງໄດ້ຍົກບັນຫານັ້ນຂຶ້ນໄປ ແລະ ລາຍງານຕໍ່ເບື້ອງເທິງເພື່ອສະແຫວງຫາທາງອອກ. ນີ້ຄືຄວາມຮັບຜິດຊອບ ແລະ ພັນທະຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງຕໍ່ຄວາມຫຍຸ້ງຍາກ ຫຼື ຄວາມສັບສົນໃດກໍຕາມທີ່ພວກເຂົາພົບພໍ້, ບໍ່ແມ່ນພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນແບບຜ່ານໆ, ຮ້ອງຄຳຂວັນເພື່ອປຸກລະດົມອ້າຍເອື້ອຍນ້ອງ ຫຼື ລິຮານພວກເຂົາ ແລ້ວກໍຖືວ່າຈົບແລ້ວ ເມື່ອພົບບັນຫາ ຫຼື ຄວາມຫຍຸ້ງຍາກ. ບາງຄັ້ງການກ່າວຄຳເວົ້າ ແລະ ຫຼັກຄຳສອນອາດຈະແກ້ໄຂບັນຫາຜິວເຜີນບາງຢ່າງໄດ້, ແຕ່ເມື່ອເວົ້າຈົນເຖິງທີ່ສຸດແລ້ວ ມັນກໍບໍ່ສາມາດແກ້ໄຂບັນຫາທີ່ເປັນຮາກເຫງົ້າໄດ້. ບັນຫາທີ່ກ່ຽວຂ້ອງກັບຮາກເຫງົ້າ, ອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຄິດຫຼົງຜິດ ແລະ ຈິນຕະນາການຂອງຜູ້ຄົນ ຕ້ອງໄດ້ຮັບການແກ້ໄຂຜ່ານການໂອ້ລົມຄວາມຈິງໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ຍັງມີຄວາມຫຍຸ້ງຍາກສ່ວນບຸກຄົນຂອງຜູ້ຄົນ, ບັນຫາດ້ານສະພາບແວດລ້ອມ ແລະ ບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບທີ່ຈຳເປັນສຳລັບການປະຕິບັດໜ້າທີ່; ບັນຫາຕົວຈິງເຫຼົ່ານີ້ລ້ວນແຕ່ຕ້ອງການການແກ້ໄຂໂດຍຜູ້ນໍາ ແລະ ຜູ້ເຮັດວຽກ. ໃນບັນດາບັນຫາເຫຼົ່ານີ້, ຄວາມສັບສົນ ແລະ ຄວາມຫຍຸ້ງຍາກໃດກໍຕາມທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແກ້ໄຂໄດ້ ກໍສາມາດນຳໄປປະຊຸມກັບຜູ້ນໍາ ແລະ ຜູ້ເຮັດວຽກເພື່ອໄຈ້ແຍກ, ວິເຄາະ ແລະ ແກ້ໄຂ ຫຼື ພວກເຂົາສາມາດລາຍງານໂດຍກົງຕໍ່ເບື້ອງເທິງເພື່ອສະແຫວງຫາຄວາມຈິງເພື່ອແກ້ໄຂ. ສິ່ງນີ້ເອີ້ນວ່າການເຮັດວຽກງານຕົວຈິງ ແລະ ມີພຽງແຕ່ການເຝິກຝົນເພື່ອເຮັດວຽກງານຕົວຈິງດ້ວຍວິທີນີ້ເທົ່ານັ້ນ ວຸດທິພາວະຂອງຄົນໆໜຶ່ງຈຶ່ງສາມາດເຕີບໃຫຍ່ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີ. ຜູ້ນໍາ ແລະ ຜູ້ເຮັດວຽກ, ຕາບໃດທີ່ພວກເຂົາມີຄວາມຮັບຜິດຊອບ, ກໍຈະສັງເກດເຫັນບັນຫາໄດ້ຕະຫຼອດເວລາ ແລະ ທຸກສະຖານທີ່; ມີບັນຫາທີ່ພວກເຂົາຄວນແກ້ໄຂທຸກມື້. ຕົວຢ່າງເຊັ່ນ: ເຮົາຫາກໍກ່າວເຖິງເຫດການໜຶ່ງທີ່ໃຜບາງຄົນຖາມວ່າພວກເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ ແລະ ພວກເຈົ້າທຸກຄົນກໍສັບສົນ. ໃນເບື້ອງຕົ້ນ, ທຸກຄົນກ່າວວ່າພວກເຂົາຈະຕອບວ່າ “ເຊື່ອ”, ແຕ່ຕໍ່ມາບາງຄົນກໍເວົ້າວ່ານັ້ນບໍ່ແມ່ນການຕອບກັບທີ່ຖືກຕ້ອງ ແລະ ຄົນອື່ນກໍເວົ້າວ່າພວກເຂົາບໍ່ຮູ້; ກໍເລີຍມີການຕອບກັບສາລະພັດຢ່າງ. ໃນທີ່ສຸດ, ຜູ້ນໍາ ແລະ ຜູ້ເຮັດວຽກກໍງົງເຊັ່ນກັນ, ໂດຍຄິດວ່າ “ການເວົ້າວ່າ ‘ບໍ່’ ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຈະເປັນການປະຕິເສດພຣະເຈົ້າຕໍ່ໜ້າຄົນອື່ນ ແລະ ພຣະເຈົ້າກໍຈະບໍ່ຍອມຮັບພວກເຮົາ, ແຕ່ຜົນທີ່ຕາມມາຂອງການເວົ້າວ່າ ‘ເຊື່ອ’ ໃນພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເປັນແນວໃດ? ທາງເລືອກໃດກໍເບິ່ງຄືວ່າບໍ່ຖືກຕ້ອງ”. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຮູ້ວິທີແກ້ໄຂເລື່ອງນີ້ ແລະ ບໍ່ສາມາດຕັດສິນໃຈໄດ້; ດັ່ງນັ້ນ, ເມື່ອອ້າຍເອື້ອຍນ້ອງປະເຊີນກັບສະຖານະການເຊັ່ນນີ້ອີກ, ພວກເຂົາກໍຈະຍັງຂາດມຸມມອງ ແລະ ທັດສະນະຄະຕິທີ່ຖືກຕ້ອງ ແລະ ບັນຫາກໍຈະຍັງຄົງບໍ່ໄດ້ຮັບການແກ້ໄຂ, ເຊິ່ງໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປະຕິບັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ, ພວກເຂົາໄດ້ລະເລີຍໜ້າທີ່ຂອງຕົນ. ການລະເລີຍໜ້າທີ່ຂອງຕົນແມ່ນບັນຫາຂອງຄວາມສາມາດ ແລະ ຂີດຄວາມສາມາດ, ແຕ່ເມື່ອບັນຫາເຊັ່ນນີ້ເກີດຂຶ້ນ, ເຈົ້າຄວນເຮັດແນວໃດ ຖ້າເຈົ້າຮູ້ວ່າມັນຍັງບໍ່ໄດ້ຮັບການແກ້ໄຂ? ເຈົ້າບໍ່ຄວນບໍ່ສົນໃຈມັນ ຫຼື ກົດທັບບັນຫານັ້ນໄວ້ເພື່ອໃຫ້ມັນເຢັນລົງ, ປ່ອຍໃຫ້ທຸກຄົນກະທຳຢ່າງເສລີ ແລະ ເຮັດຕາມທີ່ພວກເຂົາຮູ້ສຶກ. ແທນທີ່ຈະເປັນແນວນັ້ນ, ເຈົ້າຕ້ອງລາຍງານຕໍ່ເບື້ອງເທິງ, ສະແຫວງຫາການກະທຳທີ່ເໝາະສົມ ແລະ ເສັ້ນທາງແຫ່ງການປະຕິບັດທີ່ຈະເດີນໃນສະຖານະການເຊັ່ນນີ້. ໃນທີ່ສຸດ, ທຸກຄົນກໍຄວນຖືກເຮັດໃຫ້ເຂົ້າໃຈວ່າເຈດຕະນາຂອງພຣະເຈົ້າໃນສະຖານະການເຫຼົ່ານີ້ແມ່ນຫຍັງ, ຫຼັກການໃດທີ່ຜູ້ຄົນຄວນຍຶດໝັ້ນ ແລະ ທັດສະນະຄະຕິ ແລະ ຈຸດຢືນໃດທີ່ພວກເຂົາຄວນມີ. ຈາກນັ້ນ, ເມື່ອປະເຊີນກັບສະຖານະການເຊັ່ນນີ້ອີກໃນອະນາຄົດ, ພວກເຂົາກໍຈະເຂົ້າໃຈຫຼັກການຄວາມຈິງ ແລະ ມີເສັ້ນທາງແຫ່ງການປະຕິບັດ. ດ້ວຍວິທີນີ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍຈະປະຕິບັດຄວາມຮັບຜິດຊອບຂອງຕົນໄດ້ສຳເລັດ. ແລ້ວເປັນຫຍັງພວກເຈົ້າທຸກຄົນຈຶ່ງຕອບໃນເບື້ອງຕົ້ນວ່າຈະຕອບ “ເຊື່ອ” ເມື່ອຖືກຖາມວ່າພວກເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ມີເຫດຜົນສຳລັບເລື່ອງນີ້ຢູ່: ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ເຄີຍໂອ້ລົມກັບພວກເຈົ້າກ່ຽວກັບວິທີແກ້ໄຂບັນຫາເຊັ່ນນີ້. ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນເລື່ອງເລັກນ້ອຍທີ່ທຸກຄົນມີຄວາມເຂົ້າໃຈເປັນຂອງຕົນເອງ, ທີ່ທຸກຄົນສາມາດເຂົ້າໃຈຕາມທີ່ພວກເຂົາມັກ ແລະ ປະຕິບັດຕາມທີ່ພວກເຂົາເຫັນວ່າເໝາະສົມ. ດັ່ງນັ້ນ, ເມື່ອພວກເຈົ້າຖືກຖາມຄຳຖາມແບບນີ້, ຈຶ່ງມີຄຳຕອບທຸກຮູບແບບເກີດຂຶ້ນ. ດັ່ງນັ້ນ, ພວກເຈົ້າໄດ້ຂໍ້ສະຫຼຸບກ່ຽວກັບເລື່ອງນີ້ແລ້ວແມ່ນບໍ? ເຈົ້າຄວນເຮັດແນວໃດ ຖ້າໃຜບາງຄົນຖາມເຈົ້າວ່າເຈົ້າເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ? ກ່ອນອື່ນ, ໃຫ້ຖາມວ່າພວກເຂົາແມ່ນໃຜ. ສອງ, ຂໍໃຫ້ພວກເຂົາສະແດງຫຼັກຖານຢັ້ງຢືນ. ຖ້າພວກເຂົາຖາມຂໍ້ມູນສ່ວນຕົວອື່ນໆຂອງເຈົ້າ, ຢ່າໃຫ້ຄຳຕອບຫຍັງ. ເຖິງແມ່ນວ່າພວກເຂົາຈະສະແດງຫຼັກຖານຢັ້ງຢືນ, ກໍຢ່າບອກພວກເຂົາ, ເພາະນີ້ແມ່ນຄວາມເປັນສ່ວນຕົວຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າມາຈັກປີ, ໃຜເປັນຜູ້ເທດສອນຂ່າວປະເສີດໃຫ້ເຈົ້າ, ເຈົ້າໄດ້ປະຕິບັດໜ້າທີ່ຢູ່ໃສແດ່, ຄວາມເຊື່ອຂອງເຈົ້າເຂັ້ມແຂງສໍ່າໃດ, ເຈົ້າເລືອກເສັ້ນທາງໃນອະນາຄົດຂອງເຈົ້າແນວໃດ, ເຈົ້າໄລ່ຕາມເສາະຫາ ແລະ ໄດ້ຮັບຄວາມຈິງແນວໃດ, ເລື່ອງເຫຼົ່ານີ້ມີຄ່າເກີນກວ່າທີ່ພວກເຮົາຈະເປີດເຜີຍໃຫ້ຄົນແປກໜ້າຄົນໃດຄົນໜຶ່ງໂດຍບໍ່ລະມັດລະວັງ. ພວກເຂົາບໍ່ມີສິດທີ່ຈະສອບຖາມກ່ຽວກັບຂໍ້ມູນທີ່ສຳຄັນເຊັ່ນນີ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດແກ້ໄຂບັນຫາເຊັ່ນນີ້ໄດ້, ພວກເຂົາກໍຄວນລາຍງານຕໍ່ເບື້ອງເທິງໂດຍທັນເວລາ ເພື່ອສະແຫວງຫາທາງອອກ ແລະ ຂໍຄຳແນະນຳກ່ຽວກັບການຕອບກັບທີ່ເໝາະສົມ. ເບື້ອງເທິງຈະບໍ່ເຍາະເຍີ້ຍເຈົ້າ; ຢ່າງຫຼາຍສຸດ, ພວກເຂົາຈະເວົ້າວ່າເຈົ້າໂງ່ເກີນໄປ. ບໍ່ວ່າຈະເປັນແນວໃດກໍຕາມ, ການທີ່ສາມາດແກ້ໄຂບັນຫາໄດ້ຖືເປັນຜົນໄດ້ຮັບທີ່ດີທີ່ສຸດ.
ມື້ນີ້, ກ່ຽວກັບຄວາມຮັບຜິດຊອບທີແປດຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນັ້ນກໍຄື ການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນທີ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບວ່າຄວາມສັບສົນ ແລະ ຄວາມຫຍຸ້ງຍາກແມ່ນຫຍັງ, ພ້ອມທັງວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ເມື່ອພວກເຂົາປະເຊີນໜ້າກັບມັນ ແລະ ວິທີຮັບມືກັບເລື່ອງເຫຼົ່ານີ້. ສ່ວນການສະແດງອອກຂອງຜູ້ນໍາປອມເມື່ອພວກເຂົາພົບພໍ້ກັບບັນຫາເຫຼົ່ານີ້, ພວກເຮົາຈະລວມເອົາສ່ວນນັ້ນໃນການໂອ້ລົມຄັ້ງຕໍ່ໄປ.
ວັນທີ 27 ມີນາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?