ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8) ສ່ວນທີ ໜຶ່ງ

ຂໍ້ທີແປດ: ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ປະເຊີນໃນວຽກງານໂດຍທັນເວລາ (ພາກທີສອງ)

ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີແປດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ປະເຊີນໃນວຽກງານໂດຍທັນເວລາ”. ເຖິງແມ່ນວ່າຂໍ້ທີແປດຈະມີພຽງແຕ່ແຖວດຽວ ແລະ ໂດຍພື້ນຖານແລ້ວມັນໄດ້ຮຽກຮ້ອງພຽງແຕ່ສິ່ງດຽວຈາກຜູ້ນໍາ ແລະ ຜູ້ເຮັດວຽກໃນດ້ານຄວາມຮັບຜິດຊອບຂອງພວກເຂົາ, ເຊິ່ງມັນເປັນເລື່ອງທີ່ງ່າຍດາຍຫຼາຍ, ພວກເຮົາໄດ້ໃຊ້ເວລາທັງໝົດໃນການເຕົ້າໂຮມເພື່ອໂອ້ລົມກ່ຽວກັບຫົວຂໍ້ນີ້. ຄັ້ງທີ່ຜ່ານມາ ພວກເຮົາໄດ້ໂອ້ລົມກ່ຽວກັບດ້ານໃດຂອງຫົວຂໍ້ນີ້ໂດຍສະເພາະເຈາະຈົງແດ່? ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່ຽວຂ້ອງກັບຂໍ້ນີ້ແມ່ນຫຍັງ? (ນັ້ນຄືເມື່ອພວກເຂົາປະເຊີນກັບຄວາມສັບສົນ ແລະ ຄວາມຫຍຸ້ງຍາກ ກໍຄວນເຕົ້າໂຮມເພື່ອໂອ້ລົມກັນ ແລະ ຖ້າພວກເຂົາຍັງບໍ່ໄດ້ຮັບຄວາມຊັດເຈນຜ່ານການໂອ້ລົມກັນແລ້ວ ກໍໃຫ້ສະແຫວງຫາວິທີແກ້ໄຂ ແລະ ລາຍງານຕໍ່ເບື້ອງເທິງໂດຍທັນເວລາ). ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກ່ຽວຂ້ອງກັບຂໍ້ນີ້ແມ່ນການມີສ່ວນຮ່ວມໃນວຽກງານ ແລະ ການທຸ່ມເທຕົນເອງເຂົ້າໃນລາຍການຂອງວຽກງານຕົວຈິງຕ່າງໆ ເພື່ອໃຫ້ສາມາດຄົ້ນພົບບັນຫາຕ່າງໆທີ່ພົບພໍ້ໃນວຽກງານ ແລະ ແກ້ໄຂໄດ້ຢ່າງທັນເວລາ. ຖ້າໄດ້ລອງຫຼາຍວິທີແລ້ວ ແລະ ບັນຫາຍັງບໍ່ສາມາດແກ້ໄຂໄດ້ຢ່າງສົມບູນ ແລະ ບັນຫາຍັງຄົງຢູ່ ແລະ ກາຍເປັນຄວາມສັບສົນ ແລະ ຄວາມຫຍຸ້ງຍາກ, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນປ່ອຍໃຫ້ຄວາມສັບສົນ ແລະ ຄວາມຫຍຸ້ງຍາກເຫຼົ່ານັ້ນສະສົມ ຫຼື ປ່ອຍຖິ້ມໄວ້ ແລະ ເມີນເສີຍຕໍ່ພວກມັນ, ແຕ່ຕ້ອງຄິດຫາວິທີແກ້ໄຂພວກມັນໂດຍທັນເວລາ. ແນ່ນອນວ່າ ວິທີທີ່ດີທີ່ສຸດໃນການແກ້ໄຂພວກມັນກໍຄື ການສະແຫວງຫາ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ ພ້ອມທັງຜູ້ນໍາ ແລະ ຜູ້ເຮັດວຽກໃນລະດັບຕ່າງໆ ເພື່ອແກ້ໄຂບັນຫາເຫຼົ່ານີ້. ຖ້າບັນຫາບໍ່ສາມາດແກ້ໄຂໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ຄວນເຮັດໃຫ້ເລື່ອງໃຫຍ່ກາຍເປັນເລື່ອງນ້ອຍ ແລະ ເຮັດໃຫ້ເລື່ອງນ້ອຍກາຍເປັນບໍ່ມີຫຍັງເກີດຂຶ້ນ ຫຼື ພຽງແຕ່ປ່ອຍຖິ້ມພວກມັນໄວ້ຊື່ໆ ແລະ ເມີນເສີຍຕໍ່ພວກມັນ, ແຕ່ຕ້ອງລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໂດຍທັນເວລາ ເພື່ອໃຫ້ບັນຫາສາມາດໄດ້ຮັບການແກ້ໄຂ. ດ້ວຍວິທີນີ້, ວຽກງານຈະດຳເນີນໄປຢ່າງລ່ຽນໄຫຼ ໂດຍບໍ່ມີຄວາມຫຍຸ້ງຍາກ ແລະ ບໍ່ມີອຸປະສັກ.

ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານ ແລະ ແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ປະເຊີນໃນວຽກງານໃຫ້ທັນເວລາ

I. ນິຍາມຂອງຄຳວ່າ “ທັນເວລາ”

ຂໍ້ທີແປດຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ກ່າວເຖິງການລາຍງານຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ, ນີ້ແມ່ນສິ່ງທີ່ສຳຄັນຫຼາຍ. ຖ້າບັນຫາຖືກຄົ້ນພົບໃນມື້ນີ້, ແຕ່ການແກ້ໄຂບັນຫາພັດໄດ້ຮັບຄວາມລ່າຊ້າອອກໄປເປັນແປດ ຫຼື ສິບມື້ ຫຼື ແມ່ນແຕ່ຫົກເດືອນ ຫຼື ໜຶ່ງປີ, ສິ່ງນັ້ນສາມາດເອີ້ນວ່າ “ທັນເວລາ” ໄດ້ບໍ? (ບໍ່, ບໍ່ໄດ້). ຖ້າເປັນແນວນັ້ນ, ຄຳວ່າ “ທັນເວລາ” ໝາຍຄວາມວ່າແນວໃດ? (ມັນໝາຍເຖິງການຈັດການບັນຫາໃນທັນທີທັນໃດ, ດຽວນີ້ເລີຍ ແລະ ບໍ່ຜັດເວລາ). ແບບນັ້ນບໍ່ເຂັ້ມງວດເກີນໄປໜ້ອຍໜຶ່ງບໍ? ຖ້າພວກເຮົາໃຊ້ຄຳສັບທີ່ກ່ຽວຂ້ອງກັບເວລາເພື່ອອະທິບາຍມັນ, ການແກ້ໄຂບັນຫາໃນທັນທີທັນໃດ, ດຽວນີ້ເລີຍ ແລະ ໃນຕອນນີ້ ແມ່ນຄວາມໝາຍຂອງຄຳວ່າ “ທັນເວລາ”, ແຕ່ເມື່ອເບິ່ງຄວາມໝາຍຕາມຕົວອັກສອນຂອງຄຳສັບເຫຼົ່ານີ້, ສິ່ງນີ້ບໍ່ແມ່ນເລື່ອງງ່າຍທີ່ຜູ້ຄົນຈະເຮັດໄດ້ ແລະ ມັນບໍ່ສອດຄ່ອງກັບຄວາມເປັນຈິງ. ຖ້າເປັນແນວນັ້ນ, ພວກເຮົາຄວນນິຍາມຄຳວ່າ “ທັນເວລາ” ແນວໃດເພື່ອໃຫ້ມັນຖືກຕ້ອງ? ຖ້າບັນຫາບໍ່ແມ່ນບັນຫາໃຫຍ່ ແຕ່ມັນຍັງຄົງເປັນອຸປະສັກຕໍ່ວຽກງານ ແລະ ຖ້າມັນສາມາດແກ້ໄຂໄດ້ພາຍໃນສອງສາມຊົ່ວໂມງ, ມັນກໍຄວນຈະໄດ້ຮັບການແກ້ໄຂພາຍໃນສອງສາມຊົ່ວໂມງ, ໂດຍສິ່ງນີ້ສາມາດຖືໄດ້ວ່າທັນເວລາບໍ? (ໄດ້). ສົມມຸດວ່າບັນຫາມີຄວາມຊັບຊ້ອນ ແລະ ຫຍຸ້ງຍາກໜ້ອຍໜຶ່ງ ແລະ ມັນສາມາດໄດ້ຮັບການແກ້ໄຂໄດ້ພາຍໃນສອງ ຫຼື ສາມມື້, ແຕ່ຜູ້ຄົນພະຍາຍາມສະແຫວງຫາຄວາມຈິງ, ຊອກຫາຂໍ້ມູນເພີ່ມເຕີມ ແລະ ພະຍາຍາມແກ້ໄຂບັນຫາໃຫ້ສຳເລັດພາຍໃນມື້ດຽວ, ແບບນັ້ນຈະບໍ່ເປັນປະໂຫຍດຕໍ່ວຽກງານຫຼາຍກວ່າບໍ? ສົມມຸດວ່າມີບັນຫາທີ່ຍັງເບິ່ງບໍ່ທະລຸໃນຕອນນີ້ ແລະ ມັນຈຳເປັນຕ້ອງໄດ້ມີການສຳຫຼວດ ແລະ ການຄົ້ນຄວ້າ, ເຊິ່ງຕ້ອງໃຊ້ເວລາໄລຍະໜຶ່ງ. ບັນຫາສະເພາະເຈາະຈົງນີ້ຈະໃຊ້ເວລາຫຼາຍສຸດສາມມື້ເພື່ອໃຫ້ໄດ້ຮັບການແກ້ໄຂ. ຖ້າມັນໃຊ້ເວລາດົນກວ່າສາມມື້, ກໍຈະເກີດຄວາມສົງໄສວ່າການແກ້ໄຂມັນກຳລັງຖືກເຮັດໃຫ້ຊັກຊ້າໂດຍເຈດຕະນາ ແລະ ມັນໝາຍຄວາມວ່າກຳລັງເສຍເວລາຖິ້ມໄປລ້າໆ. ດັ່ງນັ້ນ, ບັນຫາຄວນໄດ້ຮັບການລາຍງານ, ສະແຫວງຫາ ແລະ ແກ້ໄຂພາຍໃນສາມມື້. ນີ້ຄືຄວາມໝາຍຂອງຄຳວ່າ “ທັນເວລາ”. ຖ້າການແກ້ໄຂບັນຫາຈຳເປັນຕ້ອງໄດ້ມີການສື່ສານ ແລະ ການສືບສວນຕໍ່ກັນໄປໃນແຕ່ລະດັບຂັ້ນ, ພ້ອມທັງການເກັບກຳຂໍ້ມູນຕໍ່ກັນໄປໃນແຕ່ລະດັບຂັ້ນ ແລະ ອື່ນໆ, ຖ້າຂະບວນການຕ່າງໆມີຄວາມຊັບຊ້ອນຫຼາຍ, ມັນກໍຍັງບໍ່ຄວນແກ່ຍາວໄປເປັນເວລາໜຶ່ງເດືອນ. ສົມມຸດວ່າບັນຫາສາມາດໄດ້ຮັບການແກ້ໄຂພາຍໃນໜຶ່ງອາທິດ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຟ້າວຟັ່ງ, ເຮັດວຽກໃຫ້ໄວຂຶ້ນ ແລະ ເລືອກໃຊ້ຄົນທີ່ເໝາະສົມສອງສາມຄົນ, ເຊິ່ງໃນສະຖານະການນີ້, ຄຳວ່າ “ທັນເວລາ” ໝາຍເຖິງການຈຳກັດການແກ້ໄຂບັນຫາໃຫ້ຢູ່ໃນໜຶ່ງອາທິດ. ການໃຊ້ເວລາຫຼາຍກວ່າໜຶ່ງອາທິດເພື່ອແກ້ໄຂບັນຫາຈະເປັນການບໍ່ເໝາະສົມ, ແບບນັ້ນບໍ່ຖືເປັນການກະທຳແບບທັນເວລາ. ນີ້ຄືການຈຳກັດເວລາສຳລັບການຈັດການກັບເລື່ອງທີ່ຂ້ອນຂ້າງຊັບຊ້ອນເຊັ່ນນີ້. ຂອບເຂດເວລາແບບນີ້ອີງໃສ່ຫຍັງ? ມັນໄດ້ຖືກກຳນົດໂດຍອີງໃສ່ຂະໜາດຂອງບັນຫາ ແລະ ລະດັບຄວາມຫຍຸ້ງຍາກຂອງມັນ. ແຕ່ຢ່າງໃດກໍຕາມ, ບັນຫາສ່ວນໃຫຍ່ ເຊັ່ນ: ບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ ຫຼື ປະເດັນຂອງຫຼັກການທີ່ບໍ່ຊັດເຈນຕໍ່ຜູ້ຄົນ, ເຊິ່ງສາມາດໄດ້ຮັບການແກ້ໄຂດ້ວຍຄຳເວົ້າພຽງສອງສາມປະໂຫຍກ, ແລ້ວຄວນຈຳກັດເວລາໃນການແກ້ໄຂບັນຫາເຫຼົ່ານີ້ໄວ້ເທົ່າໃດ ເພື່ອໃຫ້ສາມາດຖືວ່າ “ທັນເວລາ” ໄດ້? ຖ້າພວກເຮົານິຍາມຄຳວ່າ “ທັນເວລາ” ໂດຍອີງໃສ່ຂະໜາດຂອງບັນຫາ ແລະ ລະດັບຄວາມຫຍຸ້ງຍາກຂອງມັນ, ແລ້ວບັນຫາສ່ວນໃຫຍ່ສາມາດໄດ້ຮັບການແກ້ໄຂໃນເວລາບໍ່ຮອດເຄິ່ງມື້, ໂດຍມີສ່ວນໜ້ອຍໃນບັນຫາເຫຼົ່ານັ້ນທີ່ອາດຈະຕ້ອງການເວລາຫຼາຍສຸດໜຶ່ງອາທິດເພື່ອແກ້ໄຂ; ຖ້າມີບັນຫາໃໝ່ເກີດຂຶ້ນ, ນັ້ນກໍເປັນອີກເລື່ອງໜຶ່ງ. ສະນັ້ນ, ຖ້າພວກເຮົານິຍາມຄຳວ່າ “ທັນເວລາ” ວ່າເປັນຄືກັບແບບທັນທີທັນໃດ, ດຽວນີ້ເລີຍ ແລະ ໃນຕອນນີ້, ສິ່ງນີ້ເບິ່ງຄືວ່າເປັນຂໍ້ຮຽກຮ້ອງທີ່ເຂັ້ມງວດຕໍ່ຜູ້ຄົນເກີນໄປ ໂດຍຕັດສິນຈາກຄວາມໝາຍຕາມຕົວອັກສອນຂອງຄຳສັບເຫຼົ່ານີ້, ແຕ່ເມື່ອເບິ່ງຕາມເວລາທີ່ຈຳກັດແລ້ວ, ເລື່ອງສ່ວນໃຫຍ່ຈະສາມາດແກ້ໄຂໄດ້ໃນເວລາເຄິ່ງມື້ ຫຼື ຫຼາຍສຸດໜຶ່ງມື້ ຖ້າຜູ້ຄົນລາຍງານ ແລະ ສະແຫວງຫາວິທີແກ້ໄຂໃຫ້ທັນເວລາ. ສິ່ງນີ້ສາມາດຖືວ່າເປັນເລື່ອງຫຍຸ້ງຍາກໃນດ້ານເວລາໄດ້ບໍ? (ບໍ່ໄດ້). ແລະ ເນື່ອງຈາກວ່າມັນບໍ່ແມ່ນເລື່ອງຫຍຸ້ງຍາກໃນດ້ານເວລາ, ມັນກໍຄວນຈະເປັນຂໍ້ກຳນົດທີ່ງ່າຍດາຍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະສາມາດເຮັດໄດ້ໃນການລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນເວລາ ແລະ ຄວາມສັບສົນ ແລະ ຄວາມຫຍຸ້ງຍາກເຫຼົ່ານີ້ກໍບໍ່ຄວນມີຢູ່ຢ່າງຕໍ່ເນື່ອງ ແລະ ບໍ່ໄດ້ຮັບການແກ້ໄຂ ແລະ ຍິ່ງໄປກວ່ານັ້ນ ກໍບໍ່ຄວນຖືກປ່ອຍໃຫ້ສະສົມຢູ່ໃນວຽກງານເປັນເວລາດົນ. ຕອນນີ້ພວກເຈົ້າທຸກຄົນຄວນຈະໄດ້ຮູ້ແນວຄິດທາງດ້ານເວລາຂອງຄຳວ່າ “ທັນເວລາ” ແລ້ວ, ນີ້ຄືປະເດັນທີ່ວ່າຜູ້ນໍາ ແລະ ຜູ້ເຮັດວຽກຈະປະເມີນຂອບເຂດເວລາແນວໃດ ເມື່ອຈັດການກັບຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານ. ໂດຍສະຫຼຸບແລ້ວ, ນິຍາມທີ່ຖືກຕ້ອງທີ່ສຸດຂອງຄຳວ່າ “ທັນເວລາ” ກໍຄືການກະທຳໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ນັ້ນກໍຄື ຖ້າບັນຫາສາມາດຖືກລາຍງານ, ສະແຫວງຫາ ແລະ ແກ້ໄຂໄດ້ພາຍໃນເຄິ່ງມື້, ມັນກໍຄວນຈະເປັນເຊັ່ນນັ້ນ ແລະ ຖ້າມັນສາມາດໄດ້ຮັບການແກ້ໄຂພາຍໃນໜຶ່ງມື້, ມັນກໍຄວນຈະເປັນເຊັ່ນນັ້ນ ແລະ ພະຍາຍາມບໍ່ໃຫ້ເກີດຄວາມລ່າຊ້າ ແລະ ບໍ່ໃຫ້ວຽກງານໄດ້ຮັບຜົນກະທົບ. ນີ້ກໍຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ເມື່ອພົບພໍ້ ແລະ ຄົ້ນພົບເຫັນບັນຫາໃນວຽກງານ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນໂອ້ລົມ ແລະ ແກ້ໄຂບັນຫາເຫຼົ່ານັ້ນໂດຍທັນເວລາ. ຖ້າພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍຄວນລາຍງານ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ແທນທີ່ຈະປ່ອຍຖິ້ມມັນໄວ້ລ້າໆ, ເມີນເສີຍ ແລະ ບໍ່ເອົາໃຈໃສ່ເລີຍ. ເມື່ອມີບັນຫາເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແກ້ໄຂພວກມັນໂດຍທັນເວລາ, ແທນທີ່ຈະຖ່ວງເວລາ, ລໍຖ້າ ຫຼື ເພິ່ງພາອາໄສຄົນອື່ນ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນມີການສະແດງອອກເຫຼົ່ານີ້.

II. ຜົນສະທ້ອນຂອງການບໍ່ແກ້ໄຂບັນຫາໂດຍທັນເວລາ

ຫຼັກການສຳຄັນໃນການແກ້ໄຂບັນຫາກໍຄື ມັນຕ້ອງໄດ້ເຮັດໂດຍທັນເວລາ. ເປັນຫຍັງມັນຈຶ່ງຕ້ອງໄດ້ເຮັດໂດຍທັນເວລາ? ຖ້າມີບັນຫາຫຼາຍຢ່າງເກີດຂຶ້ນ ແລ້ວບໍ່ສາມາດໄດ້ຮັບການແກ້ໄຂໂດຍທັນເວລາ, ໃນດ້ານໜຶ່ງ ຜູ້ຄົນກໍຈະຕິດຢູ່ໃນສະພາບທີ່ສັບສົນ ແລະ ບໍ່ຮູ້ວ່າຈະເຮັດແນວໃດ ແລະ ໃນອີກດ້ານໜຶ່ງ, ຖ້າຜູ້ຄົນຍັງຄົງເດີນໜ້າຕໍ່ໄປໂດຍອີງໃສ່ວິທີການທີ່ບໍ່ຖືກຕ້ອງ ແລະ ຕໍ່ມາຕ້ອງໄດ້ກັບມາເຮັດ ແລະ ແກ້ໄຂວຽກທີ່ພວກເຂົາເຮັດໄປແລ້ວນັ້ນຄືນໃໝ່, ແລ້ວຜົນສະທ້ອນຈະເປັນແນວໃດ? ກໍາລັງຄົນ, ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນວັດຖຸຈໍານວນຫຼວງຫຼາຍຈະສິ້ນເປືອງ ແລະ ໃຊ້ໄປແບບໄຮ້ປະໂຫຍດ, ເຊິ່ງນີ້ຄືຄວາມສູນເສຍ. ຖ້າມີບັນຫາເກີດຂຶ້ນໃນວຽກງານ ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຕາມືດບອດ ແລະ ບໍ່ສາມາດຄົ້ນພົບ ແລະ ແກ້ໄຂບັນຫາເຫຼົ່ານີ້ໄດ້ໂດຍທັນເວລາ, ຫຼາຍຄົນກໍຈະສືບຕໍ່ເຮັດວຽກໂດຍອີງໃສ່ວິທີການທີ່ບໍ່ຖືກຕ້ອງ. ເມື່ອຜູ້ຄົນຄົ້ນພົບບັນຫາເຫຼົ່ານີ້ ແລະ ຕ້ອງການແກ້ໄຂ ແລະ ເຮັດໃຫ້ຖືກຕ້ອງ, ປະເດັນເຫຼົ່ານີ້ກໍໄດ້ກໍ່ໃຫ້ເກີດຄວາມສູນເສຍຕໍ່ວຽກງານຂອງຄຣິສຕະຈັກແລ້ວ. ແລ້ວກຳລັງຄົນ ແລະ ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນວັດຖຸທັງໝົດນັ້ນຈະບໍ່ໄດ້ຖືກເຮັດໃຫ້ສິ້ນເປືອງໄປລ້າໆບໍ? ມີຄວາມກ່ຽວຂ້ອງກັນລະຫວ່າງການເກີດຄວາມສູນເສຍເຊັ່ນນີ້ ແລະ ການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດການແກ້ໄຂບັນຫາໂດຍທັນເວລາບໍ? (ມີ). ຖ້າຜູ້ນໍາ ແລະ ຜູ້ເຮັດວຽກສາມາດຕິດຕາມ, ຊີ້ນຳ, ກວດສອບ ແລະ ໃຫ້ຄຳແນະນຳສຳລັບວຽກງານ, ແລ້ວພວກເຂົາກໍຈະສາມາດຄົ້ນພົບ ແລະ ແກ້ໄຂບັນຫາໄດ້ທັນເວລາຢ່າງແນ່ນອນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ໄດ້ຕິດຕາມ, ຊີ້ນຳ, ກວດສອບ ແລະ ໃຫ້ຄຳແນະນຳສຳລັບວຽກງານ, ຖ້າພວກເຂົາບໍ່ລິເລີ່ມລົງມືຫຍັງເລີຍໃນດ້ານນີ້ ແລະ ພວກເຂົາລໍຖ້າຈົນກວ່າຈະມີບັນຫາຫຼາຍຈົນບໍ່ສາມາດຄວບຄຸມປະເດັນໄດ້ ກ່ອນທີ່ພວກເຂົາຈະຄິດແກ້ໄຂພວກມັນ, ກ່ອນທີ່ພວກເຂົາຈະຄິດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ໄດ້ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແລ້ວບໍ? (ບໍ່). ນີ້ຄືການລະເລີຍຕໍ່ຄວາມຮັບຜິດຊອບຢ່າງຮ້າຍແຮງ; ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານັ້ນບໍ່ພຽງແຕ່ບໍ່ໄດ້ແກ້ໄຂບັນຫາ, ແຕ່ພວກເຂົາກັບກໍ່ໃຫ້ເກີດຄວາມສູນເສຍທັງຕໍ່ກຳລັງຄົນ ແລະ ຊັບພະຍາກອນວັດຖຸຂອງເຮືອນຂອງພຣະເຈົ້າ, ພ້ອມທັງສ້າງອຸປະສັກອັນໃຫຍ່ຫຼວງຕໍ່ວຽກງານຂອງຄຣິສຕະຈັກອີກດ້ວຍ. ຍ້ອນການລະເລີຍຕໍ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຄວາມປະໝາດ, ຄວາມດ້ານຊາ ແລະ ຄວາມປັນຍາທຶບຂອງພວກເຂົາ ແລະ ຍ້ອນພວກເຂົາບໍ່ສາມາດທີ່ຈະຄົ້ນພົບ ແລະ ແກ້ໄຂຫຼາຍໆບັນຫາທີ່ເກີດຂຶ້ນໃນວຽກງານໄດ້ໂດຍທັນເວລາ ແລະ ແມ່ນແຕ່ບໍ່ສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໄດ້ທັນເວລາ, ຫຼາຍໜ້າວຽກຈຶ່ງຕ້ອງໄດ້ເຮັດຄືນໃໝ່ ແລະ ຫຼັງຈາກທີ່ໄດ້ເຮັດຄືນໃໝ່ແລ້ວ, ກໍມີບັນຫາເພີ່ມເຕີມເກີດຂຶ້ນເນື່ອງຈາກບໍ່ສາມາດຊອກຫາຫຼັກການໄດ້. ເມື່ອສິ່ງຕ່າງໆດຳເນີນໄປແບບນີ້, ວັນກຳນົດການໃນການສຳເລັດວຽກງານກໍຖືກເຮັດໃຫ້ລ່າຊ້າອອກໄປຢ່າງຫຼວງຫຼາຍ ແລະ ວຽກທີ່ຄວນຈະໃຊ້ເວລາໜຶ່ງເດືອນກໍພັດໃຊ້ເວລາສາມເດືອນຈຶ່ງເຮັດສຳເລັດ ແລະ ວຽກທີ່ຄວນຈະໃຊ້ເວລາສາມເດືອນກໍພັດໃຊ້ເວລາແປດ ຫຼື ເກົ້າເດືອນຈຶ່ງເຮັດສຳເລັດ, ສິ່ງນີ້ກ່ຽວຂ້ອງໂດຍກົງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານຕົວຈິງ. ຍ້ອນຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີຄວາມຮັບຜິດຊອບຕໍ່ວຽກງານຂອງພວກເຂົາ, ນັ້ນກໍຄື ພວກເຂົາບໍ່ສາມາດຊອກຫາ ແລະ ແກ້ໄຂບັນຫາໄດ້ທັນເວລາເມື່ອມັນເກີດຂຶ້ນ, ລາຍການວຽກງານຕ່າງໆຈຶ່ງບໍ່ສາມາດບັນລຸຜົນໄດ້ ແລະ ຍັງຄົງຢູ່ໃນສະພາວະທີ່ຢຸດສະງັກ. ແລະ ໃຜຄືຜູ້ທີ່ຮັບຜິດຊອບໂດຍກົງຕໍ່ບັນຫານີ້? (ຜູ້ນໍາ ແລະ ຜູ້ເຮັດວຽກ). ສະນັ້ນ, ມັນສຳຄັນຫຼາຍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງເຮັດວຽກງານຕົວຈິງ ແລະ ມັນກໍສຳຄັນຫຼາຍເຊັ່ນກັນທີ່ພວກເຂົາຈະຕ້ອງຄົ້ນພົບບັນຫາໃນຂະນະທີ່ພວກເຂົາເຮັດວຽກງານຕົວຈິງນັ້ນ. ບາງຄັ້ງຜູ້ນໍາ ແລະ ຜູ້ເຮັດວຽກຈະຄົ້ນພົບບັນຫາ ແຕ່ບໍ່ຮູ້ວິທີແກ້ໄຂ, ແຕ່ພວກເຂົາກໍຍັງສາມາດລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງໂດຍທັນເວລາ ເພື່ອແກ້ໄຂບັນຫາເຫຼົ່ານັ້ນໄດ້ ເຊິ່ງສິ່ງນີ້ມີຄວາມສຳຄັນຍິ່ງກວ່າ. ຜູ້ນໍາ ແລະ ຜູ້ເຮັດວຽກຫຼາຍຄົນຄິດວ່າ “ພວກເຮົາມີວິທີການເຮັດວຽກຂອງພວກເຮົາເອງ. ເບື້ອງເທິງພຽງແຕ່ຕ້ອງບອກຫຼັກການໃຫ້ພວກເຮົາ ແລະ ພວກເຮົາກໍຈະເຮັດວຽກງານຕົວຈິງທີ່ເຫຼືອດ້ວຍຕົວພວກເຮົາເອງ. ຖ້າພວກເຮົາພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ພວກເຮົາກໍພຽງແຕ່ໂອ້ລົມ ແລະ ອະທິຖານຮ່ວມກັນຢູ່ຂ້າງລຸ່ມກໍພໍແລ້ວ”. ສ່ວນຄວາມໜັກແໜ້ນຂອງການແກ້ໄຂບັນຫາ ຫຼື ບໍ່ວ່າວິທີແກ້ໄຂຂອງພວກເຂົາຈະລະອຽດຖີ່ຖ້ວນ ຫຼື ມີປະສິດທິຜົນ, ພວກເຂົາກໍບໍ່ໄດ້ໃສ່ໃຈ ຫຼື ຖາມກ່ຽວກັບສິ່ງເຫຼົ່ານີ້ເລີຍ. ນີ້ຄືທັດສະນະຄະຕິທີ່ບໍ່ມີຄວາມຮັບຜິດຊອບທີ່ພວກເຂົາມີໃນຂະນະທີ່ເຮັດວຽກ ແລະ ໃນທີ່ສຸດ ຜົນສະທ້ອນກໍຄື ວຽກງານທັງໝົດໃນຄຣິສຕະຈັກບໍ່ສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ມີບັນຫາຮ້າຍແຮງທີ່ບໍ່ໄດ້ຮັບການແກ້ໄຂ. ນີ້ຄືຜົນສະທ້ອນທີ່ເກີດຈາກຂີດຄວາມສາມາດຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຕໍ່າເກີນໄປ ຫຼື ບໍ່ກໍເກີດຈາກການທີ່ພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ບໍ່ເຮັດວຽກງານຕົວຈິງ.

ການໄຈ້ແຍກຜູ້ນໍາປອມບາງປະເພດໂດຍອີງຕາມຄວາມຮັບຜິດຊອບຂໍ້ທີແປດ

I. ຜູ້ນໍາປອມປະເພດຈອມປອມທາງວິນຍານ

ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບວ່າຄວາມສັບສົນ ແລະ ຄວາມຫຍຸ້ງຍາກແມ່ນຫຍັງ ແລະ ໄດ້ນິຍາມບັນຫາບາງຢ່າງທີ່ຕ້ອງໄດ້ຮັບການລາຍງານ ແລະ ສະແຫວງຫາວິທີແກ້ໄຂໂດຍທັນເວລາ. ໂດຍພື້ນຖານແລ້ວ, ມັນມີບັນຫາຢູ່ສອງປະເພດຫຼັກ. ປະເພດໜຶ່ງແມ່ນບັນຫາໃນວຽກງານທີ່ຜູ້ຄົນບໍ່ໝັ້ນໃຈ ຫຼື ບໍ່ສາມາດເບິ່ງທະລຸໄດ້. ເມື່ອເວົ້າເຖິງບັນຫາເຫຼົ່ານີ້, ຜູ້ຄົນເຫັນວ່າມັນຍາກຫຼາຍທີ່ຈະກຳແໜ້ນຫຼັກການໄດ້. ເຖິງແມ່ນວ່າໃນທາງດ້ານຫຼັກຄຳສອນພວກເຂົາອາດຈະເຂົ້າໃຈຫຼັກການ, ພວກເຂົາກໍບໍ່ຮູ້ວິທີປະຕິບັດ ຫຼື ນຳໃຊ້ມັນ. ບັນຫາເຫຼົ່ານີ້ກ່ຽວຂ້ອງກັບຄວາມສັບສົນ. ອີກປະເພດໜຶ່ງແມ່ນຄວາມຫຍຸ້ງຍາກ ແລະ ບັນຫາຕົວຈິງທີ່ຜູ້ຄົນບໍ່ຮູ້ວິທີແກ້ໄຂ. ບັນຫາປະເພດນີ້ຂ້ອນຂ້າງມີຄວາມຮ້າຍແຮງກວ່າເມື່ອທຽບກັບຄວາມສັບສົນ ແລະ ພວກມັນກໍເປັນບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນລາຍງານ ແລະ ສະແຫວງຫາວິທີແກ້ໄຂເຊັ່ນກັນ. ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນເປັນຫຼັກວ່າ ມັນເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງໄດ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂບັນຫາທີ່ພົບພໍ້ໃນວຽກງານ ແລະ ພວກເຮົາໄດ້ໂອ້ລົມກັນຈາກມຸມມອງໃນທາງບວກກ່ຽວກັບບາງສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ຄວນເອົາໃຈໃສ່. ມື້ນີ້, ພວກເຮົາຈະໄຈ້ແຍກວ່າຜູ້ນໍາປອມໄດ້ມີການສະແດງອອກແບບໃດທີ່ກ່ຽວຂ້ອງກັບຂໍ້ທີແປດ ແລະ ບໍ່ວ່າພວກເຂົາຈະເຮັດວຽກທີ່ຜູ້ນໍາຄວນເຮັດ ແລະ ເຮັດຄວາມຮັບຜິດຊອບທີ່ຜູ້ນໍາຄວນເຮັດໃຫ້ສຳເລັດໄດ້ ຫຼື ບໍ່. ເມື່ອເວົ້າເຖິງການແກ້ໄຂບັນຫາທີ່ພົບພໍ້ໃນວຽກງານ, ແນ່ນອນວ່າຜູ້ນໍາປອມຍ່ອມບໍ່ມີຄວາມສາມາດໃນດ້ານນີ້; ພວກເຂົາໄດ້ລົ້ມເຫຼວໃນການເຮັດວຽກງານດ້ານນີ້ ແລະ ພວກເຂົາກໍໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບນີ້ໃຫ້ສຳເລັດ. ມີຜູ້ນໍາປອມປະເພດໜຶ່ງທີ່ມີແນວຄິດແຝງຢູ່ເມື່ອເຮັດວຽກ, ໂດຍຄິດວ່າ “ຂ້ອຍບໍ່ເຮັດຕາມພິທີການເຫຼົ່ານັ້ນເມື່ອຂ້ອຍເຮັດວຽກ ແລະ ຂ້ອຍກໍບໍ່ໄດ້ໃສ່ໃຈກັບສິ່ງໃດກໍຕາມ ເຊັ່ນ: ຄວາມຮູ້, ການຮຽນຮູ້, ທັກສະ ຫຼື ຫຼັກຄຳສອນທີ່ຕາຍຕົວ. ຂ້ອຍພຽງແຕ່ເຮັດໃຫ້ແນ່ໃຈວ່າຂ້ອຍໄດ້ໂອ້ລົມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຢ່າງຊັດເຈນໃນການເຕົ້າໂຮມ ແລະ ນັ້ນກໍພຽງພໍແລ້ວ. ທຸກໆອາທິດຂ້ອຍໄດ້ຈັດການເຕົ້າໂຮມສອງຄັ້ງສຳລັບຄົນກຸ່ມນ້ອຍ, ທຸກໆສອງອາທິດຂ້ອຍຈັດການເຕົ້າໂຮມໜຶ່ງຄັ້ງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ທຸກໆເດືອນຂ້ອຍໄດ້ຈັດການເຕົ້າໂຮມໃຫຍ່ໜຶ່ງຄັ້ງສຳລັບອ້າຍເອື້ອຍນ້ອງທຸກຄົນ. ພຽງແຕ່ຂ້ອຍໄດ້ຈັດການເຕົ້າໂຮມທຸກປະເພດເຫຼົ່ານີ້ໃຫ້ດີກໍພໍພຽງແລ້ວ”. ນີ້ຄືພື້ນຖານ ແລະ ວິທີການເຮັດວຽກຂອງພວກເຂົາ. ຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ພຽງແຕ່ຝຶກຝົນການເທດສະໜາຢ່າງຕໍ່ເນື່ອງ ແລະ ພວກເຂົາພະຍາຍາມຢ່າງໜັກໃນການຈັດຕຽມຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາຈັດຕຽມໂຄງຮ່າງ, ເນື້ອໃນ, ຕົວຢ່າງ ແລະ ຄວາມຈິງເພື່ອໂອ້ລົມໃນການເຕົ້າໂຮມແຕ່ລະຄັ້ງ ແລະ ພວກເຂົາຍັງຈັດຕຽມແຜນການບາງຢ່າງເພື່ອແກ້ໄຂສະພາວະ ແລະ ບັນຫາຂອງບາງຄົນ. ພວກເຂົາຄິດວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາພຽງແຕ່ຕ້ອງເທດສະໜາໃຫ້ດີ ແລ້ວພວກເຂົາກໍໄດ້ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແລ້ວ. ພວກເຂົາຄິດວ່າພວກເຂົາບໍ່ຈຳເປັນຕ້ອງສົນໃຈກັບເລື່ອງອື່ນໆ ເຊັ່ນ: ວິທີການເທດສອນຂ່າວປະເສີດນັ້ນເໝາະສົມແລ້ວ ຫຼື ບໍ່ ຫຼື ການຈັດສັນບຸກຄະລາກອນຂອງຄຣິສຕະຈັກເປັນແນວໃດ ຫຼື ບໍ່ວ່າບຸກຄະລາກອນທີ່ປະຕິບັດວຽກງານວິຊາຊີບໃນປະເພດຕ່າງໆນັ້ນມີຄວາມສາມາດ ແລະ ໄດ້ມາດຕະຖານ ຫຼື ບໍ່, ພວກເຂົາເຊື່ອວ່າມັນພຽງພໍແລ້ວທີ່ຈະປ່ອຍໃຫ້ຜູ້ກຳກັບດູແລຈັດການກັບເລື່ອງເຫຼົ່ານີ້. ສະນັ້ນ, ບໍ່ວ່າຄົນປະເພດນີ້ຈະໄປໃສ, ພວກເຂົາກໍຈະສຸມໃສ່ການເຕົ້າໂຮມ ແລະ ການເທດສະໜາ ແລະ ບໍ່ວ່າຈະເປັນການເຕົ້າໂຮມປະເພດໃດທີ່ໄດ້ຮັບການຈັດຂຶ້ນ, ພວກເຂົາກໍຈະເທດສະໜາຢູ່ສະເໝີ. ທາງພາຍນອກ, ພວກເຂົານໍາພາຜູ້ຄົນໃນການອ່ານພຣະທຳຂອງພຣະເຈົ້າ ແລະ ໃນການຮຽນຮ້ອງເພງສັນລະເສີນ ແລະ ບາງຄັ້ງບາງຄາວພວກເຂົາກໍເວົ້າກ່ຽວກັບວຽກງານ. ຄົນປະເພດນີ້ຮູ້ກ່ຽວກັບບັນຫາທີ່ມັກຈະຖືກໂອ້ລົມກັນຢູ່ສະເໝີ ເຊັ່ນ: ຄວນໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດເພື່ອປຽບທຽບກັບບັນຫາທີ່ຜູ້ຄົນປະເພດຕ່າງໆໄດ້ພົບພໍ້, ພ້ອມທັງສາເຫດທີ່ຜູ້ຄົນຮູ້ສຶກອ່ອນແອ ແລະ ສະພາວະໃດທີ່ເກີດຂຶ້ນກັບພວກເຂົາ ແລະ ຄວນໄດ້ຮັບການໂອ້ລົມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າຂໍ້ໃດເພື່ອແກ້ໄຂເລື່ອງເຫຼົ່ານີ້. ສະຫຼຸບແລ້ວ, ການເທດສະໜາ ແລະ ການໂອ້ລົມຂອງພວກເຂົາໄດ້ເວົ້າກ່ຽວຂ້ອງກັບຫຼາຍດ້ານຂອງຄວາມຈິງ ແລະ ການປະຕິບັດ; ບາງຢ່າງກໍກ່ຽວຂ້ອງກັບການລິຮານ, ບາງຢ່າງກໍກ່ຽວຂ້ອງກັບການທົດສອບ ແລະ ການຫຼໍ່ຫຼອມ, ບາງຢ່າງໄດ້ກ່ຽວຂ້ອງກັບການອ່ານອະທິຖານພຣະທຳຂອງພຣະເຈົ້າ, ບາງຢ່າງກ່ຽວຂ້ອງກັບວິທີການປະສົບກັບການພິພາກສາ ແລະ ການລົງທັນ ແລະ ອື່ນໆ, ພວກເຂົາສາມາດໂອ້ລົມກັນໄດ້ເລັກນ້ອຍກ່ຽວກັບດ້ານຕ່າງໆຂອງຄວາມຈິງ. ເມື່ອພວກເຂົາພົບກັບຜູ້ເຊື່ອໃໝ່, ພວກເຂົາກໍເທດສະໜາໃຫ້ຜູ້ເຊື່ອໃໝ່ຟັງ ແລະ ເມື່ອພວກເຂົາພົບກັບຜູ້ທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ພວກເຂົາກໍສາມາດເທດສະໜາບາງຢ່າງກ່ຽວກັບການເຂົ້າສູ່ຊີວິດ. ແຕ່ເມື່ອເວົ້າເຖິງວຽກງານທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບໃດກໍຕາມ, ພວກເຂົາບໍ່ເຄີຍສອບຖາມກ່ຽວກັບວຽກງານ ຫຼື ເລື່ອງການສຶກສາທີ່ກ່ຽວຂ້ອງເລີຍ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ຕິດຕາມ, ມີສ່ວນຮ່ວມ ຫຼື ເຂົ້າໄປມີສ່ວນຮ່ວມຢ່າງເລິກເຊິ່ງໃນວຽກງານໃດກໍຕາມເພື່ອແກ້ໄຂບັນຫາ. ໃນສາຍຕາຂອງພວກເຂົາ, ການເທດສະໜາ, ການອ່ານພຣະທຳຂອງພຣະເຈົ້າ ແລະ ການຮຽນຮູ້ເພງສັນລະເສີນ, ຄືການເຮັດວຽກງານ ແລະ ສິ່ງເຫຼົ່ານີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ນອກເໜືອຈາກນີ້, ວຽກງານອື່ນໆທັງໝົດບໍ່ມີຄວາມສຳຄັນ, ມັນເປັນທຸລະຂອງຄົນອື່ນ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາເລີຍ ແລ້ວຕາບໃດທີ່ພວກເຂົາສາມາດເທດສະໜາໄດ້ດີ, ພວກເຂົາກໍສາມາດພັກຜ່ອນໄດ້ຢ່າງສະບາຍໃຈ. ຄຳວ່າ “ພັກຜ່ອນໄດ້ຢ່າງສະບາຍໃຈ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າການສິ້ນສຸດການເຕົ້າໂຮມກໍຄືກັນກັບການທີ່ພວກເຂົາໄດ້ເຮັດວຽກຂອງພວກເຂົາສຳເລັດແລ້ວ ແລະ ເມື່ອເຖິງເວລາໃຫ້ພັກຜ່ອນ, ພວກເຂົາກໍພັກຜ່ອນ. ບໍ່ວ່າຈະມີບັນຫາຫຍັງເກີດຂຶ້ນໃນວຽກງານຂອງຄຣິສຕະຈັກ, ພວກເຂົາກໍບໍ່ສົນໃຈ ແລະ ເມື່ອຜູ້ຄົນຊອກຫາພວກເຂົາເພື່ອໃຫ້ແກ້ໄຂບັນຫາ, ພວກເຂົາກໍຊອກຫາໄດ້ຍາກຫຼາຍ. ບໍ່ວ່າວຽກງານຈະຫຍຸ້ງສໍ່າໃດ, ພວກເຂົາກໍຕ້ອງໄດ້ນອນພັກຜ່ອນຕອນບ່າຍ ແລະ ພວກເຂົາເພີດເພີນກັບຄວາມສະດວກສະບາຍ ໃນຂະນະທີ່ຄົນອື່ນສາມາດທົນທຸກທໍລະມານ ແລະ ເສຍສະລະໄດ້. ພວກເຂົາຄິດວ່າ “ຂ້ອຍເທດສະໜາຈົບແລ້ວ, ການເຕົ້າໂຮມກໍສິ້ນສຸດລົງແລ້ວ ແລະ ຂ້ອຍກໍໄດ້ເວົ້າທຸກຢ່າງທີ່ຂ້ອຍຄວນເວົ້າກັບພວກເຈົ້າໄປແລ້ວ. ພວກເຈົ້າຢາກໃຫ້ຂ້ອຍເວົ້າຫຍັງອີກ? ວຽກງານຂອງຂ້ອຍສຳເລັດແລ້ວ. ສ່ວນທີ່ເຫຼືອແມ່ນວຽກຂອງພວກເຈົ້າ. ຂ້ອຍໄດ້ບອກພຣະທຳຂອງພຣະເຈົ້າໃຫ້ແກ່ພວກເຈົ້າໄປແລ້ວ, ສະນັ້ນ ຈົ່ງປະຕິບັດຕາມຫຼັກການ. ສ່ວນບັນຫາໃດກໍຕາມທີ່ເກີດຂຶ້ນ, ນັ້ນກໍເປັນທຸລະຂອງພວກເຈົ້າເອງ ແລະ ມັນບໍ່ມີຫຍັງກ່ຽວຂ້ອງກັບຂ້ອຍເລີຍ. ພວກເຈົ້າຄວນໄປຢູ່ຕໍ່ໜ້າພຣະເຈົ້າດ້ວຍຕົນເອງ ແລະ ອະທິຖານ, ເຕົ້າໂຮມ ແລະ ໂອ້ລົມກັນເພື່ອແກ້ໄຂບັນຫາ. ບໍ່ຕ້ອງມາຊອກຫາຂ້ອຍ”. ເມື່ອການເຕົ້າໂຮມສິ້ນສຸດລົງ, ພວກເຂົາບໍ່ເຄີຍໃຫ້ໃຜຖາມຄຳຖາມ, ພວກເຂົາບໍ່ເຄີຍຢາກແກ້ໄຂບັນຫາ, ແຮງໄກທີ່ພວກເຂົາຈະສາມາດຄົ້ນພົບບັນຫານັ້ນອີກ. ຫຼັງຈາກການເຕົ້າໂຮມ, ພວກເຂົາຖືວ່າວຽກຂອງພວກເຂົານັ້ນສຳເລັດແລ້ວ ແລະ ພວກເຂົາກໍນອນ, ກິນ ແລະ ໃຊ້ເວລາເພື່ອຄວາມບັນເທີງຕາມເວລາປົກກະຕິ. ພວກເຂົາບໍ່ແມ່ນຜູ້ນໍາປອມທີ່ບໍ່ໄດ້ເຮັດວຽກງານຕົວຈິງເລີຍບໍ? (ແມ່ນແລ້ວ).

ມີບາງກໍລະນີທີ່ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢູ່ໃນຕຳແໜ່ງຂອງພວກເຂົາມາເປັນເວລາຫົກເດືອນ ແລະ ນອກຈາກຄົນໃກ້ຊິດກັບພວກເຂົາທີ່ສາມາດເຫັນພວກເຂົາໄດ້ຢູ່ເລື້ອຍໆ, ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍບໍ່ສາມາດເຫັນພວກເຂົາໄດ້. ພວກເຂົາພຽງແຕ່ໄດ້ຍິນຄົນເຫຼົ່ານັ້ນເທດສະໜາທາງອອນລາຍຢູ່ເລື້ອຍໆ, ແຕ່ເມື່ອມີບັນຫາ, ຜູ້ນໍາ ຫຼື ຜູ້ເຮັດວຽກກໍບໍ່ໄດ້ແກ້ໄຂ. ອ້າຍເອື້ອຍນ້ອງບາງຄົນໄດ້ພົບພໍ້ກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງພວກເຂົາ ເຊິ່ງພວກເຂົາບໍ່ຮູ້ວິທີແກ້ໄຂ ແລະ ພວກເຂົາກໍກະວົນກະວາຍໃຈຈົນຢູ່ບໍ່ເປັນສຸກ ແລະ ເມື່ອພວກເຂົາໄປຊອກຫາຜູ້ນໍາຂອງພວກເຂົາ, ພວກເຂົາກໍຊອກບໍ່ເຫັນ. ຜູ້ນໍາປະເພດນີ້ສາມາດເຮັດວຽກໄດ້ດີບໍ? ອ້າຍເອື້ອຍນ້ອງບໍ່ຮູ້ເລີຍວ່າແມ່ນຫຍັງທີ່ເຮັດໃຫ້ຜູ້ນໍາຂອງພວກເຂົາຫຍຸ້ງຢູ່ທຸກມື້, ມີບັນຫາ ແລະ ຄວາມຫຍຸ້ງຍາກທີ່ຄ້າງຄາຢູ່ຫຼາຍ ແລະ ພວກເຂົາກໍບໍ່ຮູ້ວ່າເມື່ອໃດຜູ້ນໍາຂອງພວກເຂົາຈະມາແກ້ໄຂໃຫ້. ທຸກຄົນຕ່າງກໍຕັ້ງໜ້າຕັ້ງຕາລໍຄອຍໃຫ້ຜູ້ນໍາມາຊ່ວຍ ແລະ ເຖິງວ່າພວກເຂົາຈະລໍຖ້າດົນສໍ່າໃດ, ຜູ້ນໍາກໍບໍ່ເຄີຍປາກົດຕົວ. ຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນນີ້ຫາໂຕໄດ້ຍາກຫຼາຍ ແລະ ພວກເຂົາກໍເກັ່ງໃນເລື່ອງລົບລີ້! ພວກເຂົາເທດສະໜາໄດ້ດີຫຼາຍ ແລະ ຫຼັງຈາກເທດສະໜາແລ້ວ, ພວກເຂົາກໍແຕ່ງຕົວຢ່າງສວຍງາມ ແລະ ບໍ່ເຮັດວຽກງານຫຍັງເລີຍ, ໂດຍໄດ້ໄປລົບລີ້ຢູ່ບ່ອນໃດບ່ອນໜຶ່ງທີ່ພວກເຂົາສາມາດເພີດເພີນກັບຄວາມສະດວກສະບາຍ ແລະ ເຖິງວ່າຈະເປັນແບບນີ້, ພວກເຂົາກໍຍັງຄິດວ່າພວກເຂົາເຮັດວຽກງານໄດ້ດີຫຼາຍ ແລະ ເໝາະສົມແລ້ວ. ພວກເຂົາຄິດວ່າພວກເຂົາບໍ່ໄດ້ຂີ້ຄ້ານ, ພວກເຂົາໄດ້ເທດສະໜາ, ຈັດການເຕົ້າໂຮມ, ເວົ້າທຸກຢ່າງທີ່ພວກເຂົາຄວນເວົ້າ ແລະ ອະທິບາຍທຸກສິ່ງທີ່ພວກເຂົາຄວນອະທິບາຍໄປແລ້ວ. ພວກເຂົາບໍ່ເຄີຍຕ້ອງການທີ່ຈະເຂົ້າໄປພົວພັນຢ່າງເລິກເຊິ່ງກັບອ້າຍເອື້ອຍນ້ອງເພື່ອຕິດຕາມ ແລະ ມີສ່ວນຮ່ວມໃນວຽກງານ, ຊ່ວຍເຫຼືອອ້າຍເອື້ອຍນ້ອງໂດຍການຊ່ວຍກວດສອບ ແລະ ຊ່ວຍເຫຼືອພວກເຂົາຈັດການ ແລະ ແກ້ໄຂບັນຫາໂດຍທັນເວລາ. ຖ້າພວກເຂົາພົບບັນຫາທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ພວກເຂົາກໍບໍ່ຮູ້ດ້ວຍຊ້ຳວ່າຕ້ອງລາຍງານຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງເຊັ່ນກັນ. ພວກເຂົາຍັງບໍ່ໄດ້ໄຕ່ຕອງໃນໃຈຂອງພວກເຂົາວ່າ “ອ້າຍເອື້ອຍນ້ອງສາມາດຮັກສາຫຼັກການໄດ້ບໍ ຫຼັງຈາກທີ່ໄດ້ຟັງຫຼັກການເຫຼົ່ານັ້ນໃນການໂອ້ລົມກັນ? ແລະ ເມື່ອພວກເຂົາພົບພໍ້ຄວາມຫຍຸ້ງຍາກ ແລະ ຄວາມສັບສົນໃນວຽກງານອີກຄັ້ງ, ພວກເຂົາຈະສາມາດຍຶດໝັ້ນໃນຄວາມຈິງ ແລະ ຈັດການເລື່ອງຕ່າງໆຕາມຫຼັກການໄດ້ບໍ? ຍິ່ງໄປກວ່ານັ້ນ, ໃຜທີ່ກຳລັງມີບົດບາດໃນທາງບວກໃນວຽກງານ? ແລະ ໃຜກຳລັງມີບົດບາດໃນທາງລົບ? ແລະ ມີໃຜທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ຫຼື ມີໃຜທີ່ທຳລາຍສິ່ງຕ່າງໆ ຫຼື ມີຄົນຜິດພ້ຽນທີ່ມັກມີແນວຄິດທີ່ບໍ່ດີຢູ່ສະເໝີບໍ? ໃນເວລາບໍ່ດົນມານີ້ວຽກງານມີຄວາມຄືບໜ້າແນວໃດແດ່?” ພວກເຂົາບໍ່ສົນໃຈ ຫຼື ສອບຖາມກ່ຽວກັບປະເດັນເຊັ່ນນີ້ເລີຍ. ຄົນແບບນີ້ພາຍນອກເບິ່ງຄືວ່າກຳລັງເຮັດວຽກຢູ່, ພວກເຂົາເທດສະໜາ, ຈັດການເຕົ້າໂຮມ, ຈັດຕຽມຮ່າງຄຳເທດສະໜາ ແລະ ຫົວຂໍ້ຍ່ອຍ ແລະ ແມ່ນແຕ່ຂຽນລາຍງານວຽກ. ຜູ້ນໍາບາງຄົນຍັງມັກຂຽນຄຳເທດສະໜາກ່ຽວກັບປະສົບການຊີວິດຂອງພວກເຂົາຢູ່ເລື້ອຍໆ; ພວກເຂົາຢູ່ໃນຫ້ອງຂອງພວກເຂົາ ແລະ ຂຽນເປັນເວລາສາມ ຫຼື ຫ້າມື້ລຽນຕິດ ແລະ ແມ່ນແຕ່ຕ້ອງການໃຫ້ຄົນຫຍິ້ນນໍ້າ ແລະ ເອົາອາຫານມາໃຫ້ເປັນພິເສດ ແລະ ບໍ່ມີໃຜທີ່ສາມາດເຫັນພວກເຂົາໄດ້. ຖ້າເຈົ້າເວົ້າວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ, ພວກເຂົາກໍຈະຮູ້ສຶກບໍ່ເປັນທຳ: “ຂ້ອຍຈະບໍ່ໄດ້ເຮັດວຽກງານຕົວຈິງໄດ້ແນວໃດ? ຂ້ອຍອາໄສຢູ່ກັບອ້າຍເອື້ອຍນ້ອງ ແລະ ຂ້ອຍກໍຈັດການເຕົ້າໂຮມ ແລະ ເທດສະໜາຢູ່ສະເໝີ. ຂ້ອຍເທດສະໜາຈົນປາກແຫ້ງຄໍແຫ້ງ ແລະ ບາງຄັ້ງຂ້ອຍກໍຍັງນອນເດິກອີກດ້ວຍ”. ຈາກພາຍນອກພວກເຂົາເບິ່ງຄືວ່າຫຍຸ້ງຫຼາຍ ແລະ ບໍ່ໄດ້ຢູ່ລ້າໆ, ພວກເຂົາໄດ້ເທດສະໜາຫຼາຍ ແລະ ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍໃນການເວົ້າ ແລະ ການຂຽນ, ພວກເຂົາຖ່າຍທອດຂໍ້ຄວາມ ແລະ ຈົດໝາຍເປັນປະຈຳ ແລະ ຖ່າຍທອດຫຼັກການທີ່ເບື້ອງເທິງຮຽກຮ້ອງມາ ແລະ ພວກເຂົາຍັງໂອ້ລົມ ແລະ ເນັ້ນເນື້ອໃນຢ່າງຈິງຈັງ ແລະ ອົດທົນໃນລະຫວ່າງການເຕົ້າໂຮມ, ພວກເຂົາເວົ້າຫຼາຍແທ້ໆ, ແຕ່ພວກເຂົາບໍ່ເຄີຍມີສ່ວນຮ່ວມໃນວຽກງານທີ່ສະເພາະເຈາະຈົງ, ພວກເຂົາບໍ່ເຄີຍຕິດຕາມວຽກງານ ແລະ ພວກເຂົາບໍ່ເຄີຍປະເຊີນໜ້າກັບບັນຫາໃດກໍຕາມຮ່ວມກັບອ້າຍເອື້ອຍນ້ອງ. ຖ້າເຈົ້າຖາມພວກເຂົາວ່າວຽກງານນັ້ນໆຄືບໜ້າໄປແນວໃດ ຫຼື ຜົນໄດ້ຮັບຂອງວຽກງານເປັນແນວໃດ, ພວກເຂົາກໍຈະບໍ່ຮູ້ ແລະ ຕ້ອງໄດ້ໄປຖາມຄົນອື່ນກ່ອນ. ຖ້າເຈົ້າຖາມພວກເຂົາວ່າບັນຫາຈາກຄັ້ງທີ່ຜ່ານມາໄດ້ຮັບການແກ້ໄຂແລ້ວ ຫຼື ບໍ່, ພວກເຂົາກໍຈະເວົ້າວ່າພວກເຂົາໄດ້ຈັດການເຕົ້າໂຮມ ແລະ ໂອ້ລົມກ່ຽວກັບຫຼັກການແລ້ວ. ສົມມຸດວ່າເຈົ້າຖາມພວກເຂົາຕໍ່ໄປວ່າ “ອ້າຍເອື້ອຍນ້ອງເຂົ້າໃຈຢ່າງແທ້ຈິງບໍ ຫຼັງຈາກທີ່ເຈົ້າໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງແລ້ວ? ຍັງມີຄວາມເປັນໄປໄດ້ບໍທີ່ພວກເຂົາຈະຫຼົງທາງ? ໃນບັນດາພວກເຂົາ, ໃຜມີຄວາມເຂົ້າໃຈຫຼັກການໄດ້ດີກວ່າກັນ, ໃຜມີຄວາມຊຳນານໃນທັກສະທາງວິຊາຊີບຫຼາຍກວ່າ ແລະ ໃຜມີຂີດຄວາມສາມາດທີ່ດີກວ່າ ແລະ ຄຸ້ມຄ່າທີ່ຈະບົ່ມເພາະ?” ພວກເຂົາບໍ່ຮູ້ວ່າຈະຕອບຄຳຖາມເຫຼົ່ານີ້ແນວໃດ; ພວກເຂົາບໍ່ຮູ້ຫຍັງເລີຍ. ເມື່ອໃດກໍຕາມທີ່ເຈົ້າຖາມພວກເຂົາກ່ຽວກັບສະຖານະຂອງວຽກງານ, ພວກເຂົາກໍຈະເວົ້າວ່າ “ຂ້ອຍໄດ້ໂອ້ລົມກ່ຽວກັບຫຼັກການແລ້ວ, ຂ້ອຍຫາກໍຈັດການເຕົ້າໂຮມຈົບລົງ ແລະ ຂ້ອຍກໍໄດ້ລິຮານພວກເຂົາ. ພວກເຂົາໄດ້ສະແດງຄວາມຕັ້ງໃຈຂອງພວກເຂົາແລ້ວ ແລະ ພວກເຂົາກໍມີຄວາມຕັ້ງໃຈທີ່ຈະເຮັດວຽກງານນີ້ໃຫ້ດີ”. ແຕ່ເມື່ອເວົ້າເຖິງວຽກງານຕໍ່ຈາກນັ້ນກຳລັງຄືບໜ້າໄປຮອດໃສແລ້ວ, ພວກເຂົາກໍບໍ່ຮູ້ຫຍັງເລີຍ. ພວກເຂົາສາມາດຖືວ່າໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? (ບໍ່ໄດ້). ວິທີການເຮັດວຽກຂອງຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ກໍ ພຽງແຕ່ອ່ານພຣະທຳຂອງພຣະເຈົ້າ ແລະ ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງໃຫ້ແກ່ຜູ້ຄົນ, ແຕ່ພວກເຂົາບໍ່ເອົາໃຈໃສ່ໃນການແກ້ໄຂບັນຫາຕົວຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຢ້ານທີ່ຈະລາຍງານບັນຫາເຫຼົ່ານັ້ນຕໍ່ເບື້ອງເທິງ ແລະ ສະແຫວງຫາວິທີແກ້ໄຂຈາກເບື້ອງເທິງ, ພວກເຂົາຢ້ານຫຼາຍວ່າເບື້ອງເທິງຈະຮູ້ສະຖານະການຕົວຈິງຂອງພວກເຂົາ. ທຳມະຊາດຂອງການກະທຳເຊັ່ນນີ້ແມ່ນຫຍັງ? ພວກເຂົາເປັນຄົນປະເພດໃດໃນແງ່ຂອງແກ່ນແທ້ແລ້ວ? ເວົ້າໃຫ້ຖືກຕ້ອງກໍຄື, ຄົນເຊັ່ນນີ້ແມ່ນພວກຟາຣີຊາຍໂດຍມາດຕະຖານ. ການສະແດງອອກຂອງພວກຟາຣີຊາຍມີດັ່ງນີ້: ພາຍນອກພວກເຂົາມີການກະທຳທີ່ມີກຽດ, ພວກເຂົາເວົ້າ ແລະ ປະພຶດຕົນຢ່າງສຸພາບຮຽບຮ້ອຍ, ພວກເຂົາອີງໃສ່ພຣະຄຳພີໃນທຸກຄຳເວົ້າ ແລະ ໃນການກະທຳຂອງພວກເຂົາ ແລະ ເມື່ອພວກເຂົາພົບປະ ແລະ ເວົ້າລົມກັບຜູ້ຄົນ, ພວກເຂົາກໍຈະທ່ອງຈຳຄຳເວົ້າຈາກພຣະຄຳພີ ແລະ ພວກເຂົາກໍສາມາດທ່ອງຈຳຫຼາຍຂໍ້ຈາກພຣະຄຳພີໄດ້ຈົນຂຶ້ນໃຈ. ຜູ້ນໍາປອມກໍຄືກັນກັບພວກຟາຣີຊາຍ, ຈາກພາຍນອກ, ເຈົ້າບໍ່ສາມາດຊອກຫາຂໍ້ບົກຜ່ອງອັນໃດໃນຕົວພວກເຂົາໄດ້ ແລະ ພວກເຂົາເບິ່ງຄືວ່າມີຄວາມເປັນຝ່າຍວິນຍານເປັນພິເສດ. ເຈົ້າບໍ່ສາມາດກວດພົບບັນຫາໃດກໍຕາມໃນຕົວພວກເຂົາໄດ້ຈາກຄຳເວົ້າ, ການກະທຳ ແລະ ພຶດຕິກຳພາຍນອກຂອງພວກເຂົາ, ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາຫຼາຍຢ່າງທີ່ມີຢູ່ໃນວຽກງານຂອງຄຣິສຕະຈັກ. ຖ້າເປັນແນວນັ້ນ, ຄຳວ່າ “ຝ່າຍວິນຍານ” ນີ້ໝາຍຄວາມວ່າແນວໃດ? ເວົ້າໃນແງ່ເຂັ້ມງວດກໍຄື, ມັນແມ່ນຄວາມເປັນຝ່າຍວິນຍານຈອມປອມ. ຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມແບບນີ້ເຮັດໃຫ້ຕົວເອງຫຍຸ້ງຢູ່ທຸກມື້, ໄປໆມາໆລະຫວ່າງກຸ່ມນ້ອຍ ແລະ ກຸ່ມໃຫຍ່, ເຮັດການເທດສະໜາພຣະທຳຂອງພຣະເຈົ້າທຸກບ່ອນທີ່ພວກເຂົາໄປ. ພາຍນອກພວກເຂົາເບິ່ງຄືວ່າພວກເຂົາຮັກພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ, ວ່າພວກເຂົາມີຄວາມພະຍາຍາມກັບພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ, ວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າຫຼາຍກວ່າຜູ້ໃດ ແລະ ພວກເຂົາສາມາດເວົ້າຕົວເລກໜ້າຂອງຂໍ້ຄວາມທີ່ສຳຄັນໃດກໍຕາມຂອງພຣະທຳຂອງພຣະເຈົ້າອອກມາໄດ້ໃນທັນທີ. ຖ້າໃຜຜູ້ໜຶ່ງປະເຊີນກັບບັນຫາ, ພວກເຂົາກໍຈະໃຫ້ຕົວເລກໜ້າຂອງຂໍ້ຄວາມທີ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ແລະ ບອກໃຫ້ພວກເຂົາໄປອ່ານ. ຈາກພາຍນອກ, ພວກເຂົາເບິ່ງຄືວ່າໄດ້ຖືເອົາພຣະທຳຂອງພຣະເຈົ້າເປັນເກນໃນທຸກສິ່ງ, ເປັນພະຍານຕໍ່ພຣະທຳຂອງພຣະເຈົ້າເມື່ອມີສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ເບິ່ງຄືວ່າບໍ່ໄດ້ມີບັນຫາອັນໃດກັບພວກເຂົາເລີຍ. ແຕ່ເມື່ອເຈົ້າເບິ່ງວຽກງານທີ່ພວກເຂົາເຮັດຢ່າງໃກ້ຊິດ, ພວກເຂົາສາມາດຄົ້ນພົບ ແລະ ແກ້ໄຂບັນຫາໄດ້ບໍ ໃນຂະນະທີ່ພວກເຂົາກຳລັງເທດສະໜາຄຳເວົ້າ ແລະ ຫຼັກຄຳສອນເຫຼົ່ານີ້? ຖ້າຜ່ານການໂອ້ລົມຄວາມຈິງ, ພວກເຂົາພົບເຫັນບັນຫາທີ່ບໍ່ເຄີຍຖືກຄົ້ນພົບມາກ່ອນໃນວຽກງານໃດໜຶ່ງ ແລະ ແກ້ໄຂບັນຫາທີ່ຄົນອື່ນບໍ່ສາມາດແກ້ໄຂໄດ້, ນີ້ກໍສະແດງວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໄດ້ຢ່າງຊັດເຈນ. ຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມເປັນຄົນທີ່ກົງກັນຂ້າມກັບສິ່ງແບບນີ້ຢ່າງສິ້ນເຊີງ. ພວກເຂົາທ່ອງຈຳພຣະທຳຂອງພຣະເຈົ້າຈົນຂຶ້ນໃຈ ແລະ ເທດສະໜາພວກມັນຢູ່ທົ່ວທຸກແຫ່ງ ໂດຍຈິດໃຈ ແລະ ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍພຣະທຳຂອງພຣະເຈົ້າ. ແນວໃດກໍຕາມ, ບໍ່ວ່າຈະມີບັນຫາໃຫຍ່ ຫຼື ບັນຫານ້ອຍເກີດຂຶ້ນໃນວຽກງານ, ພວກເຂົາກໍບໍ່ສາມາດພົບເຫັນ ຫຼື ຄົ້ນພົບມັນໄດ້. ໃນຕອນທ້າຍຂອງການເຕົ້າໂຮມ, ສິ່ງທີ່ພວກເຂົາຢ້ານທີ່ສຸດກໍຄື ການມີຄົນຍົກປະເດັນຕົວຈິງຂຶ້ນມາ ແລະ ຂໍໃຫ້ພວກເຂົາແກ້ໄຂ ແລະ ນັ້ນກໍຄືເຫດຜົນທີ່ພວກເຂົາອອກໄປໃນທັນທີເມື່ອການເຕົ້າໂຮມສິ້ນສຸດລົງ, ໂດຍຄິດວ່າ “ຖ້າໃຜບາງຄົນຖາມຄຳຖາມຂ້ອຍ ແລະ ຂ້ອຍຕອບບໍ່ໄດ້, ມັນກໍຈະໜ້າອຶດອັດ ແລະ ໜ້າອັບອາຍຫຼາຍ!” ນີ້ຄືວຸດທິພາວະຕົວຈິງ ແລະ ສະພາວະທີ່ແທ້ຈິງຂອງພວກເຂົາ.

ໃຫ້ຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດໃນກຸ່ມພວກເຈົ້າທີ່ເກັ່ງໃນການໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ ແລະ ສາມາດເປັນໜຶ່ງດຽວກັບອ້າຍເອື້ອຍນ້ອງ ແລະ ເຮັດໃຫ້ວຽກງານດຳເນີນໄປພ້ອມກັບພວກເຂົາເມື່ອປະຕິບັດໜ້າທີ່ຂອງຕົນ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ສາມາດເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້. ຈົ່ງຄິດເບິ່ງວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດໃນກຸ່ມພວກເຈົ້າທີ່ເກັ່ງໃນການຄົ້ນພົບ ແລະ ແກ້ໄຂບັນຫາ ແລະ ສຸມໃສ່ໃນການເຮັດວຽກງານຕົວຈິງຫຼາຍທີ່ສຸດ ແລະ ມີຜົນໄດ້ຮັບຫຼາຍທີ່ສຸດໃນວຽກງານຂອງພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເປັນຄົນທີ່ມີຄວາມຊື່ສັດ ທີ່ມີຄວາມຮັບຜິດຊອບ ແລະ ມີສະຕິຮັບຜິດຊອບສູງ. ໃນທາງກົງກັນຂ້າມ, ຖ້າຜູ້ນໍາຄົນໜຶ່ງເກັ່ງໃນການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ເທດສະໜາຢ່າງມີເຫດຜົນ ແລະ ເປັນລະບຽບ, ມີຈຸດສູນກາງ ແລະ ເນື້ອໃນທີ່ຊັດເຈນ ແລະ ເປັນຂັ້ນເປັນຕອນ ແລະ ຜູ້ຄົນຕ່າງກໍກະຕືລືລົ້ນໃນຄຳເທດສະໜາຂອງພວກເຂົາ, ແຕ່ພວກເຂົາຫຼີກລ່ຽງອ້າຍເອື້ອຍນ້ອງຢູ່ສະເໝີ, ຢ້ານສະເໝີວ່າອ້າຍເອື້ອຍນ້ອງຈະຖາມຄຳຖາມ ແລະ ຢ້ານທີ່ຈະແກ້ໄຂ ແລະ ຈັດການບັນຫາຮ່ວມກັບອ້າຍເອື້ອຍນ້ອງ, ຜູ້ນໍາຄົນນັ້ນກໍເປັນຄົນທີ່ມີຄວາມເປັນຝ່າຍວິນຍານຈອມປອມ ແລະ ພວກເຂົາກໍເປັນຜູ້ນໍາປອມ. ຜູ້ນໍາ ແລະ ຜູ້ກຳກັບດູແລອ້ອມຂ້າງພວກເຈົ້າເປັນຄົນປະເພດໃດ? ໂດຍປົກກະຕິແລ້ວ, ນອກຈາກການເຂົ້າຮ່ວມການເຕົ້າໂຮມ ແລະ ການເທດສະໜາ, ພວກເຂົາຕິດຕາມ ແລະ ມີສ່ວນຮ່ວມໃນວຽກງານບໍ, ພວກເຂົາສາມາດຄົ້ນພົບ ແລະ ແກ້ໄຂບັນຫາໃນວຽກງານໄດ້ຢູ່ເລື້ອຍໆບໍ ຫຼື ພວກເຂົາຫາຍຕົວໄປຫຼັງຈາກທີ່ປາກົດຕົວໃນການເຕົ້າໂຮມ? ຜູ້ນໍາປອມທີ່ມີຄວາມເປັນຝ່າຍວິນຍານຈອມປອມຈະຢ້ານຢູ່ສະເໝີວ່າຈະບໍ່ມີຫຍັງເທດສະໜາ ແລະ ບໍ່ມີຫຍັງຈະເວົ້າເມື່ອພວກເຂົາພົບກັບອ້າຍເອື້ອຍນ້ອງ ດັ່ງນັ້ນພວກເຂົາຈຶ່ງຝຶກທ່ອງຈຳພຣະທຳຂອງພຣະເຈົ້າ ແລະ ວິທີການເທດສະໜາຢູ່ໃນຫ້ອງຂອງພວກເຂົາ. ພວກເຂົາເຊື່ອວ່າການເທດສະໜາເປັນສິ່ງທີ່ສາມາດຮຽນຮູ້ໄດ້ ແລະ ເປັນສິ່ງທີ່ສາມາດບັນລຸໄດ້ຜ່ານການທ່ອງຈຳ, ເຊັ່ນດຽວກັບການໄດ້ຮັບຄວາມຮູ້ ຫຼື ການເຂົ້າຮຽນຢູ່ໃນມະຫາວິທະຍາໄລ ແລະ ພວກເຂົາຕ້ອງມີຈິດວິນຍານຂອງການຮໍ່າຮຽນຢ່າງບໍ່ຮູ້ອິດເມື່ອຍ ແລະ ຢ່າງພາກພຽນ. ຄວາມເຂົ້າໃຈທີ່ຜູ້ນໍາປອມເຫຼົ່ານີ້ມີຢູ່ນັ້ນບໍ່ແມ່ນການບິດເບືອນບໍ? (ແມ່ນແລ້ວ). ຄົນແບບນີ້ຈະເທດສະໜາຫຼັກຄຳສອນຈາກຕຳແໜ່ງສູງຂອງພວກເຂົາ ແລະ ສົນໃຈແຕ່ເລື່ອງທີ່ໄຮ້ສາລະບາງຢ່າງ ຈາກນັ້ນພວກເຂົາກໍຄິດວ່າພວກເຂົາກຳລັງເຮັດວຽກງານຜູ້ນໍາ. ພວກເຂົາບໍ່ເຄີຍໄປສະຖານທີ່ເຮັດວຽກເພື່ອຊີ້ນຳວຽກງານ ຫຼື ແກ້ໄຂບັນຫາ, ແຕ່ຈະມັກນັ່ງຢູ່ໃນຫ້ອງຂອງພວກເຂົາ, “ປີກວິເວກຕົນເອງອອກໄປເພື່ອເພາະປູກຕົນເອງ”, ເສີມສ້າງຕົນເອງດ້ວຍພຣະທຳຂອງພຣະເຈົ້າ, ສິ່ງນີ້ເປັນສິ່ງທີ່ຈຳເປັນບໍ? ໃນສະຖານະການໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດປະວາງວຽກງານຂອງຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງໄວ້ລ້າໆຊົ່ວຄາວ ແລ້ວໄປຕຽມຕົນເອງດ້ວຍຄວາມຈິງ? ເມື່ອວຽກງານບໍ່ຫຍຸ້ງຫຼາຍ ແລະ ບັນຫາທັງໝົດທີ່ຄວນແກ້ໄຂໄດ້ຮັບການແກ້ໄຂແລ້ວ ແລະ ເລື່ອງທັງໝົດທີ່ຕ້ອງການຄວາມໃສ່ໃຈ ແລະ ຫຼັກການທີ່ຄວນອະທິບາຍໄດ້ຮັບການອະທິບາຍໄປແລ້ວ ແລະ ອ້າຍເອື້ອຍນ້ອງບໍ່ມີຄຳຖາມ ຫຼື ຄວາມຫຍຸ້ງຍາກໃດໆ ແລະ ບໍ່ມີໃຜກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ວຽກງານສາມາດດຳເນີນໄປໄດ້ຢ່າງລ່ຽນໄຫຼ ແລະ ບໍ່ມີອຸປະສັກອີກຕໍ່ໄປ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍສາມາດອ່ານພຣະທຳຂອງພຣະເຈົ້າ ແລະ ຕຽມຕົນເອງດ້ວຍຄວາມຈິງ, ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ໄດ້ເຮັດວຽກແບບນີ້; ພວກເຂົາສຸມໃສ່ການສ້າງຄວາມໂດດເດັ່ນໃຫ້ຕົນເອງຢູ່ສະເໝີ ແລະ ພວກເຂົາເຮັດແຕ່ວຽກງານທີ່ເຫັນໄດ້ຊັດເຈນທີ່ຄົນອື່ນສາມາດເບິ່ງເຫັນໄດ້ເພື່ອອວດອ້າງ. ຖ້າພວກເຂົາພົບເຫັນແສງສະຫວ່າງໃໝ່ບາງຢ່າງຈາກການອ່ານພຣະທຳຂອງພຣະເຈົ້າ ຫຼື ຟັງຄຳເທດສະໜາ, ພວກເຂົາກໍຈະຮູ້ສຶກວ່າພວກເຂົາໄດ້ຮັບບາງຢ່າງ, ວ່າພວກເຂົາມີຄວາມເປັນຈິງຄວາມຈິງ ແລະ ຈາກນັ້ນພວກເຂົາກໍຈະຮີບຮ້ອນຊອກຫາໂອກາດເພື່ອຈະເທດສະໜາໃຫ້ຄົນອື່ນ. ພວກເຂົາເທດສະໜາຫຼັກຄຳສອນຢ່າງເປັນລະບົບ, ມີເຫດຜົນ ແລະ ເປັນລະບຽບ, ມີຈຸດສູນກາງ ແລະ ເນື້ອໃນທີ່ຊັດເຈນ ແລະ ໃນລັກສະນະທີ່ມີພະລັງ ແລະ ເລິກເຊິ່ງກວ່າຄຳປາໄສຂອງຄົນດັງ ຫຼື ການບັນຍາຍທາງວິຊາການ ແລະ ພວກເຂົາກໍຮູ້ສຶກພໍໃຈກັບສິ່ງນີ້ຫຼາຍ. ແຕ່ພວກເຂົາກໍຍັງໄຕ່ຕອງກັບຕົນເອງວ່າ “ຄັ້ງຕໍ່ໄປຂ້ອຍຈະເທດສະໜາຫຍັງ ຫຼັງຈາກທີ່ຂ້ອຍເທດສະໜາຄັ້ງນີ້ຈົບ? ຂ້ອຍບໍ່ມີຫຍັງຈະເທດສະໜາອີກແລ້ວ”. ດັ່ງນັ້ນພວກເຂົາຈຶ່ງຮີບຮ້ອນຈາກໄປ ແລະ “ປີກວິເວກຕົນເອງອອກໄປເພື່ອເພາະປູກຕົນເອງ” ເປັນອີກຄັ້ງທີ່ພວກເຂົາຊອກຫາຫຼັກຄຳສອນທີ່ເລິກເຊິ່ງ. ພວກເຂົາບໍ່ເຄີຍຖືກເຫັນຢູ່ສະຖານທີ່ເຮັດວຽກຂອງຄຣິສຕະຈັກ ແລະ ເມື່ອຜູ້ຄົນພົບຄວາມຫຍຸ້ງຍາກ ແລະ ລໍຖ້າໃຫ້ບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂ, ຜູ້ນໍາປອມເຫຼົ່ານີ້ກໍຈະຊອກຫາບໍ່ເຫັນຢູ່ໃສເລີຍ. ຜູ້ນໍາປອມບໍ່ຮູ້ສຶກອັບອາຍ ແລະ ບໍ່ສະບາຍໃຈແດ່ບໍ? ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ ແຕ່ພວກເຂົາກໍຍັງຕ້ອງການເທດສະໜາແບບສູງສົ່ງເພື່ອອວດອ້າງ. ຄົນເຫຼົ່ານີ້ເປັນຄົນໜ້າດ້ານໄຮ້ຢາງອາຍ.

ຜູ້ນໍາປອມທຸກຄົນສາມາດເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາທຸກຄົນລ້ວນເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ, ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງ ເຖິງແມ່ນວ່າຈະມີຄວາມເຊື່ອໃນພຣະເຈົ້າມາຫຼາຍປີແລ້ວກໍຕາມ ນັ້ນກໍຄື ມັນສາມາດເວົ້າໄດ້ວ່າ ພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ພວກເຂົາຄິດວ່າການເປັນຜູ້ນໍາຄຣິສຕະຈັກໝາຍຄວາມວ່າ ພວກເຂົາພຽງແຕ່ຕ້ອງໄດ້ເທດສອນຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ຮ້ອງໂຮຄຳຂວັນບາງຄຳ ແລະ ອະທິບາຍພຣະທຳຂອງພຣະເຈົ້າພຽງເລັກນ້ອຍ ແລ້ວຜູ້ຄົນກໍຈະເຂົ້າໃຈຄວາມຈິງ. ພວກເຂົາບໍ່ຮູ້ວ່າການເຮັດວຽກງານໝາຍຄວາມວ່າແນວໃດ, ພວກເຂົາບໍ່ຮູ້ວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງກັນແທ້ ແລະ ພວກເຂົາບໍ່ຮູ້ວ່າເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເລືອກໃຜບາງຄົນມາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ການເລືອກນີ້ມີຈຸດປະສົງເພື່ອແກ້ໄຂບັນຫາຫຍັງກັນແທ້. ສະນັ້ນ, ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຫຼາຍສໍ່າໃດວ່າໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຕິດຕາມວຽກງານ, ກວດກາວຽກງານ ແລະ ຄວບຄຸມດູແລວຽກງານ, ວ່າພວກເຂົາຕ້ອງໄດ້ຄົ້ນພົບ ແລະ ແກ້ໄຂບັນຫາໃນວຽກງານໂດຍທັນເວລາ ແລະ ອື່ນໆ, ພວກເຂົາກໍບໍ່ຮັບຟັງສິ່ງເຫຼົ່ານີ້ ແລະ ບໍ່ເຂົ້າໃຈເລີຍ. ພວກເຂົາບໍ່ສາມາດບັນລຸ ຫຼື ປະຕິບັດຕາມຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າມີຕໍ່ຜູ້ນໍາ ແລະ ຜູ້ເຮັດວຽກໄດ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ພົວພັນກັບການປະຕິບັດໜ້າທີ່, ພ້ອມທັງປະເດັນດ້ານຫຼັກການໃນການເລືອກຜູ້ຮັບຜິດຊອບ ແລະ ອື່ນໆ ແລະ ເຖິງແມ່ນວ່າພວກເຂົາຈະຮູ້ກ່ຽວກັບບັນຫາເຫຼົ່ານີ້, ພວກເຂົາກໍຍັງບໍ່ສາມາດຈັດການກັບພວກມັນໄດ້. ເພາະສະນັ້ນ, ພາຍໃຕ້ການນໍາພາຂອງຜູ້ນໍາປອມເຊັ່ນນີ້, ບັນຫາທຸກປະເພດທີ່ເກີດຂຶ້ນໃນວຽກງານຂອງຄຣິສຕະຈັກຈຶ່ງບໍ່ສາມາດໄດ້ຮັບການແກ້ໄຂ. ບໍ່ພຽງແຕ່ບັນຫາທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບທີ່ຜູ້ຄົນທີ່ພຣະເຈົ້າເລືອກໄດ້ພົບພໍ້ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຍັງມີຄວາມຫຍຸ້ງຍາກໃນການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ເຊິ່ງບໍ່ໄດ້ຮັບການແກ້ໄຂເປັນເວລາດົນນານ ແລະ ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ຮັບຜິດຊອບລາຍການວຽກງານຕ່າງໆ ບໍ່ສາມາດເຮັດວຽກງານຕົວຈິງໄດ້, ພວກເຂົາກໍບໍ່ໄດ້ຖືກປົດອອກໂດຍທັນເວລາ ຫຼື ບໍ່ໄດ້ປັບການມອບໝາຍໜ້າທີ່ຂອງພວກເຂົາໂດຍທັນເວລາ ແລະ ອື່ນໆ. ບັນຫາເຫຼົ່ານີ້ບໍ່ມີບັນຫາໃດທີ່ໄດ້ຮັບການແກ້ໄຂຢ່າງທັນເວລາ ແລະ ຜົນສະທ້ອນກໍຄື ປະສິດທິພາບຂອງລາຍການວຽກງານຕ່າງໆ ໃນຄຣິສຕະຈັກໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ປະສິດທິຜົນຂອງວຽກງານກໍນັບມື້ນັບຕົກຕໍ່າລົງ. ໃນດ້ານບຸກຄະລາກອນ, ຜູ້ທີ່ມີພອນສະຫວັນ ແລະ ເວົ້າເກັ່ງພໍສົມຄວນກໍຈະກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ໃນຂະນະທີ່ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ສາມາດທຸ່ມເທຕົນເອງໃຫ້ກັບການເຮັດວຽກໜັກ ແລະ ເຮັດວຽກແບບບໍ່ຮູ້ຈັກອິດເມື່ອຍໂດຍບໍ່ຈົ່ມວ່າ, ກໍບໍ່ໄດ້ຮັບການເລື່ອນຕຳແໜ່ງ ແລະ ບົ່ມເພາະ ແລະ ໄດ້ຮັບການປະຕິບັດຕໍ່ຄືກັບຜູ້ອອກແຮງງານ ແລະ ບຸກຄະລາກອນທາງດ້ານເຕັກນິກຕ່າງໆ ທີ່ມີຈຸດແຂງບາງຢ່າງກໍບໍ່ໄດ້ຖືກໃຊ້ງານຢ່າງສົມເຫດສົມຜົນ. ນອກຈາກນີ້, ບາງຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈກໍບໍ່ໄດ້ຮັບການບຳລຸງລ້ຽງຊີວິດ ແລະ ດັ່ງນັ້ນ ພວກເຂົາຈຶ່ງຕົກຢູ່ໃນຄວາມເປັນລົບ ແລະ ຄວາມອ່ອນແອ. ຍິ່ງໄປກວ່ານັ້ນ, ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຮ້າຍຈະເຮັດຄວາມຊົ່ວຫຼາຍສໍ່າໃດ, ມັນກໍເບິ່ງຄືກັບວ່າຜູ້ນໍາປອມບໍ່ໄດ້ເຫັນມັນ. ຖ້າຄົນໃດຄົນໜຶ່ງເປີດໂປງຄົນຊົ່ວຮ້າຍ ຫຼື ຜູ້ຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມກໍຈະບອກພວກເຂົາວ່າ ພວກເຂົາຄວນປະຕິບັດຕໍ່ຄົນນັ້ນດ້ວຍຄວາມຮັກ ແລະ ໃຫ້ໂອກາດພວກເຂົາໄດ້ກັບໃຈ. ໃນການເຮັດເຊັ່ນນັ້ນ, ພວກເຂົາໄດ້ປ່ອຍໃຫ້ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິສເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ ແລະ ສິ່ງນີ້ກໍໄດ້ນໍາໄປສູ່ຄວາມລ່າຊ້າອັນຍາວນານໃນການຄັດອອກ ຫຼື ຂັບໄລ່ຄົນຊົ່ວຮ້າຍ, ຜູ້ບໍ່ເຊື່ອ ແລະ ຜູ້ຕໍ່ຕ້ານພຣະຄຣິສເຫຼົ່ານີ້ ແລະ ພວກເຂົາກໍໄດ້ສືບຕໍ່ເຮັດຄວາມຊົ່ວໃນຄຣິສຕະຈັກ ແລະ ລົບກວນວຽກງານຂອງຄຣິສຕະຈັກຕໍ່ໄປ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຈັດການ ແລະ ແກ້ໄຂບັນຫາໃດກໍຕາມໃນບັນຫາເຫຼົ່ານີ້; ພວກເຂົາບໍ່ມີຄວາມສາມາດໃນການປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ຫຼື ຈັດແຈງວຽກງານຢ່າງສົມເຫດສົມຜົນ, ແຕ່ກົງກັນຂ້າມ ພວກເຂົາກະທຳການຕາມອຳເພີໃຈ ແລະ ເຮັດພຽງແຕ່ວຽກງານທີ່ໄຮ້ປະໂຫຍດ, ເຊິ່ງສົ່ງຜົນເຮັດໃຫ້ວຽກງານຂອງຄຣິສຕະຈັກເກີດຄວາມສັບສົນ ແລະ ປັ່ນປ່ວນ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບຄວາມຈິງຫຼາຍສໍ່າໃດ ຫຼື ຈະເນັ້ນໜັກເຖິງຫຼັກການທີ່ຄວນປະຕິບັດຕາມຫຼາຍສໍ່າໃດ ເມື່ອປະຕິບັດວຽກງານຂອງຄຣິສຕະຈັກ, ນັ້ນກໍຄື ການຈຳກັດຜູ້ທີ່ຄວນຖືກຈຳກັດ ແລະ ການຄັດອອກເຊິ່ງຜູ້ທີ່ຄວນຖືກກຳຈັດອອກໄປຈາກບັນດາຜູ້ເຮັດຄວາມຊົ່ວ ແລະ ຜູ້ບໍ່ເຊື່ອປະເພດຕ່າງໆ ແລະ ການເລື່ອນຕຳແໜ່ງ ແລະ ການບົ່ມເພາະຜູ້ຄົນທີ່ມີຂີດຄວາມສາມາດດີ ແລະ ຄວາມສາມາດໃນການຢັ່ງຮູ້ ແລະ ຜູ້ທີ່ສາມາດໄລ່ຕາມເສາະຫາຄວາມຈິງ, ຜູ້ທີ່ຄວນໄດ້ຮັບການເລື່ອນຕຳແໜ່ງ ແລະ ບົ່ມເພາະ, ເຖິງແມ່ນວ່າສິ່ງເຫຼົ່ານີ້ຈະໄດ້ຮັບການໂອ້ລົມນັບຄັ້ງບໍ່ຖ້ວນ, ຜູ້ນໍາປອມກໍບໍ່ເຂົ້າໃຈ ຫຼື ບໍ່ຢັ່ງຮູ້ສິ່ງເຫຼົ່ານັ້ນ ແລະ ພຽງແຕ່ຍຶດໝັ້ນຢູ່ກັບທັດສະນະທີ່ມີຄວາມຈອມປອມທາງຝ່າຍວິນຍານ ແລະ ວິທີການ “ທີ່ເຕັມໄປດ້ວຍຄວາມຮັກ” ຂອງພວກເຂົາຢ່າງຕໍ່ເນື່ອງ. ຜູ້ນໍາປອມເຊື່ອວ່າ ພາຍໃຕ້ການສັ່ງສອນທີ່ຈິງຈັງ ແລະ ອົດທົນຂອງພວກເຂົາ, ຄົນທຸກປະເພດກໍຈະປະຕິບັດບົດບາດຂອງຕົນເອງຢ່າງເປັນລະບຽບ, ໂດຍບໍ່ມີຄວາມວຸ່ນວາຍ ແລະ ທຸກຄົນກໍມີຄວາມເຊື່ອອັນແຮງກ້າ, ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ບໍ່ຢ້ານການຕິດຄຸກ ແລະ ການປະເຊີນໜ້າກັບອັນຕະລາຍ ແລະ ທຸກຄົນກໍມີຄວາມຕັ້ງໃຈທີ່ຈະທົນທຸກທໍລະມານ ແລະ ບໍ່ເຕັມໃຈທີ່ຈະເປັນຢູດາ. ພວກເຂົາເຊື່ອວ່າການມີບັນຍາກາດທີ່ດີໃນການໃຊ້ຊີວິດຄຣິສຕະຈັກໝາຍຄວາມວ່າ ພວກເຂົາໄດ້ເຮັດໜ້າທີ່ໄດ້ດີແລ້ວ. ບໍ່ວ່າຈະມີກໍລະນີທີ່ຄົນຊົ່ວຮ້າຍກໍ່ໃຫ້ເກີດການລົບກວນ ຫຼື ຜູ້ບໍ່ເຊື່ອເຜີຍແຜ່ຄຳສອນນອກຮີດ ແລະ ທິດສະດີທີ່ຫຼອກລວງເກີດຂຶ້ນໃນຄຣິສຕະຈັກ, ພວກເຂົາກໍບໍ່ໄດ້ຖືວ່າສິ່ງເຫຼົ່ານີ້ເປັນບັນຫາ ແລະ ພວກເຂົາກໍບໍ່ໄດ້ຮູ້ສຶກວ່າຈຳເປັນຕ້ອງແກ້ໄຂບັນຫາ. ເມື່ອເວົ້າເຖິງຄົນທີ່ພວກເຂົາໄດ້ມອບໝາຍວຽກງານໃຫ້ ແລ້ວກະທຳຕາມອຳເພີໃຈໂດຍຂຶ້ນກັບຄວາມປະສົງຂອງພວກເຂົາ ແລະ ລົບກວນວຽກງານຂ່າວປະເສີດ, ຜູ້ນໍາປອມຍິ່ງຕາມືດບອດກວ່າເກົ່າ. ພວກເຂົາເວົ້າວ່າ “ຂ້ອຍໄດ້ອະທິບາຍຫຼັກການເຮັດວຽກທີ່ຂ້ອຍຄວນຈະອະທິບາຍແລ້ວ ແລະ ຂ້ອຍກໍໄດ້ບອກພວກເຂົາຊໍ້າແລ້ວຊໍ້າອີກວ່າຕ້ອງເຮັດຫຍັງ. ຖ້າມີບັນຫາໃດກໍຕາມເກີດຂຶ້ນ, ມັນກໍບໍ່ໄດ້ກ່ຽວຫຍັງກັບຂ້ອຍ”. ແນວໃດກໍຕາມ, ພວກເຂົາບໍ່ຮູ້ວ່າບຸກຄົນນັ້ນເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ພວກເຂົາບໍ່ໄດ້ສົນໃຈເລື່ອງນັ້ນ ແລະ ພວກເຂົາບໍ່ໄດ້ຮູ້ວ່າສິ່ງທີ່ພວກເຂົາເວົ້າຕອນທີ່ກຳລັງອະທິບາຍ ແລະ ບອກໃຫ້ບຸກຄົນນັ້ນວ່າຕ້ອງເຮັດຫຍັງນັ້ນ ຈະສາມາດບັນລຸຜົນໃນທາງບວກໄດ້ ຫຼື ບໍ່ ຫຼື ມັນຈະນໍາຜົນສະທ້ອນຫຍັງມາໃຫ້. ທຸກຄັ້ງທີ່ຜູ້ນໍາປອມຈັດການເຕົ້າໂຮມ, ພວກເຂົາກໍກ່າວຄຳເວົ້າ ແລະ ຫຼັກຄຳສອນອອກມາຢ່າງຫຼວງຫຼາຍບໍ່ຂາດສາຍ, ແຕ່ຜົນປາກົດວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາອັນໃດໄດ້ເລີຍ. ເຖິງຢ່າງນັ້ນ ພວກເຂົາກໍຍັງເຊື່ອວ່າພວກເຂົາກຳລັງເຮັດວຽກງານທີ່ຍິ່ງໃຫຍ່, ພວກເຂົາຍັງພໍໃຈໃນຕົນເອງ ແລະ ຄິດວ່າພວກເຂົາຊ່າງໜ້າອັດສະຈັນ. ຕາມຄວາມຈິງແລ້ວ, ຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເວົ້ານັ້ນ ສາມາດໃຊ້ເພື່ອຫຼອກລວງຄົນເບົາປັນຍາ, ຄົນໂງ່ ແລະ ຄົນບໍ່ສະຫຼາດ ຜູ້ທີ່ບໍ່ຮູ້ຈັກຫຍັງ ແລະ ມີຂີດຄວາມສາມາດຕໍ່າເທົ່ານັ້ນ. ຫຼັງຈາກທີ່ຄົນເຫຼົ່ານີ້ໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍສັບສົນ ແລະ ເຊື່ອວ່າສິ່ງທີ່ຜູ້ນໍາປອມເວົ້ານັ້ນຖືກຕ້ອງທີ່ສຸດ, ບໍ່ມີຫຍັງທີ່ພວກເຂົາເວົ້າຜິດເລີຍ. ຜູ້ນໍາປອມສາມາດເຮັດໃຫ້ຄົນທີ່ສັບສົນເຫຼົ່ານີ້ພໍໃຈໄດ້ເທົ່ານັ້ນ ແລະ ໂດຍພື້ນຖານແລ້ວຈະບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້. ແນ່ນອນວ່າ ຜູ້ນໍາປອມຍິ່ງບໍ່ມີຄວາມສາມາດໃນການຈັດການກັບບັນຫາທີ່ກ່ຽວຂ້ອງກັບທັກສະ ແລະ ຄວາມຮູ້ທາງວິຊາຊີບ, ພວກເຂົາຂາດຄວາມສາມາດໂດຍສິ້ນເຊີງເມື່ອເວົ້າເຖິງເລື່ອງເຫຼົ່ານີ້. ຕົວຢ່າງເຊັ່ນ: ວຽກງານຂໍ້ຄວາມຂອງເຮືອນຂອງພຣະເຈົ້າ. ນີ້ຄືວຽກງານທີ່ເຮັດໃຫ້ຜູ້ນໍາປອມປວດຫົວທີ່ສຸດ. ພວກເຂົາບໍ່ສາມາດລະບຸໄດ້ຢ່າງແນ່ນອນວ່າຄົນໃດມີຄວາມເຂົ້າໃຈຝ່າຍວິນຍານ, ມີຂີດຄວາມສາມາດທີ່ດີ ແລະ ເໝາະສົມກັບການເຮັດວຽກງານຂໍ້ຄວາມ ແລະ ພວກເຂົາຖືວ່າໃຜກໍຕາມທີ່ໃສ່ແວ່ນຕາ ແລະ ມີລະດັບການສຶກສາທີ່ສູງນັ້ນເປັນຜູ້ທີ່ມີຂີດຄວາມສາມາດທີ່ດີ ແລະ ມີຄວາມເຂົ້າໃຈຝ່າຍວິນຍານ ດັ່ງນັ້ນ ພວກເຂົາຈຶ່ງຈັດແຈງໃຫ້ຄົນເຫຼົ່ານັ້ນໄດ້ເຮັດວຽກ ໂດຍບອກພວກເຂົາວ່າ “ພວກເຈົ້າທຸກຄົນລ້ວນມີຄວາມສາມາດພິເສດໃນການເຮັດວຽກງານຂໍ້ຄວາມ. ຂ້ອຍບໍ່ເຂົ້າໃຈວຽກງານດ້ານນີ້, ສະນັ້ນ ວຽກງານທັງໝົດຈຶ່ງຕົກຢູ່ເທິງບ່າຂອງພວກເຈົ້າ. ເຮືອນຂອງພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງອີກຈາກພວກເຈົ້າ, ພຽງແຕ່ໃຫ້ພວກເຈົ້ານໍາໃຊ້ຈຸດແຂງຂອງພວກເຈົ້າ, ບໍ່ຕ້ອງປິດບັງຫຍັງໄວ້ ແລະ ປະກອບສ່ວນໃນທຸກສິ່ງທີ່ພວກເຈົ້າໄດ້ຮຽນຮູ້ມາ. ພວກເຈົ້າຕ້ອງຮູ້ຈັກສຳນຶກບຸນຄຸນ ແລະ ຂອບໃຈພຣະເຈົ້າທີ່ໄດ້ຍົກຊູພວກເຈົ້າຂຶ້ນ”. ຫຼັງຈາກທີ່ຜູ້ນໍາປອມໄດ້ເວົ້າຄຳເວົ້າທີ່ບໍ່ເກີດຜົນ ແລະ ຜິວເຜີນຈໍານວນໜຶ່ງແລ້ວ, ພວກເຂົາກໍຮູ້ສຶກວ່າວຽກງານໄດ້ຮັບການຈັດແຈງແລ້ວ ຈາກນັ້ນ ພວກເຂົາກໍຮູ້ສຶກວ່າໄດ້ເຮັດທຸກສິ່ງທີ່ພວກເຂົາຈຳເປັນຕ້ອງໄດ້ເຮັດແລ້ວ. ພວກເຂົາບໍ່ຮູ້ວ່າຄົນທີ່ພວກເຂົາໄດ້ຈັດແຈງໃຫ້ນັ້ນເຮັດວຽກງານນີ້ເໝາະສົມແລ້ວ ຫຼື ບໍ່ ແລະ ກໍບໍ່ຮູ້ວ່າຄົນເຫຼົ່ານີ້ມີຂໍ້ບົກຜ່ອງຫຍັງແດ່ໃນດ້ານຄວາມຮູ້ທາງວິຊາຊີບ ຫຼື ພວກເຂົາຄວນຈະແກ້ໄຂຂໍ້ບົກຜ່ອງເຫຼົ່ານັ້ນແນວໃດ. ພວກເຂົາບໍ່ຮູ້ຈັກວິທີເບິ່ງ ແລະ ແຍກແຍະຜູ້ຄົນ, ພວກເຂົາບໍ່ເຂົ້າໃຈບັນຫາດ້ານວິຊາຊີບ ແລະ ກໍບໍ່ເຂົ້າໃຈຄວາມຮູ້ທີ່ກ່ຽວຂ້ອງກັບການຂຽນ, ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງເຫຼົ່ານີ້. ພວກເຂົາເວົ້າວ່າພວກເຂົາບໍ່ເຂົ້າໃຈ ຫຼື ຢັ່ງຮູ້ເລື່ອງເຫຼົ່ານີ້ໄດ້, ແຕ່ໃນຫົວໃຈຂອງພວກເຂົາ, ພວກເຂົາໄດ້ຄິດວ່າ “ບໍ່ແມ່ນວ່າພວກເຈົ້າມີແຕ່ການສຶກສາ ແລະ ຄວາມຮູ້ຫຼາຍກວ່າຂ້ອຍໜ້ອຍໜຶ່ງຊື່ໆບໍ? ເຖິງແມ່ນວ່າຂ້ອຍຈະບໍ່ສາມາດຊີ້ແນະພວກເຈົ້າໃນວຽກງານນີ້ໄດ້, ແຕ່ຂ້ອຍມີຄວາມເປັນຝ່າຍວິນຍານຫຼາຍກວ່າພວກເຈົ້າ, ຂ້ອຍເທດສະໜາເກັ່ງກວ່າພວກເຈົ້າ ແລະ ຂ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າດີກວ່າພວກເຈົ້າ. ຂ້ອຍເປັນຄົນນຳພາພວກເຈົ້າ, ຂ້ອຍເປັນຫົວໜ້າຂອງພວກເຈົ້າ, ຂ້ອຍຕ້ອງເປັນຜູ້ຄວບຄຸມພວກເຈົ້າ ແລະ ພວກເຈົ້າຕ້ອງເຮັດຕາມທີ່ຂ້ອຍສັ່ງ”. ຜູ້ນໍາປອມຖືວ່າຕົນເອງສູງສົ່ງ, ແຕ່ພວກເຂົາບໍ່ສາມາດໃຫ້ຄຳແນະນຳທີ່ມີຄຸນຄ່າອັນໃດ ກ່ຽວກັບວຽກງານປະເພດໃດກໍຕາມທີ່ກ່ຽວຂ້ອງກັບທັກສະທາງວິຊາຊີບ ແລະ ພວກເຂົາກໍບໍ່ສາມາດໃຫ້ການຊີ້ແນະໃດໆໄດ້ເຊັ່ນກັນ. ຢ່າງຫຼາຍທີ່ສຸດ, ພວກເຂົາກໍສາມາດຈັດແຈງບຸກຄະລາກອນໃຫ້ດີໄດ້; ພວກເຂົາບໍ່ສາມາດເຮັດວຽກງານທີ່ຕາມມາໃດໆໄດ້. ພວກເຂົາບໍ່ໄດ້ພະຍາຍາມຮັບເອົາຄວາມຮູ້ທາງວິຊາຊີບ ແລະ ພວກເຂົາບໍ່ຕິດຕາມວຽກງານ. ຜູ້ນໍາປອມທຸກຄົນລ້ວນເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານ; ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບາງອັນ ແລ້ວພວກເຂົາກໍຄິດວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ອວດອ້າງຕໍ່ໜ້າປະຊາກອນທີ່ພຣະເຈົ້າເລືອກຢູ່ສະເໝີ. ໃນທຸກການເຕົ້າໂຮມ, ພວກເຂົາເທດສະໜາເປັນເວລາຫຼາຍຊົ່ວໂມງ ແລະ ເຖິງຢ່າງນັ້ນ ຜົນກໍປາກົດວ່າ ພວກເຂົາບໍ່ສາມາດແກ້ໄຂບັນຫາອັນໃດໄດ້ເລີຍ. ພວກເຂົາບໍ່ຮູ້ຫຍັງເລີຍເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຄວາມຮູ້ທາງວິຊາຊີບໃນໜ້າທີ່ຂອງຜູ້ຄົນ; ເຫັນໄດ້ຢ່າງຊັດເຈນວ່າພວກເຂົາເປັນພຽງຜູ້ທີ່ບໍ່ມີຄວາມຊຳນານທາງວິຊາຊີບ, ແຕ່ພວກເຂົາກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ຊີ້ນໍາວຽກງານຂອງຜູ້ຊ່ຽວຊານ, ແລ້ວພວກເຂົາຈະສາມາດເຮັດວຽກງານໃຫ້ດີແບບນີ້ໄດ້ແນວໃດ? ການທີ່ຜູ້ນໍາປອມບໍ່ໄດ້ພະຍາຍາມຮຽນຮູ້ຄວາມຮູ້ທາງວິຊາຊີບ ແລະ ບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ ກໍເປັນທີ່ໜ້າລັງກຽດຂອງຜູ້ຄົນພຽງພໍແລ້ວ, ຍິ່ງໄປກວ່ານັ້ນ, ພວກເຂົາຍັງທຳທ່າວ່າເປັນຄົນຝ່າຍວິນຍານ ແລະ ອວດອ້າງຄຳເວົ້າທີ່ມີຄວາມເປັນຝ່າຍວິນຍານຂອງຕົນ, ເຊິ່ງເປັນການຂາດເຫດຜົນຢ່າງຍິ່ງ! ສິ່ງນີ້ບໍ່ຕ່າງຫຍັງຈາກພວກຟາຣີຊາຍ. ສິ່ງທີ່ພວກຟາຣີຊາຍຂາດເຫດຜົນທີ່ສຸດກໍຄື ພຣະເຈົ້າກຽດຊັງພວກເຂົາ, ແຕ່ພວກເຂົາກໍບໍ່ຮູ້ຕົວເລີຍ ແລະ ຍັງຖືວ່າຕົນເອງຂ້ອນຂ້າງເປັນຄົນດີ ແລະ ມີຄວາມເປັນຝ່າຍວິນຍານຫຼາຍ. ຜູ້ນໍາປອມໄດ້ຂາດການຮູ້ຈັກຕົນເອງແບບນີ້; ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ສາມາດເຮັດວຽກງານຕົວຈິງອັນໃດໄດ້ເລີຍ ແຕ່ກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ພວກເຂົາກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ພວກເຂົາຄືເປົ້າໝາຍທີ່ພຣະເຈົ້າລັງກຽດ ແລະ ກຳຈັດຢ່າງແນ່ນອນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?