ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8) ສ່ວນທີ ສອງ

ແມ່ນຫຍັງທີ່ເປັນລັກສະນະຫຼັກຂອງຜູ້ນໍາປອມທີ່ທຳທ່າວ່າມີຄວາມເປັນຝ່າຍວິນຍານ? ນັ້ນກໍຄື ພວກເຂົາເທດສະໜາເກັ່ງ. “ການເທດສະໜາ” ເຫຼົ່ານີ້ບໍ່ແມ່ນການເທດສະໜາທີ່ແທ້ຈິງ. ມັນບໍ່ແມ່ນການເທດສະໜາທີ່ໄດ້ໂອ້ລົມກ່ຽວກັບຄວາມຈິງ ແລະ ກໍບໍ່ແມ່ນການເທດສະໜາທີ່ມີຄວາມເປັນຈິງຄວາມຈິງ. ແຕ່ກົງກັນຂ້າມ, ມັນເປັນການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ; ມັນເປັນຄຳເທດສະໜາທີ່ມີຄວາມຈອມປອມທາງຝ່າຍວິນຍານ, ການເທດສະໜາຂອງພວກຟາຣີຊາຍ. ຜູ້ນໍາປອມເກັ່ງຫຼາຍໃນການທຸ່ມເທຄວາມພະຍາຍາມກັບຄຳເວົ້າ ແລະ ວະລີໃນພຣະທຳຂອງພຣະເຈົ້າ, ພວກເຂົາເອົາໃຈໃສ່ເປັນພິເສດຕໍ່ການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ແຕ່ພວກເຂົາບໍ່ເຄີຍສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ເຄີຍໄຕ່ຕອງວ່າພວກເຂົາຄວນຈະເຂົ້າສູ່ຄວາມເປັນຈິງຄວາມຈິງແນວໃດ. ພວກເຂົາພໍໃຈພຽງແຕ່ໄດ້ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ; ເມື່ອພວກເຂົາໄດ້ເທດສະໜາຫຼັກຄຳສອນຢ່າງຊັດເຈນ ແລະ ມີເຫດຜົນແລ້ວ, ພວກເຂົາກໍຄິດວ່າເຮັດແບບນັ້ນກໍດີພໍແລ້ວ ແລະ ພວກເຂົາມີຄວາມເປັນຈິງຄວາມຈິງແລ້ວ, ວ່າພວກເຂົາອາດຈະຢືນຢູ່ຕໍ່ໜ້າຄົນອື່ນ ແລະ ສະແດງອຳນາດ ແລະ ສັ່ງສອນຜູ້ຄົນຈາກຕຳແໜ່ງທີ່ສູງສົ່ງຂອງຕົນ. ເມື່ອເບິ່ງແບບຜິວເຜີນ, ສິ່ງທີ່ພວກເຂົາໄດ້ເວົ້າ ແລະ ໄດ້ເຮັດເບິ່ງຄືວ່າກ່ຽວຂ້ອງກັບຄວາມຈິງ, ພວກເຂົາເບິ່ງຄືວ່າບໍ່ໄດ້ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ກໍເບິ່ງຄືວ່າພວກເຂົາບໍ່ໄດ້ສະໜັບສະໜູນຄຳເວົ້າທີ່ຜິດພາດ ຫຼື ຍຸຍົງໃຫ້ປະຕິບັດແບບຜິດພາດແຕ່ຢ່າງໃດ. ເຖິງຢ່າງນັ້ນ, ກໍຍັງມີບັນຫາໜຶ່ງ, ເຊິ່ງກໍຄື ພວກເຂົາບໍ່ສາມາດແບກຮັບວຽກງານຕົວຈິງອັນໃດໄດ້ ຫຼື ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດໄດ້ແມ່ນແຕ່ໜ້ອຍດຽວ, ເຊິ່ງໃນທີ່ສຸດກໍນໍາໄປສູ່ການທີ່ພວກເຂົາບໍ່ສາມາດຄົ້ນພົບບັນຫາໃດກໍຕາມ ໃນວຽກງານໄດ້. ວິທີທີ່ພວກເຂົາເຮັດວຽກກໍຄືກັບຄົນຕາມືດບອດງົມທາງ: ພວກເຂົາມັກຈະໃຊ້ຄວາມຮູ້ສຶກ ແລະ ຈິນຕະນາການຂອງພວກເຂົາໃນການນໍາໃຊ້ກົດລະບຽບກັບເລື່ອງຕ່າງໆຢູ່ສະເໝີຢ່າງຫຼັບຫູຫຼັບຕາ, ໂດຍບໍ່ສາມາດເບິ່ງເຫັນແກ່ນແທ້ຂອງບັນຫາໄດ້ຢ່າງຊັດເຈນເລີຍ, ແຕ່ພວກເຂົາກໍຍັງເວົ້າໄຮ້ສາລະກ່ຽວກັບບັນຫາເຫຼົ່ານັ້ນ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້ເລີຍ. ຖ້າຜູ້ນໍາປອມເຂົ້າໃຈຄວາມຈິງຢ່າງແທ້ຈິງ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຄົ້ນພົບບັນຫາ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ແຕ່ເຫັນໄດ້ຊັດວ່າຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ, ແຕ່ພວກເຂົາກໍຍັງທຳທ່າວ່າມີຄວາມເປັນຝ່າຍວິນຍານ, ຄິດວ່າຕົນເອງມີຄວາມສາມາດໃນການເຮັດວຽກງານຂອງຄຣິສຕະຈັກ, ໜ້າດ້ານທີ່ຈະເພີດເພີນໄປກັບຜົນປະໂຫຍດຈາກສະຖານະຂອງພວກເຂົາຕາມອຳເພີໃຈ. ສິ່ງນີ້ບໍ່ເປັນຕາໜ້າລັງກຽດບໍ? ພວກເຂົາຄິດວ່າພວກເຂົາມີທັກສະທີ່ແທ້ຈິງ, ນັ້ນກໍຄືພວກເຂົາສາມາດເທດສະໜາໄດ້. ແຕ່ພວກເຂົາພຽງແຕ່ບໍ່ສາມາດເຮັດວຽກງານຕົວຈິງໄດ້. ຄຳເວົ້າ ແລະ ຫຼັກຄຳສອນທີ່ຜູ້ນໍາປອມຮູ້ ແລະ ເທດສະໜານັ້ນ ບໍ່ສາມາດຊ່ວຍໃຫ້ພວກເຂົາເຮັດວຽກງານຂອງພວກເຂົາໃຫ້ດີໄດ້ ແລະ ກໍບໍ່ສາມາດຊ່ວຍໃຫ້ພວກເຂົາຄົ້ນພົບເຫັນບັນຫາໃນວຽກງານໄດ້ ແລະ ຍິ່ງໄປກວ່ານັ້ນ ມັນກໍບໍ່ສາມາດຊ່ວຍໃຫ້ພວກເຂົາແກ້ໄຂບັນຫາທັງໝົດທີ່ພວກເຂົາໄດ້ປະເຊີນໜ້າຢູ່. ຫຼັງຈາກທີ່ເຮັດວຽກງານມາໄດ້ໄລຍະໜຶ່ງ, ພວກເຂົາກໍບໍ່ສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການໃດກໍຕາມໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກເຊັ່ນນີ້ໄດ້ມາດຕະຖານແລ້ວບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ມາດຕະຖານ. ແລະ ຄວນຈັດການກັບຜູ້ນໍາປອມທີ່ບໍ່ໄດ້ມາດຕະຖານແນວໃດ? ບໍ່ພຽງແຕ່ພວກເຂົາຈະຕ້ອງຖືກປົດອອກ ແລະ ກຳຈັດ, ແຕ່ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍບໍ່ສາມາດໄດ້ຮັບການເລືອກອີກຄັ້ງເພື່ອຮັບໃຊ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ ເມື່ອມີການຈັດການເລືອກຕັ້ງ. ຖ້າໃຜບາງຄົນເລືອກຕັ້ງຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມທີ່ຖືກກຳຈັດແລ້ວ, ພວກເຂົາກໍກຳລັງລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກໂດຍເຈດຕະນາ ແລະ ມັນໄດ້ສະແດງໃຫ້ເຫັນວ່າຜູ້ລົງຄະແນນສຽງນັ້ນເປັນຜູ້ນະມັດສະການ ແລະ ຜູ້ຕິດຕາມຜູ້ນໍາປອມຄົນນັ້ນ ແລະ ບໍ່ແມ່ນໃຜບາງຄົນທີ່ເປັນຜູ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ພວກເຈົ້າເຄີຍເລືອກຕັ້ງຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານບໍ? (ພວກເຮົາເຄີຍເລືອກ). ເຮົາຄິດວ່າພວກເຈົ້າຄົງຈະໄດ້ເລືອກຕັ້ງພວກເຂົາຂ້ອນຂ້າງຫຼາຍ. ພວກເຈົ້າຄິດວ່າຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າມາຫຼາຍປີ, ໄດ້ອ່ານພຣະທຳຂອງພຣະເຈົ້າມາຫຼາຍ ແລະ ໄດ້ຟັງການເທດສະໜາມາຫຼາຍ, ຜູ້ທີ່ມີປະສົບການມາຫຼາກຫຼາຍໃນການເທດສະໜາ ແລະ ການເຮັດວຽກ, ຜູ້ທີ່ສາມາດເທດສະໜາໄດ້ຫຼາຍຊົ່ວໂມງ, ແນ່ນອນວ່າຈະມີຄວາມສາມາດໃນການເຮັດວຽກ. ຈາກນັ້ນ, ຫຼັງຈາກທີ່ພວກເຈົ້າໄດ້ເລືອກຕັ້ງພວກເຂົາມາໃນຖານະຜູ້ນໍາແລ້ວ, ພວກເຈົ້າກໍຄົ້ນພົບບັນຫາທີ່ຮ້າຍແຮງຢ່າງໜຶ່ງ: ອ້າຍເອື້ອຍນ້ອງບໍ່ເຄີຍໄດ້ເຫັນພວກເຂົາເລີຍ ແລະ ພວກເຂົາບໍ່ເຄີຍຊອກຫາຄົນເຫຼົ່ານັ້ນເຫັນ ເມື່ອມີບັນຫາ. ບໍ່ມີໃຜຮູ້ວ່າພວກເຂົາລົບລີ້ຢູ່ໃສ ແລະ ພວກເຂົາກໍໄດ້ລົບລີ້ຢູ່ບ່ອນໃດບ່ອນໜຶ່ງ ແລະ ບໍ່ໃຫ້ໃຜມາລົບກວນພວກເຂົາ. ນັ້ນຄືບັນຫາ. ພວກເຂົາຫຼິ້ນໝາກລີ້ຢູ່ສະເໝີໃນຊ່ວງເວລາທີ່ສຳຄັນຂອງວຽກງານ ແລະ ອ້າຍເອື້ອຍນ້ອງກໍບໍ່ເຄີຍຊອກຫາພວກເຂົາເຫັນ ເມື່ອຕ້ອງການໃຫ້ພວກເຂົາແກ້ໄຂບັນຫາ, ນີ້ບໍ່ແມ່ນການລະເລີຍວຽກງານທີ່ເປັນໜ້າທີ່ຂອງຕົນບໍ? ເປັນຫຍັງບາງຄົນຈຶ່ງບໍ່ກ້າປະເຊີນໜ້າກັບອ້າຍເອື້ອຍນ້ອງ ເມື່ອພວກເຂົາກາຍເປັນຜູ້ນໍາແລ້ວ? ເປັນຫຍັງຈຶ່ງຊອກຫາພວກເຂົາບໍ່ເຫັນ? ແມ່ນຫຍັງກັນແທ້ທີ່ເຮັດໃຫ້ພວກເຂົາຫຍຸ້ງຢູ່ຕະຫຼອດ? ເປັນຫຍັງພວກເຂົາຈຶ່ງບໍ່ແກ້ໄຂບັນຫາຕົວຈິງ? ບໍ່ວ່າພວກເຂົາຈະກຳລັງຫຍຸ້ງຢູ່ກັບຫຍັງກໍຕາມ, ພວກເຈົ້າສາມາດແນ່ໃຈໄດ້ເລີຍວ່າ: ຖ້າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງມາເປັນເວລາໄລຍະໜຶ່ງ, ພວກເຂົາກໍເປັນຜູ້ນໍາປອມ ແລະ ພວກເຂົາຄວນຖືກປົດອອກໂດຍດ່ວນ ແລະ ຄວນເລືອກຄົນອື່ນມາແທນ. ໃນອະນາຄົດ ພວກເຈົ້າຈະຍັງເລືອກຜູ້ນໍາປອມປະເພດນີ້ຢູ່ບໍ? (ບໍ່ເລືອກ). ເປັນຫຍັງຈຶ່ງບໍ່ເລືອກ? ພວກເຈົ້າຄິດວ່າຜົນສະທ້ອນຂອງການເລືອກຄົນຕາມືດບອດເປັນຜູ້ນໍາທາງຂອງພວກເຈົ້າແມ່ນຫຍັງ? ບຸກຄົນນັ້ນຕາມືດບອດເອງ, ແລ້ວພວກເຂົາຈະສາມາດນໍາພາຄົນອື່ນໄປສູ່ເສັ້ນທາງທີ່ຖືກຕ້ອງໄດ້ບໍ? ມັນກໍຄືກັບທີ່ພຣະທຳຂອງພຣະເຈົ້າກ່າວໄວ້ໃນພຣະຄຳພີວ່າ “ຖ້າຄົນຕາມືດບອດນໍາພາຄົນຕາມືດບອດ, ທັງສອງກໍຈະພາກັນຕົກລົງໄປໃນຂຸມ” (ມັດທາຍ 15:14). ຄົນຕາມືດບອດຍ່າງໂດຍບໍ່ມີທິດທາງ ຫຼື ເປົ້າໝາຍ; ພວກເຂົາຈະສາມາດນໍາພາຄົນອື່ນໄດ້ແນວໃດ? ຖ້າໃຜບາງຄົນເລືອກຄົນຕາມືດບອດເປັນຜູ້ນໍາທາງຂອງພວກເຂົາ, ຄົນເຫຼົ່ານັ້ນກໍຍິ່ງຕາມືດບອດກວ່າອີກ. ມີຄຳເວົ້າໜຶ່ງໃນບັນດາຜູ້ບໍ່ມີຄວາມເຊື່ອວ່າ: “ຖາມທາງຄົນຕາມືດບອດ”. ການເລືອກຕັ້ງຜູ້ນໍາປອມເພື່ອຮັບໃຊ້ໃນຖານະຜູ້ນໍາຄຣິສຕະຈັກກໍຄືການຖາມທາງຄົນຕາມືດບອດ. ມັນເປັນເລື່ອງທີ່ໄຮ້ສາລະ, ບໍ່ແມ່ນບໍ? ທຸກຄົນທີ່ລົງຄະແນນສຽງໃຫ້ຜູ້ນໍາປອມກໍຄືຄົນຕາມືດບອດທີ່ເລືອກຄົນຕາມືດບອດ ແລະ ບໍ່ມີໃຜໃນພວກເຂົາທີ່ເຂົ້າໃຈຄວາມຈິງ.

ເມື່ອໃຜບາງຄົນໄດ້ເລືອກຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານມາເປັນຜູ້ນໍາ, ພວກເຂົາກໍຮູ້ສຶກດີໃຈຫຼາຍ ໂດຍຄິດວ່າ “ຕອນນີ້ພວກເຮົາມີຜູ້ນໍາທີ່ດີເລີດແລ້ວ. ຜູ້ນໍາຂອງພວກເຮົາເທດສະໜາໄດ້ເກັ່ງຫຼາຍ. ພວກເຂົາເທດສະໜາຢ່າງມີເຫດຜົນ ແລະ ເປັນລະບົບຫຼາຍ ແລະ ຄຳເທດສະໜາຂອງພວກເຂົາກໍສົມເຫດສົມຜົນຫຼາຍ”. ບາງຄົນທີ່ຂາດການແຍກແຍະກໍຈະຖືກກະຕຸ້ນຈົນນໍ້າຕາໄຫຼ, ພວກເຂົາຮູ້ສຶກຜູກພັນຢ່າງຍິ່ງກັບຜູ້ນໍາຄົນນີ້ ແລະ ພວກເຂົາກໍບໍ່ຢາກໄປປະຕິບັດໜ້າທີ່ຂອງພວກເຂົາເລີຍ. ພວກເຂົາເຂົ້າໃຈເລື່ອງຕ່າງໆຂ້ອນຂ້າງຊັດເຈນ ເມື່ອພວກເຂົາຟັງການໂອ້ລົມ, ແຕ່ເມື່ອພວກເຂົາຄົ້ນພົບບັນຫາໃນຂະນະທີ່ປະຕິບັດໜ້າທີ່, ພວກເຂົາກໍບໍ່ຮູ້ວ່າຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ ແລະ ພວກເຂົາກໍຮູ້ສຶກງົງງວຍ ໂດຍຄິດວ່າ “ຂ້ອຍເບິ່ງຄືວ່າເຂົ້າໃຈທຸກຢ່າງ ເມື່ອຟັງຜູ້ນໍາໂອ້ລົມ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທີ່ຂ້ອຍໄດ້ພົບພໍ້ໃນວຽກງານຂອງຂ້ອຍໄດ້?” ແມ່ນຫຍັງຄືບັນຫາໃນທີ່ນີ້? ທຸກສິ່ງທີ່ຜູ້ນໍາປອມປະເພດນີ້ເທດສະໜາລ້ວນແຕ່ແມ່ນຄຳເວົ້າ ແລະ ຫຼັກຄຳສອນ, ລວມທັງວະລີທີ່ວ່າງເປົ່າ, ຄຳຂວັນ ແລະ ຄຳເວົ້າທີ່ໄຮ້ສາລະ. ສິ່ງທີ່ພວກເຂົາເທດສະໜາບໍ່ໄດ້ແກ້ໄຂບັນຫາຕົວຈິງຂອງເຈົ້າ; ພວກເຂົາຫຼອກລວງເຈົ້າຢູ່. ພວກເຂົາປ້ອນພາບລວງຕາໃຫ້ເຈົ້າກິນ, ເວົ້າຄຳຂວັນສອງສາມຄຳ ເພື່ອເຮັດໃຫ້ເຈົ້າເຊື່ອຢ່າງຜິດໆ ວ່າບັນຫາໄດ້ຮັບການແກ້ໄຂແລ້ວ, ທັງທີ່ຕາມຄວາມຈິງແລ້ວ ພວກເຂົາບໍ່ໄດ້ໂອ້ລົມກ່ຽວກັບຫຼັກການຄວາມຈິງກ່ຽວຂ້ອງກັບບັນຫາຂອງເຈົ້າເລີຍ. ບັນຫາຈະໄດ້ຮັບການແກ້ໄຂດ້ວຍການໂອ້ລົມໃນລັກສະນະນີ້ໄດ້ແນວໃດ? ຫຼັກຄຳສອນທີ່ພວກເຂົາເທດສະໜານັ້ນບໍ່ມີຫຍັງກ່ຽວຂ້ອງກັບບັນຫາຕົວຈິງ; ພວກເຂົາພຽງແຕ່ຫຼີກລ່ຽງແກ່ນແທ້ຂອງທຸກປະເດັນ ແລະ ເວົ້າເຖິງທິດສະດີຢ່າງໄຮ້ຄວາມໝາຍ. ພວກເຂົາເທດສະໜາພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ທິດສະດີຝ່າຍວິນຍານ. ພວກເຂົາບໍ່ຮູ້ວ່າຄວາມເປັນຈິງຄວາມຈິງແມ່ນຫຍັງ ແລະ ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍມືດແປດດ້ານ. ຄຳເທດສະໜາທີ່ພວກເຂົາໃຫ້ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້, ມັນເປັນພຽງທິດສະດີ, ຄວາມຮູ້ ແລະ ຫຼັກຄຳສອນປະເພດໜຶ່ງ. ຜູ້ນໍາປອມປະເພດນີ້ໄດ້ເທດສະໜາພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຄືກັບວ່າມັນເປັນຄຳເວົ້າ ແລະ ຫຼັກຄຳສອນ ແລະ ຄຳຂວັນປະເພດຕ່າງໆ. ພວກເຂົາຫຼີກລ່ຽງບັນຫາຕົວຈິງທັງໝົດ ແລະ ເອົາແຕ່ເທດສະໜາພຽງຄຳເວົ້າທີ່ວ່າງເປົ່າ ແລະ ບໍ່ສາມາດນຳໄປປະຕິບັດໄດ້ຈິງ. ແລ້ວໃນທີ່ສຸດຈະເກີດຫຍັງຂຶ້ນ? ບໍ່ວ່າພວກເຂົາຈະເທດສະໜາດົນສໍ່າໃດກໍຕາມ, ຢ່າງຫຼາຍທີ່ສຸດ ການເທດສະໜາຂອງພວກເຂົາກໍຈະມີຜົນຕໍ່ການຊຸກຍູ້ ແລະ ເຕືອນສະຕິຜູ້ຄົນ, ເຮັດໃຫ້ຜູ້ຄົນມີຄວາມກະຕືລືລົ້ນຂຶ້ນເລັກນ້ອຍ ແລະ ເຮັດໃຫ້ພວກເຂົາມີພະລັງຄຶກຄັກຂຶ້ນມາຊົ່ວຄາວ, ແຕ່ພວກເຂົາບໍ່ສາມາດແກ້ໄຂບັນຫາອື່ນອັນໃດໄດ້. ຄວາມຈິງບໍ່ໄດ້ແຍກຂາດອອກຈາກຄວາມເປັນຈິງ, ແຕ່ມັນເຊື່ອມໂຍງກັບຄວາມເປັນຈິງ ແລະ ປະເດັນທຸກປະເພດທີ່ມີຢູ່ຈິງ. ສະນັ້ນ, ຕອນນີ້ພວກເຈົ້າຈະສາມາດແຍກແຍະຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານໄດ້ບໍ ເມື່ອພວກເຈົ້າໄດ້ພົບພໍ້ກັບພວກເຂົາໃນຄັ້ງຕໍ່ໄປ? ຖ້າບໍ່, ແລ້ວເມື່ອພວກເຈົ້າຕ້ອງການລົງຄະແນນສຽງໃຫ້ໃຜບາງຄົນເປັນຜູ້ນໍາ, ກ່ອນອື່ນໃຫ້ພວກເຂົາແກ້ໄຂບັນຫາສອງສາມຢ່າງກ່ອນ. ຖ້າພວກເຂົາແກ້ໄຂບັນຫາເຫຼົ່ານັ້ນຕາມຫຼັກການ ແລະ ຖ້າພວກເຂົາບັນລຸຜົນໄດ້ຮັບທີ່ດີພໍສົມຄວນ ແລະ ແກ້ໄຂບັນຫາໂດຍໃຊ້ຄວາມເປັນຈິງຄວາມຈິງ, ພວກເຈົ້າກໍສາມາດລົງຄະແນນສຽງໃຫ້ພວກເຂົາໄດ້; ຖ້າພວກເຂົາຫຼີກລ່ຽງ ແລະ ບໍ່ເວົ້າເຖິງແກ່ນແທ້ຂອງບັນຫາ ແລະ ສະຖານະການຕົວຈິງ ແລະ ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເທດສະໜາຫຼັກຄຳສອນໃນທາງທີ່ໄຮ້ຄວາມໝາຍ, ຮ້ອງໂຮຄຳຂວັນ ແລະ ຍຶດໝັ້ນກັບກົດລະບຽບ, ພວກເຈົ້າກໍບໍ່ສາມາດລົງຄະແນນສຽງໃຫ້ບຸກຄົນນັ້ນໄດ້. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດລົງຄະແນນສຽງໃຫ້ບຸກຄົນນັ້ນໄດ້? (ຍ້ອນວ່າພວກເຂົາບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້). ແລ້ວຄົນປະເພດໃດທີ່ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້? ຄົນທີ່ສາມາດເທດສະໜາໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາເປັນຄົນໜ້າຊື່ໃຈຄົດ, ເປັນຟາຣີຊາຍທີ່ມີຄວາມຈອມປອມທາງຝ່າຍວິນຍານ. ພວກເຂົາບໍ່ມີຂີດຄວາມສາມາດທີ່ຈຳເປັນໃນການເຂົ້າໃຈຄວາມຈິງ, ພວກເຂົາບໍ່ມີສັກກະຍະພາບໃນການແກ້ໄຂບັນຫາ, ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ດັ່ງນັ້ນ ຖ້າເຈົ້າເລືອກພວກເຂົາໃຫ້ເປັນຜູ້ນໍາ ແລ້ວພວກເຂົາກໍຈະຕ້ອງເປັນຜູ້ນໍາປອມຢ່າງແນ່ນອນ. ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກງານຂອງຜູ້ນໍາ ຫຼື ເຮັດຄວາມຮັບຜິດຊອບຂອງຜູ້ນໍາໃຫ້ສຳເລັດໄດ້. ສະນັ້ນ, ຖ້າເຈົ້າລົງຄະແນນສຽງໃຫ້ພວກເຂົາ, ນັ້ນບໍ່ແມ່ນເປັນການທຳຮ້າຍພວກເຂົາບໍ? ບາງຄົນເວົ້າວ່າ “ນັ້ນຈະເປັນການທຳຮ້າຍພວກເຂົາໄດ້ແນວໃດ? ພວກເຮົາກໍມີເຈດຕະນາດີໂດຍການລົງຄະແນນສຽງໃຫ້ພວກເຂົາ. ພວກເຂົາມີຂີດຄວາມສາມາດໃນລະດັບໜຶ່ງ ແລະ ຖ້າພວກເຮົາເລືອກຕັ້ງພວກເຂົາ, ພວກເຮົາກໍຈະມີຄົນທີ່ສາມາດຮັບຜິດຊອບວຽກງານໄດ້ ບໍ່ແມ່ນບໍ?” ແນ່ນອນວ່າມັນເປັນເລື່ອງທີ່ດີທີ່ຈະມີຄົນມາຮັບຜິດຊອບ, ແຕ່ຄົນປະເພດນີ້ບໍ່ສາມາດຮັບຜິດຊອບໄດ້. ທັງໝົດທີ່ພວກເຂົາສາມາດເຮັດໄດ້ກໍຄືການເວົ້າກ່ຽວກັບທິດສະດີໃນລັກສະນະທີ່ໄຮ້ຄວາມໝາຍ, ພວກເຂົາບໍ່ໄດ້ຄຳນຶງເຖິງສະຖານະການຕົວຈິງ ແລະ ພວກເຂົາກໍບໍ່ໄດ້ຊ່ວຍຫຍັງເລີຍ ເມື່ອເວົ້າເຖິງການແກ້ໄຂບັນຫາ, ສະນັ້ນ ການລົງຄະແນນສຽງໃຫ້ພວກເຂົາ, ບໍ່ແມ່ນພວກເຈົ້າກຳລັງໃຫ້ໂອກາດພວກເຂົາໃນການເຮັດຄວາມຊົ່ວຢູ່ບໍ? ບໍ່ແມ່ນພວກເຈົ້າກຳລັງບັງຄັບໃຫ້ພວກເຂົາຍ່າງໃນເສັ້ນທາງຂອງຜູ້ນໍາປອມຢູ່ບໍ? ເພາະສະນັ້ນ, ພວກເຈົ້າຕ້ອງບໍ່ເລືອກຄົນເຊັ່ນນີ້ໃຫ້ເປັນຜູ້ນໍາ.

ພວກເຈົ້າສາມາດແຍກແຍະໄດ້ບໍວ່າ ໃນບັນດາຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້ານັ້ນ, ຜູ້ທີ່ພວກເຈົ້າມັກຕິດຕໍ່ນຳຢູ່ເລື້ອຍໆ ແລະ ຂ້ອນຂ້າງຄຸ້ນເຄີຍເປັນຢ່າງດີ, ໃຜທີ່ເວົ້າໄດ້ພຽງແຕ່ຫຼັກຄຳສອນແບບໄຮ້ຄວາມໝາຍ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້? ໃຜທີ່ເທດສະໜາທິດສະດີທີ່ສູງສົ່ງ ແລະ ສະເໜີແຜນການທີ່ແປກໃໝ່ ແລະ ເປັນເອກະລັກຢູ່ສະເໝີ ເຊິ່ງບໍ່ມີໃຜເຄີຍໄດ້ຍິນມາກ່ອນ, ແຕ່ພັດສັບສົນ ແລະ ເວົ້າບໍ່ອອກ ເມື່ອຖືກຖາມວ່າຈະປະຕິບັດ ແລະ ຈັດຕັ້ງແຜນການດຳເນີນງານ ແລະ ລາຍລະອຽດທີ່ເປັນຮູບປະທຳແນວໃດ? ສິ່ງທີ່ພວກເຂົາໄດ້ເວົ້ານັ້ນໄຮ້ຄວາມໝາຍຫຼາຍ ແລະ ບໍ່ເປັນຈິງເລີຍ, ບໍ່ກ່ຽວຂ້ອງ ຫຼື ສອດຄ່ອງກັບສະຖານະການຕົວຈິງ, ສະພາບແວດລ້ອມທີ່ແທ້ຈິງ, ສິ່ງທີ່ຜູ້ຄົນສາມາດບັນລຸໄດ້ແທ້, ວຸດທິພາວະຂອງຜູ້ຄົນ ແລະ ລະດັບທັກສະທາງວິຊາຊີບຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ສິ່ງທີ່ພວກເຂົາເວົ້າບໍ່ສອດຄ່ອງກັບຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ; ພວກເຂົາພຽງແຕ່ເວົ້າເລື່ອງໄຮ້ສາລະ, ພວກເຂົາປ່ອຍໃຈໄປກັບຈິນຕະນາການ ແລະ ພວກເຂົາພຽງແຕ່ເວົ້າທຸກຢ່າງທີ່ເຂົ້າມາໃນຫົວຂອງພວກເຂົາໂດຍບໍ່ຄິດ. ພວກເຂົາຄິດວ່າພວກເຂົາບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ສິ່ງໃດກໍຕາມທີ່ພວກເຂົາເວົ້າ, ແມ່ນແຕ່ຕອນທີ່ພວກເຂົາເວົ້າໂອ້ອວດ ແລະ ຂີ້ໂມ້. ດ້ວຍທັດສະນະຄະຕິແບບນີ້, ພວກເຂົາກໍໄດ້ສະແດງມຸມມອງ ແລະ ສະເໜີແນວຄິດຂອງພວກເຂົາ, ບໍ່ແມ່ນພວກເຂົາເປັນຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານບໍ? (ແມ່ນແລ້ວ). ບາງຄົນເຊື່ອວ່າ ບໍ່ມີໃຜໃສ່ໃຈການເວົ້າໂອ້ອວດ, ການຂີ້ໂມ້ ຫຼື ແນວຄິດທີ່ຟັງເບິ່ງຄືວ່າສູງສົ່ງ ຢ່າງຈິງຈັງຢູ່ແລ້ວ ແລະ ພວກເຂົາກໍໄດ້ສະແດງໃຫ້ເຫັນວ່າພວກເຂົາມີຄວາມສາມາດສໍ່າໃດ. ພວກເຂົາຄິດວ່າ ຖ້າພວກເຂົາເຮັດຫຍັງຜິດ, ພວກເຂົາກໍບໍ່ຈຳເປັນຕ້ອງຮັບຜິດຊອບຕໍ່ສິ່ງນັ້ນ ແລະ ຖ້າພວກເຂົາເຮັດຫຍັງຖືກຕ້ອງ, ທຸກຄົນກໍຈະໃຫ້ຄວາມເຄົາລົບນັບຖືພວກເຂົາເປັນຢ່າງສູງ ດັ່ງນັ້ນ ພວກເຂົາຈຶ່ງເວົ້າທຸກຢ່າງທີ່ພວກເຂົາຕ້ອງການ ແລະ ເຮັດໃຫ້ທຸກຢ່າງເບິ່ງຄືເປັນເລື່ອງງ່າຍດາຍຫຼາຍ. ພວກເຂົາມີແນວຄິດຫຼາຍຢ່າງ, ແຕ່ບໍ່ມີແມ່ນແຕ່ຢ່າງດຽວທີ່ມາພ້ອມກັບແຜນການປະຕິບັດທີ່ສະເພາະເຈາະຈົງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເໝາະສົມ. ພວກເຂົາບໍ່ໄດ້ໃສ່ໃຈມຸມມອງໃດກໍຕາມທີ່ພວກເຂົາສະເໜີຢ່າງຈິງຈັງ, ບໍ່ວ່າມັນຈະບໍລິສຸດ ຫຼື ບິດເບືອນ. ມື້ນີ້ພວກເຂົາໄດ້ເວົ້າຢ່າງໜຶ່ງ ແລະ ມື້ອື່ນກໍໄດ້ເວົ້າອີກຢ່າງໜຶ່ງ ແລະ ເຖິງແມ່ນວ່າມຸມມອງ, ທິດສະດີ ແລະ ພື້ນຖານທີ່ພວກເຂົາເວົ້າເຖິງນັ້ນຈະສູງສົ່ງຫຼາຍ, ພວກມັນກໍລ້ວນແຕ່ໄຮ້ຄວາມໝາຍ ແລະ ບໍ່ສາມາດປະຕິບັດໄດ້ຈິງ. ບາງຄັ້ງບາງຄາວພວກເຂົາກໍເວົ້າເຖິງແຜນການທີ່ບໍ່ວ່າງເປົ່າ ຫຼື ບິດເບືອນ, ແຕ່ເມື່ອພວກເຂົາຖືກຖາມວ່າຈະປະຕິບັດແຜນການນັ້ນໂດຍສະເພາະເຈາະຈົງແນວໃດ, ພວກເຂົາກໍບໍ່ສາມາດຕອບໄດ້. ເມື່ອຮ້ອງໂຮຄຳຂວັນ, ເວົ້າຄຳເວົ້າທີ່ຟັງແລ້ວສູງສົ່ງ ແລະ ສະແດງອອກເຖິງມຸມມອງ, ພວກເຂົາກໍລ້ວນມີຄວາມກະຕືລືລົ້ນ ແລະ ຫ້າວຫັນຫຼາຍ. ແຕ່ເມື່ອເວົ້າເຖິງການເຮັດວຽກງານທີ່ສະເພາະ ແລະ ການຈັດຕັ້ງປະຕິບັດແຜນການທີ່ສະເພາະ, ພວກເຂົາກໍໄດ້ຫາຍຕົວໄປໂດຍບໍ່ມີຮ່ອງຮອຍ, ພວກເຂົາໄດ້ລົບລີ້ໜີໄປ ແລະ ພວກເຂົາກໍບໍ່ໄດ້ມີມຸມມອງອີກຕໍ່ໄປ. ຄົນແບບນີ້ສາມາດເປັນຜູ້ນໍາໄດ້ບໍ? (ບໍ່ໄດ້). ດັ່ງນັ້ນ, ຜົນສະທ້ອນຂອງການທີ່ຄົນແບບນີ້ກາຍເປັນຜູ້ນໍາຈະເປັນແນວໃດ? ພວກເຂົາຈະບໍ່ທຳຮ້າຍທັງຕົນເອງ ແລະ ຄົນອື່ນບໍ? ພວກເຂົາຈະເຮັດໃຫ້ວຽກງານຂອງຄຣິສຕະຈັກລ່າຊ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຕົນເອງ. ຫຼັກຄຳສອນທີ່ພວກເຂົາເທດສະໜາເປັນພຽງບາງສິ່ງທີ່ຖືກຈຳກັດ ແລະ ເມື່ອພວກເຂົາເທດສະໜາຈົບແລ້ວ, ພວກເຂົາກໍບໍ່ມີຫຍັງຈະເວົ້າອີກ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງລົບລີ້ ແລະ “ປີກວິເວດເພື່ອບົ່ມເພາະຕົນເອງ” ຢູ່ສະເໝີ. ສິ່ງນີ້ຈະບໍ່ເຮັດໃຫ້ພວກເຂົາຫຍຸ້ງຍາກບໍ? ທັນທີທີ່ພວກເຂົາກາຍເປັນຜູ້ນໍາ, ພວກເຂົາຈະຮູ້ສຶກຄືກັບວ່າມີພາລະອັນໜັກໜ່ວງກົດທັບຢູ່, ພວກເຂົາຈະຮູ້ສຶກອິດເມື່ອຍທຸກມື້ ແລະ ພວກເຂົາຈະຮູ້ສຶກກົດດັນຫຼາຍ, ການທີ່ພວກເຂົາຕ້ອງທົນທຸກທໍລະມານແບບນີ້ຈະມີປະໂຫຍດຫຍັງ? ພວກເຂົາບໍ່ມີຂີດຄວາມສາມາດທີ່ຈະເປັນຜູ້ນໍາ ແລະ ເມື່ອພວກເຂົາໄດ້ປະເຊີນບັນຫາ, ພວກເຂົາກໍພຽງແຕ່ນໍາໃຊ້ກົດລະບຽບຕ່າງໆແບບສຸ່ມຕາມຈິນຕະນາການຂອງພວກເຂົາ ແລະ ບໍ່ສາມາດແກ້ໄຂບັນຫາຕົວຈິງໄດ້, ຄົນແບບນີ້ບໍ່ສາມາດເປັນຜູ້ນໍາໄດ້. ພວກເຂົາບໍ່ມີຄວາມສາມາດເຮັດວຽກງານຕົວຈິງໄດ້, ດັ່ງນັ້ນ ພວກເຂົາຈຶ່ງຈະເປັນຜູ້ນໍາປອມ ແລະ ພວກເຂົາກໍຍັງຄິດວ່າຕົນເອງດີເລີດຫຼາຍ ເຖິງແມ່ນວ່າພວກເຂົາຈະເຮັດໃຫ້ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງຊັກຊ້າ. ຖ້າພວກເຈົ້າສາມາດຄົ້ນພົບ ແລະ ກຳແໜ້ນເຖິງຂີດຄວາມສາມາດ ແລະ ລັກສະນະຂອງຄົນທີ່ມີຄວາມຈອມປອມທາງຝ່າຍວິນຍານເຫຼົ່ານີ້, ພວກເຈົ້າຈະຍັງລົງຄະແນນສຽງໃຫ້ພວກເຂົາເປັນຜູ້ນໍາຢູ່ບໍ? ຖ້າເຈົ້າເອງເປັນຄົນປະເພດນີ້ ແລະ ມີໃຜບາງຄົນຢາກລົງຄະແນນສຽງໃຫ້ເຈົ້າ, ເຈົ້າຈະເຮັດແນວໃດ? (ຂ້ານ້ອຍຈະມີການຮູ້ຈັກຕົນເອງ ແລະ ບອກວ່າຂ້ານ້ອຍບໍ່ເໝາະສົມທີ່ຈະເປັນຜູ້ນໍາ). ແລະ ຖ້າຫຼັງຈາກທີ່ເຈົ້າໄດ້ບອກແບບນີ້ແລ້ວ, ທຸກຄົນຍັງຄິດວ່າເຈົ້າດີ ແລະ ຢືນຢັນທີ່ຈະລົງຄະແນນສຽງໃຫ້ເຈົ້າ, ເຈົ້າຄວນເຮັດແນວໃດ? ໃຫ້ບອກພວກເຂົາວ່າ “ຂ້ອຍບໍ່ສາມາດເຮັດວຽກງານໃນການນໍາພາໄດ້, ຂ້ອຍບໍ່ສາມາດແບກຮັບວຽກງານນັ້ນໄດ້. ພາຍນອກເບິ່ງຄືວ່າຂ້ອຍມີຂີດຄວາມສາມາດໃນລະດັບໜຶ່ງ ແລະ ບາງຄັ້ງຂ້ອຍກໍມີແນວຄິດທີ່ດີບາງຢ່າງ ແລະ ໃຫ້ແສງສະຫວ່າງໄດ້ແນ່ເລັກນ້ອຍ, ແຕ່ສ່ວນໃຫຍ່ແລ້ວ ຂ້ອຍພຽງແຕ່ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ. ຂ້ອຍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແທ້ໆ. ຂ້ອຍບໍ່ໄດ້ດີໄປກວ່າພວກເຈົ້າ. ບໍ່ວ່າພວກເຈົ້າຈະເຮັດຫຍັງກໍຕາມ ກະລຸນາຢ່າລົງຄະແນນສຽງໃຫ້ຂ້ອຍ. ເຖິງແມ່ນວ່າຂ້ອຍຈະໄດ້ຮັບຄະແນນສຽງຫຼາຍທີ່ສຸດ, ຂ້ອຍກໍຍັງບໍ່ສາມາດເປັນຜູ້ນໍາໄດ້. ຂ້ອຍບໍ່ສາມາດທຳຮ້າຍໃຜໄດ້! ຂ້ອຍເຄີຍຮັບໃຊ້ໃນຖານະຜູ້ນໍາມາກ່ອນ ແລະ ທຸກຄັ້ງຂ້ອຍກໍລົ້ມເຫຼວ ແລະ ຖືກປົດອອກ. ທຸກຄັ້ງທີ່ຂ້ອຍຖືກປົດອອກ, ມັນກໍເປັນຍ້ອນຂີດຄວາມສາມາດຂອງຂ້ອຍທີ່ຕໍ່າ, ຂ້ອຍຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້. ທັງໝົດທີ່ຂ້ອຍສາມາດເຮັດໄດ້ກໍຄືການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ນອກຈາກນັ້ນ, ຂ້ອຍກໍບໍ່ສາມາດປະຕິບັດໜ້າທີ່ໃຫ້ດີໄດ້ ຫຼື ແມ່ນແຕ່ເຮັດຄວາມຮັບຜິດຊອບພຽງດຽວທີ່ຜູ້ນໍາຄວນບັນລຸໃຫ້ສຳເລັດໄດ້. ຂ້ອຍເປັນຜູ້ນໍາປອມ”. ນີ້ຄືການຮູ້ຈັກຕົນເອງ, ບໍ່ແມ່ນພຽງແຕ່ເວົ້າຄຳເວົ້າສອງສາມຄຳວ່າບໍ່ເໝາະສົມທີ່ຈະເປັນຜູ້ນໍາແລ້ວກໍຈົບໄປ. ບາງຄົນຄິດວ່າ “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ອຍໃນກຸ່ມນີ້ມາຫຼາຍປີແລ້ວ ແລະ ຂ້ອຍກໍຄວນຖືວ່າເປັນສະມາຊິກອາວຸໂສບໍ່ວ່າກໍລະນີໃດກໍຕາມ. ເຖິງແມ່ນວ່າຂ້ອຍຈະບໍ່ເຄີຍປະກອບສ່ວນອັນໃດກໍຕາມ, ຂ້ອຍກໍຍັງເຮັດວຽກງານຢ່າງໜັກ, ແລ້ວເປັນຫຍັງຈຶ່ງບໍ່ມີໃຜເຫັນຈຸດແຂງຂອງຂ້ອຍເລີຍ? ຂ້ອຍກໍມີຄຸນສົມບັດໃນການເປັນຜູ້ນຳຄືກັນ. ຂ້ອຍມັກຈະມີຄວາມຄິດ, ແນວຄິດ ແລະ ຄຳແນະນຳທີ່ຂ້ອນຂ້າງມີຄຸນຄ່າ ແລະ ສາມາດນຳໄປປະຕິບັດໄດ້ແທ້. ບໍ່ວ່າຜູ້ນໍາຈະຍອມຮັບພວກມັນ ຫຼື ບໍ່, ໃນກໍລະນີໃດກໍຕາມ, ຂ້ອຍກໍເປັນຄົນທີ່ມີທັດສະນະຄະຕິ, ແນວຄິດ ແລະ ມຸມມອງ. ເປັນຫຍັງຈຶ່ງບໍ່ມີໃຜລົງຄະແນນສຽງໃຫ້ຂ້ອຍເລີຍ?” ຖ້ານີ້ຄືວິທີທີ່ເຈົ້າຄິດ, ເຈົ້າກໍສາມາດປະເມີນຕົນເອງແບບນີ້ໄດ້: ຄວາມຄິດ, ແນວຄິດ ແລະ ຄຳແນະນຳທີ່ເຈົ້າມີເຫຼົ່ານັ້ນເປັນພຽງຄຳເວົ້າ ຫຼື ພວກມັນສາມາດນຳໄປປະຕິບັດໄດ້ຈິງແທ້ບໍ? ເຈົ້າສາມາດຄົ້ນພົບ ແລະ ແກ້ໄຂຄວາມຫຍຸ້ງຍາກທຸກປະການທີ່ພົບພໍ້ໃນວຽກງານໄດ້ບໍ? ຄວາມຄິດ ແລະ ແນວຄິດຂອງເຈົ້າສາມາດນຳໃຊ້ໄດ້ບໍ? ເຈົ້າສາມາດແບກຮັບວຽກງານໄດ້ບໍ? ຖ້າຄວາມຄິດ ແລະ ມຸມມອງຂອງເຈົ້າຍັງຄົງຢູ່ໃນລະດັບຂອງຄຳເວົ້າ ແລະ ຫຼັກຄຳສອນ, ຖ້າພວກມັນບໍ່ສາມາດນຳໄປປະຕິບັດໄດ້ຈິງ ແລະ ທີ່ສຳຄັນກວ່ານັ້ນ, ພວກມັນບໍ່ສອດຄ່ອງກັບຫຼັກການວຽກງານຂອງເຮືອນຂອງພຣະເຈົ້າ, ແລ້ວຂີດຄວາມສາມາດຂອງເຈົ້າເປັນແນວໃດກັນແທ້? ເມື່ອເຈົ້າໄດ້ຮັບການເລືອກໃຫ້ເປັນຜູ້ນໍາ, ເຈົ້າຈະສາມາດເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ເຈົ້າຢາກເປັນຜູ້ນໍາຍ້ອນຄວາມທະເຍີທະຍານ ຫຼື ຍ້ອນຄວາມຮູ້ສຶກມີພາລະ? ຖ້າເຈົ້າມີຄວາມສາມາດໃນການເຮັດວຽກ ແລະ ສັກກະຍະພາບໃນການແກ້ໄຂບັນຫາຢ່າງແທ້ຈິງ ແລະ ເມື່ອເຈົ້າເຫັນຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນປະຕິບັດວຽກງານໄດ້ບໍ່ດີຫຼາຍ ແລະ ບໍ່ສາມາດແກ້ໄຂບັນຫາໃດກໍຕາມໄດ້, ສິ່ງນີ້ເຮັດໃຫ້ເຈົ້າຮູ້ສຶກກະວົນກະວາຍ ແລະ ເຈົ້າກໍໃຫ້ຄຳແນະນຳແກ່ພວກເຂົາ ແຕ່ພວກເຂົາບໍ່ຟັງ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແຕ່ພວກເຂົາກໍບໍ່ລາຍງານຕໍ່ເບື້ອງເທິງ ແລະ ເຈົ້າຮູ້ສຶກເປັນຫ່ວງ ແລະ ກະວົນກະວາຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ເຈົ້າຮູ້ສຶກບໍ່ສະບາຍໃຈເປັນຢ່າງຍິ່ງ ເມື່ອເຈົ້າເຫັນຜູ້ນໍາປອມເຮັດໃຫ້ວຽກງານຂອງຄຣິສຕະຈັກມີຄວາມລ່າຊ້າ, ນີ້ສະແດງວ່າເຈົ້າມີພາລະ. ແນວໃດກໍຕາມ, ຖ້າເຈົ້າຢາກໄດ້ຮັບການຍອມຮັບຈາກທຸກຄົນ, ເພື່ອຊອກຫາກຸ່ມຜູ້ຟັງທີ່ໃຫຍ່ຂຶ້ນ ແລະ ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນຟັງເຈົ້າເທດສະໜາ ແລະ ເທດສະໜາສັ່ງສອນ, ພຽງແຕ່ຍ້ອນວ່າເຈົ້າມີແນວຄິດບາງຢ່າງ ແລະ ຖ້າເຈົ້າຢາກໂດດເດັ່ນຈາກຝູງຊົນ, ນີ້ກໍບໍ່ແມ່ນພາລະ, ນີ້ຄືຄວາມທະເຍີທະຍານ. ຄົນທີ່ມີຄວາມທະເຍີທະຍານສາມາດເທດສະໜາໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ແນວຄິດໃດກໍຕາມທີ່ພວກເຂົາມີກໍເປັນພຽງຄຳເວົ້າ ແລະ ຫຼັກຄຳສອນທີ່ໄຮ້ຄວາມໝາຍ. ເມື່ອຄົນແບບນີ້ກາຍເປັນຜູ້ນໍາ, ພວກເຂົາຍ່ອມເປັນຜູ້ນໍາປອມ ແລະ ຖ້າພວກເຂົາເປັນຄົນຊົ່ວຮ້າຍ, ພວກເຂົາກໍຈະເປັນຜູ້ຕໍ່ຕ້ານພຣະຄຣິສ. ຖ້າແນວຄິດຂອງເຈົ້າຍັງຄົງຢູ່ໃນລະດັບຂອງຄຳເວົ້າທີ່ໄຮ້ຄວາມໝາຍ, ແລ້ວເມື່ອເຈົ້າກາຍເປັນຜູ້ນໍາ, ເຈົ້າຍ່ອມເປັນຄືກັນກັບຜູ້ນໍາປອມທີ່ມີຄວາມຈອມປອມທາງຝ່າຍວິນຍານທຸກຄົນ. ເຈົ້າຈະຕ້ອງ “ປີກວິເວດເພື່ອບົ່ມເພາະຕົນເອງ” ຢູ່ສະເໝີ, ຖ້າບໍ່ດັ່ງນັ້ນ ເຈົ້າຈະຮູ້ສຶກເຖິງວິກິດການ ແລະ ຈະບໍ່ມີຫຍັງໃຫ້ເທດສະໜາ. ຖ້າເຈົ້າເປັນຄືກັນກັບພວກເຂົາ ແລະ ໃນຂະນະທີ່ເຈົ້າກຳລັງເທດສະໜາດ້ວຍທ່າທີທີ່ອວດດີ, ເຈົ້າບໍ່ສາມາດຄົ້ນພົບບັນຫາອັນໃດທີ່ມີຢູ່ໃນວຽກງານ ແລະ ໂດຍທຳມະຊາດແລ້ວ ກໍບໍ່ສາມາດແກ້ໄຂບັນຫາໃດກໍຕາມໄດ້, ເຈົ້າຍ່ອມເປັນຜູ້ນໍາປອມ. ແລ້ວໃນທີ່ສຸດຈະເກີດຫຍັງຂຶ້ນກັບຜູ້ນໍາປອມ? ພວກເຂົາຖືກປົດອອກຈາກຕຳແໜ່ງຍ້ອນພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໄດ້, ພວກເຂົາຍ່ອມຍ່າງໃນເສັ້ນທາງນີ້.

ມີຫຼາຍຄົນທີ່ຮູ້ສຶກຄຽດແຄ້ນ ແລະ ພ້ອມທີ່ຈະລົງມືເຮັດຫຍັງໃນໃຈຂອງພວກເຂົາຢູ່ສະເໝີ ແລະ ເມື່ອໃດກໍຕາມທີ່ເຖິງເວລາເລືອກຜູ້ນໍາ ຫຼື ຜູ້ກຳກັບດູແລ, ພວກເຂົາກໍຢາກເປັນຜູ້ທີ່ຖືກເລືອກຢູ່ສະເໝີ. ບາງຄົນຄິດວ່າພວກເຂົາເຊື່ອໃນພຣະເຈົ້າມາດົນທີ່ສຸດ, ພວກເຂົາໄດ້ທົນຕໍ່ຄວາມທຸກຍາກລຳບາກຫຼາຍທີ່ສຸດ, ພວກເຂົາໄດ້ປະຕິບັດໜ້າທີ່ຂອງພວກເຂົາມາດົນທີ່ສຸດ ແລະ ດ້ວຍຄວາມຊື່ສັດຢ່າງເຖິງທີ່ສຸດ ແລະ ມີສິດທີ່ສຸດທີ່ຈະເປັນຜູ້ນໍາ ດັ່ງນັ້ນ ພວກເຂົາຈຶ່ງຢາກໃຫ້ຄົນອື່ນເລືອກພວກເຂົາ. ເຈົ້າຈະສາມາດເຮັດຫຍັງໄດ້ແດ່ ຖ້າຄົນອື່ນເລືອກເຈົ້າ? ເຈົ້າຈະສາມາດຫຼີກລ່ຽງການໄດ້ຮັບນາມມະຍົດຜູ້ນໍາປອມໄດ້ບໍ? ເຈົ້າຈະສາມາດເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດໄດ້ບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນບັນຫາຕົວຈິງ, ແຕ່ບໍ່ມີໃຜທີ່ຈະພິຈາລະນາເລື່ອງແບບນີ້. ໃນບັນດາຄົນເຫຼົ່ານີ້, ບາງຄົນກໍມີຂີດຄວາມສາມາດພຽງພໍ. ພວກເຂົາສາມາດສະແຫວງຫາຄວາມຈິງໄດ້ ເມື່ອມີບັນຫາໃນໜ້າທີ່ຂອງພວກເຂົາ ແລະ ເມື່ອພວກເຂົາເຂົ້າໃຈຄວາມຈິງ ແລະ ສາມາດຈັດການກັບເລື່ອງຕ່າງໆຕາມຫຼັກການໄດ້, ພວກເຂົາກໍສາມາດໄດ້ມາດຕະຖານໄດ້. ຖ້າຫາກວ່າຄົນເຫຼົ່ານີ້ເຂົ້າໃຈຄວາມຈິງ, ຮັກຄວາມຈິງ ແລະ ສາມາດໄລ່ຕາມເສາະຫາຄວາມຈິງ ແລະ ນອກຈາກນັ້ນ ຍັງມີຄວາມເປັນມະນຸດທີ່ຂ້ອນຂ້າງດີ, ພວກເຂົາກໍຈະບໍ່ມີບັນຫາໃດກໍຕາມ ໃນການກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ, ມັນກໍຈະບໍ່ຍາກຫຼາຍສຳລັບພວກເຂົາ. ບາງຄົນຈົ່ມວ່າວຽກງານທີ່ພວກເຂົາກຳລັງເຮັດນັ້ນວ່າຍາກຢູ່ສະເໝີ, ພວກເຂົາບໍ່ເຕັມໃຈທີ່ຈະພະຍາຍາມ ຫຼື ເສຍສະລະເມື່ອເວົ້າເຖິງຄວາມຈິງ ແລະ ພວກເຂົາກໍຈົ່ມວ່າເມື່ອພວກເຂົາໄດ້ຮັບການລິຮານ. ຄົນເຊັ່ນນີ້ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານໄດ້ບໍ? ເຈດຕະນາ ແລະ ທັດສະນະຄະຕິຂອງພວກເຂົາຜິດ, ພວກເຂົາບໍ່ແມ່ນຄົນທີ່ໄລ່ຕາມເສາະຫາຄວາມຈິງ ແລະ ບໍ່ວ່າພຣະເຈົ້າຈະຮຽກຮ້ອງຫຍັງຈາກພວກເຂົາ, ພວກເຂົາກໍຍັງຮັກສາທັດສະນະຄະຕິທີ່ເປັນລົບ. ຄົນແບບນີ້ບໍ່ສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາບໍ່ມີຄວາມຮູ້ສຶກເຖິງພາລະໃນຫົວໃຈຂອງພວກເຂົາ ແລະ ບໍ່ວ່າການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າຈະຖືກວາງອອກຢ່າງຊັດເຈນ ຫຼື ຈະແຈ້ງສໍ່າໃດ, ພວກເຂົາກໍຍັງບໍ່ເຕັມໃຈທີ່ຈະເຮັດວຽກຢ່າງໜັກເພື່ອເຮັດວຽກງານໃຫ້ດີ. ທີ່ຈິງແລ້ວ, ມັນບໍ່ຍາກທີ່ຈະເຮັດວຽກງານໃຫ້ດີໄດ້. ເປັນຫຍັງຈຶ່ງບໍ່ຍາກ? ກ່ອນອື່ນໝົດ, ເຮືອນຂອງພຣະເຈົ້າມີການຈັດແຈງວຽກງານທີ່ສະເພາະເຈາະຈົງສຳລັບວຽກງານທັງໝົດຂອງຄຣິສຕະຈັກ ແລະ ເບື້ອງເທິງກໍໄດ້ກຳນົດເງື່ອນໄຂທີ່ສະເພາະເຈາະຈົງສຳລັບມັນໄວ້ແລ້ວ, ດັ່ງນັ້ນ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງຄິດມະໂນຫາສິ່ງໃໝ່ໆໃນລາຍການວຽກງານໃດກໍຕາມ ຫຼື ເຮັດໃຫ້ມັນສຳເລັດດ້ວຍຕົນເອງ. ເບື້ອງເທິງໄດ້ໃຫ້ຂອບເຂດ ແລະ ທິດທາງແກ່ພວກເຈົ້າ ແລະ ໄດ້ໃຫ້ຫຼັກການແກ່ພວກເຈົ້າ ແລະ ໃຫ້ມາດຕະຖານຂັ້ນຕໍ່າໃຫ້ແກ່ພວກເຈົ້າດ້ວຍ; ໃນການເຮັດວຽກງານຂອງພວກເຈົ້າ, ພວກເຈົ້າບໍ່ໄດ້ກຳລັງຕໍ່ສູ້ກັບອາກາດ ຫຼື ຂາດທິດທາງອັນໃດ. ຢ່າງທີສອງ, ກັບລາຍການວຽກງານໃດກໍຕາມ, ບໍ່ວ່າຜູ້ກຳກັບດູແລຈະເປັນໃຜ ແລະ ບໍ່ວ່າຈຸດສຸມຂອງວຽກງານຈະຢູ່ຕ່າງປະເທດ ຫຼື ພາຍໃນປະເທດ, ສິ່ງທີ່ສຳຄັນທີ່ສຸດກໍຄື ອ້າຍນ້ອງທີ່ຢູ່ເບື້ອງເທິງກຳລັງຕິດຕາມ, ຊີ້ແນະ, ກຳກັບດູແລ, ກວດກາ ແລະ ດຳເນີນການກວດຄັດກອງວຽກງານໂດຍສະເພາະ ແລະ ມັກຈະເຮັດການສອບຖາມຢູ່ເລື້ອຍໆ. ການກະທຳເຫຼົ່ານີ້ມີຄວາມສະເພາະເຈາະຈົງສໍ່າໃດ? ອ້າຍນ້ອງທີ່ຢູ່ເບື້ອງເທິງໄດ້ມີສ່ວນຮ່ວມ ແລະ ຕິດຕາມທຸກບົດລະຄອນ, ທຸກຮູບເງົາ, ທຸກລາຍການສະແດງ, ທຸກບົດເພງສັນລະເສີນ ແລະ ອື່ນໆ ດ້ວຍຕົນເອງ. ເຮົາກໍມີສ່ວນຮ່ວມໃນວຽກງານບາງຢ່າງເຊັ່ນກັນ, ໂດຍໃຫ້ທິດທາງ ແລະ ໂຄງຮ່າງທົ່ວໄປແກ່ພວກເຈົ້າ. ຢ່າງທີສາມ, ສຳລັບວຽກງານດ້ານໃດກໍຕາມທີ່ມີສ່ວນພົວພັນກັບຫຼັກການຄວາມຈິງ, ເບື້ອງເທິງກໍມັກຈະໂອ້ລົມກັບພວກເຈົ້າກ່ຽວກັບຫຼັກການຄວາມຈິງ ແລະ ຊີ້ແນະວຽກງານຂອງພວກເຈົ້າຢູ່ເລື້ອຍໆ; ເບື້ອງເທິງຍັງໄດ້ລິຮານພວກເຈົ້າ, ດຳເນີນການກວດຄັດກອງໃຫ້ພວກເຈົ້າ ແລະ ເບື້ອງເທິງຈະແກ້ໄຂການບິດເບືອນຂອງພວກເຈົ້າໄດ້ຕະຫຼອດເວລາ. ຢ່າງທີສີ່, ໃນດ້ານວຽກງານບຸກຄະລາກອນ ແລະ ການບໍລິຫານທີ່ສຳຄັນ, ເບື້ອງເທິງຈະຊ່ວຍເຫຼືອພວກເຈົ້າເອງ ໂດຍການດຳເນີນການກວດຄັດກອງ ແລະ ເຮັດການຕັດສິນໃຈ. ຄວາມຈິງກໍຄື ບໍ່ວ່າພວກເຈົ້າຈະເຮັດວຽກງານຫຍັງ, ພວກເຈົ້າກໍບໍ່ໄດ້ເຮັດໃຫ້ມັນສຳເລັດໂດຍລຳພັງ; ວຽກງານທັງໝົດໄດ້ຮັບການຈັດແຈງ, ນໍາພາ, ຊີ້ນໍາ ແລະ ກວດຄັດກອງໂດຍເບື້ອງເທິງ. ແລ້ວພວກເຈົ້າໄດ້ເຮັດຫຍັງ? ພວກເຈົ້າພຽງແຕ່ເພີດເພີນໄປກັບສິ່ງທີ່ໄດ້ກຽມໄວ້ພ້ອມແລ້ວ. ພວກເຈົ້າໄດ້ຮັບພອນຫຼາຍ! ພວກເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບຫຍັງ; ພວກເຈົ້າພຽງແຕ່ຕ້ອງລົງມືເຮັດວຽກງ່າຍໆທີ່ໃຊ້ແຮງເລັກນ້ອຍ. ນີ້ຄືວຽກງານທີ່ຕົກເປັນໜ້າທີ່ຂອງພວກເຈົ້າ. ພວກເຈົ້າເຄີຍໄດ້ເສຍສະລະເພີ່ມເຕີມບໍ? (ບໍ່ເຄີຍ). ເບື້ອງເທິງໄດ້ເຮັດວຽກງານທີ່ສຳຄັນ ແລະ ໃຫຍ່ຫຼວງທັງໝົດນີ້; ສະນັ້ນ, ວຽກງານທີ່ພວກເຈົ້າເຮັດທັງໝົດຈຶ່ງງ່າຍຫຼາຍ ແລະ ບໍ່ມີຄວາມຫຍຸ້ງຍາກຫຍັງເລີຍ. ພາຍໃຕ້ສະຖານະການເຊັ່ນນີ້, ຖ້າຜູ້ຄົນຍັງເຮັດວຽກງານຂອງພວກເຂົາໄດ້ບໍ່ດີ, ນັ້ນກໍເປັນສິ່ງທີ່ຍອມຮັບບໍ່ໄດ້ ແລະ ມັນພິສູດວ່າພວກເຂົາພຽງແຕ່ບໍ່ໄດ້ເອົາໃຈໃສ່ ແລະ ມີຄວາມພະຍາຍາມໃນວຽກງານຂອງພວກເຂົາ ຫຼື ເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ. ບາງຄົນເວົ້າວ່າ “ໃຜແດ່ທີ່ບໍ່ມີຂໍ້ບົກຜ່ອງເມື່ອເຮັດວຽກງານ? ຈະບໍ່ປ່ອຍໃຫ້ຄົນເຮົາມີບັນຫາອັນໃດເລີຍບໍ?” ພວກເຈົ້າບໍ່ຈຳເປັນຕ້ອງໄດ້ຄະແນນເຕັມໃນວຽກງານຂອງພວກເຈົ້າ; ພວກເຈົ້າພຽງແຕ່ຈຳເປັນຕ້ອງໃຫ້ໄດ້ຄະແນນຜ່ານເກນ ແລະ ພວກເຈົ້າກໍຈະຖືວ່າໄດ້ເຮັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ສຳເລັດແລ້ວ. ນີ້ເປັນການຮຽກຮ້ອງທີ່ເຂັ້ມງວດເກີນໄປບໍ? (ບໍ່ເລີຍ). ມັນເປັນເລື່ອງງ່າຍທີ່ຈະໄດ້ຄະແນນຜ່ານເກນ ບົນພື້ນຖານຂອງການຊີ້ນໍາ ແລະ ການກວດຄັດກອງຂອງເບື້ອງເທິງ; ມັນຂຶ້ນຢູ່ກັບວ່າຜູ້ຄົນໄດ້ໄລ່ຕາມເສາະຫາຄວາມຈິງຢ່າງຈິງໃຈ ຫຼື ບໍ່. ຖ້າພວກເຂົາບໍ່ໄດ້ມີຄວາມພະຍາຍາມກ່ຽວກັບຄວາມຈິງ ແລະ ຢາກເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ຖ້າພວກເຂົາພໍໃຈກັບການເຮັດພໍເປັນພິທີເມື່ອເຮັດວຽກງານ, ບໍ່ໄດ້ເຮັດສິ່ງທີ່ບໍ່ດີ, ບໍ່ກໍ່ໃຫ້ເກີດການລົບກວນ ຫຼື ການຂັດຂວາງ ແລະ ບໍ່ມີຫຍັງລົບກວນຈິດສຳນຶກຂອງພວກເຂົາ ພວກເຂົາກໍບໍ່ສາມາດໄດ້ຮັບຄະແນນທີ່ຜ່ານເກນໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໃຫຍ່ມີທັດສະນະຄະຕິແບບນີ້ເມື່ອເຮັດວຽກງານ; ພວກເຂົາເຮັດວຽກໜ້ອຍດຽວ ແຕ່ພວກເຂົາບໍ່ຢາກເຮັດໃຫ້ຕົນເອງອິດເມື່ອຍ, ພວກເຂົາພໍໃຈກັບການເຮັດວຽກພໍພື້ນໆ ແລະ ສຳລັບຜົນໄດ້ຮັບຂອງວຽກງານທີ່ພວກເຂົາເຮັດຈະເປັນແນວໃດນັ້ນ, ພວກເຂົາຄິດວ່ານັ້ນເປັນທຸລະຂອງພຣະເຈົ້າ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບພວກເຂົາ. ທັດສະນະຄະຕິນີ້ຍອມຮັບໄດ້ບໍ? ຖ້າເຈົ້າມີທັດສະນະຄະຕິເຊັ່ນນີ້, ວຽກງານທີ່ເຈົ້າສາມາດເຮັດໄດ້ກໍຈະມີຈຳກັດຫຼາຍ ແລະ ເຈົ້າບໍ່ໄດ້ທຸ່ມເທຄວາມພະຍາຍາມທັງໝົດຂອງເຈົ້າໃນວຽກງານ, ເຊິ່ງສະແດງວ່າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ຫຼື ເຈົ້າບໍ່ໄດ້ເຮັດວຽກງານຕົວຈິງ ດັ່ງນັ້ນ ການກຳນົດລັກສະນະໃຫ້ເຈົ້າເປັນຜູ້ນໍາປອມຈຶ່ງເປັນສິ່ງທີ່ສົມຄວນແລ້ວ, ເຊິ່ງເປັນສິ່ງທີ່ເໝາະສົມຢ່າງຍິ່ງ ແລະ ບໍ່ໄດ້ຖືວ່າເປັນການບໍ່ຍຸຕິທຳ. ບາງຄົນເວົ້າຢູ່ສະເໝີວ່າ “ຂໍ້ກຳນົດຂອງເຈົ້າຕໍ່ພວກເຮົານັ້ນສູງເກີນໄປ. ຖ້າພວກເຮົາບໍ່ເຮັດວຽກງານນີ້, ພວກເຮົາກໍຈະເປັນຜູ້ນໍາປອມ ແລະ ຖ້າພວກເຮົາບໍ່ບັນລຸຂໍ້ກຳນົດນັ້ນ, ພວກເຮົາກໍຈະເປັນຜູ້ນໍາປອມຄືກັນ. ເຈົ້າເຫັນວ່າພວກເຮົາເປັນຫຍັງ? ພວກເຮົາບໍ່ແມ່ນຫຸ່ນຍົນ, ພວກເຮົາບໍ່ແມ່ນຜູ້ຄົນທີ່ສົມບູນ. ພວກເຮົາເປັນພຽງຄົນທຳມະດາ, ເປັນພຽງມະນຸດທີ່ມີເນື້ອໜັງເທົ່ານັ້ນ. ເຈົ້າບອກໃຫ້ພວກເຮົາເປັນພຽງຄົນທຳມະດາ, ເປັນຄົນປົກກະຕິ, ແລ້ວເປັນຫຍັງເຈົ້າຈຶ່ງມີຂໍ້ກຳນົດທີ່ສູງຕໍ່ພວກເຮົາໃນຖານະທີ່ເປັນຜູ້ນໍາ?” ທີ່ຈິງແລ້ວ, ຂໍ້ກຳນົດຂອງເຮົາຕໍ່ພວກເຈົ້າບໍ່ໄດ້ສູງເລີຍ. ເຮົາພຽງແຕ່ຂໍໃຫ້ເຈົ້າເຮັດຄວາມຮັບຜິດຊອບທີ່ມະນຸດຄວນເຮັດໃຫ້ສຳເລັດ. ນີ້ແມ່ນສິ່ງທີ່ເຈົ້າຄວນ ແລະ ຕ້ອງເຮັດ ແລະ ມັນເປັນບາງສິ່ງທີ່ເຈົ້າສາມາດເຮັດໃຫ້ສຳເລັດໄດ້ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ. ແນວໃດກໍຕາມ, ຖ້າເຈົ້າບໍ່ເຮັດວຽກໜັກເພື່ອພະຍາຍາມກ້າວໄປສູ່ຄວາມຈິງ ແລະ ຢ້ານການທົນຕໍ່ຄວາມທຸກຍາກລຳບາກ ແລະ ໂລບກັບຄວາມສະບາຍຢູ່ສະເໝີ, ບໍ່ວ່າເຫດຜົນ ຫຼື ຂໍ້ແກ້ຕົວຂອງເຈົ້າຈະເປັນແນວໃດ, ເຈົ້າຍ່ອມເປັນຜູ້ນໍາປອມຢ່າງແນ່ນອນ. ມັນກໍຄືກັບສິ່ງທີ່ຜູ້ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນເຮັດໃຫ້ສຳເລັດ ແລະ ສິ່ງທີ່ຜູ້ໃຫຍ່ຄວນດູແລຕົນເອງນັ້ນແຫຼະ ເຊັ່ນ: ຜູ້ໃຫຍ່ຄວນຕື່ນນອນເວລາຈັກໂມງໃນຕອນເຊົ້າ, ພວກເຂົາຄວນກິນອາຫານຈັກຄາບ ແລະ ຄວນເຮັດວຽກຈັກຊົ່ວໂມງຕໍ່ມື້ ແລະ ເວລາໃດທີ່ພວກເຂົາຄວນຊັກເຄື່ອງນຸ່ງທີ່ເປິເປື້ອນຂອງພວກເຂົາ, ເຈົ້າຕ້ອງໄດ້ຈັດການສິ່ງເຫຼົ່ານີ້ດ້ວຍຕົນເອງ ແລະ ບໍ່ຈຳເປັນຕ້ອງໄປຖາມຄົນອື່ນກ່ຽວກັບເລື່ອງເຫຼົ່ານີ້. ຖ້າເຈົ້າໄປຖາມຄົນອື່ນກ່ຽວກັບທຸກຢ່າງ ແລະ ບໍ່ເຂົ້າໃຈຫຍັງເລີຍ, ນີ້ບໍ່ໄດ້ໝາຍຄວາມວ່າເຈົ້າມີສະຕິປັນຍາບໍ່ພຽງພໍ ແລະ ເຈົ້າເປັນຄົນປັນຍາອ່ອນບໍ? ມັນບໍ່ໄດ້ໝາຍຄວາມວ່າເຈົ້າບໍ່ສາມາດດູແລຕົນເອງໄດ້ບໍ? ຄົນແບບນີ້ສາມາດເປັນຜູ້ນໍາໄດ້ບໍ? ພວກເຂົາບໍ່ແມ່ນຜູ້ນໍາປອມບໍ? ຄົນເຊັ່ນນີ້ຄວນຖືກປົດອອກ. ຄົນແບບນີ້ຍັງຢາກຍຶດຕິດກັບຕຳແໜ່ງຂອງພວກເຂົາ ແລະ ບໍ່ຢາກລົງຈາກຕຳແໜ່ງ ແລະ ພວກເຂົາກໍຍັງຢາກເປັນຜູ້ນໍາ! ຫຼັງຈາກທີ່ຜູ້ນໍາປອມບາງຄົນຖືກປົດອອກແລ້ວ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຄວາມເປັນທຳ ແລະ ຮ້ອງໄຫ້ບໍ່ຢຸດ. ພວກເຂົາຮ້ອງໄຫ້ຈົນຕາບວມ. ເປັນຫຍັງພວກເຂົາຈຶ່ງຮ້ອງໄຫ້? ພວກເຂົາບໍ່ຮູ້ວ່າພວກເຂົາເປັນໂຕຫຍັງກັນແທ້. ເມື່ອເຮົາເວົ້າວ່າຂໍ້ກຳນົດຂອງເຮົາຕໍ່ຜູ້ຄົນບໍ່ໄດ້ສູງ, ສິ່ງທີ່ເຮົາໝາຍເຖິງກໍຄື ສິ່ງທີ່ເຈົ້າໄດ້ຮັບການຂໍໃຫ້ເຮັດນັ້ນຄືສິ່ງທີ່ເຈົ້າສາມາດເຮັດໃຫ້ສຳເລັດໄດ້; ເສັ້ນທາງໄດ້ຖືກປູໄວ້ໃຫ້ເຈົ້າແລ້ວ ແລະ ຂອບເຂດກໍໄດ້ຖືກກຳນົດໄວ້ແລ້ວ ແລະ ການຕັດສິນໃຈກໍໄດ້ເຮັດແລ້ວ ແລະ ເຈົ້າພຽງແຕ່ຕ້ອງລົງມືເຮັດ. ມັນຄືກັບການກິນອາຫານ: ທັນຍາພືດ, ຜັກ, ເຄື່ອງປຸງທຸກຊະນິດ, ໝໍ້ ແລະ ເຕົາໄຟໄດ້ຖືກກຽມໄວ້ໃຫ້ເຈົ້າແລ້ວ ແລະ ທັງໝົດທີ່ເຈົ້າຕ້ອງເຮັດກໍຄືການຮຽນຮູ້ວິທີປຸງແຕ່ງອາຫານ; ນີ້ຄືສິ່ງທີ່ຜູ້ໃຫຍ່ຄວນເຮັດ ແລະ ເຮັດໃຫ້ສຳເລັດ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໃຫ້ສຳເລັດໄດ້, ເຈົ້າກໍເປັນຄົນປັນຍາອ່ອນ ແລະ ເຈົ້າກໍບໍ່ສາມາດຖືກຈັດຢູ່ໃນກຸ່ມລະດັບສະຕິປັນຍາຂອງຜູ້ໃຫຍ່ປົກກະຕິໄດ້. ຜູ້ນໍາບາງຄົນບໍ່ສາມາດເຮັດວຽກງານຕົວຈິງນີ້ໄດ້ ດັ່ງນັ້ນ ພວກເຂົາຈຶ່ງຕ້ອງຖືກປົດອອກ. ສະນັ້ນແລ້ວ, ພວກເຮົາຈະນິຍາມ ແລະ ກຳນົດໄດ້ແນວໃດວ່າໃຜບາງຄົນຈະສາມາດເຮັດວຽກງານປະເພດນີ້ໄດ້ ຫຼື ບໍ່? ຖ້າເຈົ້າມີສະຕິປັນຍາ ແລະ ຂີດຄວາມສາມາດຂອງຜູ້ໃຫຍ່ຄົນໜຶ່ງ ແລະ ເຈົົ້າມີຄວາມຮູ້ສຳນຶກ ແລະ ຄວາມຮູ້ສຶກຮັບຜິດຊອບທີ່ຜູ້ໃຫຍ່ຄົນໜຶ່ງຄວນມີ, ແລ້ວເຈົ້າກໍຄວນຈະສາມາດເຮັດວຽກງານປະເພດນີ້ໄດ້. ຖ້າເຈົ້າເຮັດບໍ່ໄດ້ ຫຼື ເຈົ້າບໍ່ໄດ້ເຮັດມັນ, ເຈົ້າກໍເປັນຜູ້ນໍາປອມ. ນັ້ນຄືວິທີທີ່ສິ່ງນີ້ຖືກກຳນົດ ແລະ ການກຳນົດມັນດ້ວຍວິທີນີ້ກໍຖືກຕ້ອງແລ້ວ. ນີ້ບໍ່ແມ່ນການປະນາມ ຫຼື ການຕັດສິນຄົນໃດຄົນໜຶ່ງ, ສະນັ້ນ ມັນເຂັ້ມງວດເກີນໄປບໍ? ຄວາມຈິງທັງໝົດໄດ້ຖືກວາງອອກແລ້ວ ແລະ ສິ່ງນີ້ກໍບໍ່ໄດ້ເຂັ້ມງວດເກີນໄປເລີຍ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?