ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8) ສ່ວນທີ ສີ່
III. ຜູ້ນໍາປອມທີ່ຂີ້ຄ້ານ ແລະ ເພີດເພີນກັບຄວາມສະດວກສະບາຍ
ພວກເຮົາຫາກໍໂອ້ລົມກັນກ່ຽວກັບຜູ້ນໍາປອມສອງປະເພດ. ຍັງມີຜູ້ນໍາປອມອີກປະເພດໜຶ່ງ ເຊິ່ງພວກເຮົາໄດ້ເວົ້າເຖິງຢູ່ເລື້ອຍໆ ໃນຂະນະທີ່ໂອ້ລົມກັນກ່ຽວກັບຫົວຂໍ້ “ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ”. ຄົນປະເພດນີ້ມີຂີດຄວາມສາມາດໃນລະດັບໃດໜຶ່ງ, ພວກເຂົາບໍ່ແມ່ນຄົນບໍ່ມີສະຕິປັນຍາ, ໃນການເຮັດວຽກງານຂອງພວກເຂົາ, ພວກເຂົາມີວິທີການ ແລະ ແນວທາງ ແລະ ມີແຜນການສຳລັບການແກ້ໄຂບັນຫາ ແລະ ເມື່ອພວກເຂົາໄດ້ຮັບມອບໝາຍວຽກງານໃດໜຶ່ງ, ພວກເຂົາກໍສາມາດຈັດຕັ້ງປະຕິບັດມັນໃຫ້ໃກ້ຄຽງກັບມາດຕະຖານທີ່ຄາດຫວັງໄວ້ໄດ້. ພວກເຂົາສາມາດຄົ້ນພົບທຸກບັນຫາໃດກໍຕາມທີ່ເກີດຂຶ້ນໃນວຽກງານ ແລະ ຍັງສາມາດແກ້ໄຂບາງບັນຫາໄດ້; ເມື່ອພວກເຂົາໄດ້ຍິນບັນຫາທີ່ບາງຄົນໄດ້ລາຍງານ ຫຼື ພວກເຂົາສັງເກດເຫັນພຶດຕິກຳ, ການສະແດງອອກ, ການເວົ້າ ແລະ ການກະທຳຂອງບາງຄົນ, ພວກເຂົາກໍມີການຕອບສະໜອງໃນຫົວໃຈ ແລະ ພວກເຂົາກໍມີຄວາມຄິດເຫັນ ແລະ ທັດສະນະຄະຕິຂອງຕົນເອງ. ແນ່ນອນວ່າ ຖ້າຄົນເຫຼົ່ານີ້ໄລ່ຕາມເສາະຫາຄວາມຈິງ ແລະ ມີຄວາມຮູ້ສຶກແບກຮັບພາລະ, ບັນຫາທັງໝົດເຫຼົ່ານີ້ກໍຈະສາມາດໄດ້ຮັບການແກ້ໄຂ. ຢ່າງໃດກໍຕາມ, ບັນຫາຕ່າງໆກັບບໍ່ໄດ້ຮັບການແກ້ໄຂຢ່າງບໍ່ຄາດຄິດ ໃນວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງບຸກຄົນປະເພດທີ່ພວກເຮົາກຳລັງໂອ້ລົມໃນມື້ນີ້. ເປັນຫຍັງຈຶ່ງເປັນແບບນັ້ນ? ຍ້ອນວ່າຄົນເຫຼົ່ານີ້ບໍ່ໄດ້ເຮັດວຽກງານຕົວຈິງ. ພວກເຂົາຮັກຄວາມສະບາຍ ແລະ ກຽດຊັງການເຮັດວຽກໜັກ, ພວກເຂົາພຽງແຕ່ໃຊ້ຄວາມພະຍາຍາມແບບເຮັດພໍແລ້ວມືແລ້ວຕີນຢ່າງຜິວເຜີນເທົ່ານັ້ນ, ພວກເຂົາມັກຢູ່ວ່າງໆ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ, ພວກເຂົາມັກສັ່ງຄົນອື່ນໄປທົ່ວ ແລະ ພວກເຂົາພຽງເວົ້າແຕ່ບໍ່ລົງມືເຮັດ ແລະ ໃຫ້ຄຳແນະນຳບາງຢ່າງ ແລ້ວກໍຖືວ່າວຽກງານຂອງພວກເຂົາສຳເລັດແລ້ວ. ພວກເຂົາບໍ່ໄດ້ໃສ່ໃຈວຽກງານຕົວຈິງອັນໃດກໍຕາມຂອງຄຣິສຕະຈັກ ຫຼື ວຽກງານສຳຄັນທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາເລີຍ, ພວກເຂົາບໍ່ໄດ້ມີຄວາມຮູ້ສຶກແບກຮັບພາລະນີ້ ແລະ ເຖິງແມ່ນວ່າເຮືອນຂອງພຣະເຈົ້າຈະເນັ້ນໜັກສິ່ງເຫຼົ່ານີ້ຊໍ້າແລ້ວຊໍ້າອີກ, ພວກເຂົາກໍຍັງບໍ່ໃສ່ໃຈ. ຕົວຢ່າງ: ພວກເຂົາບໍ່ຢາກແຊກແຊງ ຫຼື ສອບຖາມກ່ຽວກັບວຽກງານການຜະລິດຮູບເງົາ ຫຼື ວຽກງານຂໍ້ຄວາມຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ປາຖະໜາທີ່ຈະພິຈາລະນາເບິ່ງວ່າ ວຽກງານປະເພດນີ້ມີຄວາມຄືບໜ້າແນວໃດ ແລະ ບັນລຸຜົນໄດ້ຮັບຫຍັງແດ່. ພວກເຂົາພຽງແຕ່ສອບຖາມທາງອ້ອມເລັກນ້ອຍ ແລະ ເມື່ອພວກເຂົາຮູ້ວ່າຜູ້ຄົນກຳລັງຫຍຸ້ງຢູ່ກັບວຽກງານນີ້ ແລະ ກຳລັງເຮັດວຽກງານນີ້, ພວກເຂົາກໍບໍ່ສົນໃຈມັນອີກຕໍ່ໄປ. ເຖິງແມ່ນວ່າພວກເຂົາຮູ້ດີວ່າມີບັນຫາໃນວຽກງານ, ພວກເຂົາກໍຍັງບໍ່ຢາກໂອ້ລົມ ແລະ ແກ້ໄຂບັນຫາເຫຼົ່ານັ້ນ ແລະ ພວກເຂົາກໍບໍ່ສອບຖາມ ຫຼື ພິຈາລະນາເບິ່ງວ່າຜູ້ຄົນປະຕິບັດໜ້າທີ່ຂອງພວກເຂົາແນວໃດ. ເປັນຫຍັງພວກເຂົາຈຶ່ງບໍ່ສອບຖາມ ຫຼື ພິຈາລະນາເບິ່ງສິ່ງເຫຼົ່ານີ້? ພວກເຂົາຄິດວ່າ ຖ້າພວກເຂົາພິຈາລະນາເບິ່ງສິ່ງເຫຼົ່ານັ້ນ, ແລ້ວກໍຈະມີບັນຫາຫຼາຍຢ່າງລໍຖ້າໃຫ້ພວກເຂົາແກ້ໄຂ ແລະ ນັ້ນຈະເປັນເລື່ອງໜ້າກັງວົນເກີນໄປ. ຊີວິດຈະເມື່ອຍຫຼາຍຖ້າພວກເຂົາຕ້ອງແກ້ໄຂບັນຫາຢູ່ຕະຫຼອດ! ຖ້າພວກເຂົາກັງວົນຫຼາຍເກີນໄປ, ອາຫານຈະບໍ່ມີລົດຊາດແຊບອີກຕໍ່ໄປສຳລັບພວກເຂົາ ແລະ ພວກເຂົາກໍຈະນອນບໍ່ຫຼັບ, ເນື້ອໜັງຂອງພວກເຂົາຈະຮູ້ສຶກເມື່ອຍ ແລ້ວຊີວິດກໍຈະກາຍເປັນຄວາມທຸກທໍລະມານ. ນັ້ນຄືເຫດຜົນທີ່ວ່າ ເມື່ອພວກເຂົາເຫັນບັນຫາ, ພວກເຂົາຈຶ່ງຫຼີກລ່ຽງມັນ ແລະ ບໍ່ສົນໃຈມັນ ຖ້າພວກເຂົາສາມາດເຮັດໄດ້. ບັນຫາຂອງຄົນປະເພດນີ້ແມ່ນຫຍັງ? (ພວກເຂົາຂີ້ຄ້ານໂພດ). ບອກເຮົາມາເບິ່ງ, ໃຜມີບັນຫາຮ້າຍແຮງກວ່າ: ຄົນຂີ້ຄ້ານ ຫຼື ຄົນທີ່ມີຂີດຄວາມສາມາດຕໍ່າ? (ຄົນຂີ້ຄ້ານ). ເປັນຫຍັງຄົນຂີ້ຄ້ານຈຶ່ງມີບັນຫາຮ້າຍແຮງ? (ຄົນທີ່ມີຂີດຄວາມສາມາດຕໍ່າບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້, ແຕ່ພວກເຂົາສາມາດມີປະສິດທິຜົນໃນລະດັບໃດໜຶ່ງ ເມື່ອພວກເຂົາປະຕິບັດໜ້າທີ່ເຊິ່ງຢູ່ໃນຄວາມສາມາດຂອງພວກເຂົາ. ຢ່າງໃດກໍຕາມ, ຄົນທີ່ຂີ້ຄ້ານເຮັດຫຍັງບໍ່ໄດ້ເລີຍ; ເຖິງແມ່ນວ່າພວກເຂົາຈະມີຂີດຄວາມສາມາດ, ມັນກໍບໍ່ມີຜົນຫຍັງ). ຄົນຂີ້ຄ້ານເຮັດຫຍັງບໍ່ໄດ້ເລີຍ. ເມື່ອສະຫຼຸບສັ້ນໆ ດ້ວຍສອງສາມຄຳ, ພວກເຂົາກໍຄືຄົນໄຮ້ປະໂຫຍດ; ພວກເຂົາເປັນຄົນພິການປະເພດສອງ. ບໍ່ວ່າຂີດຄວາມສາມາດຂອງຄົນຂີ້ຄ້ານຈະດີສໍ່າໃດກໍຕາມ, ມັນກໍບໍ່ມີຫຍັງຫຼາຍໄປກວ່າສິ່ງປະດັບທີ່ບໍ່ມີປະໂຫຍດຫຍັງ; ເຖິງແມ່ນວ່າພວກເຂົາມີຂີດຄວາມສາມາດດີ, ມັນກໍບໍ່ມີປະໂຫຍດ. ພວກເຂົາຂີ້ຄ້ານໂພດ, ພວກເຂົາຮູ້ວ່າພວກເຂົາຄວນເຮັດຫຍັງ ແຕ່ພວກເຂົາກໍບໍ່ເຮັດ ແລະ ເຖິງແມ່ນວ່າພວກເຂົາຮູ້ວ່າສິ່ງໃດໜຶ່ງເປັນບັນຫາ, ພວກເຂົາກໍບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ ແລະ ເຖິງແມ່ນວ່າພວກເຂົາຮູ້ວ່າພວກເຂົາຄວນທົນທຸກກັບຄວາມລຳບາກຫຍັງແດ່ ເພື່ອໃຫ້ວຽກງານມີປະສິດທິຜົນ, ພວກເຂົາກໍບໍ່ເຕັມໃຈທີ່ຈະອົດທົນຕໍ່ຄວາມທຸກລຳບາກທີ່ຄຸ້ມຄ່ານີ້, ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດໄດ້ຮັບຄວາມຈິງໃດໆ ແລະ ພວກເຂົາບໍ່ສາມາດເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ປາຖະໜາທີ່ຈະອົດທົນຕໍ່ຄວາມທຸກລຳບາກທີ່ມະນຸດຄວນອົດທົນ; ພວກເຂົາຮູ້ພຽງແຕ່ການເພີດເພີນກັບຄວາມສະດວກສະບາຍ, ມ່ວນຊື່ນກັບຊ່ວງເວລາແຫ່ງຄວາມສຸກ ແລະ ການພັກຜ່ອນຢ່ອນໃຈ ແລະ ເພີດເພີນກັບຊີວິດທີ່ອິດສະຫຼະ ແລະ ຜ່ອນຄາຍ. ພວກເຂົາບໍ່ແມ່ນຄົນໄຮ້ປະໂຫຍດບໍ? ຄົນທີ່ບໍ່ສາມາດອົດທົນຕໍ່ຄວາມທຸກລຳບາກບໍ່ສົມຄວນທີ່ຈະມີຊີວິດຢູ່. ຜູ້ທີ່ປາຖະໜາທີ່ຈະດຳເນີນຊີວິດແບບກາຝາກຢູ່ສະເໝີ ແມ່ນຄົນທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ; ພວກເຂົາເປັນສັດເດຍລະສານ ແລະ ຄົນດັ່ງກ່າວບໍ່ເໝາະສົມແມ່ນແຕ່ຈະອອກເຫື່ອແຮງ. ຍ້ອນວ່າພວກເຂົາບໍ່ສາມາດອົດທົນຕໍ່ຄວາມທຸກລຳບາກ, ເຖິງແມ່ນວ່າຕອນທີ່ພວກເຂົາອອກເຫື່ອແຮງ, ພວກເຂົາກໍບໍ່ສາມາດເຮັດໄດ້ດີ ແລະ ຖ້າພວກເຂົາປາຖະໜາທີ່ຈະໄດ້ຮັບຄວາມຈິງ, ກໍຍິ່ງມີຄວາມຫວັງໜ້ອຍລົງໄປອີກ. ຄົນທີ່ບໍ່ສາມາດທົນທຸກ ແລະ ບໍ່ຮັກຄວາມຈິງແມ່ນຄົນໄຮ້ປະໂຫຍດ; ພວກເຂົາບໍ່ມີຄຸນສົມບັດແມ່ນແຕ່ຈະອອກເຫື່ອແຮງ. ພວກເຂົາເປັນສັດເດຍລະສານ, ໂດຍບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ຄົນດັ່ງກ່າວຕ້ອງຖືກກຳຈັດ; ມີພຽງສິ່ງນີ້ເທົ່ານັ້ນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ບາງຄົນຮັບຜິດຊອບວຽກງານກະສິກຳ ແລະ ພວກເຂົາມີຄວາມດຸໝັ່ນເປັນພິເສດ; ພວກເຂົາມີແຜນການໃນໃຈ ແລະ ພວກເຂົາຮູ້ວ່າຕ້ອງເຮັດວຽກຫຍັງໃນແຕ່ລະລະດູການ. ເມື່ອມັນຮອດເວລາໄຖນາ, ພວກເຂົາໄປເບິ່ງທີ່ດິນແຕ່ລະຕອນ ແລະ ສັງເກດເບິ່ງ. ພວກເຂົາສົມທຽບສິ່ງທີ່ພວກເຂົາວາງແຜນທີ່ຈະປູກໃນທີ່ດິນແຕ່ລະຕອນ ກັບສະພາບຕົວຈິງຂອງທີ່ດິນນັ້ນ ແລະ ເບິ່ງວ່າແຜນການຂອງພວກເຂົາເໝາະສົມ ຫຼື ບໍ່ ແລະ ມັນສອດຄ່ອງກັບສະຖານະການຕົວຈິງ ຫຼື ບໍ່. ນອກຈາກນັ້ນ, ພວກເຂົາເບິ່ງວ່າດິນປີນີ້ຊຸ່ມ ຫຼື ແຫ້ງສໍ່າໃດ, ຕ້ອງການປຸ໋ຍຫຍັງ ແລະ ເໝາະສົມສຳລັບການປູກຫຍັງ. ເມື່ອພວກເຂົາໄດ້ໄປເບິ່ງ ແລະ ພວກເຂົາກຳແໜ້ນສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍຖາມທັນທີວ່າມີການປູກເບ້ຍໄມ້ແລ້ວ ຫຼື ຍັງ ແລະ ມີຈໍານວນເທົ່າໃດ, ຈາກນັ້ນ ພວກເຂົາກໍໄປເບິ່ງເຮືອນຮົ່ມ ເພື່ອກວດສອບເບິ່ງວ່າຜູ້ທີ່ປູກເບ້ຍໄມ້ນັ້ນເພິ່ງພາໄດ້ ຫຼື ບໍ່ ຫຼື ພວກເຂົາຈະດູແລເບ້ຍໄມ້ໄດ້ບໍ່ດີ ຫຼື ບໍ່. ຖ້າຄົນດຽວບໍ່ພໍທີ່ຈະເຮັດວຽກງານນີ້, ພວກເຂົາກໍມອບໝາຍໃຫ້ອີກຄົນໜຶ່ງມາຮ່ວມມືກັບຄົນນັ້ນ ແລະ ໃຫ້ທັງສອງກຳກັບດູແລກັນເອງ. ຄົນຂີ້ຄ້ານຈະເຮັດແບບນີ້ບໍ? ບໍ່, ພວກເຂົາຈະບໍ່ເຮັດ. ຖ້າບໍ່ມີໃຜກຳກັບດູແລພວກເຂົາ ແລະ ກະຕຸ້ນພວກເຂົາ, ພວກເຂົາຈະບໍ່ລົງໄປເບິ່ງສະຖານທີ່ດ້ວຍຕົນເອງຢ່າງແນ່ນອນ; ຖ້າເຮືອນຂອງພຣະເຈົ້າບໍ່ຖາມກ່ຽວກັບຄວາມຄືບໜ້າຂອງວຽກງານໃດໜຶ່ງ, ແລ້ວພວກເຂົາຈະບໍ່ເປັນຝ່າຍເລີ່ມຕົ້ນທີ່ຈະກວດສອບສະຖານະການຕົວຈິງຂອງວຽກງານນັ້ນຢ່າງແນ່ນອນ. ສຳລັບຄົນທີ່ມີຂີດຄວາມສາມາດຕໍ່າ, ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ພວກເຂົາເຮັດດ້ວຍຕົນເອງຢູ່ສະເໝີ ແຕ່ພວກເຂົາບໍ່ສາມາດແຍກແຍະສິ່ງທີ່ຮີບດ່ວນ ແລະ ສໍາຄັນ ຈາກສິ່ງທີ່ບໍ່ໄດ້ຮີບດ່ວນ ແລະ ບໍ່ໄດ້ສຳຄັນ ແລະ ພວກເຂົາພຽງແຕ່ເຮັດໄປແບບຫຼັບຫູຫຼັບຕາ. ໃນຂະນະທີ່ຄົນຂີ້ຄ້ານເຫຼົ່ານີ້ສະຫຼາດພໍຕົວ ແລະ ບໍ່ວ່າພວກເຂົາກຳລັງເຮັດຫຍັງກໍຕາມ, ພວກເຂົາມັກພຽງແຕ່ເໜັງປາກຂອງພວກເຂົາ ແລະ ສັ່ງຄົນອື່ນໃຫ້ເຮັດວຽກ; ພວກເຂົາບໍ່ເຄີຍລົງມືເຮັດຫຍັງດ້ວຍຕົນເອງ ແລະ ພວກເຂົາກໍບໍ່ສາມາດເຮັດວຽກງານຕົວຈິງໄດ້. ພວກເຂົາຄິດວ່າ “ຂ້ອຍພຽງແຕ່ຕ້ອງໂທຫາ ຫຼື ສົ່ງຂໍ້ຄວາມເພື່ອຖາມຄຳຖາມບາງຢ່າງ ແລ້ວວຽກຂອງຂ້ອຍກໍສຳເລັດ, ບັນຫາກໍໄດ້ຮັບການແກ້ໄຂ. ສິ່ງນີ້ຊ່ວຍເຮັດໃຫ້ຂ້ອຍບໍ່ຕ້ອງລຳບາກຫຼາຍ! ເບິ່ງແມວ່າຂີດຄວາມສາມາດໃນຖານະຜູ້ນໍາຂອງຂ້ອຍເປັນແນວໃດ. ຂ້ອຍສາມາດເຮັດວຽກໃຫ້ສຳເລັດດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ, ນີ້ບໍ່ແມ່ນການທີ່ຂ້ອຍປະຕິບັດຄວາມຮັບຜິດຊອບຂອງຂ້ອຍຄືກັນບໍ? ຂ້ອຍບໍ່ໄດ້ລະເລີຍຄວາມຮັບຜິດຊອບຂອງຂ້ອຍ. ຖ້າເບື້ອງເທິງຖາມຂ້ອຍກ່ຽວກັບສິ່ງເຫຼົ່ານີ້, ຂ້ອຍກໍສາມາດຕອບໄດ້ຢ່າງຄ່ອງແຄ້ວຫຼາຍ ແລະ ອະທິບາຍໄດ້ຢ່າງຊັດເຈນ. ມີປະໂຫຍດຫຍັງທີ່ຈະໄປສະຖານທີ່ເຮັດວຽກ ແລະ ກວດກາເບິ່ງ? ຂ້ອຍຈະຕ້ອງທົນທຸກກັບຄວາມລຳບາກ ແລະ ການທົນທຸກ ແລະ ຜິວໜັງຂອງຂ້ອຍກໍຈະຄໍ້າຍ້ອນຖືກແດດ. ບໍ່ຈຳເປັນຕ້ອງຜ່ານພິທີການນັ້ນ. ຖ້າຂ້ອຍສາມາດຊ່ວຍບໍ່ໃຫ້ຕົນເອງລຳບາກ ຂ້ອຍກໍຈະເຮັດ. ບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງຫຍຸ້ງຍາກຂະໜາດນັ້ນ”. ພວກເຂົາບໍ່ “ສະຫຼາດ” ພໍຕົວບໍ? ເມື່ອຄົນປະເພດນີ້ເຮັດວຽກ, ພວກເຂົາຊ່ຽວຊານເປັນພິເສດໃນຄວາມຫົວໝໍ ເພື່ອບັນລຸເປົ້າໝາຍຂອງພວກເຂົາ ແລະ ຊອກຫາທາງລັດ ແລະ ພວກເຂົາມີວິທີການ ແລະ ແນວທາງຂອງພວກເຂົາ. ພວກເຂົາບໍ່ເຮັດຫຍັງດ້ວຍຕົນເອງ ແລະ ພວກເຂົາກໍບໍ່ມີສ່ວນຮ່ວມໃນສິ່ງໃດເລີຍ. ພວກເຂົາພຽງແຕ່ໂທຖາມ, ເຮັດພໍເປັນພິທີ ແລະ ທັນທີທີ່ພວກເຂົາວາງຫູໂທລະສັບ, ພວກເຂົາກໍໄປນອນ ຫຼື ໄປນວດ ແລະ ເລີ່ມເພີດເພີນກັບເນື້ອໜັງຂອງພວກເຂົາ. ຄົນປະເພດນີ້ຮູ້ຈັກວິທີ “ເຮັດວຽກ” ແທ້ໆ, ພວກເຂົາຮູ້ວິທີຊອກຫາໂອກາດທີ່ຈະຢູ່ວ່າງໆ ແທ້ໆ ແລະ ພວກເຂົາຮູ້ວິທີເຮັດພໍເປັນພິທີ ແລະ ຕົບຕາຜູ້ຄົນແທ້ໆ! ການທີ່ພວກເຂົາມີຂີດຄວາມສາມາດພຽງເລັກນ້ອຍນັ້ນມີປະໂຫຍດຫຍັງ? ພວກເຂົາຄືກັນກັບເຈົ້າໜ້າທີ່ເຫຼົ່ານັ້ນໃນປະເທດຂອງພັກກອມມູນິດ, ຜູ້ທີ່ພຽງແຕ່ດື່ມນໍ້າຊາ ແລະ ອ່ານໜັງສືພິມຫຼັງຈາກທີ່ພວກເຂົາໄປຮອດບ່ອນເຮັດວຽກ ແລະ ເລີ່ມຄິດວ່າພວກເຂົາຈະກິນຫຍັງ ແລະ ພວກເຂົາຈະໄປຫາຄວາມບັນເທີງໄດ້ຢູ່ໃສ ກ່ອນທີ່ຈະເລີກວຽກໃນມື້ນັ້ນດ້ວຍຊໍ້າ, ຊີວິດຊ່າງສຳລານແທ້ໆ ສຳລັບພວກເຂົາ. ນີ້ຄືຫຼັກການທີ່ຜູ້ນໍາປອມປະເພດນີ້ຍຶດຖືໃນການເຮັດວຽກເຊັ່ນກັນ; ພວກເຂົາບໍ່ທົນທຸກກັບຄວາມລຳບາກ, ພວກເຂົາບໍ່ອົດທົນຕໍ່ຄວາມເມື່ອຍລ້າ, ແຕ່ພວກເຂົາຍັງວາງມາດເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍບໍ່ສາມາດເບິ່ງອອກວ່າ ນີ້ເປັນບັນຫາ. ນີ້ຄືວິທີທີ່ຜູ້ນໍາປອມປະເພດນີ້ເຮັດວຽກ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພວກເຂົາບໍ່ລົງໄປຕິດຕາມ ແລະ ກວດກາວຽກງານຢູ່ສະຖານທີ່ຈິງ, ດັ່ງນັ້ນ ພວກເຂົາຈະຄົ້ນພົບບັນຫາໃນວຽກງານໄດ້ບໍ? (ບໍ່). ຜູ້ນໍາປອມຝ່າຍວິນຍານປອມ ແລະ ຜູ້ນໍາປອມທີ່ມີຂີດຄວາມສາມາດຕໍ່າ ແມ່ນຄົນທີ່ຕາບອດທັງທີ່ມືນຕາອອກກວ້າງຢູ່ ແລະ ພວກເຂົາບໍ່ສາມາດເບິ່ງເຫັນບັນຫາ, ແລ້ວຄົນໄຮ້ປະໂຫຍດປະເພດນີ້ເດ? ພວກເຂົາເວົ້າວ່າ “ຂ້ອຍບໍ່ມີສ່ວນຮ່ວມໃນວຽກງານຕົວຈິງ ແລະ ຂ້ອຍບໍ່ລົງໄປສະຖານທີ່ຈິງ ເພື່ອສ້າງຄວາມກົມກຽວກັບຄົນທີ່ເຮັດວຽກຢູ່ນັ້ນ, ດັ່ງນັ້ນ ຖ້າບັນຫາເກີດຂຶ້ນ ເຈົ້າກໍເວົ້າບໍ່ໄດ້ວ່າຂ້ອຍຕາບອດທັງທີ່ມືນຕາອອກກວ້າງຢູ່. ຂ້ອຍບໍ່ໄດ້ຢູ່ສະຖານທີ່ຈິງ ແລະ ຂ້ອຍກໍບໍ່ເຫັນບັນຫາ, ດັ່ງນັ້ນ ມັນກ່ຽວຫຍັງກັບຂ້ອຍ ຖ້າບັນຫາເກີດຂຶ້ນ? ເຈົ້າຄວນໄປຫາຄົນທີ່ມີສ່ວນກ່ຽວຂ້ອງພຸ້ນ”. ຄົນພວກນີ້ເຈົ້າເລ່ແທ້ໆ ບໍ່ແມ່ນບໍ? ພວກເຂົາຄິດວ່າພຽງແຕ່ອອກຄຳສັ່ງ ແລະ ຈັດແຈງຄົນໃຫ້ເໝາະສົມກໍພໍແລ້ວ, ເທົ່ານັ້ນແຫຼະ, ແລ້ວຄວາມຮັບຜິດຊອບຂອງພວກເຂົາກໍຖືວ່າສຳເລັດ ແລະ ຈາກນັ້ນພວກເຂົາກໍສາມາດເພີດເພີນກັບເວລາພັກຜ່ອນ ແລະ ຄວາມບັນເທີງຂອງພວກເຂົາໄດ້ຢ່າງໜ້າດ້ານ. ບໍ່ວ່າມີບັນຫາຫຍັງຢູ່ເບື້ອງລຸ່ມ, ພວກເຂົາບໍ່ສອບຖາມ ແລະ ພວກເຂົາພຽງແຕ່ຮີບຮ້ອນຈັດການບັນຫາ ຖ້າມີຄົນລາຍງານໄປຫາເບື້ອງເທິງເທົ່ານັ້ນ. ສິ່ງດຽວທີ່ພວກເຂົາໃສ່ໃຈໃນແຕ່ລະມື້ແມ່ນການເພີດເພີນກັບຜົນປະໂຫຍດຈາກສະຖານະ, ຍ່າງຫຼິ້ນໄປທົ່ວຢ່າງສະບາຍໃຈ, ທຳທ່າສະແດງກັບວ່າກຳລັງກວດກາວຽກງານ, ແຕ່ທີ່ຈິງແລ້ວ ພວກເຂົາບໍ່ເຄີຍໄປບ່ອນທີ່ມີບັນຫາແທ້ໆ ແລະ ພວກເຂົາບໍ່ເຄີຍກວດກາວຽກງານສຳຄັນ, ນີ້ບໍ່ແມ່ນຄືກັບເຈົ້າໜ້າທີ່ພັກກອມມູນິດທີ່ພຽງແຕ່ເຮັດວຽກແບບຜິວເຜີນ ແລະ ເຮັດວຽກທີ່ເຮັດໃຫ້ພວກເຂົາດູດີເທົ່ານັ້ນບໍ? ພວກເຂົາໃຫ້ຄຳສັນຍາຢ່າງດີວ່າຈະເຮັດວຽກທີ່ໄດ້ຮັບມອບໝາຍ, ແຕ່ພວກເຂົາບໍ່ກຳກັບດູແລ ຫຼື ກວດກາວຽກນັ້ນ ແລະ ເຖິງແມ່ນວ່າພວກເຂົາຈະລົງໄປສະຖານທີ່ຈິງ, ພວກເຂົາກໍພຽງແຕ່ເຮັດພໍເປັນພິທີ. ພວກເຂົາຈະບໍ່ລົງມືເຮັດວຽກດ້ວຍຕົນເອງ ຫຼື ແກ້ໄຂບັນຫາດ້ວຍຕົນເອງເດັດຂາດ. ພວກເຂົາຄິດວ່າ “ບໍ່ຈຳເປັນທີ່ຂ້ອຍຕ້ອງທົນທຸກ ແລະ ຈ່າຍລາຄາເພື່ອເຮັດສິ່ງເຫຼົ່ານີ້. ມີຄົນເຮັດຢູ່ຫັ້ນກໍພໍແລ້ວ. ແນວໃດຂ້ອຍກໍບໍ່ໄດ້ເງິນຈັກກີບ, ສະນັ້ນ ເຮັດພໍຜ່ານໆ ໄປກໍໄດ້ແລ້ວ”. ພວກເຂົາຈະເຮັດວຽກໄດ້ດີບໍ ເມື່ອພວກເຂົາມີຊຸດຄວາມຄິດແບບນີ້? ພວກເຂົາມີແຜນອຸບາຍເລັກນ້ອຍໃນໃຈຂອງພວກເຂົາ ໂດຍຄິດວ່າ “ຂ້ອຍຈະເຮັດວຽກເທົ່າກັບອາຫານທີ່ຂ້ອຍໄດ້ກິນ ແລະ ຂ້ອຍຈະເຮັດພໍແລ້ວມືແລ້ວຕີນໃນແຕ່ລະມື້”. ແຕ່ພວກເຂົາບໍ່ເຄີຍເຮັດວຽກງານສະເພາະ ແລະ ບໍ່ເຄີຍເຫັນພວກເຂົາຢູ່ສະຖານທີ່ເຮັດວຽກ. ຄັນຊັ້ນ, ພວກເຂົາຢູ່ໃສ? ພວກເຂົາກຳລັງເພີດເພີນກັບຕົນເອງໃນສະຖານທີ່ທີ່ສວຍງາມ ແລະ ປອດໄພ ເຊິ່ງພວກເຂົາສາມາດກິນດີ, ດື່ມດີ ແລະ ນອນຫຼັບສະບາຍ, ພວກເຂົາດຳເນີນຊີວິດເໝືອນດັ່ງເຈົ້າຊາຍ ນັ້ນກໍຄື ອາບນໍ້າເປັນປົກກະຕິ, ນວດເປັນປົກກະຕິ ແລະ ປ່ຽນເຄື່ອງນຸ່ງເປັນປົກກະຕິ ແລະ ພວກເຂົາບໍ່ທົນທຸກກັບຄວາມລຳບາກໃດໆ ເລີຍ. ພວກເຂົາບໍ່ເຄີຍໄຕ່ຕອງວ່າ ພວກເຂົາສາມາດເຮັດວຽກງານຕົວຈິງຫຍັງແດ່, ບັນຫາຕົວຈິງຫຍັງແດ່ທີ່ພວກເຂົາສາມາດແກ້ໄຂໄດ້, ພວກເຂົາໄດ້ປະກອບສ່ວນຫຍັງແດ່ໃຫ້ກັບວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາມີຄຸນສົມບັດຫຍັງທີ່ຈະເພີດເພີນກັບສິ່ງດີໆ ທັງໝົດນີ້, ພວກເຂົາບໍ່ເຄີຍພິຈາລະນາສິ່ງໃດໆ ນີ້ເລີຍ. ຄົນພວກນີ້ແມ່ນໂຕຫຍັງກັນແທ້? ພວກໜ້າສົມເພດເຫຼົ່ານີ້ບໍ່ມີການຮູ້ຈັກຕົນເອງ, ເປັນໂຕທີ່ບໍ່ຮູ້ຈັກອາຍ ແລະ ພວກເຂົາບໍ່ສົມຄວນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກໃນຄຣິສຕະຈັກ.
ຜູ້ນໍາປອມທຸກຄົນບໍ່ເຄີຍເຮັດວຽກງານຕົວຈິງ. ພວກເຂົາເຮັດຄືກັບວ່າບົດບາດຜູ້ນໍາຂອງພວກເຂົາແມ່ນຕຳແໜ່ງທາງການບາງຢ່າງ, ໂດຍເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ພວກເຂົາປະຕິບັດຕໍ່ໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ວຽກງານທີ່ພວກເຂົາຄວນເຮັດໃນຖານະຜູ້ນໍາ ເໝືອນດັ່ງເປັນພາລະ, ເໝືອນດັ່ງເປັນສິ່ງລົບກວນ. ໃນຫົວໃຈຂອງພວກເຂົາ, ພວກເຂົາເຕັມໄປດ້ວຍການຕໍ່ຕ້ານວຽກງານຂອງຄຣິສຕະຈັກ: ເມື່ອພວກເຂົາຖືກຂໍໃຫ້ກຳກັບດູແລວຽກງານ ແລະ ຮຽນຮູ້ວ່າມີບັນຫາຫຍັງແດ່ພາຍໃນວຽກງານນັ້ນທີ່ຕ້ອງໄດ້ຮັບການຕິດຕາມ ແລະ ແກ້ໄຂ, ພວກເຂົາກໍເຕັມໄປດ້ວຍຄວາມບໍ່ເຕັມໃຈ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ, ນີ້ຄືວຽກຂອງພວກເຂົາ. ຖ້າເຈົ້າບໍ່ເຮັດ ແລະ ເຈົ້າບໍ່ເຕັມໃຈທີ່ຈະເຮັດ, ແລ້ວເປັນຫຍັງເຈົ້າຍັງຢາກເປັນຜູ້ນໍາ ຫຼື ຜູ້ເຮັດວຽກ? ເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເພື່ອຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ຫຼື ເພື່ອເປັນເຈົ້າໜ້າທີ່ ແລະ ເພີດເພີນກັບຜົນປະໂຫຍດຈາກສະຖານະ? ຖ້າເຈົ້າພຽງແຕ່ກາຍມາເປັນຜູ້ນໍາ ເພື່ອໃຫ້ເຈົ້າໄດ້ຖືຕຳແໜ່ງທາງການບາງຢ່າງ, ມັນບໍ່ແມ່ນໜ້າດ້ານໄປໜ້ອຍໜຶ່ງບໍ? ຄົນປະເພດນີ້ມີລັກສະນະທີ່ຕໍ່າຊ້າທີ່ສຸດ, ບໍ່ມີກຽດສັກສີ ແລະ ບໍ່ມີຄວາມອາຍ. ຖ້າເຈົ້າປາຖະໜາທີ່ຈະເພີດເພີນກັບຄວາມສະບາຍທາງເນື້ອໜັງ, ເຈົ້າຄວນຮີບກັບຄືນໄປສູ່ໂລກ ແລະ ຍາດຊີງ, ໃຊ້ກຳລັງເພື່ອເອົາມາ ແລະ ຍຶດເອົາຕາມຄວາມສາມາດຂອງເຈົ້າ ແລະ ຈະບໍ່ມີໃຜແຊກແຊງເລື່ອງນັ້ນ. ເຮືອນຂອງພຣະເຈົ້າແມ່ນສະຖານທີ່ສຳລັບປະຊາກອນທີ່ພຣະເຈົ້າເລືອກ ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ນະມັດສະການພຣະອົງ; ມັນແມ່ນສະຖານທີ່ສຳລັບຜູ້ຄົນ ໃນການໄລ່ຕາມເສາະຫາຄວາມຈິງ ແລະ ໄດ້ຮັບຄວາມລອດພົ້ນ. ມັນບໍ່ແມ່ນສະຖານທີ່ໃຫ້ໃຜກໍຕາມເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລະ ແຮງບໍ່ແມ່ນສະຖານທີ່ທີ່ອະນຸຍາດໃຫ້ຜູ້ຄົນດຳເນີນຊີວິດເໝືອນດັ່ງເຈົ້າຊາຍ. ຜູ້ນໍາປອມບໍ່ຮູ້ຈັກຄວາມອັບອາຍ, ພວກເຂົາດ້ານຊາຕໍ່ຄວາມອັບອາຍ ແລະ ພວກເຂົາບໍ່ມີເຫດຜົນ. ບໍ່ວ່າຈະມີວຽກງານທີ່ສະເພາະໃດໜຶ່ງຖືກມອບໝາຍໃຫ້ພວກເຂົາ, ພວກເຂົາບໍ່ໄດ້ຈິງຈັງກັບມັນ ແລະ ພວກເຂົາວາງມັນໄວ້ຫຼັງສຸດໃນຄວາມຄິດຂອງພວກເຂົາ; ເຖິງແມ່ນວ່າພວກເຂົາຕອບຮັບເປັນຢ່າງດີດ້ວຍຄຳເວົ້າ, ແຕ່ພວກເຂົາບໍ່ເຮັດຫຍັງທີ່ເປັນຈິງເລີຍ. ນີ້ບໍ່ແມ່ນການຜິດສິນທຳບໍ? ບໍ່ພຽງແຕ່ພວກເຂົາບໍ່ເຮັດວຽກງານຕົວຈິງເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງການມີອຳນາດແຕ່ພຽງຜູ້ດຽວ, ເພື່ອມີອຳນາດເໜືອການເງິນ, ບຸກຄະລາກອນ ແລະ ເລື່ອງອື່ນໆ ທັງໝົດໄວ້ໃນມືຂອງພວກເຂົາເອງ ແລະ ໃຫ້ຜູ້ຄົນສົ່ງບົດລາຍງານໃຫ້ພວກເຂົາທຸກມື້. ທີ່ຈິງແລ້ວ ພວກເຂົາດຸໝັ່ນຫຼາຍ ເມື່ອເວົ້າເຖິງເລື່ອງເຫຼົ່ານີ້. ເມື່ອເຖິງເວລາທີ່ພວກເຂົາຕ້ອງເຮັດບົດລາຍງານກ່ຽວກັບວຽກງານສົ່ງໃຫ້ເບື້ອງເທິງ, ພວກເຂົາກໍເອົາຜົນຂອງວຽກງານທັງໝົດທີ່ອ້າຍເອື້ອຍນ້ອງເຮັດມາເປັນຂອງຕົນເອງ ເພື່ອໃຫ້ເບື້ອງເທິງເຂົ້າໃຈຜິດວ່າ ພວກເຂົາເຮັດວຽກໄດ້ດີເລີດ, ທັງທີ່ຄວາມຈິງແລ້ວ ມັນລ້ວນແລ້ວແຕ່ຖືກເຮັດໂດຍຄົນອື່ນ. ມີຈັກຄົນທີ່ຖືກຮັບຜ່ານການເທດສອນຂ່າວປະເສີດ, ຄົນໃດແດ່ທີ່ຖືກເລື່ອນຕຳແໜ່ງ ແລະ ກຳລັງຖືກບົ່ມເພາະ, ຄົນໃດແດ່ທີ່ຖືກປົດອອກຈາກຕຳແໜ່ງຂອງພວກເຂົາ, ຄົນໃດແດ່ທີ່ຖືກຄັດອອກ ແລະ ອື່ນໆ ອີກ, ບໍ່ມີໜ້າວຽກສະເພາະໃດເລີຍໃນສິ່ງເຫຼົ່ານີ້ທີ່ຖືກເຮັດໂດຍພວກເຂົາ, ແຕ່ພວກເຂົາຍັງກ້າທີ່ຈະລາຍງານສິ່ງເຫຼົ່ານັ້ນ. ຄົນພວກນີ້ບໍ່ດ້ານຊາຕໍ່ຄວາມອາຍບໍ? ພວກເຂົາບໍ່ໄດ້ກຳລັງໃຊ້ການຫຼອກລວງບໍ? ຄົນດັ່ງກ່າວຊ່າງເລ່ລ່ຽມ ແລະ ຂີ້ໂກງແທ້ໆ! ພວກເຂົາຄິດວ່າຕົນເອງສະຫຼາດ, ນີ້ແມ່ນກໍລະນີທີ່ພວກເຂົາຕົກເປັນເຫຍື່ອຂອງກົນອຸບາຍທີ່ສະຫຼາດຂອງພວກເຂົາເອງແທ້ໆ ແລະ ໃນທີ່ສຸດ ພວກເຂົາກໍເຮັດໃຫ້ຕົນເອງຖືກເປີດເຜີຍ ແລະ ຖືກກຳຈັດ. ບໍ່ວ່າບາງຄົນຈະເຮັດວຽກຫຍັງ ຫຼື ພວກເຂົາປະຕິບັດໜ້າທີ່ຫຍັງ, ພວກເຂົາກໍບໍ່ມີຄວາມສາມາດໃນສິ່ງນັ້ນ, ພວກເຂົາບໍ່ສາມາດແບກຮັບມັນໄດ້ ແລະ ພວກເຂົາບໍ່ສາມາດບັນລຸພັນທະ ຫຼື ຄວາມຮັບຜິດຊອບໃດໆ ທີ່ຄົນເຮົາຄວນເຮັດ. ພວກເຂົາບໍ່ແມ່ນຂີ້ເຫຍື້ອບໍ? ພວກເຂົາຍັງສົມຄວນທີ່ຈະຖືກເອີ້ນວ່າມະນຸດຢູ່ບໍ? ຍົກເວັ້ນຄົນໂງ່ຈ້າ, ຄົນທີ່ບໍ່ສົມປະກອບທາງຈິດ ແລະ ຄົນທີ່ທົນທຸກຈາກຄວາມບົກຜ່ອງທາງຮ່າງກາຍ, ຍັງມີໃຜທີ່ມີຊີວິດຢູ່ທີ່ບໍ່ຄວນປະຕິບັດໜ້າທີ່ຂອງຕົນ ແລະ ບັນລຸຄວາມຮັບຜິດຊອບຂອງພວກເຂົາບໍ? ແຕ່ຄົນປະເພດນີ້ມັກຈະມີເລ່ລ່ຽມ ແລະ ຂີ້ຄ້ານຢູ່ສະເໝີ ແລະ ບໍ່ປາຖະໜາທີ່ຈະບັນລຸຄວາມຮັບຜິດຊອບຂອງພວກເຂົາ; ຄວາມໝາຍໂດຍໄນກໍຄື ພວກເຂົາບໍ່ປາຖະໜາທີ່ຈະເປັນມະນຸດທີ່ເໝາະສົມ. ພຣະເຈົ້າໄດ້ໃຫ້ໂອກາດພວກເຂົາໃນການເປັນມະນຸດ ແລະ ພຣະອົງໄດ້ມອບຂີດຄວາມສາມາດ ແລະ ພອນສະຫວັນໃຫ້ພວກເຂົາ, ແຕ່ພວກເຂົາບໍ່ສາມາດໃຊ້ສິ່ງເຫຼົ່ານີ້ໃນການປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາບໍ່ເຮັດຫຍັງເລີຍ, ແຕ່ປາຖະໜາທີ່ຈະເສບສຸກກັບຄວາມເພີດເພີນໃນທຸກໂອກາດ. ຄົນດັ່ງກ່າວເໝາະສົມທີ່ຈະຖືກເອີ້ນວ່າຄົນບໍ? ບໍ່ວ່າວຽກງານຫຍັງທີ່ຖືກມອບໝາຍໃຫ້ພວກເຂົາ, ບໍ່ວ່າມັນຈະສຳຄັນ ຫຼື ທຳມະດາ, ຍາກ ຫຼື ງ່າຍ, ພວກເຂົາກໍມັກຈະເຮັດພໍແລ້ວມືແລ້ວຕີນ ແລະ ມີເລ່ລ່ຽມ ແລະ ຂີ້ຄ້ານຢູ່ສະເໝີ. ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍພະຍາຍາມໂຍນຄວາມຮັບຜິດຊອບໄປໃຫ້ຄົນອື່ນ, ໂດຍບໍ່ຮັບຜິດຊອບຫຍັງເລີຍ ແລະ ພວກເຂົາປາຖະໜາທີ່ຈະດຳເນີນຊີວິດແບບກາຝາກຂອງພວກເຂົາຕໍ່ໄປ. ພວກເຂົາບໍ່ແມ່ນຂີ້ເຫຍື້ອທີ່ໄຮ້ປະໂຫຍດບໍ? ໃນສັງຄົມ, ມີໃຜແດ່ທີ່ບໍ່ຕ້ອງເພິ່ງພາຕົນເອງໃນການຫາລ້ຽງຊີວິດ? ເມື່ອຄົນເຮົາກາຍເປັນຜູ້ໃຫຍ່, ພວກເຂົາຕ້ອງຫາລ້ຽງຕົນເອງ. ພໍ່ແມ່ຂອງພວກເຂົາໄດ້ບັນລຸຄວາມຮັບຜິດຊອບຂອງພວກເຂົາແລ້ວ. ເຖິງແມ່ນວ່າພໍ່ແມ່ຂອງພວກເຂົາເຕັມໃຈທີ່ຈະລ້ຽງດູພວກເຂົາ, ພວກເຂົາກໍຄວນຈະຮູ້ສຶກບໍ່ສະບາຍໃຈກັບເລື່ອງນັ້ນ. ພວກເຂົາຄວນຈະສາມາດຮັບຮູ້ໄດ້ວ່າ ພໍ່ແມ່ຂອງພວກເຂົາໄດ້ສຳເລັດພາລະກິດໃນການລ້ຽງດູພວກເຂົາແລ້ວ ແລະ ພວກເຂົາເປັນຜູ້ໃຫຍ່ທີ່ມີຮ່າງກາຍແຂງແຮງ ແລະ ຄວນຈະສາມາດດຳເນີນຊີວິດຢ່າງເປັນອິດສະຫຼະໄດ້. ນີ້ບໍ່ແມ່ນເຫດຜົນຂັ້ນຕໍ່າສຸດທີ່ຜູ້ໃຫຍ່ຄວນມີບໍ? ຖ້າຄົນໃດຄົນໜຶ່ງມີເຫດຜົນຢ່າງແທ້ຈິງ, ພວກເຂົາຈະບໍ່ສາມາດສືບຕໍ່ເກາະພໍ່ແມ່ກິນໄດ້ຢ່າງແນ່ນອນ; ພວກເຂົາຈະຢ້ານຄົນອື່ນຫົວຂວັນ, ຢ້ານເສຍໜ້າ. ດັ່ງນັ້ນ, ຄົນທີ່ຮັກຄວາມສະບາຍ ແລະ ກຽດຊັງວຽກງານມີເຫດຜົນບໍ? (ບໍ່). ພວກເຂົາຕ້ອງການໄດ້ບາງຢ່າງມາລ້າໆ ຢູ່ສະເໝີ; ພວກເຂົາຕ້ອງການທີ່ຈະບໍ່ບັນລຸຄວາມຮັບຜິດຊອບໃດໆ ເລີຍ, ໂດຍປາຖະໜາໃຫ້ເຂົ້າໜົມຕົກລົງມາຈາກທ້ອງຟ້າ ແລະ ຕົກເຂົ້າປາກຂອງພວກເຂົາ; ພວກເຂົາຕ້ອງການທີ່ຈະໄດ້ກິນອາຫານສາມຄາບຕໍ່ມື້ຢູ່ສະເໝີ, ຕ້ອງການໃຫ້ມີຄົນມາຮັບໃຊ້ພວກເຂົາ ແລະ ເພີດເພີນກັບອາຫານ ແລະ ເຄື່ອງດື່ມທີ່ດີ ໂດຍບໍ່ເຮັດວຽກແມ່ນແຕ່ໜ້ອຍດຽວ. ນີ້ບໍ່ແມ່ນຊຸດຄວາມຄິດຂອງກາຝາກບໍ? ແລະ ຄົນທີ່ເປັນກາຝາກມີຈິດສຳນຶກ ແລະ ເຫດຜົນບໍ? ພວກເຂົາມີຄວາມສຸດຈະລິດ ແລະ ກຽດສັກສີບໍ? ບໍ່ມີຢ່າງແນ່ນອນ. ພວກເຂົາລ້ວນແລ້ວແຕ່ເປັນພວກທີ່ບໍ່ມີຫຍັງດີ ແລະ ພຽງແຕ່ເກາະຄົນອື່ນກິນ, ເປັນສັດເດຍລະສານທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ. ບໍ່ມີໃຜໃນພວກເຂົາທີ່ເໝາະສົມຈະຢູ່ໃນເຮືອນຂອງພຣະເຈົ້າຕໍ່ໄປ.
ສົມມຸດວ່າຄຣິສຕະຈັກຈັດແຈງວຽກງານໃຫ້ເຈົ້າ ແລະ ເຈົ້າເວົ້າວ່າ “ບໍ່ວ່າວຽກງານນັ້ນຈະເປັນວຽກທີ່ເຮັດໃຫ້ຂ້ອຍໄດ້ໜ້າ ຫຼື ບໍ່, ໃນເມື່ອມັນຖືກມອບໝາຍໃຫ້ຂ້ອຍແລ້ວ, ຂ້ອຍກໍຈະເຮັດໃຫ້ດີ ແລະ ແບກຮັບຄວາມຮັບຜິດຊອບນີ້. ຖ້າຂ້ອຍຖືກຈັດແຈງໃຫ້ເຮັດໜ້າທີ່ເປັນເຈົ້າພາບ, ຂ້ອຍກໍຈະທຸ່ມເທທຸກຢ່າງເພື່ອເຮັດໃຫ້ດີ; ຂ້ອຍຈະເບິ່ງແຍງອ້າຍເອື້ອຍນ້ອງເປັນຢ່າງດີ ແລະ ເຮັດສຸດຄວາມສາມາດເພື່ອຮັບປະກັນຄວາມປອດໄພຂອງທຸກຄົນ. ຖ້າຂ້ອຍຖືກຈັດແຈງໃຫ້ເທດສອນຂ່າວປະເສີດ, ຂ້ອຍກໍຈະປະກອບຕົນເອງດ້ວຍຄວາມຈິງ ແລະ ເທດສອນຂ່າວປະເສີດໃຫ້ດີດ້ວຍຄວາມຮັກ ແລະ ບັນລຸໜ້າທີ່ຂອງຂ້ອຍ. ຖ້າຂ້ອຍຖືກຈັດແຈງໃຫ້ຮຽນພາສາຕ່າງປະເທດ, ຂ້ອຍກໍຈະສຶກສາມັນຢ່າງສຸດຈິດສຸດໃຈ ແລະ ເຮັດວຽກນັ້ນໃຫ້ໜັກ ແລະ ພະຍາຍາມຊຳນານມັນໃຫ້ໄວເທົ່າທີ່ຈະໄວໄດ້, ພາຍໃນໜຶ່ງ ຫຼື ສອງປີ ເພື່ອວ່າຂ້ອຍຈະສາມາດເປັນພະຍານກ່ຽວກັບພຣະເຈົ້າໃຫ້ແກ່ຊາວຕ່າງຊາດໄດ້. ຖ້າຂ້ອຍຖືກຂໍໃຫ້ຂຽນບົດຄວາມຄຳພະຍານ, ຂ້ອຍກໍຈະຝຶກຝົນຕົນເອງຢ່າງມີສະຕິເພື່ອເຮັດສິ່ງນັ້ນ, ເບິ່ງສິ່ງຕ່າງໆ ຕາມຫຼັກການຄວາມຈິງ ແລະ ຮຽນຮູ້ກ່ຽວກັບພາສາ. ເຖິງແມ່ນວ່າຂ້ອຍອາດຈະບໍ່ສາມາດຂຽນບົດຄວາມດ້ວຍສຳນວນທີ່ສວຍງາມ, ຢ່າງໜ້ອຍ ຂ້ອຍກໍຈະສາມາດສື່ສານຄຳພະຍານຈາກປະສົບການຂອງຂ້ອຍໄດ້ຢ່າງຊັດເຈນ, ໂອ້ລົມກ່ຽວກັບຄວາມຈິງໄດ້ຢ່າງເຂົ້າໃຈງ່າຍ ແລະ ເປັນພະຍານທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ເພື່ອໃຫ້ຜູ້ຄົນໄດ້ຮັບການເສີມສ້າງ ແລະ ໄດ້ຮັບປະໂຫຍດຈາກການອ່ານບົດຄວາມຂອງຂ້ອຍ. ບໍ່ວ່າວຽກງານໃດທີ່ຄຣິສຕະຈັກມອບໝາຍໃຫ້ຂ້ອຍ, ຂ້ອຍກໍຈະຮັບເອົາມັນດ້ວຍສຸດຈິດສຸດໃຈ ແລະ ສຸດກຳລັງຂອງຂ້ອຍ. ຖ້າມີສິ່ງໃດທີ່ຂ້ອຍບໍ່ເຂົ້າໃຈ ຫຼື ເກີດບັນຫາຂຶ້ນ, ຂ້ອຍກໍຈະອະທິຖານຕໍ່ພຣະເຈົ້າ, ສະແຫວງຫາຄວາມຈິງ, ແກ້ໄຂບັນຫາຕາມຫຼັກການຄວາມຈິງ ແລະ ເຮັດວຽກງານໃຫ້ດີ. ບໍ່ວ່າໜ້າທີ່ຂອງຂ້ອຍແມ່ນຫຍັງ, ຂ້ອຍກໍຈະທຸ່ມເທທຸກສິ່ງທຸກຢ່າງເພື່ອເຮັດໃຫ້ດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ສຳລັບສິ່ງໃດກໍຕາມທີ່ຂ້ອຍສາມາດບັນລຸໄດ້, ຂ້ອຍຈະເຮັດສຸດຄວາມສາມາດ ເພື່ອແບກຮັບຄວາມຮັບຜິດຊອບທີ່ຂ້ອຍຄວນແບກຮັບ ແລະ ຢ່າງໜ້ອຍທີ່ສຸດ ຂ້ອຍຈະບໍ່ຂັດຕໍ່ຈິດສຳນຶກ ແລະ ເຫດຜົນຂອງຂ້ອຍ ຫຼື ເຮັດພໍແລ້ວມືແລ້ວຕີນ ຫຼື ມີເລ່ລ່ຽມ ແລະ ຂີ້ຄ້ານ ຫຼື ເພີດເພີນກັບໝາກຜົນຈາກແຮງງານຄົນອື່ນ. ບໍ່ມີສິ່ງໃດທີ່ຂ້ອຍເຮັດຈະຕໍ່າກວ່າມາດຕະຖານຂອງຈິດສຳນຶກ”. ນີ້ຄືມາດຕະຖານຂັ້ນຕໍ່າສຸດສຳລັບການປະພຶດຕົນ ແລະ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາໃນລັກສະນະດັ່ງກ່າວ ອາດຈະມີຄຸນສົມບັດເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນ. ຢ່າງໜ້ອຍ ເຈົ້າຕ້ອງມີຈິດສຳນຶກທີ່ຊັດເຈນໃນການປະຕິບັດໜ້າທີ່ຂອງເຈົ້າ ແລະ ຢ່າງໜ້ອຍ ເຈົ້າຕ້ອງຄູ່ຄວນກັບອາຫານສາມຄາບຕໍ່ມື້ຂອງເຈົ້າ ແລະ ບໍ່ແມ່ນມາເພື່ອຂໍກິນລ້າໆ. ສິ່ງນີ້ເອີ້ນວ່າການມີຄວາມສຳນຶກຮັບຜິດຊອບ. ບໍ່ວ່າຂີດຄວາມສາມາດຂອງເຈົ້າຈະສູງ ຫຼື ຕໍ່າ ແລະ ບໍ່ວ່າເຈົ້າຈະເຂົ້າໃຈຄວາມຈິງ ຫຼື ບໍ່, ໃນກໍລະນີໃດກໍຕາມ ເຈົ້າຕ້ອງມີທັດສະນະຄະຕິນີ້: “ໃນເມື່ອວຽກງານນີ້ຖືກມອບໝາຍໃຫ້ຂ້ອຍເຮັດ, ຂ້ອຍຕ້ອງປະຕິບັດມັນຢ່າງຈິງຈັງ, ຂ້ອຍຕ້ອງໃສ່ໃຈມັນ ແລະ ຂ້ອຍຕ້ອງໃຊ້ສຸດຈິດສຸດໃຈ ແລະ ສຸດກຳລັງຂອງຂ້ອຍເພື່ອເຮັດໃຫ້ດີ. ສ່ວນວ່າຂ້ອຍຈະສາມາດເຮັດໄດ້ດີຢ່າງສົມບູນແບບ ຫຼື ບໍ່ນັ້ນ, ຂ້ອຍບໍ່ສາມາດຮັບປະກັນໄດ້, ແຕ່ທັດສະນະຄະຕິຂອງຂ້ອຍກໍຄື ຂ້ອຍຈະເຮັດສຸດຄວາມສາມາດເພື່ອປະຕິບັດມັນໃຫ້ດີ ແລະ ຂ້ອຍຈະບໍ່ເຮັດພໍແລ້ວມືແລ້ວຕີນກັບມັນຢ່າງແນ່ນອນ. ຖ້າມີບັນຫາເກີດຂຶ້ນໃນວຽກງານ, ຂ້ອຍຄວນຮັບຜິດຊອບໃນຕອນນັ້ນ ແລະ ໃຫ້ໝັ້ນໃຈວ່າຂ້ອຍໄດ້ຖອດຖອນບົດຮຽນຈາກມັນ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ”. ນີ້ຄືທັດສະນະຄະຕິທີ່ຖືກຕ້ອງ. ພວກເຈົ້າມີທັດສະນະຄະຕິແບບນີ້ບໍ? ບາງຄົນເວົ້າວ່າ “ຂ້ອຍບໍ່ຈຳເປັນຕ້ອງເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ດີສະເໝີໄປ. ຂ້ອຍຈະເຮັດເທົ່າທີ່ຂ້ອຍເຮັດໄດ້ ແລະ ຜົນສຸດທ້າຍຈະເປັນແນວໃດກໍຊ່າງມັນ. ຂ້ອຍບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງເມື່ອຍຫຼາຍ ຫຼື ກະວົນກະວາຍ ຖ້າຂ້ອຍເຮັດຜິດ ແລະ ຂ້ອຍບໍ່ຈຳເປັນຕ້ອງແບກຮັບຄວາມກົດດັນຫຼາຍຂະໜາດນັ້ນ. ມີປະໂຫຍດຫຍັງທີ່ຈະເຮັດໃຫ້ຕົນເອງເມື່ອຍຂະໜາດນັ້ນ? ໃນທີ່ສຸດແລ້ວ, ຂ້ອຍກໍເຮັດວຽກຢູ່ຕະຫຼອດ ແລະ ຂ້ອຍກໍບໍ່ໄດ້ກິນເຂົ້າລ້າໆ”. ທັດສະນະຄະຕິແບບນີ້ຕໍ່ໜ້າທີ່ຂອງຄົນເຮົາແມ່ນບໍ່ມີຄວາມຮັບຜິດຊອບ. “ຖ້າຂ້ອຍຮູ້ສຶກວ່າມັກເຮັດວຽກ, ຂ້ອຍກໍຈະເຮັດວຽກເລັກນ້ອຍ. ຂ້ອຍຈະເຮັດເທົ່າທີ່ຂ້ອຍເຮັດໄດ້ ແລະ ຜົນສຸດທ້າຍຈະເປັນແນວໃດກໍຊ່າງມັນ. ບໍ່ຈຳເປັນຕ້ອງຈິງຈັງກັບມັນຂະໜາດນັ້ນ”. ຄົນດັ່ງກ່າວບໍ່ມີທັດສະນະຄະຕິທີ່ຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ ແລະ ພວກເຂົາຂາດຄວາມສຳນຶກຮັບຜິດຊອບ. ພວກເຈົ້າເປັນຄົນປະເພດໃດ? ຖ້າພວກເຈົ້າເປັນຄົນປະເພດທຳອິດ, ແລ້ວພວກເຈົ້າກໍເປັນຄົນທີ່ມີເຫດຜົນ ແລະ ຄວາມເປັນມະນຸດ. ຖ້າພວກເຈົ້າເປັນຄົນປະເພດທີສອງ, ແລ້ວພວກເຈົ້າກໍບໍ່ຕ່າງຫຍັງກັບຜູ້ນໍາປອມປະເພດທີ່ເຮົາຫາກໍໄຈ້ແຍກໄປນັ້ນ. ພວກເຈົ້າພຽງແຕ່ຢູ່ໄປວັນໆ. “ຂ້ອຍຈະຫຼີກລ່ຽງຄວາມເມື່ອຍລ້າ ແລະ ຄວາມທຸກລຳບາກ ແລະ ພຽງແຕ່ເຮັດໃຫ້ຕົນເອງມີຄວາມສຸກຫຼາຍຂຶ້ນ. ເຖິງແມ່ນວ່າມື້ໜຶ່ງຂ້ອຍຈະຖືກປົດອອກຈາກຕຳແໜ່ງ, ຂ້ອຍກໍຈະບໍ່ເສຍຫຍັງ. ຢ່າງໜ້ອຍ ຂ້ອຍກໍຈະໄດ້ເພີດເພີນກັບຜົນປະໂຫຍດຈາກສະຖານະເປັນເວລາສອງສາມມື້, ມັນຈະບໍ່ແມ່ນການສູນເສຍສຳລັບຂ້ອຍ. ຖ້າຂ້ອຍຖືກເລືອກເປັນຜູ້ນໍາ, ນັ້ນຄືວິທີທີ່ຂ້ອຍຈະປະຕິບັດ”. ພວກເຈົ້າຄິດແນວໃດກ່ຽວກັບຊຸດຄວາມຄິດຂອງຄົນປະເພດນີ້? ຄົນດັ່ງກ່າວເປັນຜູ້ບໍ່ເຊື່ອ ທີ່ບໍ່ໄລ່ຕາມເສາະຫາຄວາມຈິງແມ່ນແຕ່ໜ້ອຍດຽວ. ຖ້າເຈົ້າມີຄວາມສຳນຶກຮັບຜິດຊອບຢ່າງແທ້ຈິງ, ແລ້ວມັນກໍສະແດງໃຫ້ເຫັນວ່າເຈົ້າມີຈິດສຳນຶກ ແລະ ເຫດຜົນ. ບໍ່ວ່າວຽກງານຈະໃຫຍ່ ຫຼື ນ້ອຍ, ບໍ່ວ່າໃຜມອບໝາຍວຽກງານນັ້ນໃຫ້ເຈົ້າ, ບໍ່ວ່າເຮືອນຂອງພຣະເຈົ້າມອບໝາຍມັນໃຫ້ເຈົ້າ ຫຼື ຜູ້ນໍາ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກມອບໝາຍມັນໃຫ້ເຈົ້າ, ທັດສະນະຄະຕິຂອງເຈົ້າຄວນຈະເປັນດັ່ງນີ້: “ໃນເມື່ອໜ້າທີ່ນີ້ຖືກມອບໝາຍໃຫ້ຂ້ອຍແລ້ວ, ມັນກໍຄືການຍົກຍ້ອງ ແລະ ພຣະຄຸນຂອງພຣະເຈົ້າ. ຂ້ອຍຄວນເຮັດໃຫ້ດີຕາມຫຼັກການຄວາມຈິງ. ເຖິງແມ່ນວ່າຈະມີຂີດຄວາມສາມາດທຳມະດາ, ຂ້ອຍກໍເຕັມໃຈທີ່ຈະແບກຮັບຄວາມຮັບຜິດຊອບນີ້ ແລະ ທຸ່ມເທທຸກຢ່າງທີ່ຂ້ອຍມີເພື່ອເຮັດໃຫ້ດີ. ຖ້າຂ້ອຍເຮັດໄດ້ບໍ່ດີ, ຂ້ອຍກໍຄວນຮັບຜິດຊອບຕໍ່ສິ່ງນັ້ນ ແລະ ຖ້າຂ້ອຍເຮັດໄດ້ດີ, ນີ້ກໍບໍ່ແມ່ນຄວາມດີຄວາມຊອບຂອງຂ້ອຍ. ນີ້ຄືສິ່ງທີ່ຂ້ອຍຄວນເຮັດ”. ເປັນຫຍັງເຮົາຈຶ່ງເວົ້າວ່າວິທີທີ່ຄົນເຮົາປະຕິບັດຕໍ່ໜ້າທີ່ຂອງຕົນເປັນເລື່ອງຂອງຫຼັກການ? ຖ້າເຈົ້າມີຄວາມສຳນຶກຮັບຜິດຊອບຢ່າງແທ້ຈິງ ແລະ ເປັນຄົນທີ່ມີຄວາມຮັບຜິດຊອບ, ແລ້ວເຈົ້າກໍຈະສາມາດແບກຮັບວຽກງານຂອງຄຣິສຕະຈັກ ແລະ ບັນລຸໜ້າທີ່ທີ່ເຈົ້າຄວນເຮັດ. ຖ້າເຈົ້າຖືເບົາໃນໜ້າທີ່ຂອງເຈົ້າ, ແລ້ວມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍບໍ່ຖືກຕ້ອງ ແລະ ທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ໜ້າທີ່ຂອງເຈົ້າກໍມີບັນຫາ. ມຸມມອງຂອງເຈົ້າກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າຄືການເຮັດພໍແລ້ວມືແລ້ວຕີນ ແລະ ພຽງແຕ່ເຮັດໃຫ້ມັນຜ່ານໆໄປ ແລະ ບໍ່ວ່າມັນຈະເປັນສິ່ງທີ່ເຈົ້າເຕັມໃຈເຮັດ ຫຼື ບໍ່, ເປັນສິ່ງທີ່ເຈົ້າເກັ່ງ ຫຼື ບໍ່, ເຈົ້າກໍຮັບມືກັບມັນດ້ວຍທັດສະນະຄະຕິທີ່ເຮັດມັນໃຫ້ພໍແລ້ວຢູ່ສະເໝີ, ດັ່ງນັ້ນ ເຈົ້າຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າບໍ່ສົມຄວນທີ່ຈະເຮັດວຽກງານຄຣິສຕະຈັກ. ຍິ່ງໄປກວ່ານັ້ນ, ເວົ້າແບບບໍ່ເກງໃຈເລີຍກໍຄື ຄົນແບບເຈົ້າເປັນພວກໄຮ້ປະໂຫຍດເລີຍ, ຖືກກຳນົດໃຫ້ບໍ່ປະສົບຜົນສຳເລັດຫຍັງເລີຍ ແລະ ເປັນພຽງຄົນໄຮ້ປະໂຫຍດ. ຄົນປະເພດໃດທີ່ເປັນຄົນໄຮ້ປະໂຫຍດ? ຄົນເບົາປັນຍາ, ຄົນທີ່ຢູ່ໄປວັນໆ. ຄົນປະເພດນີ້ບໍ່ຮັບຜິດຊອບໃນສິ່ງໃດເລີຍທີ່ພວກເຂົາເຮັດ ແລະ ພວກເຂົາກໍບໍ່ໄດ້ຈິງຈັງກັບມັນ; ພວກເຂົາເຮັດໃຫ້ທຸກຢ່າງວຸ່ນວາຍໄປໝົດ. ພວກເຂົາບໍ່ສົນໃຈຄຳເວົ້າຂອງເຈົ້າ ບໍ່ວ່າເຈົ້າຈະໂອ້ລົມແນວໃດກໍຕາມກ່ຽວກັບຄວາມຈິງ. ພວກເຂົາຄິດວ່າ “ຂ້ອຍຈະເຮັດມັນໃຫ້ພໍແລ້ວແບບນີ້ ຖ້າຂ້ອຍຢາກເຮັດ. ຢາກເວົ້າຫຍັງກໍເວົ້າໄປ! ແນວໃດກໍຕາມ, ຕອນນີ້ຂ້ອຍກຳລັງປະຕິບັດໜ້າທີ່ຂອງຂ້ອຍ ແລະ ຂ້ອຍກໍມີອາຫານກິນ, ນັ້ນກໍດີພໍແລ້ວ. ຢ່າງໜ້ອຍ ຂ້ອຍກໍບໍ່ຕ້ອງເປັນຂໍທານ. ຖ້າມື້ໜຶ່ງຂ້ອຍບໍ່ມີຫຍັງກິນ, ຂ້ອຍຄ່ອຍຄິດກ່ຽວກັບມັນໃນຕອນນັ້ນ. ສະຫວັນຍ່ອມມີທາງອອກໃຫ້ມະນຸດສະເໝີ. ເຈົ້າເວົ້າວ່າຂ້ອຍບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ຂ້ອຍເປັນຄົນເບົາປັນຍາ, ແລ້ວມັນຊິເປັນຫຍັງ? ຂ້ອຍບໍ່ໄດ້ເຮັດຜິດກົດໝາຍ. ຢ່າງຫຼາຍສຸດ, ຂ້ອຍກໍພຽງແຕ່ຂາດລັກສະນະທີ່ດີເລັກນ້ອຍ, ແຕ່ນັ້ນກໍບໍ່ແມ່ນການສູນເສຍສຳລັບຂ້ອຍ. ຕາບໃດທີ່ຂ້ອຍມີອາຫານກິນ, ມັນກໍບໍ່ເປັນຫຍັງ”. ພວກເຈົ້າຄິດແນວໃດກ່ຽວກັບທັດສະນະນີ້? ເຮົາບອກເຈົ້າເລີຍວ່າ ຄົນເບົາປັນຍາແບບນີ້ທີ່ຢູ່ໄປວັນໆ ລ້ວນແລ້ວແຕ່ຖືກກຳນົດໃຫ້ຖືກກຳຈັດ ແລະ ບໍ່ມີທາງທີ່ພວກເຂົາຈະສາມາດບັນລຸຄວາມລອດພົ້ນໄດ້. ທຸກຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍຍອມຮັບຄວາມຈິງໃດໆ ແລະ ບໍ່ມີຄຳພະຍານຈາກປະສົບການ ຈະຖືກກຳຈັດ. ບໍ່ມີໃຜຈະຢູ່ລອດໄດ້. ພວກຂີ້ເຫຍື້ອ ແລະ ພວກໄຮ້ປະໂຫຍດລ້ວນແລ້ວແຕ່ເປັນພວກເກາະຄົນອື່ນກິນ ແລະ ພວກເຂົາຖືກກຳນົດໃຫ້ຖືກກຳຈັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເປັນພຽງເກາະຄົນອື່ນກິນ, ພວກເຂົາຍິ່ງຕ້ອງຖືກປົດຈາກຕຳແໜ່ງ ແລະ ຖືກກຳຈັດ. ຄົນເບົາປັນຍາແບບນີ້ຍັງຢາກເປັນຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາບໍ່ຄູ່ຄວນ! ພວກເຂົາບໍ່ເຮັດວຽກງານຕົວຈິງໃດໆ, ແຕ່ພວກເຂົາຢາກເປັນຜູ້ນໍາ. ພວກເຂົາບໍ່ຮູ້ຈັກອາຍແທ້ໆ!
ຫຼັງຈາກທີ່ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຖືກປົດອອກຈາກຕຳແໜ່ງຂອງພວກເຂົາ, ພວກເຂົາເວົ້າວ່າ “ມັນດີຫຼາຍທີ່ບໍ່ຕ້ອງເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຂ້ອຍບໍ່ຈຳເປັນຕ້ອງກັງວົນຫຼາຍ ຫຼື ເຮັດໃຫ້ຕົນເອງລຳບາກຂະໜາດນັ້ນ. ມັນວິເສດຫຼາຍທີ່ໄດ້ເປັນອ້າຍເອື້ອຍນ້ອງທຳມະດາ. ເປັນຫຍັງຂ້ອຍຕ້ອງຫາເລື່ອງໃສ່ຕົວເອງນໍາ? ຂ້ອຍບໍ່ໄດ້ມີຂີດຄວາມສາມາດພຽງ ເພື່ອຈະເຮັດໃຫ້ຕົນເອງເມື່ອຍລ້າ”. ມີຄົນອື່ນເວົ້າກັບພວກເຂົາວ່າ “ຕອນນີ້ເຈົ້າບໍ່ໄດ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກແລ້ວ ເຈົ້າຊິເຮັດຫຍັງ?” ພວກເຂົາຕອບວ່າ “ຂ້ອຍເຮັດຫຍັງກໍໄດ້, ຂໍພຽງແຕ່ມັນບໍ່ເມື່ອຍເກີນໄປ ແລະ ບໍ່ຕ້ອງອອກແຮງຫຼາຍ ນັ້ນກໍຄື ວຽກທີ່ກ່ຽວຂ້ອງກັບການຍ່າງໄປມາ ແລະ ເບິ່ງໄປທົ່ວ ຫຼື ນັ່ງລົມກັນ ຫຼື ເບິ່ງຄອມພິວເຕີ ແລະ ບໍ່ຕ້ອງເຮັດວຽກຫຼາຍຊົ່ວໂມງ ຫຼື ຮັບທົນທຸກທາງຮ່າງກາຍກໍຖືວ່າດີແລ້ວ”. ນີ້ແມ່ນຄຳເວົ້າແບບໃດ? ຖ້າພວກເຈົ້າຄົ້ນພົບວ່າຜູ້ນໍາ ຫຼື ຜູ້ເຮັດວຽກທີ່ພວກເຈົ້າເລືອກມາເປັນໂຕແບບນີ້, ພວກເຈົ້າຈະຮູ້ສຶກແນວໃດໃນໃຈຂອງເຈົ້າ? ພວກເຈົ້າຈະບໍ່ຮູ້ສຶກເສຍໃຈຫຼາຍບໍ? (ແມ່ນ). ດັ່ງນັ້ນ, ພວກເຈົ້າຈະມີຄວາມຄິດເຫັນແນວໃດກ່ຽວກັບເລື່ອງນີ້? ເຈົ້າຈະເວົ້າວ່າ “ຕອນທຳອິດ, ຂ້ອຍເຫັນວ່າເຈົ້າມີຂີດຄວາມສາມາດເລັກນ້ອຍ ແລະ ຂ້ອຍຢາກເລື່ອນຕຳແໜ່ງ ແລະ ບົ່ມເພາະເຈົ້າ ແລະ ໃຫ້ໂອກາດເຈົ້າ, ເພື່ອເຈົ້າຈະໄດ້ເຂົ້າໃຈຄວາມຈິງຫຼາຍຂຶ້ນອີກ. ຂ້ອຍບໍ່ເຄີຍຄິດເລີຍວ່າເຈົ້າບໍ່ແມ່ນຄົນເລີຍ. ຂ້ອຍເສຍໃຈທີ່ຕອນນັ້ນຂ້ອຍເບິ່ງເຈົ້າເປັນຄົນ. ຂ້ອຍບໍ່ເຄີຍຄິດເລີຍວ່າເຈົ້າຈະບໍ່ແມ່ນຄົນ. ເຈົ້າແຮງຕໍ່າຕ້ອຍກວ່າໝູ ຫຼື ໝາດ້ວຍຊໍ້າ, ເຈົ້າເປັນຂີ້ເຫຍື້ອ. ເຈົ້າບໍ່ສົມຄວນທີ່ຈະສວມໃສ່ໜັງມະນຸດນີ້ ແລະ ເຈົ້າບໍ່ສົມຄວນທີ່ຈະເປັນຄົນ!” ຄຳເວົ້າເຫຼົ່ານີ້ຟັງເບິ່ງບໍ່ມ່ວນຫູແມ່ນບໍ? (ບໍ່). ພວກມັນບໍ່ຟັງຄືບໍ່ມ່ວນຫູສຳລັບພວກເຈົ້າ, ແຕ່ພວກມັນຟັງຄືບໍ່ມ່ວນຫູຫຼາຍສຳລັບຂີ້ເຫຍື້ອແບບນີ້ ບໍ່ແມ່ນບໍ? (ແມ່ນ). ພວກຂີ້ເຫຍື້ອແບບນີ້ມີຫົວໃຈບໍ? (ບໍ່). ດັ່ງນັ້ນ ພວກເຂົາສາມາດບອກໄດ້ບໍວ່າ ຄົນອື່ນກຳລັງເວົ້າສິ່ງດີ ຫຼື ບໍ່ດີກ່ຽວກັບພວກເຂົາ? ເມື່ອຄົນທີ່ບໍ່ມີຫົວໃຈປະເຊີນກັບເລື່ອງໃດກໍຕາມ, ພວກເຂົາຈະບໍ່ປ່ຽນແປງທັດສະນະຄະຕິຂອງການຢູ່ໄປວັນໆ ຂອງພວກເຂົາ. ພວກເຂົາຄິດວ່າມັນບໍ່ເປັນຫຍັງ ຕາບໃດທີ່ພວກເຂົາເອງໄດ້ຮັບຜົນປະໂຫຍດ ແລະ ກຳໄລ ແລະ ຮູ້ສຶກສະບາຍ. ດັ່ງນັ້ນ ບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ພວກເຂົາບໍ່ສົນໃຈ. ຄຳເວົ້າທີ່ພວກເຂົາມັກເວົ້າກໍຄື: “ບໍ່ວ່າເຈົ້າຈະເວົ້າຫຍັງ, ບໍ່ວ່າເຈົ້າຈະເບິ່ງຂ້ອຍ ຫຼື ປະເມີນຂ້ອຍແນວໃດ ຫຼື ເຈົ້າຈະຈັດປະເພດ ຫຼື ຈັດການຂ້ອຍແນວໃດ, ຂ້ອຍບໍ່ສົນ!” ຄົນພວກນີ້ບໍ່ແມ່ນພຽງຂີ້ເຫຍື້ອບໍ? ບໍ່ວ່າເຈົ້າຈະເວົ້າຫຍັງ, ພວກເຂົາບໍ່ມີຄວາມຮູ້ສຶກໃດໆ ແລະ ພວກເຂົາບໍ່ເກັບໄປໃສ່ໃຈ. ເປັນຫຍັງພວກເຂົາຈຶ່ງບໍ່ເກັບໄປໃສ່ໃຈ? ພວກເຂົາເປັນພຽງພວກຂີ້ແບະ ແລະ ພວກເຂົາບໍ່ມີຫົວໃຈ. ຄົນທີ່ບໍ່ມີຫົວໃຈບໍ່ມີກຽດສັກສີ ຫຼື ຄວາມສຸດຈະລິດ, ພວກເຂົາບໍ່ສົນໃຈສິ່ງໃດເລີຍທີ່ເຈົ້າເວົ້າ ແລະ ບໍ່ວ່າເຈົ້າຈະເວົ້າກັບພວກເຂົາຢ່າງເຂັ້ມງວດສໍ່າໃດກໍຕາມ, ພວກເຂົາຈະບໍ່ຮູ້ສຶກເຈັບປວດໃນໃຈ. ມີພຽງຜູ້ທີ່ມີກຽດສັກສີ, ຄວາມສຸດຈະລິດ ແລະ ເຫດຜົນເທົ່ານັ້ນທີ່ຈະເຈັບປວດ ແລະ ຮູ້ສຶກວ່າຫົວໃຈຂອງພວກເຂົາຖືກແທງ ເມື່ອພວກເຂົາໄດ້ຍິນຄຳເວົ້າດັ່ງກ່າວ. ພວກເຂົາຈະເວົ້າວ່າ “ນັ້ນເປັນວິທີການປະພຶດຕົນທີ່ຕໍ່າຊ້າ, ມັນເຮັດໃຫ້ຄົນດູຖູກຂ້ອຍ ແລະ ຂ້ອຍໄດ້ສູນເສຍກຽດສັກສີຂອງຂ້ອຍ, ດັ່ງນັ້ນ ຂ້ອຍຈະບໍ່ປະພຶດແບບນັ້ນອີກຕໍ່ໄປ. ຂ້ອຍຕ້ອງການກູ້ກຽດສັກສີຂອງຂ້ອຍຄືນມາ ແລະ ບໍ່ເຮັດໃຫ້ຄົນດູຖູກຂ້ອຍ. ຂ້ອຍຈະພະຍາຍາມກູ້ສັກສີຂອງຂ້ອຍຄືນມາ ແລະ ຂ້ອຍຈະເຮັດທຸກຢ່າງເພື່ອດຳເນີນຊີວິດຢ່າງມີກຽດສັກສີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ”. ພວກເຂົາມີຄວາມຮູ້ສຶກ ເມື່ອເວົ້າເຖິງຄຳເວົ້າທີ່ທຳຮ້າຍກຽດສັກສີຂອງພວກເຂົາ ແລະ ແທງໃຈດຳພວກເຂົາ, ແທງຖືກຈຸດອ່ອນຂອງພວກເຂົາ, ຄົນເຫຼົ່ານີ້ຄືຄົນທີ່ມີຫົວໃຈ. ເມື່ອຄົນທີ່ມີຄວາມຮູ້ສຶກ ແລະ ມີກຽດສັກສີໄດ້ຍິນຄຳເວົ້າທີ່ຖືກຕ້ອງ ແລະ ເຫັນສິ່ງທີ່ເປັນບວກ ແລະ ແຍກແຍະລະຫວ່າງສິ່ງທີ່ຖືກ ແລະ ສິ່ງທີ່ຜິດ, ພວກເຂົາມີຄວາມຕັ້ງໃຈທີ່ຈະປ່ຽນແປງ ຍ້ອນວ່າພວກເຂົາມີກຽດສັກສີ ແລະ ພວກເຂົາບໍ່ຕ້ອງການໃຫ້ຄົນອື່ນດູຖູກພວກເຂົາ. ພວກຂີ້ແບະ ແລະ ຄົນໄຮ້ປະໂຫຍດເຫຼົ່ານັ້ນບໍ່ມີກຽດສັກສີ ແລະ ດັ່ງນັ້ນ ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາ, ບໍ່ວ່າຄຳເວົ້າຂອງເຈົ້າຈະຖືກຕ້ອງ ຫຼື ແມ່ນຍໍາ ຫຼື ສອດຄ່ອງກັບຄວາມຈິງສໍ່າໃດກໍຕາມ ຫຼື ຄຳເວົ້າຂອງເຈົ້າເປັນສິ່ງທີ່ເປັນບວກຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຜົນຫຍັງຕໍ່ຄົນເຫຼົ່ານີ້ ແລະ ຈະບໍ່ເຮັດໃຫ້ພວກເຂົາຫວັ່ນໄຫວແມ່ນແຕ່ໜ້ອຍດຽວ. ຄົນທີ່ບໍ່ມີກຽດສັກສີບໍ່ມີຄວາມຮູ້ສຶກຫຍັງເລີຍຕໍ່ສິ່ງທີ່ເປັນບວກ, ຄຳຕັດສິນ ຫຼື ການເປີດໂປງໃດໆ ແລະ ພວກເຂົາກໍບໍ່ມີທັດສະນະຄະຕິທີ່ຖືກຕ້ອງວ່າຈະເລືອກເສັ້ນທາງຊີວິດແບບໃດ. ນັ້ນຄືເຫດຜົນທີ່ວ່າ ບໍ່ວ່າເຈົ້າຈະເວົ້າຫຍັງກັບພວກເຂົາ, ບໍ່ວ່າເຈົ້າຈະເປີດໂປງ ຫຼື ກຳນົດລັກສະນະພວກເຂົາແນວໃດກໍຕາມ, ພວກເຂົາກໍປະຕິເສດທີ່ຈະຍອມຮັບຢ່າງເດັດຂາດ ແລະ ພວກເຂົາບໍ່ສົນໃຈ. ດັ່ງນັ້ນ, ມີປະໂຫຍດຫຍັງທີ່ຈະເທດສະໜາຄວາມຈິງ ແລະ ໃຫ້ຄຳສັ່ງສອນແກ່ຄົນດັ່ງກ່າວ? ມີປະໂຫຍດຫຍັງທີ່ຈະລິຮານພວກເຂົາ? ມີປະໂຫຍດຫຍັງທີ່ຈະພິພາກສາ ແລະ ລົງທັນພວກເຂົາ? ບໍ່ມີ! ຄົນດັ່ງກ່າວເປັນພຽງຄົນໄຮ້ປະໂຫຍດ. ພວກເຂົາຢູ່ໄປວັນໆ ແລະ ພວກເຂົາຈັດຢູ່ໃນປະເພດຂອງສັດເດຍລະສານ, ເວົ້າໃຫ້ຊັດເຈນກໍຄື ພວກເຂົາບໍ່ແມ່ນຄົນ. ພວກເຂົາບໍ່ສົມຄວນທີ່ຈະໄດ້ຍິນພຣະທຳຂອງພຣະເຈົ້າ. ຖ້າພວກໄຮ້ປະໂຫຍດ, ພວກກາຝາກເຫຼົ່ານີ້ ກາຍມາເປັນຜູ້ນໍາຄຣິສຕະຈັກ, ພວກເຂົາຈະສາມາດຄົ້ນພົບບັນຫາທີ່ມີຢູ່ໃນຄຣິສຕະຈັກໄດ້ບໍ? ພວກເຂົາສາມາດແກ້ໄຂບັນຫາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ຖ້າປະຊາກອນທີ່ພຣະເຈົ້າເລືອກນັ້ນຍົກບັນຫາຂຶ້ນມາ, ພວກເຂົາສາມາດແກ້ໄຂມັນໄດ້ບໍ? ພວກເຂົາກໍແກ້ໄຂມັນບໍ່ໄດ້ເຊັ່ນກັນ. ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆເລີຍ, ແລ້ວພວກເຂົາຈະເຮັດວຽກງານຜູ້ນໍາໄດ້ແນວໃດ? ນັ້ນເປັນເລື່ອງທີ່ຄິດບໍ່ອອກເລີຍ! ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ຢ່າງໜ້ອຍທີ່ສຸດ ຜູ້ຄົນຕ້ອງສາມາດແກ້ໄຂບັນຫາທີ່ມີຢູ່ໃນວຽກງານຄຣິສຕະຈັກ ແລະ ບັນຫາທີ່ມີຢູ່ໃນການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ຖ້າພວກເຂົາຝຶກຝົນມາໄລຍະໜຶ່ງ ແລະ ມີປະສົບການບາງຢ່າງ ແລະ ພວກເຂົາຍັງສາມາດໂອ້ລົມກ່ຽວກັບຄວາມຈິງບາງຢ່າງ ແລະ ເວົ້າກ່ຽວກັບຄຳພະຍານຈາກປະສົບການບາງຢ່າງ, ແລ້ວພວກເຂົາກໍຈະຄ່ອຍໆ ມີຄວາມສາມາດໃນວຽກງານຜູ້ນໍາ. ຖ້າພວກເຂົາບໍ່ສາມາດຄົ້ນພົບ ຫຼື ແກ້ໄຂບັນຫາໃດໆ, ແລ້ວກໍບໍ່ມີທາງທີ່ພວກເຂົາຈະເຮັດວຽກງານຜູ້ນໍາໄດ້; ແລ້ວພວກເຂົາກໍເປັນຜູ້ນໍາປອມ ແລະ ພວກເຂົາຄວນຖືກປົດຈາກຕຳແໜ່ງ ແລະ ຄວນມີການເລືອກຕັ້ງຜູ້ນໍາໃໝ່.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?