ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (8) ສ່ວນທີ ຫ້າ
ຄົນທີ່ຮັບໃຊ້ເປັນຜູ້ນໍາ ຢ່າງໜ້ອຍຕ້ອງເຂົ້າໃຈຄວາມຈິງເລັກນ້ອຍ ແລະ ມີປະສົບການຕົວຈິງບາງຢ່າງ. ຖ້າພວກເຂົາບໍ່ມີປະສົບການຫຍັງເລີຍ, ແລ້ວພວກເຂົາກໍບໍ່ເຂົ້າໃຈຄວາມຈິງໃດໆ ຢ່າງແນ່ນອນ. ບາງຄົນທີ່ຮັບໃຊ້ ເປັນຜູ້ນໍາເກັ່ງໃນການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ພວກເຂົາສາມາດໄດ້ຮັບການຮັບຮອງ ແລະ ຄຳຍ້ອງຍໍຈາກຄົນສ່ວນໃຫຍ່. ເຖິງແມ່ນວ່າ ໃນທາງຜິວເຜີນແລ້ວ ຜູ້ນໍາປອມຈະສາມາດຕອບຄຳຖາມໄດ້, ແຕ່ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຫຼັກການຄວາມຈິງໄດ້. ສິ່ງທີ່ພວກເຂົາເທດສະໜາລ້ວນແລ້ວແຕ່ເປັນທິດສະດີທີ່ວ່າງເປົ່າ ແລະ ບໍ່ມີຫຍັງສາມາດປະຕິບັດຈິງໄດ້ເລີຍ. ເມື່ອຜູ້ຄົນໄດ້ຍິນການເທດສະໜາຂອງພວກເຂົາ, ພວກເຂົາກໍຮູ້ສຶກວ່າມັນສອດຄ່ອງກັບລົດນິຍົມຂອງພວກເຂົາເອງ ແລະ ຄົນທີ່ບໍ່ມີການແຍກແຍະກໍເຫັນດີນໍາຫຼາຍ. ແຕ່ຫຼັງຈາກນັ້ນ, ພວກເຂົາກໍຍັງບໍ່ມີເສັ້ນທາງແຫ່ງການປະຕິບັດ ແລະ ບໍ່ສາມາດຊອກຫາຫຼັກການຂອງການປະຕິບັດໄດ້. ແລ້ວສິ່ງນີ້ຈະຖືວ່າເປັນການແກ້ໄຂບັນຫາໃດໆ ໄດ້ບໍ? ນີ້ບໍ່ແມ່ນການທີ່ພວກເຂົາເຮັດພໍແລ້ວມືແລ້ວຕີນບໍ? ການພະຍາຍາມແກ້ໄຂບັນຫາດ້ວຍວິທີນີ້ສາມາດຖືວ່າເປັນການເຮັດວຽກງານຕົວຈິງໄດ້ບໍ? ຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ, ແຕ່ພວກເຂົາຮູ້ວິທີທີ່ຈະເຮັດຕົວຄືກັບເຈົ້າໜ້າທີ່. ສິ່ງທຳອິດທີ່ພວກເຂົາເຮັດ ເມື່ອພວກເຂົາກາຍເປັນຜູ້ນໍາແມ່ນຫຍັງ? ມັນຄືການຊື້ໃຈຄົນ. ພວກເຂົາໃຊ້ວິທີການທີ່ວ່າ “ເຈົ້າໜ້າທີ່ໃໝ່ມັກຈະກະຕືລືລົ້ນທີ່ຈະສ້າງຄວາມປະທັບໃຈ”: ກ່ອນອື່ນ ພວກເຂົາເຮັດສອງສາມຢ່າງເພື່ອເອົາໃຈຜູ້ຄົນ ແລະ ຈັດການສອງສາມຢ່າງທີ່ຍົກລະດັບສະຫວັດດີການປະຈຳວັນຂອງທຸກຄົນ. ກ່ອນອື່ນ ພວກເຂົາພະຍາຍາມສ້າງຄວາມປະທັບໃຈທີ່ດີໃຫ້ກັບຜູ້ຄົນ ເພື່ອສະແດງໃຫ້ທຸກຄົນເຫັນວ່າພວກເຂົາເຂົ້າໃຈມວນຊົນ, ເພື່ອໃຫ້ທຸກຄົນຍ້ອງຍໍພວກເຂົາ ແລະ ເວົ້າວ່າ “ຜູ້ນໍາຄົນນີ້ປະຕິບັດຕໍ່ພວກເຮົາຄືກັບພໍ່ແມ່ເລີຍ!” ຈາກນັ້ນ ພວກເຂົາກໍເຂົ້າຮັບຕຳແໜ່ງຢ່າງເປັນທາງການ. ພວກເຂົາຮູ້ສຶກວ່າພວກເຂົາໄດ້ຮັບການສະໜັບສະໜູນຈາກປະຊາຊົນ ແລະ ຕຳແໜ່ງຂອງພວກເຂົາໝັ້ນຄົງແລ້ວ; ຈາກນັ້ນ ພວກເຂົາກໍເລີ່ມເພີດເພີນກັບຜົນປະໂຫຍດຈາກສະຖານະ, ຄືກັບວ່າມັນເປັນສິ່ງທີ່ພວກເຂົາຄວນໄດ້ຮັບ. ຄະຕິປະຈຳໃຈຂອງພວກເຂົາກໍຄື “ຊີວິດຄືການກິນດີ ແລະ ນຸ່ງງາມ”, “ຊີວິດນັ້ນສັ້ນ, ສະນັ້ນ ຈົ່ງມີຄວາມສຸກໃນຂະນະທີ່ຍັງເຮັດໄດ້” ແລະ “ດື່ມເຫຼົ້າແວງຂອງມື້ນີ້ໃນມື້ນີ້ ແລະ ຄ່ອຍກັງວົນເລື່ອງຂອງມື້ອື່ນໃນມື້ອື່ນ”. ພວກເຂົາເພີດເພີນໄປແຕ່ລະມື້, ພວກເຂົາຫຼິ້ນມ່ວນໃນຂະນະທີ່ຍັງເຮັດໄດ້ ແລະ ພວກເຂົາບໍ່ຄິດເຖິງອະນາຄົດ, ຍິ່ງບໍ່ຕ້ອງເວົ້າເຖິງເລີຍວ່າ ພວກເຂົາພິຈາລະນາຄວາມຮັບຜິດຊອບທີ່ຜູ້ນໍາຄວນປະຕິບັດ ຫຼື ບໍ່ ແລະ ພວກເຂົາຄວນເຮັດໜ້າທີ່ຫຍັງ. ພວກເຂົາເທດສະໜາຄຳເວົ້າ ແລະ ຫຼັກຄຳສອນເລັກນ້ອຍ ແລະ ເຮັດວຽກສອງສາມຢ່າງ ເພື່ອຮັກສາໜ້າຕາແບບພໍເປັນພິທີ, ພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງໃດໆ. ພວກເຂົາບໍ່ໄດ້ຂຸດຄົ້ນບັນຫາທີ່ແທ້ຈິງໃນຄຣິສຕະຈັກ ແລະ ແກ້ໄຂພວກມັນຢ່າງສົມບູນ, ສະນັ້ນ ການທີ່ພວກເຂົາເຮັດວຽກທີ່ຜິວເຜີນແບບນັ້ນມີປະໂຫຍດຫຍັງ? ນີ້ບໍ່ແມ່ນການຫຼອກລວງບໍ? ສາມາດມອບໝາຍວຽກງານທີ່ສຳຄັນໃຫ້ກັບຜູ້ນໍາປອມປະເພດນີ້ໄດ້ບໍ? ພວກເຂົາສອດຄ່ອງກັບຫຼັກການ ແລະ ເງື່ອນໄຂຂອງເຮືອນຂອງພຣະເຈົ້າໃນການຄັດເລືອກຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ບໍ່). ຄົນເຫຼົ່ານີ້ບໍ່ມີຈິດສຳນຶກ ຫຼື ເຫດຜົນໃດໆ, ພວກເຂົາຂາດຄວາມສຳນຶກຮັບຜິດຊອບ, ແຕ່ພວກເຂົາຍັງປາຖະໜາທີ່ຈະຖືຕຳແໜ່ງເຈົ້າໜ້າທີ່ບາງຢ່າງ ເພື່ອເປັນຜູ້ນໍາໃນຄຣິສຕະຈັກ, ເປັນຫຍັງພວກເຂົາຈຶ່ງໜ້າດ້ານແທ້? ສຳລັບບາງຄົນທີ່ມີຄວາມສຳນຶກຮັບຜິດຊອບ, ຖ້າພວກເຂົາມີຂີດຄວາມສາມາດຕໍ່າ, ພວກເຂົາກໍບໍ່ສາມາດເປັນຜູ້ນໍາໄດ້ ແລະ ຍິ່ງບໍ່ຕ້ອງເວົ້າເຖິງຄົນໄຮ້ປະໂຫຍດທີ່ບໍ່ມີຄວາມສຳນຶກຮັບຜິດຊອບເລີຍ; ພວກເຂົາຍິ່ງບໍ່ມີຄຸນສົມບັດທີ່ຈະເປັນຜູ້ນໍາ. ຜູ້ນໍາປອມທີ່ລະໂມບ ແລະ ສັນຫຼັງຍາວດັ່ງກ່າວນັ້ນຂີ້ຄ້ານສໍ່າໃດ? ເຖິງແມ່ນວ່າເມື່ອພວກເຂົາພົບເຫັນບັນຫາ ແລະ ພວກເຂົາຮູ້ວ່ານີ້ເປັນບັນຫາ, ພວກເຂົາກໍບໍ່ໄດ້ຈິງຈັງ ແລະ ບໍ່ໃສ່ໃຈມັນ. ພວກເຂົາຊ່າງຂາດຄວາມຮັບຜິດຊອບຫຼາຍ! ເຖິງແມ່ນວ່າພວກເຂົາຈະເປັນນັກເວົ້າທີ່ເກັ່ງ ແລະ ເບິ່ງຄືວ່າມີຂີດຄວາມສາມາດເລັກນ້ອຍ, ພວກເຂົາບໍ່ສາມາດແກ້ໄຂບັນຫາຕ່າງໆ ໃນວຽກງານຂອງຄຣິສຕະຈັກໄດ້, ເຊິ່ງນໍາໄປສູ່ການທີ່ວຽກງານຢຸດສະງັກ; ບັນຫາຕ່າງໆ ສືບຕໍ່ສະສົມເພີ່ມຂຶ້ນ, ແຕ່ຜູ້ນໍາເຫຼົ່ານີ້ບໍ່ສົນໃຈພວກມັນ ແລະ ຢືນຍັນທີ່ຈະປະຕິບັດວຽກງານທີ່ຜິວເຜີນສອງສາມຢ່າງແບບພໍເປັນພິທີ. ແລ້ວຜົນສຸດທ້າຍແມ່ນຫຍັງ? ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກວຸ້ນວາຍ, ພວກເຂົາເຮັດໃຫ້ມັນຫຍຸ້ງເຫຍີງໄປໝົດ ບໍ່ແມ່ນບໍ? ພວກເຂົາກໍ່ໃຫ້ເກີດຄວາມວຸ້ນວາຍ ແລະ ຂາດຄວາມສາມັກຄີໃນຄຣິສຕະຈັກ ບໍ່ແມ່ນບໍ? ນີ້ຄືຜົນໄດ້ຮັບທີ່ຫຼີກລ່ຽງບໍ່ໄດ້. ໃນສະຖານະການນີ້, ຜູ້ນໍາປອມຈະເຮັດບົດລາຍງານຕໍ່ເບື້ອງເທິງບໍ? ແນ່ນອນວ່າບໍ່. ຖ້າຄົນໃດຄົນໜຶ່ງໃນຄຣິສຕະຈັກຕ້ອງການລາຍງານບັນຫາຂອງຜູ້ນໍາປອມຕໍ່ເບື້ອງເທິງ, ພວກເຂົາຈະຍິນຍອມຕໍ່ສິ່ງນີ້ບໍ? ພວກເຂົາຈະກົດຂີ່ ແລະ ປິດກັ້ນຄົນນັ້ນຢ່າງແນ່ນອນ, ພວກເຂົາຈະບໍ່ອະນຸຍາດໃຫ້ຜູ້ໃດລາຍງານບັນຫາຕໍ່ເບື້ອງເທິງ ແລະ ພວກເຂົາຈະຈຳກັດ, ກົດຂີ່ ແລະ ແຍກຜູ້ໃດກໍຕາມທີ່ເຮັດເຊັ່ນນັ້ນອອກໄປ. ບອກເຮົາມາເບິ່ງ, ຜູ້ນໍາປອມເຫຼົ່ານີ້ບໍ່ເປັນຕາລັງກຽດຂະໜາດນັ້ນບໍ? ບໍ່ວ່າພວກເຂົາຈະທຳຮ້າຍວຽກງານຂອງຄຣິສຕະຈັກຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຈະບໍ່ອະນຸຍາດໃຫ້ເບື້ອງເທິງຮູ້ກ່ຽວກັບເລື່ອງນີ້, ແຮງໄກທີ່ຈະເວົ້າເຖິງການແກ້ໄຂມັນ. ສິ່ງດຽວທີ່ພວກເຂົາສົນໃຈຄືການເພີດເພີນກັບຜົນປະໂຫຍດຈາກສະຖານະຂອງພວກເຂົາ ແລະ ການປົກປ້ອງຄວາມທະນົງຕົວ ແລະ ຄວາມຖືຕົວຂອງພວກເຂົາເອງ, ຄົນດັ່ງກ່າວເປັນຕາລັງກຽດ ແລະ ໄຮ້ຢາງອາຍແທ້ໆ! ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຈິດສຳນຶກ ແລະ ບໍ່ມີຄວາມເປັນມະນຸດຢ່າງສິ້ນເຊີງບໍ? ເມື່ອເບື້ອງເທິງສອບຖາມກ່ຽວກັບວຽກງານ, ພວກເຂົາກໍເວົ້າຢ່າງເດັດຂາດວ່າບໍ່ມີບັນຫາ, ເວົ້າບ່ຽງປະເດັນ ແລະ ແກ້ຕົວຕໍ່ເບື້ອງເທິງ, ການເຮັດແບບນີ້ ບໍ່ແມ່ນການຫຼອກລວງເບື້ອງເທິງ ແລະ ປິດບັງສິ່ງຕ່າງໆ ຈາກຄົນທີ່ຢູ່ລຸ່ມພວກເຂົາບໍ? ບັນຫາຕ່າງໆ ໃນວຽກງານຂອງຄຣິສຕະຈັກສືບຕໍ່ສະສົມເພີ່ມຂຶ້ນເລື້ອຍໆ ແລະ ຜູ້ນໍາປອມກໍບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້, ແຕ່ພວກເຂົາກໍຍັງບໍ່ລາຍງານບັນຫາເຫຼົ່ານີ້ຕໍ່ເບື້ອງເທິງ. ພາຍໃຕ້ສະຖານະການເຫຼົ່ານີ້, ພວກເຂົາເຮັດຄືກັບວ່າບໍ່ມີຫຍັງຜິດປົກກະຕິ; ພວກເຂົາເພີດເພີນກັບຄວາມສະບາຍຄືເກົ່າ, ພວກເຂົາຢູ່ລ້າໆ ໂດຍບໍ່ເຮັດຫຍັງໝົດມື້ ແລະ ໃຊ້ຊີວິດໄປວັນໆ ແລະ ພວກເຂົາບໍ່ກະວົນກະວາຍໃຈເລີຍ. ແລ້ວເມື່ອບັນຫາຖືກເປີດເຜີຍ ແລະ ເບື້ອງເທິງສືບສວນກ່ຽວກັບເລື່ອງນີ້, ພວກເຂົາຍັງເວົ້າວ່າ “ຂ້ອຍໄດ້ຈັດແຈງໃຫ້ຄົນໄປເຮັດວຽກນີ້ແລ້ວ. ຂ້ອຍໄດ້ປະຕິບັດຄວາມຮັບຜິດຊອບຂອງຂ້ອຍແລ້ວ. ຖ້າວຽກງານບໍ່ສຳເລັດດ້ວຍດີ, ນັ້ນກໍເປັນຍ້ອນຄົນອື່ນ. ມັນກ່ຽວຂ້ອງຫຍັງກັບຂ້ອຍ?” ດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳນີ້, ພວກເຂົາກໍໂຍນຄວາມຮັບຜິດຊອບອອກຈາກຕົວຢ່າງສິ້ນເຊີງ. ມັນເບິ່ງຄືກັບວ່າພວກເຂົາບໍ່ມີຄວາມຮັບຜິດຊອບຕໍ່ເລື່ອງນີ້ເລີຍ. ບໍ່ພຽງແຕ່ພວກເຂົາບໍ່ໄຕ່ຕອງກ່ຽວກັບຕົນເອງເທົ່ານັ້ນ, ພວກເຂົາຍັງຮູ້ສຶກມີເຫດຜົນ ແລະ ສະບາຍໃຈ ໂດຍເວົ້າວ່າ “ໃນກໍລະນີໃດກໍຕາມ, ຂ້ອຍກໍບໍ່ໄດ້ຢູ່ລ້າໆ ໃນໜ້າທີ່ຂອງຂ້ອຍ; ຂ້ອຍບໍ່ໄດ້ເກາະຄົນອື່ນກິນ. ຖ້າເບື້ອງເທິງບໍ່ໄລ່ຂ້ອຍອອກ, ຂ້ອຍກໍຈະສືບຕໍ່ຮັບໃຊ້ໃນຖານະຜູ້ນໍາ. ຖ້າຂ້ອຍສະເໜີລາອອກ, ຂ້ອຍຈະບໍ່ເປັນການທໍລະຍົດຕໍ່ພຣະເຈົ້າບໍ? ຂ້ອຍຈະບໍ່ສະແດງຄວາມບໍ່ຈົງຮັກພັກດີຕໍ່ໜ້າທີ່ຂອງຂ້ອຍບໍ?” ຖ້າເຈົ້າລິຮານພວກເຂົາ, ພວກເຂົາກໍຈະສາມາດຍົກເຫດຜົນຫຼາຍຢ່າງມາໂຕ້ຖຽງເຈົ້າ. ພວກເຂົາຈະບໍ່ເວົ້າວ່າພວກເຂົາມີຄວາມຮັບຜິດຊອບຕໍ່ເລື່ອງນີ້, ພວກເຂົາຈະບໍ່ເວົ້າວ່າຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ ແລະ ພວກເຂົາຈະບໍ່ໄຕ່ຕອງວ່າ ທຳມະຊາດຂອງການທີ່ພວກເຂົາບໍ່ແກ້ໄຂບັນຫາ ແລະ ບໍ່ເຮັດວຽກງານຕົວຈິງນັ້ນແມ່ນຫຍັງ. ຄົນແບບນີ້ບໍ່ໜ້າລັງກຽດຫຼາຍບໍ? ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກຢຸດສະງັກ ແລະ ທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກເປັນເວລາດົນນານ ໂດຍບໍ່ມີຄວາມສຳນຶກຜິດໃນໃຈແມ່ນແຕ່ໜ້ອຍດຽວ, ພວກເຂົາຍັງເປັນມະນຸດຢູ່ບໍ? ພວກເຂົາຍັງມີຈິດສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວບໍ? ບາງຄົນເວົ້າວ່າ “ຄົນແບບນີ້ບໍ່ຄວນຖືກເລືອກຕັ້ງໃຫ້ເປັນຜູ້ນໍາ”. ທາງທິດສະດີແມ່ນເປັນແບບນີ້; ແນວໃດກໍຕາມ, ມີຄົນແບບນີ້ຈໍານວນໜຶ່ງແທ້ໆ ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກທີ່ຖືກເລືອກຕັ້ງ; ນີ້ຄືຂໍ້ແທ້ຈິງ. ສິ່ງທັງໝົດນີ້ເກີດຂຶ້ນຍ້ອນວ່າປະຊາກອນທີ່ພຣະເຈົ້າເລືອກຂາດການແຍກແຍະ ແລະ ຍັງເປັນຍ້ອນວ່າຄົນສ່ວນໃຫຍ່ມັກຄົນປະຈົບປະແຈງ ແລະ ດ້ວຍເຫດນັ້ນ ຈຶ່ງເລືອກຕັ້ງຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຈໍານວນໜຶ່ງ. ດັ່ງນັ້ນ, ກ່ອນການເລືອກຕັ້ງຂອງຄຣິສຕະຈັກ, ຫຼັກການສຳລັບການເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໄດ້ຮັບການໂອ້ລົມໃຫ້ຫຼາຍຂຶ້ນ, ເຊັ່ນດຽວກັນກັບຫຼັກການສຳລັບການແຍກແຍະຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ; ສິ່ງນີ້ຈະຮັບປະກັນວ່າ ຜູ້ຄົນຈໍານວນຫຼາຍຂຶ້ນຈະປ່ອນບັດຕາມຫຼັກການ. ມີພຽງແຕ່ການເຮັດແບບນີ້ເທົ່ານັ້ນ ການເລືອກຕັ້ງຂອງຄຣິສຕະຈັກຈຶ່ງຈະບັນລຸຜົນໄດ້ຮັບທີ່ດີ.
ບອກເຮົາມາເບິ່ງ, ຄົນຂີ້ຄ້ານທີ່ໜ້າລັງກຽດ ແລະ ໜ້າດ້ານແບບນີ້ ສາມາດເຮັດວຽກງານຂອງຄຣິສຕະຈັກໄດ້ດີ ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກບໍ? ພວກເຂົາສາມາດແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ ຫຼື ຄວາມຫຍຸ້ງຍາກທີ່ປະຊາກອນທີ່ພຣະເຈົ້າເລືອກປະເຊີນໄດ້ບໍ? (ບໍ່). ດັ່ງນັ້ນ, ພວກເຈົ້າຄວນເຮັດແນວໃດ ເມື່ອພວກເຈົ້າພົບພໍ້ກັບຜູ້ນໍາປອມແບບນີ້? ສົມມຸດມີຄົນເວົ້າວ່າ “ຂີດຄວາມສາມາດຂອງພວກເຮົາຕໍ່າ ແລະ ພວກເຮົາຂາດການແຍກແຍະ, ສະນັ້ນ ພວກເຮົາຈຶ່ງເຮັດຫຍັງບໍ່ໄດ້ ຖ້າພວກເຮົາພົບພໍ້ກັບຜູ້ນໍາປອມ”. ການເວົ້າແບບນີ້ຖືກຕ້ອງບໍ? ແນ່ນອນວ່າ ບໍ່ແມ່ນທຸກຄົນໃນຄຣິສຕະຈັກທີ່ມີຂີດຄວາມສາມາດຕໍ່າ ແລະ ບໍ່ມີການແຍກແຍະ ແມ່ນບໍ? ຢ່າງໜ້ອຍກໍຕ້ອງມີບາງຄົນທີ່ຂ້ອນຂ້າງເຂົ້າໃຈຄວາມຈິງ. ດັ່ງນັ້ນ, ຖ້າຄົນໃດຄົນໜຶ່ງພົບເຫັນຜູ້ນໍາປອມທີ່ບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແກ້ໄຂບັນຫາໃດໆໄດ້, ພວກເຂົາກໍຄວນໂອ້ລົມກັບຜູ້ທີ່ເຂົ້າໃຈຄວາມຈິງ ແລະ ຂໍໃຫ້ຄົນເຫຼົ່ານັ້ນໃຊ້ການແຍກແຍະຂອງພວກເຂົາ ແລະ ຕັດສິນ. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ). ເປັນຫຍັງຈຶ່ງເໝາະສົມ? ຜົນສະທ້ອນຈະເປັນແນວໃດ ຖ້າຜູ້ນໍາຄຣິສຕະຈັກບໍ່ສາມາດເຮັດວຽກງານຕົວຈິງ? ໃຜຈະເປັນຜູ້ເຄາະຮ້າຍ? ພວກເຂົາຈະບໍ່ແມ່ນປະຊາກອນທີ່ພຣະເຈົ້າເລືອກໃນຄຣິສຕະຈັກບໍ? ຖ້າຜູ້ນໍາປອມຄວບຄຸມຄຣິສຕະຈັກເປັນເວລາສາມ ຫຼື ຫ້າປີ, ແລ້ວຄວາມເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງຂອງຄົນຈະໄດ້ຮັບຜົນກະທົບຫຼາຍສ່ຳໃດ? ມີເທົ່າໃດຄົນທີ່ການໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າຈະຖືກເຮັດໃຫ້ຊັກຊ້າອອກໄປ? ຜົນສະທ້ອນເຫຼົ່ານີ້ເປັນເລື່ອງທີ່ຮ້າຍແຮງເກີນກວ່າທີ່ຈະຄາດຄິດ. ດັ່ງນັ້ນ, ເມື່ອພົບວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ສາມາດແກ້ໄຂບັນຫາໃດໆ, ນີ້ຈຶ່ງເປັນເລື່ອງໃຫຍ່ສຳລັບປະຊາກອນທີ່ພຣະເຈົ້າເລືອກທຸກຄົນ ແລະ ພວກເຂົາຄວນເປີດໂປງ ແລະ ລາຍງານຜູ້ນໍາປອມຄົນນັ້ນໂດຍທັນເວລາ ເພື່ອຫຼີກລ່ຽງການເຮັດໃຫ້ວຽກງານຊັກຊ້າ. ຄົນທີ່ໄດ້ຮັບຄວາມເສຍຫາຍຈາກການທີ່ຜູ້ນໍາຄຣິສຕະຈັກບໍ່ເຮັດວຽກງານຕົວຈິງກໍຄືປະຊາກອນທີ່ພຣະເຈົ້າເລືອກ. ຖ້າບໍ່ມີປະຊາກອນທີ່ພຣະເຈົ້າເລືອກຄົນໃດເປີດໂປງ ຫຼື ລາຍງານພວກເຂົາ ແລະ ພວກເຂົາທຸກຄົນພຽງແຕ່ເສີຍເມີຍຕໍ່ການເຮັດສິ່ງນີ້, ແລ້ວຄຣິສຕະຈັກນັ້ນກໍບໍ່ມີຄວາມຫວັງ. ສົມມຸດວ່າ ໃນໃຈຂອງພວກເຈົ້າ ພວກເຈົ້າມີຄວາມຄິດທີ່ຈະບໍ່ຮັບຜິດຊອບຢູ່ສະເໝີ ເຊັ່ນ: “ແນວໃດກໍຕາມ, ເຈົ້າເປັນຜູ້ນໍາ. ເຈົ້າບໍ່ສາມາດເຮັດວຽກງານຕົວຈິງ ແລະ ເຈົ້າກໍຍັງບໍ່ລາຍງານບັນຫາຕໍ່ເບື້ອງເທິງ, ຖ້າສິ່ງນີ້ເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ, ເບື້ອງເທິງກໍຈະໃຫ້ເຈົ້າຮັບຜິດຊອບ. ມັນກ່ຽວຂ້ອງຫຍັງກັບພວກເຮົາ? ມັນມີປະໂຫຍດຫຍັງທີ່ພວກເຮົາຈະໄປກັງວົນນໍາ? ພວກເຮົາບໍ່ແມ່ນຜູ້ຮັບຜິດຊອບ. ຄວາມຮັບຜິດຊອບນີ້ຢູ່ກັບເຈົ້າ”. ຖ້າພວກເຈົ້າມີຄວາມຄິດຫຼົງຜິດນີ້ຢູ່ໃນໃຈຂອງພວກເຈົ້າສະເໝີ, ສິ່ງນີ້ຈະບໍ່ເຮັດໃຫ້ສິ່ງຕ່າງໆຊັກຊ້າບໍ? ສິ່ງນີ້ຈະບໍ່ສົ່ງຜົນກະທົບຕໍ່ພວກເຈົ້າໃນການໄລ່ຕາມເສາະຫາຄວາມຈິງ, ການເຂົ້າສູ່ຄວາມເປັນຈິງ ແລະ ການຮັບເອົາຄວາມລອດພົ້ນຂອງພຣະເຈົ້າບໍ? ຖ້າບໍ່ມີໃຜໃນຄຣິສຕະຈັກຮັບຜິດຊອບ, ມັນກໍຍາກທີ່ຈະເວົ້າວ່າ ຄຣິສຕະຈັກແຫ່ງນີ້ຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າໄດ້ ຫຼື ບໍ່ ແລະ ມັນຍິ່ງຍາກທີ່ຈະເວົ້າວ່າຈະມີຈັກຄົນທີ່ຈະໄດ້ຮັບຄວາມລອດພົ້ນໃນຄຣິສຕະຈັກແຫ່ງນີ້. ຖ້າທຸກຄົນໃນຄຣິສຕະຈັກແຫ່ງນີ້ຄິດແບບນີ້ ແລະ ມີມຸມມອງແບບນີ້, ແລ້ວຄຣິສຕະຈັກແຫ່ງນີ້ກໍບໍ່ມີຄວາມຫວັງຢ່າງແນ່ນອນ. ບໍ່ແມ່ນທີມງານຜະລິດຮູບເງົາມີບັນຫານີ້ບໍ ໃນຕອນນີ້? ຜູ້ນໍາຂອງພວກເຈົ້າບາງຄົນບໍ່ຈັດການບັນຫາ ຫຼື ລາຍງານບັນຫາ, ພວກເຂົາເປັນຜູ້ນໍາປອມ. ພວກເຈົ້າເບິ່ງສິ່ງນີ້ອອກບໍ? ຜູ້ນໍາເຫຼົ່ານີ້ບໍ່ແກ້ໄຂບັນຫາໃຫ້ພວກເຈົ້າ, ພວກເຈົ້າບໍ່ພົບວ່າສິ່ງນີ້ເປັນບັນຫາບໍ? ທີ່ຈິງແລ້ວ ພວກເຈົ້າຮູ້ສຶກດີໃຈກ່ຽວກັບເລື່ອງນີ້ບໍ? “ຜູ້ນໍາຂອງພວກເຮົາບໍ່ລາຍງານບັນຫານີ້ ແລະ ບັນຫານີ້ກໍບໍ່ສາມາດແກ້ໄຂໄດ້, ສະນັ້ນ ນີ້ຈຶ່ງເປັນເວລາທີ່ດີທີ່ພວກເຮົາຈະໄດ້ພັກຜ່ອນ. ດີຫຼາຍ! ຍິ່ງໄປກວ່ານັ້ນ, ເມື່ອບໍ່ດົນມານີ້ ເບື້ອງເທິງກໍບໍ່ໄດ້ຖາມກ່ຽວກັບເລື່ອງນີ້ດ້ວຍຕົນເອງ, ສະນັ້ນ ພວກເຮົາກໍບໍ່ຈຳເປັນຕ້ອງລາຍງານບັນຫາເຊັ່ນກັນ. ເປັນຫຍັງພວກເຮົາຈຶ່ງບໍ່ຄວນພະຍາຍາມຫາເວລາວ່າງໃຫ້ຕົນເອງເລັກນ້ອຍແດ່? ພວກເຮົາຈຳເປັນຕ້ອງຖ່າຍຮູບເງົາໄວຂະໜາດນັ້ນ ແລະ ຖ່າຍໃຫ້ແລ້ວທັນເວລາບໍ? ຄວາມຄືບໜ້າທີ່ພວກເຮົາກຳລັງເຮັດຢູ່ນີ້ກໍດີແລ້ວ! ແລ້ວມັນຈະເປັນຫຍັງ ຖ້າພວກເຮົາຖ່າຍບໍ່ແລ້ວ? ພວກເຮົາຈະຖືກກ່າວໂທດຍ້ອນເລື່ອງນັ້ນບໍ?” ນີ້ແມ່ນທັດສະນະຄະຕິຂອງພວກເຈົ້າບໍ? ພວກເຈົ້າຄິດວ່າບໍ່ມີຕາຕະລາງເວລາທີ່ເຂັ້ມງວດສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ສະນັ້ນ ພວກເຈົ້າຈຶ່ງສາມາດຢຶດເວລາອອກໄປຢ່າງບໍ່ມີກຳນົດ ແລະ ຕາບໃດທີ່ເບື້ອງເທິງບໍ່ຖາມ ຫຼື ກວດສອບເລື່ອງດັ່ງກ່າວ, ພວກເຈົ້າກໍບໍ່ຈຳເປັນຕ້ອງກັງວົນ ຫຼື ຮູ້ສຶກກົດດັນໃດໆ ແລະ ພວກເຈົ້າສາມາດແກ້ໄຂບັນຫາໃດກໍຕາມທີ່ພວກເຈົ້າແກ້ໄຂໄດ້ ແລະ ປ່ອຍປະບັນຫາທີ່ພວກເຈົ້າແກ້ໄຂບໍ່ໄດ້ແມ່ນບໍ? ນີ້ແມ່ນທັດສະນະຂອງພວກເຈົ້າບໍ? (ບໍ່). ຖ້າຊັ້ນ ເປັນຫຍັງພວກເຈົ້າຈຶ່ງບໍ່ລາຍງານບັນຫາ ເມື່ອພວກເຈົ້າມີບັນຫາ? ເປັນຍ້ອນວ່າຜູ້ນໍາປອມເຫຼົ່ານີ້ຄວບຄຸມພວກເຈົ້າ ຫຼື ພວກເຂົາເອົາຢາວິເສດທີ່ເຮັດໃຫ້ມຶນງົງ ໃຫ້ພວກເຈົ້າກິນ ເຊິ່ງເຮັດໃຫ້ພວກເຈົ້າຂາດສະຕິ ແລະ ເວົ້າບໍ່ອອກບໍ? ບັນຫາຢູ່ບ່ອນນີ້ແມ່ນຫຍັງ? ເມື່ອມີບັນຫາເກີດຂຶ້ນ, ພວກເຈົ້າຮູ້ກ່ຽວກັບບັນຫາເຫຼົ່ານັ້ນຢູ່ບໍ? ຖ້າພວກເຈົ້າເວົ້າວ່າ ພວກເຈົ້າບໍ່ຮູ້ກ່ຽວກັບບັນຫາເຫຼົ່ານັ້ນ, ແລ້ວພວກເຈົ້າກໍເວົ້າຕົວະ; ຖ້າພວກເຈົ້າຮູ້ກ່ຽວກັບພວກມັນ ແຕ່ບໍ່ລາຍງານ, ແລ້ວພວກເຈົ້າກໍຖືວ່າລະເລີຍ ແລະ ບົກຜ່ອງຕໍ່ຄວາມຮັບຜິດຊອບຂອງພວກເຈົ້າຢ່າງຮ້າຍແຮງ ແລະ ພວກເຈົ້າບໍ່ມີຄວາມຊື່ສັດຕໍ່ໜ້າທີ່ຂອງພວກເຈົ້າເລີຍ. ເຖິງແມ່ນວ່າເຈົ້າເຮັດວຽກໃນທາງໂລກເພື່ອຫາເງິນ, ເຈົ້າກໍຍັງຕ້ອງເຮັດໃຫ້ສົມກັບຄ່າຈ້າງອັນເລັກນ້ອຍຂອງເຈົ້າ. ບໍ່ຕ້ອງເວົ້າເຖິງວ່າ ມື້ນີ້ເຈົ້າກຳລັງໄດ້ຮັບການຫຼໍ່ລ້ຽງໃນເຮືອນຂອງພຣະເຈົ້າ; ເຈົ້າກຳລັງໄລ່ຕາມເສາະຫາຄວາມລອດພົ້ນ ໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ໂດຍການເຮັດເຊັ່ນນັ້ນ ເຈົ້າກໍກຳລັງປູທາງ ແລະ ກຽມພ້ອມສຳລັບຈຸດໝາຍປາຍທາງຂອງເຈົ້າເອງ. ເຈົ້າບໍ່ໄດ້ເຮັດສິ່ງນີ້ເພື່ອເຮືອນຂອງພຣະເຈົ້າ ຫຼື ເພື່ອບຸກຄົນໃດໜຶ່ງ ແຮງໄກທີ່ຈະເຮັດເພື່ອເຮົາ, ເຈົ້າກຳລັງເຮັດເພື່ອຕົນເຈົ້າເອງ. ເວົ້າໃຫ້ມ່ວນຫູກໍຄື ຜູ້ຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ ເພື່ອໃຫ້ໄດ້ຮັບຄວາມລອດພົ້ນ, ແຕ່ເວົ້າໃຫ້ຊັດເຈນກໍຄື ພວກເຂົາກຳລັງເຮັດເພື່ອຕົນເອງ ເພື່ອໃຫ້ໄດ້ຮັບພຣະພອນ ແລະ ມີຈຸດໝາຍປາຍທາງທີ່ດີ. ເຈົ້າຕ້ອງເຂົ້າໃຈເລື່ອງນີ້ຢ່າງຊັດເຈນ; ຢ່າເປັນຄົນໂງ່. ເຈົ້າບໍ່ໄດ້ປະຕິບັດໜ້າທີ່ຂອງເຈົ້າເພື່ອຄົນອື່ນ ຫຼື ເພື່ອພໍ່ແມ່ຂອງເຈົ້າ ແລະ ເຈົ້າບໍ່ໄດ້ເຮັດເພື່ອສ້າງກຽດໃຫ້ແກ່ບັນພະບຸລຸດ ຫຼື ສ້າງຊື່ສຽງໃຫ້ແກ່ວົງຕະກຸນຂອງເຈົ້າ ແຕ່ເຈົ້າກຳລັງເຮັດເພື່ອຕົນເຈົ້າເອງ. ພຣະເຈົ້າສ້າງເຈົ້າຂຶ້ນມາ ແລະ ນັບຕັ້ງແຕ່ພຣະອົງສ້າງໂລກ, ພຣະອົງໄດ້ກຳນົດໄວ້ລ່ວງໜ້າວ່າ ເຈົ້າຈະເກີດມາໃນຍຸກສຸດທ້າຍ. ພຣະອົງໄດ້ພາເຈົ້າມາສູ່ເຮືອນຂອງພຣະອົງ, ພຣະອົງໃຫ້ເຈົ້າໄດ້ຍິນພຣະສຸລະສຽງຂອງພຣະອົງ, ພຣະອົງໃຫ້ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງທຸກມື້ ແລະ ຮັບການສະໜອງຊີວິດ ແລະ ພຣະອົງໄດ້ໃຫ້ໂອກາດແກ່ເຈົ້າ ເພື່ອໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນເຮືອນຂອງພຣະເຈົ້າ. ນີ້ຄືໂອກາດທີ່ດີທີ່ສຸດຂອງເຈົ້າ ໃນຖານະສິ່ງທີ່ຖືກສ້າງ ເພື່ອທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ມັນຍັງເປັນໂອກາດດຽວຂອງເຈົ້າ. ຖ້າໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າທຳລາຍໂອກາດນີ້, ແລ້ວບໍ່ວ່າເຈົ້າຈະໄດ້ຮັບການລົງໂທດ ຫຼື ຮ້ອງໄຫ້ ແລະ ກັດແຂ້ວຮ້ອງໄຫ້ ເມື່ອເຈົ້າຕົກຢູ່ໃນໄພພິບັດໃນທີ່ສຸດ, ມັນກໍລ້ວນແລ້ວແຕ່ເປັນການກະທຳຂອງເຈົ້າ ແລະ ເຈົ້າກໍສົມຄວນໄດ້ຮັບມັນ! ມັນຈະເປັນຄວາມຜິດຂອງເຈົ້າເອງ. ບໍ່ຈຳເປັນຕ້ອງໃຫ້ຄົນອື່ນມາແບກຮັບຄວາມຮັບຜິດຊອບຂອງເຈົ້າ ແລະ ບໍ່ຈຳເປັນຕ້ອງໃຫ້ເຈົ້າມາແບກຮັບຄວາມຮັບຜິດຊອບຂອງຄົນອື່ນ. ມີພຽງແຕ່ເຈົ້າເທົ່ານັ້ນທີ່ສາມາດຮັບຜິດຊອບຕໍ່ເສັ້ນທາງທີ່ເຈົ້າຍ່າງ ແລະ ທຸກສິ່ງທີ່ເຈົ້າເຮັດໃນມື້ນີ້ ແລະ ມີພຽງແຕ່ເຈົ້າເທົ່ານັ້ນທີ່ສາມາດແບກຮັບຜົນສະທ້ອນໃນທີ່ສຸດ. ສິ່ງທີ່ເຮົາສາມາດເຮັດໄດ້ກໍຄື ການເຮັດໃຫ້ພວກເຈົ້າເຂົ້າໃຈສິ່ງທີ່ເຮົາຄວນເວົ້າ ແລະ ບອກພວກເຈົ້າ, ແລະ ປູທາງໃຫ້ແກ່ພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດກ້າວໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ. ເຮົາໄດ້ອະທິບາຍທຸກຢ່າງຢ່າງຊັດເຈນແລ້ວ, ສະນັ້ນ ວິທີການທີ່ພວກເຈົ້າຈະປະຕິບັດຢ່າງສະເພາະເຈາະຈົງນັ້ນ ກໍຂຶ້ນຢູ່ກັບພວກເຈົ້າ. ເຮົາບໍ່ຫຍຸ້ງກ່ຽວກັບເລື່ອງຂອງພວກເຈົ້າ; ເຮົາພຽງແຕ່ປະຕິບັດວຽກງານທີ່ເປັນຂອງເຮົາ ແລະ ເຮົາບໍ່ເຮັດວຽກງານຫຍັງອີກທີ່ຫຼາຍກວ່ານີ້. ມັນບໍ່ແມ່ນຄວາມຈິງບໍທີ່ວ່າ ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ ເພື່ອເຫັນແກ່ຈຸດໝາຍປາຍທາງຂອງເຈົ້າເອງ? ຖ້າເຈົ້າເວົ້າວ່າ “ມີບັນຫາຫຼາຍຢ່າງ, ແຕ່ຜູ້ນໍາຂອງຂ້ອຍບໍ່ລາຍງານບັນຫາເຫຼົ່ານັ້ນ, ສະນັ້ນ ຂ້ອຍກໍຈະບໍ່ລາຍງານເຊັ່ນກັນ”, ແລ້ວການເຮັດແບບນັ້ນບໍ່ແມ່ນຄວາມໂງ່ບໍ? ນັ້ນບໍ່ແມ່ນການເຫັນແກ່ຜົນປະໂຫຍດສ່ວນຕົວບໍ? ຄວາມຮັບຜິດຊອບຂອງເຈົ້າແມ່ນຫຍັງ ເມື່ອເຈົ້າເຫັນບັນຫາ? ຄວາມຮັບຜິດຊອບຂອງເຈົ້າຄືການເອີ້ນໃຫ້ທຸກຄົນມາເຕົ້າໂຮມກັນ ແລະ ສະຫງົບລົງ ເພື່ອສະແຫວງຫາ ແລະ ໂອ້ລົມກ່ຽວກັບບັນຫາ, ເພື່ອເບິ່ງວ່າບັນຫາເກີດຂຶ້ນໃນດ້ານໃດ ແລະ ເພື່ອຊອກຫາສາເຫດຕົ້ນຕໍຂອງບັນຫາ. ຖ້າຫຼັງຈາກການປຶກສາຫາລືກັນພໍສົມຄວນແລ້ວ, ສາເຫດຕົ້ນຕໍກໍໄດ້ຖືກຄົ້ນພົບ, ແຕ່ພວກເຈົ້າບໍ່ສາມາດແກ້ໄຂບັນຫາໄດ້ດ້ວຍຕົນເອງ, ພວກເຈົ້າຄວນລາຍງານຕໍ່ເບື້ອງເທິງໂດຍທັນເວລາ. ໃຜຄວນລາຍງານ? ເຈົ້າຄວນສະເໜີຕົນເອງ ແລະ ເວົ້າວ່າ “ຂ້ອຍຈະລາຍງານເອງ. ຖ້າບໍ່ໄດ້ຜົນ, ແລ້ວພວກເຮົາກໍສາມາດເລືອກຕົວແທນສອງສາມຄົນ ແລະ ລາຍງານຮ່ວມກັນ”. ບາງຄົນເວົ້າວ່າ “ພວກເຮົາບໍ່ມີຜູ້ນໍາບໍ?” ເຈົ້າຕອບວ່າ “ລາວບໍ່ແມ່ນຜູ້ນໍາ! ລາວບໍ່ປະຕິບັດຄວາມຮັບຜິດຊອບຂອງມະນຸດເລີຍ. ລາວເປັນພຽງສັດເດຍລະສານທີ່ສວມໃສ່ໜັງມະນຸດ ແລະ ລາວຄວນຖືກເຕະອອກໄປ ແລະ ຖືກປົດອອກ! ລາວບໍ່ລາຍງານບັນຫາ, ສະນັ້ນ ພວກເຮົາຄວນລາຍງານດ້ວຍຕົນເອງ, ນີ້ຄືຄວາມຮັບຜິດຊອບຂອງພວກເຮົາ. ມີພຽງແຕ່ຕອນທີ່ພວກເຮົາປະຕິບັດຄວາມຮັບຜິດຊອບຂອງພວກເຮົາແລ້ວເທົ່ານັ້ນ ພຣະເຈົ້າຈຶ່ງຈະປະຕິບັດຕໍ່ພວກເຮົາຄືກັບມະນຸດ. ຖ້າພວກເຮົາຮູ້ຢ່າງຊັດເຈນວ່າຄວາມຮັບຜິດຊອບຂອງພວກເຮົາແມ່ນຫຍັງ ແຕ່ພວກເຮົາບໍ່ປະຕິບັດພວກມັນ, ແລ້ວພວກເຮົາກໍບໍ່ສົມຄວນທີ່ຈະເປັນມະນຸດ ແລະ ບໍ່ມີທາງທີ່ພຣະເຈົ້າຈະຖືວ່າພວກເຮົາເປັນມະນຸດ”. ຖ້າພຣະເຈົ້າບໍ່ຖືວ່າເຈົ້າເປັນມະນຸດ, ສິ່ງນີ້ໝາຍຄວາມວ່າພຣະອົງຖືວ່າເຈົ້າເປັນຫຍັງ? ມັນໝາຍຄວາມວ່າ ພຣະອົງຖືວ່າເຈົ້າເປັນໝູ ຫຼື ໝາ. ແລ້ວ ພຣະເຈົ້າຈະຍັງຊ່ວຍເຈົ້າໃຫ້ລອດພົ້ນບໍໃນຕອນນັ້ນ? ບໍ່ມີທາງ. ດັ່ງນັ້ນ, ຖ້າເຈົ້າບໍ່ມີຈຸດໝາຍປາຍທາງທີ່ດີໃນທີ່ສຸດ, ເຈົ້າຈະບໍ່ແມ່ນຜູ້ທີ່ນໍາສິ່ງນັ້ນມາສູ່ຕົວເຈົ້າເອງບໍ? ແລ້ວການປະຕິບັດໜ້າທີ່ຂອງເຈົ້າຈະບໍ່ເສຍເປົ່າບໍ? ມັນຂຶ້ນຢູ່ກັບເຈົ້າທີ່ຈະເລືອກເສັ້ນທາງຂອງເຈົ້າ ແລະ ມັນກໍຂຶ້ນຢູ່ກັບເຈົ້າທີ່ຈະຍ່າງໃນເສັ້ນທາງນັ້ນເຊັ່ນກັນ. ບໍ່ວ່າເຈົ້າຈະເລືອກເສັ້ນທາງໃດ ຫຼື ຜົນສະທ້ອນສຸດທ້າຍຈະເປັນແນວໃດ, ມັນກໍແມ່ນເຈົ້າເອງທີ່ແບກຮັບຄວາມຮັບຜິດຊອບ ບໍ່ມີໃຜຈະຮັບຜິດຊອບຕໍ່ເສັ້ນທາງທີ່ເຈົ້າຍ່າງ ແລະ ຜົນສະທ້ອນທີ່ຕາມມາ.
ຖ້າໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຈົ້າເມີນເສີຍຕໍ່ບັນຫາທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ ແລະ ພວກເຈົ້າຍັງຊອກຫາຂໍ້ອ້າງ ແລະ ຂໍ້ແກ້ຕົວຕ່າງໆ ເພື່ອຫຼີກລ່ຽງຄວາມຮັບຜິດຊອບ ແລະ ພວກເຈົ້າບໍ່ແກ້ໄຂບັນຫາບາງຢ່າງທີ່ພວກເຈົ້າສາມາດແກ້ໄຂໄດ້ ແລະ ພວກເຈົ້າບໍ່ລາຍງານບັນຫາທີ່ພວກເຈົ້າບໍ່ສາມາດແກ້ໄຂໄດ້ຕໍ່ເບື້ອງເທິງ, ຄືກັບວ່າບັນຫາເຫຼົ່ານັ້ນບໍ່ກ່ຽວຂ້ອງຫຍັງກັບພວກເຈົ້າ, ນີ້ບໍ່ແມ່ນການລະເລີຍຄວາມຮັບຜິດຊອບບໍ? ການປະຕິບັດຕໍ່ວຽກງານຂອງຄຣິສຕະຈັກໃນລັກສະນະນີ້ ເປັນສິ່ງທີ່ສະຫຼາດ ຫຼື ເປັນສິ່ງທີ່ໂງ່ຈ້າ? (ມັນເປັນສິ່ງທີ່ໂງ່ຈ້າ). ຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ບໍ່ແມ່ນຄົນທີ່ມີເລ່ລ່ຽມບໍ? ພວກເຂົາບໍ່ແມ່ນຄົນທີ່ຂາດຄວາມສຳນຶກຮັບຜິດຊອບຢ່າງສິ້ນເຊີງບໍ? ເມື່ອພວກເຂົາປະເຊີນບັນຫາ, ພວກເຂົາກໍເມີນເສີຍຕໍ່ບັນຫາເຫຼົ່ານັ້ນ ພວກເຂົາບໍ່ແມ່ນຄົນທີ່ບໍ່ມີຄວາມຄິດບໍ? ພວກເຂົາບໍ່ແມ່ນຄົນເຈົ້າເລ່ບໍ? ຄົນເຈົ້າເລ່ຄືຄົນທີ່ໂງ່ຈ້າທີ່ສຸດໃນບັນດາຄົນທັງປວງ. ເຈົ້າຕ້ອງເປັນຄົນຊື່ສັດ, ເຈົ້າຕ້ອງມີຄວາມສຳນຶກຮັບຜິດຊອບ ເມື່ອເຈົ້າປະເຊີນກັບບັນຫາ ແລະ ເຈົ້າຕ້ອງພະຍາຍາມທຸກວິທີທາງທີ່ເປັນໄປໄດ້ ແລະ ສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາເຫຼົ່ານັ້ນ. ເຈົ້າຕ້ອງບໍ່ເປັນຄົນເຈົ້າເລ່ຢ່າງເດັດຂາດ. ຖ້າເຈົ້າສົນໃຈພຽງແຕ່ການຫຼີກລ່ຽງຄວາມຮັບຜິດຊອບ ແລະ ປັດຄວາມຮັບຜິດຊອບຂອງເຈົ້າຈາກບັນຫາ ເມື່ອມີບັນຫາເກີດຂຶ້ນ, ເຈົ້າກໍຈະຖືກກ່າວໂທດສຳລັບພຶດຕິກຳນີ້ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ບໍ່ຕ້ອງເວົ້າເຖິງໃນເຮືອນຂອງພຣະເຈົ້າ! ພຶດຕິກຳນີ້ຈະຖືກກ່າວໂທດ ແລະ ສາບແຊ່ງໂດຍພຣະເຈົ້າຢ່າງແນ່ນອນ ແລະ ມັນຖືກລັງກຽດ ແລະ ປະຕິເສດໂດຍປະຊາກອນທີ່ພຣະເຈົ້າເລືອກ. ພຣະເຈົ້າມັກຄົນຊື່ສັດ ແລະ ພຣະອົງລັງກຽດຄົນທີ່ມີເລ່ລ່ຽມ ແລະ ຄົນທີ່ມື່ນໄຫຼ. ຖ້າເຈົ້າເປັນຄົນເຈົ້າເລ່ ແລະ ກະທຳໃນລັກສະນະທີ່ມີເລ່ລ່ຽມ, ພຣະເຈົ້າຈະບໍ່ລັງກຽດເຈົ້າບໍ? ເຮືອນຂອງພຣະເຈົ້າຈະປ່ອຍເຈົ້າໄປງ່າຍໆບໍ? ບໍ່ຊ້າກໍໄວ, ເຈົ້າຈະຕ້ອງຮັບຜິດຊອບ. ພຣະເຈົ້າມັກຄົນຊື່ສັດ ແລະ ບໍ່ມັກຄົນເຈົ້າເລ່. ທຸກຄົນຄວນເຂົ້າໃຈເລື່ອງນີ້ຢ່າງຊັດເຈນ ແລະ ເຊົາສັບສົນ ແລະ ເຊົາເຮັດສິ່ງທີ່ໂງ່ຈ້າ. ຄວາມໂງ່ຈ້າຊົ່ວຄາວນັ້ນພໍໃຫ້ອະໄພໄດ້, ແຕ່ຖ້າຄົນໃດຄົນໜຶ່ງບໍ່ຍອມຮັບຄວາມຈິງເລີຍ, ແລ້ວພວກເຂົາກໍຫົວແຂງເກີນໄປ. ຄົນຊື່ສັດສາມາດຮັບຜິດຊອບໄດ້. ພວກເຂົາບໍ່ຄຳນຶງເຖິງຜົນໄດ້ຜົນເສຍຂອງພວກເຂົາເອງ; ພວກເຂົາພຽງແຕ່ປົກປ້ອງວຽກງານ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ພວກເຂົາມີຫົວໃຈທີ່ເມດຕາ ແລະ ຊື່ສັດ ເຊິ່ງປຽບເໝືອນຖ້ວຍນໍ້າໃສ ທີ່ຄົນເຮົາສາມາດເບິ່ງເຫັນກົ້ນຖ້ວຍໄດ້ໃນທັນທີ. ຍັງມີຄວາມໂປ່ງໃສໃນການກະທຳຂອງພວກເຂົາ. ຄົນຫຼອກລວງມັກຈະກະທຳໃນລັກສະນະທີ່ມື່ນໄຫຼຢູ່ສະເໝີ, ມັກທຳທ່າເຮັດ, ປິດບັງ ແລະ ປົກປິດສິ່ງຕ່າງໆ ຢູ່ສະເໝີ ແລະ ຫໍ່ຫຸ້ມຕົນເອງໄວ້ຢ່າງແໜ້ນໜາຈົນບໍ່ໜ້າເຊື່ອ. ບໍ່ມີໃຜສາມາດເບິ່ງທະລຸຄົນປະເພດນີ້ໄດ້. ຜູ້ຄົນບໍ່ສາມາດເບິ່ງທະລຸເຖິງຄວາມຄິດພາຍໃນຂອງເຈົ້າ, ແຕ່ພຣະເຈົ້າສາມາດກວດສອບສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງເຈົ້າ. ເມື່ອພຣະເຈົ້າເຫັນວ່າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າເປັນສິ່ງທີ່ມີເລ່ລ່ຽມ, ເຈົ້າບໍ່ເຄີຍຍອມຮັບຄວາມຈິງ, ໃຊ້ເລ່ລ່ຽມກັບພຣະອົງຢູ່ສະເໝີ ແລະ ບໍ່ເຄີຍມອບຫົວໃຈຂອງເຈົ້າໃຫ້ແກ່ພຣະອົງ, ພຣະອົງກໍບໍ່ມັກເຈົ້າ ແລະ ພຣະອົງລັງກຽດ ແລະ ປະຖິ້ມເຈົ້າ. ທຸກຄົນທີ່ຮຸ່ງເຮືອງໃນທ່າມກາງຜູ້ບໍ່ມີຄວາມເຊື່ອ ແລະ ຜູ້ທີ່ປາກຫວານ ແລະ ຫົວໄວ ແມ່ນຄົນປະເພດໃດ? ເລື່ອງນີ້ຊັດເຈນຕໍ່ພວກເຈົ້າບໍ? ແກ່ນແທ້ຂອງພວກເຂົາແມ່ນຫຍັງ? ມັນສາມາດເວົ້າໄດ້ວ່າ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເຂົ້າໃຈຍາກເປັນພິເສດ, ພວກເຂົາລ້ວນແລ້ວແຕ່ມີເລ່ລ່ຽມ ແລະ ເຈົ້າເລ່ຢ່າງສຸດຂີດ, ພວກເຂົາເປັນມານຮ້າຍ ແລະ ຊາຕານຢ່າງແທ້ຈິງ. ພຣະເຈົ້າຈະສາມາດຊ່ວຍຄົນແບບນີ້ໃຫ້ລອດພົ້ນໄດ້ບໍ? ພຣະເຈົ້າບໍ່ລັງກຽດສິ່ງໃດຫຼາຍໄປກວ່າມານຮ້າຍ ນັ້ນກໍຄື ຄົນທີ່ມີເລ່ລ່ຽມ ແລະ ເຈົ້າເລ່ ແລະ ພຣະອົງຈະບໍ່ຊ່ວຍຄົນແບບນີ້ໃຫ້ລອດພົ້ນຢ່າງແນ່ນອນ. ພວກເຈົ້າຕ້ອງບໍ່ເປັນຄົນປະເພດນີ້ເດັດຂາດ. ຄົນທີ່ມັກສັງເກດ ແລະ ຕື່ນຕົວຢູ່ສະເໝີ ເມື່ອພວກເຂົາເວົ້າ, ຜູ້ທີ່ເຈົ້າເລ່ ແລະ ສັບປັບ ແລະ ຫຼິ້ນລະຄອນໃຫ້ເໝາະສົມກັບໂອກາດ ເມື່ອພວກເຂົາຈັດການກັບເລື່ອງຕ່າງໆ, ເຮົາບອກເຈົ້າເລີຍວ່າ ພຣະເຈົ້າລັງກຽດຄົນແບບນີ້ທີ່ສຸດ, ຄົນແບບນີ້ແມ່ນເກີນກວ່າທີ່ຈະຊ່ວຍໃຫ້ລອດພົ້ນໄດ້. ກ່ຽວກັບທຸກຄົນທີ່ຢູ່ໃນປະເພດຂອງຄົນທີ່ມີເລ່ລ່ຽມ ແລະ ເຈົ້າເລ່, ບໍ່ວ່າຄຳເວົ້າຂອງພວກເຂົາຈະຟັງມ່ວນຫູສໍ່າໃດກໍຕາມ, ພວກມັນລ້ວນແລ້ວແຕ່ເປັນຄຳເວົ້າທີ່ຫຼອກລວງ ແລະ ເປັນຄຳເວົ້າມານຮ້າຍ. ຍິ່ງຄຳເວົ້າຂອງພວກເຂົາຟັງມ່ວນຫູຫຼາຍສໍ່າໃດ, ຄົນເຫຼົ່ານີ້ກໍຍິ່ງເປັນມານຮ້າຍ ແລະ ຊາຕານຫຼາຍສໍ່ານັ້ນ. ນີ້ຄືຄົນປະເພດທີ່ພຣະເຈົ້າລັງກຽດທີ່ສຸດແທ້ໆ. ນີ້ຄືສິ່ງທີ່ຖືກຕ້ອງຢ່າງແນ່ນອນ. ພວກເຈົ້າວ່າແນວໃດ: ຄົນທີ່ມີເລ່ລ່ຽມ, ຄົນທີ່ມັກເວົ້າຕົວະ ແລະ ຄົນປາກຫວານ ສາມາດໄດ້ຮັບວຽກງານຂອງພຣະວິນຍານບໍລິສຸດໄດ້ບໍ? ພວກເຂົາສາມາດໄດ້ຮັບຄວາມຮູ້ແຈ້ງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ທັດສະນະຄະຕິຂອງພຣະເຈົ້າຕໍ່ຄົນທີ່ມີເລ່ລ່ຽມ ແລະ ເຈົ້າເລ່ແມ່ນຫຍັງ? ພຣະອົງລັງກຽດພວກເຂົາ, ພຣະອົງວາງພວກເຂົາໄວ້ຂ້າງໆ ແລະ ບໍ່ສົນໃຈພວກເຂົາ, ພຣະອົງຖືວ່າພວກເຂົາເປັນປະເພດດຽວກັນກັບສັດ. ໃນສາຍພຣະເນດຂອງພຣະເຈົ້າ, ຄົນແບບນີ້ພຽງແຕ່ສວມໜັງມະນຸດເທົ່ານັ້ນ ແລະ ໃນແກ່ນແທ້ແລ້ວ ພວກເຂົາເປັນມານຮ້າຍ ແລະ ຊາຕານ, ພວກເຂົາເປັນຊາກສົບທີ່ຍ່າງໄດ້ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນຢ່າງແນ່ນອນ. ດັ່ງນັ້ນ, ຄົນເຫຼົ່ານີ້ຢູ່ໃນສະພາວະແບບໃດໃນຕອນນີ້? ມີຄວາມມືດຢູ່ໃນໃຈຂອງພວກເຂົາ, ພວກເຂົາຂາດຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ພວກເຂົາກໍບໍ່ເຄີຍໄດ້ຮັບຄວາມຮູ້ແຈ້ງ ຫຼື ແສງເຍືອງທາງ. ເມື່ອປະເຊີນໜ້າກັບໄພພິບັດ ແລະ ຄວາມລຳບາກຍາກແຄ້ນ, ພວກເຂົາອະທິຖານຫາພຣະເຈົ້າ, ແຕ່ພຣະເຈົ້າບໍ່ສະຖິດຢູ່ນໍາພວກເຂົາ ແລະ ພວກເຂົາບໍ່ມີສິ່ງໃດທີ່ພວກເຂົາສາມາດເພິ່ງພາໄດ້ຢ່າງແທ້ຈິງໃນໃຈຂອງພວກເຂົາ. ເພື່ອໃຫ້ໄດ້ຮັບພຣະພອນ, ພວກເຂົາພະຍາຍາມສະແດງອອກໃຫ້ດີ, ແຕ່ພວກເຂົາກໍຄວບຄຸມຕົນເອງບໍ່ໄດ້, ຍ້ອນວ່າພວກເຂົາປາສະຈາກຈິດສຳນຶກ ແລະ ເຫດຜົນ. ພວກເຂົາບໍ່ສາມາດເປັນຄົນດີໄດ້ ເຖິງແມ່ນວ່າພວກເຂົາຢາກເປັນ; ເຖິງແມ່ນວ່າພວກເຂົາຢາກຢຸດເຮັດສິ່ງທີ່ບໍ່ດີ, ພວກເຂົາກໍຈະບໍ່ສາມາດຄວບຄຸມຕົນເອງໄດ້, ມັນຈະບໍ່ໄດ້ຜົນ. ພວກເຂົາຈະສາມາດຮູ້ຈັກຕົນເອງໄດ້ບໍ ຫຼັງຈາກທີ່ພວກເຂົາຖືກປົດອອກ ແລະ ຖືກກຳຈັດ? ເຖິງແມ່ນພວກເຂົາຈະຮູ້ວ່າພວກເຂົາສົມຄວນໄດ້ຮັບສິ່ງນີ້, ພວກເຂົາກໍຈະບໍ່ຍອມຮັບມັນຕໍ່ໃຜ, ແລະ ເຖິງແມ່ນວ່າພວກເຂົາເບິ່ງຄືວ່າສາມາດເຮັດໜ້າທີ່ໄດ້ເລັກນ້ອຍ, ພວກເຂົາກໍຍັງຈະກະທຳໃນລັກສະນະທີ່ມີເລ່ລ່ຽມ ແລະ ວຽກງານຂອງພວກເຂົາຈະບໍ່ເກີດຜົນທີ່ຊັດເຈນ. ດັ່ງນັ້ນ ພວກເຈົ້າວ່າແນວໃດ: ຄົນເຫຼົ່ານີ້ສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ນີ້ເປັນຍ້ອນວ່າພວກເຂົາບໍ່ມີຈິດສຳນຶກ ຫຼື ເຫດຜົນ ແລະ ພວກເຂົາບໍ່ຮັກຄວາມຈິງ. ພຣະເຈົ້າບໍ່ຊ່ວຍຄົນທີ່ເຈົ້າເລ່ ແລະ ຊົ່ວຮ້າຍແບບນີ້ໃຫ້ລອດພົ້ນ. ມີຄວາມຫວັງຫຍັງໃນການເຊື່ອໃນພຣະເຈົ້າສຳລັບຄົນແບບນີ້? ຄວາມເຊື່ອຂອງພວກເຂົາປາສະຈາກຄວາມໝາຍແລ້ວ ແລະ ພວກເຂົາຈະບໍ່ໄດ້ຮັບຫຍັງຈາກມັນຢ່າງແນ່ນອນ. ຖ້າຕະຫຼອດການເຊື່ອໃນພຣະເຈົ້າຂອງພວກເຂົາ, ຜູ້ຄົນບໍ່ໄລ່ຕາມເສາະຫາຄວາມຈິງ, ແລ້ວບໍ່ວ່າພວກເຂົາຈະເຊື່ອມາຈັກປີກໍຕາມ, ມັນກໍຈະບໍ່ມີຜົນຫຍັງ; ເຖິງແມ່ນວ່າພວກເຂົາຈະເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບຫຍັງເລີຍ. ເພື່ອທີ່ຈະໄດ້ຮັບພຣະເຈົ້າ, ຜູ້ຄົນຕ້ອງໄດ້ຮັບຄວາມຈິງ. ມີພຽງແຕ່ຖ້າພວກເຂົາເຂົ້າໃຈຄວາມຈິງ, ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງຄວາມຈິງເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມຈິງ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າ ແລະ ມີພຽງແຕ່ຕອນນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບການຍອມຮັບ ແລະ ພຣະພອນຂອງພຣະເຈົ້າ; ແລະ ມີພຽງແຕ່ນີ້ເທົ່ານັ້ນຈຶ່ງເປັນການໄດ້ຮັບພຣະເຈົ້າ. ຖ້າຜູ້ຄົນຕ້ອງການໄດ້ຮັບຄວາມຈິງ, ແລ້ວກ້າວທຳອິດທີ່ພວກເຂົາຄວນເຮັດກໍຄື ການຮຽນຮູ້ທີ່ຈະປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ນັ້ນກໍຄື ພວກເຂົາຄວນປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ນີ້ຄືສິ່ງພື້ນຖານທີ່ສຸດ. ຜູ້ຄົນຕ້ອງບໍ່ຮຽນຮູ້ຈາກຜູ້ນໍາປອມຢ່າງເດັດຂາດ, ຄົນທີ່ເທດສະໜາພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ບໍ່ເຮັດວຽກງານຕົວຈິງ, ບໍ່ຮັບຜິດຊອບຕໍ່ສິ່ງໃດທີ່ພວກເຂົາເຮັດ, ເຮັດທຸກຢ່າງແບບພໍແລ້ວມືແລ້ວຕີນ ແລະ ລົງເອີຍດ້ວຍການຖືກກຳຈັດ. ການປະຕິບັດໜ້າທີ່ຂອງຕົນບໍ່ແມ່ນເລື່ອງເລັກນ້ອຍ; ຜູ້ຄົນຖືກເປີດເຜີຍຫຼາຍທີ່ສຸດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພຣະເຈົ້າກຳນົດຈຸດຈົບຂອງຜູ້ຄົນໂດຍອີງໃສ່ການປະຕິບັດທີ່ສະໝໍ່າສະເໝີຂອງພວກເຂົາ ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ. ມັນໝາຍຄວາມວ່າແນວໃດ ເມື່ອຄົນໃດຄົນໜຶ່ງບໍ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ? ມັນໝາຍຄວາມວ່າພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ກັບໃຈຢ່າງແທ້ຈິງ ແລະ ຖືກກຳຈັດໂດຍພຣະເຈົ້າ. ເມື່ອຜູ້ນໍາປອມ ແລະ ຜູ້ເຮັດວຽກປອມຖືກປົດອອກ, ສິ່ງນີ້ສະແດງເຖິງຫຍັງ? ນີ້ຄືທັດສະນະຄະຕິຂອງເຮືອນຂອງພຣະເຈົ້າທີ່ມີຕໍ່ຄົນແບບນີ້ ແລະ ແນ່ນອນວ່າ ມັນຍັງສະແດງເຖິງທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຄົນແບບນີ້ເຊັ່ນກັນ. ດັ່ງນັ້ນ, ທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ຄົນໄຮ້ປະໂຫຍດແບບນີ້ແມ່ນຫຍັງ? ພຣະອົງລັງກຽດພວກເຂົາ, ກ່າວໂທດພວກເຂົາ ແລະ ກຳຈັດພວກເຂົາ. ດັ່ງນັ້ນ, ພວກເຈົ້າຍັງຢາກເພີດເພີນກັບຜົນປະໂຫຍດຈາກສະຖານະ ແລະ ເປັນຜູ້ນໍາປອມຢູ່ບໍ?
ຫຼັງຈາກທີ່ຜູ້ຄົນມາເຊື່ອໃນພຣະເຈົ້າ, ແມ່ນຫຍັງຄືສິ່ງທີ່ເຈັບປວດທີ່ສຸດ ແລະ ໜ້າເສົ້າໃຈທີ່ສຸດທີ່ສາມາດເກີດຂຶ້ນກັບພວກເຂົາ? ສິ່ງທີ່ໃຫຍ່ທີ່ສຸດກໍບໍ່ມີຫຍັງເກີນໄປກວ່າການໄດ້ຮູ້ວ່າ ພວກເຂົາຖືກຄັດອອກ ຫຼື ຖືກຂັບໄລ່ ແລະ ພວກເຂົາຖືກເປີດເຜີຍ ແລະ ຖືກກຳຈັດໂດຍພຣະເຈົ້າ, ນີ້ຄືສິ່ງທີ່ເຈັບປວດທີ່ສຸດ ແລະ ໜ້າເສົ້າໃຈທີ່ສຸດ ແລະ ບໍ່ມີໃຜຢາກໃຫ້ສິ່ງນີ້ເກີດຂຶ້ນກັບພວກເຂົາ ຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ. ດັ່ງນັ້ນ, ຜູ້ຄົນຈະຫຼີກລ່ຽງບໍ່ໃຫ້ສິ່ງນີ້ເກີດຂຶ້ນກັບພວກເຂົາໄດ້ແນວໃດ? ຢ່າງໜ້ອຍທີ່ສຸດ, ພວກເຂົາຕ້ອງກະທຳຕາມຈິດສຳນຶກຂອງພວກເຂົາ, ນັ້ນກໍຄື ກ່ອນອື່ນໝົດ ພວກເຂົາຕ້ອງຮຽນຮູ້ວິທີປະຕິບັດຄວາມຮັບຜິດຊອບຂອງພວກເຂົາ, ພວກເຂົາຕ້ອງບໍ່ເຮັດພໍແລ້ວມືແລ້ວຕີນຢ່າງເດັດຂາດ ແລະ ພວກເຂົາຕ້ອງບໍ່ເຮັດໃຫ້ສິ່ງທີ່ພຣະເຈົ້າມອບໝາຍໄວ້ກັບພວກເຂົານັ້ນຊັກຊ້າ. ໃນເມື່ອເຈົ້າເປັນຄົນ, ເຈົ້າຄວນໄຕ່ຕອງວ່າ ຄວາມຮັບຜິດຊອບຂອງມະນຸດແມ່ນຫຍັງ. ຄວາມຮັບຜິດຊອບທີ່ຜູ້ບໍ່ມີຄວາມເຊື່ອໃຫ້ຄຸນຄ່າທີ່ສຸດ ເຊັ່ນ: ການມີຄວາມກະຕັນຍູ, ການລ້ຽງດູພໍ່ແມ່ຂອງເຈົ້າ ແລະ ການສ້າງຊື່ສຽງໃຫ້ແກ່ວົງຕະກຸນຂອງເຈົ້າ ແມ່ນບໍ່ຈຳເປັນຕ້ອງກ່າວເຖິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ວ່າງເປົ່າ ແລະ ປາສະຈາກຄວາມໝາຍທີ່ແທ້ຈິງ. ຄວາມຮັບຜິດຊອບຂັ້ນຕໍ່າສຸດທີ່ມະນຸດຄວນປະຕິບັດແມ່ນຫຍັງ? ສິ່ງທີ່ເປັນຈິງທີ່ສຸດກໍຄື ວິທີທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າໃຫ້ດີໃນຕອນນີ້. ການພໍໃຈກັບພຽງແຕ່ການເຮັດພໍເປັນພິທີນັ້ນ ບໍ່ແມ່ນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ ແລະ ການເວົ້າພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນກໍບໍ່ແມ່ນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ມີພຽງແຕ່ການປະຕິບັດຄວາມຈິງ ແລະ ການເຮັດສິ່ງຕ່າງໆຕາມຫຼັກການເທົ່ານັ້ນ ຈຶ່ງເປັນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ມີພຽງແຕ່ຕອນທີ່ການປະຕິບັດຄວາມຈິງຂອງເຈົ້າເກີດຜົນ ແລະ ເປັນປະໂຫຍດຕໍ່ຜູ້ຄົນເທົ່ານັ້ນ ເຈົ້າຈຶ່ງຈະໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ. ບໍ່ວ່າເຈົ້າກຳລັງປະຕິບັດໜ້າທີ່ຫຍັງກໍຕາມ, ມີພຽງແຕ່ຕອນທີ່ເຈົ້າຍຶດໝັ້ນໃນການກະທຳຕາມຫຼັກການຄວາມຈິງໃນທຸກສິ່ງເທົ່ານັ້ນ ເຈົ້າຈຶ່ງຈະໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າຢ່າງແທ້ຈິງ. ການເຮັດພໍເປັນພິທີຕາມວິທີການຂອງມະນຸດໃນການເຮັດສິ່ງຕ່າງໆ ແມ່ນການເຮັດພໍແລ້ວມືແລ້ວຕີນ; ມີພຽງແຕ່ການຍຶດໝັ້ນກັບຫຼັກການຄວາມຈິງເທົ່ານັ້ນ ຈຶ່ງເປັນການປະຕິບັດໜ້າທີ່ຂອງເຈົ້າຢ່າງເໝາະສົມ ແລະ ເປັນການປະຕິບັດຄວາມຮັບຜິດຊອບຂອງເຈົ້າ. ແລ້ວເມື່ອເຈົ້າປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ນີ້ບໍ່ແມ່ນການສະແດງອອກຂອງການອຸທິດຕົນບໍ? ນີ້ຄືການສະແດງອອກຂອງການປະຕິບັດໜ້າທີ່ຂອງເຈົ້າໂດຍມີການອຸທິດຕົນ. ມີພຽງແຕ່ຕອນທີ່ເຈົ້າມີຄວາມສຳນຶກຮັບຜິດຊອບນີ້, ມີຄວາມຕັ້ງໃຈ ແລະ ຄວາມປາຖະໜານີ້ ແລະ ມີການສະແດງອອກເຖິງການອຸທິດຕົນກ່ຽວກັບໜ້າທີ່ຂອງເຈົ້າເທົ່ານັ້ນ ພຣະເຈົ້າຈຶ່ງຈະເບິ່ງເຈົ້າດ້ວຍຄວາມໂປດປານ ແລະ ຮັບຮອງເອົາເຈົ້າ. ຖ້າເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກຮັບຜິດຊອບນີ້, ພຣະເຈົ້າກໍຈະປະຕິບັດຕໍ່ເຈົ້າຄືກັບຄົນຂີ້ຄ້ານ, ຄົນເບົາປັນຍາ ແລະ ຈະດູຖູກເຈົ້າ. ຈາກມຸມມອງຂອງມະນຸດ, ມັນໝາຍເຖິງການບໍ່ເຄົາລົບເຈົ້າ, ບໍ່ຈິງຈັງກັບເຈົ້າ ແລະ ດູຖູກເຈົ້າ. ມັນຄືກັບວ່າ ຖ້າເຈົ້າໄດ້ຕິດຕໍ່ພົວພັນກັບຄົນໃດຄົນໜຶ່ງມາໄລຍະໜຶ່ງ ແລະ ເຈົ້າເຫັນພວກເຂົາເວົ້າກ່ຽວກັບເລື່ອງລົມໆແລ້ງໆ ແລະ ບໍ່ສຳພັນກັບຊີວິດຈິງ ແລະ ເວົ້າໄປທົ່ວໃນເລື່ອງທີ່ບໍ່ເປັນຈິງ, ແລະ ເຈົ້າສັງເກດເຫັນວ່າພວກເຂົາມັກໂອ້ອວດ ແລະ ເວົ້າໃຫຍ່ ແລະ ພວກເຂົາບໍ່ໜ້າເຊື່ອຖື, ເຈົ້າຈະເຄົາລົບພວກເຂົາບໍ? ເຈົ້າຈະກ້າມອບໝາຍວຽກງານໃດໜຶ່ງໃຫ້ພວກເຂົາບໍ? ບາງທີພວກເຂົາອາດຈະເຮັດໃຫ້ວຽກງານທີ່ເຈົ້າມອບໝາຍໄວ້ກັບພວກເຂົານັ້ນຊັກຊ້າຍ້ອນເຫດຜົນໃດໜຶ່ງ, ດັ່ງນັ້ນ ເຈົ້າຈຶ່ງບໍ່ກ້າທີ່ຈະມອບໝາຍສິ່ງໃດໄວ້ກັບຄົນແບບນັ້ນ. ເຈົ້າຈະລັງກຽດພວກເຂົາຈາກກົ້ນບຶ້ງໃນຫົວໃຈຂອງເຈົ້າ ແລະ ເຈົ້າຈະເສຍໃຈທີ່ເຄີຍຄົບຫາກັບພວກເຂົາ. ເຈົ້າຈະຮູ້ສຶກໂຊກດີທີ່ເຈົ້າບໍ່ໄດ້ມອບໝາຍສິ່ງໃດໄວ້ກັບພວກເຂົາ ແລະ ເຈົ້າຈະຄິດວ່າ ຖ້າເຈົ້າໄດ້ມອບໝາຍ, ເຈົ້າກໍຄົງຈະເສຍໃຈໄປຕະຫຼອດຊີວິດ. ສົມມຸດວ່າ ເຈົ້າພົວພັນກັບຄົນໃດຄົນໜຶ່ງ ແລະ ຜ່ານການສົນທະນາ ແລະ ການຕິດຕໍ່ກັບພວກເຂົາ, ເຈົ້າເຫັນວ່າ ບໍ່ພຽງແຕ່ພວກເຂົາມີຄວາມເປັນມະນຸດທີ່ດີເທົ່ານັ້ນ, ແຕ່ພວກເຂົາຍັງມີຄວາມສຳນຶກຮັບຜິດຊອບອີກດ້ວຍ, ແລະ ເມື່ອເຈົ້າມອບໝາຍວຽກງານໜຶ່ງໃຫ້ພວກເຂົາ, ເຖິງແມ່ນວ່າເຈົ້າພຽງແຕ່ເວົ້າບາງຢ່າງແບບຜ່ານໆກັບພວກເຂົາ, ພວກເຂົາກໍຈົດຈຳມັນໄວ້ໃນໃຈຂອງພວກເຂົາ, ແລະ ພວກເຂົາຄິດຫາວິທີຈັດການວຽກງານນັ້ນໃຫ້ດີ ເພື່ອເຮັດໃຫ້ເຈົ້າພໍໃຈ ແລະ ຖ້າພວກເຂົາຈັດການວຽກງານທີ່ເຈົ້າມອບໝາຍໃຫ້ພວກເຂົາບໍ່ດີ, ພວກເຂົາກໍຮູ້ສຶກອາຍທີ່ຈະພົບໜ້າເຈົ້າຫຼັງຈາກນັ້ນ, ນີ້ຄືຄົນທີ່ມີຄວາມສຳນຶກຮັບຜິດຊອບ. ຕາບໃດທີ່ບອກບາງຢ່າງແກ່ພວກເຂົາ ຫຼື ມີການມອບໝາຍບາງຢ່າງໃຫ້ພວກເຂົາ, ບໍ່ວ່າຈະເປັນໂດຍຜູ້ນໍາ, ຜູ້ເຮັດວຽກ ຫຼື ເບື້ອງເທິງ, ຄົນທີ່ມີຄວາມສຳນຶກຮັບຜິດຊອບຈະຄິດສະເໝີວ່າ “ໃນເມື່ອພວກເຂົາຍົກຍ້ອງຂ້ອຍແບບນີ້, ຂ້ອຍຕ້ອງຈັດການເລື່ອງນີ້ໃຫ້ດີ ແລະ ບໍ່ເຮັດໃຫ້ພວກເຂົາຜິດຫວັງ”. ເຈົ້າຈະບໍ່ຮູ້ສຶກສະບາຍໃຈບໍ ທີ່ຈະມອບໝາຍວຽກງານໃຫ້ກັບຄົນແບບນີ້ ທີ່ມີຈິດສຳນຶກ ແລະ ເຫດຜົນ? ຄົນທີ່ເຈົ້າສາມາດມອບໝາຍວຽກງານໃຫ້ໄດ້ນັ້ນ ແນ່ນອນວ່າເປັນຄົນທີ່ເຈົ້າເບິ່ງດ້ວຍຄວາມໂປດປານ ແລະ ໄວ້ວາງໃຈ. ໂດຍສະເພາະຢ່າງຍິ່ງ, ຖ້າພວກເຂົາໄດ້ຈັດການວຽກງານຫຼາຍຢ່າງໃຫ້ເຈົ້າ ແລະ ປະຕິບັດວຽກງານທັງໝົດນັ້ນຢ່າງມີສະຕິຮູ້ສຶກຜິດຊອບຫຼາຍ ແລະ ຕອບສະໜອງຕາມຂໍ້ກຳນົດຂອງເຈົ້າຢ່າງຄົບຖ້ວນ, ເຈົ້າກໍຈະຄິດວ່າພວກເຂົາເປັນຄົນທີ່ໜ້າເຊື່ອຖື. ໃນໃຈຂອງເຈົ້າ, ເຈົ້າຈະຊື່ນຊົມ ແລະ ຍົກຍ້ອງພວກເຂົາຢ່າງແທ້ຈິງ. ຜູ້ຄົນຍິນດີທີ່ຈະຄົບຫາກັບຄົນປະເພດນີ້, ບໍ່ຕ້ອງເວົ້າເຖິງພຣະເຈົ້າເລີຍ. ພວກເຈົ້າຄິດວ່າ ພຣະເຈົ້າຈະເຕັມໃຈມອບໝາຍວຽກງານຂອງຄຣິສຕະຈັກ ແລະ ໜ້າທີ່ທີ່ມະນຸດມີພັນທະຕ້ອງເຮັດ ໃຫ້ກັບຄົນທີ່ບໍ່ໜ້າເຊື່ອຖືບໍ? (ບໍ່, ພຣະອົງຈະບໍ່ເຕັມໃຈ). ເມື່ອພຣະເຈົ້າມອບໝາຍວຽກງານໃດໜຶ່ງຂອງຄຣິສຕະຈັກໃຫ້ກັບຄົນໃດຄົນໜຶ່ງ, ຄວາມຄາດຫວັງຂອງພຣະເຈົ້າທີ່ມີຕໍ່ພວກເຂົາແມ່ນຫຍັງ? ຢ່າງທີໜຶ່ງ, ພຣະເຈົ້າຫວັງວ່າ ພວກເຂົາຈະປະຕິບັດໜ້າທີ່ຢ່າງເຕັມທີ່ ແລະ ມີຄວາມຮັບຜິດຊອບ, ຫວັງວ່າພວກເຂົາຈະປະຕິບັດຕໍ່ວຽກງານນີ້ຄືກັບວ່າເປັນເລື່ອງໃຫຍ່ ແລະ ຈັດການມັນຢ່າງເໝາະສົມ ແລະ ເຮັດມັນໃຫ້ດີ. ຢ່າງທີສອງ, ພຣະເຈົ້າຫວັງວ່າ ພວກເຂົາຈະເປັນຄົນທີ່ໜ້າໄວ້ວາງໃຈ, ບໍ່ວ່າເວລາຈະຜ່ານໄປດົນປານໃດ ແລະ ບໍ່ວ່າສະພາບແວດລ້ອມຈະປ່ຽນແປງໄປແນວໃດກໍຕາມ, ຄວາມສຳນຶກຮັບຜິດຊອບຂອງພວກເຂົາຈະບໍ່ສັ່ນຄອນ ແລະ ຄວາມສຸດຈະລິດຂອງພວກເຂົາສາມາດທົນຕໍ່ການທົດສອບໄດ້. ຖ້າພວກເຂົາເປັນຄົນທີ່ໜ້າໄວ້ວາງໃຈ, ພຣະເຈົ້າກໍຈະໝັ້ນໃຈ ແລະ ພຣະອົງຈະບໍ່ກຳກັບດູແລ ຫຼື ຕິດຕາມເລື່ອງນີ້ອີກຕໍ່ໄປ. ນີ້ເປັນຍ້ອນວ່າ ໃນພຣະໄທຂອງພຣະອົງ, ພຣະອົງເຊື່ອໃຈພວກເຂົາ ແລະ ພວກເຂົາຈະເຮັດວຽກງານທີ່ໄດ້ຮັບມອບໝາຍໃຫ້ສຳເລັດຢ່າງແນ່ນອນ ໂດຍບໍ່ມີຂໍ້ຜິດພາດໃດໆ. ເມື່ອພຣະເຈົ້າມອບໝາຍວຽກງານໃຫ້ກັບຄົນໃດຄົນໜຶ່ງ, ນີ້ບໍ່ແມ່ນສິ່ງທີ່ພຣະອົງຫວັງບໍ? (ແມ່ນ). ດັ່ງນັ້ນ ເມື່ອເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າແລ້ວ, ເຈົ້າກໍຄວນຮູ້ຢູ່ໃນໃຈຂອງເຈົ້າວ່າ ຈະກະທຳແນວໃດເພື່ອຕອບສະໜອງຕາມຂໍ້ກຳນົດຂອງພຣະເຈົ້າ, ເພື່ອໃຫ້ເປັນທີ່ມັກໃນສາຍຕາຂອງພຣະເຈົ້າ ແລະ ເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ. ຖ້າເຈົ້າສາມາດເຫັນການສະແດງອອກ ແລະ ພຶດຕິກຳຂອງເຈົ້າເອງຢ່າງຊັດເຈນ, ພ້ອມທັງທັດສະນະຄະຕິທີ່ເຈົ້າມີຕໍ່ໜ້າທີ່ຂອງເຈົ້າ, ຖ້າເຈົ້າມີການຮູ້ຈັກຕົນເອງ ແລະ ເຈົ້າຮູ້ວ່າຕົນເອງເປັນໂຕຫຍັງ, ແລ້ວການທີ່ເຈົ້າຮຽກຮ້ອງໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມໂປດປານ, ສະແດງພຣະຄຸນຕໍ່ເຈົ້າ ຫຼື ປະຕິບັດຕໍ່ເຈົ້າເປັນພິເສດນັ້ນ ບໍ່ແມ່ນສິ່ງທີ່ບໍ່ມີເຫດຜົນບໍ? (ແມ່ນແລ້ວ). ແມ່ນແຕ່ຕົວເຈົ້າເອງກໍຍັງຄິດວ່າຕົນເອງຕໍ່າຕ້ອຍ, ແມ່ນແຕ່ເຈົ້າກໍຍັງດູຖູກຕົນເອງ, ແຕ່ເຈົ້າກັບຮຽກຮ້ອງໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມໂປດປານ, ສິ່ງນີ້ບໍ່ສົມເຫດສົມຜົນເລີຍ. ດ້ວຍເຫດນັ້ນ, ຖ້າເຈົ້າຢາກໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມໂປດປານ, ຢ່າງໜ້ອຍເຈົ້າກໍຄວນເຮັດໃຫ້ຕົນເອງໜ້າເຊື່ອຖືໃນສາຍຕາຂອງຄົນອື່ນ. ຖ້າເຈົ້າຢາກໃຫ້ຄົນອື່ນໄວ້ໃຈເຈົ້າ, ເບິ່ງເຈົ້າດ້ວຍຄວາມໂປດປານ ແລະ ຍົກຍ້ອງເຈົ້າ, ແລ້ວຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງມີກຽດສັກສີ, ມີຄວາມສຳນຶກຮັບຜິດຊອບ, ຮັກສາຄຳເວົ້າ ແລະ ໜ້າໄວ້ວາງໃຈ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເປັນຄົນດຸໝັ່ນ, ມີຄວາມຮັບຜິດຊອບ ແລະ ອຸທິດຕົນຕໍ່ໜ້າພຣະເຈົ້າ, ແລ້ວເຈົ້າກໍຈະບັນລຸຂໍ້ກຳນົດຂອງພຣະເຈົ້າທີ່ມີຕໍ່ເຈົ້າໂດຍພື້ນຖານ. ແລ້ວກໍຈະມີຄວາມຫວັງທີ່ເຈົ້າຈະໄດ້ຮັບການຮັບຮອງຈາກພຣະເຈົ້າ ບໍ່ແມ່ນບໍ? (ແມ່ນ). ສິ່ງນີ້ຍາກທີ່ຈະບັນລຸບໍ? (ບໍ່). ແມ່ນແຕ່ມະນຸດກໍຍັງຢາກຊອກຫາຄົນທີ່ໜ້າເຊື່ອຖືເພື່ອຈັດການໜ້າວຽກ ແລະ ຄົບຫາສະມາຄົມນໍາ, ສະນັ້ນ ມັນຫຼາຍເກີນໄປບໍທີ່ພຣະເຈົ້າຈະຂໍໃຫ້ມະນຸດປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ພຣະອົງຈະມີຂໍ້ກຳນົດເລັກນ້ອຍນີ້ສຳລັບພວກເຂົາ? (ບໍ່, ມັນບໍ່ຫຼາຍເກີນໄປ). ມັນບໍ່ຫຼາຍເກີນໄປເລີຍ. ນີ້ບໍ່ແມ່ນການເຮັດໃຫ້ຫຍຸ້ງຍາກໃຫ້ແກ່ຜູ້ຄົນ, ແຕ່ກົງກັນຂ້າມ ມັນເປັນສິ່ງທີ່ຖືກຕ້ອງເໝາະສົມຫຼາຍ. ພຽງແຕ່ຜູ້ຄົນບໍ່ມີໃຈທີ່ຈະເຮັດສິ່ງນີ້, ພວກເຂົາບໍ່ໄຕ່ຕອງເຖິງຄວາມຄິດຂອງພຣະເຈົ້າ ຫຼື ບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ. ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄື ການຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ ໂດຍເວົ້າວ່າ “ພຣະອົງຕ້ອງອວຍພອນຂ້ານ້ອຍ! ພຣະອົງຕ້ອງສະແດງພຣະຄຸນແກ່ຂ້ານ້ອຍ! ພຣະອົງຕ້ອງນໍາພາຂ້ານ້ອຍ!” ດັ່ງນັ້ນ, ສິ່ງທີ່ເຈົ້າກຳລັງເຮັດຢູ່ແມ່ນຫຍັງ? ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຕາມຈິດສຳນຶກ ແລະ ເຫດຜົນຂອງເຈົ້າຢ່າງແທ້ຈິງໄດ້ບໍ? ເຈົ້າສາມາດດຸໝັ່ນ, ມີຄວາມຮັບຜິດຊອບ ແລະ ຊື່ສັດຢ່າງແທ້ຈິງໄດ້ບໍ? ນີ້ຄືເງື່ອນໄຂພື້ນຖານທີ່ສຸດທີ່ເຈົ້າຕ້ອງບັນລຸ ເພື່ອໃຫ້ພຣະເຈົ້າເບິ່ງເຈົ້າດ້ວຍຄວາມໂປດປານ. ນີ້ບໍ່ແມ່ນທິດທາງທີ່ຜູ້ຄົນຄວນພະຍາຍາມຢ່າງໜັກ ເພື່ອໄປໃຫ້ເຖິງບໍ? ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມກ້າວໄປສູ່ຄວາມຈິງ ແລະ ຂໍ້ກຳນົດຂອງພຣະເຈົ້າ, ນີ້ຄືທິດທາງທີ່ຜູ້ຄົນຄວນພະຍາຍາມຢ່າງໜັກ ເພື່ອໄປໃຫ້ເຖິງ. ຜູ້ຄົນຕ້ອງພະຍາຍາມຢ່າງໜັກໃນທິດທາງທີ່ຖືກຕ້ອງ. ດ້ວຍວິທີນັ້ນ, ການສະແຫວງຫາຂອງພວກເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈກໍຈະບໍ່ວ່າງເປົ່າອີກຕໍ່ໄປ.
ໃນໃຈຂອງພວກເຂົາ, ຜູ້ນໍາປອມມີແນວຄິດກ່ຽວກັບການເຮັດໃຫ້ພຣະເຈົ້າພໍໃຈໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະອົງບໍ? ພວກເຂົາມີທັດສະນະຄະຕິໃດໆບໍ? ເຫັນໄດ້ຢ່າງຊັດເຈນວ່າບໍ່ມີ. ພວກເຂົາພຽງແຕ່ມີທັດສະນະຄະຕິຂອງການໃຊ້ຊີວິດແບບຢູ່ໄປວັນໆ ແລະ ພວກເຂົາປະຕິບັດຕໍ່ພຣະເຈົ້າໃນລັກສະນະດຽວກັນ, ໃນລັກສະນະທີ່ບໍ່ຢຳເກງ ແລະ ດູຖູກຢ່າງຍິ່ງ. ທັດສະນະຄະຕິແບບນີ້ເຮັດໃຫ້ພຣະເຈົ້າເສື່ອມເສຍກຽດ ແລະ ໝິ່ນປະໝາດພຣະອົງຢ່າງຮ້າຍແຮງ ແລະ ພຣະເຈົ້າລັງກຽດມັນ. ພຣະເຈົ້າໄດ້ມອບຊີວິດ ແລະ ທຸກສິ່ງທີ່ມະນຸດມີໃຫ້ແກ່ພວກເຂົາ, ແຕ່ທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ, ຕໍ່ການຈັດແຈງທີ່ພຣະເຈົ້າເຮັດສຳລັບຊີວິດຂອງພວກເຂົາ, ຕໍ່ພຣະບັນຊາ ແລະ ວຽກງານຂອງພຣະເຈົ້າ ແລະ ຕໍ່ໜ້າທີ່ຂອງພວກເຂົາເອງ, ແມ່ນທັດສະນະຄະຕິຂອງການດູໝິ່ນ ແລະ ການດູຖູກ. “ການດູຖູກ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງການຢາກໃຊ້ຊີວິດແບບຢູ່ໄປວັນໆ ແລະ ບໍ່ຈິງຈັງກັບຫຍັງເລີຍ. ພຣະເຈົ້າລັງກຽດທັດສະນະຄະຕິແບບນີ້ຂອງພວກເຂົາຢ່າງສຸດຂີດ ແລະ ນັ້ນຄືເຫດຜົນທີ່ພຣະອົງຈະບໍ່ຊ່ວຍຄົນແບບນີ້ໃຫ້ລອດພົ້ນຢ່າງແນ່ນອນ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈຢູ່ບ່ອນນີ້ແມ່ນຫຍັງ? ມັນຄືການທີ່ພວກເຈົ້າຕ້ອງບໍ່ເປັນຄົນປະເພດນີ້. ບໍ່ວ່າເຈົ້າຈະເປັນຜູ້ນໍາ ຫຼື ບໍ່ ຫຼື ບໍ່ວ່າເຈົ້າຈະມີຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ຈະເປັນຜູ້ນໍາ ຫຼື ບໍ່, ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ທີ່ຈະປະພຶດຕົນ ແລະ ຕ້ອງບໍ່ເປັນຄົນຂີ້ຄ້ານ, ຄົນເກເລ ຫຼື ຄົນຕ່ຳຊ້າຢ່າງເດັດຂາດ. ໃນການປະພຶດຂອງເຈົ້າ, ເຈົ້າຕ້ອງມີທັດສະນະຄະຕິທີ່ທ່ຽງທຳ, ມີກຽດສັກສີ ແລະ ມີຄວາມສຳນຶກຮັບຜິດຊອບ, ນີ້ຄືສິ່ງພື້ນຖານທີ່ສຸດ. ມີພຽງແຕ່ບົນພື້ນຖານນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຕອບສະໜອງຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຮັດໃຫ້ພຣະບັນຊາຂອງພຣະອົງສຳເລັດ. ຖ້າເຈົ້າບໍ່ມີແມ່ນແຕ່ພື້ນຖານເລັກນ້ອຍນີ້, ແລ້ວກໍບໍ່ມີຫຍັງທີ່ຈະເວົ້າເຖິງ.
ວັນທີ 3 ເມສາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?