ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 8 : “ສຽງແຫ່ງການສັນລະເສີນ” ລາຍງານພິເສດກ່ຽວກັບການສະແດງວາໄຣຕີ້ (ພາກທີ 1)
ລາຍງານພິເສດນີ້ແມ່ນກ່ຽວກັບ “ສຽງແຫ່ງການສັນລະເສີນ” ຕອນທີສອງ ເຊິ່ງເປັນການສະແດງວາໄຣຕີ້ຕ້ອນຮັບປີໃໝ່ 2026....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໃນລະຫວ່າງການຊຸມນຸມ, ບັນດາຊາວຄຣິດຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດບຣາຊິນ ໄດ້ຮ້ອງເພງສັນລະເສີນ, ເຕັ້ນລຳ ແລະ ອ່ານພຣະທຳຂອງພຣະເຈົ້າ, ເພື່ອສະແດງຄວາມຂອບໃຈ ແລະ ສັນລະເສີນຕໍ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາໄດ້ແບ່ງປັນປະສົບການກ່ຽວກັບການເພິ່ງພາພຣະທຳຂອງພຣະເຈົ້າເພື່ອເອົາຊະນະຄວາມຍາກລຳບາກຕ່າງໆ ເຊັ່ນ: ຄວາມສັບສົນໃນຄວາມເຊື່ອ, ຄວາມຍາກລຳບາກໃນຄອບຄົວ ແລະ ການເຈັບປ່ວຍຂອງຄົນທີ່ຮັກ. ພວກເຂົາໄດ້ສຳຜັດເຖິງກຳລັງທີ່ພຣະທຳຂອງພຣະເຈົ້າໄດ້ມອບໃຫ້ຢ່າງແທ້ຈິງ. ບັນດາຊາວຄຣິດທີ່ເຂົ້າຮ່ວມລ້ວນແຕ່ຮູ້ສຶກຕື້ນຕັນໃຈກັບປະສົບການຈິງເຫຼົ່ານີ້. ທຸກຄົນຮູ້ສຶກວ່າຕົນເອງໄດ້ຮັບບາງສິ່ງບາງຢ່າງ ແລະ ໄດ້ເພີດເພີນກັບຄວາມອຸດົມສົມບູນ ແລະ ຄວາມສຸກຂອງຊີວິດຄຣິດຕະຈັກໃນຍຸກໃໝ່.
00:10 ຄຳນຳຂອງຜູ້ຈັດ
05:54 ນັກຂ່າວລົງພື້ນທີ່
07:47 ການຮ້ອງເພງສັນລະເສີນ: “ເພງຮັກອັນຫວານຊື່ນ”
09:47 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ
16:42 ຄຳພະຍານຈາກປະສົບການຂອງທ່ານນາງແພັດທຣີເຊຍ
22:19 ຄຳພະຍານຈາກປະສົບການຂອງທ່ານນາງດີລມາ
25:42 ຄຳພະຍານຈາກປະສົບການຂອງທ່ານນາງອະເດຣຍນາ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ລາຍງານພິເສດນີ້ແມ່ນກ່ຽວກັບ “ສຽງແຫ່ງການສັນລະເສີນ” ຕອນທີສອງ ເຊິ່ງເປັນການສະແດງວາໄຣຕີ້ຕ້ອນຮັບປີໃໝ່ 2026....
ຊາວຄຣິສຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດຝຣັ່ງ ໄດ້ພົບເສັ້ນທາງແຫ່ງການປະຕິບັດສຳລັບການກາຍເປັນຄົນຊື່ສັດ...
ຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດການາດາ ໄດ້ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ...
ຊາວຄຣິສທີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນກຸງໂຊລ, ປະເທດເກົາຫຼີໃຕ້, ອາດຈະລັງເລ, ຮູ້ສຶກອ່ອນແອ ແລະ ເຈັບປວດ...