ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 1 : ພຣະກິດຕິຄຸນແຫ່ງອານາຈັກເບັ່ງບານ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຜີຍແຜ່ໄປຫຼາຍກວ່າ 120 ປະເທດ

23 ເດືອນຕຸລາ 2025

ໃນປີ 1991, ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດແຫ່ງຍຸກແຫ່ງລາຊະອານາຈັກຢ່າງເປັນທາງການ ແລະ ໄດ້ສ້າງຕັ້ງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂຶ້ນ. ນັບຕັ້ງແຕ່ປີ 1995 ເປັນຕົ້ນມາ, ພຣະກິດຕິຄຸນແຫ່ງລາຊະອານາຈັກໄດ້ເລີ່ມເຜີຍແຜ່ຢ່າງເປັນທາງການໃນປະເທດຈີນແຜ່ນດິນໃຫຍ່, ຜູ້ຄົນຈາກທຸກສາສະໜາ ແລະ ນິກາຍທີ່ປາດຖະໜາການປາກົດຕົວຂອງພຣະເຈົ້າກໍໄດ້ຍິນສຽງຂອງພຣະອົງ, ໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະອົງ ແລະ ໄດ້ກັບຄືນສູ່ເຮືອນຂອງພຣະເຈົ້າ. ໃນຫຼາຍໆບ່ອນຈຶ່ງໄດ້ເກີດມີພາບເຫດການທີ່ວ່າ ທຸກສາສະໜາໂຮມເຂົ້າເປັນໜຶ່ງດຽວ ແລະ ທຸກຊົນຊາດພາກັນຫຼັ່ງໄຫຼມາສູ່ພູເຂົາແຫ່ງເຮືອນຂອງພຣະເຈົ້າ. ໂລກສາສະໜາຕົກຢູ່ໃນສະພາວະໃກ້ຈະພັງທະລາຍລົງຢ່າງສິ້ນເຊີງ. ຕໍ່ມາ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ຖືກປະນາມ ແລະ ໂຈມຕີຈາກໂລກສາສະໜາ ແລະ ລັດຖະບານພັກກອມມູນິດຈີນກໍໄດ້ເປີດສາກການກົດຂີ່ຂົ່ມເຫັງທີ່ໂຫດຮ້າຍຍິ່ງກວ່າເກົ່າຕໍ່ຄຣິສຕະຈັກ. ເຖິງວ່າຈະເປັນແນວນັ້ນກໍຕາມ, ພາຍໃຕ້ການນຳພາຂອງພຣະເຈົ້າ, ຄົນທີ່ຖືກເລືອກຂອງພຣະເຈົ້າຢ່າງຫຼວງຫຼາຍໄດ້ຜ່ານຄວາມທຸກຍາກລຳບາກນັບບໍ່ຖ້ວນ ແລະ ທະລຸຜ່ານອຸປະສັກຢ່າງຫຼວງຫຼາຍ. ໃນປີ 2007, ໃນທີ່ສຸດພວກເຂົາກໍໄດ້ເຜີຍແຜ່ພຣະກິດຕິຄຸນແຫ່ງລາຊະອານາຈັກຂອງພຣະເຈົ້າໄປຍັງຕ່າງປະເທດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງທຳອິດໃນໄຕ້ຫວັນກໍໄດ້ຖືກສ້າງຕັ້ງຂຶ້ນ. ເມື່ອພຣະກິດຕິຄຸນແຫ່ງລາຊະອານາຈັກໄດ້ຂະຫຍາຍຕົວຢ່າງໄວວາຈາກທະວີບອາຊີໄປສູ່ເອີຣົບ, ຈາກນັ້ນກໍໄປສູ່ທະວີບອາເມລິກາ, ອາຟຣິກາ ແລະ ໂອເຊອານີ, ຈົນເຖິງປັດຈຸບັນ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ຖືກສ້າງຕັ້ງຂຶ້ນໃນຫຼາຍກວ່າ 120 ປະເທດທົ່ວໂລກ. ພຣະກິດຕິຄຸນແຫ່ງລາຊະອານາຈັກຍັງຄົງສືບຕໍ່ຂະຫຍາຍອອກໄປດັ່ງໄຟລາມປ່າໄປທົ່ວທຸກທະວີບ.

ໃນລາຍການຕອນນີ້, ພວກເຮົາຈະພາທຸກທ່ານໄປສຳຜັດກັບຊີວິດຄຣິສຕະຈັກຂອງບັນດາສະມາຊິກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ປະຈຳປະເທດອີຕາລີ.

00:11 ຄຳນຳຂອງຜູ້ຈັດ

02:10 ພຣະກິດຕິຄຸນແຫ່ງລາຊະອານາຈັກເບັ່ງບານໃນເອີຣົບ, ໂດຍມີອີຕາລີເປັນຈຸດທຳອິດ

03:09 ພຣະກິດຕິຄຸນແຫ່ງລາຊະອານາຈັກກຳລັງເຜີຍແຜ່ຢ່າງກວ້າງຂວາງໃນທະວີບອາເມລິກາ, ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ສ້າງຕັ້ງຄຣິສຕະຈັກຕ່າງໆຂຶ້ນໃນຫຼາຍໆປະເທດຕາມລຳດັບ

04:17 ພຣະກິດຕິຄຸນຂອງອານາຈັກໄດ້ຢັ່ງຮາກເທິງດິນແດນອາຟຣິກາ: ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈະເລີນຮຸ່ງເຮືອງໄປທົ່ວທະວີບ

05:27 ພຣະກິດຕິຄຸນແຫ່ງລາຊະອານາຈັກເຜີຍແຜ່ເຖິງໂອເຊອານີ, ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍໄດ້ຖືກສ້າງຕັ້ງຂຶ້ນໃນແຕ່ລະປະເທດຢ່າງຕໍ່ເນື່ອງ

06:53 ນັກຂ່າວຊາວອີຕາລີລົງພື້ນທີ່

09:39 ການເບິ່ງວິດີໂອເຕັ້ນລຳຂອງຊາວຄຣິສ: ເພງແຫ່ງອານາຈັກ: ອານາຈັກລົງມາເທິງແຜ່ນດິນໂລກ.

10:19 ຄຳພະຍານຈາກປະສົບການຂອງທ່ານຄຣິສຕຽນ

12:52 ຄຳພະຍານຈາກປະສົບການຂອງທ່ານເອນຣິໂກ

14:26 ຄຳພະຍານຈາກປະສົບການຂອງທ່ານເອນໂຊ

18:40 ການຮ້ອງເພງສັນລະເສີນພຣະທຳຂອງພຣະເຈົ້າ: “ພຣະເຈົ້າປາດຖະໜາໃຫ້ມະນຸດຊາດສະແຫວງຫາຄວາມຈິງ ແລະ ລອດຊີວິດ”

19:52 ການໃຫ້ພອນຂອງຊາວຄຣິສ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 4 : ຄຳພະຍານຂອງຊາວຄຣິສໃນຄຣິສຕະຈັກທີ່ປະເທດສະເປນ—ຄວາມຈິງເຮັດໃຫ້ຜູ້ຄົນເປັນອິດສະຫຼະ

ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດສະເປນ ໄດ້ຍິນພຣະວັດຈະນະຂອງພຣະວິນຍານແຫ່ງຄວາມຈິງ....

ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 6 : ປະສົບການຂອງຊາວຄຣິສຕຽນໃນຄຣິສຕະຈັກໃນປະເທດຝຣັ່ງ: ເງື່ອນໄຂສຳລັບການເຂົ້າສູ່ອານາຈັກສະຫວັນ

ຊາວຄຣິສຕຽນຂອງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດຝຣັ່ງ ໄດ້ພົບເສັ້ນທາງແຫ່ງການປະຕິບັດສຳລັບການກາຍເປັນຄົນຊື່ສັດ...

ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 5 : ການແບ່ງປັນປະສົບການຂອງຊາວຄຣິສໃນຄຣິສຕະຈັກກຸງໂຊລ: ເຂົ້າໃຈຄວາມຈິງ ຈຶ່ງເລືອກໄດ້ຖືກຕ້ອງ

ຊາວຄຣິສທີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນກຸງໂຊລ, ປະເທດເກົາຫຼີໃຕ້, ອາດຈະລັງເລ, ຮູ້ສຶກອ່ອນແອ ແລະ ເຈັບປວດ...

ລາຍງານສະພາບຕົວຈິງຂອງຊີວິດໃນຄຣິສຕະຈັກ, ຕອນທີ 3 : ຊາວຄຣິດໃນນິວຢອກ ແລະ ເພັນຊິລເວເນຍ ພົບເຫັນການຫຼໍ່ລ້ຽງຝ່າຍຈິດວິນຍານໃນການນະມັດສະການພຣະເຈົ້າ

ໃນຍຸກສະໄໝປັດຈຸບັນທີ່ເຕັມໄປດ້ວຍເຕັກໂຊໂລຊີທີ່ກ້າວໜ້າ ແລະ ຄວາມອຸດົມສົມບູນທາງດ້ານວັດຖຸ, ຜູ້ຄົນຈຳນວນຫຼາຍໃນສັງຄົມ, ລວມທັງຊາວຄຣິດ,...

Leave a Reply