ຊາວຄຣິສໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນປະເທດການາດາ ໄດ້ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ໄດ້ປະສົບກັບການພິພາກສາ ແລະ ການລົງໂທດຈາກພຣະທຳຂອງພຣະອົງ. ພວກເຂົາໄດ້ໄຕ່ຕອງ ແລະ ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈາກພຣະທຳຂອງພຣະອົງ ແລະ ໂດຍການປະຕິບັດຕາມພຣະທຳຂອງພຣະເຈົ້າ, ພວກເຂົາກໍຄ່ອຍໆຖອດຖິ້ມອຸປະນິໄສທີ່ເສື່ອມຊາມເຫຼົ່ານັ້ນ. ດ້ວຍວິທີນີ້, ພວກເຂົາຈຶ່ງຫຼຸດພົ້ນຈາກພັນທະນາການແຫ່ງທຳມະຊາດທີ່ຜິດບາບຂອງພວກເຂົາ ແລະ ໄດ້ມາໃຊ້ຊີວິດຢູ່ໃນຄວາມສະຫວ່າງ. ພວກເຂົາຮູ້ສຶກວ່າ ການລົງໂທດ ແລະ ການພິພາກສາຂອງພຣະເຈົ້າ ຄືແສງສະຫວ່າງແຫ່ງຄວາມລອດພົ້ນສຳລັບມະນຸດຊາດ ແລະ ມີພຽງແຕ່ການຍອມຮັບການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ.
00:33 ຈຸດສຳຄັນ
01:09 ຄຳນຳຂອງຜູ້ຈັດ
04:45 ນັກຂ່າວລົງພື້ນທີ່
06:42 ການຮ້ອງເພງສັນລະເສີນ: “ເພງສາຍໃຍທີ່ບໍ່ຕ້ອງເອີຍປາກ”
11:16 ການອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ
17:46 ເອື້ອຍນ້ອງ ຊິນດີ ແບ່ງປັນປະສົບການຂອງລາວ: ພໍໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ານ້ອຍກໍໄດ້ພົບເສັ້ນທາງທີ່ຈະຖອດຖິ້ມທຳມະຊາດທີ່ຜິດບາບຂອງຂ້ານ້ອຍ
27:27 ອ້າຍນ້ອງ ອີອານ ແບ່ງປັນປະສົບການຂອງລາວ: ເຈົ້າສາມາດຖອດຖິ້ມພັນທະນາການຂອງຊື່ສຽງ ແລະ ຜົນປະໂຫຍດໂດຍການຍອມຮັບການພິພາກສາຈາກພຣະທຳຂອງພຣະເຈົ້າເທົ່ານັ້ນ
41:46 ການສຳພາດພາກສະໜາມ