ລາຍງານຕິດຕາມສະບັບນີ້ເນັ້ນໃສ່ຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈາກປະເທດຕ່າງໆໃນເອີຣົບ, ໂອເຊອານີ, ອາຟຣິກາ, ທະວີບອາເມຣິກາ ແລະ ອາຊີ, ໂດຍນຳສະເໜີຄວາມຮູ້ສຶກທີ່ແທ້ຈິງຂອງພວກເຂົາຫຼັງຈາກຮັບຊົມການສະແດງວາໄຣຕີ້ “ສຽງແຫ່ງການສັນລະເສີນ” ໃນວັນປີໃໝ່ 2026. ຜ່ານພາບບັນຍາກາດ ແລະ ການສຳພາດໃນສະຖານທີ່ຈິງ, ລາຍການນີ້ຈະນຳພາທ່ານຜູ້ຊົມໄປສຳຜັດກັບໂລກພາຍໃນຈິດໃຈຂອງຊາວຄຣິສເຫຼົ່ານີ້, ເຮັດໃຫ້ຜູ້ຊົມສຳຜັດໄດ້ເຖິງປະສົບການ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກການສະແດງ. ໃນຂະນະດຽວກັນ, ຕອນນີ້ຈະເປີດເຜີຍສິບການສະແດງທີ່ໄດ້ຮັບຄວາມນິຍົມສູງສຸດໃນການສະແດງວາໄຣຕີ້ວັນປີໃໝ່ 2026, ໂດຍລວມເອົາຄວາມຮູ້ສຶກທີ່ແທ້ຈິງຂອງຊາວຄຣິສຫຼັງຈາກທີ່ໄດ້ຮັບຊົມການສະແດງເຫຼົ່ານັ້ນ. ພວກເຮົາມາຄົ້ນຫາການສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫຼວງຫຼາຍເຫຼົ່ານີ້ໄປນຳກັນ ແລະ ຄົ້ນຫາເຫດຜົນວ່າເປັນຫຍັງພວກມັນຈຶ່ງສາມາດເຮັດໃຫ້ຜູ້ຄົນຕື້ນຕັນໃຈໄດ້ຢ່າງເລິກເຊິ່ງພຽງນີ້.
00:18 ຄຳນຳຂອງຜູ້ຈັດ
05:27 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນເອີຣົບ
10:49 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນໂອເຊອານີ
14:26 ຄວາມຮູ້ສຶກຕໍ່ການສະແດງຂອງຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນອາຟຣິກາ
19:01 ການເປີດເຜີຍການສະແດງອັນດັບທີ 10 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ການຮ້ອງເພງດ່ຽວ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” ຮັບຊົມສະບັບເຕັມໄດ້ທີ່: ເພງຄຣິດສະຕຽນ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” | ສຽງແຫ່ງການສັນລະເສີນ 2026)
26:19 ການເປີດເຜີຍການສະແດງອັນດັບທີ 9 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ” ຮັບຊົມສະບັບເຕັມໄດ້ທີ່: ການສະແດງການເຕັ້ນລຳ “ຊີວິດຂອງສິ່ງທີ່ຖືກສ້າງທັງໝົດມາຈາກພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026)
32:51 ການເປີດເຜີຍການສະແດງອັນດັບທີ 8 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ຄະນະປະສານສຽງ “ພຣະເຈົ້າກຳລັງຊອກຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ” ຮັບຊົມສະບັບເຕັມໄດ້ທີ່: ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ” | ສຽງແຫ່ງການສັນລະເສີນ 2026)
39:28 ການເປີດເຜີຍການສະແດງອັນດັບທີ 7 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ຄຳພະຍານຈາກປະສົບການ “ຂ້ານ້ອຍບໍ່ເສຍໃຈກັບທາງເລືອກນີ້” ຮັບຊົມລາຍການເຕັມໄດ້ຈາກການສະແດງວາໄຣຕີ້ “ສຽງແຫ່ງການສັນລະເສີນ” ຕອນທີ 2: ງານສະແດງສິລະປະຫຼາກຫຼາຍຂອງຄຣິສຕະຈັກ | ສຽງແຫ່ງການສັນລະເສີນ, ຕອນທີ 2 ຊ່ວງເວລາ: 02:49:20-03:19:44)
45:42 ການເປີດເຜີຍການສະແດງອັນດັບທີ 6 ແລະ ຄວາມຮູ້ສຶກຂອງຜູ້ຊົມ (ຜູ້ຄົນທົ່ວໂລກຮຽນພາສາຈີນ ໂດຍການທ່ອງຕອນຄັດເລືອກຈາກພຣະທຳຂອງພຣະເຈົ້າ “ມີພຽງແຕ່ພຣະຄຣິສແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດປະທານຫົນທາງແຫ່ງຊີວິດຊົ່ວນິລັນດອນໃຫ້ກັບມະນຸດໄດ້” ແລະ ຮ້ອງເພງສັນລະເສີນ “ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ” ຮັບຊົມສະບັບເຕັມໄດ້ທີ່: ຜູ້ຄົນທົ່ວໂລກຮຽນພາສາຈີນ | ການອ່ານບົດ ແລະ ການຮ້ອງເພງປະສານສຽງ: ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ | ສຽງແຫ່ງການສັນລະເສີນ 2026)
54:11 ຈຸດສຳຄັນ