ເພງຄຣິດສະຕຽນ “ເຈົ້າຮູ້ເຖິງພາລະກິດຂອງເຈົ້າບໍ່?” | ສຽງແຫ່ງການສັນລະເສີນ 2026

19 ເດືອນມັງກອນ 2026

1

ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດບັນຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະບອກສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ?

2

ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປຢ່າງເໝາະສົມໄດ້ແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງແນ່ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາມີຫຼາຍເທົ່າໃດ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ສັບສົນ, ຮ້ອງໄຫ້ຄໍ້າຄວນຢູ່ໃນຄວາມມືດ, ຫົນທາງຢູ່ໃສ?

3

ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ໂຫຍຫາໃນກາງເວັນ ແລະ ກາງຄືນສຳລັບສິ່ງນັ້ນ ຜູ້ໃດສາມາດຮູ້ຈັກສິ່ງນີ້ໄດ້ຢ່າງສົມບູນ? ແມ່ນແຕ່ໃນມື້ທີ່ແສງສະຫວ່າງເຫຼື້ອມຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກ ຍັງຄົງຖືກກັກຂັງໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປໃນເມື່ອໃດ? ຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກສະຫງົບນັ້ນຈັ່ງແມ່ນເປັນຕາຢ້ານແທ້, ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດທີ່ໄຮ້ປານີ ແລະ ປະຫວັດສາດທີ່ແຊ່ແຂງ. ຊັ້ນໃຜທີ່ເຄີຍໄດ້ຍິນສຽງຮ້ອງໄຫ້ຄໍ້າຄວນຂອງພວກເຂົາ? ໃຜໄດ້ເຫັນສະພາວະທີ່ທຸກໃຈຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ບໍ່ມີຄວາມຜິດ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ?

4

ທ້າຍທີ່ສຸດ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ເຖິງແມ່ນວ່າ ມະນຸດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກວາງຢາພິດໂດຍຜູ້ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ດ້ວຍຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມກອບກູ້ຜູ້ລອດຊີວິດເຫຼົ່ານີ້ທຸກຄົນບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດຄວາມເຂັ້ມແຂງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເຈົ້າຈະເຂົ້າໃຈການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດແທ້ໆ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະດຳລົງຊີວິດຢ່າງມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ຮັບໃຊ້ພຣະເຈົ້າແທ້ໆ ບໍ?

(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ