ຮູບເງົາຂອງຊາວຄຣິດ “ເຮືອນຂອງຂ້ອຍຢູ່ໃສ” God Gave Me a Happy Family

30 ເດືອນສິງຫາ 2023

ພໍ່ແມ່ຂອງເວີນຢາແຍກກັນຢູ່ ເມື່ອລາວອາຍຸໄດ້ສອງປີ ແລະ ຫຼັງຈາກນັ້ນ ລາວກໍອາໄສຢູ່ກັບພໍ່ ແລະ ແມ່ລ້ຽງຂອງລາວ. ແມ່ລ້ຽງຂອງບໍ່ສາມາດທົນລາວໄດ້ ແລະ ຜິດຖຽງກັບພໍ່ຂອງລາວຢູ່ສະເໝີ. ພໍ່ຂອງລາວມີທາງເລືອກໜ້ອຍ, ລາວຈຳເປັນຕ້ອງສົ່ງເວີນຢາໄປເຮືອນຂອງແມ່ຂອງລາວ, ແຕ່ແມ່ຂອງລາວກໍສົນໃຈກັບທຸລະກິດຂອງລາວຢູ່ຕະຫຼອດ ແລະ ບໍ່ມີເວລາດູແລເວີນຢາ, ສະນັ້ນ ລາວຈຶ່ງອອກໄປຢູ່ເຮືອນຂອງຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງລາວເພື່ອຮັບການລ້ຽງດູຢູ່ເລື້ອຍໆ. ຫຼັງຈາກເວລາຫຼາຍປີທີ່ໃຊ້ຊີວິດໂດຍຮັບການລ້ຽງດູ, ເວີນຢາທີ່ຍັງນ້ອຍກໍຮູ້ສຶກໂດດດ່ຽວ ແລະ ສິ້ນຫວັງ ແລະ ປາຖະໜາທີ່ຈະຮັບຄວາມອົບອຸ່ນຈາກເຮືອນ. ພຽງແຕ່ເມື່ອພໍ່ ແລະ ແມ່ລ້ຽງຂອງລາວຢ່າຮ້າງກັນ, ລາວຈຶ່ງກັບໄປຢູ່ຂ້າງພໍ່ຂອງລາວ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍມີເຮືອນ, ບໍ່ວ່າຜົນຕາມມາຈະດີ ຫຼື ຮ້າຍ. ຫຼັງຈາກທີ່ເວີນຢາໃຫຍ່ຂຶ້ນ, ລາວກໍລະມັດລະວັງ ແລະ ເຊື່ອຟັງຫຼາຍ ແລະ ລາວຮຽນໜັກ. ແຕ່ເມື່ອລາວກຳລັງຮຽນໜັກເພື່ອກຽມສອບເສັງເຂົ້າວິທະຍາໄລຂອງລາວ, ຄວາມໂຊກຮ້າຍກໍເກີດຂຶ້ນກັບລາວ: ແມ່ຂອງລາວມີອາການຕົກເລືອດໃນສະໝອງ ແລະ ເປັນອຳມະພາດ ແລະ ເປັນຜູ້ປ່ວຍຕິດຕຽງ. ພໍ່ລ້ຽງຂອງລາວປະຖິ້ມແມ່ຂອງລາວ ແລະ ເຖິງກັບຄວບຄຸມຊັບສິນທັງໝົດຂອງລາວ ແລະ ຫຼັງຈາກນັ້ນ ພໍ່ຂອງລາວກໍເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກເປັນໂຣກມະເຮັງຕັບ... ເວີນຢາບໍ່ສາມາດຮັບເອົາພາລະໃນຄອບຄົວໄດ້, ສະນັ້ນ ສິ່ງທີ່ລາວສາມາດເຮັດໄດ້ກໍຄືອ້ອນວອນຍາດພີ່ນ້ອງ ແລະ ໝູ່ເພື່ອນ, ແຕ່ລາວກໍຖືກປະຕິເສດ... ເມື່ອເວີນຢາກຳລັງທົນທຸກ ແລະ ຂາດທີ່ເພິ່ງພາອາໄສ, ເອື້ອຍນ້ອງສອງຄົນຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກໍເປັນພະຍານໃຫ້ກັບເວີນຢາ, ແມ່ ແລະ ເອື້ອຍຂອງລາວກ່ຽວກັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍ. ພວກເຂົາໄດ້ເຂົ້າໃຈສາເຫດຂອງຄວາມເຈັບປວດໃນຊີວິດຂອງຜູ້ຄົນຈາກພຣະທຳຂອງພຣະເຈົ້າອົງຊົງລິດທາພາບສູງສຸດ ແລະ ເຂົ້າໃຈວ່າ ຖ້າຜູ້ຄົນມາຢູ່ຕໍ່ໜ້າພຣະເຈົາເທົ່ານັ້ໜ, ພວກເຂົາຈຶ່ງຈະສາມາດຮັບເອົາການປົກປ້ອງຂອງພຣະເຈົ້າ ແລະ ດຳລົງຊີວິດໂດຍມີຄວາມສຸກ. ມີແຕ່ຜ່ານການປອບໃຈຈາກພຣະທຳຂອງພຣະເຈົ້າເທົ່ານັ້ນ, ແມ່ ແລະ ລູກສາວຈຶ່ງສາມາດອອກຈາກຄວາມເຈັບປວດ ແລະ ຄວາມສິ້ນຫວັງຂອງພວກເຂົາ. ເວີນຢາໄດ້ປະສົບກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າຢ່າງແທ້ຈິງ; ໃນທີ່ສຸດ ລາວກໍຮູ້ສຶກເຖິງຄວາມອົບອຸ່ນຈາກເຮືອນ ແລະ ເຂົ້າມາໃນເຮືອນທີ່ແທ້ຈິງ...

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ