ຮູບເງົາຂອງຊາວຄຣິດ “ເລື່ອງລາວຂອງຂ້ອຍ, ເລື່ອງລາວຂອງພວກເຮົາ”

28 ເດືອນມີນາ 2023

ຢາງຢີ ເຊິ່ງເປັນຜູ້ນໍາຄຣິສຕະຈັກ ຖືກຈັບກຸມໃນການລົນນະລົງຂະໜາດໃຫຍ່ຂອງພັກກອມມູນິດຈີນໃນຄັ້ງໜຶ່ງ ແລະ ຖືກຕັດສິນໃຫ້ຮັບໂທດສິບປີຢູ່ໃນຄຸກ. ພາຍໃຕ້ການຕິດຕາມທີ່ເຂັ້ມງວດ ແລະ ຂໍ້ກຳນົດການໃຊ້ແຮງງານແບບຂ້າທາດຈາກຜູ້ຄຸມຄຸກ, ເພິ່ນຮູ້ສຶກຫົດຫູ່ ແລະ ທໍລະມານ ແລະ ເພິ່ນປາດຖະໜາການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າ. ມື້ໜຶ່ງ, ອ້າຍເອື້ອຍນ້ອງຂອງເພິ່ນໄດ້ສ່ຽງເຂົ້າພົບເພິ່ນຢູ່ຄຸກ ແລະ ພວກເຂົາໄດ້ນໍາເອົາສຳເນົາພຣະທຳຂອງພຣະເຈົ້າໄປໃຫ້ເພິ່ນຢ່າງລັບໆ. ເມື່ອຢາງຢີອ່ານພຣະທຳຂອງພຣະເຈົ້າຢ່າງຫິວກະຫາຍ, ເພິ່ນໄດ້ຮັບການດົນບັນດານຢ່າງຫຼວງຫຼາຍ ແລະ ເພິ່ນໄດ້ອອກຈາກຄວາມເຈັບປວດ ແລະ ຄວາມຄິດລົບຂອງເພິ່ນ. ເມື່ອການກົດຂີ່ ແລະ ການຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນຮຸນແຮງຂຶ້ນ, ອ້າຍເອື້ອຍນ້ອງຂອງເພິ່ນອີກຫຼາຍຄົນກໍຖືກຂັງຄຸກພ້ອມກັບເພິ່ນ. ຢາງຢີເຫັນວ່າພວກເຂົາບາງຄົນເຈັບປ່ວຍ ແລະ ຄິດລົບເນື່ອງຈາກການທໍລະມານທີ່ພວກເຂົາຕ້ອງທົນທຸກ, ໃນຂະນະທີ່ບາງຄົນກໍຖືກບັງຄັບໂດຍຜູ້ຄຸມຄຸກໃຫ້ຂຽນ “ໜັງສືສາມສະບັບ” ເພື່ອປະຕິເສດພຣະເຈົ້າ ແລະ ຍ້ອນເຫດນີ້ ພວກເຂົາຈຶ່ງຮູ້ສຶກເສົ້າໃຈ ແລະ ຍ້ອນແຍ່ງກັບຕົນເອງ. ຫຼັງຈາກທີ່ເຫັນສິ່ງນີ້, ຢາງຢີກໍພົບໂອກາດທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອອ້າຍນ້ອງຂອງເພິ່ນ ແລະ ເພິ່ນສົ່ງພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ. ເມື່ອອ້າຍນ້ອງຂອງເພິ່ນອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບການບຳລຸງລ້ຽງດ້ານວິນຍານ ແລະ ພວກເຂົາທຸກຄົນຮູ້ສຶກວ່າພຣະທຳຂອງພຣະເຈົ້າລໍ້າຄ່າຫຼາຍ, ສະນັ້ນພວກເຂົາຈຶ່ງຕັດສິນໃຈທີ່ຈະຂຽນຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ພວກເຂົາຈື່ຢ່າງເປັນທຳມະຊາດ ແລະ ແບ່ງປັນພຣະທຳເຫຼົ່ານັ້ນນໍາກັນ, ເຊິ່ງເຮັດໃຫ້ອ້າຍນ້ອງອີກຫຼາຍຄົນອ່ານພຣະທຳຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການຕິດຕາມສຳຫຼວດຂອງຜູ້ຄຸມຄຸກ ແລະ ການລາຍງານໂດຍສາຍສືບ, ໃນເວລາຕໍ່ມາ ອ້າຍນ້ອງຂອງຢາງຢີຖືກຄົ້ນພົບວ່າຄອບຄອງພຣະທຳຂອງພຣະເຈົ້າ, ຫຼັງຈາກນັ້ນ ພວກເຂົາກໍຖືກຈັດການຢ່າງເຂັ້ມງວດທີ່ສຸດໂດຍຜູ້ຄຸມ, ຖືກສອບສວນ ແລະ ທໍລະມານ. ແລ້ວກໍມີການຄົ້ນຢ່າງລະອຽດໃນແຕ່ລະພື້ນທີ່ຂອງຄຸກ. ໃນທ່າມກາງສະຖານະການທີ່ຮ້າຍແຮງນີ້, ອ້າຍນ້ອງໄດ້ຜະເຊີນໜ້າກັບການທົດສອບຄວາມເຊື່ອຄັ້ງໃຫຍ່...

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ