ຮູບເງົາຂອງຊາວຄຣິດ “ງານລ້ຽງສະຫຼອງໃນອານາຈັກສະຫວັນ” ຄຳພະຍານຂອງນັກບວດກາໂຕລິກ

10 ເດືອນສິງຫາ 2023

ເສິນເມິງເດີເປັນນັກບວດກາຕໍລິກ. ເພິ່ນເຫັນວ່າໂບດກາຕໍລິກກຳລັງສິ້ນຫວັງ ແລະ ມືດມົວຂຶ້ນເລື້ອຍໆ ແລະ ແມ່ນແຕ່ບາດຫຼວງ ແລະ ນັກບວດຄົນອື່ນໆໄດ້ປະນີປະນອມກັບລັດຖະບານໂດຍເຂົ້າຮ່ວມຄຣິສຕະຈັກສາມຫຼັກການເອກກະເທດ. ສິ່ງນີ້ສ້າງຄວາມເຈັບປວດ ແລະ ຄວາມຜິດຫວັງໃຫ້ລາວແທ້ໆ. ໃນຂະນະທີ່ຊອກຫາຢູ່ບ່ອນນັ້ນບ່ອນນີ້ສຳລັບຄຣິສຕະຈັກທີ່ມີພາລະກິດຂອງພຣະວິນຍານບໍລິສຸດ, ລາວໄດ້ຍິນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໂດຍບໍ່ຄາດຄິດ. ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຈຳນວນຫຼາຍ, ລາວກໍຮັບຮູ້ວ່າມັນຄືສຽງຂອງພຣະເຈົ້າ ແລະ ພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ໄດ້ກັບຄືນມາ ແລະ ລາວຍອມຮັບພຣະອົງຢ່າງປິຕິຍິນດີ. ແຕ່ເສິນເມິງເດີກໍປະຫຼາດໃຈ ທີ່ຫຼັງຈາກທີ່ບາດຫຼວງ ແລະ ນັກບວດຄົນອື່ນໄດ້ຄົ້ນພົບສິ່ງນີ້, ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອປະນາມລາວ ແລະ ຫ້າມບໍ່ໃຫ້ລາວຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາເຖິງກັບສົ່ງຄົນມາທຳລາຍຊັບສິນຂອງຄຣິສຕະຈັກທີ່ລາວດູແລຕິດຕາມ ເພື່ອພະຍາຍາມບັງຄັບໃຫ້ລາວອອກຈາກຫົນທາງທີ່ແທ້ຈິງ. ເສິນເມິງເດີເຫັນໃບໜ້າຊົ່ວຮ້າຍທີ່ກຽດຊັງຄວາມຈິງ, ທີ່ຕໍ່ຕ້ານພຣະເຈົ້າຂອງບາດຫຼວງ ແລະ ນັກບວດ ແລະ ລາວປະຖິ້ມຕຳແໜ່ງຂອງລາວໃນຖານະນັກບວດ, ອອກຈາກຄຣິສຕະຈັກກາຕໍລິກ ແລະ ເລີ່ມເຜີຍແຜ່ ແລະ ເປັນພະຍານໃຫ້ແກ່ຂ່າວປະເສີດແຫ່ງອານາຈັກຂອງພຣະເຈົ້າຢ່າງຫ້າວຫັນ. ລາວນໍາພາຫຼາຍຄົນໃຫ້ຫັນມາຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ລາວເລີ່ມຮູ້ສຶກພໍໃຈກັບຕົນເອງຫຼາຍ, ມັກໂອ້ອວດວ່າລາວໄດ້ເຮັດວຽກຫຼາຍສໍ່າໃດ ແລະ ລາວທົນທຸກຫຼາຍສໍ່າໃດເພື່ອຮັບເອົາການຊື່ນຊົມຈາກອ້າຍເອື້ອຍນ້ອງ. ອຸປະນິໄສທີ່ອວດດີຂອງລາວເລີ່ມພອງຕົວຫຼາຍຂຶ້ນເລື້ອຍໆ. ລາວສັ່ງສອນຄົນອື່ນຢ່າງຈອງຫອງ, ກາຍເປັນພຣະບັນຍັດໃຫ້ກັບຕົວລາວເອງ ແລະ ຈະບໍ່ຮັບຟັງຄຳແນະນໍາໃດໜຶ່ງ. ຜົນຕາມມາກໍຄືລາວຈົບລົງດ້ວຍການຖືກຈັບກຸມຢູ່ການເຕົ້າໂຮມ. ລາວເລີ່ມໄຕ່ຕອງກ່ຽວກັບຕົນເອງຫຼັງຈາກທີ່ຜ່ານການທໍລະມານ ແລະ ການລ້າງສະໝອງທີ່ທາລຸນຂອງພັກກອມມູນິດ. ຜ່ານການເປີດເຜີຍຈາກພຣະທຳຂອງພຣະເຈົ້າ, ລາວໄດ້ເຫັນວ່າລາວອວດດີທີ່ສຸດ ແລະ ປາສະຈາກເຫດຜົນ, ລາວສະແຫວງຫາພື້ນທີ່ໃນຫົວໃຈຂອງຄົນອື່ນ ແລະ ລາວຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຖ້າບໍ່ມີການພິພາກສາ, ການຂ້ຽນຕີ ແລະ ການລົງວິໄນຂອງພຣະເຈົ້າ, ລາວຄົງຈະຈິບຫາຍຍ້ອນຕໍ່ຕ້ານພຣະເຈົ້າແທ້ໆ. ເສິນມິງເດີຮຽນຮູ້ຄວາມຈິງບາງຢ່າງຜ່ານການພິພາກສາ ແລະ ການຊໍາລະລ້າງພຣະທຳຂອງພຣະເຈົ້າ ແລະ ໄດ້ຮັບການຊໍາລະລ້າງ ແລະ ການປ່ຽນແປງບາງຢ່າງໃນອຸປະນິໄສທີ່ເສື່ອມຊາມຂອງລາວ. ລາວຮູ້ສຶກວ່າລາວໄດ້ຮັບຫຼາຍຢ່າງ ແລະ ລາວກຳລັງເຂົ້າຮ່ວມງານລ້ຽງໃນອານາຈັກສະຫວັນຢ່າງແທ້ຈິງ.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ