ເພງຄຣິດສະຕຽນ “ພຣະເຈົ້າກຳລັງຊອກຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ” | ສຽງແຫ່ງການສັນລະເສີນ 2026

19 ເດືອນມັງກອນ 2026

1

ມະນຸດທີ່ເຫີນຫ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ຫຼື ບ່ອນເພິ່ງພາອາໄສ ແຕ່ກໍຍັງບໍ່ເຕັມໃຈທີ່ຈະຫຼັບຕາຂອງພວກເຂົາລົງ, ແລະ ພວກເຂົາຝືນໃຈພະຍຸງກະສອບເນື້ອໜັງຂອງພວກເຂົາທີ່ປາສະຈາກຄວາມຮູ້ສຶກທາງຈິດວິນຍານ ແລະ ຍືດເຍື້ອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້ໂດຍບໍ່ມີຄວາມຫວັງ ຄົນອື່ນໆກໍເຊັ່ນດຽວກັນ, ດໍາລົງຊີວິດຢູ່ໂດຍປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນທີ່ໂອດຄວນໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ຄວາມເຊື່ອດັ່ງກ່າວຍັງບໍ່ໄດ້ຖືກບັນລຸຜົນເປັນເວລາດົນນານໃນຜູ້ຄົນທີ່ຂາດຄວາມຮັບຮູ້ເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ພວກເຂົາກໍຍັງປາຖະໜາຫາມັນຢູ່ແບບນັ້ນ.

2

ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງຮູ້ສຶກເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ບໍ່ມີຄວາມຮັບຮູ້ໃດໆເລີຍ ເພາະພຣະອົງຕ້ອງລໍຖ້າດົນເກີນໄປ ກ່ອນທີ່ພຣະອົງຈະໄດ້ຮັບຄໍາຕອບຈາກຜູ້ຄົນ. ພຣະອົງຕ້ອງການຄົ້ນຫາ, ຄົ້ນຫາຫົວໃຈ ແລະ ຈິດວິນຍານຂອງເຈົ້າ ແລະ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອທີ່ເຈົ້າຈະຟື້ນຕື່ນຂຶ້ນ ແລະ ເຈົ້າຈະບໍ່ຫິວ ຫຼື ກະຫາຍອີກຕໍ່ໄປ. ເມື່ອເຈົ້າອິດເມື່ອຍ ແລະ ເມື່ອເຈົ້າຮູ້ສຶກເຖິງຄວາມອ້າງວ້າງບາງສ່ວນຂອງໂລກນີ້, ກໍຈົ່ງຢ່າຮູ້ສຶກຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເຝົ້າເບິ່ງ ຈະອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ. ພຣະອົງກໍາລັງລໍຖ້າໃຫ້ເຈົ້າຫັນກັບມາ, ລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ບໍ່ຮູ້ວ່າເມື່ອໃດ ເຈົ້າໄດ້ຫຼົງທາງເດີນ, ບໍ່ຮູ້ວ່າເມື່ອໃດ ເຈົ້າໄດ້ໝົດສະຕິເທິງເສັ້ນທາງ ແລະ ບໍ່ຮູ້ວ່າເມື່ອໃດເຈົ້າໄດ້ມີ “ບິດາ”; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງປາຖະໜາຢ່າງໃຈຈົດໃຈຈໍ່ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເຝົ້າເບິ່ງຂອງພຣະອົງແມ່ນຢູ່ເໜືອລາຄາໃດໜຶ່ງ, ແລະ ແມ່ນເພື່ອຫົວໃຈຂອງມະນຸດ ແລະ ເພື່ອຈິດວິນຍານຂອງມະນຸດ. ບາງເທື່ອ ການເຝົ້າເບິ່ງຂອງພຣະອົງອາດບໍ່ມີກໍານົດ, ຫຼື ບາງເທື່ອມັນກໍ່ອາດຈະສິ້ນສຸດລົງແລ້ວ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈຂອງເຈົ້າ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈຸບັນ.

(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຖອນຫາຍໃຈຂອງອົງຊົງລິດທານຸພາບສູງສຸດ)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ