ຜູ້ຄົນທົ່ວໂລກຮຽນພາສາຈີນ | ການອ່ານບົດ ແລະ ການຮ້ອງເພງປະສານສຽງ: ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ເນື່ອງຈາກໄດ້ເລືອກທີ່ຈະຮັກພຣະເຈົ້າ,
ຂ້ານ້ອຍກໍຈະໃຫ້ພຣະອົງເອົາທຸກສິ່ງທີ່ພຣະອົງປາຖະໜາໄປ.
ເຖິງວ່າຈະຮູ້ສຶກໂສກເສົ້າເລັກນ້ອຍ, ຂ້ານ້ອຍກໍບໍ່ຈົ່ມວ່າຈັກຄໍາ.
ດ້ວຍອຸປະນິໄສທີ່ເສື່ອມຊາມ, ມະນຸດສົມຄວນໄດ້ຮັບການພິພາກສາ ແລະ ການລົງໂທດ.
ພຣະທຳຂອງພຣະເຈົ້າຄືຄວາມຈິງ, ຂ້ານ້ອຍຕ້ອງບໍ່ຕີຄວາມໝາຍເຈດຕະນາຂອງພຣະອົງຜິດ.
ຂ້ານ້ອຍໄຕ່ຕອງຕົນເອງຢູ່ເລື້ອຍໆ ແລະ ພົບວ່າມີຄວາມບໍ່ບໍລິສຸດຫຼາຍເກີນໄປ,
ຖ້າຂ້ານ້ອຍບໍ່ໄລ່ຕາມຄວາມຈິງ, ອຸປະນິໄສຂອງຂ້ານ້ອຍກໍບໍ່ສາມາດປ່ຽນແປງໄດ້.
ເຖິງວ່າຂ້ານ້ອຍທົນກັບຄວາມເຈັບປວດຫຼາຍ,
ມັນກໍເປັນກຽດທີ່ໄດ້ເພີດເພີນກັບຄວາມຮັກຂອງພຣະເຈົ້າ.
ຜ່ານຄວາມທຸກທໍລະມານ, ຂ້ານ້ອຍໄດ້ຮຽນຮູ້ການອ່ອນນ້ອມ.
ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ.
2
ການໄດ້ຢູ່ກັບພຣະເຈົ້າທັງກາງເວັນ ແລະ ກາງຄືນ,
ຂ້ານ້ອຍກໍຮັບຮູ້ວ່າພຣະອົງຊົງໜ້າຮັກສໍ່າໃດ.
ການເປີດໂປງ ແລະ ການພິພາກສາຈາກພຣະທຳຂອງພຣະອົງ
ສະແດງໃຫ້ຂ້ານ້ອຍເຫັນຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງຂ້ານ້ອຍ.
ເມື່ອຍອມຮັບການກວດສອບຂອງພຣະເຈົ້າ,
ຂ້ານ້ອຍກໍຖືກເປີດເຜີຍວ່າເປັນຄົນກະບົດຫຼາຍ.
ຂ້ານ້ອຍເປີດໃຈເພື່ອການສົນທະນາ ແລະ ໄດ້ຮັບຄວາມເຂົ້າໃຈທີ່ແຈ່ມແຈ້ງກ່ຽວກັບຄວາມຈິງ.
ຂ້ານ້ອຍສັ່ນສະທ້ານ ແລະ ຮູ້ສຶກຢ້ານກົວຢ່າງເລິກເຊິ່ງ
ເມື່ອຄິດເຖິງການລ່ວງເກີນອຸປະນິໄສຂອງພຣະເຈົ້າ,
ຂ້ານ້ອຍເຕືອນຕົນເອງບໍ່ໃຫ້ກະບົດອີກ ແລະ ບໍ່ເຮັດໃຫ້ຫົວໃຈຂອງພຣະອົງເຈັບປວດ.
ເຖິງວ່າຂ້ານ້ອຍຈະເລືອກທີ່ຈະຮັກພຣະເຈົ້າ,
ຄວາມຮັກຂອງຂ້ານ້ອຍກໍຍັງປົນເປື້ອນໄປດ້ວຍແນວຄິດຂອງຂ້ານ້ອຍເອງ.
ຂ້ານ້ອຍຕ້ອງບາກບັ່ນ ເພື່ອສ້າງຄວາມຄືບໜ້າ ແລະ ບັນລຸຈິດໃຈເໝືອນຂອງເປໂຕ.
ບໍ່ວ່າພຣະເຈົ້າຈະເບິ່ງຄວາມຮັກຂອງຂ້ານ້ອຍແນວໃດກໍຕາມ,
ຄວາມປາຖະໜາດຽວຂອງຂ້ານ້ອຍຄືການເຮັດໃຫ້ພຣະອົງພໍພຣະໄທ.
ເຖິງວ່າຂ້ານ້ອຍທົນກັບຄວາມເຈັບປວດຫຼາຍ,
ມັນກໍເປັນກຽດທີ່ໄດ້ເພີດເພີນກັບຄວາມຮັກຂອງພຣະເຈົ້າ.
ຜ່ານຄວາມທຸກທໍລະມານ, ຂ້ານ້ອຍໄດ້ຮຽນຮູ້ການອ່ອນນ້ອມ.
ບໍ່ມີຫົວໃຈໃດດີກວ່າຫົວໃຈຂອງພຣະເຈົ້າ.
(ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ