ປີ 2024 ແມ່ນປີທຳອິດຂອງ “ບັ້ນຮົບທະລຸທະລ່ວງສາມປີ” ຂອງພັກກອມມູນິດຈີນ ທີ່ຕໍ່ຕ້ານຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ນັບຕັ້ງແຕ່ຕົ້ນປີ, ການຈັບກຸມຊາວຄຣິສທົ່ວປະເທດໄດ້ສືບຕໍ່ຢ່າງບໍ່ຢຸດ. ໃນວັນທີ 23 ພຶດສະພາ 2024, ທາງການເມືອງໂປໂຈວ, ແຂວງອ່ານຮຸຍ ໄດ້ເປີດສາກປະຕິບັດການຈັບກຸມແບບພ້ອມພຽງກັນ. ສິນເໝີຍ ອາຍຸ 79 ປີ ແລະ ຊາວຄຣິສອີກ 21 ຄົນຖືກຈັບກຸມຢູ່ເຮືອນຂອງພວກເຂົາ ຍ້ອນຄວາມເຊື່ອໃນພຣະເຈົ້າ. ຫຼັງຈາກຖືກຄຸມຂັງໃນຄັ້ງນີ້, ຄົນທີ່ສູນກັກກັນໄດ້ພະຍາຍາມບັງຄັບ ສິນເໝີຍ ແລະ ຄົນອື່ນໆຫຼາຍຄັ້ງ ໃຫ້ລົງນາມໃນ “ເອກະສານສາມສະບັບ” (ຄື: ໃບຮັບປະກັນ, ໃບສຳນຶກຜິດ ແລະ ໃບຕັດຂາດ) ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ. ສິນເໝີຍ ແລະ ຄົນອື່ນໆບໍ່ຍອມຈຳນົນ ແລະ ຖືກລົງໂທດທາງຮ່າງກາຍ, ໂດຍຖືກບັງຄັບໃຫ້ນັ່ງເທິງແຜ່ນກະດານແຂງເປັນເວລາ 13 ຫາ 14 ຊົ່ວໂມງຕໍ່ມື້. ພວກເຂົາຖືກບັງຄັບໃຫ້ນັ່ງຂັດສະໝາດ, ວາງມືໄວ້ເທິງຫົວເຂົ່າ ໃຫ້ຮັກສາລຳຕົວໃຫ້ຊື່ກົງ ໂດຍບໍ່ໃຫ້ເໜັງຕີງເລີຍ ແຂ້ວທຽມຂອງ ສິນເໝີຍ ກໍຖືກຍຶດ, ເຮັດໃຫ້ລາວກິນເຂົ້າໄດ້ຍາກ. ການລົງໂທດທາງຮ່າງກາຍເປັນເວລາດົນນານນັ້ນ ແມ່ນເກີນກວ່າທີ່ແມ່ເຖົ້າຜູ້ອ່ອນແອຈະຮັບໄດ້. ພຽງແຕ່ 21 ມື້ຕໍ່ມາ, ສິນເໝີຍ ຖືກທໍລະມານຈົນເສຍຊີວິດຢູ່ໃນສູນກັກກັນ, ເຊິ່ງເປັນການເສຍສະລະຊີວິດເພື່ອຄວາມເຊື່ອພາຍໃຕ້ການກົດຂີ່ຂອງພັກກອມມູນິດຈີນ. ນອກຈາກນັ້ນ, ຊາວຄຣິສທີ່ລອດຊີວິດມາໄດ້ ກໍຍັງຕ້ອງທົນທຸກກັບພະຍາດຕ່າງໆຍ້ອນການທໍລະມານຂອງພັກກອມມູນິດຈີນ. ລາຍງານສະບັບນີ້ຈະສືບຕໍ່ເປີດໂປງຄວາມຈິງ ກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນ.