ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 5 : ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

23 ກຸມພາ 2026

“ສົງຄາມເບັດເສັດ” ສາມປີ ທີ່ບ້າປ່ວງຂອງພັກກອມມູນິດຈີນ (ເດືອນກັນຍາ ປີ 2020 ຫາ ເດືອນສິງຫາ ປີ 2023) ລົ້ມເຫຼວໃນການບັນລຸເປົ້າໝາຍທຳລາຍ ແລະ ຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເລີຍ. ແຕ່ກົງກັນຂ້າມ, ຄຣິສຕະຈັກກັບຂະຫຍາຍຕົວຢ່າງໄວວາໃນຕ່າງປະເທດ ແລະ ໄດ້ແຜ່ຂະຫຍາຍໄປສູ່ຫຼາຍກວ່າ 100 ປະເທດແລ້ວ. ສິ່ງນີ້ເຮັດໃຫ້ພັກກອມມູນິດຈີນຍິ່ງເດືອດດານ ແລະ ຄວບຄຸມບໍ່ຢູ່ກວ່າເກົ່າ ແລະ ມັນກໍໄດ້ເລີ່ມປະຕິບັດການຄັ້ງໃໝ່. ໃນເດືອນສິງຫາ ປີ 2023, ຄະນະກຳມະການການເມືອງ ແລະ ກົດໝາຍສູນກາງພັກກອມມູນິດຈີນ ໄດ້ອອກເອກະສານລັບອີກສະບັບໜຶ່ງ, ໂດຍຍົກລະດັບການປາບປາມ ແລະ ການຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ການຈັບກຸມສະມາຊິກ ໃຫ້ເປັນເລື່ອງຄວາມໝັ້ນຄົງຂອງຊາດ ແລະ ຕ້ອງການເປີດສາກການສູ້ຮົບຂັ້ນເດັດຂາດຄັ້ງສຸດທ້າຍ ນັ້ນກໍຄື: “ບັ້ນຮົບທະລຸທະລ່ວງສາມປີ” (ເດືອນມັງກອນ 2024 ຫາ ເດືອນທັນວາ 2026). ນັບຕັ້ງແຕ່ “ບັ້ນຮົບທະລຸທະລ່ວງ” ນີ້ໄດ້ເລີ່ມຕົ້ນຂຶ້ນ, ມີຊາວຄຣິສຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງໜ້ອຍ 37.655 ຄົນ ຖືກຈັບກຸມໃນທົ່ວປະເທດຈີນ. ລາຍງານສະບັບນີ້ຈະເປີດເຜີຍໃຫ້ເຫັນເຖິງຄວາມຈິງ ກ່ຽວກັບການທີ່ພັກກອມມູນິດຈີນປາບປາມຊາວຄຣິສຂອງຄຣິສຕະຈັກຢ່າງບ້າປ່ວງ ໃນໄລຍະສອງປີທຳອິດຂອງ “ບັ້ນຮົບທະລຸທະລ່ວງ” ນີ້.

00:22 ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

01:15 ຄະນະກຳມະການການເມືອງ ແລະ ກົດໝາຍສູນກາງ ກໍໄດ້ອອກເອກະສານລັບອີກສະບັບໜຶ່ງ: “ແຜນວຽກໂດຍລວມສຳລັບການເພີ່ມທະວີການປາບປາມ ແລະ ການຈັດການກັບອົງການ ‘ພຣະເຈົ້າອົງຊົງລິດທານຸພາບສູງສຸດ’ XX”

02:37 ການກົດຂີ່ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຂອງພັກກອມມູນິດຈີນ: ສີ່ເປົ້າໝາຍສຳຄັນ ແລະ ຫົກໜ້າວຽກຫຼັກໃນການປາບປາມ

06:42 ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: 2024 ມີຊາວຄຣິສຢ່າງໜ້ອຍ 19.053 ຄົນຖືກຈັບກຸມ

16:36 ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: 2025 ມີຊາວຄຣິສຢ່າງໜ້ອຍ 18.602 ຄົນຖືກຈັບກຸມ

32:31 ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: ໜ້າວຽກການກົດຂີ່ຂົ່ມເຫັງທີ່ສຳຄັນສຳລັບປີ 2026

35:05 ພັກກອມມູນິດຈີນເປີດສາກ “ບັ້ນຮົບທະລຸທະລ່ວງສາມປີ” ເພື່ອຖອນຮາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 3 : ບັນທຶກຂໍ້ເທັດຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ (ພາກທີ 3)

ພັກກອມມູນິດຈີນຖືກສ້າງຕັ້ງຂຶ້ນຕາມແນວຄິດລັດທິມາກ-ເລນິນ, ພວກເຂົາໂຄສະນາການບໍ່ເຊື່ອໃນພຣະເຈົ້າຢ່າງໜັກໜ່ວງເພື່ອຫຼອກລວງປະຊາຊົນ ແລະ ຫວັງຈະກຳອຳນາດ...

Leave a Reply