ຕະຫຼອດຫຼາຍປີທີ່ຜ່ານມາ, ພັກກອມມູນິດຈີນໄດ້ປາບປາມ ແລະ ກົດຂີ່ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເພື່ອທຳລາຍ ແລະ ກວາດລ້າງຄຣິສຕະຈັກຢ່າງສິ້ນເຊີງ, ໃນເດືອນກັນຍາ ປີ 2020, ພັກກອມມູນິດຈີນໄດ້ຈັດກອງປະຊຸມລັບເພື່ອເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຕໍ່ຕ້ານຄຣິສຕະຈັກໃນທົ່ວປະເທດ, ໂດຍກຳນົດໃຫ້ການປາບປາມ ແລະ ການກົດຂີ່ຂົ່ມເຫັງຄຣິສຕະຈັກເປັນບູລິມະສິດສູງສຸດໃນການປາບປາມຄວາມເຊື່ອທາງສາສະໜາ. ຊາວຄຣິສຂອງຄຣິສຕະຈັກ, ໂດຍສະເພາະຜູ້ນຳທຸກລະດັບ ແລະ ສະມາຊິກຫຼັກແຫຼ່ງ, ຖືກກຳນົດໃຫ້ເປັນເປົ້າໝາຍຫຼັກໃນການຈັບກຸມ. ໃນລະຫວ່າງ “ສົງຄາມແບບຮອບດ້ານ”, ມີການດຳເນີນປະຕິບັດການຈັບກຸມແບບປະສານງານຫຼາຍຮອບທົ່ວປະເທດ. ມີຜູ້ຖືກຈັບກຸມ 38.607 ຄົນ; ໃນນັ້ນ 17.160 ຄົນຖືກທໍລະມານ ຫຼື ຖືກບັງຄັບລ້າງສະໝອງ; 6.115 ຄົນຖືກຕັດສິນລົງໂທດ; ແລະ ຢ່າງໜ້ອຍມີຊາວຄຣິສ 46 ຄົນຖືກກົດຂີ່ຂົ່ມເຫັງຈົນເສຍຊີວິດ. ອີກຈຳນວນນັບບໍ່ຖ້ວນໄດ້ຫາຍສາບສູນ, ຂາດການຕິດຕໍ່ ຫຼື ຖືກບັງຄັບໃຫ້ຫຼົບໜີ. ລາຍງານສະບັບນີ້ຈະສະເໜີພາບລວມຂອງ “ສົງຄາມແບບຮອບດ້ານ”, ເພື່ອເປີດໂປງການປາບປາມຊາວຄຣິສຢ່າງນອງເລືອດຂອງພັກກອມມູນິດຈີນໃນລະຫວ່າງສາມປີນີ້.
00:18 ໃນປີ 2020 ພັກກອມມູນິດຈີນໄດ້ເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ເພື່ອພະຍາຍາມທຳລາຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງສິ້ນເຊີງ
05:58 ປະຕິບັດການ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຂອງພັກກອມມູນິດຈີນ ເພື່ອກົດຂີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: ເດືອນກັນຍາ ຫາ ເດືອນທັນວາ ປີ 2020, ຢ່າງໜ້ອຍມີຊາວຄຣິສ 4.093 ຄົນຖືກຈັບກຸມ
10:55 ປະຕິບັດການ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຂອງພັກກອມມູນິດຈີນ ເພື່ອກົດຂີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: 2021, ຢ່າງໜ້ອຍມີຊາວຄຣິສ 11.156 ຄົນຖືກຈັບກຸມ
16:53 ປະຕິບັດການ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຂອງພັກກອມມູນິດຈີນ ເພື່ອກົດຂີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: 2022, ຢ່າງໜ້ອຍມີຊາວຄຣິສ 10.895 ຄົນຖືກຈັບກຸມ
22:55 ປະຕິບັດການ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ຂອງພັກກອມມູນິດຈີນ ເພື່ອກົດຂີ່ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: 2023, ຢ່າງໜ້ອຍມີຊາວຄຣິສ 12.463 ຄົນຖືກຈັບກຸມ
27:52 ໃນປີ 2020 ພັກກອມມູນິດຈີນໄດ້ເປີດສາກ “ສົງຄາມແບບຮອບດ້ານ” ໄລຍະ 3 ປີ ເພື່ອພະຍາຍາມທຳລາຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງສິ້ນເຊີງ