ຂໍ້ແທ້ຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ, ຕອນທີ 3 : ບັນທຶກຂໍ້ເທັດຈິງກ່ຽວກັບການກົດຂີ່ຂົ່ມເຫັງຊາວຄຣິສສະຕຽນຢ່າງຜະເດັດການຂອງພັກກອມມູນິດຈີນ (ພາກທີ 3)

22 ເດືອນມັງກອນ 2026

ພັກກອມມູນິດຈີນຖືກສ້າງຕັ້ງຂຶ້ນຕາມແນວຄິດລັດທິມາກ-ເລນິນ, ພວກເຂົາໂຄສະນາການບໍ່ເຊື່ອໃນພຣະເຈົ້າຢ່າງໜັກໜ່ວງເພື່ອຫຼອກລວງປະຊາຊົນ ແລະ ຫວັງຈະກຳອຳນາດ ຄວບຄຸມພວກເຂົາໄປຕະຫຼອດ. ພວກເຂົາຖືວ່າກຸ່ມສາສະໜາ ແລະ ຜູ້ເຫັນຕ່າງເປັນສັດຕູທາງການເມືອງທີ່ຍິ່ງໃຫຍ່ທີ່ສຸດສະເໝີມາ. ພວກເຂົາໄດ້ທຸ່ມເທທຸກຄວາມພະຍາຍາມເພື່ອຊຸກຍູ້ແນວທາງລັດທິມາກໃນ “ການປະຕິວັດດ້ວຍຄວາມຮຸນແຮງ” ແລະ “ການຍຶດອຳນາດດ້ວຍການຕໍ່ສູ້ທາງອາວຸດ”. ດ້ວຍວິທີນີ້, ພວກເຂົາຈຶ່ງຍຶດອຳນາດ ແລະ ປົກຄອງມາໂດຍຕະຫຼອດຜ່ານການຕົວະ, ການຫຼອກລວງ ແລະ ການປະຕິວັດດ້ວຍຄວາມຮຸນແຮງ. ເປັນເວລາກວ່າເຈັດສິບປີແລ້ວ, ພັກກອມມູນິດຈີນໄດ້ປາບປາມ, ຈັບກຸມ ແລະ ກົດຂີ່ຂົ່ມເຫັງກຸ່ມສາສະໜາ ແລະ ຜູ້ເຫັນຕ່າງຢ່າງໂຫດຮ້າຍ ແລະ ຕໍ່ເນື່ອງ ໂດຍບໍ່ເຄີຍຢຸດຢັ້ງເລີຍ. ຍ້ອນການປາບປາມຄວາມເຊື່ອທາງສາສະໜາຢ່າງໂຫດຮ້າຍຂອງພັກກອມມູນິດຈີນ, ວິທີການກົດຂີ່ຂົ່ມເຫັງຂອງມັນຈຶ່ງນອງເລືອດ ແລະ ຮຸນແຮງຂຶ້ນເລື້ອຍໆ. ເຊິ່ງເຮັດໃຫ້ສິດທິໃນການມີຊີວິດຢູ່ຂອງຊາວຄຣິສຖືກລິດຮອນໄປຈົນໝົດສິ້ນ. ເພື່ອຫຼົບໜີຈາກກົງເລັບຂອງພັກກອມມູນິດຈີນ ແລະ ເພື່ອຮັກສາຄວາມເຊື່ອຂອງຕົນເອງໄວ້, ຊາວຄຣິສຈຶ່ງຈຳເປັນຕ້ອງໄດ້ຫຼົບໜີໄປຕ່າງປະເທດ. ແຕ່ແລ້ວ ພັກກອມມູນິດຈີນກໍໄດ້ເອື້ອມມືມືດຂອງພວກເຂົາອອກໄປທົ່ວໂລກ ແລະ ໄດ້ດຳເນີນການປາບປາມຂ້າມຊາດຢ່າງຕໍ່ເນື່ອງ ເພື່ອບີບບັງຄັບໃຫ້ຊາວຄຣິສກັບຄືນປະເທດຈີນ ໂດຍມີເປົ້າໝາຍສູງສຸດແມ່ນເພື່ອຄວບຄຸມພວກເຂົາໄວ້ ແລະ ຈະໄດ້ກົດຂີ່ທໍລະມານຕໍ່ໄປຕາມໃຈ. ການປາບປາມ ແລະ ກົດຂີ່ຂົ່ມເຫັງຊາວຄຣິສຂອງພັກກອມມູນິດຈີນນັ້ນແມ່ນຮ້າຍແຮງເຖິງທີ່ສຸດ ແລະ ເຮັດທຸກຢ່າງໂດຍບໍ່ສົນໃຈຫຍັງທັງໝົດ. ອາດຊະຍາກຳຂອງພວກເຂົານັ້ນຊົ່ວຊ້າສາລະມານ ແລະ ບາບໜາຈົນຟ້າດິນກໍຍອມຮັບບໍ່ໄດ້!

00:20 ການກະທຳອັນໂຫດຮ້າຍຂອງພັກກອມມູນິດຈີນກວ່າ 70 ປີ: ບັນທຶກເລືອດ ແລະ ນ້ຳຕາຂອງຊາວຄຣິສສະຕຽນ

03:19 8. ການປາບປາມຂ້າມຊາດ: ບໍ່ເລືອກວິທີເພື່ອກຳຈັດໃຫ້ໝົດ

04:22 (1) ການຈັດຕັ້ງປະຕິບັດແຜນງານປາບປາມ “ການສືບສວນທາງອິນເຕີເນັດ, ການສືບສວນຢູ່ຕ່າງປະເທດ” ແລະ “ໜຶ່ງຄົນ, ໜຶ່ງແຜນການ”

10:13 (2) ການສ້າງຕັ້ງ “ສະຖານີບໍລິການຕຳຫຼວດຢູ່ຕ່າງປະເທດ” ເພື່ອຂະຫຍາຍການປົກຄອງແບບກົດດັນສູງຂອງພັກກອມມູນິດຈີນໄປທົ່ວໂລກ

13:50 (3) ການຊຸບລ້ຽງຕົວແທນສາກົນເພື່ອດຳເນີນການປາບປາມຂ້າມຊາດ

21:03 (4) ການໄລ່ລ່າຊາວຄຣິສຈາກຕ່າງປະເທດກັບຄືນສູ່ປະເທດຈີນໂດຍບໍ່ປານີ, ໂດຍລິດຮອນສິດໃນການມີຊີວິດລອດຂອງພວກເຂົາ

28:16 9. ການຫັນປ່ຽນອຸດົມການແບບບັງຄັບຢ່າງເປັນລະບົບ ແລະ ການລ້າງສະໝອງດ້ວຍຄວາມຮຸນແຮງ ເພື່ອ “ລຶບລ້າງ” ຄວາມເຊື່ອໃຫ້ເປັນສູນ

30:04 (1) ການຫັນປ່ຽນອຸດົມການຜ່ານການສຶກສາສີແດງໃຫ້ຮັກຊາດ ແລະ ຮັກພັກ; ການລ້າງສະໝອງດ້ວຍວັດທະນະທຳຂອງພັກ

38:56 (2) ຊາວຄຣິສຖືກບັງຄັບໃຫ້ເຊັນເອກະສານສາມສະບັບ ຫຼື ຫ້າສະບັບ; ຜູ້ທີ່ປະຕິເສດຈະຖືກທໍລະມານຢ່າງໂຫດຮ້າຍ ແລະ ທາລຸນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ