ນັບຕັ້ງແຕ່ຂຶ້ນກຳອຳນາດ, ພັກກອມມູນິດຈີນໄດ້ເປີດສາກຂະບວນການທາງການເມືອງນັບບໍ່ຖ້ວນ ເພື່ອໃສ່ຮ້າຍ, ບິດເບືອນ ແລະ ທຳລາຍຄວາມໜ້າເຊື່ອຖືຂອງຄວາມເຊື່ອທາງສາສະໜາ. ພວກເຂົາໄດ້ໃສ່ຮ້າຍປ້າຍສີຄວາມເຊື່ອວ່າເປັນສິ່ງຊົ່ວຮ້າຍ, ພ້ອມທັງປຸກລະດົມສັງຄົມທັງໝົດໃຫ້ມີທ່າທີເປັນສັດຕູຕໍ່ສາສະໜາ. ຜູ້ນຳພັກແຕ່ລະລຸ້ນໄດ້ອອກນະໂຍບາຍກົດຂີ່ຕ່າງໆນາໆ ເພື່ອກຳຈັດຄວາມເຊື່ອທາງສາສະໜາ, ເຮັດໃຫ້ສາສະໜາຕ້ອງຖືກກົດຂີ່ຂົ່ມເຫັງ ແລະ ປາບປາມຢ່າງໂຫດຮ້າຍ. ການປົກຄອງຂອງພັກກອມມູນິດຈີນເປັນເວລາກວ່າ 70 ປີ ໄດ້ທຳລາຍລ້າງແນວຄິດ, ສິນທຳ ແລະ ຄວາມເຊື່ອຂອງປະຊາຊົນຈີນຢ່າງມະຫາສານ. ສິ່ງນີ້ບໍ່ພຽງແຕ່ນຳເອົາໄພພິບັດມາສູ່ຊາວຄຣິສເທົ່ານັ້ນ, ແຕ່ຍັງເຮັດໃຫ້ປະຊາຊົນຈີນຫຼາຍລຸ້ນຄົນຕ້ອງຕົກຢູ່ພາຍໃຕ້ໄພພິບັດອັນຮ້າຍແຮງອີກດ້ວຍ. ມື້ນີ້, ພວກເຮົາຈະມາເປີດໂປງ ແລະ ສືບສວນຕໍ່ໄປ ກ່ຽວກັບນະໂຍບາຍ ແລະ ວິທີການອັນໂຫດຮ້າຍທີ່ພັກກອມມູນິດຈີນໃຊ້ເພື່ອປາບປາມ ແລະ ກົດຂີ່ຂົ່ມເຫັງຄວາມເຊື່ອທາງສາສະໜາ, ແລະ ຈະມາໄຈ້ແຍກໃຫ້ທ່ານໄດ້ເຫັນເຖິງແກ່ນແທ້ທີ່ຕ້ານຄວາມກ້າວໜ້າ, ຕ້ານມະນຸດ ແລະ ຊົ່ວຮ້າຍຂອງພວກເຂົາໃຫ້ເລິກເຊິ່ງຍິ່ງຂຶ້ນ.
00:19 ການກະທຳອັນໂຫດຮ້າຍຂອງພັກກອມມູນິດຈີນກວ່າ 70 ປີ: ບັນທຶກເລືອດ ແລະ ນ້ຳຕາຂອງຊາວຄຣິສສະຕຽນ
01:19 3. “ການເຮັດໃຫ້ສາສະໜາເປັນແບບຈີນ”: ການນໍາໃຊ້ອຸດົມການຂອງພັກ ແລະ ສີຈິ້ນຜິງເພື່ອກໍາຈັດຄວາມເຊື່ອທາງສາສະໜາທັງໝົດ
11:28 4. ການສ້າງເຄືອຂ່າຍກ້ອງວົງຈອນປິດທີ່ໃຫຍ່ທີ່ສຸດໃນໂລກ ແລະ ການລະດົມຊັບພະຍາກອນຂອງຊາດເພື່ອຕິດຕາມປະຊາກອນ
20:22 5. ໂຄງການຕາແຫຼມຄົມບຸກລຸກທຸກບ້ານເຮືອນ, ເຮັດໃຫ້ພົນລະເມືອງບໍ່ມີບ່ອນລີ້ຊ່ອນ
28:05 6. ການຮັດແໜ້ນການຄວບຄຸມທົ່ວທັງຊາດດ້ວຍທຸກວິທີທາງທີ່ຈຳເປັນ
32:28 7. ຕິດຢູ່ໃນຖ້ຳຜີຮ້າຍຂອງຈີນ, ຊາວຄຣິສຍັງຄົງຢຶດໝັ້ນໃນຄວາມເຊື່ອຂອງຕົນໂດຍບໍ່ຍອມຈຳນົນ