ພັກກອມມູນິດຈີນ ເປັນພັກລັດທິມາກທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ໄດ້ປົກຄອງມາກວ່າ 70 ປີ. ໃນຊ່ວງເວລານີ້, ຜູ້ນຳພັກທຸກຄົນໄດ້ສືບຕໍ່ກົດຂີ່ຂົ່ມເຫັງຄວາມເຊື່ອທາງສາສະໜາຢ່າງບໍ່ຢຸດຢັ້ງ, ໂດຍມີອຸດົມການນີ້ທີ່ຍັງຄົງສະໝໍ່າສະເໝີເປັນຢ່າງຍິ່ງ. ພວກເຂົາໄດ້ວາງນະໂຍບາຍທີ່ໂຫດຮ້າຍອອກມາຢ່າງຕໍ່ເນື່ອງ ແລະ ໄດ້ອອກເອກະສານລັບນັບບໍ່ຖ້ວນ. ພວກເຂົາບົ່ງການກົນໄກຂອງລັດເພື່ອບັງຄັບໃຊ້ນະໂຍບາຍຂອງລັດຖະບານກາງໃນການກຳຈັດຄວາມເຊື່ອທາງສາສະໜາ. ສິ່ງນີ້ໄດ້ນຳໄປສູ່ການສັງຫານໝູ່ ແລະ ການກົດຂີ່ຂົ່ມເຫັງຜູ້ທີ່ເຊື່ອຖືສາສະໜາຫຼາຍລ້ານຄົນ.
00:20 ການກະທຳອັນໂຫດຮ້າຍຂອງພັກກອມມູນິດຈີນກວ່າ 70 ປີ: ບັນທຶກເລືອດ ແລະ ນ້ຳຕາຂອງຊາວຄຣິສສະຕຽນ
02:46 I. ຍຸກສະໄໝຂອງ ເໝົາເຈີຕົງ: ເປີດຕົວຂະບວນການຮັກຊາດສາມກຸ້ມຕົນເອງ ແລະ ກວາດລ້າງກຸ່ມສາສະໜາທັງໝົດ
07:46 II. ຍຸກສະໄໝຂອງ ເຕີ້ງສ່ຽວຜິງ: ການປະຕິຮູບເປີດປະເທດຄຽງຄູ່ກັບການກົດຂີ່ຂົ່ມເຫັງສາສະໜາ
11:58 III. ຍຸກສະໄໝຂອງ ຈ່ຽງເຈີໝິນ: ການອອກເອກະສານສະບັບເລກທີ 50, ການສ້າງຕັ້ງສຳນັກງານ 610 ແລະ ການດຳເນີນໂຄງການ 807
15:01 IV. ຍຸກສະໄໝຂອງ ຫູຈີນທາວ: ສືບຕໍ່ ແລະ ເພີ່ມຄວາມເຂັ້ມຂຸ້ນຂອງນະໂຍບາຍທາງສາສະໜາຂອງ ຈ່ຽງເຈີໝິນ
15:09 1. ການລະບາດຂອງພະຍາດ SARS: ການກົດຂີ່ຂົ່ມເຫັງຄວາມເຊື່ອທາງສາສະໜາຍັງຄົງດຳເນີນຕໍ່ໄປຢ່າງບໍ່ຢຸດຢັ້ງ
16:45 2. ການຈັດຕັ້ງປະຕິບັດ “ລະບຽບການກ່ຽວກັບວຽກງານສາສະໜາ” ແລະ ການປັ້ນແຕ່ງຂໍ້ກ່າວຫາໃໝ່ວ່າ “ລັດທິຫົວຮຸນແຮງທາງສາສະໜາ” ແລະ “ການລົບກວນຄວາມສະຫງົບຂອງປະຊາຊົນ”
19:22 3. ໂຄງການໂລ່ຄຳ: ກຸ່ມທາງສາສະໜາ ແລະ ນັກຕໍ່ຕ້ານຜະເຊີນກັບໄພພິບັດທີ່ບໍ່ເຄີຍມີມາກ່ອນ
27:38 V. ຍຸກສະໄໝຂອງ ສີຈິ້ນຜິງ: “ຄວາມຝັນຂອງຈີນ” ຂອງ ສີຈິ້ນຜິງ
28:16 1. ການຟື້ນຟູ ແລະ ຍົກລະດັບ “ປະສົບການເຟີງສຽວ” ແລະ ນະໂຍບາຍ “ການລົງໂທດແບບໝູ່ຄະນະ” ໃນຍຸກເໝົາ
32:18 2. ການສ້າງເລື່ອງຄະດີ ເຈົາຢວນ ເພື່ອບົ່ງການຄວາມຄິດເຫັນຂອງປະຊາຊົນ ແລະ ສ້າງ “ສັດຕູຂອງປະຊາຊົນ”