ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 61
04 ມີນາ 2026
ເມື່ອຟ້າແມບເຫຼື້ອມຈາກທິດຕາເວັນອອກ ເຊິ່ງຍັງແມ່ນຊ່ວງເວລາ ທີ່ເຮົາໄດ້ເລີ່ມກ່າວພຣະທໍາຂອງເຮົາ. ເມື່ອຟ້າແມບເຫຼື້ອມ ເຮັດໃຫ້ຈັກກະວານທັງໝົດມີແສງສະຫວ່າງ ແລະ ມີການປ່ຽນແປງເກີດຂຶ້ນໃນດວງດາວທັງໝົດ. ມັນຄືກັບວ່າ ເຜົ່າພັນມະນຸດທັງໝົດກໍາລັງຖືກຊໍາລະລ້າງ. ພາຍໃຕ້ການເຍືອງແສງສະຫວ່າງນີ້ຈາກທິດຕາເວັນອອກ, ມະນຸດທຸກຄົນຖືກເປີດເຜີຍຮູບຮ່າງທີ່ແທ້ຈິງຂອງພວກເຂົາ, ຕາຂອງພວກເຂົາມົວ ໂດຍບໍ່ແນ່ໃຈວ່າຈະເຮັດແນວໃດ ແລະ ຍິ່ງບໍ່ແນ່ໃຈວ່າ ຈະປິດບັງໜ້າຕາອັນຂີ້ຮ້າຍຂອງພວກເຂົາແນວໃດດີ. ພວກເຂົາຍັງຄືກັບສັດທີ່ແລ່ນໜີຈາກແສງສະຫວ່າງຂອງເຮົາ ແລະ ໄປລີ້ໄພຢູ່ໃນຖໍ້າເທິງພູເຂົາ ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາສາມາດຖືກລົບລ້າງຈາກເເສງສະຫວ່າງຂອງເຮົາໄດ້. ມະນຸດທຸກຄົນແມ່ນພາກັນຕື່ນຕົກໃຈ, ທຸກຄົນກໍາລັງລໍຖ້າ, ທຸກຄົນກໍາລັງເຝົ້າເບິ່ງ; ພ້ອມກັບການມາຂອງແສງສະຫວ່າງຂອງເຮົາ, ທຸກຄົນດີໃຈໃນມື້ທີ່ພວກເຂົາເກີດ ແລະ ໃນທໍານອງດຽວກັນ ທຸກຄົນກໍສາບແຊ່ງມື້ທີ່ພວກເຂົາເກີດ. ຄວາມຮູ້ສຶກຢ່າງສັບສົນແມ່ນບໍ່ສາມາດອະທິບາຍໄດ້; ນໍ້າຕາຈາກການຕໍານິຕົວເອງກາຍເປັນແມ່ນໍ້າ ແລະ ທັນທີໃດກໍຖືກກະແສນໍ້າພັດຫາມໄປໂດຍບໍ່ມີຮ່ອງຮອຍ. ມື້ຂອງເຮົາໄດ້ເຂົ້າມາໃກ້ມະນຸດທຸກຄົນອີກຄັ້ງ, ມັນໄດ້ປຸກເຜົ່າພັນມະນຸດໃຫ້ຕື່ນອີກຄັ້ງ ໂດຍມອບການເລີ່ມຕົ້ນໃໝ່ໃຫ້ແກ່ມະນຸດຊາດ. ຫົວໃຈຂອງເຮົາເຕັ້ນ ແລະ ພູເຂົາກໍໂດດຂຶ້ນເຕັ້ນດ້ວຍຄວາມດີໃຈຕາມຈັງຫວະເຕັ້ນຂອງຫົວໃຈຂອງເຮົາ, ແມ່ນໍ້າເຕັ້ນລໍາດ້ວຍຄວາມດີໃຈ ແລະ ຄື້ນທະເລກໍຟັດເຟືອນໃສ່ໂງ່ນຫີນ. ມັນຍາກທີ່ຈະອະທິບາຍເຖິງສິ່ງທີ່ຢູ່ໃນໃຈຂອງເຮົາ. ເຮົາຕ້ອງການເຮັດໃຫ້ສິ່ງທີ່ສົກກະປົກຖືກເຜົາໄໝ້ເປັນຂີ້ເຖົ່າພາຍໃຕ້ສາຍຕາຂອງເຮົາ; ເຮົາຕ້ອງການເຮັດໃຫ້ບຸດຊາຍທີ່ກະບົດທຸກຄົນຫາຍໄປຈາກສາຍຕາຂອງເຮົາ ໂດຍບໍ່ໃຫ້ຄົງຢູ່ອີກຕໍ່ໄປ. ເຮົາບໍ່ພຽງແຕ່ໄດ້ສ້າງການເລີ່ມຕົ້ນໃໝ່ໃນບ່ອນອາໄສຂອງມັງກອນແດງທີ່ຍິ່ງໃຫຍ່ ແຕ່ເຮົາຍັງໄດ້ເລີ່ມພາລະກິດໃໝ່ໃນຈັກກະວານ. ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະກາຍເປັນອານາຈັກຂອງເຮົາ; ອີກບໍ່ດົນ ອານາຈັກຕ່າງໆຂອງແຜ່ນດິນໂລກຈະບໍ່ມີຢູ່ອີກຕະຫຼອດການ ຍ້ອນອານາຈັກຂອງເຮົາ, ຍ້ອນເຮົາໄດ້ຮັບໄຊຊະນະແລ້ວ ແລະ ຍ້ອນເຮົາໄດ້ກັບມາຢ່າງມີໄຊ. ມັງກອນແດງທີ່ຍິ່ງໃຫຍ່ໄດ້ພະຍາຍາມທຸກວິທີການທີ່ເປັນໄປໄດ້ ເພື່ອທໍາລາຍແຜນການຂອງເຮົາ ໂດຍຫວັງທີ່ຈະລົບລ້າງພາລະກິດຂອງເຮົາອອກຈາກແຜ່ນດິນໂລກ ແຕ່ກົນອຸບາຍອັນຫຼອກລວງຂອງມັນຈະສາມາດເຮັດໃຫ້ເຮົາໝົດກໍາລັງໃຈໄດ້ບໍ? ການຂົ່ມຂູ່ຂອງມັນຈະສາມາດເຮັດໃຫ້ເຮົາຕົກໃຈຈົນສູນເສຍຄວາມໝັ້ນໃຈບໍ? ບໍ່ເຄີຍມີສິ່ງມີຊີວິດແມ່ນແຕ່ໜຶ່ງຊີວິດໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ທີ່ເຮົາບໍ່ໄດ້ກໍາໄວ້ໃນກໍາມືຂອງເຮົາ; ສິ່ງນີ້ຍິ່ງເປັນຈິງຫຼາຍສໍ່າໃດກັບມັງກອນແດງທີ່ຍິ່ງໃຫຍ່, ອຸປະກອນນີ້ທີ່ຮັບໃຊ້ເປັນຕົວປະກອບໃຫ້ເຮົາ? ມັນບໍ່ແມ່ນວັດຖຸທີ່ຖືກຄວບຄຸມດ້ວຍມືຂອງເຮົາເຊັ່ນກັນບໍ?
ໃນລະຫວ່າງການບັງເກີດເປັນມະນຸດຂອງເຮົາໃນໂລກມະນຸດ, ພາຍໃຕ້ການຊີ້ນໍາຂອງເຮົາ ມະນຸດໄດ້ມາຮອດປັດຈຸບັນໂດຍທີ່ບໍ່ຮູ້ຕົວ ແລະ ໄດ້ຮູ້ຈັກເຮົາໂດຍບໍ່ຮູ້ຕົວ. ແຕ່ສໍາລັບວິທີຍ່າງເສັ້ນທາງທີ່ຢູ່ຂ້າງໜ້ານັ້ນບໍ່ມີຜູ້ໃດເຂົ້າໃຈແມ່ນແຕ່ໜ້ອຍດຽວ ຫຼື ບໍ່ມີຜູ້ໃດຮູ້ເລີຍ ແລະ ແຮງໄກທີ່ຈະມີຜູ້ໃດຮູ້ວ່າ ເສັ້ນທາງນັ້ນຈະພາພວກເຂົາໄປໃນທິດທາງໃດ. ມີພຽງການເຝົ້າເບິ່ງຂອງພຣະອົງຜູ້ຊົງລິດທານຸພາບສູງສຸດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຍ່າງຕາມເສັ້ນທາງໄປເຖິງທີ່ສຸດໄດ້; ມີພຽງການຊີ້ນໍາໂດຍຟ້າແມບເຫຼື້ອມໃນທິດຕາເວັນອອກເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຜ່ານທາງເຂົ້າທີ່ນໍາໄປສູ່ອານາຈັກຂອງເຮົາໄດ້. ໃນທ່າມກາງມະນຸດ ແມ່ນບໍ່ເຄີຍມີຜູ້ໃດທີ່ໄດ້ເຫັນໃບໜ້າຂອງເຮົາ, ບໍ່ມີຜູ້ໃດເຫັນສາຍຟ້າແມບໃນທິດຕາເວັນອອກ; ແລ້ວຈະມີຄົນໜ້ອຍສໍ່າໃດທີ່ໄດ້ຍິນພຣະທຳຈາກບັນລັງຂອງເຮົາ? ທີ່ຈິງແລ້ວ ນັບຕັ້ງແຕ່ຍຸກບູຮານ ບໍ່ມີມະນຸດແມ່ນແຕ່ຄົນດຽວ ທີ່ໄດ້ມາພົວພັນໂດຍກົງກັບຕົວຕົນຂອງເຮົາ; ມີພຽງໃນປັດຈຸບັນເທົ່ານັ້ນ ເມື່ອເຮົາໄດ້ມາສູ່ໂລກ ມະນຸດຈຶ່ງມີໂອກາດເຫັນເຮົາ. ແຕ່ເຖິງຕອນນີ້ ມະນຸດກໍຍັງບໍ່ຮູ້ຈັກເຮົາ, ພວກເຂົາພຽງແຕ່ເບິ່ງໜ້າເຮົາ ແລະ ໄດ້ຍິນສຽງຂອງເຮົາເທົ່ານັ້ນ ແຕ່ຍັງບໍ່ເຂົ້າໃຈຄວາມໝາຍຂອງເຮົາ. ມະນຸດທຸກຄົນແມ່ນເປັນແບບນີ້. ໃນຖານະທີ່ເປັນໜຶ່ງໃນບັນດາປະຊາຊົນຂອງເຮົາ, ພວກເຈົ້າບໍ່ຮູ້ສຶກພາກພູມໃຈຢ່າງຍິ່ງບໍ ເມື່ອພວກເຈົ້າເຫັນໜ້າຂອງເຮົາ? ພວກເຈົ້າບໍ່ຮູ້ສຶກອັບອາຍແບບສັງເວດບໍ ທີ່ພວກເຈົ້າບໍ່ຮູ້ຈັກເຮົາ? ເຮົາຍ່າງຢູ່ທ່າມກາງມະນຸດ ແລະ ເຮົາດໍາລົງຊີວິດໃນທ່າມກາງມະນຸດ ເພາະວ່າເຮົາໄດ້ກາຍເປັນເນື້ອໜັງ ແລະ ເຮົາໄດ້ມາສູ່ໂລກມະນຸດ. ເປົ້າໝາຍຂອງເຮົາບໍ່ພຽງແຕ່ເຮັດໃຫ້ມະນຸດສາມາດແນມເຫັນເນື້ອໜັງຂອງເຮົາ; ຍິ່ງສໍາຄັນໄປກວ່ານັ້ນ, ມັນແມ່ນເພື່ອເຮັດໃຫ້ມະນຸດສາມາດຮູ້ຈັກເຮົາ. ຍິ່ງໄປກວ່ານັ້ນ, ເຮົາຈະຕັດສິນໂທດມະນຸດຍ້ອນບາບຂອງພວກເຂົາຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ; ເຮົາຈະປາບມັງກອນແດງທີ່ຍິ່ງໃຫຍ່ ແລະ ທໍາລາຍລ້າງຖໍ້າຂອງມັນຜ່ານເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 12
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ