ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 66

06 ມີນາ 2026

ເຮົາປົກຄອງໃນອານາຈັກ ແລະ ຍິ່ງໄປກວ່ານັ້ນ ເຮົາປົກຄອງທົ່ວຈັກກະວານທັງປວງ; ເຮົາເປັນທັງກະສັດຂອງອານາຈັກ ແລະ ຫົວໜ້າຂອງຈັກກະວານ. ຕັ້ງແຕ່ເວລານີ້ເປັນຕົ້ນໄປ, ເຮົາຈະຮວບຮວມທຸກຄົນທີ່ບໍ່ແມ່ນຄົນຖືກເລືອກ ແລະ ຈະເລີ່ມຕົ້ນພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ ແລະ ເຮົາຈະປະກາດບົດບັນຍັດແຫ່ງການບໍລິຫານຂອງເຮົາຕໍ່ຈັກກະວານທັງປວງ, ເພື່ອວ່າເຮົາຈະເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາໄດ້ຢ່າງສຳເລັດ. ເຮົາຈະໃຊ້ການຂ້ຽນຕີເພື່ອເຜີຍແຜ່ພາລະກິດຂອງເຮົາທ່າມກາງຄົນຕ່າງຊາດ, ນັ້ນໝາຍຄວາມວ່າ ເຮົາຈະໃຊ້ “ກຳລັງ” ຕໍ່ທຸກຄົນທີ່ເປັນຄົນຕ່າງຊາດ. ໂດຍທຳມະຊາດແລ້ວ ພາລະກິດນີ້ຈະຖືກປະຕິບັດໃນເວລາດຽວກັບພາລະກິດຂອງເຮົາທ່າມກາງຄົນຖືກເລືອກ. ເມື່ອຜູ້ຄົນຂອງເຮົາປົກຄອງ ແລະ ມີອຳນາດເທິງແຜ່ນດິນໂລກຈະເປັນມື້ທີ່ທຸກຄົນເທິງແຜ່ນດິນໂລກໄດ້ຖືກເອົາຊະນະອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ມັນກໍຈະເປັນເວລາທີ່ເຮົາພັກເຊົາ ແລະ ເມື່ອນັ້ນ ເຮົາຈຶ່ງຈະປາກົດຕົວຕໍ່ທຸກຄົນທີ່ຖືກເອົາຊະນະ. ເຮົາປາກົດຕົວຕໍ່ອານາຈັກທີ່ບໍລິສຸດ ແລະ ເຊື່ອງຕົນເອງຈາກດິນແດນທີ່ສົກກະປົກ. ທຸກຄົນທີ່ຖືກເອົາຊະນະ ແລະ ອ່ອນນ້ອມຕໍ່ໜ້າເຮົາແມ່ນສາມາດເຫັນໜ້າຂອງເຮົາດ້ວຍຕາຂອງພວກເຂົາເອງ ແລະ ສາມາດໄດ້ຍິນສຽງຂອງເຮົາດ້ວຍຫູຂອງພວກເຂົາເອງ. ນີ້ແມ່ນພອນຂອງຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍ, ນີ້ແມ່ນພອນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ມະນຸດບໍ່ສາມາດປ່ຽນແປງສິ່ງນີ້ໄດ້. ໃນປັດຈຸບັນ, ເຮົາປະຕິບັດພາລະກິດໃນລັກສະນະນີ້ກໍເພື່ອພາລະກິດໃນອະນາຄົດ. ພາລະກິດທັງໝົດຂອງເຮົາແມ່ນກ່ຽວພັນກັນ ໂດຍພາລະກິດທັງໝົດແມ່ນສອດຄ່ອງກັນ: ບໍ່ເຄີຍມີຂັ້ນຕອນໃດຢຸດສະງັກຢ່າງກະທັນຫັນຈັກເທື່ອ ແລະ ບໍ່ເຄີຍມີຂັ້ນຕອນໃດຖືກປະຕິບັດຢ່າງເປັນອິດສະຫຼະຈາກຂັ້ນຕອນອື່ນຈັກເທື່ອ. ແລ້ວມັນບໍ່ແມ່ນແບບນັ້ນບໍ? ພາລະກິດໃນອະດີດບໍ່ແມ່ນພື້ນຖານຂອງພາລະກິດໃນປັດຈຸບັນບໍ? ພຣະທຳທີ່ຢູ່ໃນອະດີດບໍ່ແມ່ນຈຸດເລີ່ມຕົ້ນຂອງພຣະທຳໃນປັດຈຸບັນບໍ? ຂັ້ນຕອນທີ່ຢູ່ໃນອະດີດບໍ່ແມ່ນຕົ້ນກຳເນີດຂອງຂັ້ນຕອນໃນປັດຈຸບັນບໍ? ເມື່ອເຮົາມາຍໜັງສືມ້ວນອອກຢ່າງເປັນທາງການກໍຄືເວລາທີ່ຜູ້ຄົນທົ່ວທັງຈັກກະວານຖືກຂ້ຽນຕີ, ແມ່ນເວລາທີ່ທຸກຄົນທົ່ວແຜ່ນດິນໂລກຕົກຢູ່ໃນການທົດລອງ ແລະ ມັນແມ່ນຈຸດສູງສຸດຂອງພາລະກິດຂອງເຮົາ; ທຸກຄົນດຳລົງຊີວິດຢູ່ໃນດິນແດນທີ່ປາສະຈາກແສງສະຫວ່າງ ແລະ ທຸກຄົນດຳລົງຊີວິດຢູ່ທ່າມກາງໄພຂົ່ມຂູ່ຂອງສະພາບແວດລ້ອມຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຊີວິດທີ່ມະນຸດບໍ່ເຄີຍຜະເຊີນຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທົ່ວຍຸກຕ່າງໆເຄີຍ “ໄດ້ຮັບ” ຊີວິດປະເພດນີ້ ແລະ ສະນັ້ນ ເຮົາຈຶ່ງເວົ້າວ່າ ເຮົາໄດ້ປະຕິບັດພາລະກິດທີ່ບໍ່ເຄີຍປະຕິບັດມາກ່ອນ. ນີ້ແມ່ນສະພາວະທີ່ແທ້ຈິງຂອງວຽກງານຕ່າງໆ ແລະ ນີ້ແມ່ນຄວາມໝາຍທີ່ຢູ່ພາຍໃນ. ເພາະວ່າ ມື້ຂອງເຮົາຫຍັບເຂົ້າໃກ້ມະນຸດຊາດທັງປວງ, ຍ້ອນມັນເບິ່ງຄືກັບວ່າບໍ່ໄດ້ຢູ່ໄກ, ແຕ່ມັນຢູ່ຕໍ່ໜ້າຕໍ່ຕາມະນຸດເອງ, ເປັນເຊັ່ນນັ້ນແລ້ວ ຜູ້ໃດຈະບໍ່ຢ້ານ? ແລ້ວຜູ້ໃດຈະບໍ່ຊື່ນຊົມໃນສິ່ງນີ້? ນະຄອນບາບີໂລນທີ່ສົກກະປົກ ໃນທີ່ສຸດກໍໄດ້ມາເຖິງຈຸດສຸດທ້າຍຂອງມັນແລ້ວ; ມະນຸດໄດ້ພົບກັບໂລກທີ່ໃໝ່ຫຼ້າສຸດອີກຄັ້ງ ແລະ ສະຫວັນ ແລະ ແຜ່ນດິນໂລກໄດ້ຖືກປ່ຽນແປງ ແລະ ສ້າງຄືນໃໝ່.

ເມື່ອເຮົາປາກົດຕົວຕໍ່ບັນດາປະຊາຊາດ ແລະ ປະຊາຊົນທັງປວງ, ກ້ອນເມກຂາວກໍເລື່ອນລອຍຢູ່ໃນທ້ອງຟ້າ ແລະ ປົກຄຸມເຮົາໄວ້. ເຊັ່ນດຽວກັນ ນົກທີ່ຢູ່ເທິງແຜ່ນດິນໂລກກໍຮ້ອງສົ່ງ ແລະ ເຕັ້ນດ້ວຍຄວາມປິຕິຍິນດີສຳລັບເຮົາ, ບົ່ງຊີ້ເຖິງບັນຍາກາດເທິງແຜ່ນດິນໂລກ ແລະ ສະນັ້ນຈຶ່ງເຮັດໃຫ້ທຸກສິ່ງເທິງແຜ່ນດິນໂລກກັບມາມີຊີວິດຊີວາ, ບໍ່ “ໄຫຼລົງຢ່າງຊ້າໆ” ອີກຕໍ່ໄປ ແຕ່ກົງກັນຂ້າມເປັນການດຳລົງຊີວິດຢູ່ທ່າມກາງບັນຍາກາດທີ່ມີຊີວິດຊີວາ. ເມື່ອເຮົາຢູ່ທ່າມກາງກ້ອນເມກ, ມະນຸດກໍເບິ່ງເຫັນໜ້າເຮົາ ແລະ ຕາຂອງເຮົາແບບມົວໆ ແລະ ໃນເວລານີ້ ເຂົາກໍຮູ້ສຶກຢ້ານກົວໜ້ອຍໜຶ່ງ. ໃນອະດີດ ເຂົາໄດ້ຍິນການບັນທຶກທາງປະຫວັດສາດກ່ຽວກັບເຮົາໃນຕໍານານ ແລະ ຜົນຕາມມາກໍຄືເຂົາພຽງແຕ່ເຊື່ອເຄິ່ງໜຶ່ງ ແລະ ສົງໄສອີກເຄິ່ງກ່ຽວກັບເຮົາ. ເຂົາບໍ່ຮູ້ຈັກວ່າເຮົາຢູ່ໃສ ຫຼື ໜ້າຂອງເຮົາໃຫຍ່ສໍ່າໃດ, ມັນກວ້າງສໍ່າກັບທະເລ ຫຼື ໄຮ້ພົມແດນຄືກັບທົ່ງຫຍ້າຂຽວບໍ? ບໍ່ມີໃຜຮູ້ຈັກສິ່ງເຫຼົ່ານີ້. ມີພຽງແຕ່ເມື່ອມະນຸດເຫັນໜ້າເຮົາໃນກ້ອນເມກໃນປັດຈຸບັນ ມະນຸດຈຶ່ງຮູ້ສຶກວ່າເຮົາທີ່ຢູ່ໃນຕໍານານເປັນເລື່ອງຈິງ ແລະ ສະນັ້ນ ເຂົາກໍມີຄວາມຮູ້ສຶກທີ່ດີຕໍ່ເຮົາຂຶ້ນໜ້ອຍໜຶ່ງ ແລະ ມັນເປັນຍ້ອນການກະທຳຂອງເຮົາເທົ່ານັ້ນ ການຍົກຍ້ອງຂອງເຂົາທີ່ມີສຳລັບເຮົາຈຶ່ງໃຫຍ່ຂຶ້ນໜ້ອຍໜຶ່ງ. ແຕ່ມະນຸດຍັງບໍ່ຮູ້ຈັກເຮົາ ແລະ ເຂົາພຽງແຕ່ເຫັນສ່ວນໜຶ່ງຂອງເຮົາໃນກ້ອນເມກ. ຫຼັງຈາກນັ້ນ ເຮົາກໍວາແຂນຂອງເຮົາອອກ ແລະ ສະແດງມັນໃຫ້ມະນຸດເຫັນ. ມະນຸດກໍຕື່ນຕົກໃຈ ແລະ ເອົາມືອັດປາກຂອງເຂົາ, ຢ້ານຢູ່ໃນສ່ວນເລິກວ່າຈະຖືກຕີໃຫ້ລົ້ມລົງດ້ວຍມືຂອງເຮົາ ແລະ ສະນັ້ນເຂົາຈິ່ງເພີ່ມຄວາມຢໍາເກງໜ້ອຍໜຶ່ງໃນການຍົກຍ້ອງຂອງເຂົາ. ມະນຸດຈ້ອງຕາຂອງເຂົາເບິ່ງການເຄື່ອນໄຫວທຸກຢ່າງຂອງເຮົາ ໂດຍຢ້ານຢ່າງເລິກໆວ່າເຂົາຈະຖືກເຮົາຕີໃຫ້ລົ້ມລົງໃນເວລາທີ່ເຂົາບໍ່ລະມັດລະວັງ, ແຕ່ເຮົາກໍບໍ່ໄດ້ຖືກຈໍາກັດຍ້ອນການຖືກມະນຸດເຝົ້າເບິ່ງ ແລະ ເຮົາກໍສືບຕໍ່ປະຕິບັດພາລະກິດດ້ວຍມືຂອງເຮົາ. ມັນພຽງແຕ່ຍ້ອນການກະທຳທຸກຢ່າງທີ່ເຮົາເຮັດ ມະນຸດຈຶ່ງມີຄວາມຮູ້ສຶກດີບາງຢ່າງຕໍ່ເຮົາ ແລະ ສະນັ້ນຈຶ່ງມາຢູ່ຕໍ່ໜ້າເຮົາເທື່ອລະໜ້ອຍເພື່ອພົວພັນກັບເຮົາ. ເມື່ອທັງໝົດຂອງເຮົາຖືກເປີດເຜີຍຕໍ່ມະນຸດ, ມະນຸດກໍຈະເຫັນໜ້າຂອງເຮົາ ແລະ ຕັ້ງແຕ່ນັ້ນເປັນຕົ້ນໄປ ເຮົາກໍຈະບໍ່ລີ້ຊ້ອນ ຫຼື ປົກປິດຕົວເຮົາຈາກມະນຸດອີກຕໍ່ໄປ. ທົ່ວທັງຈັກກະວານ, ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນ ແລະ ທຸກຄົນທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອກໍຈະໄດ້ເຫັນເຖິງການກະທຳຂອງເຮົາທັງໝົດ. ຜູ້ທີ່ເປັນຂອງຝ່າຍວິນຍານທັງໝົດກໍຈະດໍາລົງຢູ່ຢ່າງສັນຕິສຸກໃນຄົວເຮືອນຂອງເຮົາຢ່າງແນ່ນອນ ແລະ ຈະໄດ້ຊື່ນຊົມພອນອັນປະເສີດຮ່ວມກັນກັບເຮົາຢ່າງແນ່ນອນ. ທຸກຄົນທີ່ເຮົາເບິ່ງແຍງຈະຖືກຍົກເວັ້ນຈາກການຂ້ຽນຕີຢ່າງແນ່ນອນ ແລະ ຈະຫຼີກເວັ້ນຄວາມເຈັບປວດຂອງວິນຍານ ແລະ ຄວາມທໍລະມານຂອງເນື້ອໜັງຢ່າງແນ່ນອນ. ເຮົາຈະປາກົດຕົວຢ່າງເປີດເຜີຍຕໍ່ທຸກຄົນເພື່ອປົກຄອງ ແລະ ຖືອຳນາດ, ເພື່ອວ່າກິ່ນຊາກສົບຈະບໍ່ເໝັນໄປທົ່ວຈັກກະວານອີກຕໍ່ໄປ; ກົງກັນຂ້າມ ກິ່ນຫອມທີ່ສົດຊື່ນຂອງເຮົາຈະແຜ່ກະຈາຍໄປທົ່ວແຜ່ນດິນໂລກ, ເພາະມື້ຂອງເຮົາກຳລັງຫຍັບໃກ້ເຂົ້າມາແລ້ວ, ມະນຸດກໍາລັງຕື່ນຂຶ້ນ, ທຸກສິ່ງເທິງແຜ່ນດິນໂລກແມ່ນຢູ່ໃນຄວາມເປັນລະບຽບ ແລະ ມື້ແຫ່ງການຢູ່ລອດຂອງແຜ່ນດິນໂລກແມ່ນບໍ່ມີອີກ, ຍ້ອນວ່າ ເຮົາໄດ້ມາເຖິງແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 29

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ