ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 68

01 ເດືອນກັນຍາ 2025

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄົນທຸກປະເພດມີເຈດຕະນາຂອງເຮົາຢູ່ພາຍໃນພວກເຂົາ ແລະ ທຸກຄົນຖືກຊີ້ນໍາໂດຍມືຂອງເຮົາ ແລະ ເລີ່ມປະຕິບັດພາລະໜ້າທີ່ທີ່ເຮົາມອບໝາຍໃຫ້. ເລີ່ມແຕ່ຈຸດນີ້ໄປ ເຮົາໄດ້ເຂົ້າສູ່ຍຸກໃໝ່ ແລະ ນໍາເອົາມວນມະນຸດໄປສູ່ໂລກອື່ນ. ເມື່ອເຮົາໄດ້ກັບມາສູ່ “ແຜ່ນດິນເກີດ” ຂອງເຮົາ ເຮົາກໍໄດ້ເລີ່ມປະຕິບັດອີກສ່ວນໜຶ່ງຂອງພາລະກິດໃນແຜນການເດີມຂອງເຮົາ ເພື່ອວ່າມະນຸດຈະໄດ້ຮູ້ຈັກເຮົາເລິກເຊິ່ງຍິ່ງຂຶ້ນ. ເຮົາເບິ່ງຈັກກະວານທັງໝົດ ແລະ ເຫັນວ່າ[ກ] ນີ້ຄືໂອກາດສໍາລັບພາລະກິດຂອງເຮົາ, ສະນັ້ນ ເຮົາຈຶ່ງຟ້າວໄປຟ້າວມາ ເພື່ອກະທໍາພາລະກິດໃໝ່ຂອງເຮົາໃນມະນຸດ. ໃນທີ່ສຸດແລ້ວ ນີ້ແມ່ນຍຸກໃໝ່ ແລະ ເຮົາໄດ້ນໍາເອົາພາລະກິດໃໝ່ມາ ເພື່ອຮັບເອົາຄົນໃໝ່ເຂົ້າສູ່ຍຸກໃໝ່ເພີ່ມຂຶ້ນ ແລະ ປະຖິ້ມຜູ້ທີ່ເຮົາຈະກໍາຈັດໃຫ້ຫຼາຍຂຶ້ນ. ໃນຊົນຊາດຂອງມັງກອນແດງທີ່ຍິ່ງໃຫຍ່ ເຮົາໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດທີ່ມະນຸດບໍ່ອາດສາມາດເຂົ້າໃຈໄດ້, ເຮັດໃຫ້ພວກເຂົາໄກວໄປມາຕາມລົມ ເຊິ່ງຫຼັງຈາກນັ້ນ ຫຼາຍຄົນກໍຖືກພັດໄປກັບສາຍລົມຢ່າງງຽບໆ. ຄວາມຈິງແລ້ວ ນີ້ແມ່ນ “ພື້ນລານຟາດເຂົ້າ” ທີ່ເຮົາກໍາລັງຈະປັດກວດ; ມັນແມ່ນສິ່ງທີ່ເຮົາຕ້ອງການ ແລະ ພ້ອມນີ້ ມັນຄືແຜນການຂອງເຮົາ. ເພາະວ່າ ຄົນຊົ່ວຮ້າຍທັງຫຼາຍໄດ້ພາກັນຢ່ອງເຂົ້າມາ ໃນຂະນະທີ່ເຮົາປະຕິບັດພາລະກິດຢູ່ນັ້ນ, ແຕ່ເຮົາບໍ່ຟ້າວຟັ່ງທີ່ຈະຂັບໄລ່ພວກເຂົາໜີ. ກົງກັນຂ້າມ ເຮົາຈະທໍາລາຍພວກເຂົາໃຫ້ແຕກກະຈາຍ ເມື່ອເຖິງເວລາອັນສົມຄວນ. ແລ້ວຫຼັງຈາກນັ້ນ ເຮົາຈະໄດ້ເປັນນໍ້າພຸແຫ່ງຊີວິດ ທີ່ເຮັດໃຫ້ຜູ້ທີ່ຮັກເຮົາຢ່າງແທ້ຈິງໄດ້ຮັບໝາກໄມ້ຂອງຕົ້ນເດື່ອ ແລະ ກິ່ນຫອມຂອງດອກລິນລີ່ຈາກເຮົາ. ໃນດິນແດນທີ່ມີຊາຕານພັກເຊົາ, ດິນແດນແຫ່ງຝຸ່ນລະອອງ, ໃນນັ້ນຍັງບໍ່ມີຄໍາບໍລິສຸດ, ມີແຕ່ດິນຊາຍ ແລະ ດັ່ງນັ້ນ ເຮົາຈຶ່ງພົບກັບສະພາບແວດລ້ອມເຫຼົ່ານີ້. ເຈົ້າຄວນຮູ້ວ່າສິ່ງທີ່ເຮົາຮັບເອົາ ຄືກ້ອນຄໍາທີ່ບໍລິສຸດ, ຄໍາທີ່ຖືກຫຼໍ່ຫຼອມໃຫ້ສະອາດ, ບໍ່ແມ່ນດິນຊາຍ. ແລ້ວຄົນຊົ່ວຮ້າຍຈະຢູ່ໃນເຮືອນຂອງເຮົາໄດ້ແນວໃດ? ເຮົາຈະສາມາດປ່ອຍໃຫ້ໝາຈອກເປັນໜອນໃນດິນແດນສະຫວັນຂອງເຮົາໄດ້ແນວໃດ? ເຮົາໃຊ້ທຸກວິທີການທີ່ພໍຈະຄິດໄດ້ເພື່ອຂັບໄລ່ສິ່ງເຫຼົ່ານີ້ໜີ. ກ່ອນເຈດຕະນາຂອງເຮົາຈະຖືກເປີດເຜີຍ ບໍ່ມີໃຜຮູ້ໃນສິ່ງທີ່ເຮົາກໍາລັງຈະເຮັດ. ເຮົາຖືເອົາໂອກາດນີ້ ຂັບໄລ່ຄົນຊົ່ວຮ້າຍເຫຼົ່ານັ້ນໜີ ແລະ ພວກເຂົາຖືກບັງຄັບໃຫ້ໜີພົ້ນຈາກໜ້າເຮົາ. ນີ້ແມ່ນສິ່ງທີ່ເຮົາເຮັດຕໍ່ຄົນຊົ່ວຮ້າຍ ແຕ່ວ່າຍັງຈະມີມື້ໜຶ່ງທີ່ພວກເຂົາຈະໃຫ້ບໍລິການເຮົາ. ຄວາມປາຖະໜາຢາກໄດ້ພອນຂອງມະນຸດຍັງສູງຫຼາຍເກີນໄປ; ສະນັ້ນ ເຮົາຈຶ່ງຫັນກັບໄປ ແລະ ສະແດງໃບໜ້າອັນສະຫງ່າລາສີຂອງເຮົາຕໍ່ຊາວຕ່າງຊາດ ເພື່ອມະນຸດຈະໄດ້ດໍາລົງຊີວິດໃນໂລກຂອງພວກເຂົາ ແລະ ຕັດສິນຕົວເອງ, ໃນຂະນະທີ່ ເຮົາສືບຕໍ່ກ່າວພຣະທໍາທີ່ເຮົາຄວນກ່າວ ແລະ ສະໜອງສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ. ເມື່ອມະນຸດຮູ້ສຶກຕົວ ເຮົາກໍຈະໄດ້ເຜີຍແຜ່ພຣະທໍາຂອງເຮົາໄປດົນນານແລ້ວ. ເມື່ອນັ້ນ, ເຮົາຈະສະແດງເຈດຕະນາຂອງເຮົາຕໍ່ມະນຸດ ແລະ ເລີ່ມປະຕິບັດສ່ວນທີສອງພາລະກິດຂອງເຮົາໃນມະນຸດ, ເຮັດໃຫ້ມວນມະນຸດຕິດຕາມເຮົາຢ່າງໃກ້ຊິດ ເພື່ອປະສານງານກັບພາລະກິດຂອງເຮົາ ແລະ ໃຫ້ມະນຸດເຮັດທຸກຢ່າງດ້ວຍຄວາມສາມາດຂອງພວກເຂົາເພື່ອດໍາເນີນພາລະກິດກັບເຮົາ ທີ່ເຮົາຕ້ອງປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສຽງຟ້າຮ້ອງທັງເຈັດກໍາລັງທໍານາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ເຫັນວ່າ”.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ