ເພງຄຣິດສະຕຽນ “ພວກເຮົາໄດ້ຖືກຮັບຂຶ້ນເມື່ອຢູ່ຕໍ່ໜ້າບັນລັງ”
25 ເດືອນທັນວາ 2022
ພວກເຮົາຖືກຮັບຂຶ້ນເມືອຕໍ່ໜ້າບັນລັງຂອງພຣະເຈົ້າ, ເນື່ອງຈາກຄວາມກະລຸນາ ແລະ ຄວາມເມດຕາຂອງພຣະເຈົ້າ.
ຄວາມຮັກສຳລັບພຣະເຈົ້າໄດ້ປາກົດຂຶ້ນໃນຫົວໃຈ ຂອງໄພ່ພົນຈຳນວນຫຼວງຫຼາຍ ຜູ້ທີ່ບໍ່ລັງເລໃຈໃນການເດີນທາງຝ່າຍ ວິນຍານຂອງພວກເຂົາ.
ພວກເຂົາຍຶດໝັ້ນໃນຄວາມເຊື່ອຂອງພວກເຂົາທີ່ວ່າ ພຣະເຈົ້າທີ່ແທ້ຈິງອົງດຽວໄດ້ກາຍມາເປັນເນື້ອໜັງ, ພຣະອົງເປັນເຈົ້ານາຍແຫ່ງຈັກກະວານ, ເປັນຜູ້ບັນຊາການສິ່ງທັງປວງ:
ພຣະວິນຍານບໍລິສຸດໄດ້ຢືນຢັນເຖິງສິ່ງນີ້, ມັນບໍ່ສາມາດເຄື່ອນຍ້າຍໄດ້ເຊັ່ນດຽວກັບພູເຂົາ! ແລ້ວມັນຈະບໍ່ປ່ຽນແປງຈັກເທື່ອ!
ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ມື້ນີ້ ແມ່ນພຣະອົງທີ່ໄດ້ເປີດຕາ ຝ່າຍວິນຍານຂອງພວກຂ້ານ້ອຍ,
ປ່ອຍໃຫ້ຄົນຕາບອດໄດ້ເຫັນຮຸ່ງ, ໃຫ້ຄົນເປ້ຍຍ່າງໄດ້ ແລະ ຄົນຂີ້ທູດໄດ້ຮັບການຮັກສາ.
ແມ່ນພຣະອົງທີ່ໄດ້ເປີດປ່ອງຢ້ຽມສູ່ສະຫວັນ, ເຮັດໃຫ້ພວກຂ້ານ້ອຍໄດ້ຮັບຮູ້ເຖິງ ຄວາມເລິກລັບແຫ່ງອານາຈັກຝ່າຍວິນຍານ.
ເມື່ອຖືກຊຶມເຂົ້າໂດຍພຣະທຳອັນສັກສິດຂອງພຣະອົງ ແລະ ຖືກຊ່ວຍໃຫ້ລອດພົ້ນຈາກ ຄວາມເປັນມະນຸດຂອງພວກຂ້ານ້ອຍ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ,
ມັນຄືພາລະກິດທີ່ຍິ່ງໃຫຍ່ ແລະ ຄວາມກະລຸນາຂອງພຣະອົງ. ພວກເຮົາເປັນພະຍານໃຫ້ກັບພຣະອົງ!
ພຣະອົງໄດ້ລີ້ລັບຢ່າງຖ່ອມຕົນ ແລະ ງຽບໆຕັ້ງແຕ່ດົນແລ້ວ. ພຣະອົງໄດ້ຜ່ານການຟື້ນຄືນມາຈາກຄວາມຕາຍ, ການທົນທຸກຈາກການຖືກຄຶງທີ່ໄມ້ກາງແຂນ,
ຄວາມປິຕິຍິນດີ ແລະ ຄວາມໂສກເສົ້າຂອງຊີວິດມະນຸດ ແລະ ການຂົ່ມເຫັງ ແລະ ຄວາມລໍາບາກຍາກແຄ້ນ;
ພຣະອົງໄດ້ປະສົບ ແລະ ຊີມລົດຊາດຄວາມເຈັບປວດຂອງໂລກມະນຸດ ແລະ ພຣະອົງຖືກປະຖິ້ມໂດຍຍຸກດັ່ງກ່າວ. ພຣະເຈົ້າທີ່ບັງເກີດເປັນມະນຸດຄືພຣະເຈົ້າເອງ.
ເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າ, ພຣະອົງໄດ້ຊ່ວຍພວກຂ້ານ້ອຍຈາກກອງຂີ້ເຫຍື້ອ, ຍົກພວກຂ້ານ້ອຍຂຶ້ນສູງດ້ວຍມືຂວາຂອງພຣະອົງ ແລະ ມອບພຣະຄຸນຂອງພຣະອົງໃຫ້ແກ່ພວກຂ້ານ້ອຍລ້າໆ.
ພຣະອົງໄດ້ນໍາຊີວິດຂອງພຣະອົງເຂົ້າມາໃນພວກຂ້ານ້ອຍ ໂດຍບໍ່ຫຼີກຫຼ່ຽງຄວາມເຈັບປວດ; ລາຄາທີ່ພຣະອົງໄດ້ຈ່າຍດ້ວຍເລືອດ, ເຫື່ອ ແລະ ນໍ້າຕາຂອງພຣະອົງແມ່ນຖືກຕີຜະລຶກໄວ້ໃນໄພ່ພົນ.
ພວກຂ້ານ້ອຍເປັນຜົນຜະລິດຂອງ ຄວາມພະຍາຍາມອັນພາກພຽນຂອງພຣະອົງ; ພວກຂ້ານ້ອຍຄືລາຄາທີ່ພຣະອົງໄດ້ຊໍາລະ.
ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ແມ່ນຍ້ອນຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາຂອງພຣະອົງ,
ຄວາມຊອບທຳ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງ, ຄວາມບໍລິສຸດ ແລະ ຄວາມຖ່ອມຕົນຂອງພຣະອົງ, ທຸກຄົນຈຶ່ງກົ້ມລົງຕໍ່ໜ້າພຣະອົງ ແລະ ນະມັດສະການພຣະອົງຕະຫຼອດໄປເປັນນິດ.
ໃນມື້ນີ້ ພຣະອົງໄດ້ເຮັດໃຫ້ທຸກຄຣິສຕະຈັກສົມບູນແບບ, ຄຣິສຕະຈັກແຫ່ງຟິລາເດັນເຟຍ ແລະ ດ້ວຍເຫດນັ້ນກໍບັນລຸແຜນ ການຄຸ້ມຄອງ 6.000 ປີຂອງພຣະອົງ.
ໄພ່ພົນສາມາດຍອມຕໍ່ພຣະອົງຢ່າງຖ່ອມຕົນ, ເຊື່ອມໂຍງດ້ວຍວິນຍານ ແລະ ຕິດຕາມດ້ວຍຄວາມຮັກ, ຮ່ວມເຂົ້າໃນແຫຼ່ງກຳເນີດຂອງນໍ້າພຸ.
ນໍ້າແຫ່ງຊີວິດໄດ້ຫລັ່ງໄຫຼຢ່າງບໍ່ຢຸດເຊົາ, ຊໍາລະລ້າງ ແລະ ກຳຈັດຂີ້ຕົມ ແລະ ນໍ້າສົກກະປົກທັງໝົດໃນຄຣິສຕະຈັກ, ຊໍາລະລ້າງພຣະວິນຍານຂອງພຣະອົງໃຫ້ບໍລິສຸດອີກຄັ້ງ.
ພວກຂ້ານ້ອຍປ່ອຍໃຫ້ພຣະເຈົ້າປົກຄອງສູງສຸດ ໃນວິນຍານຂອງພວກຂ້ານ້ອຍ, ຍ່າງກັບພຣະອົງ ແລະ ຮັບເອົາຄວາມເປັນເລີດ,
ເອົາຊະນະໂລກ ແລະ ວິນຍານຂອງ ພວກຂ້ານ້ອຍຈະບິນຢ່າງເປັນອິດສະຫຼະ ແລະ ຮັບເອົາການປົດປ່ອຍ:
ນີ້ຄືຜົນຕາມມາ ເມື່ອພຣະເຈົ້າ ອົງຊົງລິດທານຸພາບສູງສຸດໄດ້ກາຍມາເປັນກະສັດ.
ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ, ປະສານງານໃນການຮັບໃຊ້ ແລະ ກາຍມາເປັນອັນໜຶ່ງດຽວກັນ,
ປະຕິບັດຕາມເຈດຕະນາຂອງ ພຣະເຈົ້າອົງຊົງລິດທານຸພາບສູງສຸດ,
ຟ້າວກາຍມາເປັນຮ່າງກາຍອັນບໍລິສຸດຝ່າຍວິນຍານ, ຢຽບຢ່ຳຊາຕານ ແລະ ນໍາຈຸດຈົບມາສູ່ໂຊກຊະຕາຂອງຊາຕານ.
(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ