ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 249

24 ເດືອນສິງຫາ 2025

ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະໃຫ້ພວກເຂົາຕອບຄໍາຖາມຕໍ່ການກະທໍາຊົ່ວຂອງພວກເຂົາ ເຊິ່ງແມ່ນບາງຢ່າງທີ່ເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ