ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 251

11 ກຸມພາ 2026

ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ບັງເກີດເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມທົນທຸກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມທົນທຸກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າກໍກາຍເປັນຈິງໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ໃນດ້ານຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ເຫດຜົນ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນ, ພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ ແລະ ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມທົນທຸກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດຫຼາຍ ແລະ ຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດໃນຕົວພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ