ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 255

09 ເດືອນກໍລະກົດ 2025

ຖ້າເຈົ້າຕ້ອງການຮັບຫົນທາງແຫ່ງຊີວິດຊົ່ວນິດນິລັນຢ່າງແທ້ຈິງ ແລະ ຖ້າເຈົ້າກະຕືລືລົ້ນໃນການຊອກຫາມັນ ແລ້ວຈົ່ງຕອບຄຳຖາມນີ້ກ່ອນ: ໃນປັດຈຸບັນນີ້ ພຣະເຈົ້າຢູ່ໃສ? ບາງເທື່ອ ເຈົ້າຈະຕອບວ່າ “ພຣະເຈົ້າອາໄສຢູ່ໃນສະຫວັນ, ແນ່ນອນ ພຣະອົງຈະບໍ່ອາໄສຢູ່ໃນເຮືອນຂອງເຈົ້າ, ແມ່ນບໍ?” ບາງເທື່ອ ເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ທ່າມກາງທຸກສິ່ງຢ່າງແນ່ນອນ. ຫຼືເຈົ້າອາດເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງແຕ່ລະຄົນ ຫຼື ພຣະເຈົ້າຢູ່ໃນໂລກຝ່າຍວິນຍານ. ເຮົາບໍ່ປະຕິເສດໃນສິ່ງນີ້ເລີຍ ແຕ່ເຮົາຕ້ອງອະທິບາຍບັນຫາໃຫ້ຈະແຈ້ງ. ມັນບໍ່ຖືກທັງໝົດທີ່ຈະເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງມະນຸດ ແຕ່ມັນກໍບໍ່ຜິດທັງໝົດເຊັ່ນກັນ. ນັ້ນກໍຍ້ອນວ່າ ທ່າມກາງຄົນທີ່ມີຄວາມເຊື່ອໃນພຣະເຈົ້າ ມີຜູ້ຄົນທີ່ມີຄວາມເຊື່ອທີ່ແທ້ຈິງ ແລະ ມີຜູ້ຄົນທີ່ມີຄວາມເຊື່ອຜິດ, ມີຜູ້ຄົນທີ່ພຣະເຈົ້າເຫັນດີ ແລະ ຜູ້ຄົນທີ່ພຣະອົງບໍ່ເຫັນດີ, ມີຜູ້ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຜູ້ຄົນທີ່ພຣະອົງກຽດຊັງ ແລະ ມີຜູ້ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ ແລະ ຜູ້ຄົນທີ່ພຣະອົງຈະໂຍນອອກ. ສະນັ້ນ ເຮົາຈຶ່ງເວົ້າວ່າ ພຣະເຈົ້າອາໄສຢູ່ໃນຫົວໃຈຂອງຄົນ ແຕ່ເປັນຄົນຈຳນວນໜ້ອຍ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງໂດຍບໍ່ມີຂໍ້ສົງໄສ, ຄົນທີ່ພຣະເຈົ້າເຫັນດີ, ຄົນທີ່ເຮັດໃຫ້ພຣະອົງພໍໃຈ ແລະ ຄົນທີ່ພຣະອົງຈະເຮັດໃຫ້ສົມບູນ. ພວກເຂົາແມ່ນຄົນທີ່ພຣະເຈົ້ານໍາພາ. ຍ້ອນວ່າພຣະເຈົ້ານໍາພາພວກເຂົາ, ພວກເຂົາຈຶ່ງເປັນຄົນທີ່ໄດ້ຍິນ ແລະ ເຫັນຫົນທາງແຫ່ງຊີວິດຊົ່ວນິດນິລັນຂອງພຣະເຈົ້າ. ຜູ້ຄົນທີ່ມີຄວາມເຊື່ອໃນພຣະເຈົ້າທີ່ຜິດ, ຜູ້ຄົນທີ່ພຣະເຈົ້າບໍ່ເຫັນດີ, ຜູ້ຄົນທີ່ຖືກພຣະເຈົ້າກຽດຊັງ, ຜູ້ຄົນທີ່ຖືກພຣະເຈົ້າໂຍນອອກ, ພວກເຂົາຈະຖືກພຣະເຈົ້າປະຕິເສດ, ຖືກເຮັດໃຫ້ມີຊີວິດຢູ່ໂດຍປາສະຈາກຫົນທາງແຫ່ງຊີວິດ ແລະ ຖືກເຮັດໃຫ້ເປັນຄົນບໍ່ຮູ້ວ່າ ພຣະເຈົ້າຢູ່ໃສ. ໃນທາງກົງກັນຂ້າມ ຜູ້ຄົນທີ່ມີພຣະເຈົ້າອາໄສຢູ່ໃນຫົວໃຈຂອງພວກເຂົາຮູ້ວ່າ ພຣະອົງຢູ່ໃສ. ພວກເຂົາແມ່ນຄົນທີ່ພຣະເຈົ້າປະທານຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ ແລະ ພວກເຂົາເປັນຄົນທີ່ຕິດຕາມພຣະເຈົ້າ. ໃນປັດຈຸບັນນີ້ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າຢູ່ໃສ? ພຣະເຈົ້າທັງຢູ່ໃນຫົວໃຈຂອງມະນຸດ ແລະ ຢູ່ຄຽງຂ້າງມະນຸດ. ພຣະອົງບໍ່ພຽງແຕ່ຢູ່ໃນໂລກຝ່າຍວິນຍານ ແລະ ຢູ່ເໜືອສິ່ງທັງໝົດ ແຕ່ຢູ່ເທິງແຜ່ນດິນໂລກຫຼາຍກວ່າ ເຊິ່ງເປັນບ່ອນທີ່ມະນຸດອາໄສຢູ່. ດ້ວຍເຫດນັ້ນ ການມາເຖິງຂອງຍຸກສຸດທ້າຍແມ່ນໄດ້ຮັບເອົາບາດກ້າວຂອງພາລະກິດຂອງພຣະເຈົ້າເຂົ້າສູ່ດິນແດນໃໝ່. ພຣະເຈົ້າມີອຳນາດປົກຄອງເໜືອທຸກສິ່ງ ແລະ ພຣະອົງເປັນເສົາຫຼັກຂອງມະນຸດທີ່ຢູ່ໃນຫົວໃຈຂອງເຂົາ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຊີວິດຢູ່ທ່າມກາງມະນຸດ. ດ້ວຍວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດນໍາຫົນທາງແຫ່ງຊີວິດມາສູ່ມະນຸດຊາດ ແລະ ນໍາມະນຸດເຂົ້າສູ່ຫົນທາງແຫ່ງຊີວິດ. ພຣະອົງໄດ້ລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ເພື່ອມະນຸດຈະໄດ້ຮັບຫົນທາງແຫ່ງຊີວິດ ແລະ ເພື່ອມະນຸດຈະມີຊີວິດຢູ່. ໃນເວລາດຽວກັນ ພຣະເຈົ້າຍັງສັ່ງທຸກສິ່ງໃນທັງໝົດທັງມວນເພື່ອອໍານວຍການຮ່ວມມືກັບການຄຸ້ມຄອງທີ່ພຣະອົງປະຕິບັດທ່າມກາງມະນຸດ. ດ້ວຍເຫດນັ້ນ, ຖ້າເຈົ້າພຽງຮັບຮູ້ທິດສະດີທີ່ວ່າ ພຣະເຈົ້າຢູ່ໃນແຜ່ນດິນສະຫວັນ ແລະ ໃນຫົວໃຈຂອງມະນຸດ ແຕ່ບໍ່ໄດ້ຮັບຮູ້ຄວາມຈິງແຫ່ງການມີຢູ່ຂອງພຣະເຈົ້າທ່າມກາງມະນຸດ ແລ້ວເຈົ້າຈະບໍ່ໄດ້ຮັບຊີວິດຈັກເທື່ອ ແລະ ຈະບໍ່ໄດ້ຮັບຫົນທາງແຫ່ງຄວາມຈິງຈັກເທື່ອ.

ພຣະເຈົ້າເອງເປັນຊີວິດ ແລະ ເປັນຄວາມຈິງ ແລະ ຊີວິດ ແລະ ຄວາມຈິງຂອງພຣະອົງດໍາລົງຢູ່ຮ່ວມກັນ. ຜູ້ຄົນທີ່ບໍ່ສາມາດຮັບຄວາມຈິງໄດ້ຈະບໍ່ສາມາດຮັບຊີວິດໄດ້ຈັກເທື່ອ. ຖ້າປາສະຈາກການນໍາ, ການສະໜັບສະໜູນ ແລະ ການສະໜອງຄວາມຈິງ, ເຈົ້າຈະຮັບພຽງຕົວໜັງສື, ທິດສະດີ ແລະ ເໜືອສິ່ງອື່ນໃດກໍຄື ຄວາມຕາຍ. ຊີວິດຂອງພຣະເຈົ້າມີຢູ່ຕະຫຼອດໄປ ແລະ ຄວາມຈິງ ແລະ ຊີວິດຂອງພຣະອົງດໍາລົງຢູ່ຮ່ວມກັນ. ຖ້າເຈົ້າບໍ່ສາມາດຄົ້ນພົບບໍ່ເກີດແຫຼ່ງຄວາມຈິງ ແລ້ວເຈົ້າຈະບໍ່ໄດ້ຮັບການບໍາລຸງແຫ່ງຊີວິດ; ຖ້າເຈົ້າບໍ່ສາມາດຮັບການສະໜອງຂອງຊີວິດ ແລ້ວເຈົ້າຈະບໍ່ມີຄວາມຈິງຢ່າງແນ່ນອນ ແລະ ນອກຈາກຈິນຕະນາການ ແລະ ແນວຄວາມຄິດແລ້ວ ຮ່າງກາຍທັງໝົດຂອງເຈົ້າຈະບໍ່ມີຫຍັງເລີຍ ນອກຈາກເນື້ອໜັງຂອງເຈົ້າ, ເນື້ອໜັງທີ່ເນົ່າເໝັນຂອງເຈົ້າ. ຈົ່ງຮູ້ວ່າ ຄຳເວົ້າໃນໜັງສືບໍ່ນັບເປັນຊີວິດ, ການບັນທຶກປະຫວັດສາດບໍ່ສາມາດນໍາມານະມັດສະການວ່າເປັນຄວາມຈິງ ແລະ ລະບຽບການຈາກອະດີດບໍ່ສາມາດເຮັດໜ້າທີ່ເປັນພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນໄດ້. ມີພຽງແຕ່ສິ່ງທີ່ພຣະເຈົ້າໄດ້ສຳແດງໃນເວລາທີ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ອາໄສທ່າມກາງມະນຸດ ທີ່ເປັນຄວາມຈິງ, ເປັນຊີວິດ, ເປັນຄວາມປະສົງຂອງພຣະເຈົ້າ ແລະ ຫົນທາງແຫ່ງການປະຕິບັດພາລະກິດໃນປັດຈຸບັນຂອງພຣະອົງ. ຖ້າເຈົ້ານໍາການບັນທຶກຂອງພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ໃນຊ່ວງຍຸກອະດີດຈົນຮອດປັດຈຸບັນໄປໃຊ້, ນັ້ນກໍເຮັດໃຫ້ເຈົ້າເປັນນັກບູຮານຄະດີ ແລະ ທາງດຽວທີ່ຈະໃຫ້ອະທິບາຍກ່ຽວກັບເຈົ້າກໍຄື ເຈົ້າບໍ່ແຕກຕ່າງຫຍັງກັບພວກຊ່ຽວຊານກ່ຽວກັບມໍລະດົກທາງປະຫວັດສາດ. ນັ້ນກໍຍ້ອນວ່າ ເຈົ້າເຊື່ອສະເໝີໃນຮ່ອງຮອຍຂອງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນອະດີດທີ່ຜ່ານມາ, ພຽງແຕ່ເຊື່ອໃນເງົາຂອງພຣະເຈົ້າທີ່ພຣະອົງໄດ້ປະໄວ້ໃຫ້ກັບຜູ້ຕິດຕາມພຣະອົງ ໃນເວລາທີ່ພຣະອົງໄດ້ປະຕິບັດພາລະກິດທ່າມກາງມະນຸດ. ເຈົ້າບໍ່ເຊື່ອໃນທິດທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນ, ບໍ່ເຊື່ອໃນຮູບລັກສະນະອັນສະຫງ່າລາສີຂອງພຣະເຈົ້າໃນປັດຈຸບັນ ແລະ ບໍ່ເຊື່ອໃນຫົນທາງແຫ່ງຄວາມຈິງທີ່ພຣະເຈົ້າສຳແດງໃນປັດຈຸບັນ. ດ້ວຍເຫດນັ້ນ ເຈົ້າກໍເປັນຄົນທີ່ຝັນກາງເວັນໂດຍບໍ່ສາມາດປະຕິເສດໄດ້ ເຊິ່ງເປັນຄົນທີ່ບໍ່ໄດ້ຢູ່ໃນຄວາມເປັນຈິງເລີຍ. ຖ້າໃນປັດຈຸບັນ ເຈົ້າຍັງຍຶດຕິດກັບຄຳເວົ້າທີ່ບໍ່ສາມາດນໍາຊີວິດມາໃຫ້ກັບມະນຸດໄດ້, ເຈົ້າກໍເປັນທ່ອນໄມ້ຕາຍທີ່ໝົດຫວັງທ່ອນໜຶ່ງ[ກ], ຍ້ອນວ່າເຈົ້າຫົວບູຮານເກີນໄປ, ຫົວແຂງເກີນໄປ, ບໍ່ຍອມຮັບເຫດຜົນຫຍັງເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ໝາຍເຫດ:

ກ. ທ່ອນໄມ້ຕາຍ: ສຳນວນພາສາຈີນທີ່ໝາຍເຖິງ “ເກີນຄວາມຊ່ວຍເຫຼືອ”.

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ