ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 258

26 ກຸມພາ 2026

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ຍ້ອນແຜນການຂອງພຣະເຈົ້າ ແລະ ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າປະຕິບັດບົດບາດຂອງເຈົ້າ ແລະ ເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊີວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

ໃນຂະນະທີ່ກາງຄືນໃກ້ເຂົ້າມາຢ່າງງຽບສະງັດ ໂດຍມະນຸດບໍ່ຮູ້ສຶກຕົວ, ຍ້ອນຫົວໃຈຂອງມະນຸດບໍ່ສາມາດຮັບຮູ້ໄດ້ວ່າ ກາງຄືນນັ້ນໃກ້ເຂົ້າມາແນວໃດ ຫຼື ມັນມາຈາກໃສ. ເມື່ອກາງຄືນຜ່ານໄປຢ່າງມິດງຽບ ມະນຸດກໍຕ້ອນຮັບແສງສະຫວ່າງຂອງກາງເວັນ ແຕ່ສໍາລັບເລື່ອງທີ່ວ່າ ແສງສະຫວ່າງມາຈາກໃສ ແລະ ມັນຂັບໄລ່ຄວາມມືດຂອງກາງຄືນອອກໄປດ້ວຍວິທີໃດນັ້ນ ມະນຸດແມ່ນແຮງຮູ້ໜ້ອຍ ແລະ ເຖິງກັບບໍ່ຮູ້ເລີຍ. ການຜັດປ່ຽນຂອງກາງເວັນ ແລະ ກາງຄືນ ນໍາພາມະນຸດຈາກໄລຍະໜຶ່ງໄປສູ່ອີກໄລຍະໜຶ່ງ, ຈາກບໍລິບົດປະຫວັດສາດໜຶ່ງໄປສູ່ບໍລິບົດປະຫວັດສາດຂອງຕອນຕໍ່ໄປ, ໃນຂະນະທີ່ຍັງຮັບຮອງວ່າພາລະກິດຂອງພຣະເຈົ້າໃນທຸກໄລຍະ ແລະ ແຜນການຂອງພຣະອົງສຳລັບແຕ່ລະຍຸກຈະຖືກເຮັດໃຫ້ສຳເລັດ. ມະນຸດໄດ້ຕິດຕາມພຣະເຈົ້າໃນຂະນະທີ່ຍ່າງຜ່ານໄລຍະເວລາເຫຼົ່ານີ້ ແຕ່ເຂົາບໍ່ຮູ້ວ່າ ພຣະເຈົ້າປົກຄອງຊະຕາກໍາຂອງສັບພະທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດ ຫຼື ບໍ່ຮູ້ວ່າພຣະເຈົ້າປັ້ນແຕ່ງ ແລະ ຄວບຄຸມສັບພະສິ່ງທັງປວງແນວໃດ. ນີ້ຄືສິ່ງທີ່ຫຼົບຫຼີກມະນຸດຕັ້ງແຕ່ຍຸກບູຮານຈົນຮອດປັດຈຸບັນ. ສຳລັບເຫດຜົນນັ້ນ, ມັນບໍ່ແມ່ນເປັນຍ້ອນວ່າການກະທຳຂອງພຣະເຈົ້າລີ້ລັບເກີນໄປ ຫຼື ຍ້ອນແຜນການຂອງພຣະເຈົ້າຍັງບໍ່ໄດ້ກາຍເປັນຈິງເທື່ອ, ແຕ່ຍ້ອນຫົວໃຈ ແລະ ວິນຍານຂອງມະນຸດຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ ຈົນຮອດຈຸດທີ່ວ່າ ມະນຸດຍັງຢູ່ໃນການຮັບໃຊ້ຂອງຊາຕານ ເຖິງແມ່ນວ່າເຂົາກໍາລັງຕິດຕາມພຣະເຈົ້າ ແລະ ຍັງບໍ່ຮູ້ຕົວເລີຍ. ບໍ່ມີໃຜທີ່ສະແຫວງຫາບາດກ້າວຂອງພຣະເຈົ້າ ແລະ ການປາກົດຕົວຂອງພຣະອົງຢ່າງຫ້າວຫັນ ແລະ ບໍ່ມີໃຜເຕັມໃຈດໍາລົງຢູ່ພາຍໃຕ້ການດູແລ ແລະ ການຮັກສາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະເພິ່ງພາການກັດເຊາະຂອງຊາຕານ ເຊິ່ງເປັນສິ່ງທີ່ຊົ່ວຮ້າຍ ເພື່ອປັບໃຫ້ເຂົ້າກັບໂລກໜ່ວຍນີ້ ແລະ ກົດລະບຽບແຫ່ງການມີຊີວິດຢູ່ທີ່ມະນຸດຊາດທີ່ຊົ່ວຮ້າຍປະຕິບັດຕາມ. ໃນເວລານີ້ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍມາເປັນບັນນາການໃຫ້ກັບຊາຕານ ແລະ ກາຍເປັນອາຫານຂອງຊາຕານ. ຍິ່ງໄປກວ່ານັ້ນ ຫົວໃຈ ແລະ ວິນຍານຂອງມະນຸດໄດ້ກາຍເປັນບ່ອນທີ່ຊາຕານສາມາດອາໄສຢູ່ ແລະ ເປັນສະໜາມຫຼິ້ນທີ່ເໝາະສົມຂອງມັນ. ດ້ວຍເຫດນີ້ ມະນຸດຈຶ່ງສູນເສຍຄວາມເຂົ້າໃຈໃນຫຼັກການຂອງການເປັນມະນຸດຂອງເຂົາ ແລະ ຄຸນຄ່າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງມະນຸດຢ່າງບໍ່ຮູ້ຕົວ. ກົດບັນຍັດຂອງພຣະເຈົ້າ ແລະ ພັນທະສັນຍາລະຫວ່າງພຣະເຈົ້າ ແລະ ມະນຸດຈາງຫາຍໄປຈາກຫົວໃຈຂອງມະນຸດເທື່ອລະໜ້ອຍ ແລະ ເຂົາກໍຢຸດທີ່ຈະສະແຫວງຫາ ຫຼື ສົນໃຈຕໍ່ພຣະເຈົ້າ. ເມື່ອເວລາຜ່ານໄປ ມະນຸດບໍ່ເຂົ້າໃຈອີກຕໍ່ໄປວ່າ ເປັນຫຍັງພຣະເຈົ້າຈຶ່ງສ້າງເຂົາ ຫຼື ເຂົາບໍ່ເຂົ້າໃຈພຣະທຳທີ່ມາຈາກປາກຂອງພຣະເຈົ້າ ແລະ ທຸກສິ່ງທີ່ມາຈາກພຣະເຈົ້າ. ແລ້ວມະນຸດກໍເລີ່ມຕໍ່ຕ້ານກົດເກນ ແລະ ບົດບັນຍັດຂອງພຣະເຈົ້າ ແລະ ຫົວໃຈ ແລະ ວິນຍານຂອງເຂົາກໍຕາຍໄປ... ພຣະເຈົ້າສູນເສຍມະນຸດທີ່ພຣະອົງສ້າງດັ່ງເດີມ ແລະ ມະນຸດກໍສູນເສຍຮາກເຫງົ້າທີ່ເຂົາມີໃນເບື້ອງຕົ້ນ: ນີ້ຄືຄວາມໂສກເສົ້າຂອງມະນຸດຊາດນີ້. ໃນຄວາມເປັນຈິງແລ້ວ ນັບຕັ້ງແຕ່ການເລີ່ມຕົ້ນທຳອິດຈົນເຖິງປັດຈຸບັນ ພຣະເຈົ້າໄດ້ຈັດສະແດງໂສກອະນາດຕະກຳໃຫ້ກັບມະນຸດຊາດ ເຊິ່ງມະນຸດເປັນທັງຕົວລະຄອນເອກ ແລະ ຜູ້ຮັບເຄາະ; ແລ້ວບໍ່ມີຜູ້ໃດສາມາດຕອບໄດ້ວ່າ ໃຜກຳກັບໂສກອະນາດຕະກຳນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ