ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 259
19 ເດືອນສິງຫາ 2025
ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ກ່ຽວກັບຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດມີຄວາມສຸກກັບທຸກສິ່ງທີ່ຊີວິດໄດ້ນໍາມາໂດຍປົກກະຕິ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ