ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 260
19 ເດືອນສິງຫາ 2025
ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະຫຼະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດສໍາລັບສິ່ງຊົງສ້າງທັງໝົດແມ່ນມາຈາກພຣະເຈົ້າ ບໍ່ວ່າພວກເຂົາຈະມີລັກສະນະຊີວິດ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ; ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້. ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ. ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະເຮັດໃຫ້ມະນຸດຈ່າຍຄືນພຣະອົງສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ