ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 263

26 ກຸມພາ 2026

ນັບຕັ້ງແຕ່ການກຳເນີດວິທະຍາສາດສັງຄົມຂອງມວນມະນຸດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກໍກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ຖ້າປາສະຈາກພຣະເຈົ້າໃນຫົວໃຈຂອງເຂົາ, ໂລກພາຍໃນຂອງມະນຸດກໍ່ມືດມົນ, ສິ້ນຫວັງ ແລະ ວ່າງເປົ່າ. ຕໍ່ມາຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເກີດຂຶ້ນເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການຂອງມະນຸດ ແລະ ທິດສະດີອື່ນໆທີ່ຂັດແຍ່ງກັບຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງມີຈຳນວນຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ ແລະ ມະນຸດດຳລົງຊີວິດຢູ່ໃນໂລກທີ່ວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ບ່ອນໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຂັດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ໄດ້ຕາຍໄປແລ້ວ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະຫຼະຈາກຄວາມວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະຫຼະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການປອບໃຈມະນຸດພຽງຊົ່ວຄາວເທົ່ານັ້ນ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຍັງເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຢັບຢັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ນີ້ກໍ່ຍ້ອນວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະຫຼະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ ແລະ ພຽງແຕ່ເຮັດໃຫ້ມະນຸດດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກວ່າງເປົ່າ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດຖືກແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ສະເໝີພາບກັນ ແລະ ເປັນອິດສະຫຼະ, ແຕ່ສິ່ງທີ່ມະນຸດຕ້ອງການແມ່ນຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບການຈັດກຽມຊີວິດຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມຊຸດໂຊມ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.

ບາງເທື່ອປະເທດຂອງເຈົ້າກຳລັງຈະເລີນຮຸ່ງເຮືອງໃນປັດຈຸບັນ ແຕ່ຖ້າເຈົ້າປ່ອຍໃຫ້ຄົນຂອງເຈົ້າຫັນໜີຈາກພຣະເຈົ້າ ແລ້ວປະເທດຂອງເຈົ້າກໍຈະພົບກັບການສູນເສຍການອວຍພອນຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ອາລິຍະທຳຂອງປະເທດຂອງເຈົ້າອາດຈະຖືກຢຽບຢ່ຳຢູ່ໃຕ້ຕີນເທື່ອລະໜ້ອຍ ແລະ ອີກບໍ່ດົນ ຜູ້ຄົນກໍຈະລຸກຮືຂຶ້ນຕໍ່ຕ້ານພຣະເຈົ້າ ແລະ ສາບແຊ່ງສະຫວັນ. ດ້ວຍເຫດນັ້ນ ຊະຕາກໍາຂອງປະເທດໃດໜຶ່ງອາດຈະຖືກທຳລາຍໂດຍບໍ່ຮູ້ຕົວ. ພຣະເຈົ້າຈະສ້າງປະເທດມະຫາອຳນາດຂຶ້ນເພື່ອຕອບໂຕ້ປະເທດເຫຼົ່ານັ້ນທີ່ຖືກພຣະເຈົ້າສາບແຊ່ງ ແລະ ອາດຈະກວດລ້າງພວກເຂົາອອກຈາກໜ້າແຜ່ນດິນໂລກ. ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມລົ້ມຈົມຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນໄດ້ຖືກທໍານາຍໄວ້ແລ້ວ ແລະ ຂຶ້ນຢູ່ກັບວ່າ ຜູ້ປົກຄອງຂອງປະເທດ ຫຼື ຊົນຊາດນັ້ນຈະນະມັດສະການພຣະເຈົ້າ ຫຼື ບໍ່ ແລະ ພວກເຂົາຈະນໍາພາປະຊາຊົນຂອງພວກເຂົາໃກ້ຊິດກັບພຣະອົງຫຼາຍຍິ່ງຂຶ້ນ ຫຼື ບໍ່. ເຖິງຢ່າງໃດກໍຕາມ ໃນຍຸກສຸດທ້າຍນີ້ ຍ້ອນຄົນທີ່ສະແຫວງຫາ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງມີໜ້ອຍ, ພຣະເຈົ້າຈຶ່ງປະທານຄວາມຊົມຊອບພິເສດກັບປະເທດທີ່ມີສາສະໜາຄຣິດເປັນສາສະໜາແຫ່ງຊາດ. ພຣະອົງຮວບຮວມປະເທດເຫຼົ່ານີ້ເຂົ້າກັນເພື່ອສ້າງຄ້າຍທີ່ຂ້ອນຂ້າງທ່ຽງທຳຂອງໂລກ ໃນຂະນະທີ່ປະເທດເຊິ່ງບໍ່ມີພຣະເຈົ້າ ແລະ ປະເທດທີ່ບໍ່ນະມັດສະການພຣະເຈົ້າທີ່ແທ້ຈິງກໍກາຍມາເປັນປໍລະປັກຂອງຄ້າຍທີ່ທ່ຽງທຳ. ໃນລັກສະນະນີ້, ພຣະເຈົ້າບໍ່ພຽງແຕ່ມີພື້ນທີ່ທ່າມກາງມະນຸດຊາດເພື່ອປະຕິບັດພາລະກິດຂອງພຣະອົງ ແຕ່ຍັງໄດ້ຮັບເອົາປະເທດທີ່ສາມາດປະຕິບັດສິດອຳນາດທີ່ທ່ຽງທຳ ເພື່ອກຳນົດການລົງໂທດ ແລະ ຂໍ້ຈຳກັດໃນປະເທດເຫຼົ່ານັ້ນທີ່ຕໍ່ຕ້ານພຣະອົງ ແຕ່ເຖິງຢ່າງນັ້ນກໍຕາມ ຍັງມີໜ້ອຍຄົນທີ່ອອກມາເພື່ອນະມັດສະການພຣະເຈົ້າ ເພາະມະນຸດໄດ້ຫ່າງເຫີນຈາກພຣະອົງຫຼາຍແລ້ວ ແລະ ມະນຸດກໍ ລືມໄລພຣະເຈົ້າເປັນເວລາດົນນານມາແລ້ວ. ຍັງມີພຽງແຕ່ບາງປະເທດທີ່ປະຕິບັດຄວາມຍຸຕິທຳ ແລະ ຕໍ່ຕ້ານຄວາມບໍ່ຍຸຕິທຳເທິງແຜ່ນດິນໂລກ. ແຕ່ສິ່ງນີ້ແມ່ນໄກຈາກຄວາມປາຖະໜາຂອງພຣະເຈົ້າຫຼາຍ ຍ້ອນບໍ່ມີຜູ້ປົກຄອງຂອງປະເທດໃດທີ່ຈະອະນຸຍາດໃຫ້ພຣະເຈົ້າປົກຄອງຢູ່ເໜືອຜູ້ຄົນຂອງພວກເຂົາ ແລະ ບໍ່ມີພັກການເມືອງໃດທີ່ຈະເຕົ້າໂຮມປະຊາຊົນຂອງຕົນເອງເພື່ອນະມັດສະການພຣະເຈົ້າ; ພຣະເຈົ້າໄດ້ສູນເສຍພື້ນທີ່ເໝາະສົມຢູ່ໃນຫົວໃຈຂອງທຸກໆປະເທດ, ຊົນຊາດ, ພັກປົກຄອງ ແລະ ແມ່ນແຕ່ຢູ່ໃນຫົວໃຈຂອງແຕ່ລະຄົນ. ເຖິງແມ່ນວ່າ ກຳລັງທີ່ຍຸຕິທຳມີຢູ່ໃນໂລກນີ້, ແຕ່ອໍານາດການປົກຄອງທີ່ພຣະເຈົ້າມີຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນອ່ອນແອຫຼາຍ. ຫາກປະສາຈາກການອວຍພອນຂອງພຣະເຈົ້າ, ເວທີທາງການເມືອງກໍຈະຕົກຢູ່ໃນຄວາມສັບສົນບໍ່ເປັນລະບຽບ ແລະ ບໍ່ສາມາດຕ້ານທານການໂຈມຕີພຽງຄັ້ງດຽວໄດ້. ສຳລັບມະນຸດຊາດ, ການປາສະຈາກການອວຍພອນຂອງພຣະເຈົ້າກໍເປັນເໝືອນກັບການບໍ່ມີດວງຕາເວັນ. ບໍ່ວ່າຜູ້ປົກຄອງຈະປະກອບສ່ວນຢ່າງພາກພຽນໃຫ້ກັບປະຊາຊົນຂອງພວກເຂົາສໍ່າໃດ, ບໍ່ວ່າ ມະນຸດຊາດຈະຮ່ວມກັນຈັດກອງປະຊຸມທີ່ຍຸຕິທຳຫຼາຍສໍ່າໃດກໍຕາມ, ບໍ່ມີສິ່ງໃດເລີຍຈະປ່ຽນແປງ ຫຼື ເຮັດໃຫ້ຊະຕາກໍາຂອງມະນຸດຊາດດີຂຶ້ນ. ມະນຸດເຊື່ອວ່າ ປະເທດທີ່ຜູ້ຄົນໄດ້ຮັບການລ້ຽງດູ, ນຸ່ງຫົ່ມກິນດີ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ ແມ່ນປະເທດທີ່ດີ ແລະ ເປັນປະເທດທີ່ມີການນໍາພາທີ່ດີ. ແຕ່ພຣະເຈົ້າບໍ່ໄດ້ຄິດແບບນັ້ນ. ພຣະອົງເຊື່ອວ່າ ປະເທດໃດໜຶ່ງທີ່ບໍ່ມີໃຜນະມັດສະການພຣະເຈົ້າແມ່ນປະເທດທີ່ພຣະອົງຈະທຳລາຍລ້າງ. ວິທີການຄິດຂອງມະນຸດບໍ່ຖືກກັບວິທີການຄິດຂອງພຣະເຈົ້າຫຼາຍ. ດ້ວຍເຫດນັ້ນ ຖ້າຫົວໜ້າປະເທດໃດໜຶ່ງບໍ່ນະມັດສະການພຣະເຈົ້າ ແລ້ວຊະຕາກໍາຂອງປະເທດນີ້ກໍຈະເປັນປະເທດທີ່ໜ້າເສົ້າ ແລະ ປະເທດນັ້ນຈະບໍ່ມີຈຸດໝາຍປາຍທາງຫຍັງເລີຍ.

ພຣະເຈົ້າບໍ່ມີສ່ວນຮ່ວມໃນການເມືອງຂອງມະນຸດ ແຕ່ຊະຕາກໍາຂອງປະເທດ ຫຼື ຊົນຊາດໃດໜຶ່ງແມ່ນຖືກຄວບຄຸມໂດຍພຣະເຈົ້າ. ພຣະເຈົ້າຄວບຄຸມໂລກນີ້ ແລະ ຈັກກະວານນີ້ທັງປວງ. ຊະຕາກໍາຂອງມະນຸດ ແລະ ແຜນການຂອງພຣະເຈົ້າແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ມີມະນຸດ, ປະເທດ ຫຼື ຊົນຊາດໃດທີ່ຖືກລະເວັ້ນຈາກອຳນາດອະທິປະໄຕຂອງພຣະເຈົ້າ. ຖ້າມະນຸດປາຖະໜາທີ່ຈະຮູ້ຈັກຊະຕາກໍາຂອງເຂົາ, ເຂົາກໍຕ້ອງມາຢູ່ຕໍ່ໜ້າພຣະເຈົ້າ. ພຣະເຈົ້າຈະເຮັດໃຫ້ຄົນທີ່ຕິດຕາມ ແລະ ນະມັດສະການພຣະອົງນັ້ນຈະເລີນຮຸ່ງເຮືອງ ແລະ ຈະນໍາຄວາມເສື່ອມເສຍ ແລະ ການດັບສູນມາຍັງຄົນທີ່ຕໍ່ຕ້ານ ແລະ ປະຕິເສດພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ