ພຣະທຳປະຈຳວັນຂອງພຣະເຈົ້າ: ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ | ຄັດຕອນ 264

04 ມີນາ 2026

ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດເປັນວົງຈອນທີ່ບໍ່ສິ້ນສຸດ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຄົນທີ່ຕາຍກໍເອົາເລື່ອງລາວຂອງຄົນທີ່ມີຊີວິດຢູ່ໄປນຳ ແລະ ຄົນທີ່ຍັງມີຊີວິດຢູ່ກໍ່ດຳລົງຊີວິດແບບດຽວກັນກັບປະຫວັດສາດທີ່ໜ້າສະລົດໃຈຂອງຄົນທີ່ຕາຍໄປແລ້ວຊ້ຳໄປຊ້ຳມາ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ອົດບໍ່ໄດ້ທີ່ຈະຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໄຮ້ຄວາມສາມາດຊ່ວຍຕົນເອງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອເຮັດໃຫ້ຫົວໃຈຂອງເຂົາມືນຊາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ຊົງອຳນາດສູງສຸດຂອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະອົງຜູ້ດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ເປົ່າລົມຫາຍໃຈເຂົ້າສູ່ບັນພະບຸລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າຄ້າງກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງມີຊີວິດທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຕົວແທນແຫ່ງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການຈັດແຈງຂອງພຣະອົງໄດ້? ທຸກສິ່ງມີຢູ່ພາຍໃຕ້ການເຝົ້າເບິ່ງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດຢ່າງບໍ່ສິ້ນສຸດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການມີຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຂຶ້ນຢູ່ກັບວ່າ ພວກມັນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ພວກມັນຫຼັບລົງກໍແມ່ນເພື່ອການຄຸ້ມຄອງນີ້ເຊັ່ນດຽວກັນ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ