ເພງຄຣິດສະຕຽນ “ການພິພາກສາຂອງພຣະເຈົ້າຕໍ່ບັນດາປະເທດ ແລະ ປະຊາຊົນທັງນັບບໍ່ຖ້ວນ” | 2026 ສຽງແຫ່ງການສັນລະເສີນ
15 ເດືອນມັງກອນ 2026
1
ອານາຈັກຂອງເຮົາ ໄດ້ເປັນຈິງຢ່າງສົມບູນ ແລະ ໄດ້ລົງມາສູ່ໂລກຢ່າງເປີດເຜີຍແລ້ວ; ສິ່ງນີ້ ສະແດງໃຫ້ເຫັນວ່າ ການພິພາກສາຂອງເຮົາໄດ້ມາເຖິງຢ່າງສົມບູນ. ໄພພິບັດທຸກຮູບແບບຈະເກີດຂຶ້ນແລ້ວເກີດຂຶ້ນອີກ; ທຸກປະເທດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດ: ໂລກລະບາດ, ໄພອຶດຫິວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວເກີດຂຶ້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ເກີດຂຶ້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫຼື ສອງບ່ອນ ຫຼື ຈະບໍ່ຈົບລົງພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະຂະຫຍາຍອອກກວ້າງຂຶ້ນ ແລະ ກວ້າງຂຶ້ນໄປທົ່ວທຸກແຫ່ງຫົນ ແລະ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂຶ້ນຢ່າງຕໍ່ເນື່ອງກັນ ແລະ ຈະປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ບັນດາປະເທດ ແລະ ປະຊາຊົນນັບບໍ່ຖ້ວນ.
2
ຊື່ຂອງເຮົາຕ້ອງແຜ່ຂະຫຍາຍໄປທົ່ວທຸກສາລະທິດ ແລະ ທົ່ວທຸກບ່ອນ ເພື່ອວ່າທຸກຄົນຈະໄດ້ຮູ້ຈັກຊື່ອັນບໍລິສຸດຂອງເຮົາ ແລະ ຮູ້ຈັກເຮົາ. ຊື່ຂອງເຮົາຈະກະຈາຍອອກຢ່າງກວ້າງຂວາງ ເມື່ອເກີດໄພພິບັດມາເຖິງ ແລະ ຖ້າຫາກພວກເຈົ້າບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່, ພວກເຈົ້າກໍຈະສູນເສຍສ່ວນແບ່ງທີ່ເປັນສິດຂອງພວກເຈົ້າໄປ. ພວກເຈົ້າບໍ່ຢ້ານບໍ? ຊື່ຂອງເຮົາກະຈາຍໄປທົ່ວທຸກສາສະໜາ, ທຸກສາຂາອາຊີບ ແລະ ທຸກຊັ້ນຄົນ, ທຸກຊາດ ແລະ ທຸກນິກາຍ. ນີ້ແມ່ນພາລະກິດຂອງເຮົາທີ່ກໍາລັງຖືກປະຕິບັດຢ່າງເປັນລະບຽບ ແລະ ມີການເຊື່ອມໂຍງກັນຢ່າງໃກ້ຊິດ; ທຸກສິ່ງນີ້ເກີດຂຶ້ນຈາກການຈັດແຈງຢ່າງສະຫຼາດຂອງເຮົາ. ເຮົາພຽງແຕ່ປາຖະໜາໃຫ້ພວກເຈົ້າສາມາດຕິດຕາມຮອຍບາດກ້າວຂອງເຮົາໄປຂ້າງໜ້າຢ່າງໃກ້ຊິດໃນທຸກໆບາດກ້າວ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 65)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ