ເພງຄຣິດສະຕຽນ “ອານາຈັກຂອງພຣະເຈົ້າໄດ້ປາກົດຂຶ້ນເທິງແຜ່ນດິນໂລກ” | 2026 ສຽງແຫ່ງການສັນລະເສີນ

14 ເດືອນມັງກອນ 2026

1

ພຣະເຈົ້າທີ່ແທ້ຈິງຜູ້ຊົງລິດທານຸພາບສູງສຸດ, ກະສັດຜູ້ປະທັບເທິງບັນລັງ, ປົກຄອງທົ່ວທັງຈັກກະວານ, ຫັນໜ້າຫາປະຊາຊາດ ແລະ ຜູ້ຄົນຈຳນວນນັບບໍ່ຖ້ວນ ແລະ ສະຫງ່າລາສີຂອງພຣະເຈົ້າກໍສ່ອງແສງໄປທົ່ວໂລກ. ທຸກສິ່ງທີ່ມີຊີວິດໃນຈັກກະວານ ແລະ ຈົນສຸດປາຍແຜ່ນດິນໂລກຈະໄດ້ເຫັນ. ພູເຂົາ, ແມ່ນໍ້າ, ທະເລສາບ, ແຜ່ນດິນ, ມະຫາສະໝຸດ ແລະ ສິ່ງມີຊີວິດທັງປວງໄດ້ເປີດຜ້າມ່ານຂອງພວກເຂົາອອກໃນແສງສະຫວ່າງແຫ່ງພຣະພັກຂອງພຣະເຈົ້າທີ່ແທ້ຈິງ ແລະ ພວກເຂົາກໍໄດ້ຮັບການຟື້ນຟູ, ຄືກັບວ່າຕື່ນຈາກຄວາມຝັນ, ຄືກັບວ່າພວກເຂົາເປັນໜໍ່ອ່ອນທີ່ແທງດິນຂຶ້ນມາ! ໂອ້! ພຣະເຈົ້າທີ່ແທ້ຈິງອົງດຽວປາກົດຕໍ່ໜ້າປະຊາກອນຂອງໂລກ. ຜູ້ໃດຈະກ້າເຂົ້າໃກ້ພຣະອົງດ້ວຍການຕໍ່ຕ້ານ? ທຸກຄົນຕ່າງສັ່ນສະທ້ານດ້ວຍຄວາມຢ້ານກົວ. ທຸກຄົນຕ່າງກໍເຊື່ອ ແລະ ຍອມຮັບຢ່າງສິ້ນເຊີງ. ແລະ ທັງໝົດຕ່າງກໍວອນຂໍການອະໄພໂທດຊໍ້າແລ້ວຊໍ້າອີກ. ຜູ້ຄົນຈຳນວນນັບບໍ່ຖ້ວນຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ປາກຈຳນວນນັບບໍ່ຖ້ວນກໍນະມັດສະການພຣະອົງ!

2

ທະວີບ ແລະ ມະຫາສະໝຸດ, ພູເຂົາ, ແມ່ນໍ້າ ແລະ ທຸກສິ່ງຕ່າງກໍສັນລະເສີນພຣະອົງຢ່າງບໍ່ມີສິ້ນສຸດ! ສາຍລົມທີ່ອົບອຸ່ນ, ພ້ອມກັບລົມຫາຍໃຈຂອງລະດູບານໃໝ່ ໄດ້ນໍາເອົາຝົນລະດູບານໃໝ່ທີ່ຕົກຄ່ອຍໆ ແລະ ບໍ່ຂາດສາຍມາດ້ວຍ. ສາຍນໍ້າທີ່ໄຫຼລິນ ແລະ ມວນຊົນກໍເປັນເໝືອນກັນ, ທັງສອງຕ່າງກໍເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມປິຕິຍິນດີ, ຫຼັ່ງນໍ້າຕາແຫ່ງຄວາມຮູ້ສຶກຜິດ ແລະ ການຕຳໜິຕົນເອງ. ແມ່ນໍ້າ, ທະເລສາບ, ຄື້ນ ແລະ ຄື້ນຟອງນ້ຳທັງໝົດຕ່າງກໍຮ້ອງເພງ, ສັນລະເສີນພຣະນາມອັນບໍລິສຸດຂອງພຣະເຈົ້າທີ່ແທ້ຈິງ! ສຽງແຫ່ງການສັນລະເສີນດັງກ້ອງກັງວານຢ່າງແຈ່ມແຈ້ງ! ສິ່ງເກົ່າໆທີ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກມັນແຕ່ລະຢ່າງ ແລະ ທຸກຢ່າງຈະຖືກຟື້ນຟູຂຶ້ນໃໝ່ ແລະ ປ່ຽນແປງ ແລະ ຈະເຂົ້າສູ່ອານາເຂດໃໝ່ທັງໝົດ...

3

ນີ້ຄືແກສັກສິດ ແລະ ມັນໄດ້ເລີ່ມດັງຂຶ້ນແລ້ວ! ຈົ່ງຟັງສຽງມັນ. ສຽງນັ້ນ, ອັນແສນອ່ອນຫວານ, ຄືພຣະຄໍາຈາກບັນລັງ. ມັນປະກາດແກ່ທຸກຊາດ ແລະ ທຸກຊົນຊາດວ່າ ເວລາໄດ້ມາເຖິງແລ້ວ, ຜົນສຸດທ້າຍຂອງຍຸກສຸດທ້າຍຢູ່ທີ່ນີ້ແລ້ວ, ແຜນການຄຸ້ມຄອງຂອງເຮົາໄດ້ສຳເລັດແລ້ວ, ລາຊະອານາຈັກຂອງເຮົາໄດ້ປາກົດຢ່າງເປີດເຜີຍເທິງແຜ່ນດິນໂລກ ແລະ ລາຊະອານາຈັກທັງຫຼາຍໃນໂລກນີ້ໄດ້ກາຍເປັນລາຊະອານາຈັກຂອງເຮົາຜູ້ຊົງເປັນພຣະເຈົ້າ. ແກທັງເຈັດຂອງເຮົາດັງຂຶ້ນຈາກບັນລັງ ແລະ ສິ່ງໜ້າອັດສະຈັນດັ່ງກ່າວກໍຈະເກີດຂຶ້ນ! ເຮົາຊົມເບິ່ງປະຊາຊົນຂອງເຮົາດ້ວຍຄວາມປິຕິຍິນດີ, ຜູ້ທີ່ສາມາດໄດ້ຍິນສຸລະສຽງຂອງເຮົາ ແລະ ມາເຕົ້າໂຮມກັນຈາກທຸກຊາດ ແລະ ທຸກດິນແດນ. ມວນຊົນຕ່າງກໍເວົ້າເຖິງພຣະເຈົ້າທີ່ແທ້ຈິງຢູ່ສະເໝີ, ກໍສັນລະເສີນ ແລະ ໂດດໂລດເຕັ້ນຢ່າງບໍ່ມີສິ້ນສຸດ! ພວກເຂົາເປັນພະຍານຕໍ່ໂລກ ແລະ ສຽງແຫ່ງການເປັນພະຍານຂອງພວກເຂົາຕໍ່ພຣະເຈົ້າທີ່ແທ້ຈິງກໍດັງກ້ອງກັງວານເໝືອນສຽງຟ້າຮ້ອງຂອງສາຍນໍ້າຫຼວງຫຼາຍ. ມວນຊົນຈະແຫ່ກັນເຂົ້າມາໃນລາຊະອານາຈັກຂອງເຮົາ.

(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 36)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ