ເພງຄຣິດສະຕຽນ “ພອນຈົ່ງມີແກ່ຜູ້ທີ່ຮັກພຣະເຈົ້າ” | ສຽງແຫ່ງການສັນລະເສີນ 2026
19 ເດືອນມັງກອນ 2026
1
ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດໄດ້ຮັບພຣະສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນຄົນຮູ້ໃຈຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ.
2
ພຣະເຈົ້າແມ່ນອົງທີ່ຜູ້ຄົນຄວນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກຂອງທຸກຄົນ, ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຄອງອຳນາດຮ່ວມກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນປະຈັກພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນວຽກງານຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງປະຊາຊົນທຸກຄົນຂອງພຣະເຈົ້າ.
3
ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ. ພວກເຂົາແມ່ນຄົນຈາກທົ່ວໂລກທີ່ເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ຄວາມໝາຍຂອງການເປັນຢູ່ຂອງພວກເຂົາແມ່ນອັນດຽວກັນ; ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ ແລະ ຄົນທີ່ເປັນປະຈັກພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ.
(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ