ເພງຄຣິດສະຕຽນ “ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ”

25 ເດືອນມັງກອນ 2022

ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ.

ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ.

ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ.

ຈົ່ງມາທີ່ພູຊີໂອນພ້ອມກັບການສັນລະເສີນ.

ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ

ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ.

ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນ

ນັ້ນໄດ້ແຜ່ຂະຫຍາຍອອກ.

ໂອ ພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ເຈົ້ານາຍແຫ່ງຈັກກະວານ, ພຣະຄຣິດແຫ່ງຍຸກສຸດທ້າຍ,

ພຣະອົງຄືດວງຕາເວັນສ່ອງແສງເຫຼືອງເຫຼື້ອມຢູ່ເທິງພູເຂົາຊີໂອນ

ເຊິ່ງເປັ່ງປະກາຍໄປດ້ວຍຄວາມສະຫງ່າຜ່າເຜີຍ

ແລະ ຄວາມສະຫງ່າງາມທົ່ວຈັກກະວານທັງປວງ...

ພຣະເຈົ້າອົງຊົງລິດທານຸພາບສູງສຸດ!

ພວກຂ້ານ້ອຍເອີ້ນຫາພຣະອົງດ້ວຍຄວາມຕື່ນເຕັ້ນຕັນໃຈ;

ພວກຂ້ານ້ອຍເຕັ້ນລຳ ແລະ ຮ້ອງເພງ.

ພຣະອົງເປັນພຣະຜູ້ໄຖ່ຂອງພວກຂ້ານ້ອຍແທ້ໆ,

ເປັນກະສັດອົງຍິ່ງໃຫຍ່ແຫ່ງຈັກກະວານ!

ພຣະອົງໄດ້ສ້າງກຸ່ມຜູ້ຊະນະ

ແລະ ບັນລຸແຜນການຄຸ້ມຄອງຂອງພຣະເຈົ້າ.

ທຸກຄົນຈະຫຼັ່ງໄຫຼໄປສູ່ພູເຂົານີ້.

ທຸກຄົນຈະຄຸເຂົ່າລົງຕໍ່ໜ້າບັນລັງ!

ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວເທົ່ານັ້ນ

ແລະ ພຣະອົງສົມຄວນໄດ້ຮັບສະຫງ່າລາສີ ແລະ ກຽດຕິຍົດ.

ສະຫງ່າລາສີ, ຄຳສັນລະເສີນ ແລະ

ສິດອຳນາດທັງໝົດຈົ່ງມີແກ່ບັນລັງ!

ນໍ້າພຸແຫ່ງຊີວິດຈະຫຼັ່ງໄຫຼອອກຈາກບັນລັງ,

ຫົດນໍ້າ ແລະ ລໍ່ລ້ຽງຜູ້ຄົນຈຳນວນຫຼວງຫຼາຍຂອງພຣະເຈົ້າ.

ຊີວິດປ່ຽນແປງໃນແຕ່ລະມື້;

ແສງສະຫວ່າງ ແລະ ການເປີດເຜີຍໃໝ່ຕິດຕາມພວກເຮົາ,

ໃຫ້ຄວາມເຂົ້າໃຈໃໝ່ກ່ຽວກັບພຣະເຈົ້າຢ່າງຕໍ່ເນື່ອງ.

ໃນທ່າມກາງປະສົບການ,

ພວກເຮົາໄດ້ມາເຖິງຄວາມໝັ້ນໃຈຢ່າງສົມບູນກ່ຽວກັບພຣະເຈົ້າ.

ພຣະທຳຂອງພຣະອົງຖືກເຮັດໃຫ້ປະຈັກແຈ້ງຕະຫຼອດເວລາ,

ເຮັດໃຫ້ປະຈັກແຈ້ງພາຍໃນຄົນທີ່ຖືກຕ້ອງ.

ພວກເຮົາໄດ້ຮັບພອນຫຼາຍແທ້ໆ!

ພົບກັບພຣະເຈົ້າເຊິ່ງໜ້າໃນແຕ່ລະມື້,

ສື່ສານກັບພຣະເຈົ້າກ່ຽວກັບທຸກສິ່ງ

ແລະ ມອບອຳນາດອະທິປະໄຕເໜືອທຸກສິ່ງໃຫ້ແກ່ພຣະເຈົ້າ.

ພວກເຮົາໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ,

ຫົວໃຈຂອງພວກເຮົາມີຄວາມສະຫງົບໃນພຣະເຈົ້າ

ແລະ ດ້ວຍເຫດນັ້ນ ພວກເຮົາຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າ,

ບ່ອນທີ່ພວກເຮົາໄດ້ຮັບແສງສະຫວ່າງຂອງພຣະອົງ.

ທຸກໆມື້, ໃນຊີວິດ, ການກະທຳ, ພຣະທຳ,

ຄວາມຄິດ ແລະ ແນວຄິດຂອງພວກເຮົາ,

ພວກເຮົາດຳລົງຊີວິດຢູ່ພາຍໃນພຣະທຳຂອງພຣະເຈົ້າ,

ສາມາດແຍກແຍະໄດ້ຕະຫຼອດເວລາ.

ພຣະທຳຂອງພຣະເຈົ້ານໍາພາເສັ້ນຝ້າຍຜ່ານຮູເຂັມ;

ໂດຍບໍ່ຄາດຄິດ ສິ່ງຕ່າງໆທີ່ລີ້ລັບຢູ່ໃນພວກເຮົາ

ກໍເກີດມີແສງສະຫວ່າງຕາມໆກັນມາ.

ການສົນທະນາກັບພຣະເຈົ້າບໍ່ໃຫ້ມີການຊັກຊ້າ;

ຄວາມຄິດ ແລະ ແນວຄິດຂອງພວກເຮົາ

ຖືກເປີດເຜີຍອອກໂດຍພຣະເຈົ້າ.

ໃນທຸກຊ່ວງເວລາ

ພວກເຮົາແມ່ນດຳລົງຊີວິດຢູ່ຕໍ່ໜ້າບັນລັງຂອງພຣະຄຣິດ

ບ່ອນທີ່ພວກເຮົາໄດ້ຜະເຊີນກັບການພິພາກສາ.

ທຸກພາກສ່ວນໃນຮ່າງກາຍຂອງພວກເຮົາ

ຍັງຄົງຖືກຍຶດຄອງໂດຍຊາຕານ.

ມື້ນີ້, ເພື່ອທີ່ຈະຟື້ນຟູອຳນາດອະທິປະໄຕຂອງພຣະເຈົ້າ,

ພຣະວິຫານຂອງພຣະອົງຕ້ອງຖືກຊໍາລະລ້າງ.

ເພື່ອທີ່ຈະຖືກຄອບຄອງໂດຍພຣະເຈົ້າຢ່າງສົມບູນ,

ພວກເຮົາຕ້ອງຮ່ວມໃນການດີ້ນລົນຢ່າງເອົາເປັນເອົາຕາຍ.

ມີແຕ່ເມື່ອຕົວຕົນດັ່ງເດີມຂອງພວກເຮົາ

ຖືກຄຶງໃສ່ໄມ້ກາງແຂນເທົ່ານັ້ນ,

ຊີວິດທີ່ຟື້ນຄືນມາຂອງພຣະຄຣິດ

ຈຶ່ງຈະສາມາດປົກຄອງໄດ້ຢ່າງສູງສຸດ.

ບັດນີ້ ພຣະວິນຍານບໍລິສຸດ

ໄດ້ລະດົມການໂຈມຕີໄປທຸກມຸມຂອງພວກເຮົາ

ເພື່ອຕໍ່ສູ້ເພື່ອການຟື້ນຟູຂອງພວກເຮົາ.

ຕາບໃດທີ່ພວກເຮົາພ້ອມທີ່ຈະປະຕິເສດຕົນເອງ

ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະເຈົ້າ,

ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ຊໍາລະລ້າງພວກເຮົາ

ໃຫ້ບໍລິສຸດຈາກພາຍໃນຢູ່ຕະຫຼອດເວລາຢ່າງແນ່ນອນ

ແລະ ຮຽກສິ່ງທີ່ຊາຕານໄດ້ຍຶດຄອງນັ້ນຄືນມາໃໝ່,

ເພື່ອວ່າພຣະເຈົ້າຈະເຮັດໃຫ້ພວກເຮົາ

ບໍລິບູນໄດ້ໄວເທົ່າທີ່ຈະເປັນໄປໄດ້.

ຢ່າເສຍເວລາ, ໃຫ້ດຳລົງຊີວິດໃນທຸກຊ່ວງເວລາ

ພາຍໃນພຣະທຳຂອງພຣະເຈົ້າ.

ໃຫ້ກໍ່ຕົວຂຶ້ນກັບໄພ່ພົນ, ຖືກນໍາເຂົ້າສູ່ອານາຈັກ

ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບພຣະເຈົ້າ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ