ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 584

03 ເດືອນກັນຍາ 2025

ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ.

ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ, ແຜນການຂອງເຮົາຈຶ່ງສືບຕໍ່ມີຄວາມຄືບໜ້າຢ່າງລ່ຽນໄຫຼ. ມັນເປັນຍ້ອນວ່າຄວາມຮູ້ສຶກທັງໝົດຂອງພວກເຈົ້າມຶນຊາ ພວກເຈົ້າຈິ່ງບໍ່ຮູ້ຂັ້ນຕອນພາລະກິດຂອງເຮົາ. ແຕ່ຈະມີມື້ໜຶ່ງທີ່ພວກເຈົ້າຈະຮັບຮູ້ຈຸດປະສົງຂອງເຮົາ. ໃນປັດຈຸບັນ, ເຮົາດຳລົງຊີວິດຢູ່ນໍາພວກເຈົ້າ ແລະ ທົນທຸກຮ່ວມກັບພວກເຈົ້າ ແລະ ເຮົາໄດ້ເລີ່ມເຂົ້າໃຈທ່າທີ່ໆມະນຸດຊາດມີຕໍ່ເຮົາມາດົນນານແລ້ວ. ເຮົາບໍ່ຕ້ອງການເວົ້າເພີ່ມເຕີມ ແລ້ວແຮງໄກທີ່ເຮົາຈະຕ້ອງການນໍາເອົາຄວາມອັບອາຍມາສູ່ພວກເຈົ້າໂດຍຍົກຕົວຢ່າງເພີ່ມເຕີມກ່ຽວກັບຫົວຂໍ້ທີ່ເຈັບປວດນີ້ຂຶ້ນມາເວົ້າ. ເຮົາຫວັງພຽງແຕ່ໃຫ້ພວກເຈົ້າຈື່ທຸກສິ່ງທີ່ພວກເຈົ້າໄດ້ກະທໍາໄວ້ໃນໃຈຂອງພວກເຈົ້າ ເພື່ອພວກເຮົາຈະໄດ້ຈົດຈໍາເລື່ອງລາວຂອງພວກເຮົາໃນວັນທີ່ພວກເຮົາພົບກັນອີກຄັ້ງ. ເຮົາບໍ່ຢາກກ່າວຫາຜູ້ໃດໃນພວກເຈົ້າຢ່າງຜິດໆ ເພາະວ່າເຮົາປະຕິບັດຢ່າງທ່ຽງທໍາ, ຍຸຕິທໍາ ແລະ ມີສັກສີ. ແນ່ນອນ ເຮົາຍັງຫວັງວ່າພວກເຈົ້າຈະສາມາດຊື່ສັດ ແລະ ບໍ່ເຮັດສິ່ງໃດທີ່ຂັດຕໍ່ສະຫວັນ ແລະ ແຜ່ນດິນໂລກ ຫຼື ສໍານຶກຂອງເຈົ້າເອງ. ນີ້ເປັນສິ່ງດຽວທີ່ເຮົາຂໍຈາກພວກເຈົ້າ. ຫຼາຍຄົນຮູ້ສຶກກະວົນກະວາຍ ແລະ ບໍ່ສະບາຍ ຍ້ອນພວກເຂົາໄດ້ກະທໍາຄວາມຜິດອັນຊົ່ວຊ້າ ແລະ ຫຼາຍຄົນຮູ້ສຶກອັບອາຍກັບຕົວເອງ ເພາະວ່າພວກເຂົາບໍ່ເຄີຍເຮັດຄວາມດີເລີຍແມ່ນແຕ່ຢ່າງດຽວ. ແຕ່ນອກຈາກຈະບໍ່ຮູ້ສຶກອັບອາຍຍ້ອນຄວາມຜິດບາບຂອງພວກເຂົາແລ້ວ, ຍັງມີຫຼາຍຄົນທີ່ແຮງຊົ່ວລົງອີກ, ພາກັນຖອດໜ້າກາກທີ່ປົກປິດພາບລັກທີ່ໜ້າລັງກຽດຂອງພວກເຂົາ ເຊິ່ງຍັງບໍ່ທັນຖືກເປີດເຜີຍຢ່າງສົມບູນ ເພື່ອທົດສອບອຸປະນິໄສຂອງເຮົາ. ເຮົາບໍ່ສົນໃຈ ຫຼື ເອົາໃຈໃສ່ຕໍ່ການກະທໍາຂອງຄົນໃດໜຶ່ງ. ກົງກັນຂ້າມ, ເຮົາເຮັດພາລະກິດທີ່ເຮົາຄວນເຮັດ ບໍ່ວ່າຈະເປັນການເກັບກໍາຂໍ້ມູນ ຫຼື ການທ່ອງທ່ຽວໄປມາເທິງແຜ່ນດິນໂລກ ຫຼື ເຮັດສິ່ງໃດໜຶ່ງພາຍໃນຄວາມສົນໃຈຂອງເຮົາ. ໃນເວລາທີ່ສໍາຄັນ, ເຮົາຈະສືບຕໍ່ກັບພາລະກິດຂອງເຮົາທ່າມກາງມະນຸດດັ່ງທີ່ໄດ້ວາງແຜນໄວ້ແຕ່ຕົ້ນ ເຊິ່ງຈະບໍ່ໄວ ຫຼື ບໍ່ຊ້າແມ່ນແຕ່ວິນາທີດຽວ ແລະ ຈະກະທໍາຢ່າງງ່າຍດາຍ ແລະ ວ່ອງໄວ. ເຖິງຢ່າງໃດກໍຕາມ, ໃນທຸກຂັ້ນຕອນຂອງພາລະກິດຂອງເຮົາ, ບາງຄົນຈະຖືກຄັດອອກ ເພາະວ່າເຮົາລັງກຽດລັກສະນະການປະຈົບປະແຈງຂອງພວກເຂົາ ແລະ ຄວາມເຊື່ອຟັງອັນຈອມປອມຂອງພວກເຂົາ. ບັນດາຜູ້ທີ່ໜ້າລັງກຽດສໍາລັບເຮົາຈະຖືກປະຖິ້ມຢ່າງແນ່ນອນ ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ. ສະຫຼຸບຫຍໍ້ໆກໍຄື ເຮົາຈະເຮັດໃຫ້ທຸກຄົນທີ່ເຮົາລັງກຽດຢູ່ຫ່າງຈາກເຮົາ. ແນ່ນອນວ່າ ເຮົາຈະບໍ່ປ່ອຍຄົນບາບທີ່ຢູ່ໃນເຮືອນຂອງເຮົາ. ຍ້ອນມື້ລົງໂທດມະນຸດຍັບໃກ້ເຂົ້າມາແລ້ວ, ເຮົາຈຶ່ງບໍ່ຮີບຮ້ອນທີ່ຈະຂັບໄລ່ບັນດາວິນຍານທີ່ໜ້າລັງກຽດອອກໄປຈາກເຮືອນຂອງເຮົາ ເພາະວ່າເຮົາມີແຜນການຂອງເຮົາຕ່າງຫາກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ