ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 588

12 ເດືອນທັນວາ 2025

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ກົງກັນຂ້າມແມ່ນໂດຍການເປີດເຜີຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືແກ່ນແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນ ແລະ ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຂ້ຽນຕີ ແລະ ການພິພາກສານີ້ບົນພື້ນຖານທີ່ເຂົາຄາດຫວັງ ແລະ ໃນທີ່ສຸດ ຄວາມອ່ອນນ້ອມທີ່ບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໂດຍສິ່ງຖືກສ້າງທັງປວງຂອງພຣະອົງກໍຈະບໍ່ຖືກບັນລຸ; ຈະມີພຽງແຕ່ການອ່ອນນ້ອມແບບລັບຫູລັບຕາ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງຕາບອດ ແລະ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະສາມາດຮັບເອົາມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນກໍເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ; ສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ບູຊາສິ່ງເຫຼົ່ານີ້. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ; ເຂົາບໍ່ໄດ້ນະມັດສະການພຣະເຈົ້າ ຍ້ອນຄວາມຮັກຂອງເຂົາສຳລັບພຣະອົງ. ແລ້ວດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການທີ່ເຂົານະມັດສະການພຣະເຈົ້າແມ່ນຕ້ອງຖືກລິຮານ ແລະ ກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຜົນແຫ່ງການເອົາຊະນະຂອງມະນຸດຈຶ່ງຈະຖືກບັນລຸ. ຜົນຕາມມາກໍຄື ໃນຂັ້ນຕອນທຳອິດຂອງການເອົາຊະນະມະນຸດ ມັນຈຶ່ງຈຳເປັນຕ້ອງລົບລ້າງຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມອ່ອນແອທີ່ຮ້າຍແຮງສຸດຂອງມະນຸດ ແລະ ຜ່ານສິ່ງນີ້ຈຶ່ງຈະເປີດເຜີຍຫົວໃຈທີ່ຮັກພຣະເຈົ້າຂອງມະນຸດ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຫົວໃຈທີ່ຮັກພຣະເຈົ້າຂອງມະນຸດຈຶ່ງຖືກຊໍາລະລ້າງ ເຊິ່ງໝາຍຄວາມວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດແລ້ວ ພຣະອົງບໍ່ໄດ້ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ; ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບເອົາມະນຸດ, ເພື່ອຜົນປະໂຫຍດແຫ່ງສະຫງ່າລາສີຂອງພຣະອົງເອງ ແລະ ເພື່ອຟື້ນຟູລັກສະນະດັ່ງເດີມໃນຊ່ວງທຳອິດຂອງມະນຸດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມໝາຍຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນໝາຍຄວາມວ່າ ຖ້າຫຼັງຈາກເອົາຊະນະມະນຸດແລ້ວ ພຣະເຈົ້າລ້າງມືຂອງພຣະອົງຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງມະນຸດ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດກໍຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບເອົາມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງຈຸດໝາຍປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ຈຶ່ງຢູ່ໃນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການມາເຖິງຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ ແລະ ການທີ່ເຂົາເຂົ້າສູ່ການພັກຜ່ອນເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ. ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລ້ວມັນກໍຈະຈໍາກັດເກີນໄປ: ມັນສາມາດນໍາມະນຸດໄປເຖິງຈຸດໃດໜຶ່ງ, ແຕ່ມັນຈະບໍ່ສາມາດນໍາມະນຸດໄປເຖິງຈຸດໝາຍປາຍທາງຊົ່ວນິດນິລັນ. ມະນຸດບໍ່ສາມາດຕັດສິນຊະຕາກຳຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດຮັບຮອງຄວາມຄາດຫວັງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດໄດ້. ເຖິງຢ່າງໃດກໍຕາມ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງກັນ. ຍ້ອນພຣະອົງສ້າງມະນຸດ ພຣະອົງກໍນໍາພາເຂົາ; ຍ້ອນພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງກໍຊ່ວຍເຂົາຢ່າງທົ່ວເຖິງ ແລະ ຈະຮັບເອົາເຂົາຢ່າງສົມບູນ; ຍ້ອນພຣະອົງນໍາພາມະນຸດ ພຣະອົງຈະນໍາເຂົາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ; ແລະ ຍ້ອນພຣະອົງສ້າງ ແລະ ຄຸ້ມຄອງມະນຸດ ພຣະອົງຕ້ອງຮັບຜິດຊອບຕໍ່ໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ມັນຄືສິ່ງນີ້ທີ່ເປັນພາລະກິດທີ່ພຣະຜູ້ສ້າງປະຕິບັດ. ເຖິງແມ່ນພາລະກິດແຫ່ງການເອົາຊະນະຈະຖືກບັນລຸໂດຍການລົບລ້າງຄວາມຄາດຫວັງອອກຈາກມະນຸດ, ມະນຸດກໍຕ້ອງຖືກນໍາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມໃນທີ່ສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາແລ້ວ. ມັນແມ່ນຍ້ອນພຣະເຈົ້າປັ້ນມະນຸດຢ່າງແນ່ນອນ ຈຶ່ງເຮັດໃຫ້ມະນຸດມີຈຸດໝາຍປາຍທາງ ແລະ ໂຊກຊະຕາຂອງເຂົາຈຶ່ງຖືກຮັບຮອງ. ໃນນີ້ ຈຸດໝາຍປາຍທາງເໝາະສົມທີ່ກ່າວເຖິງບໍ່ແມ່ນຄວາມຫວັງ ແລະ ຄວາມຄາດຫວັງຂອງມະນຸດທີ່ຖືກກໍາຈັດໃນອະດີດ; ທັງສອງຢ່າງແມ່ນແຕກຕ່າງກັນ. ສິ່ງທີ່ມະນຸດຄາດຫວັງ ແລະ ສະແຫວງຫາແມ່ນຄວາມປາຖະໜາທີ່ເກີດຂຶ້ນຈາກການສະແຫວງຫາຄວາມຕ້ອງການໃນເນື້ອໜັງທີ່ຫຼາຍເກີນຄວນຂອງເຂົາ, ແທນທີ່ຈະແມ່ນຈຸດໝາຍປາຍທາງທີ່ເໝາະສົມກັບມະນຸດ. ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າຈັດກຽມໃຫ້ກັບມະນຸດແມ່ນພອນ ແລະ ສັນຍາທີ່ເໝາະສົມກັບມະນຸດ ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດຫຼັງຈາກສ້າງໂລກ ແລະ ເຊິ່ງບໍ່ໄດ້ຮັບມົນທິນຈາກທາງເລືອກ, ແນວຄິດ, ຈິນຕະນາການ ຫຼື ເນື້ອໜັງຂອງມະນຸດ. ຈຸດໝາຍປາຍທາງນີ້ບໍ່ໄດ້ຖືກຈັດກຽມໃຫ້ກັບຄົນໃດໜຶ່ງເທົ່ານັ້ນ ແຕ່ເປັນສະຖານທີ່ພັກຜ່ອນຂອງບັນດາມວນມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຈຸດໝາຍປາຍທາງນີ້ຈຶ່ງເປັນຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດສຳລັບມະນຸດຊາດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ