ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 589
03 ເດືອນທັນວາ 2025
ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທັງໝົດ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊະຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊະຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຂ້ຽນຕີ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງທາງເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍຖືກປະຕິບັດເພື່ອວ່າເຂົາຈະສາມາດລອດພົ້ນໄດ້. ເຊິ່ງຈຸດໝາຍປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເອງໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ