ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 590

12 ເດືອນທັນວາ 2025

ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ເງື່ອນໄຂລ່ວງໜ້າສໍາລັບຊີວິດທີ່ສວຍງາມດັ່ງກ່າວຕ້ອງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ ເຂົາຈະອ່ອນນ້ອມຕໍ່ໜ້າພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້ ແລະ ມະນຸດທຸກຄົນກໍຈະປອດໄພ; ສະຖານະການໃນປັດຈຸບັນເກີດຂຶ້ນກໍຍ້ອນ ຊາຕານຍັງກໍ່ໃຫ້ເກີດສິ່ງລົບກວນໃນທຸກໆບ່ອນເທິງແຜ່ນດິນໂລກ ແລະ ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ມະນຸດຈະໄດ້ຮັບອິດສະຫຼະຢ່າງສົມບູນ, ເມື່ອມະນຸດໄດ້ຮັບພຣະເຈົ້າແລ້ວ ແລະ ອອກມາຈາກໃຕ້ອຳນາດຂອງຊາຕານ ເຂົາຈະເຫັນດວງຕາເວັນແຫ່ງຄວາມຊອບທຳ. ຊີວິດທີ່ເໝາະສົມກັບມະນຸດປົກກະຕິຈະຖືກຮັບອີກຄັ້ງ, ທຸກສິ່ງທີ່ມະນຸດປົກກະຕິຄວນມີ ເຊັ່ນ: ຄວາມສາມາດໃນການແຍກແຍະຄວາມດີຈາກຄວາມຊົ່ວ, ຄວາມເຂົ້າໃຈວິທີການກິນ ແລະ ຫໍ່ຫຸ້ມຕົວເອງ ແລະ ຄວາມສາມາດໃນການດຳລົງຊີວິດໂດຍປົກກະຕິ ເຊິ່ງສິ່ງທັງໝົດນີ້ຈະຖືກຮັບຄືນອີກຄັ້ງ. ເຖິງແມ່ນວ່າ ເອວາບໍ່ໄດ້ຖືກງູລໍ້ລວງ ມະນຸດກໍຄວນມີຊີວິດທີ່ປົກກະຕິແບບນີ້ຫຼັງຈາກທີ່ເຂົາຖືກສ້າງໃນຕອນເລີ່ມຕົ້ນ. ເຂົາຄວນໄດ້ກິນ, ໄດ້ຖືກປົກຄຸມ ແລະ ໄດ້ນໍາໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ແຕ່ຫຼັງຈາກທີ່ມະນຸດໄດ້ກາຍມາເປັນຄົນຊົ່ວຊ້າ ຊີວິດນີ້ກໍກາຍມາເປັນຄວາມຝັນລົມໆແລ້ງໆ ແລະ ຍິ່ງໄປກວ່ານັ້ນໃນປັດຈຸບັນ ມະນຸດບໍ່ກ້າທີ່ຈະຈິນຕະນາການເຖິງສິ່ງດັ່ງກ່າວ. ຕາມຄວາມຈິງແລ້ວ ຊີວິດທີ່ສວຍງາມທີ່ມະນຸດປາຖະໜານີ້ແມ່ນສິ່ງຈຳເປັນ. ຖ້າວ່າມະນຸດປາສະຈາກປາຍທາງດັ່ງກ່າວ ແລ້ວຊີວິດທີ່ຊົ່ວຊ້າຂອງເຂົາເທິງແຜ່ນດິນໂລກກໍຈະບໍ່ຈົບສິ້ນຈັກເທື່ອ ແລະ ຖ້າບໍ່ມີຊີວິດທີ່ສວຍງາມດັ່ງກ່າວ ແລ້ວກໍຈະບໍ່ມີຕອນຈົບໃຫ້ກັບໂຊກຊະຕາຂອງຊາຕານ ຫຼື ໃຫ້ກັບຍຸກທີ່ຊາຕານມີອຳນາດເທິງແຜ່ນດິນໂລກ. ມະນຸດຕ້ອງມາເຖິງອານາຈັກທີ່ກອງກຳລັງແຫ່ງຄວາມມືດບໍ່ສາມາດເຂົ້າເຖິງໄດ້ ແລະ ເມື່ອເຂົາມາເຖິງແລ້ວ ສິ່ງນີ້ຈະພິສູດໃຫ້ເຫັນວ່າ ຊາຕານພ່າຍແພ້ແລ້ວ. ດ້ວຍວິທີນີ້ ເມື່ອບໍ່ມີການລົບກວນຈາກຊາຕານ ພຣະເຈົ້າເອງຈະຄວບຄຸມມະນຸດຊາດ ແລະ ພຣະອົງຈະສັ່ງ ແລະ ຄວບຄຸມຊີວິດທັງໝົດຂອງມະນຸດ; ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືວ່າເປັນຄວາມພ່າຍແພ້ຂອງຊາຕານ. ສ່ວນຫຼາຍຊີວິດຂອງມະນຸດໃນປັດຈຸບັນເປັນຊີວິດແຫ່ງຄວາມສົກກະປົກ; ມັນຍັງເປັນຊີວິດແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ສິ່ງນີ້ບໍ່ສາມາດຖືກເອີ້ນວ່າ ຄວາມພ່າຍແພ້ຂອງຊາຕານ, ມະນຸດຍັງບໍ່ໄດ້ຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ, ຍັງບໍ່ໄດ້ຫຼົບໜີຈາກຄວາມລໍາບາກໃນຊີວິດຂອງມະນຸດ ຫຼື ອິດທິພົນຂອງຊາຕານ ແລະ ເຂົາຍັງຈະມີພຽງຄວາມຮູ້ທີ່ໜ້ອຍຫຼາຍແທ້ໆກ່ຽວກັບພຣະເຈົ້າ. ຄວາມລໍາບາກທຸກຢ່າງຂອງມະນຸດຖືກສ້າງໂດຍຊາຕານ, ມັນແມ່ນຊາຕານທີ່ນໍາຄວາມເຈັບປວດມາສູ່ຊີວິດຂອງມະນຸດ ແລະ ພຽງແຕ່ຫຼັງຈາກທີ່ຊາຕານຖືກຜູກມັດ ມະນຸດຈຶ່ງຈະສາມາດຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ. ຢ່າງໃດກໍຕາມ ການຜູກມັດຂອງຊາຕານແມ່ນຖືກບັນລຸຜ່ານການເອົາຊະນະ ແລະ ການຮັບຫົວໃຈຂອງມະນຸດ ໂດຍເຮັດໃຫ້ມະນຸດເປັນສິ່ງທີ່ຍາດເອົາມາໄດ້ຈາກສົງຄາມກັບຊາຕານ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ