ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 591
12 ເດືອນທັນວາ 2025
ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຊາຕານຈະຖືກພັນທະນາການ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ ເພື່ອການສະແຫວງຫາຂອງມະນຸດຈະມີເປົ້າໝາຍ ແລະ ປະຕິບັດໄດ້ຫຼາຍຍິ່ງຂຶ້ນ. ຫາກປາສະຈາກສິ່ງນັ້ນ ມະນຸດກໍຈະດໍາລົງຊີວິດຢູ່ທ່າມກາງສິ່ງວ່າງເປົ່າທີ່ເປັນພຽງນາມມະທໍາ ແລະ ສະແຫວງຫາທາງເຂົ້າສູ່ຊີວິດຊົ່ວນິລັນດອນ ແລະ ຖ້າເປັນແບບນີ້ ມະນຸດຈະບໍ່ໜ້າສັງເວດຫຼາຍຍິ່ງຂຶ້ນບໍ? ການສະແຫວງຫາດ້ວຍວິທີນີ້ ເຊິ່ງປາສະຈາກເປົ້າໝາຍ ຫຼື ຫຼັກການ ບໍ່ແມ່ນການຫຼອກລວງຕົນເອງບໍ? ໃນທີ່ສຸດແລ້ວ ການສະແຫວງຫາແບບນີ້ກໍຈະບໍ່ເກີດຜົນຕາມທຳມະຊາດເລີຍ; ໃນສຸດທ້າຍ ມະນຸດຈະຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກສິ່ງນັ້ນໄດ້. ເປັນຫຍັງຈຶ່ງຕ້ອງນໍາຕົວເຂົາເອງມາຢູ່ພາຍໃຕ້ການສະແຫວງຫາທີ່ບໍ່ມີເປົ້າໝາຍດັ່ງກ່າວ? ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດທຸກຄົນຈະຮັກສາບ່ອນຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕີສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມສໍາລັບມະນຸດຊາດ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ. ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານພ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງການສ້າງເຂົາຂຶ້ນມາຢູ່ແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຈດຕະນາດັ່ງເດີມຂອງພຣະເຈົ້າຈະຖືກຕອບສະໜອງ. ໃນຕອນເລີ່ມຕົ້ນ ກ່ອນທີ່ມະນຸດຊາດຈະຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດຊາດໄດ້ໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ຕໍ່ມາ ເມື່ອເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດແມ່ນໄດ້ສູນເສຍຊີວິດປົກກະຕິນີ້ໄປ ແລະ ດ້ວຍເຫດນັ້ນ ຈຶ່ງເລີ່ມມີພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມີສົງຄາມກັບຊາຕານເພື່ອເອົາຄືນຊີວິດປົກກະຕິຂອງມະນຸດ. ມີພຽງແຕ່ເມື່ອພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າສິ້ນສຸດລົງ ຊີວິດຂອງບັນດາມວນມະນຸດຊາດຈຶ່ງຈະເລີ່ມຕົ້ນຢ່າງເປັນທາງການເທິງແຜ່ນດິນໂລກ, ມີພຽງແຕ່ຕອນນັ້ນ ມະນຸດຈຶ່ງຈະມີຊີວິດທີ່ມະຫັດສະຈັນ ແລະ ພຣະເຈົ້າຈຶ່ງຈະຟື້ນຄືນເປົ້າໝາຍແຫ່ງການສ້າງມະນຸດທີ່ຢູ່ໃນຕອນເລີ່ມຕົ້ນ ພ້ອມທັງລັກສະນະດັ່ງເດີມຂອງມະນຸດອີກດ້ວຍ. ດ້ວຍເຫດນັ້ນ ເມື່ອມະນຸດມີຊີວິດປົກກະຕິຂອງມະນຸດຊາດເທິງແຜ່ນດິນໂລກ ມະນຸດຈະບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ເພື່ອຖືກເຮັດໃຫ້ສົມບູນ ຍ້ອນມະນຸດຈະເປັນຄົນທີ່ບໍລິສຸດ. “ຜູ້ຊະນະ” ແລະ “ຖືກເຮັດໃຫ້ສົມບູນ” ທີ່ມະນຸດກ່າວເຖິງແມ່ນຈຸດປະສົງທີ່ມອບໃຫ້ມະນຸດສະແຫວງຫາໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ພວກມັນມີຢູ່ກໍພຽງແຕ່ຍ້ອນມະນຸດຖືກເຮັດໃຫ້ເສື່ອມຊາມ. ໂດຍການມອບຈຸດປະສົງໃຫ້ເຈົ້າ ແລະ ການເຮັດໃຫ້ເຈົ້າສະແຫວງຫາຈຸດປະສົງນີ້ທີ່ຈະເຮັດໃຫ້ຊາຕານພ່າຍແພ້. ການໃຫ້ເຈົ້າເປັນຜູ້ຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ຖືກນໍາໃຊ້ກໍຮຽກຮ້ອງໃຫ້ເຈົ້າເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍ. ໃນສຸດທ້າຍແລ້ວ ມະນຸດຈະໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ມະນຸດຈະເປັນຄົນທີ່ບໍລິສຸດ; ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາຈະຍັງສະແຫວງຫາເພື່ອກາຍມາເປັນຜູ້ຊະນະອີກບໍ? ພວກເຂົາທັງໝົດບໍ່ແມ່ນສິ່ງຖືກສ້າງບໍ? ເວົ້າເຖິງການເປັນຜູ້ຊະນະ ແລະ ການເປັນຄົນທີ່ສົມບູນ, ຄໍາສັບເຫຼົ່ານີ້ແມ່ນແນໃສ່ຊາຕານ ແລະ ຄວາມສົກກະປົກຂອງມະນຸດ. ຄໍາວ່າ “ຜູ້ຊະນະ” ໃນທີ່ນີ້ບໍ່ໄດ້ອ້າງເຖິງໄຊຊະນະເໜືອຊາຕານ ແລະ ກອງກຳລັງທີ່ຮຸນແຮງບໍ? ເມື່ອເຈົ້າເວົ້າວ່າ ເຈົ້າຖືກເຮັດໃຫ້ສົມບູນ, ແມ່ນຫຍັງໃນຕົວເຈົ້າທີ່ຖືກເຮັດໃຫ້ສົມບູນ? ມັນບໍ່ແມ່ນວ່າ ເຈົ້າໄດ້ຖອນຕົວເຈົ້າເອງອອກຈາກອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມແລ້ວບໍ ເພື່ອເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງທີ່ສຸດ? ສິ່ງດັ່ງກ່າວຖືກກ່າວຂຶ້ນໂດຍກ່ຽວພັນກັບສິ່ງທີ່ສົກກະປົກພາຍໃນມະນຸດ ແລະ ໂດຍກ່ຽວພັນກັບຊາຕານ; ພວກມັນບໍ່ໄດ້ຖືກກ່າວຂຶ້ນໂດຍກ່ຽວພັນກັບພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ