ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 592
12 ເດືອນທັນວາ 2025
ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນນີ້ແມ່ນມີຄວາມທຸກຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ຢໍາເກງ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນພັນທະນາການ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ ການພິພາກສາ; ເຈົ້າຄິດວ່າ ປະສົບການຂອງມະນຸດໃນສິ່ງດັ່ງກ່າວເປັນເລື່ອງທີ່ບໍ່ມີຄວາມໝາຍບໍ? ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຈະຖືກເຮັດໃຫ້ສຳເລັດໂດຍບໍ່ມີເຫດຜົນບໍ? ກ່ອນໜ້ານັ້ນ ມີການເວົ້າວ່າ ການຂ້ຽນຕີ ແລະ ການພິພາກສາມະນຸດກໍຄືການວາງເຂົາໃນເຫວເລິກ ເຊິ່ງໝາຍຄວາມເຖິງການນໍາໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາອອກໄປ. ນີ້ກໍເພື່ອຜົນປະໂຫຍດຂອງສິ່ງໜຶ່ງ ນັ້ນຄື ການຊໍາລະລ້າງມະນຸດ. ມະນຸດບໍ່ໄດ້ຖືກວາງໃນເຫວເລິກໂດຍເຈດຕະນາ ເຊິ່ງຫຼັງຈາກນັ້ນ ພຣະເຈົ້າກໍຊໍາລະລ້າງມືຂອງພຣະອົງອອກຈາກເຂົາ. ກົງກັນຂ້າມ ມັນແມ່ນເພື່ອລິຮານກັບຄວາມກະບົດທີ່ຢູ່ພາຍໃນມະນຸດ ເພື່ອວ່າໃນສຸດທ້າຍແລ້ວ ສິ່ງທີ່ຢູ່ພາຍໃນມະນຸດອາດໄດ້ຮັບການຊໍາລະລ້າງ, ເພື່ອເຂົາອາດຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເປັນຄືກັບຄົນທີ່ບໍລິສຸດ. ຖ້າສິ່ງນີ້ຖືກເຮັດໃຫ້ສຳເລັດ ແລ້ວທຸກສິ່ງກໍຈະສຳເລັດລົງທັງໝົດ. ຕາມຄວາມຈິງແລ້ວ ເມື່ອສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດທີ່ຈຳເປັນຕ້ອງຖືກລິຮານກໍຖືກລິຮານແລ້ວ ແລະ ມະນຸດເປັນພະຍານທີ່ດັງສະນັ່ນ ຊາຕານກໍຈະຖືກເຮັດໃຫ້ພ່າຍແພ້ເຊັ່ນດຽວກັນ ແລະ ເຖິງແມ່ນວ່າມີສອງສາມສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດແຕ່ທຳອິດເຊິ່ງບໍ່ໄດ້ຖືກຊໍາລະລ້າງຢ່າງສົມບູນ, ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ແລ້ວ ມັນກໍຈະບໍ່ລົບກວນອີກຕໍ່ໄປ ແລະ ໃນເວລານັ້ນ ມະນຸດຈະຖືກຊໍາລະລ້າງຢ່າງສົມບູນ. ມະນຸດບໍ່ເຄີຍມີປະສົບການຊີວິດແບບນັ້ນຈັກເທື່ອ ແຕ່ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ທຸກສິ່ງກໍຈະສະຫງົບລົງ ແລະ ສິ່ງເລັກໆນ້ອຍໆເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດກໍຈະຮັບການແກ້ໄຂທັງໝົດ ແລະ ເມື່ອບັນຫາຫຼັກນັ້ນຖືກແກ້ໄຂ ທຸກບັນຫາອື່ນກໍຈະຈົບລົງ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງທ່າມກາງມະນຸດ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອປາບຊາຕານ ແລະ ພຣະອົງຈະປາບຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ່ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມພ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອປາບຊາຕານ. ເຖິງແນວໃດກໍຕາມ ໃນແກ່ນແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງມະນຸດຊາດທັງປວງຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມພ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ທັງໝົດນັ້ນກໍແມ່ນເພື່ອປາບຊາຕານ ແລະ ນໍາຄວາມລອດພົ້ນມາເຖິງມະນຸດຊາດທັງປວງ ເພື່ອມະນຸດອາດຈະເຂົ້າສູ່ບ່ອນພັກຜ່ອນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປາບຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນກໍເພື່ອປາບຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການປາບຊາຕານເພື່ອນໍາຄວາມລອດພົ້ນມາເຖິງມວນມະນຸດທັງປວງແລ້ວ. ໃນພາລະກິດສ່ວນຫຼາຍ ເປັນຫຍັງຈຶ່ງມັກມີຄຳເວົ້າທີ່ໃຫ້ພວກເຈົ້າເປັນພະຍານຢູ່ສະເໝີ? ພະຍານນີ້ແມ່ນກຳລັງແນໃສ່ໃຜ? ບໍ່ແມ່ນແນໃສ່ຊາຕານບໍ? ພະຍານນີ້ແມ່ນສ້າງຂຶ້ນເພື່ອພຣະເຈົ້າ ແລະ ມັນຖືກສ້າງຂຶ້ນເພື່ອເປັນພະຍານວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນສຳເລັດແລ້ວ. ການເປັນພະຍານກ່ຽວຂ້ອງກັບພາລະກິດໃນການປາບຊາຕານ; ຖ້າບໍ່ມີສົງຄາມກັບຊາຕານ ແລ້ວມະນຸດກໍບໍ່ຈຳເປັນຕ້ອງເປັນພະຍານ. ມັນກໍເປັນເພາະຊາຕານຕ້ອງພ່າຍແພ້ ຈຶ່ງເຮັດໃຫ້ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານໃນເວລາດຽວກັນກັບທີ່ພຣະອົງກຳລັງຊ່ວຍມະນຸດ ເຊິ່ງພຣະອົງນໍາໃຊ້ເພື່ອຊ່ວຍມະນຸດ ແລະ ເຮັດສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມະນຸດເປັນທັງຈຸດມຸ່ງໝາຍຂອງຄວາມລອດພົ້ນ ແລະ ເຄື່ອງມືໃນການປາບຊາຕານ, ເພາະສະນັ້ນ ມະນຸດຈຶ່ງເປັນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ໃນຂະນະທີ່ຊາຕານກໍເປັນພຽງຈຸດມຸ່ງໝາຍຂອງການທຳລາຍ ເຊິ່ງເປັນສັດຕູ. ເຈົ້າອາດຮູ້ສຶກວ່າ ເຈົ້າບໍ່ໄດ້ເຮັດຫຍັງ ແຕ່ຍ້ອນການປ່ຽນແປງໃນອຸປະນິໄສຂອງເຈົ້າ ພະຍານຈຶ່ງໄດ້ເກີດຂຶ້ນ ແລະ ພະຍານນີ້ກໍແນໃສ່ຊາຕານ ແລະ ບໍ່ໄດ້ຖືກສ້າງສຳລັບມະນຸດ. ມະນຸດບໍ່ເໝາະສົມທີ່ຈະຊື່ນຊົມພະຍານດັ່ງກ່າວ. ເຂົາຈະສາມາດເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໄດ້ແນວໃດ? ຈຸດມຸ່ງໝາຍຂອງການຕໍ່ສູ້ຂອງພຣະເຈົ້າກໍແມ່ນຊາຕານ; ໃນຂະນະດຽວກັນ ມະນຸດເປັນພຽງແຕ່ຈຸດມຸ່ງໝາຍຂອງຄວາມລອດພົ້ນ. ມະນຸດມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້. ນີ້ກໍຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ບໍ່ໄດ້ຢູ່ພາຍໃນມະນຸດໂດຍທຳມະຊາດ ແຕ່ເປັນການບົງການຂອງຊາຕານ. ໃນປັດຈຸບັນ ພາລະກິດຫຼັກຂອງພຣະເຈົ້າແມ່ນເພື່ອປາບຊາຕານ ນັ້ນກໍຄື ເພື່ອເອົາຊະນະມະນຸດຢ່າງສົມບູນ ເພື່ອວ່າມະນຸດອາດເປັນພະຍານສຸດທ້າຍໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ດ້ວຍວິທີນີ້ ທຸກສິ່ງຈະຖືກເຮັດໃຫ້ສຳເລັດ. ໃນຫຼາຍໆກໍລະນີ ເມື່ອເບິ່ງດ້ວຍຕາເປົ່າຂອງເຈົ້າ ມັນເບິ່ງຄືກັບວ່າ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດເລີຍ ແຕ່ໃນຄວາມຈິງ ພາລະກິດໄດ້ຖືກເຮັດໃຫ້ສຳເລັດແລ້ວ. ມະນຸດຮຽກຮ້ອງໃຫ້ພາລະກິດແຫ່ງຄວາມສຳເລັດທັງໝົດເປັນສິ່ງທີ່ເຫັນໄດ້ ແຕ່ເຖິງຈະບໍ່ໄດ້ເຮັດໃຫ້ເຈົ້າເຫັນ ເຮົາກໍໄດ້ສຳເລັດພາລະກິດຂອງເຮົາແລ້ວ ຍ້ອນຊາຕານຍິນຍອມ ເຊິ່ງໝາຍຄວາມວ່າ ມັນຖືກປາບຢ່າງສິ້ນເຊີງ ເພາະສະຕິປັນຍາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າທັງໝົດໄດ້ປາບຊາຕານ. ນີ້ເປັນພະຍານທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ ແລະ ເຖິງແມ່ນວ່າ ມັນບໍ່ມີການສະແດງອອກຢ່າງຊັດເຈນໃນມະນຸດ, ເຖິງແມ່ນວ່າ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ຊາຕານກໍພ່າຍແພ້ເປັນທີ່ຮຽບຮ້ອຍແລ້ວ. ພາລະກິດທັງໝົດນີ້ແມ່ນແນໃສ່ຊາຕານ ແລະ ຖືກປະຕິບັດຍ້ອນສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມີຫຼາຍສິ່ງທີ່ມະນຸດບໍ່ໄດ້ເຫັນວ່າເປັນຄວາມສຳເລັດ, ແຕ່ໃນສາຍຕາຂອງພຣະເຈົ້າ ພວກມັນເປັນສິ່ງທີ່ປະສົບຜົນສຳເລັດເປັນເວລາດົນນານມາແລ້ວ. ນີ້ຄືໜຶ່ງໃນຄວາມຈິງຂ້າງໃນຂອງພາລະກິດທັງໝົດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ