ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 595

16 ເດືອນກັນຍາ 2020

ການໃກ້ເຖິງຈຸດສິ້ນສຸດຂອງທຸກຊັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກໄດ້ເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ບ່ອນພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີລູກຫຼານຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊິວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນບົນພື້ນຖານຂອງຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດຂອງພຣະອົງໃນທ່າມກາງພວກເຂົາແລ້ວ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ