ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 596

21 ກຸມພາ 2026

ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢ້ານພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ແລະ ມັນບໍ່ແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນເຈດຕະນາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາສະແຫວງຫາຄວາມຕື່ນເຕັ້ນ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງພວກເຂົາ ແນ່ນອນ ຄືສິ່ງທີ່ພວກເຂົາເຊື່ອ ແລະ ສິ່ງທີ່ພວກເຂົາສະແຫວງຫາ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ, ບໍ່ແມ່ນເພື່ອສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົວເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ໃນສະຫວັນຈະທໍາລາຍ “ຄົນດີ” ຄືພວກເຂົາໄດ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາມີຊີວິດຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນແກ່ພວກເຂົາຢ່າງສວຍງາມ ຍ້ອນພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ເມື່ອຄວາມປາດຖະໜາຂອງພວກເຂົາບໍ່ໄດ້ດັ່ງຄາດຫວັງ ພວກເຂົາກໍຈະໂຈມຕີຄືນພຣະເຈົ້າທັນທີ ຫຼື ເກີດມີຄວາມໂກດແຄ້ນ. ພວກເຂົາສະແດງຕົນເອງເປັນຄົນຕໍ່າຕ້ອຍທີ່ຊອກຫາເຮັດຕາມຄວາມປາດຖະໜາຂອງພວກເຂົາເອງເທົ່ານັ້ນ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວທີ່ຕິດຕາມພຣະຄຣິດ. ຜູ້ຄົນເຫຼົ່ານີ້ທີ່ບໍ່ໄດ້ສະແຫວງຫາຄວາມຈິງແມ່ນບໍ່ສາມາດມີທາງເຊື່ອຄວາມຈິງໄດ້ ແລະ ທຸກຄົນຍິ່ງບໍ່ສາມາດເຂົ້າໃຈຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ພຣະທໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ນີ້ພ້ອມທັງບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະຕິດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຕ້ອງການ. ໃນທາງກົງກັນຂ້າມ, ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍແມ່ນບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າພວກເຂົາເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ຖະໜອມມັນ. ຄົນຊົ່ວດັ່ງກ່າວມີຄວາມໝັ້ນໃຈໃນຕົວເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ, ແຕ່ໃນທີ່ສຸດ ພວກເຂົາກໍຈະໄດ້ເກັບກ່ຽວສິ່ງທີ່ພວກເຂົາຫວ່ານເທົ່ານັ້ນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈໃນຕົວເອງສູງເທົ່າໃດ ແລະ ພວກເຂົາຍິ່ງອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ