ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 597
21 ກຸມພາ 2026
ກ່ອນມະນຸດເຂົ້າສູ່ການພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການອ່ອນນ້ອມຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງກໍຄືທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກປະຖິ້ມ ແລະ ທໍາລາຍ. ຍິ່ງໄປກວ່ານັ້ນ ທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງ ແຕ່ຍັງສະແຫວງຫາພຣະເຈົ້າທີ່ເລື່ອນລອຍ ເຊິ່ງຍິ່ງໄປກວ່ານັ້ນ ກໍຍິ່ງຈະເປັນເປົ້າໝາຍທີ່ຕ້ອງຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການກະບົດພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າແມ່ນຂຶ້ນຢູ່ກັບທາດແທ້ຂອງເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບຮູບລັກພາຍນອກຂອງເຈົ້າ ຫຼື ວິທີທີ່ເຈົ້າອາດເວົ້າ ຫຼື ປະພຶດ. ການທີ່ບຸກຄົນໃດໜຶ່ງຈະຖືກທໍາລາຍ ຫຼື ບໍ່ ແມ່ນກໍານົດໂດຍທາດແທ້ຂອງພວກເຂົາ; ມັນຖືກຕັດສິນອີງຕາມທາດແທ້ທີ່ເປີດເຜີຍອອກໂດຍພຶດຕິກໍາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ປະຕິບັດພາລະກິດ ແລະ ປະຕິບັດພາລະກິດໃນຈໍານວນເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່, ໃນຂະນະຜູ້ທີ່ມີທາດແທ້ຊົ່ວຂອງມະນຸດ ທີ່ກະບົດຕໍ່ພຣະເຈົ້າທີ່ເບິ່ງເຫັນໄດ້ແມ່ນຄົນທີ່ຈະເປັນເປົ້າໝາຍແຫ່ງການທໍາລາຍ. ພາລະກິດ ຫຼື ພຣະທໍາທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ຈະບໍ່ມີຄວາມຜິດພາດເກີດຂຶ້ນແມ່ນແຕ່ໜ້ອຍດຽວ ແລະ ຍິ່ງໄປກວ່ານັ້ນ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ຂໍ້ດຽວ. ມີພຽງແຕ່ເມື່ອຜູ້ຄົນປະຕິບັດພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດຈຶ່ງຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສິ່ງທີ່ຖືກສ້າງຢ່າງເດັດຂາດ. ໃນປັດຈຸບັນນີ້ມີຫຼາຍຄົນທີ່ບໍ່ສາມາດເຂົ້າໃຈຈຸດໝາຍປາຍທາງຂອງມະນຸດຊາດໃນອະນາຄົດ ແລະ ບໍ່ເຊື່ອໃນພຣະທໍາທີ່ເຮົາກ່າວ; ທຸກຄົນທີ່ບໍ່ເຊື່ອ ພ້ອມທັງຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນພວກຜີສາດ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ