ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 603
26 ເດືອນທັນວາ 2025
ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນຜູ້ຮັບໃຊ້ຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ອ່ອນນ້ອມຕໍ່ພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ຕໍ່ຕ້ານພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມ ຫຼື ຢໍາເກງພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກກໍາຈັດຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນມານຮ້າຍ ແລະ ຊາຕານຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ, ມັນຂັດຂວາງທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງອ່ອນແອລົງ ແລະ ມັນທໍາລາຍຊີວິດທີ່ປົກກະຕິໃນຄຣິສຕະຈັກ. ບໍ່ໄວກໍຊ້າ ໝາປ່າເຫຼົ່ານີ້ທີ່ສວມໃສ່ເສື້ອຜ້າຂອງແກະຈະຖືກກໍາຈັດອອກ; ທັດສະນະຄະຕິທີ່ຮຸນແຮງ ແລະ ທັດສະນະຄະຕິແຫ່ງການປະຕິເສດ ແມ່ນຄວນຖືກນໍາໃຊ້ຕໍ່ຜູ້ຮັບໃຊ້ເຫຼົ່ານີ້ຂອງຊາຕານ. ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຢືນຢູ່ຂ້າງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຮັດແບບນັ້ນກໍກິ້ງເກືອກຢູ່ໜອງຕົມກັບຊາຕານ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງແມ່ນມີພຣະອົງໃນຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ພວກເຂົາມີຫົວໃຈທີ່ຢໍາເກງພຣະເຈົ້າ ເຊິ່ງນັ້ນກໍຄືຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນພວກເຂົາຢູ່ສະເໝີ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ ແລະ ຢ່າງຮອບຄອບ ແລະ ທຸກຢ່າງທີ່ພວກເຂົາເຮັດຄວນເປັນໄປຕາມຄວາມຕ້ອງການຂອງພຣະເຈົ້າ ແລະ ສາມາດເຮັດໃຫ້ພໍໃຈພຣະອົງໄດ້. ພວກເຂົາບໍ່ຄວນຫົວແຂງ ໂດຍເຮັດໃນສິ່ງຫຍັງກໍຕາມທີ່ພວກເຂົາພໍໃຈ; ສິ່ງນັ້ນບໍ່ເໝາະສົມກັບຄວາມເປັນນັກບຸນ. ຜູ້ຄົນຕ້ອງບໍ່ແລ່ນອາລະວາດ ໂດຍແກວ່ງທຸງຂອງພຣະເຈົ້າໄປທົ່ວທຸກບ່ອນ ໃນຂະນະທີ່ຍ່າງວາງທ່າໂອ້ອວດ ແລະ ຫຼອກລວງໄປທຸກແຫ່ງ; ນີ້ແມ່ນການປະພຶດແບບກະບົດທີ່ສຸດ. ຄອບຄົວຕ່າງໆມີກົດລະບຽບຂອງພວກເຂົາ ແລະ ປະເທດຊາດຕ່າງໆກໍມີກົດໝາຍຂອງພວກເຂົາ; ແລ້ວເຮືອນຂອງພຣະເຈົ້າຍິ່ງບໍ່ມີບໍ? ມັນຍິ່ງຈະບໍ່ມີມາດຕະຖານແຮງທີ່ເຂັ້ມງວດກວ່າບໍ? ມັນຍິ່ງຈະບໍ່ມີບົດບັນຍັດແຫ່ງການບໍລິຫານທີ່ຫຼາຍກວ່າບໍ? ຜູ້ຄົນແມ່ນມີອິດສະຫຼະທີ່ຈະເຮັດຕາມສິ່ງທີ່ພວກເຂົາຕ້ອງການ, ແຕ່ບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ຕາມອຳເພີີໃຈ. ພຣະເຈົ້າແມ່ນພຣະເຈົ້າທີ່ບໍ່ອົດທົນຕໍ່ການລ່ວງເກີນຈາກມະນຸດ; ພຣະອົງແມ່ນພຣະເຈົ້າທີ່ເຮັດໃຫ້ຄົນຕາຍໄດ້. ຜູ້ຄົນບໍ່ຮູ້ສິ່ງນີ້ແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ