ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 604

26 ເດືອນທັນວາ 2025

ຄຣິສຕະຈັກທຸກແຫ່ງແມ່ນມີຄົນທີ່ລົບກວນຄຣິສຕະຈັກ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຊາຕານ ທີ່ໄດ້ແຊກຊຶມເຂົ້າໄປຢູ່ໃນເຮືອນຂອງພຣະເຈົ້າໂດຍການປອມຕົວ. ຜູ້ຄົນດັ່ງກ່າວແມ່ນສະແດງເກັ່ງຫຼາຍ: ພວກເຂົາມາຢ່າງໜ້ານັບຖືຢູ່ຕໍ່ໜ້າເຮົາ, ກົ້ມຫົວ ແລະ ຖູໄຖ, ປະພຶດຕົນຄືໝາຂີ້ເຮື້ອນ ແລະ ອຸທິດ “ທຸກຢ່າງ” ຂອງພວກເຂົາເພື່ອບັນລຸວັດຖຸປະສົງຂອງພວກເຂົາເອງ ແຕ່ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງ ພວກເຂົາກໍຈະສະແດງດ້ານຂີ້ຮ້າຍຂອງພວກເຂົາ. ເມື່ອພວກເຂົາເຫັນຜູ້ຄົນທີ່ປະຕິບັດຄວາມຈິງ, ພວກເຂົາກໍຈະໂຈມຕີ ແລະ ຊຸກຜູ້ຄົນເຫຼົ່ານັ້ນອອກໄປທາງຂ້າງ; ເມື່ອພວກເຂົາເຫັນຜູ້ຄົນທີ່ເປັນຕາຢ້ານກວ່າພວກເຂົາ, ພວກເຂົາກໍຈະຍົກຍ້ອງ ແລະ ປະຈົບປະແຈງຜູ້ຄົນດັ່ງກ່າວ. ພວກເຂົາປະພຶດຢ່າງປ່າເຖື່ອນຢູ່ພາຍໃນຄຣິສຕະຈັກ. ສາມາດເວົ້າໄດ້ວ່າ “ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ” ເຊັ່ນ “ໝາໂຕນ້ອຍໆ” ແມ່ນມີຢູ່ໃນຄຣິສຕະຈັກໂດຍສ່ວນໃຫຍ່. ພວກເຂົາເຮັດຮ່ວມກັນຢ່າງຊົ່ວຮ້າຍ, ສົ່ງສາຍຕາ ແລະ ສັນຍານລັບຫາກັນ ແລະ ໃນບັນດາພວກເຂົາແມ່ນບໍ່ມີໃຜທີ່ປະຕິບັດຄວາມຈິງ. ຜູ້ໃດກໍຕາມທີ່ມີພິດຫຼາຍທີ່ສຸດແມ່ນ “ຫົວໜ້າຜິສາດ” ແລະ ໃຜທີ່ມີກຽດສູງສຸດຈະນໍາພາພວກເຂົາ ໂດຍຍົກທຸງຂອງພວກເຂົາຂຶ້ນສູງ. ຜູ້ຄົນເຫຼົ່ານີ້ແລ່ນອາລະວາດທົ່ວຄຣິສຕະຈັກ ໂດຍເຜີຍແຜ່ສິ່ງທີ່ເປັນດ້ານລົບຂອງພວກເຂົາ, ສະແດງເຖິງຄວາມຕາຍ, ເຮັດໃນສິ່ງທີ່ພວກເຂົາພໍໃຈ, ເວົ້າໃນສິ່ງທີ່ພວກເຂົາພໍໃຈ ແລະ ບໍ່ມີໃຜກ້າຢຸດພວກເຂົາ. ພວກເຂົາແມ່ນເຕັມໄປດ້ວຍອຸປະນິໄສຂອງຊາຕານ. ໃນອີກບໍ່ດົນ ພວກເຂົາກໍຈະສ້າງຄວາມວຸ້ນວາຍ ຮ້າຍກວ່າບັນຍາກາດແຫ່ງຄວາມຕາຍ ເຂົ້າໄປໃນຄຣິສຕະຈັກ. ຜູ້ທີ່ຢູ່ພາຍໃນຄຣິສຕະຈັກ ທີ່ປະຕິບັດຄວາມຈິງແມ່ນຖືກປະຕິເສດ ເຊິ່ງບໍ່ສາມາດໃຫ້ທັງໝົດຂອງພວກເຂົາໄດ້ ໃນຂະນະທີ່ຜູ້ທີ່ລົບກວນຄຣິສຕະຈັກ ແລະ ເຜີຍແຜ່ຄວາມຕາຍແມ່ນແລ່ນອາລະວາດພາຍໃນ ແລະ ຍິ່ງໄປກວ່ານັ້ນ ຄົນສ່ວນໃຫຍ່ແມ່ນຕິດຕາມພວກເຂົາ. ຄຣິສຕະຈັກແບບນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານຢ່າງຊັດເຈນ; ເຊິ່ງພະຍາມານເປັນພະລາຊາຂອງພວກມັນ. ຖ້າຜູ້ຄົນໃນຄຣິສຕະຈັກດັ່ງກ່າວບໍ່ລຸກຮືຂຶ້ນ ແລະ ປະຕິເສດຫົວໜ້າຜີສາດ, ບໍ່ໄວກໍຊ້າ ພວກເຂົາເອງກໍຈະຫຼົ້ມຈົມເຊັ່ນກັນ. ນັບແຕ່ນີ້ໄປ, ຕ້ອງມີມາດຕະການຕໍ່ຄຣິສຕະຈັກດັ່ງກ່າວ. ຖ້າຜູ້ຄົນທີ່ສາມາດປະຕິບັດຄວາມຈິງເລັກນ້ອຍບໍ່ໄດ້ສະແຫວງຫາ, ແລ້ວຄຣິສຕະຈັກນັ້ນກໍຈະຖືກກໍາຈັດອອກ. ຖ້າຄຣິສຕະຈັກບໍ່ມີຄົນເຕັມໃຈປະຕິບັດຄວາມຈິງ ແລະ ບໍ່ມີໃຜສາມາດຢືນໜັກແໜ້ນໃນຄໍາພະຍານຂອງເຂົາເຈົ້າໃຫ້ແກ່ພຣະເຈົ້າໄດ້, ແລ້ວຄຣິສຕະຈັກນັ້ນຄວນແຍກອອກທັງໝົດ ແລະ ຄວາມສໍາພັນຂອງມັນກັບຄຣິສຕະຈັກອື່ນໆກໍຈະຕ້ອງຖືກຕັດຂາດ. ນີ້ແມ່ນເອີ້ນວ່າ “ການຝັງຄວາມຕາຍ”; ນີ້ຄືສິ່ງທີ່ໝາຍຄວາມວ່າ ການປະຕິເສດຊາຕານ. ຖ້າຄຣິສຕະຈັກມີຄົນພາຍໃນຫຼາຍຄົນທີ່ມັກຂົ່ມເຫັງຄົນອື່ນ ແລະ ພວກເຂົາກໍຖືກຕິດຕາມໂດຍ “ແມງວັນນ້ອຍ” ທີ່ຂາດຄວາມສາມາດໃນການຕັດສິນທີ່ດີ ແລະ ຖ້າຜູ້ຄົນໃນຄຣິສຕະຈັກດັ່ງກ່າວບໍ່ສາມາດປະຕິເສດຄວາມຜູກມັດ ແລະ ການເປົ່າຫູຂອງຄົນທີ່ມັກຂົ່ມເຫັງຄົນອື່ນເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ເຫັນຄວາມຈິງແລ້ວກໍຕາມ, ຄົນໂງ່ຈ້າທັງໝົດເຫຼົ່ານັ້ນກໍຈະຕ້ອງຖືກກໍາຈັດໃນທີ່ສຸດ. ແມງວັນໂຕນ້ອຍໆເຫຼົ່ານີ້ອາດຈະບໍ່ໄດ້ເຮັດຫຍັງຮ້າຍແຮງ ແຕ່ພວກເຂົາກໍຍິ່ງຫຼອກລວງຫຼາຍກວ່າ, ຍິ່ງຊໍານານ ແລະ ຫຼົບຫຼີກເກັ່ງຫຼາຍກວ່າ ແລະ ທຸກຄົນທີ່ເປັນຄືດັ່ງນີ້ຈະຖືກກໍາຈັດ. ຈະບໍ່ຖືກຈົ່ງໄວ້ແມ່ນແຕ່ຄົນດຽວ! ຜູ້ທີ່ເປັນຄົນຂອງຊາຕານຈະຖືກສົ່ງກັບຄືນໄປຫາຊາຕານ ໃນຂະນະທີ່ຜູ້ທີ່ເປັນຄົນຂອງພຣະເຈົ້າຈະໄປຄົ້ນຫາຄວາມຈິງຢ່າງແນ່ນອນ; ສິ່ງນີ້ແມ່ນຕັດສິນໂດຍທໍາມະຊາດຂອງພວກເຂົາ. ຈົ່ງໃຫ້ຜູ້ທີ່ຕິດຕາມຊາຕານດັບສະຫຼາຍໄປ! ຈະບໍ່ມີການສະແດງຄວາມປານີປານອມຕໍ່ຜູ້ຄົນເຫຼົ່ານີ້ອີກຕໍ່ໄປ. ຈົ່ງໃຫ້ຜູ້ທີ່ຄົ້ນຫາຄວາມຈິງໄດ້ຮັບສິ່ງທີ່ຈັດກຽມໄວ້ໃຫ້ ແລະ ຂໍໃຫ້ພວກເຂົາມີຄວາມສຸກກັບພຣະທໍາຂອງພຣະເຈົ້າຢ່າງສຸດໃຈ. ພຣະເຈົ້າແມ່ນຊອບທໍາ; ພຣະອົງບໍ່ເຂົ້າຂ້າງຜູ້ໃດ. ຖ້າເຈົ້າເປັນຜີສາດ ເຈົ້າກໍຈະບໍ່ສາມາດປະຕິບັດຄວາມຈິງ; ຖ້າເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງ ມັນກໍແນ່ຊັດຢູ່ແລ້ວວ່າເຈົ້າກໍຈະບໍ່ຖືກຊາຕານຈັບກຸມຢ່າງແນ່ນອນ. ສິ່ງດັ່ງກ່າວນີ້ແມ່ນເກີນຂໍ້ສົງໄສທັງປວງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ