ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 605

26 ເດືອນທັນວາ 2025

ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ. ຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນອິດສາຜູ້ທີ່ປະຕິບັດຄວາມຈິງ ແລະ ພະຍາຍາມຢາກຫຼອກລວງຄົນໂງ່ ແລະ ຜູ້ທີ່ຂາດຄວາມສາມາດໃນການແຍກແຍະຢູ່ສະເໝີ. ສິ່ງຕ່າງໆທີ່ຜູ້ຄົນເຫຼົ່ານີ້ລະບາຍອອກມາສາມາດເຮັດໃຫ້ເຈົ້າເສື່ອມໂຊມ, ຕົກຕໍ່າ, ມີສະພາບຜິດປົກກະຕິ ແລະ ເຕັມໄປດ້ວຍຄວາມມືດ; ພວກເຂົາເຮັດໃຫ້ເຈົ້າຫ່າງເຫີນຈາກພຣະເຈົ້າ ແລະ ເຮັດໃຫ້ເຈົ້າຖະນຸຖະໜອມເນື້ອໜັງ ແລະ ເຮັດຕາມໃຈຕົວເອງ. ຜູ້ຄົນທີ່ບໍ່ຮັກຄວາມຈິງ ແລະ ຜູ້ທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ ແມ່ນບໍ່ມີຄວາມປຸກຈິດສໍານຶກຕົວເອງ ແລະ ອຸປະນິໄສຂອງຜູ້ຄົນດັ່ງກ່າວແມ່ນລໍ້ໃຫ້ຜູ້ອື່ນເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ປະຕິບັດຄວາມຈິງ ຫຼື ແມ່ນແຕ່ພວກເຂົາບໍ່ອະນຸຍາດໃຫ້ຜູ້ອື່ນປະຕິບັດສິ່ງດັ່ງກ່າວ. ພວກເຂົາຖະນຸຖະໜອມຄວາມບາບ ແລະ ບໍ່ກຽດຊັງຕົວເອງ. ພວກເຂົາບໍ່ຮູ້ຈັກຕົວເອງ ແລະ ພວກເຂົາຢຸດຄົນອື່ນຈາກການຮູ້ຈັກຕົວເອງ; ພວກເຂົາຍັງຢຸດຄົນອື່ນຈາກການໂຫຍຫາຄວາມຈິງ. ຄົນທີ່ພວກເຂົາຫຼອກລວງບໍ່ສາມາດເຫັນແສງສະຫວ່າງ. ພວກເຂົາຕົກຢູ່ໃນຄວາມມືດ, ບໍ່ຮູ້ຈັກຕົວເອງ, ບໍ່ມີຄວາມຊັດເຈນກ່ຽວກັບຄວາມຈິງ ແລະ ຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ພວກເຂົາບໍ່ປະຕິບັດຄວາມຈິງ ແລະ ພວກເຂົາຢຸດຄົນອື່ນຈາກການປະຕິບັດຄວາມຈິງ ໂດຍເອົາຄົນໂງ່ເຫຼົ່ານັ້ນມາຢູ່ຕໍ່ໜ້າພວກເຂົາ. ແທນທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະເຈົ້າ, ມັນກໍຈະດີກວ່າ ທີ່ຈະເວົ້າວ່າ ພວກເຂົາເຊື່ອໃນບັນພະບຸລຸດຂອງພວກເຂົາ ຫຼື ວ່າ ສິ່ງທີ່ພວກເຂົາເຊື່ອໃນເທວະຮູບໃນຫົວໃຈຂອງພວກເຂົາ. ມັນຈະດີທີ່ສຸດສໍາລັບຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ ຕົນໄດ້ຕິດຕາມພຣະເຈົ້າ ໃຫ້ເປີດຕາຂອງພວກເຂົາ ແລະ ແຍງເບິ່ງດີໆວ່າ ພວກເຂົາເຊື່ອໃຜກັນແທ້: ເຈົ້າເຊື່ອໃນພຣະເຈົ້າ ຫຼື ຊາຕານກັນແທ້? ຖ້າເຈົ້າຮູ້ວ່າ ສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າ ແຕ່ເປັນເທວະຮູບຂອງເຈົ້າເອງ, ມັນກໍຈະດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ໂຕເອງເປັນຜູ້ທີ່ມີຄວາມເຊື່ອ. ຖ້າເຈົ້າບໍ່ຮູ້ແທ້ໆວ່າ ຈະເຊື່ອໃນຕົວໃຜມັນຈະເປັນການດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ຕົນເອງເປັນຜູ້ທີ່ມີຄວາມເຊື່ອ. ການເວົ້າຢ່າງນັ້ນຈະເປັນການໝິ່ນປະໝາດພຣະເຈົ້າ! ບໍ່ມີໃຜບັງຄັບໃຫ້ເຈົ້າເຊື່ອໃນພຣະເຈົ້າ. ຢ່າເວົ້າວ່າ ພວກເຈົ້າເຊື່ອໃນຕົວເຮົາ; ເຮົາພຽງພໍແລ້ວກັບຄໍາເວົ້າດັ່ງກ່າວ ແລະ ບໍ່ປາຖະໜາຢາກຟັງມັນອີກ ຍ້ອນວ່າ ສິ່ງທີ່ພວກເຈົ້າເຊື່ອແມ່ນເທວະຮູບທີ່ຢູ່ໃນໃຈຂອງພວກເຈົ້າ ແລະ ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນທີ່ຢູ່ທ່າມກາງພວກເຈົ້າ. ຜູ້ທີ່ແກວ່ງຫົວຂອງພວກເຂົາເວລາໄດ້ຍິນຄວາມຈິງ ແລະ ຜູ້ທີ່ຍິ້ມກວ້າງໆເວລາທີ່ໄດ້ຍິນເລື່ອງຄວາມຕາຍ ແມ່ນເປັນລູກຫຼານຂອງຊາຕານ ແລະ ພວກເຂົາຄືຄົນທີ່ຈະຖືກກໍາຈັດ. ຢູ່ໃນຄຣິສຕະຈັກແມ່ນມີຄົນຈໍານວນຫຼາຍທີ່ບໍ່ມີຄວາມສາມາດໃນການແຍກແຍະ. ເມື່ອເກີດມີເຫດການທີ່ຜູ້ຄົນຖືກຫຼອກລວງ, ພວກເຂົາແມ່ນຢືນຢູ່ຂ້າງຊາຕານໃນທາງກົງກັນຂ້າມ; ພວກເຂົາເຖິງກັບຮູ້ສຶກຜິດ ເມື່ອຖືກເອີ້ນວ່າ ເປັນຜູ້ຮັບໃຊ້ຂອງຊາຕານ. ບາງຄົນອາດຈະເວົ້າວ່າ ພວກເຂົາບໍ່ມີຄວາມສາມາດໃນການຕັດສິນທີ່ດີ ແຕ່ພວກເຂົາແມ່ນຢືນຢູ່ຂ້າງທີ່ປາສະຈາກຄວາມຈິງ, ພວກເຂົາບໍ່ເຄີຍຢືນຢູ່ຝ່າຍຄວາມຈິງໃນເວລາສໍາຄັນ, ພວກເຂົາບໍ່ເຄີຍຢືນຂຶ້ນ ແລະ ໂຕ້ຖຽງເພື່ອຄວາມຈິງ. ພວກເຂົາຂາດຄວາມສາມາດໃນການຕັດສິນທີ່ດີບໍ? ເປັນຫຍັງພວກເຂົາຄືຢືນຢູ່ຂ້າງຊາຕານໃນທາງກົງກັນຂ້າມ? ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍເວົ້າຄໍາໜຶ່ງທີ່ເປັນທໍາ ຫຼື ສົມເຫດສົມຜົນໃນການສະໜັບສະໜູນຄວາມຈິງ? ສະຖານະການແບບນີ້ໄດ້ເກີດຂຶ້ນຍ້ອນຄວາມສັບສົນຊົ່ວໄລຍະໜຶ່ງຂອງພວກເຂົາແທ້ບໍ? ຍິ່ງຜູ້ຄົນມີຄວາມສາມາດໜ້ອຍໃນການຕັດສິນໃຈທີ່ດີ ພວກເຂົາກໍຍິ່ງສາມາດຢືນຢູ່ຂ້າງຂອງຄວາມຈິງໜ້ອຍສໍ່ານັ້ນ. ສິ່ງນີ້ສະແດງເຖິງຫຍັງ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະແມ່ນຮັກໃນບາບບໍ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ພວກເຂົາແມ່ນລູກຫຼານທີ່ຈົງຮັກພັກດີຂອງຊາຕານບໍ? ເປັນຫຍັງພວກເຂົາຈຶ່ງສາມາດຢືນຢູ່ຂ້າງຊາຕານສະເໝີ ແລະ ເວົ້າພາສາຂອງມັນ? ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ການສະແດງອອກທາງສີໜ້າຂອງພວກເຂົາ ແມ່ນພຽງພໍທີ່ຈະພິສູດວ່າ ພວກເຂົາບໍ່ແມ່ນຄົນທີ່ມີຄວາມຮັກຕໍ່ຄວາມຈິງ; ໃນທາງກົງກັນຂ້າມ ພວກເຂົາແມ່ນຜູ້ຄົນທີ່ກຽດຊັງຄວາມຈິງ. ການທີ່ພວກເຂົາສາມາດຢືນຢູ່ຂ້າງຊາຕານແມ່ນພຽງພໍທີ່ຈະພິສູດວ່າ ຊາຕານຮັກຜີສາດນ້ອຍເຫຼົ່ານີ້ແທ້ໆ ຜູ້ທີ່ໃຊ້ຊີວິດຂອງພວກເຂົາຕໍ່ສູ້ເພື່ອປະໂຫຍດຂອງຊາຕານ. ຂໍ້ແທ້ຈິງທັງໝົດເຫຼົ່ານີ້ບໍ່ຊັດເຈນອີກບໍ? ຖ້າເຈົ້າແມ່ນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ ແລ້ວເປັນຫຍັງເຈົ້າຄືບໍ່ນັບຖືຜູ້ທີ່ປະຕິບັດຄວາມຈິງ ແລະ ເປັນຫຍັງເຈົ້າຈຶ່ງຕິດຕາມຄົນທີ່ບໍ່ປະຕິບັດຄວາມຈິງ ໃນເວລາທີ່ສີໜ້າຂອງພວກເຂົາປ່ຽນໄປ? ນີ້ແມ່ນບັນຫາປະເພດໃດ? ເຮົາບໍ່ສົນວ່າ ເຈົ້າຈະມີຄວາມສາມາດໃນການແຍກແຍະ ຫຼື ບໍ່. ເຮົາບໍ່ສົນວ່າ ເຈົ້າໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງຫຼາຍສໍ່າໃດ. ເຮົາບໍ່ສົນວ່າ ກອງກໍາລັງຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດ ແລະ ເຮົາບໍ່ສົນວ່າ ເຈົ້າຄືຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ ຫຼື ຫົວໜ້າທີມທີ່ຖືທຸງ. ຖ້າກອງກໍາລັງຂອງເຈົ້າຍິ່ງໃຫຍ່, ນັ້ນກໍຍ້ອນຄວາມຊ່ວຍເຫຼືອຈາກກໍາລັງຂອງຊາຕານເທົ່ານັ້ນ. ຖ້າກຽດຂອງເຈົ້າສູງ, ນັ້ນກໍຍ້ອນວ່າ ຫຼາຍຄົນທີ່ຢູ່ອ້ອມຂ້າງເຈົ້າບໍ່ໄດ້ປະຕິບັດຄວາມຈິງ. ຖ້າເຈົ້າບໍ່ໄດ້ຖືກຂັບໄລ່ອອກ, ນັ້ນກໍຍ້ອນວ່າ ຕອນນີ້ບໍ່ແມ່ນເວລາຂອງການເຮັດພາລະກິດການຂັບໄລ່ເທື່ອ; ໃນທາງກົງກັນຂ້າມ ມັນແມ່ນເວລາແຫ່ງພາລະກິດຂອງການກໍາຈັດ. ບໍ່ມີຄວາມຮີບດ່ວນທີ່ຈະຂັບໄລ່ເຈົ້າຕອນນີ້. ເຮົາພຽງແຕ່ລໍຖ້າໃຫ້ມື້ນັ້ນມາເຖິງ ມື້ທີ່ເຮົາຈະລົງໂທດເຈົ້າຫຼັງຈາກທີ່ເຈົ້າຖືກກໍາຈັດ. ຜູ້ໃດທີ່ບໍ່ປະຕິບັດຄວາມຈິງຈະຖືກກໍາຈັດ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ